ພຣະພຸດທະເຈົ້າໄດ້ກ່າວເນັ້ນວ່າເຮົາທັງໝົດສາມາດເປັນພຣະພຸດທະເຈົ້າໄດ້, ແຕ່ມັນໝາຍຄວາມວ່າແນວໃດແທ້? ພຣະພຸດທະເຈົ້າເປັນຄົນທີ່ໄດ້ກຳຈັດຂໍ້ບົກພ່ອງທັງໝົດຂອງຕົນ, ດັດແກ້ການຂາດແຄນທັງໝົດຂອງຕົນ, ແລະ ບັນລຸໄດ້ເຖິງສັກກະຍະພາບທັງໝົດຂອງຕົນ. ພຣະພຸດທະເຈົ້າທຸກອົງ ຕ່າງກໍເລີ່ມຕົ້ນຄືໄທເຮົາເຈົ້າຂ້ອຍນີ້ລະ, ຄືຄົນທົ່ວໄປທີ່ປະສົບກັບຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນຊີວິດຍ້ອນຄວາມສັບສົນກ່ຽວກັບຄວາມເປັນຈິງ ແລະ ມະໂນພາບທີ່ບໍ່ເປັນຈິງ. ພຣະອົງສຳນຶກໄດ້ວ່າມະໂນພາບທີ່ດື້ດຶງຂອງພຣະອົງນັ້ນ ທີ່ຈິງແລ້ວບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ, ແລະ ດ້ວຍຄວາມຕັ້ງໃຈອັນແຮງກ້າທີ່ຈະພົ້ນຈາກຄວາມທຸກຂອງພຣະອົງ, ໃນທີ່ສຸດພຣະອົງຈິ່ງຢຸດເຊື່ອໂດຍອັດຕະໂນມັດໃນຄວາມເພີ້ຝັນ ທີ່ຈິດໃຈຂອງພຣະອົງມະໂນອອກມານັ້ນ. ພຣະອົງຢຸດປະສົບກັບອາລົມລົບກວນ ແລະ ການປະພຶດຕາມໃຈ, ປົດປ່ອຍຕົນເອງຈາກຄວາມທຸກທໍລະມານທັງປວງ.
ລະຫວ່າງນີ້, ພຣະອົງພະຍາຍາມສ້າງຄວາມເຂັ້ມແຂງໃຫ້ອາລົມດ້ານບວກຂອງພຣະອົງ ເຊັ່ນ ຄວາມຮັກ ແລະ ຄວາມເຫັນໃຈ, ແລະ ຊ່ວຍຜູ້ອື່ນເທົ່າທີ່ພຣະອົງຊ່ວຍໄດ້. ພຣະອົງໄດ້ພັດທະນາຄວາມຮັກແບບທີ່ແມ່ມີໃຫ້ລູກຄົນດຽວຂອງເຂົາ, ແຕ່ໃຫ້ທຸກຄົນ. ດ້ວຍພະລັງຈາກຄວາມຮັກ ແລະ ຄວາມເຫັນໃຈອັນແຮງກ້າຕໍ່ທຸກຄົນ ແລະ ການຕັ້ງໃຈອັນເປັນພິເສດທີ່ຈະຊ່ວຍທຸກຄົນ, ຄວາມເຂົ້າໃຈຂອງພຣະອົງກ່ຽວກັບຄວາມເປັນຈິງຈິ່ງແຮງກ້າຂຶ້ນເລື້ອຍໆ. ມັນກາຍເປັນພະລັງທີ່ແຮງກ້າຫຼາຍຈົນວ່າຈິດໃຈພຣະອົງຢຸດມະໂນພາບທີ່ຫຼອກລວງໃນທີ່ສຸດ ທີ່ວ່າທຸກສິ່ງ ແລະ ທຸກຄົນຄົງຢູ່ດ້ວຍຕົວເອງ, ຕັດແຍກຈາກສິ່ງອື່ນທຸກອັນ. ໂດຍປາສະຈາກສິ່ງກີດຂວາງໃດໆ, ພຣະອົງເຫັນໄດ້ຢ່າງຈະແຈ້ງເຖິງຄວາມສຳພັນເຊື່ອມຕໍ່ ແລະ ການເພິ່ງພາເຊິ່ງກັນແລະກັນຂອງທຸກສິ່ງທີ່ມີຊີວິດຢູ່.
ດ້ວຍຜົນສຳເລັດອັນນີ້, ພຣະອົງໄດ້ຕັດສະຮູ້: ພຣະອົງໄດ້ກາຍເປັນພຣະພຸດທະເຈົ້າ. ຮ່າງກາຍຂອງພຣະອົງ, ຄວາມສາມາດໃນການສື່ສານຂອງພຣະອົງ ແລະ ຈິດໃຈຂອງພຣະອົງເປັນອິດສະຫຼະຈາກຂໍ້ຈຳກັດທັງປວງ. ໂດຍຮັບຮູ້ເຖິງຜົນກະທົບຕໍ່ແຕ່ລະຄົນໃນສິ່ງທີ່ພຣະອົງຈະສອນເຂົາ, ບາດນີ້ພຣະອົງກໍສາມາດຊ່ວຍສິ່ງມີຊີວິດທັງໝົດໄດ້ຫຼາຍເທົ່າທີ່ຈະເປັນໄປໄດ້. ແຕ່ ແມ່ນແຕ່ພຣະພຸດທະເຈົ້າ ກໍບໍ່ໄດ້ມີອຳນາດທຸກຢ່າງ. ພຣະພຸດທະເຈົ້າສາມາດສຳແດງບາຣະມີດ້ານບວກໄດ້ແຕ່ຕໍ່ກັບຜູ້ທີ່ເປີດຮັບຄຳສອນຂອງພຣະອົງ ແລະ ຜູ້ທີ່ປະຕິບັດຕາມຢ່າງຖືກຕ້ອງເທົ່ານັ້ນ.
ແລະພຣະພຸດທະເຈົ້າໄດ້ກ່າວວ່າທຸກຄົນສາມາດບັນລຸສິ່ງທີ່ພຣະອົງເຮັດໄດ້; ທຸກຄົນສາມາດເປັນພຣະພຸດທະເຈົ້າໄດ້. ນີ້ແມ່ນຍ້ອນວ່າເຮົາທັງໝົດມີ “ທຳມະຊາດ-ພຣະພຸດທະເຈົ້າ” - ເຊິ່ງເປັນເນື້ອໃນພື້ນຖານທີ່ຈະຊ່ວຍໃຫ້ເຖິງຄວາມເປັນພຣະພຸດທະເຈົ້າໄດ້.
ວິທະຍາສາດທາງສະໝອງ ກ່າວເຖິງຄວາມຢືດຢຸ່ນຂອງສະໝອງ - ໝາຍເຖິງຄວາມສາມາດຂອງສະໝອງໃນການປ່ຽນແປງ ແລະ ສ້າງທາງເດີນປະສາດຂຶ້ນໃໝ່ໄດ້ຕະລອດຊີວິດ. ຕົວຢ່າງ, ເມື່ອສ່ວນໜຶ່ງຂອງສະໝອງທີ່ຄວບຄຸມມືເບື້ອງຂວາຂອງເຮົາຖືກອຳມະພາດ, ການຝຶກບຳບັດສາມາດພາໃຫ້ສະໝອງສ້າງທາງເດີນປະສາດອັນໃໝ່ທີ່ຈະຊ່ວຍເຮົາໃຊ້ມືເບື້ອງຊ້າຍໄດ້. ການຄົ້ນຄວ້າຫວ່າງບໍ່ດົນມານີ້ໄດ້ສະແດງໃຫ້ເຫັນວ່າການທຳສະມາທິ, ເປັນຕົ້ນແມ່ນກ່ຽວກັບຄວາມເຫັນໃຈ, ຍັງສາມາດສ້າງທາງເດີນປະສາດອັນໃໝ່ທີ່ນຳໄປສູ່ຄວາມສຸກ ແລະ ຄວາມສະຫງົບຂອງຈິດໃຈຫຼາຍຂຶ້ນອີກ. ສະນັ້ນ ຄືດັ່ງທີ່ເຮົາເວົ້າກ່ຽວກັບຄວາມຢືດຢຸ່ນຂອງສະໝອງ, ເຮົາກໍສາມາດເວົ້າກ່ຽວກັບຄວາມຢືດຢຸ່ນຂອງຈິດໃຈໄດ້. ຄວາມຈິງທີ່ວ່າຈິດໃຈຂອງເຮົາ, ແລະ ກໍບຸຄະລິກລັກສະນະຂອງເຮົານຳ, ບໍ່ຄົງທີ່ ແລະ ຕາຍຕົວ, ແລະ ສາມາດຖືກກະຕຸ້ນໃຫ້ສ້າງເສັ້ນທາງດ້ານບວກອັນໃໝ່ໄດ້ນັ້ນ ແມ່ນປັດໄຈອັນພື້ນຖານທີ່ສຸດທີ່ຈະຊ່ວຍໃຫ້ເຮົາທັງໝົດກາຍເປັນພຣະພຸດທະເຈົ້າທີ່ຕັດສະຮູ້ໄດ້.
ໃນລະດັບຮ່າງກາຍ, ເມື່ອໃດກໍຕາມທີ່ເຮົາເຮັດ, ເວົ້າ ຫຼື ຄິດສິ່ງໃດທີ່ກໍ່ສ້າງ, ເຮົາຈະສ້າງຄວາມເຂັ້ມແຂງໃຫ້ທາງເດີນປະສາດດ້ານບວກທີ່ຈະເຮັດໃຫ້ມັນງ່າຍ ແລະ ມີທ່າອ່ຽງທີ່ເຮົາຈະເຮັດອັນເກົ່າອີກ. ໃນລະດັບຈິດໃຈ, ພຣະພຸດທະສາສະໜາກ່າວວ່າ ສິ່ງນີ້ຈະສ້າງແຮງ ແລະ ສັກກະຍະພາບດ້ານບວກ. ຍິ່ງເຮົາເສີມສ້າງເຄືອຂ່າຍຂອງແຮງບວກນີ້ຫຼາຍເທົ່າໃດ, ໂດຍສະເພາະເມື່ອເຮົາເປັນປະໂຫຍດຕໍ່ຜູ້ອື່ນ, ມັນກໍຍິ່ງຈະເຂັ້ມແຂງຂຶ້ນເທົ່ານັ້ນ. ແຮງບວກ, ທີ່ແນໃສ່ຄວາມສາມາດທີ່ຈະຊ່ວຍທຸກສິ່ງມີຊີວິດຢ່າງເຕັມທີ່ ຄືດັ່ງພຣະພຸດທະເຈົ້າ, ແມ່ນສິ່ງທີ່ຈະຊ່ວຍໃຫ້ເຮົາບັນລຸເປົ້າໝາຍຂອງການເປັນປະໂຫຍດຕໍ່ທັງປວງ.
ຄ້າຍຄືກັນ, ຍິ່ງເຮົາສຸມໃສ່ການຂາດຫາຍຂອງສິ່ງທີ່ເປັນຈິງທີ່ສອດຄ່ອງກັບມະໂນພາບຄວາມຈິງແບບຜິດໆຂອງເຮົາເທົ່າໃດ, ເຮົາກໍຍິ່ງສ້າງຄວາມອ່ອນແອໃຫ້ທາງເດີນປະສາດເທົ່ານັ້ນ, ທຳອິດແມ່ນການເຊື່ອໃນຄວາມໄຮ້ສາລະທາງຈິດໃຈນີ້ ແລະ ການມະໂນໃສ່ທຸກອັນ. ໃນທີ່ສຸດ, ຈິດໃຈຂອງເຮົາກໍຈະພົ້ນຈາກທາງເດີນຫຼອນໆ ແລະ ເສັ້ນທາງຈິດໃຈເຫຼົ່ານີ້, ແລະ ພົ້ນຈາກເສັ້ນທາງຂອງອາລົມທີ່ລົບກວນ ແລະ ຮູບແບບພຶດຕິກຳຕາມໃຈທີ່ຂຶ້ນກັບສິ່ງເຫຼົ່ານີ້ອີກດ້ວຍ. ເຮົາຈະສ້າງທາງເດີນທີ່ແຂງແກ່ນຂອງຄວາມສຳນຶກຕໍ່ຄວາມເປັນຈິງທີ່ເລິກເຊິ່ງແທນ. ເມື່ອທາງເດີນເຫຼົ່ານີ້ໄດ້ຮັບກຳລັງຈາກແຮງທີ່ຫວັງການຕັດສະຮູ້ທາງຈິດໃຈຂອງພຣະພຸດທະເຈົ້າທີ່ຮູ້ວິທີທີ່ດີທີ່ສຸດທີ່ຈະຊ່ວຍສິ່ງມີຊີວິດທີ່ມີຂີດຈຳກັດທຸກຕົນແລ້ວ, ເຄື່ອຂ່າຍຂອງຄວາມສຳນຶກອັນເລິກເຊິ່ງນີ້ຈະຊ່ວຍເຮົາໃຫ້ບັນລຸຈິດໃຈຂອງພຣະພຸດທະເຈົ້າໄດ້.
ຍ້ອນເຮົາທັງໝົດມີຮ່າງກາຍ, ທີ່ໃຊ້ສື່ສານກັບຜູ້ອື່ນ - ດ້ວຍວາຈາເປັນຫຼັກ - ແລະ ກໍຈິດໃຈ, ເຮົາທັງໝົດມີເຄື່ອງມືທີ່ຈະໃຊ້ບັນລຸຮ່າງກາຍ, ວາຈາ ແລະ ຈິດໃຈຂອງພຣະພຸດທະເຈົ້າໄດ້. ທັງສາມອັນນີ້ກໍເປັນຄືປັດໄຈທຳມະຊາດ-ພຣະພຸດທະເຈົ້າ. ເຮົາທັງໝົດມີຄຸນສົມບັດທີ່ດີໃນລະດັບໜຶ່ງ - ສັນຊາຕະຍານເພື່ອການປົກປ້ອງຊີວິດຂອງເຮົາ, ການຮັກສາເຊື້ອພັນຂອງເຮົາໄວ້, ສັນຊາຕະຍານຂອງເຮົາໃນຄວາມເປັນແມ່ ແລະ ເປັນພໍ່, ແລະ ອື່ນໆ - ລວມເຖິງຄວາມສາມາດທີ່ຈະກະທຳ ແລະ ກະທົບຕໍ່ຜູ້ອື່ນນຳ. ເຫຼົ່ານີ້ກໍເປັນປັດໄຈທຳມະຊາດ-ພຣະພຸດທະເຈົ້າເຊັ່ນກັນ; ມັນແມ່ນເຄື່ອງມືໃຫ້ເຮົາປູກຝັງຄຸນສົມບັດທີ່ດີ, ເປັນຕົ້ນແມ່ນຄວາມຮັກ ແລະ ຄວາມເອົາໃຈໃສ່ທີ່ໄຮ້ຂີດຈຳກັດ, ແລະ ກິດຈະກຳທັດສະຮູ້ຂອງພຣະພຸດທະເຈົ້າ.
ເມື່ອເຮົາວິເຄາະການເຄື່ອນໄຫວຂອງຈິດໃຈເຮົາ, ເຮົາຈະຄົ້ນພົບປັດໄຈທຳມະຊາດ-ພຣະພຸດທະເຈົ້າຕື່ມອີກ. ເຮົາທັງໝົດສາມາດຮັບເອົາຂໍ້ມູນ, ຈັດກຸ່ມໃຫ້ສິ່ງຕ່າງໆທີ່ມີຄຸນລັກສະນະຄ້າຍກັນ, ໄຈ້ແຍກຄວາມແຕກຕ່າງຂອງສິ່ງຕ່າງໆ, ຕອບໂຕ້ກັບສິ່ງທີ່ເຮົາຮັບຮູ້, ແລະ ຮູ້ວ່າສິ່ງຕ່າງໆແມ່ນຫຍັງ. ທາງທີ່ຈິດໃຈຂອງເຮົາເຄື່ອນໄຫວໃນຕອນນີ້ຍັງຈຳກັດຢູ່, ແຕ່ມັນກໍເປັນເຄື່ອງມືຊ່ວຍໃຫ້ບັນລຸຈິດໃຈຂອງພຣະພຸດທະເຈົ້າໄດ້, ບ່ອນທີ່ມັນຈະເຄື່ອນໄຫວໄດ້ຕາມສັກກະຍະພາບອັນສູງສຸດຂອງມັນ.
ສະຫຼຸບ
ເນື່ອງຈາກວ່າເຮົາທັງໝົດມີເຄື່ອງມືໃນການທີ່ຈະກາຍເປັນພຣະພຸດທະເຈົ້າ, ມັນກໍເຫຼືອແຕ່ແຮງບັນດານໃຈ ແລະ ຄວາມພະຍາຍາມອັນບໍ່ລົດລະເທົ່ານັ້ນ ທີ່ຈະຊ່ວຍເຮົາໃຫ້ຕັດສະຮູ້. ຄວາມກ້າວໜ້າຈະບໍ່ເປັນຄືເສັ້ນຊື່: ບາງວັນຈະໄປໄດ້ດີກວ່າ ແລະ ບາງວັນບໍ່ດີປານໃດ; ເສັ້ນທາງສູ່ຄວາມເປັນພຣະພຸດທະເຈົ້າແມ່ນຍາວໄກ ແລະ ບໍ່ງ່າຍ. ແຕ່ຍິ່ງເຮົາເຕືອນຕົນເອງເຖິງປັດໄຈທຳມະຊາດ-ພຣະພຸດທະເຈົ້າຂອງຕົນເທົ່າໃດ, ເຮົາກໍຈະຫຼີກລ່ຽງການທໍ້ຖອຍໃຈເທົ່ານັ້ນ. ເຮົາພຽງແຕ່ຕ້ອງຈື່ໄວ້ວ່າ ມັນບໍ່ໄດ້ມີຫຍັງຜິດໃນທຳມະຊາດຂອງເຮົາ. ເຮົາສາມາດຂ້າມຜ່ານສິ່ງກີດຂວາງທຸກອັນໄດ້ດ້ວຍແຮງບັນດານໃຈດີໆ ທີ່ເຂັ້ມແຂງພໍ ແລະ ໂດຍການປະຕິບັດຕາມວິທີການແບບເປັນຈິງທີ່ປະສົມປະສານຄວາມເຫັນໃຈ ແລະ ປັນຍາໄດ້ຢ່າງຊຳນິຊຳນານ.