ເມື່ອເຮົາສູ້ຊົນຕໍ່ການຕັດສະຮູ້, ເຮົາປູກຝັງ 6 ທັດສະນະຄະຕິອັນກວ້າງໄກ ເພື່ອໃຫ້ເຕີບໂຕຄຸນງາມຄວາມດີທັງໝົດທີ່ເຮົາຕ້ອງມີເພື່ອເປັນພຣະພຸດທະເຈົ້າເພື່ອຊ່ວຍເຫຼືອຜູ້ອື່ນ. ແຕ່ເພື່ອຊ່ວຍຄົນອື່ນໃຫ້ນຳຄຸນງາມຄວາມດີຂອງເຂົາເຈົ້າໄປສູ່ຄວາມເຕີບໂຕເຕັມທີ່, ກ່ອນອື່ນໝົດເຮົາຕ້ອງນຳມັນມາຢູ່ໃຕ້ອິທິພົນທາງບວກຂອງເຮົາ. ພຣະພຸດທະເຈົ້າໄດ້ສອນວິທີການເຮັດແນວນີ້ໄດ້ຢ່າງມີປະສິທິຜົນໃນ 4 ຂັ້ນຕອນ:
1. ການມີໃຈທີ່ກວ້າງ
ໃນຈຸດທີ່ເຮົາເຮັດໄດ້, ເຮົາຕ້ອງມີໃຈທີ່ກວ້າງຂວາງກັບຄົນອື່ນ. ເມື່ອມີຄົນມາຢາມເຮົາ, ເຮົາເອົາເຄື່ອງດື່ມຕ້ອນຮັບລາວໃຫ້ສົດຊື່ນ; ຖ້າເຮົາອອກໄປກິນເຂົ້າ, ເຮົາອາດຢາກລ້ຽງລາວ ແລະ ຈ່າຍໃຫ້ນຳ. ການເປັນຄົນໃຈກວ້າງບໍ່ໄດ້ໝາຍແຕ່ການໃຫ້ສິ່ງຂອງກັບຜູ້ໃດຜູ້ໜຶ່ງ. ສິ່ງສໍາຄັນແທ້ແມ່ນການມີໃຈກວ້າງກ່ຽວກັບເວລາຂອງເຮົາ. ການເຕັມໃຈທີ່ຈະຮຽນຮູ້ກ່ຽວກັບຜູ້ໃດຜູ້ໜຶ່ງ, ການຟັງບັນຫາຂອງລາວດ້ວຍຄວາມສົນໃຈ ແລະ ຫ່ວງໄຍຢ່າງແທ້ຈິງ, ແລະ ການຖືຊີວິດລາວຈິງຈັງ ນັ້ນກໍເປັນຂອງຂວັນອັນຍິ່ງໃຫຍ່ທີ່ເຮົາບໍ່ຖືເບົາ. ມັນເຮັດໃຫ້ຄົນຮູ້ສຶກຖືກຍອມຮັບ ແລະ ຜ່ອນຄາຍ, ແລະ ຍ້ອນແນວນັ້ນ, ເຂົາເຈົ້າຈະມີຄວາມສຸກ ແລະ ຮູ້ສຶກສະບາຍກັບເຮົາ. ນີ້ແມ່ນບາດກ້າວທໍາອິດທີ່ຈະເປີດຮັບອິທິພົນທາງບວກຂອງເຮົາ.
2. ການເວົ້າມ່ວນ
ເພື່ອເຮັດໃຫ້ຄົນເປີດໃຈຮັບເຮົາຫຼາຍຂຶ້ນ, ເຮົາຕ້ອງເວົ້າມ່ວນກັບເຂົາເຈົ້າ. ນີ້ໝາຍເຖິງວິທີທີ່ເຂົາເຈົ້າຈະເຂົ້າໃຈ, ການໃຊ້ພາສາທີ່ເຂົາເຈົ້າສາມາດເຂົ້າໃຈໄດ້, ແລະ ການເວົ້າໃນແງ່ຂອງຄວາມສົນໃຈຂອງເຂົາເຈົ້າ. ໂດຍພື້ນຖານແລ້ວ, ເຮົາຕ້ອງເຮັດໃຫ້ຄົນອື່ນຮູ້ສຶກສະບາຍກັບເຮົາ. ເຮົາຖາມເຖິງສຸຂະພາບ ແລະ ສະແດງຄວາມສົນໃຈໃນສິ່ງທີ່ເກີດຂຶ້ນໃນຊີວິດຂອງເຂົາເຈົ້າ. ຖ້າໃຜສົນໃຈບານເຕະ, ເຮົາບໍ່ພຽງແຕ່ເວົ້າວ່າ: "ມັນໂງ່, ເສຍເວລາລ້າໆ!" ນີ້ແມ່ນຈຸດສໍາຄັນ, ເພາະຖ້າເຮົາເວົ້າແນວນັ້ນ, ເຂົາເຈົ້າຈະບໍ່ເປີດໃຈຮັບເຮົາ. ເຂົາເຈົ້າມີແຕ່ຈະຮູ້ສຶກວ່າເຮົາດູຖູກ. ບໍ່ຈໍາເປັນຕ້ອງລົງເລິກກ່ຽວກັບຜູ້ຊະນະການແຂ່ງຂັນໃນມື້ນີ້ກໍໄດ້, ແຕ່ເຮົາສາມາດເວົ້າກ່ຽວກັບມັນເລັກນ້ອຍເພື່ອໃຫ້ຮູ້ສຶກວ່າຖືກຍອມຮັບ. ຖ້າເຮົາຫວັງຈະເປັນຜູ້ຊ່ວຍເຫຼືອຄົນອື່ນ, ມັນເປັນສິ່ງສໍາຄັນທີ່ຈະສົນໃຈທຸກຄົນ ແລະ ໃນສິ່ງທີ່ເຂົາເຈົ້າສົນໃຈ. ຖ້າເຮົາບໍ່ເຮັດແນວນີ້, ເຮົາຈະພົວພັນກັບຄົນອື່ນໄດ້ແນວໃດ?
ເມື່ອຜູ້ໃດຜູ້ໜຶ່ງເປີດໃຈ ແລະ ຮູ້ສຶກໄດ້ຮັບການຍອມຮັບຈາກເຮົາ, ວິທີການເວົ້າທີ່ມ່ວນຂອງເຮົາສາມາດຫັນໄປສູ່ເລື່ອງທີ່ມີຄວາມໝາຍຫຼາຍຂຶ້ນໄດ້. ໃນເວລາທີ່ເໝາະສົມ, ໃນສະຖານະການທີ່ເໝາະສົມ, ເຮົາສາມາດເວົ້າກ່ຽວກັບດ້ານຂອງຄໍາສອນພຣະພຸດທະສາສະໜາທີ່ກ່ຽວຂ້ອງ ແລະ ເປັນປະໂຫຍດສໍາລັບບຸກຄົນ. ເຮົາຕ້ອງບໍ່ລືມທີ່ຈະຊີ້ບອກປະໂຫຍດທີ່ເຂົາເຈົ້າຈະໄດ້ຈາກການເຮັດເຊັ່ນນັ້ນ.
ນ້ຳສຽງຂອງເຮົາສຳຄັນຫຼາຍໃນເວລາໃຫ້ຄຳແນະນຳ. ເຮົາຕ້ອງຫຼີກເວັ້ນການເວົ້າແບບຜັກດັນ, ຫຼື ຍົກຕົນຂົ່ມເພິ່ນ. ນີ້ແມ່ນຄວາມໝາຍຂອງການເວົ້າມ່ວນ. ເຮົາຕ້ອງເວົ້າໃນລັກສະນະທີ່ຄົນອື່ນຈະຍອມຮັບໄດ້ງ່າຍ, ໂດຍບໍ່ມີການຮູ້ສຶກວ່າຖືກຂົ່ມຂູ່ ຫຼື ຖືກລຸມດ້ວຍຄໍາແນະນໍາທີ່ບໍ່ຕ້ອງການ. ສິ່ງນີ້ຮຽກຮ້ອງໃຫ້ມີຄວາມອ່ອນໄຫວ ແລະ ຄວາມຊໍານານອັນໃຫຍ່ຫຼວງ, ເພື່ອຮູ້ເວລາທີ່ຖືກຕ້ອງ ແລະ ວິທີການທີ່ເໝາະສົມທີ່ຈະສະເໜີຄໍາແນະນໍາ. ຖ້າເຮົາເຂັ້ມງວດເກີນໄປ ແລະ ຮຽກຮ້ອງໃຫ້ມີການສົນທະນາຢ່າງເລິກເຊິ່ງ ແລະ ມີຄວາມໝາຍຢູ່ສະເໝີ, ຄົນຈະເຫັນວ່າເຮົາໜ້າເບື່ອທີ່ຈະຢູ່ນຳ ແລະ ຈະບໍ່ຍອມຮັບໃນສິ່ງທີ່ເຮົາເວົ້າ. ນັ້ນແມ່ນເຫດຜົນທີ່ວ່າບາງຄັ້ງເຮົາກໍຕ້ອງໃຊ້ຄວາມຕາຫຼົກເພື່ອຜ່ອນຄາຍນ້ຳສຽງຂອງການສົນທະນາ, ໂດຍສະເພາະຖ້າບຸກຄົນນັ້ນເລີ່ມປົກປ້ອງຕົນເອງເມື່ອເຮົາສະເໜີຄໍາແນະນໍາ.
ຍ້ອນການເວົ້າມ່ວນດ້ວຍຄວາມເມດຕາ, ແຕ່ມີຄວາມໝາຍເວລາອະທິບາຍຄຳສອນບາງອັນໃຫ້ບາງຄົນ, ເຂົາເຈົ້າຈະສົນໃຈໃນການບັນລຸເປົ້າໝາຍຂອງສິ່ງທີ່ເຮົາແນະນຳ. ນີ້ແມ່ນຍ້ອນຈະມີຄວາມຊັດເຈນ ແລະ ໝັ້ນໃຈໃນຄໍາແນະນໍາ ແລະ, ໂດຍການຮັບຮູ້ປະໂຫຍດຂອງມັນ, ເຂົາເຈົ້າຈະມີເຫັນຄຸນຄ່າຂອງມັນ.
3. ການຊຸກຍູ້ຜູ້ອື່ນໃຫ້ບັນລຸເປົ້າໝາຍຂອງເຂົາເຈົ້າ
ເຮົາຈະບໍ່ປະຄໍາແນະນໍາທີ່ເຮົາສະເໜີໃຫ້ຢູ່ແຕ່ໃນຂັ້ນທິດສະດີພຣະທັມ; ເຮົາຕ້ອງອະທິບາຍຢ່າງຊັດເຈນເຖິງວິທີການໃຊ້ຄຳສອນນັ້ນກັບສະຖານະການຂອງຜູ້ກ່ຽວ. ດ້ວຍວິທີນີ້, ເຮົາຈະກະຕຸ້ນຄົນອື່ນເອົາຄໍາແນະນໍາຂອງເຮົາເຂົ້າໃຊ້ໃນການປະຕິບັດເພື່ອໃຫ້ເຂົາເຈົ້າສາມາດບັນລຸເປົ້າໝາຍຂອງພຣະທັມ. ເມື່ອໃດທີ່ເຂົາເຈົ້າຮູ້ວິທີການປະຕິບັດພຣະທັມ - ເຮັດແນວໃດແທ້, ແຕ່ລະຂັ້ນຕອນ - ເຂົາເຈົ້າຈະກະຕືລືລົ້ນທີ່ຈະທົດລອງໃຊ້ຕົວຈິງ.
ໃນການຊຸກຍູ້ຄົນອື່ນໃຫ້ນຳໃຊ້ຄຳສອນໃນຊີວິດຂອງເຂົາເຈົ້າ, ເຮົາຕ້ອງພະຍາຍາມຈັດຫາສະພາບການທີ່ຈະເຮັດໃຫ້ມັນງ່າຍຂຶ້ນສຳລັບເຂົາເຈົ້າ. ນີ້ໝາຍເຖິງການເຮັດໃຫ້ສິ່ງຕ່າງໆ ງ່າຍກ່ອນໃນຕອນທໍາອິດ, ໂດຍສະເພາະສໍາລັບຜູ້ທີ່ບໍ່ມີປະສົບການກັບພຣະພຸດທະສາສະໜາມາກ່ອນ. ແລ້ວເຮົາຈິ່ງຄ່ອຍໆ ນໍາເຂົາເຈົ້າໄປສູ່ເຕັກນິກທີ່ຊັບຊ້ອນ, ກ້າວໜ້າຂຶ້ນ. ແລ້ວ, ເຂົາເຈົາຈິ່ງຈະໄດ້ຄວາມໝັ້ນໃຈທີ່ຈະຄົງທົນ ແລະ ສືບຕໍ່ກັບວິທີການນີ້. ເຂົາເຈົ້າຈະບໍ່ຖອຍໃຈໂດຍການພະຍາຍາມນຳໃຊ້ຄຳສອນບາງຢ່າງທີ່ເກີນກວ່າລະດັບຂອງເຂົາເຈົ້າໃນປະຈຸບັນ.
4. ຄວາມຄົງສັນຄົງວາກັບເປົ້າໝາຍເຫຼົ່ານີ້
ສິ່ງໜຶ່ງທີ່ເປັນຕາທໍ້ໃຈທີ່ສຸດແມ່ນການທີ່ຄົນທີ່ເຮົາໃຫ້ຄຳແນະນຳເຫັນເຮົາເປັນຄົນໜ້າຊື່ໃຈຄົດ. ເພື່ອຊ່ວຍປ້ອງກັນບໍ່ໃຫ້ເຂົາເຈົ້າຫັນໜີຈາກຄໍາສອນ, ເຮົາຕ້ອງເປັນຕົວຢ່າງທີ່ດີ ໂດຍການປະຕິບັດຕາມສິ່ງທີ່ເຮົາແນະນໍາ. ຕົວຢ່າງ, ຖ້າເຮົາສອນວິທີທາງພຣະທັມໃນການເອົາຊະນະຄວາມໂມໂຫ, ແຕ່ປະພຶດຂີ້ຮ້າຍເວລາເຮົາຢູ່ກັບເຂົາເຈົ້າຢູ່ຮ້ານອາຫານ ແລະ ອາຫານຂອງເຮົາໃຊ້ເວລາເຄິ່ງຊົ່ວໂມງຈິ່ງມາ, ເຂົາເຈົ້າຈະຄິດແນວໃດກັບຄຳສອນພຣະພຸດທະສາສະໜາກ່ຽວກັບການຈັດການຄວາມໂມໂຫ? ເຂົາເຈົ້າຈະຄິດວ່າວິທີການນັ້ນບໍ່ມີປະສິທິພາບ ແລະ ເຊົາໄປ. ແລະແນ່ນອນວ່າຈະເຊົາການເອົາຄໍາແນະນໍາໃດໆ ຈາກເຮົາອີກ. ນັ້ນແມ່ນເຫດຜົນທີ່ການປະພຶດຂອງເຮົາຕ້ອງສອດຄ່ອງກັບສິ່ງທີ່ເຮົາສອນ. ມີແຕ່ບົນພື້ນຖານອັນນັ້ນຄົນອື່ນຈິ່ງຈະເຊື່ອໃນສິ່ງທີ່ເຮົາເວົ້າ.
ບາດນີ້, ແນ່ນອນ, ເຮົາຍັງບໍ່ທັນເປັນພຣະພຸດທະເຈົ້າເທື່ອ ແລະ ສະນັ້ນ ຈິ່ງບໍ່ມີທາງທີ່ເຮົາຈະສາມາດເປັນແບບຢ່າງທີ່ສົມບູນແບບສໍາລັບໃຜໄດ້. ແຕ່, ເຮົາຕ້ອງພະຍາຍາມໃຫ້ດີທີ່ສຸດ. ການບໍ່ເປັນຄົນໜ້າຊື່ໃຈຄົດບໍ່ໄດ້ໝາຍເຖິງແຕ່ການທຳທ່າປະຕິບັດຕາມຄຳສອນເວລາເຮົາຢູ່ກັບຄົນທີ່ເຮົາພະຍາຍາມຊ່ວຍ, ແຕ່ຈາກນັ້ນພັດປະພຶດເປັນຕາລັງກຽດເວລາເຮົາຢູ່ຄົນດຽວ ຫຼື ຢູ່ກັບຄອບຄົວ. ການປະຕິບັດສອດຄ່ອງຕາມເປົ້າໝາຍຂອງພຣະທັມຕ້ອງເຮັດຕະຫຼອດເວລາ ແລະ ຢ່າງຈິງໃຈ.
ສະຫຼຸບ
ສີ່ຂັ້ນຕອນສໍາລັບການເຕົ້າໂຮມ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ໄດ້ຮັບຄວາມເຕີບໃຫຍ່ດ້ວຍຄໍາສອນພຣະພຸດທະສາສະໜາແມ່ນສອດຄ່ອງບໍ່ພຽງແຕ່ໃນຄວາມສຳພັນສ່ວນຕົວຂອງເຮົາເທົ່ານັ້ນ, ແຕ່ຢູ່ໃນຂອບເຂດທີ່ກວ້າງໃຫຍ່ກວ່າເພື່ອເຮັດໃຫ້ພຣະທັມມີຢູ່ທົ່ວໂລກ.
- ການມີໃຈທີ່ກວ້າງ – ໃຫ້ຄໍາສອນລ້າໆ
- ການເວົ້າມ່ວນ - ເຮັດໃຫ້ຄຳສອນສາມາດເຂົ້າເຖິງໄດ້ດ້ວຍພາສາທີ່ເຂົ້າໃຈງ່າຍ ແລະ ຜ່ານສື່ຕ່າງໆ ເຊັ່ນປື້ມ, ເວັບໄຊທ໌, ພອດຄາສ, ວິດີໂອ, ສື່ສັງຄົມອອນລາຍນ໌, ແລະ ອື່ນໆ.
- ການຊຸກຍູ້ຄົນອື່ນໃຫ້ບັນລຸເປົ້າໝາຍຂອງເຂົາເຈົ້າ - ຊີ້ບອກຢ່າງຈະແຈ້ງກ່ຽວກັບວິທີການສຶກສາ ແລະ ການຊຶມຊັບເນື້ອໃນເທື່ອລະກ້າວ ແລະ ວິທີການນຳໃຊ້ຄຳສອນໃນຊີວິດປະຈຳວັນ.
- ມີຄວາມສອດຄ່ອງກັບຈຸດປະສົງເຫຼົ່ານີ້ - ເປັນຕົວຢ່າງຂອງຫຼັກການທາງພຣະພຸດທະສາສະໜາໃນວິທີທີ່ເຮົາໃຊ້ຊີວິດ ແລະ, ໃນກໍລະນີຂອງອົງການພຣະທັມ, ໃນວິທີການດໍາເນີນງານຂອງອົງກອນ.
ສີ່ຂັ້ນຕອນນີ້, ຊຸກຍູ້ດ້ວຍແຮງຈູງໃຈທີ່ຈະຊ່ວຍຄົນອື່ນດ້ວຍຄວາມຈິງໃຈ, ເຖິງຈະບໍ່ແມ່ນເປົ້າໝາຍພຣະໂພທິຈິດເຕັມທີ່ທີ່ຈະມຸ່ງໄປເຖິງການຕັດສະຮູ້, ກໍເປັນວິທີທີ່ດີທີ່ສຸດສໍາລັບການເຮັດໃຫ້ຜູ້ອື່ນໄດ້ຮັບອິທິພົນໃນທາງບວກຂອງເຮົາ.