ຄວາມເຫັນໃຈບົນພື້ນຖານຊີວະວິທະຍາ ແລະ ເຫດຜົນ

ແມ່ນແຕ່ສັດກໍປະສົບຄວາມຜູກພັນຂອງແມ່ກັບລູກເກີດໃໝ່ບົນພື້ນຖານຂອງຮໍໂມນອັອກຊີທັອກຊິນ (oxytocin). ນອກນັ້ນ, ເດັກທຸກຕົນ, ທັງມະນຸດ ແລະ ສັດ, ຕ່າງກໍມີຄວາມຕ້ອງການການດູແລດ້ວຍຄວາມຮັກຄວາມແພງຄືກັນ. ສະນັ້ນ, ແກ່ນແຫ່ງຄວາມເຫັນໃຈ - ຄວາມປາຖະໜາໃຫ້ຜູ້ອື່ນພົ້ນຈາກທຸກ - ແມ່ນນອນຢູ່ໃນສັນຊາຕະຍານທາງຊີວະຂອງເຮົາ ແລະ ຖືກເສີມດ້ວຍຕັກກະສາດວ່າຄວາມຢູ່ລອດຂອງເຮົານັ້ນ ຂຶ້ນກັບຄວາມເຫັນໃຈ ແລະ ທຸກຄົນມີຄວາມເທົ່າທຽມກັນໃນເລື່ອງນີ້.

ຜົນໄດ້ຮັບຂອງການກະທຳໃດໆ ແມ່ນຂຶ້ນກັບແຮງຈູງໃຈ. ຂຶ້ນກັບວ່າມີອາລົມລົບກວນ ຫຼື ອາລົມທາງບວກຢູ່ເບື້ອງຫຼັງ, ການກະທຳອັນດຽວກັນຈະນໍາມາເຊິ່ງຜົນໄດ້ຮັບທີ່ແຕກຕ່າງກັນ. ເຖິງວ່າເວລາທີ່ອາລົມທົ່ວໄປອັນດຽວກັນ, ເຊັ່ນຄວາມເຫັນໃຈ, ຈະເປັນຕົວກະຕຸ້ນການກະທໍາ, ການສະໜັບສະໜູນທາງຈິດໃຈ ແລະ ທາງອາລົມຂອງຄວາມຮູ້ສຶກນັ້ນກໍຍັງມີຜົນກະທົບຕໍ່ຜົນໄດ້ຮັບ.

ຄວາມເຫັນໃຈສາມປະເພດ

ເບິ່ງທີ່ຄວາມເຫັນໃຈ, ຕົວຢ່າງ. ມັນມີຢູ່ສາມປະເພດ: 

  • ທໍາອິດແມ່ນມຸ່ງໄປໃສ່ຍາດພີ່ນ້ອງ ແລະ ຄົນຮັກແພງ. ແຕ່, ບົນພື້ນຖານຄວາມຍຶດຕິດ, ມັນມີຂີດຈໍາກັດທາງຂອບເຂດ. ໃນສະຖານະການເລັກນ້ອຍ, ມັນສາມາດປ່ຽນເປັນຄວາມໃຈຮ້າຍ ແລະ ແມ່ນແຕ່ຄວາມກຽດຊັງ.
  • ຄວາມເຫັນໃຈປະເພດທີສອງແມ່ນມຸ່ງໃສ່ສິ່ງມີຊີວິດທີ່ເປັນທຸກ, ບົນພື້ນຖານຄວາມດູຕົນຕໍ່ພວກເຂົາເຈົ້າ. ດ້ວຍຄວາມເຫັນໃຈປະເພດນີ້, ເຮົາດູຖູກເຂົາເຈົ້າ ແລະ ຮູ້ສຶກດີກວ່າເຂົາເຈົ້າ. ຄວາມເຫັນໃຈສອງປະເພດນີ້ ເກີດຂຶ້ນຍ້ອນອາລົມລົບກວນ ແລະ, ດ້ວຍເຫດນັ້ນ, ຈຶ່ງພາໃຫ້ເກີດບັນຫາ.
  • ປະເພດທີສາມຂອງຄວາມເຫັນໃຈແມ່ນບໍ່ມີຄວາມລໍາອຽງ. ມັນຢູ່ບົນພື້ນຖານຄວາມເຂົ້າໃຈ ແລະ ຄວາມເຄົາລົບ. ດ້ວຍປະເພດນີ້, ເຮົາຮັບຮູ້ວ່າຄົນອື່ນແມ່ນຄືກັນກັບເຮົາ: ພວກເຂົາມີສິດອັນດຽວກັນທີ່ຈະມີຄວາມສຸກ ແລະ ບໍ່ທົນທຸກຄືກັນກັບເຮົາ. ຍ້ອນຄວາມເຂົ້າໃຈອັນນັ້ນ, ເຮົາຈິ່ງ ຮູ້ສຶກເຖິງຄວາມຮັກ, ຄວາມເຫັນໃຈ, ແລະ ຄວາມແພງຕໍ່ພວກເຂົາ. ຄວາມເຫັນໃຈປະເພດທີສາມນີ້ ແມ່ນປະເພດທີ່ຄວາມໝັ້ນຄົງ. ມັນໄດ້ຖືກສ້າງຈາກການຝຶກ, ການສຶກສາ, ແລະ ເຫດຜົນ. ຍິ່ງຄວາມເຫັນໃຈໝັ້ນຄົງຫຼາຍຂຶ້ນ ກໍຈະເປັນປະໂຫຍດຫຼາຍຂຶ້ນ.

ຄວາມເຫັນໃຈສາມປະເພດນີ້ຕົກຢູ່ໃນສອງກຸ່ມທົ່ວໄປ. ສອງປະເພດທໍາອິດແມ່ນອາລົມທີ່ເກີດຂຶ້ນໂດຍທຳມະຊາດອີງໃສ່ຄວາມເປັນປະສາດບາງຢ່າງ. ອັນທີສາມແມ່ນອາລົມທີ່ເກີດຂຶ້ນບົນເຫດຜົນ.

ຄວາມໃກ້ຊິດ ແລະ ຄວາມແພງຕາມສັນຊາຕະຍານຂອງແມ່ຕໍ່ລູກອ່ອນ

ຄວາມເຫັນໃຈທີ່ອີງໃສ່ເຫດຜົນ ແລະ ທີ່ບໍ່ມີອະຄະຕິໃດໆ ແມ່ນຖືກເສີມໂດຍທໍາມະຊາດ. ຕອນເກີດ, ບໍ່ວ່າຈະເປັນມະນຸດ, ສັດລ້ຽງລູກດ້ວຍນົມ, ຫຼື ນົກ - ອາຕະມາບໍ່ຮູ້ກ່ຽວກັບເຕົ່າທະເລ ແລະ ແມງກະເບື້ອ - ເຮົາທຸກຄົນຮູ້ສຶກເຖິງຄວາມຮັກທີ່ບໍ່ມີອະຄະຕິຕໍ່ແມ່ຂອງເຮົາ, ເຖິງວ່າເຮົາບໍ່ຮູ້ຈັກເພິ່ນ. ເຮົາທຸກຄົນຮູ້ສຶກເຖິງຄວາມດຶງດູດ, ຄວາມໃກ້ຊິດ, ແລະ ຄວາມແພງທີ່ມີຕໍ່ເພິ່ນໂດຍທໍາມະຊາດ. ແມ່, ກໍເຊັ່ນດຽວກັນ, ໂດຍອັດຕະໂນມັດຈະມີຄວາມຮູ້ສຶກໃກ້ຊິດ ແລະ ຄວາມແພງໂດຍທໍາມະຊາດສໍາລັບລູກເກີດໃໝ່ຂອງເພິ່ນ. ດ້ວຍເຫດນັ້ນ, ເພິ່ນຈິ່ງເບິ່ງແຍງ ແລະ ລ້ຽງດູລູກນ້ອຍ. ການດູແລຮັກແພງນີ້ແມ່ພື້ນຖານສໍາລັບການພັດທະນາທີ່ດີຂອງເດັກ.

ຈາກສິ່ງນີ້ເຮົາຈິ່ງສາມາດເຫັນໄດ້ວ່າຄວາມໃກ້ຊິດ ແລະ ຄວາມແພງທາງຊີວະພາບເປັນແກ່ນຂອງຄວາມເຫັນໃຈ. ມັນເປັນຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດທີ່ເຮົາເຄີຍໄດ້ຮັບ ແລະ ມັນມາຈາກແມ່ຂອງເຮົາ. ເມື່ອເຮົາບໍາລຸງລ້ຽງແກ່ນເຫຼົ່ານີ້ດ້ວຍເຫດຜົນ ແລະ ການສຶກສາ, ມັນຈະເຕີບໃຫຍ່ໄປສູ່ຄວາມເຫັນໃຈທີ່ແທ້ຈິງ - ບໍ່ລໍາອຽງ ແລະ ມຸ່ງໃສ່ທຸກຄົນເທົ່າທຽມກັນ, ໂດຍອີງໃສ່ຄວາມເຂົ້າໃຈຄວາມສະເໝີພາບຂອງເຮົາທັງໝົດ.

ຈັນຍາບັນທາງໂລກບົນຄວາມເຫັນໃຈ

ສໍາລັບແອນ້ອຍ, ຄວາມແພງບໍ່ໄດ້ອີງໃສ່ສາສະໜາ, ກົດໝາຍ, ຫຼື ການບັງຄັບຂອງຕໍາຫຼວດ. ມັນມາຕາມທໍາມະຊາດ. ສະນັ້ນ, ເຖິງວ່າຄວາມເຫັນໃຈທີ່ສອນໂດຍສາສະໜາຈະດີ, ແກ່ນທີ່ແທ້ຈິງ, ພື້ນຖານທີ່ແທ້ຈິງຂອງຄວາມເຫັນໃຈແມ່ນທາງຊີວະພາບ. ມັນເປັນພື້ນຖານສໍາລັບສິ່ງທີ່ອາຕະມາເອີ້ນວ່າ "ຈັນຍາບັນທາງໂລກ." ສາສະໜາຄວນຈະເສີມສ້າງແກ່ນນີ້ເທົ່ານັ້ນ.

ບາງຄົນຄິດວ່າຈັນຍາບັນຕ້ອງຢູ່ບົນຄວາມເຊື່ອທາງສາສະໜາເທົ່ານັ້ນ. ຄົນອື່ນຄິດວ່າຄວາມຮູ້ສຶກທາງຈັນຍາບັນສາມາດໄດ້ຮັບການພັດທະນາໂດຍຜ່ານການຝຶກ. ບາງຄົນຄິດວ່າ "ທາງໂລກ" ໝາຍເຖິງການປະຕິເສດສາສະໜາ. ຄົນອື່ນຄິດວ່າ "ທາງໂລກ" ໝາຍເຖິງການເຄົາລົບສາສະໜາທັງໝົດ, ໂດຍບໍ່ມີການລໍາອຽງ, ລວມທັງການເຄົາລົບຕໍ່ຜູ້ທີ່ບໍ່ເຊື່ອຖືນຳ, ເຊັ່ນດຽວກັບລັດຖະທໍາມະນູນອິນເດຍ. ຈັນຍາບັນປະເພດຫຼັງນີ້, ແລະ ໂດຍສະເພາະຄວາມເຫັນໃຈເປັນພື້ນຖານ, ແມ່ນມີຮາກຖານຢູ່ໃນສັນຊາຕະຍານ. ເຊັ່ນດຽວກັນກັບກໍລະນີຂອງແມ່ ແລະ ເດັກເກີດໃໝ່, ມັນເກີດຂຶ້ນໂດຍອັດຕະໂນມັດຍ້ອນຄວາມຈໍາເປັນໃນການຢູ່ລອດ. ຍ້ອນພື້ນຖານຊີວະພາບອັນນັ້ນ, ມັນຈິ່ງມີຄວາມໝັ້ນຄົງຫຼາຍ.

ເມື່ອເຮົາມີຄວາມເຫັນໃຈຫຼາຍຂຶ້ນ, ຈິດໃຈ ແລະ ຫົວໃຈຂອງເຮົາກໍເປີດກວ້າງຂຶ້ນ ແລະ ເຮົາກໍສື່ສານກັນໄດ້ງ່າຍຂຶ້ນ.

ເມື່ອເດັກນ້ອຍຫຼິ້ນ, ເຂົາເຈົ້າບໍ່ຄິດເຖິງສາສະໜາ, ເຊື້ອຊາດ, ການເມືອງ, ຫຼື ພື້ນຖານຄອບຄົວ. ເຂົາເຈົ້າຊື່ນຊົມຮອຍຍິ້ມຈາກເພື່ອນຫຼີ້ນ, ບໍ່ວ່າຈະເປັນໃຜ, ແລະ, ໃນທາງຕອບຮັບ, ກໍດີກັບເຂົາເຈົ້າ. ຈິດໃຈ ແລະ ຫົວໃຈຂອງເຂົາເຈົ້າເປີດ. ໃນທາງກັບກັນ, ຜູ້ໃຫຍ່ມັກຈະເນັ້ນໜັກໃສ່ປັດໄຈອື່ນເຫຼົ່ານີ້: ຄວາມແຕກຕ່າງທາງເຊື້ອຊາດ ແລະ ທາງການເມືອງ, ແລະ ອື່ນໆ. ຍ້ອນແນວນັ້ນ, ຈິດໃຈ ແລະ ຫົວໃຈຂອງເຂົາເຈົ້າຈິ່ງແຄບກວ່າ.

ເບິ່ງທີ່ຄວາມຕ່າງລະຫວ່າງສອງອັນນີ້. ເມື່ອເຮົາມີຄວາມເຫັນໃຈຫຼາຍຂຶ້ນ, ຈິດໃຈ ແລະ ຫົວໃຈຂອງເຮົາກໍເປີດກວ້າງຂຶ້ນ ແລະ ເຮົາກໍສື່ສານກັນໄດ້ງ່າຍຂຶ້ນ. ເມື່ອເຮົາເອົາຕົນເອງເປັນສູນກາງ, ຈິດໃຈ ແລະ ຫົວໃຈຂອງເຮົາຈະຖືກປິດ ແລະ ເປັນການຍາກທີ່ເຮົາຈະສື່ສານກັບຄົນອື່ນ. ຄວາມໃຈຮ້າຍເຮັດໃຫ້ລະບົບພູມຕ້ານທານອ່ອນແອ, ໃນຂະນະທີ່ຄວາມເຫັນໃຈ ແລະ ຈິດໃຈທີ່ດີຈະຍົກລະດັບລະບົບພູມຕ້ານທານຂອງເຮົາ. ດ້ວຍຄວາມຄຽດແຄ້ນ ແລະ ຄວາມຢ້ານ, ເຮົາຈະບໍ່ສາມາດນອນຫຼັບ ແລະ ເຖິງວ່າເຮົາຈະຫຼັບ, ເຮົາກໍຝັນຮ້າຍ. ຖ້າຈິດໃຈຂອງເຮົາສະຫງົບ, ເຮົາກໍຈະນອນໄດ້ດີ. ເຮົາບໍ່ຈໍາເປັນຕ້ອງກິນຢາລະງັບໃດໆ - ພະລັງງານຂອງເຮົາຈະສົມດູນ. ດ້ວຍຄວາມເຄັ່ງຕຶງ, ພະລັງງານຂອງເຮົາຈະແລ່ນໄປມາ ແລະ ເຮົາຈະຮູ້ສຶກກັງວົນ.

ຄວາມເຫັນໃຈນຳມາເຊິ່ງຈິດໃຈທີ່ສະຫງົບ ແລະ ເປີດກວ້ວງ

ເພື່ອເຫັນ ແລະ ເຂົ້າໃຈຢ່າງຈະແຈ້ງ, ເຮົາຕ້ອງການຈິດໃຈທີ່ສະຫງົບ. ຖ້າວ່າເຮົາຕື່ນເຕັ້ນ, ເຮົາຈະບໍ່ສາມາດເຫັນຄວາມເປັນຈິງ. ສະນັ້ນ, ບັນຫາສ່ວນໃຫຍ່, ແມ່ນແຕ່ໃນລະດັບໂລກ, ແມ່ນບັນຫາທີ່ມະນຸດສ້າງຂຶ້ນ. ມັນເກີດຂຶ້ນຍ້ອນເຮົາຈັດການກັບສະຖານະການໄດ້ບໍ່ດີ, ຈາກການບໍ່ເຫັນຄວາມເປັນຈິງ. ການກະທໍາຂອງເຮົາແມ່ນອີງໃສ່ຄວາມຢ້ານ, ຄວາມໂກດແຄ້ນ, ແລະ ຄວາມກົດດັນ. ມີຄວາມຄຽດຫຼາຍໂພດ. ເຮົາບໍ່ມີພາວະວິໄສເພາະຈິດໃຈຂອງເຮົາຫຼົງໄຫຼ. ອາລົມທາງລົບເຫຼົ່ານີ້ເຮັດໃຫ້ຈິດໃຈແຄບ ແລະ ນໍາໄປສູ່ການສ້າງບັນຫາ, ເຊິ່ງບໍ່ເຄີຍນໍາມາເຊິ່ງຜົນໄດ້ຮັບທີ່ໜ້າພໍໃຈ.

ໃນທາງກົງກັນຂ້າມ, ຄວາມເຫັນໃຈນຳມາເຊິ່ງຈິດໃຈທີ່ເປີດ, ແນວຄິດທີ່ສະຫງົບ. ດ້ວຍສິ່ງນີ້, ເຮົາຈະເຫັນຄວາມເປັນຈິງ ແລະ ວິທີການສໍາລັບການຈົບສິ່ງທີ່ບໍ່ມີໃຜຕ້ອງການ ແລະ ນໍາມາເຊິ່ງສິ່ງທີ່ທຸກຄົນຕ້ອງການ. ນີ້ແມ່ນຈຸດສໍາຄັນ ແລະ ປະໂຫຍດອັນໃຫຍ່ຫຼວງຂອງຄວາມເຫັນໃຈບົນພື້ນຖານຂອງເຫດຜົນ. ສະນັ້ນ, ເພື່ອສົ່ງເສີມຄ່ານິຍົມຂອງມະນຸດບົນພື້ນຖານຊີວະພາບ ແລະ ຮອງຮັບໂດຍເຫດຜົນ, ແມ່ ແລະ ຄວາມຮັກແພງໂດຍສັນຊາຕະຍານລະຫວ່າງແມ່ ແລະ ເດັກຈິ່ງມີບົດບາດສໍາຄັນ.

Top