ຄວາມສຳຄັນຂອງອົງພຣະດາໄລລາມະຕໍ່ໂລກທັນສະໄໝ

ເຮົາມາເບິ່ງຄວາມສຳຄັນຂອງອົງພຣະດາໄລລາມະໃນໂລກທັນສະໄໝເບິ່ງ. ຖ້າພຣະອົງມີບົດບາດໃດໜຶ່ງ, ກໍຄືຊິຕ້ອງເປັນອັນທີ່ມີຄວາມໝາຍ ແລະ ເປັນປະໂຫຍດຕໍ່ຄົນຫຼາຍເທົ່າທີ່ຈະເປັນໄປໄດ້, ແລະ ບໍ່ພຽງກ່ຽວຂ້ອງກັບແຕ່ຄວາມບັນເທີງ ຫຼື ຄວາມຢາກຮູ້ຢາກເຫັນເທົ່ານັ້ນເພາະເປັນປາກົດການຄ້າຍຄືດາຣາດັງ. ອັນນີ້ບໍ່ແມ່ນສິ່ງທີ່ອົງພຣະດາໄລລາມະເປັນ. ຈຸດປະສົງອັນດຽວໃນຊີວິດຂອງພຣະອົງແມ່ນເພື່ອເປັນປະໂຫຍດຕໍ່ຄົນອື່ນ.

ການບໍລິການຜູ້ອື່ນ

ເຖິງວ່າມີຄົນອື່ນໃນໂລກທີ່ອ້າງວ່າອຸທິດຕົນເພື່ອສະຫວັດດີການຂອງຄົນອື່ນໂດຍສິ້ນເຊີງ, ຜູ້ຂ້າຄິດວ່າສິ່ງທີ່ປະເສີດແທ້ໆ ກ່ຽວກັບທ່ານສົມເດັດ - ປົກກະຕິແລ້ວເຮົາເອີ້ນພຣະອົງແນວນີ້ - ແມ່ນວ່າມີຄວາມຈິງໃຈຢ່າງແທ້ຈິງ. ນີ້ແມ່ນສິ່ງທີ່ຖືກສື່ກັບຜູ້ອື່ນຢ່າງແນ່ນອນເມື່ອຢູ່ຕໍ່ໜ້າພຣະອົງ, ເມື່ອເຂົາເຈົ້າຟັງພຣະອົງ, ແລະ ເມື່ອເຂົາເຈົ້າໄດ້ຮູ້ວ່າພຣະອົງເຮັດຫຍັງແທ້ໆ. ພຣະອົງເວົ້າສະເໝີວ່າມີສາມຈຸດປະສົງສຳຄັນທີ່ພະຍາຍາມສືບຕໍ່ໃນຊີວິດຂອງທ່ານ. ອັນທີໜຶ່ງແມ່ນຈັນຍາບັນທາງໂລກ, ອັນທີສອງແມ່ນຄວາມສາມັກຄີທາງສາສະໜາ, ແລະ ອັນທີສາມແມ່ນການເບິ່ງແຍງສະຫວັດດີການຂອງທິເບດ ແລະ ຊາວທິເບດ, ເພາະນັ້ນເປັນບົດບາດທີ່ພຣະອົງຖືກມອບໝາຍ.

ຈັນຍາທັມ

ທ່ານສົມເດັດມັກເວົ້າໃນຫົວຂໍ້ຂອງຈັນຍາທັມທາງໂລກ ແລະ ຄວາມສາມັກຄີທາງສາສະໜາ, ແລະ ເຫດຜົນສໍາລັບການນີ້ແມ່ນຍ້ອນວ່າໂລກຕ້ອງການຈັນຍາທັມເປັນທີ່ສຸດ. ມີການສໍ້ລາດບັງຫຼວງຫຼາຍ, ຄວາມບໍ່ສັດຊື່ຫຼາຍ, ແລະ ຂາດຄວາມສອດຄ່ອງກັນຫຼາຍຢ່າງຂອງປະຊາຊົນ, ແລະ ທັງໝົດແມ່ນຍ້ອນຂາດຈັນຍາທັມ.

ອົງພຣະດາໄລລາມະມີຈິດໃຈເປີດກວ້າງຕໍ່ໂລກ, ແລະ ເວົ້າ ແລະ ຄິດໃນແງ່ຂອງສິ່ງທີ່ຈະເປັນປະໂຫຍດຕໍ່ຄົນ 7 ຕື້ກວ່າຄົນເທິງໂລກນີ້ສະເໝີ. ໃນປະຊາກອນກຸ່ມນີ້, ມີບາງຄົນທີ່ມີຄວາມເຊື່ອໃນ ສາສະໜາບາງປະເພດ, ແລະ ມີຜູ້ທີ່ບໍ່ເຊື່ອ. ສິ່ງທີ່ຕ້ອງການແມ່ນລະບົບຈັນຍາທັມບາງປະເພດ - ພື້ນຖານດ້ານຈັນຍາທັມ - ທີ່ຈະເປັນທີ່ຍອມຮັບໄດ້ສຳລັບທຸກຄົນ. ອັນນີ້ ທ່ານສົມເດັດເອີ້ນວ່າ "ຈັນຍາທັມທາງໂລກ," ເຊິ່ງບໍ່ໄດ້ໝາຍຄວາມວ່າມັນຂັດກັບສາສະໜາ ຫຼື ລະບົບໃດໜຶ່ງ, ແຕ່ມັນເຄົາຣົບທຸກລະບົບຄວາມເຊື່ອ, ລວມເຖິງຄວາມຕ້ອງການຂອງຜູ້ທີ່ບໍ່ນັບຖື. ພຣະອົງອີງໃສ່ສິ່ງທີ່ທ່ານເອີ້ນວ່າ "ຄຸນຄ່າຂັ້ນພື້ນຖານຂອງມະນຸດ," ແລະ ບາງຄັ້ງ ແທນທີ່ຈະເວົ້າວ່າຫົວຂໍ້ຂອງທ່ານແມ່ນຈັນຍາທັມທາງໂລກ, ຈະເວົ້າວ່າເຖິງເວລາແລ້ວສໍາລັບການສົ່ງເສີມຄຸນຄ່າຂັ້ນພື້ນຖານຂອງມະນຸດ, ເຊິ່ງ ອີງໃສ່ຊີວະສາດ. ຄວາມຮັກ ແລະ ການດູແລຂອງແມ່ທີ່ມີຕໍ່ລູກທີ່ເກີດໃໝ່ນັ້ນເປັນພື້ນຖານ ແລະ ສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບຄົນເທົ່ານັ້ນແຕ່ສັດກໍຄືກັນ: ການດູແລຄົນອື່ນ. ເຮົາເຫັນສິ່ງນີ້ໄດ້ໃນຊີວິດຂອງອົງພຣະດາໄລລາມະເອງ, ເຊິ່ງເປັນເຫດຜົນທີ່ຂໍ້ຄວາມຂອງພຣະອົງນັ້ນຈັບໃຈຫຼາຍ.

ຕາຕະລາງ

ທ່ານສົມເດັດເດີນທາງໄປທົ່ວໂລກດ້ວຍຕາຕະລາງທີ່ບໍ່ເປັນຕາເຊື່ອແທ້ໆ, ໂດຍສະເພາະເມື່ອເຮົາຄິດວ່າໃນປະຈຸບັນ, ໃນປີ 2013, ພຣະອົງມີອາຍຸ 78 ປີ. ພຣະອົງເດີນທາງທ່ອງໂລກເປັນເວລາດົນ, ສ່ວນຫຼາຍຈະພັກຢູ່ບ່ອນໜຶ່ງພຽງມື້ດຽວ. ຕາຕະລາງຂອງພຣະອົງນັ້ນໂຫດຮ້າຍຫຼາຍ. ຜູ້ຂ້າເຄີຍເດີນທາງກັບທ່ານສົມເດັດເປັນຜູ້ຕິດຕໍ່, ເປັນຜູ້ແປ ແລະ ອື່ນໆ, ສະນັ້ນຜູ້ຂ້າຮູ້ວ່າຕາຕະລາງນັ້ນເປັນແນວໃດ. ທຸກວັນຈະມີການບັນຍາຍຫຼາຍຄັ້ງ, ຈາກນັ້ນກໍມີການຖະແຫຼງຂ່າວ ແລະ ການພົບປະສ່ວນຕົວກັບບຸກຄົນ. ພຣະອົງເກືອບບໍ່ມີເວລາສັນເຂົ້າ. ທ່ານຕື່ນຕອນ 3:30 ໂມງທຸກເຊົ້າ, ໂດຍບໍ່ສົນການປ່ຽນເຂດເວລາ ຫຼື ສິ່ງຕ່າງໆ ພວກນີ້, ແລະ ໃຊ້ເວລາປະມານສີ່ຊົ່ວໂມງຝຶກສະມາທິເລິກເຊິ່ງ. ພະລັງຂອງທ່ານນັ້ນເຂັ້ມແຂງຫຼາຍ ແລະ ທ່ານກໍເຕັມໄປດ້ວຍອາລົມຊວນຫົວ ແລະ ຄວາມເປັນຫ່ວງຕໍ່ທຸກຄົນທີ່ກໍາລັງພົບ. ມັນນ່າຕື່ນໃຈແທ້ໆ ທີ່ໄດ້ເຫັນ ແລະ ສັງເກດວ່າ, ບໍ່ວ່າຈະພົບໃຜ, ພຣະອົງຈະດີໃຈແທ້ໆ ທີ່ໄດ້ພົບຄົນນີ້: “ມະນຸດອີກຄົນໜຶ່ງນີ້ເດ, ສຸດຍອດຫຼາຍ!”

ຄວາມຮັກ

ໃນທາງພຣະພຸດທະສາສະໜາ, ເຮົາເວົ້າເຖິງຄວາມຮັກທີ່ອົບອຸ່ນຫົວໃຈເວລາທີ່ເຮົາພົບບາງຄົນນີ້, ມັນເຕີມເຕັມຫົວໃຈຂອງເຮົາດ້ວຍຄວາມອົບອຸ່ນ, ເຮົາມີຄວາມສຸກຫຼາຍທີ່ໄດ້ພົບລາວ ແລະ ເຮົາເປັນຫ່ວງເປັນໄຍໃນສະຫວັດດີພາບຂອງລາວແທ້ໆ. ເຮົາສາມາດເຫັນສິ່ງນີ້ໄດ້ໃນປະຕິສໍາພັນຂອງອົງພຣະດາໄລລາມະກັບທຸກຄົນ, ພຽງແຕ່ຍ່າງຜ່ານຝູງຊົນ ຫຼື ປະມານນັ້ນ, ວິທີທີ່ພຣະອົງເບິ່ງຄົນ ແລະ ວິທີທີ່ໃຫ້ຄວາມສົນໃຈທັງໝົດຕໍ່ແຕ່ລະຄົນທີ່ພຣະອົງເຫັນ. ມັນສື່ໃຫ້ຮູ້ວ່າພຣະອົງສົນໃຈໃນສະຫວັດດີພາບຂອງຄົນອື່ນແທ້ໆ ແລະ ໃນສະຫວັດດີພາບຂອງທຸກຄົນເທົ່າທຽມກັນ. ສະນັ້ນ ແນວຄວາມຄິດທັງໝົດຂອງການສົ່ງເສີມຄຸນຄ່າຂອງມະນຸດ, ຈັນຍາທັມທາງໂລກ, ແມ່ນສິ່ງທີ່ພຣະອົງເຂົ້າໃຈວ່າເປັນປະໂຫຍດທີ່ສຸດສໍາລັບທຸກຄົນ. ພຣະອົງບໍ່ຄິດໃນແບບຄັບແຄບ "ແຕ່ທາງພຸດ" ເທົ່ານັ້ນ. ທ່ານມີຄວາມເປັນຫ່ວງຫຼາຍກ່ຽວກັບວ່າຈະເຮັດແນວໃດເພື່ອນໍາສະເໜີຄໍາສອນໃນລະດັບທາງໂລກໃນລະບົບການສຶກສາທົ່ວໂລກທີ່ຈະສອນໃຫ້ເດັກໄດ້ຮັບປະໂຫຍດຂອງຄວາມຊື່ສັດ ແລະ ຄວາມນ້ຳໃຈ, ແລະ ຄຸນຄ່າພື້ນຖານຂອງມະນຸດອັນອື່ນໆ ທີ່ມີປະໂຫຍດຫຼາຍສູ່ໂລກ.

ຄວາມສາມັກຄີທາງສາສະໜາ

ຄວາມຫຍຸ້ງຍາກຫຼາຍອັນເກີດຂຶ້ນໃນໂລກຍ້ອນການຂັດແຍ້ງລະຫວ່າງກຸ່ມສາສະໜາ. ມີຄວາມບໍ່ໄວ້ວາງໃຈ, ມີຄວາມຢ້ານກົວ, ແລະ ທັງໝົດນີ້ນໍາໄປສູ່ບັນຫາ. ທ່ານສົມເດັດກ່າວວ່າ, ໃນແງ່ຂອງຄວາມສາມັກຄີທາງສາສະໜາ, ສິ່ງທີ່ເຮົາຕ້ອງການຢ່າງແທ້ຈິງແມ່ນການສຶກສາ, ບໍ່ພຽງແຕ່ໃນຈັນຍາທັມທາງໂລກ, ແຕ່ການສຶກສາກ່ຽວກັບກັນ ແລະ ກັນ. ສິ່ງທີ່ເຮົາຢ້ານກົວແທ້ໆ ແມ່ນຄວາມບໍ່ຮູ້ຈັກ, ແລະ ກ່ຽວກັບກຸ່ມ ແລະ ສາສະໜາທີ່ບໍ່ຮູ້ຈັກເຫຼົ່ານີ້, ເຮົາສາຍພາບຈິນຕະນາການ. ພຣະອົງເວົ້າວ່າ, ໃນການສົນທະນາລະຫວ່າງສາສະໜາຫຼາຍແຫ່ງທີ່ທ່ານໄດ້ເຂົ້າຮ່ວມ, ຄົນທັງຫຼາຍໄດ້ເຕົ້າໂຮມກັນ ແລະ ຍິ້ມແຍ້ມແຈ່ມໃສໃຫ້ກັນ ແລະ ກັນ, ແລ້ວກໍຈະມີການພາວະນາ ຫຼື ທຳສະມາທິແບບງຽບໆ. ມັນດີ ແລະ ງາມ, ແຕ່ບໍ່ມີຜົນຫຍັງຫຼາຍ. ພຽງແຕ່ເວົ້າວ່າ, "ເອີ, ເຮົາທັງໝົດເວົ້າກ່ຽວກັບສິ່ງດຽວກັນ, ເຮົາເປັນອັນໜຶ່ງອັນດຽວກັນ," ແລະ ການຊີ້ໃຫ້ເຫັນຄວາມຄ້າຍຄືກັນນັ້ນບໍ່ໄດ້ຊ່ວຍໃຫ້ຮຽນຮູ້ກ່ຽວກັບກັນ ແລະ ກັນເລີຍ.

ໃນເດືອນມິຖຸນາປີນີ້, ທ່ານສົມເດັດໄດ້ພົບປະກັບພຣະອາຈານສູຟີ (Sufi) , ແລະ ພຣະອົງໄດ້ບອກພວກເພິ່ນວ່າຢາກຮຽນຮູ້ກ່ຽວກັບຄວາມແຕກຕ່າງ, ບໍ່ແມ່ນແຕ່ຄວາມຄ້າຍຄືກັນ. ທ່ານເວົ້າວ່າເຮົາບໍ່ຄວນອັບອາຍໃນຄວາມແຕກຕ່າງຂອງເຮົາ, ແຕ່ເຮົາສາມາດຮຽນຮູ້ຈາກມັນໃນວິທີທີ່ສາມາດເປັນປະໂຫຍດຕໍ່ຄວາມພະຍາຍາມຂອງເຮົາໃນການປັບປຸງຕົນເອງ. ທ່ານສົມເດັດກ່າວວ່າທຸກສາສະໜາລ້ວນແຕ່ມີຈຸດປະສົງອັນດຽວກັນ, ເຊິ່ງແມ່ນການເຮັດໃຫ້ຜູ້ທີ່ເຮັດຕາມນັ້ນມີຄວາມຜາສຸກຫຼາຍຂຶ້ນ. ເພື່ອເຮັດສິ່ງນີ້, ກໍມີວິທີການທີ່ແຕກຕ່າງກັນຫຼາຍ, ເຊິ່ງເປັນສິ່ງຈໍາເປັນເພາະວ່າຄົນເຮົາແຕກຕ່າງກັນຫຼາຍ.

ພຣະອົງເວົ້າວ່າ: “ຖ້າເຮົາທັງໝົດພະຍາຍາມສອນລູກສິດໃຫ້ສ້າງຄວາມຮັກ, ຄວາມນ້ຳໃຈ ແລະ ອື່ນໆ, ທ່ານຈະໃຊ້ວິທີໃດ? ເຮົາໃຊ້ວິທີໃດ? ນີ້ແມ່ນສິ່ງທີ່ເຮົາສາມາດຮຽນຮູ້ຈາກທ່ານ, ຄືເບິ່ງຄວາມແຕກຕ່າງ ແລະ ຖືມັນເປັນໂອກາດທີ່ຈະຮຽນຮູ້ສິ່ງໃໝ່. ມັນຈະເປັນການດີທີ່ຈະມີການປະຊຸມຜູ້ປະຕິບັດທັມຢ່າງຈິງຈັງຂອງແຕ່ລະສາສະໜາເພື່ອເຕົ້າໂຮມກັນ ແລະ ແລກປ່ຽນປະສົບການ, ບໍ່ແມ່ນສໍາລັບຜູ້ຊົມ, ແຕ່ກັບກັນ ແລະ ກັນເພື່ອວ່າເຮົາຈະເວົ້າກັບນັກປະຕິບັດທີ່ຈິງຈັງ. ສິ່ງນີ້ຈະເປັນປະໂຫຍດຫຼາຍ.”

ວິທະຍາສາດ

ໃນຂະນະທີ່ຄໍາໝັ້ນສັນຍາຕົ້ນຕໍຂອງທ່ານສົມເດັດແມ່ນເພື່ອຜົນປະໂຫຍດຂອງທຸກຄົນ, ດ້ວຍໜ້າທີ່ຮັບຜິດຊອບສະເພາະຕໍ່ຊາວທິເບດ ແລະ ຄວາມຮັບຜິດຊອບສະເພາະພາຍໃນນິກາຍຂອງພຣະພຸດທະສາສະໜາສາຍທິເບດ, ແຕ່ສິ່ງເຫຼົ່ານີ້ບໍ່ແມ່ນຄວາມສົນໃຈອັນດຽວຂອງພຣະອົງ. ຕັ້ງແຕ່ຍັງນ້ອຍ, ທ່ານໄດ້ສະແດງຄວາມສົນໃຈຢ່າງແຮງຕໍ່ວິທະຍາສາດ, ກົນຈັກ, ແລະ ວິທີການເຮັດວຽກຂອງສິ່ງຕ່າງໆ. ພຣະອົງໄດ້ພົບປະກັບນັກວິທະຍາສາດຕັ້ງແຕ່ຕົ້ນຊຸມປີ 1980, ແລະ ຢາກຮຽນຮູ້ຈາກພວກເຂົາແທ້ໆ.

ພຣະອົງໄດ້ກ່າວວ່າຖ້ານັກວິທະຍາສາດສາມາດສະແດງໃຫ້ເຫັນໄດ້ຢ່າງຖືກຕ້ອງ ສິ່ງທີ່ຂັດກັນກັບສິ່ງທີ່ເຮົາພົບໃນຄໍາສອນຂອງພຣະພຸດທະສາສະໜາ, ເຊັ່ນ ການອະທິບາຍກ່ຽວກັບຈັກກະວານ, ຈັກກະວານເລີ່ມຕົ້ນແນວໃດ, ແລະ ອື່ນໆ, ມັນກໍເໝາະສົມຢ່າງຍິ່ງທີ່ຈະຖິ້ມຄໍາສອນທີ່ກ່ຽວກັບຈຸດນີ້ໄປ. ຄວາມເຂົ້າໃຈທາງວິທະຍາສາດຂອງຕາເວັນຕົກຕໍ່ວິທີການເຮັດວຽກຂອງສະໝອງ, ສານເຄມີຕ່າງໆ ແລະ ອື່ນໆ, ມັນຈະເປັນການປະກອບສ່ວນທີ່ຍິ່ງໃຫຍ່ຕໍ່ຄວາມເຂົ້າໃຈຂອງພຣະພຸດທະສາສະໜາ.

ເຊັ່ນດຽວກັນ, ພຣະພຸດທະສາໜາກໍມີຄວາມຮູ້ອັນໃຫຍ່ຫຼວງທີ່ສາມາດແບ່ງປັນໃຫ້ນັກວິທະຍາສາດ, ຈາກວິທະຍາສາດພຸດ, ຄວາມຮູ້ທາງພຸດ, ແລະ ປັດຊະຍາພຸດ. ຕົວຢ່າງ, ພຣະພຸດທະສາສະໜາມີແຜນທີ່ລະອຽດຫຼາຍກ່ຽວກັບອາລົມ - ວິທີທີ່ໂລກພາຍໃນຂອງອາລົມເຮັດວຽກ, ວິທີການຈັດການກັບອາລົມເຫຼົ່ານີ້ ແລະ ອື່ນໆ. ການວິເຄາະທາງພຸດໃຫ້ພາບລວມທີ່ມີການຈັດຕັ້ງທາງວິທະຍາສາດຫຼາຍ. ສິ່ງນີ້ສາມາດເປັນປະໂຫຍດອັນຍິ່ງໃຫຍ່ຕໍ່ນັກວິທະຍາສາດຕາເວັນຕົກເຊັ່ນກັນ. ຢູ່ໃນວັດ, ທ່ານສົມເດັດໄດ້ຈັດຕັ້ງການສຶກສາວິທະຍາສາດ, ເພີ່ມເຂົ້າໃນຫຼັກສູດສໍາລັບພຣະສົງ. ປຶ້ມແບບຮຽນກ່ຽວກັບວິທະຍາສາດໄດ້ຖືກແປຈາກພາສາອັງກິດເປັນທິເບດ. ໃນທາງນີ້, ພຣະອົງເປີດໃຈຢ່າງບໍ່ເປັນຕາເຊື່ອສໍາລັບຄົນທີ່ເປັນຜູ້ນໍາຂອງສາສະໜາທີ່ສຳຄັນຂອງໂລກ.

ການເຂົ້າຫາສາສະໜາ ແລະ ສາຍອື່ນ

ທ່ານສົມເດັດຢາກເຂົ້າເຖິງໂລກອິດສະລາມ, ແລະ ສະນັ້ນ, ຈິ່ງໄດ້ຊຸກຍູ້ໃຫ້ເອກະສານທາງພຣະພຸດທະສາສະໜາຂອງຜູ້ຂ້າເອງໃຫ້ມີຄໍາສອນພຣະພຸດທະສາສະໜາຂັ້ນພື້ນຖານ ແລະ ຂໍ້ຄວາມທົ່ວໄປກ່ຽວກັບຄ່ານິຍົມພື້ນຖານຂອງມະນຸດ, ຈັນຍາທັມ ແລະ ອື່ນໆ, ແປເປັນພາສາອາຣັບ ແລະ ພາສາອິດສະລາມອື່ນໆ. ສິ່ງນີ້ກຳລັງດຳເນີນຢູ່. ໃນສາມ-ສີ່ປີຜ່ານມາ, ມີການດູຖູກອິດສະລາມຫຼາຍ, ເຊິ່ງເປັນສິ່ງທີ່ໜ້າເສຍດາຍຫຼາຍ. ມັນສໍາຄັນຫຼາຍທີ່ຈະລວມເອົາເຂົາເຈົ້າຢູ່ໃນໂລກ, ແລະ ບໍ່ພຽງແຕ່ແຍກອອກວ່າເປັນໄພ. ເຮົາຍັງຈໍາເປັນຕ້ອງໃຫ້ຄໍາອະທິບາຍທີ່ຊັດເຈນກ່ຽວກັບຄວາມເຊື່ອທາງພຣະພຸດທະສາສະໜາ, ບໍ່ແມ່ນພະຍາຍາມໃຫ້ເຂົາປ່ຽນສາສະໜາ ຫຼື ແນວໃດ, ແຕ່ພຽງແບ່ງປັນຂໍ້ມູນພື້ນຖານ, ຄືທີ່ເຂົາເຈົ້າກໍສາມາດເຮັດໄດ້ກັບເຮົາໄດ້ເຊັ່ນກັນ. ອີກເທື່ອໜຶ່ງ, ການສຶກສາຄືວິທີການສ້າງຄວາມເຂົ້າໃຈ ແລະ ມິດຕະພາບ.

ພາຍໃນພຣະພຸດທະສາສະໜາເອງກໍມີສາຍມະຫາຍານ, ເຊິ່ງປະຕິບັດກັນຢູ່ໃນທິເບດ, ຈີນ, ຍີ່ປຸ່ນ ແລະ ອື່ນໆ, ແລະ ສາຍເຖຣະວາດທີ່ປະຕິບັດກັນຢູ່ໃນອາຊີຕາເວັນອອກສຽງໃຕ້. ແຕ່ໜ້າເສຍດາຍ, ແລະ ບາງທີອາດໜ້າແປກໃຈສໍາລັບຫຼາຍຄົນ, ທັງສອງສາຍນີ້ມີຄວາມຮູ້ກ່ຽວກັບກັນ ແລະ ກັນໜ້ອຍຫຼາຍ. ພຣະອົງໄດ້ມອບໝາຍ ແລະ ສະໜັບສະໜູນພຣະສົງແມ່ຍິງຊາວອາເມຣິກັນຜູ້ໜຶ່ງດຳເນີນການປຽບທຽບຢ່າງລະອຽດ. ສໍາລັບການປະຕິບັດແຕ່ລະອັນ, ໃນສາຍມະຫາຍານເຮັດແນວໃດ, ແລະ ສາຍເຖຣະວາດ ເດ? ອັນນີ້ຈະຖືກແປເປັນພາສາຂອງອາຊີຕາເວັນອອກສຽງໃຕ້ເພື່ອແບ່ງປັນຄວາມຮູ້ທີ່ສໍາຄັນນີ້.

ການບວດແມ່ຍິງ

ໃນຂະນະທີ່ແນ່ນອນວ່າມີພຣະສົງທີ່ໄດ້ຮັບການບວດຢ່າງສົມບູນຢູ່ທິເບດ, ແຕ່ເຊື້ອສາຍການບວດສໍາລັບແມ່ຍິງບໍ່ໄດ້ຂ້າມພູຫິມາໄລຈາກອິນເດຍ. ນີ້ແມ່ນຍ້ອນຫຼາຍສາເຫດ, ຕົ້ນຕໍແມ່ນພູມສັນຖານ; ມັນເປັນເລື່ອງຍາກເກີນໄປໃນສະໄໝບູຮານທີ່ກຸ່ມພຣະສົງແມ່ຍິງອິນເດຍທັງກຸ່ມຈະເດີນທາງດ້ວຍຕີນໄປທິເບດ. ດັ່ງນັ້ນ, ເຊື້ອສາຍຈິ່ງໄດ້ຖືກຕັດຂາດ, ເພາະຕ້ອງມີກຸ່ມພຣະສົງແມ່ຍິງຮອດ 10 ອົງ ຈິ່ງຈະໄດ້ຮັບການບວດໄດ້.

ອີກເທື່ອໜຶ່ງ, ອົງພຣະດາໄລລາມະໄດ້ໃຫ້ການສະໜັບສະໜູນການສຶກສາ ແລະ ໂຄງການເພື່ອເບິ່ງວ່າມັນຈະເປັນໄປໄດ້ແນວໃດທີ່ຈະເລີ່ມຕົ້ນສາຍນີ້ໃໝ່, ເພື່ອໃຫ້ແມ່ຍິງທີ່ຢາກບວດນັ້ນສາມາດປະຕິບັດໄດ້ຕາມປະເພນີຂອງທິເບດ.

“ອາຕະມາກໍເປັນພຽງພຣະຮຽບງ່າຍ”

ຄຸນລັກສະນະອັນໜຶ່ງທີ່ໜ້າຮັກທີ່ສຸດຂອງທ່ານສົມເດັດແມ່ນການທີ່ພຣະອົງເປັນຄົນທີ່ຕິດດິນ ແລະ ຮຽບງ່າຍ, ໂດຍບໍ່ມີການອວດອົ່ງ ຫຼື ຈອງຫອງໃດໆ. ພຣະອົງເວົ້າສະເໝີວ່າ ເປັນພຽງພຣະສົງຮຽບງ່າຍ, ເປັນຄົນທຳມະດາຄືຄົນອື່ນ. ພຣະອົງເວົ້າວ່າ: “ທຸກຄັ້ງທີ່ອາຕະມາພົບກັບຄົນ ອາຕະມາຖືວ່າລາວກໍເປັນຄົນອີກຄົນອື່ນ. ການສື່ສານຂອງເຮົາແມ່ນມະນຸດກັບມະນຸດ, ບໍ່ແມ່ນອົງພຣະດາໄລລາມະກັບບຸກຄົນທົ່ວໄປ. ບໍ່ແມ່ນຄົນທິເບດກັບຄົນຕ່າງປະເທດ. ບໍ່ແມ່ນຄວາມແຕກຕ່າງຂັ້ນສອງເຫຼົ່ານີ້, ແຕ່ໃນລະດັບພື້ນຖານນີ້: ເຮົາທັງໝົດແມ່ນມະນຸດ."

ພຣະອົງຢາກແກ້ຄວາມເພີ້ຝັນຕ່າງໆ ທີ່ຄົນອາດມີທີ່ວ່າພຣະອົງເປັນພຣະເຈົ້າ, ກະສັດ, ຫຼື ມີພະລັງວິເສດ. ເມື່ອພຣະອົງໄປຢູ່ຕໍ່ໜ້າຜູ້ຊົມກຸ່ມໃຫຍ່, ຫຼາຍສິບພັນຄົນ, ພຣະອົງຮູ້ສຶກສະບາຍໆ, ຄືຢູ່ເຮືອນ. ຖ້າພຣະອົງຮູ້ສຶກຄັນ, ພຣະອົງກໍຈະເກົາ, ຄືກັບຄົນທົ່ວໄປ. ພຣະອົງບໍ່ກັງວົນກັບຕົນເອງ ແລະ ບໍ່ພະຍາຍາມສະແດງນຳໃຜ. ຖ້າພຣະອົງໄປພົບປະທານາທິບໍດີຂອງບາງປະເທດ ແລະ ພຣະອົງກຳລັງໃສ່ເກີບຢາງຢູ່, ນັ້ນກໍແມ່ນສິ່ງພຣະອົງຈະໃສ່ໄປ. ພຣະອົງບໍ່ຢາກ ແລະ ບໍ່ພະຍາຍາມທີ່ຈະໃຫ້ໃຜປະທັບໃຈ.

ອາລົມຊວນຫົວ

ວິທີທີ່ທ່ານສົມເດັດສາມາດເວົ້າໃນແບບທີ່ຊວນຫົວນັ້ນໜ້າອັດສະຈັນແທ້ໆ, ແບບທີ່ຄົນອື່ນເຮັດບໍ່ໄດ້. ຄັ້ງໜຶ່ງ ພຣະອົງໄດ້ໄປບັນຍາຍ ແລະ ບ່ອນທີ່ພຣະອົງນັ່ງນັ້ນແມ່ນຕັ່ງທີ່ບໍ່ສະບາຍທີ່ສຸດ. ໃນຕອນທ້າຍ, ພຣະອົງໄດ້ກ່າວຕໍ່ຄະນະຈັດຕັ້ງ ແລະ ຜູ້ເຂົ້າຟັງເຊັ່ນດຽວກັນວ່າ ການຈັດງານທັງໝົດແມ່ນດີເລີດ, ຍົກເວັ້ນຄັ້ງຕໍ່ໄປຂໍເອົາບ່ອນນັ່ງທີ່ດີກວ່ານີ້ແດ່ ເພາະອັນນີ້ມັນບໍ່ສະບາຍແທ້ໆ! ພຣະອົງເວົ້າໃນແບບເບົາໆ, ດ້ວຍຄວາມເມດຕາ, ຈົນບໍ່ມີໃຜຖື, ອັນທີ່ຈິງທຸກຄົນພາກັນຫົວ. ພຣະອົງກໍຍັງສາມາດດ່າຄົນໄດ້ໃນທຳນອງດຽວກັນ.

ການເຂົ້າພົບກັບວາສລາຟ໌ ຮາແວລ໌

ຜູ້ຂ້າໄດ້ຢູ່ກັບທ່ານສົມເດັດໃນເວລາທີ່ໄດ້ຖືກເຊີນໂດຍວາສລາຟ໌ ຮາແວລ໌ (Vaclav Havel), ປະທານາທິບໍດີຄົນແຣກຂອງສາທາລະນະລັດເຊັກ (Czech Republic), ໃນເວລາທີ່ຍັງເປັນປະເທດເຊັກໂກສະໂລວາເກຍ. ດາຣາຣັອກ, ແຟຣັງ ຊັບປາ (Frank Zappa) ເປັນຄົນທໍາອິດທີ່ໄດ້ຮັບເຊີນ, ແຕ່ທີສອງແມ່ນທ່ານສົມເດັດ. ຮາແວລ໌ຢາກໃຫ້ພຣະອົງສອນລາວ ແລະ ຄະນະລັດຖະບານກ່ຽວກັບວິທີການທຳສະມາທິ, ເພາະ ລາວເວົ້າວ່າ: "ພວກເຮົາບໍ່ມີປະສົບການ, ເຮົາບໍ່ຮູ້ວ່າຈະບໍລິຫານລັດຖະບານແນວໃດ. ເຮົາທຸກຄົນມີຄວາມກົດດັນ ແລະ ເຮົານອນບໍ່ໄດ້. ກະລຸນາສອນວິທີສະຫງົບຈິດໃຈໃຫ້ເຮົາໄດ້ບໍ? ຖ້າບໍ່ດັ່ງນັ້ນເຮົາຈະບໍ່ສາມາດຄຸ້ມຄອງລັດຖະບານຂອງປະເທດໃໝ່ໄດ້.”

ວາສລາຟ໌ ຮາແວລ໌ ເປັນຄົນຕິດດິນຫຼາຍ, ແລະ ລາວໄດ້ນິມົນທ່ານສົມເດັດ ແລະ ເຊີນລັດຖະມົນຕີທັງໝົດໄປພຣະລາຊະວັງລະດູຮ້ອນ, ເຊິ່ງເປັນປາສາດໃຫຍ່ຢູ່ນອກຕົວເມືອງປຣາກ (Prague). ລາວເອງກໍບໍ່ມາບ່ອນນີ້ຈັກເທື່ອ; ມັນໃຫຍ່ຫຼາຍ ແລະ ທຸກຄົນຕ່າງກໍ່ຫຼົງທາງເວລາຍ່າງຜ່ານຫ້ອງໂຖງ. ເພິ່ນໄດ້ກ່າວຢ່າງສະບາຍໆ ກັບອົງພຣະດາໄລລາມະວ່າ: “ອັນນີ້ເຄີຍເປັນເຮືອນໂສເພນີຂອງພວກຜູ້ນຳຄອມມູນິດ.” ນັ້ນບໍ່ແມ່ນພາສາທຳມະດາທີ່ເຮົາຈະໃຊ້ເພື່ອເວົ້າກັບອົງພຣະດາໄລລາມະ, ແຕ່ລາວຕິດດິນແຮງແບບນັ້ນ. ຈາກນັ້ນ, ທຸກຄົນ, ລວມທັງອົງພຣະດາໄລລາມະ, ກໍໄດ້ນັ່ງລົງເທິງພື້ນຂອງຫ້ອງໃຫຍ່ໜຶ່ງ. ຮາແວລ໌ ແລະ ລັດຖະມົນຕີຂອງລາວທຸກຄົນນຸ່ງຊຸດກັນເຫື່ອ, ແລະ ທ່ານສົມເດັດໄດ້ສອນການຫັນໃຈຂັ້ນພື້ນຖານ ແລະ ການທຳສະມາທິກ່ຽວກັບພະລັງໃຫ້ເຂົາເຈົ້າເພື່ອເຮັດໃຫ້ສະຫງົບ.

ບາດນີ້, ປົກກະຕິແລ້ວທ່ານສົມເດັດຈະບໍ່ສັນເຂົ້າກາງຄືນ, ເພາະພຣະອົງປະຕິບັດຕາມພຣະວິໄນຢ່າງເຂັ້ມງວດ. ແຕ່ພຣະອົງກໍມີຄວາມຢືດຢຸ່ນ, ແລະ ປະທານຮາແວລ໌ກໍໄດ້ກຽມອາຫານຄ່ຳຢູ່ທີ່ພຣະລາຊະວັງ. ການສົນທະນານັ້ນເປັນພາສາອັງກິດ ແລະ ສິ່ງທີ່ໜ້າສັງເກດແມ່ນວິທີທີ່ອົງພຣະດາໄລລາມະໄດ້ຕຳໜິຕິຕຽນຮາແວລ໌, ຜູ້ທີ່ສູບຢາກອກຕໍ່ກອກ. ລາວໄດ້ສູບຢາຢູ່ທີ່ນັ້ນໂດຍມີທ່ານສົມເດັດຢູ່ຂ້າງ; ນັ້ນເປັນສິ່ງທີ່ບໍ່ໄດ້ເລີຍ. ເຖິງຈະເປັນປະທານາທິບໍດີຂອງປະເທດ, ທ່ານສົມເດັດກໍຮູ້ສຶກສະບາຍທີ່ຈະຕຳໜິລາວ, ໂດຍກ່າວວ່າ: “ທ່ານສູບຢາຫຼາຍເກີນໄປ. ມັນຈະເຮັດໃຫ້ທ່ານເຈັບປ່ວຍ ແລະ ເຮັດໃຫ້ທ່ານເປັນມະເຣັງ, ສະນັ້ນ ທ່ານຕ້ອງຫຼຸດລົງແດ່!” ນີ້ແມ່ນຄວາມເມດຕາຂອງທ່ານສົມເດັດແທ້ໆ. ຮາແວລ໌ໄດ້ເປັນມະເຣັງປອດໃນເວລາຕໍ່ມາແທ້. ອັນນີ້ເປັນພຽງຕົວຢ່າງໜຶ່ງທີ່ວ່າສິ່ງທີ່ທ່ານສົມເດັດຫ່ວງນັ້ນແມ່ນວ່າອັນໃດທີ່ຈະເປັນປະໂຫຍດຕໍ່ຄົນອື່ນ, ບໍ່ແມ່ນວ່າເຂົາເຈົ້າຈະຄິດແນວໃດກັບພຣະອົງ.

ສະຕິປັນຍາ ແລະ ຄວາມຈື່ຈຳ

ທ່ານສົມເດັດເປັນຄົນທີ່ມີສະຕິປັນຍາຫຼາຍທີ່ສຸດທີ່ຜູ້ຂ້າເຄີຍພົບມາແທ້ໆ. ພຣະອົງມີຄວາມຊົງຈໍາຄືກັບຮູບຖ່າຍທີ່ສຸດ. ເວລາພຣະອົງສອນ, ມີຄວາມຊໍານານໃນຫຼັກຄໍາສອນຂອງພຣະພຸດທະສາສະໜາຫຼາຍກວ່າພຣະອາຈານອົງໃດໃນທຸກສາຍ. ພຣະອົງສາມາດອ້າງອີງຈາກທຸກຕຳຣາ. ໃນການຝຶກ ຊາວທິເບດຈະທ່ອງຈໍາເນື່ອໃນຂອງຕຳຣາທີ່ສໍາຄັນທີ່ເພິ່ນສຶກສາເອົາ, ອາດເປັນ 1,000 ໜ້າ ຫຼື ປະມານນັ້ນ, ແຕ່ ອົງພຣະດາໄລລາມະ, ມັນບໍ່ໜ້າເຊື່ອຈຳນວນບົດວິຈານທັງໝົດທີ່ພຣະອົງຈື່ໄດ້. ໃນເວລາທີ່ພຣະອົງສອນ, ຈະຍົກຈາກບົດນີ້ໜ້ອຍໜຶ່ງ, ຈາກບົດນັ້ນໜ້ອຍໜຶ່ງ; ມັນຍາກຫຼາຍທີ່ຈະເຮັດໄດ້ແນວນັ້ນ. ນີ້ແມ່ນວິທີທີ່ຄວາມຈໍາຂອງພຣະອົງເຮັດວຽກ, ແລະ ມັນເປັນເຄື່ອງໝາຍຂອງສະຕິປັນຍາອັນຍິ່ງໃຫຍ່: ຄວາມສາມາດເອົາສິ່ງຕ່າງໆ ຮວມເຂົ້າກັນ ແລະ ເບິ່ງວ່າມັນເຂົ້າກັນໄດ້ແນວໃດ, ສັງເກດໂຄງຮ່າງ. ຄົນຄືໄອສໄຕນ໌ຄິດໄລ່ສູດ e=mc2 ໄດ້ແນວໃດ? ມັນມາຈາກການສາມາດເຮັດໃຫ້ສິ່ງຕ່າງໆ ທຸກປະເພດຮວມເຂົ້າກັນ ແລະ ຊອກຫາຮູບແບບ. ທ່ານສົມເດັດສາມາດເຮັດສິ່ງນີ້ໄດ້ດ້ວຍຄວາມຮູ້ອັນໃຫຍ່ຫຼວງກ່ຽວກັບຕຳຣາຕ່າງໆ ຂອງທິເບດ.

ຄວາມຈໍາດັ່ງຖ່າຍຮູບຂອງພຣະອົງນັ້ນບໍ່ພຽງແຕ່ໃຊ້ກັບຕຳຣາເທົ່ານັ້ນ, ແຕ່ຍັງໃຊ້ກັບຄົນອີກ, ດັ່ງທີ່ໄດ້ສະແດງໃຫ້ເຫັນຕໍ່ໜ້າຜູ້ຂ້າຫຼາຍຄັ້ງ. ຜູ້ຂ້າໄດ້ຢູ່ທີ່ນັ້ນໃນເວລາທີ່ພຣະອາວຸໂສອົງໜຶ່ງໄດ້ມາຈາກທິເບດເພື່ອຢາມທັມສາລາ (Dharamsala), ແລະ ເມື່ອທ່ານສົມເດັດໄດ້ເຫັນພຣະສົງອົງນັ້ນກໍເວົ້າວ່າ: “ໂອ້! ເຮົາຈື່ທ່ານ. ເມື່ອສາມສິບປີກ່ອນໃນການເດີນທາງຂອງເຮົາໄປປະເທດອິນເດຍ ເຮົາໄດ້ຢຸດຢູ່ທີ່ວັດຂອງທ່ານ ແລະ ມີພິທີບາງຢ່າງດຳເນີນ. ທ່ານຕ້ອງໄດ້ຍົກຂັນບູຊາໄວ້ ແລະ ເຮົາຈື່ໄດ້ວ່າມັນໜັກຫຼາຍ ແລະ ມັນຍາກແທ້ໆ ທີ່ທ່ານຈະຍົກມັນໄວ້ໄດ້ຕະຫຼອດພິທີ. ທ່ານຈື່ບໍ່?" ມັນອ່າວບໍ່ໜ້າເຊື່ອ. ພຣະອາຈານຫຼັກຂອງຜູ້ຂ້າ, ພຣະເຊີກົງຣິນໂປເຊ, ເຄີຍເປັນພຣະອາຈານຫຼັກຂອງທ່ານສົມເດັດ, ແລະ ເພິ່ນເຄີຍເວົ້າວ່າຕອນຍັງນ້ອຍ, ພຣະອົງມີແຕ່ຖືກສອນເທື່ອດຽວກໍແລ້ວ. ພຣະອົງຈະເຂົ້າໃຈ ແລະ ຈື່ທັນທີ.

ຜົນສຳເລັດ

ນີ້ແມ່ນບຸກຄົນທີ່ເປັນໜຶ່ງໃນຄົນທີ່ໂດດເດັ່ນທີ່ສຸດຂອງຍຸກສະໄໝຂອງເຮົາ, ແລະ ຄວາມສຳຄັນຂອງພຣະອົງແມ່ນຫຍັງ? ມັນແມ່ນອັນນີ້: ເບິ່ງສິ່ງທີ່ສາມາດສໍາເລັດໄດ້ໃນຖານະມະນຸດ. ແນ່ນອນ, ພຣະອົງເວົ້າວ່າຕ້ອງເຮັດວຽກໜັກຫຼາຍເພື່ອພັດທະນາຕົນເອງ, ແຕ່ເຮົາທຸກຄົນກໍສາມາດເຮັດໄດ້ຄືກັນ. ເບິ່ງວິທີທີ່ພຣະອົງຈັດການກັບບັນຫາ. ລອງຈິນຕະນາການເບິ່ງວ່າຈະເປັນແນວໃດຖ້າເຮົາຖືກຖືວ່າເປັນສັດຕູສາທາລະນະອັນດັບໜຶ່ງໂດຍຄົນຫຼາຍກວ່າໜຶ່ງຕື້ຢູ່ໃນໂລກ. ແຕ່ທ່ານສົມເດັດພຽງແຕ່ຫົວ ເພາະຮູ້ວ່າມັນບໍ່ແມ່ນຄວາມຈິງ, ພຣະອົງບໍ່ມີເຂົາຢູ່ເທິງຫົວ. ແຕ່ເຈົ້າຈະຮັບມືກັບການຖືກໃສ່ຮ້າຍປ້າຍສີວ່າເປັນອະສູນໃນຜ້າພະສົງໄດ້ແນວໃດ?

ພຣະອົງບໍ່ຊຶມເສົ້າອີກ, ບໍ່ເຄີຍເລີຍ. ພຣະອົງເວົ້າວ່າບໍ່ເຄີຍປະສົບກັບມັນ, ແລະ ມັນອ່າວຍາກທີ່ຈະເຂົ້າໃຈ. ຜູ້ຂ້າຈື່ເວລາທີ່ພຣະອົງຍອມຮັບວ່າບໍ່ເຄີຍໄດ້ຍິນ ຫຼື ຄິດກ່ຽວກັບແນວຄິດທີ່ວ່າມີຄົນທີ່ມີຄວາມນັບຖືຕົນເອງຕ່ໍາ ຫຼື ກຽດຊັງຕົນເອງ. ພຣະອົງບໍ່ເຄີຍພົບ ຫຼື ປະສົບກັບມັນເລີຍດ້ວຍຕົນເອງ.

ພຣະອົງຍັງຄົງເບິ່ງໂລກໃນແງ່ດີຫຼາຍ, ແຕ່ກໍຮັບມືກັບຄວາມເປັນຈິງຂອງສະຖານະການໃນເວລາດຽວກັນ. ກັບສະຖານະການທີ່ເຮົາມີໃນປະຈຸບັນ, ພຣະອົງເວົ້າວ່າ: "ບັນຫາຂອງໂລກໄດ້ຖືກສ້າງຂຶ້ນໂດຍມະນຸດ, ກໍສາມາດກໍາຈັດໄປໄດ້ໂດຍມະນຸດເຊັ່ນກັນ." ພຣະອົງພະຍາຍາມປະກອບສ່ວນເຂົ້າໃນການກໍາຈັດມັນໂດຍການສົ່ງເສີມຄ່ານິຍົມພື້ນຖານຂອງມະນຸດ, ນໍາເອົາຈັນຍາທັມເຂົ້າໃນການສຶກສາຂອງເດັກ, ແລະ ພະຍາຍາມສ້າງຄວາມສາມັກຄີທາງສາສະໜາລະຫວ່າງວັດທະນະທໍາ ແລະ ສາສະໜາຕ່າງໆ. ໃນຂະນະທີ່ຮັກສາຄວາມຖ່ອມຕົວຢ່າງສົມບູນ ແລະ ທັດສະນະຄະຕິທີ່ຕິດດິນ, ພຣະອົງກໍາລັງເຮັດວຽກຢ່າງຈິງຈັງເພື່ອສະຫວັດດີພາບຂອງໂລກທັງໝົດ. ນີ້ແມ່ນສິ່ງທີ່ໜ້າຮັກຫຼາຍ. ນອກນັ້ນຍັງມີຄວາມຊວນຫົວ ແລະ ພະລັງງານທີ່ບໍ່ໜ້າເຊື່ອຂອງພຣະອົງອີກ, ແລະ ມັນກໍເປັນເລື່ອງທີ່ໜ້າງຶດງໍ້ແທ້.

ເລຂາ ແລະ ທີ່ປຶກສາຂອງພຣະອົງບອກສະເໝີວ່າຕ້ອງພັກຜ່ອນແດ່ ແລະ ບໍ່ເດີນທາງຫຼາຍ. ເວລາທີ່ພຣະອົງເດີນທາງ, ທຸກນາທີແມ່ນເຕັມໄປດ້ວຍການປະຊຸມຫຼາຍສິບຄັ້ງຕໍ່ມື້, ເດີນທາງດ້ວຍຍົນເກືອບທຸກມື້. ແຕ່ພຣະອົງເວົ້າສະເໝີວ່າ: “ບໍ່. ໃນຂະນະທີ່ອາຕະມາມີກຳລັງທີ່ຈະເຮັດສິ່ງນີ້, ຈະເດີນທາງແບບນີ້, ເພາະມັນເປັນປະໂຫຍດຕໍ່ຄົນອື່ນ.”

ສິ່ງສຳຄັນແມ່ນວ່າພຣະອົງໃຫ້ຄວາມຫວັງແກ່ເຮົາ. ພຣະອົງຈິງໃຈ ແລະ ເຮັດວຽກໜັກຫຼາຍ. ເມື່ອເວົ້າເຖິງການພັດທະນາຂອງມະນຸດ, ພຣະອົງເວົ້າໃນແງ່ມຸມທີ່ແທ້ຈິງ ແລະ ສາມາດບັນລຸໄດ້ແທ້ ເຊັ່ນ: ການສຶກສາ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຈັນຍາທັມ. ນີ້ບໍ່ແມ່ນວິທີການມະຫັດສະຈັນ; ມັນເປັນສິ່ງທີ່ເຮົາສາມາດເຮັດໄດ້ແທ້. ເມື່ອພຣະອົງມາປະເທດເຮົາ, ຫຼື ເມືອງເຮົາ, ມັນກໍເປັນໂອກາດທີ່ປະເສີດ ແລະ ຄຸ້ມຄ່າທີ່ສຸດທີ່ຈະໄດ້ສໍາຜັດກັບອົງສົມເດັດພຣະດາໄລລາມະ.

ຖາມຕອບ

ທ່ານສົມເດັດປະສົມການຈັດການໜ້າທີ່ທາງສາສະໜາ, ກັບສິ່ງອື່ນ ເຊັ່ນ ການຈັດການຊີວິດຂອງຊາວອົບພະຍົບໄດ້ແນວໃດ?

ພຣະອົງບໍ່ພຽງແຕ່ມີສ່ວນຮ່ວມໃນການສຶກສາຫຼາຍອັນ ແລະ ການປະຕິບັດສະມາທິຫຼາຍຢ່າງ, ແຕ່ຍັງເປັນຫົວໜ້າບໍລິຫານກາງຂອງທິເບດ (Central Tibetan Administration) ສໍາລັບຊຸມຊົນທິເບດທີ່ຖືກເນລະເທດອີກ. ດ້ວຍຄວາມກ້າຫານ ແລະ ສະຕິປັນຍາ, ໂດຍເລັງເຫັນການໄກ, ພຣະອົງໄດ້ສະຫຼະຕຳແໜ່ງນັ້ນ, ແລະ ໄດ້ຕັ້ງຫົວໜ້າທີ່ຖືກເລືອກຢ່າງປະຊາທິປະໄຕແທນ, ທີ່ຮູ້ຈັກກັນໃນນາມສີກຍອງ (Sikyong). ແຕ່ກ່ອນໜ້ານັ້ນຫຼາຍປີ, ພຣະອົງເປັນຜູ້ຮັບຜິດຊອບ ແລະ ຈັດຕັ້ງ ແລະ ເບິ່ງແຍງຄວາມພະຍາຍາມທັງໝົດໃນການຕັ້ງຖິ່ນຖານຊາວອົບພະຍົບ, ຟື້ນຟູຫຼາຍສະຖາບັນອົບພະຍົບ, ແລະ ອື່ນໆ. ຍຸທະສາດຕົ້ນຕໍຂອງພຣະອົງ ແມ່ນເປັນຕົວຈິງຫຼາຍ, ໂດຍບໍ່ໄດ້ຄິດວ່າ, "ໂອ້, ນີ້ແມ່ນຫຼາຍໂພດ, ເຮົາເຮັດບໍ່ໄດ້ດອກ, ມັນເປັນໄປບໍ່ໄດ້," ແຕ່ຈະກ້າວໄປດ້ວຍວິທີການທີ່ມີການຈັດຕັ້ງຫຼາຍ. ດ້ວຍສະຕິປັນຍາ ແລະ ຄວາມຈໍາທີ່ບໍ່ໜ້າເຊື່ອ, ພຣະອົງສາມາດຕິດຕາມໂຄງການຕ່າງໆ ພາຍໃຕ້ການດູແລຂອງທ່ານ, ແລະ ຮູ້ວິທີການມອບໝາຍວຽກຕ່າງໆ. ພຣະອົງພຽງແຕ່ເຮັດສິ່ງທີ່ຈໍາເປັນ; ມັນບໍ່ແມ່ນເລື່ອງໃຫຍ່ສໍາລັບທ່ານ.

ຜູ້ຂ້າມັກເວົ້າຢອກວ່າລະບົບກາລະຈັກ (Kalachakra) ມີປະໂຫຍດຫຼາຍສຳລັບການຝຶກເຮັດສິ່ງຕ່າງໆ ທີ່ຫຼາກຫຼາຍຢ່າງມະຫາສານ. ໃນມົນທົນກາລະຈັກ ເຮົາຕ້ອງນຶກພາບ 722 ຮູບ, ແລະ ບາງທີພຣະອົງອາດເປັນໜຶ່ງໃນຈໍານວນໜ້ອຍທີ່ສາມາດເຮັດແນວນັ້ນໄດ້. ການຄິດເຖິງຕົນເອງໂດຍຜ່ານລະບົບການປະຕິບັດນີ້ ໃນວິທີການທີ່ສັບຊ້ອນຢ່າງຍິ່ງ, ແລ້ວຈາກນັ້ນ ໃນເວລາທີ່ວຽກງານ ຫຼື ບັນຫາໃໝ່ເຂົ້າມາ, ມັນກໍຈະເປັນພຽງສິ່ງເລັກນ້ອຍເທົ່ານັ້ນ. ເຮົາຈະບໍ່ຢ້ານຫຍັງ, ເຮົາຈະບໍ່ເຮັດໃຫ້ມັນເປັນເລື່ອງໃຫຍ່.

ຊີວິດນັ້ນຊັບຊ້ອນ ແລະ ຊີວິດຂອງບາງຄົນກໍຊັບຊ້ອນກວ່າຄົນອື່ນ. ແຕ່ແທນທີ່ຈະຢ້ານມັນ, ເປັນຫຍັງບໍ່ຍອມຮັບມັນ? ຍິ່ງຫຼາຍຍິ່ງດີ! ເຊັ່ນດຽວກັນກັບເວັບໄຊທ໌ຂອງຜູ້ຂ້າ, ເຮັດວຽກກັບ 21 ພາສາ - ບໍ່ເປັນເລື່ອງໃຫຍ່, ເຮົາສາມາດເຮັດໄດ້. ເຮົາສາມາດເພີ່ມຕື່ມອີກຖ້າເຮົາຕ້ອງການ, ຊິເປັນຫຍັງ? ນີ້ເປັນໂຄງການນ້ອຍເມື່ອທຽບກັບສິ່ງທີ່ອົງພຣະດາໄລລາມະຮັບມືຢູ່. ແຕ່ມັນສະແດງເຖິງຄວາມເປັນໄປໄດ້. ບໍ່ມີການຈົ່ມ, ບໍ່ມີ "ຕາດູຕົນຂ້ອຍເດ." ດັ່ງທີ່ແມ່ຂອງຜູ້ຂ້າມັກເວົ້າວ່າ: "ຢືດຂຶ້ນ ແລະ ລົງ." ເຮັດໂລດ!

ທ່ານສາມາດອະທິບາຍໄດ້ບໍວ່າເປັນຫຍັງອົງພຣະດາໄລລາມະຈິ່ງຖືກເອີ້ນວ່າທ່ານສົມເດັດ (His Holiness), ທັງທີ່ພຣະອົງເອງເນັ້ນວ່າເປັນມະນຸດທຳມະດາຊື່ໆ?

ເອີ, ອົງພຣະດາໄລລາມະບໍ່ໄດ້ເອີ້ນຕົນເອງວ່າທ່ານສົມເດັດ. ຜູ້ຂ້າບໍ່ຮູ້ວ່າມັນເລີ່ມໄດ້ແນວໃດ; ບາງທີມັນອາດຖືກເອົາມາຈາກຕຳແໜ່ງທາງສາສະໜາຄຣິສທ໌, ແລະ ມັນຕິດປາກໃນພາສາອັງກິດ. ຄົນພຽງແຕ່ໃຊ້ມັນເປັນການສະແດງຄວາມເຄົາຣົບ, ຄືກັບ "ພຣະເຈົ້າຂ້າ" ສໍາລັບກະສັດ. ໃນພາສາທິເບດມີຄຳແທນນາມຫຼາຍຢ່າງທີ່ຖືກໃຊ້ເພື່ອກ່າວເຖິງພຣະອາຈານຂອງເຮົາ, ແລະ ກໍມີອັນພິເສດທີ່ສະຫງວນໄວ້ສໍາລັບອົງພຣະດາໄລລາມະ, ແຕ່ບໍ່ມີອັນໃດທີ່ແປວ່າ "ທ່ານສົມເດັດ" (“His Holiness”). ມັນໄດ້ກາຍເປັນພຽງຂໍ້ປະຕິບັດທີ່ງ່າຍທີ່ຄົນໄດ້ຮັບເອົາມາໃຊ້, ແລະ ພຣະອົງກໍບໍ່ສາມາດເຮັດໃຫ້ຄົນຢຸດການເອີ້ນວ່າແນວນັ້ນໄດ້. ແຕ່ແນ່ນອນວ່າພຣະອົງບໍ່ເຄີຍຢາກໃຫ້ຄົນບູຊາທ່ານຄືກັບພຣະເຈົ້າ.

ໃນຖານະທີ່ທ່ານຮູ້ພາສາທິເບດ, ບາງທີທ່ານອາດແນະນໍາຄຳອື່ນໃນພາສາອັງກິດທີ່ເໝາະສົມກວ່າ?

ຕຳແໜ່ງຕົ້ນຕໍທີ່ໃຊ້ສໍາລັບພຣະອົງແມ່ນ "ຄຸນດຸນ," ເຊິ່ງໝາຍເຖິງ "ການປະກົດຕົວອັນສູງສົ່ງ." ຄວາມຈິງມັນຍາກທີ່ຈະແປເປັນພາສາອື່ນ, ແຕ່ມັນໝາຍຄວາມວ່າພຣະອົງກັບຊາດມາເກີດ ແລະ ເປັນຕົວແທນຂອງຄຸນລັກສະນະທີ່ດີທັງໝົດຂອງຜູ້ທີ່ມີການພັດທະນາສູງສຸດ. ເຮົາຢູ່ໜ້າຜູ້ທີ່ມີຄວາມບັນລຸສູງຢ່າງຍິ່ງ. ອັນທີ່ຈິງ ຜູ້ຂ້າໄດ້ພະຍາຍາມສະເໜີເລື່ອງນີ້, ແຕ່ບໍ່ມີໃຜສົນໃຈ!

ສະຫຼຸບ

ບາງຄົນຖືວ່າພຣະອົງເປັນຜູ້ນຳທາງສາສະໜາຂອງເຂົາເຈົ້າ, ຄົນອື່ນຖືວ່າພຣະອົງເປັນດາຣາດັງ. ແລະກໍມີຄົນທີ່ຄິດວ່າພຣະອົງເປັນ “ໝາປ່າໃນຊຸດແກະ.” ຄວາມຈິງແລ້ວ ອົງພຣະດາໄລລາມະເຮັດວຽກຢ່າງບໍ່ຮູ້ອິດເມື່ອຍເພື່ອປະໂຫຍດຂອງຄົນອື່ນ ແລະ ເພື່ອສັນຕິພາບຂອງໂລກ ໂດຍຜ່ານການສົ່ງເສີມຈັນຍາທັມທາງໂລກ ແລະ ຄວາມສາມັກຄີທາງສາສະໜາ. ໃນຖານະເປັນຕົວແທນຂອງຄວາມເມດຕາ, ຄວາມເຫັນໃຈ ແລະ ປັນຍາ, ພຣະອົງຊົງດົນໃຈເຮົາ, ສະແດງໃຫ້ເຮົາເຫັນວ່າອັນໃດທີ່ເປັນໄປໄດ້ທີ່ມະນຸດຄືເຮົາຈະບັນລຸ.

Top