ທັດສະນະທາງພຣະພຸດທະສາສະໜາຕໍ່ສາສະໜາອື່ນ

ເຊັ່ນດຽວກັນກັບການທີ່ມີປະຊາກອນຫຼາຍພັນລ້ານຄົນຢູ່ໃນໂລກນີ້, ຍ່ອມມີຫຼາຍພັນລ້ານຈຸດຢືນ ແລະ ແນວໂນ້ມທີ່ແຕກຕ່າງກັນ. ຈາກທັດສະນະທາງພຣະພຸດທະສາສະໜາ, ທາງເລືອກທີ່ກ້ວາງຂວາງດ້ານສາສະໜາແມ່ນມີຄວາມຈຳເປັນ ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຫຼາກຫຼາຍຂອງຄົນທີ່ແຕກຕ່າງກັນ. ພຣະພຸດທະສາສະໜາຮັບຮູ້ວ່າທຸກໆສາສະໜາມີຈຸດປະສົງດຽວກັນໃນການເຮັດວຽກເພື່ອຄວາມເປັນຢູ່ທີ່ດີຂອງມວນມະນຸດ. ດ້ວຍພື້ນຖານສາມັນນີ້, ຊາວພຸດ ແລະ ຊາວຄຣິສຕຽນ ໄດ້ສ້າງຕັ້ງໂຄງການແລກປ່ຽນເພື່ອຮຽນຮູ້ເຊິ່ງກັນ ແລະ ກັນໃນຈິດໃຈດ້ານການຮ່ວມມື ແລະ ມີຄວາມເຄົາລົບກັນ.

ເນື່ອງຈາກວ່າ ບໍ່ແມ່ນທຸກຄົນທີ່ມີແນວໂນ້ມ ແລະ ຄວາມສົນໃຈທີ່ຄືກັນ, ພຣະພຸດທະເຈົ້າໄດ້ສອນວິທີການທີ່ຫຼາກຫຼາຍເພື່ອໃຫ້ແທດເໝາະກັບຄົນທີ່ແຕກຕ່າງກັນ. ດ້ວຍຄວາມນຶກຄິດນີ້, ອົງພຣະດາໄລລາມະ ໄດ້ກ່າວວ່າ ເປັນສິ່ງມະຫັດສະຈັນທີ່ມີຫຼາຍສາສະໜາທີ່ແຕກຕ່າງກັນຢູ່ໃນໂລກນີ້. ເຊັ່ນດຽວກັບອາຫານເຍື່ອງດຽວ ຈະບໍ່ດຶງດູດທຸກໆຄົນໄດ້, ມັນແມ່ນຄວາມຈິງທີ່ວ່າ ສາສະໜາ ຫຼື ຊຸດຄວາມເຊື່ອດຽວ ຈະບໍ່ຕອບສະໜອງຄວາມຕ້ອງການຂອງທຸກໆຄົນໄດ້. ຄວາມຈິງກໍຄື ການມີຄວາມຫຼາກຫຼາຍດ້ານສາສະໜາທີ່ແຕກຕ່າງກັນນັ້ນຈະມີປະໂຫຍດຫຼາຍ ແລະ ແມ່ນສິ່ງທີ່ຄວນຍິນດີຮັບເອົາ.

ການສົນທະນາລະຫວ່າງສາສະໜາຕ່າງໆ

ປະຈຸບັນນີ້ມີການສົນທະນາທີ່ເພີ່ມຂື້ນ ໂດຍອີງໃສ່ຄວາມເຄົາລົບເຊິ່ງກັນ ແລະ ກັນ ລະຫວ່າງຄູບາອາຈານດ້ານພຣະພຸດທະສາສະໜາ ແລະ ຜູ້ນຳຂອງສາສະໜາອື່ນໆ. ອົງພຣະດາໄລລາມະໄດ້ພົບກັບ ພຣະສັນຕະປາປາ ຈອນ ໂປລ II ເລື້ອຍໆ ແລະ ໃນປີ 1986, ພຣະສັນຕະປາປາ ໄດ້ເຊື້ອເຊີນຜູ້ນຳຂອງສາສະໜາທັງໝົດໃນໂລກມາປະຊຸມໃຫຍ່ຢູ່ເມືອງ ແອັສສິສີ, ປະເທດອີຕາລີ. ມີຜູ້ຕາງໜ້າ 150 ຄົນເຂົ້າຮ່ວມ, ແລະ ອົງພຣະດາໄລລາມະ, ຜູ້ທີ່ນັ່ງຢູ່ທາງຂ້າງພຣະສັນຕະປາປາ ໄດ້ຮັບກຽດຕິຍົດໃນການກ່າວຄຳປາໄສຄັ້ງທຳອິດ. ໃນກອງປະຊຸມ, ຜູ້ນຳດ້ານຈິດວິນຍານໄດ້ສົນທະນາກ່ຽວກັບຫົວຂໍ້ທີ່ມີອັນດຽວກັນໃນທຸກໆສາສະໜາ, ເຊັ່ນ: ຈັນຍາທັມ, ຄວາມຮັກ ແລະ ຄວາມເຫັນໃຈ. ປະຊາຊົນໄດ້ຮັບແຮງຈູງໃຈໂດຍການຮ່ວມມື, ຄວາມສາມັກຄີກົມກຽວ ແລະ ຄວາມເຄົາລົບທີ່ຜູ້ນຳສາສະໜາ ຕ່າງໆມີເຊິ່ງກັນ ແລະ ກັນ.

ແນ່ນອນ, ແຕ່ລະສາສະໜາແຕກຕ່າງກັນ. ການເບິ່ງປັດຊະຍາຄວາມເປັນຈິງໃນທຳມະຊາດ ແລະ ເທວະວິທະຍາ ຈະບໍ່ມີທາງໃດທີ່ຈະແກ້ໄຂຄວາມແຕກຕ່າງເຫຼົ່ານີ້, ແຕ່ມັນບໍ່ໄດ້ໝາຍຄວາມວ່າພວກເຮົາຕ້ອງໄດ້ໂຕ້ຖຽງກັນ. ທັດສະນະຄະຕິທີ່ວ່າ "ຄວາມເຊື່ອຂອງຂ້ອຍດີກ່ວາຄວາມເຊື່ອຂອງເຈົ້າ" ແມ່ນບໍ່ມີປະໂຫຍດຫຍັງເລີຍ. ມັນໃຫ້ປະໂຫຍດຫຼາຍກວ່າທີ່ຈະເບິ່ງສິ່ງທີ່ສາສະໜາທັງໝົດກໍມີເຊັ່ນດຽວກັນ ຄື : ທຸກຄົນຈິ່ງສະແຫວງຫາການປັບປຸງສະພາບການຂອງມະນຸດ ແລະ ເຮັດໃຫ້ຊີວິດຂອງທຸກຄົນດີຂື້ນໂດຍການສອນໃຫ້ຄົນເຮົາມີການປະພຶດຈັນຍາທັມ ແລະ ຕາມເສັ້ນທາງແຫ່ງຄວາມຮັກ, ຄວາມເຫັນໃຈ ແລະ ການໃຫ້ອະໄພ. ທຸກໆສາສະໜາສອນໃຫ້ຄົນບໍ່ໄດ້ຕິດພັນໃນດ້ານວັດຖຸຂອງຊີວິດ, ແຕ່ຢ່າງໜ້ອຍກໍ່ຕ້ອງພະຍາຍາມຄົ້ນຫາຄວາມສົມດຸນລະຫວ່າງການສະແຫວງຫາຄວາມກ້າວໜ້າດ້ານວັດຖຸ ແລະ ດ້ານຈິດໃຈ.

ມັນຈະເປັນປະໂຫຍດຫຼາຍຖ້າສາສະໜາທັງໝົດສາມາດເຮັດວຽກຮ່ວມກັນເພື່ອປັບປຸງສະຖານະການຂອງໂລກ. ຄວາມກ້າວໜ້າທາງດ້ານວັດຖຸແມ່ນສຳຄັນ, ແຕ່ມັນກຳລັງກະຈ່າງແຈ້ງຂຶ້ນວ່າຄວາມກ້າວໜ້າທາງດ້ານຈິດໃຈມີຄວາມຈຳເປັນຄືກັນ. ໃນເມື່ອພວກເຮົາເນັ້ນໃສ່ພຽງແຕ່ດ້ານວັດຖຸໃນຊີວິດຂອງເຮົາ, ແລ້ວການສ້າງລະເບີດທີ່ຮ້າຍແຮງ ສາມາດຂ້າທຸກໆຄົນຈະກາຍເປັນເປົ້າໝາຍທີ່ຢາກໄດ້. ອີກດ້ານໜຶ່ງ, ຖ້າພວກເຮົາຄິດໃນລັກສະນະມະນຸດສະທຳ ຫຼື ທາງດ້ານຈິດໃຈ, ພວກເຮົາຈະຮູ້ເຖິງບັນຫາທີ່ເກີດຂື້ນຈາກການສ້າງອາວຸດທຳລາຍລ້າງສູງອີກຕໍ່ໄປ. ເຖິງຢ່າງໃດກໍ່ຕາມ, ຖ້າພວກເຮົາພັດທະນາດ້ານຈິດໃຈແຕ່ພຽງຢ່າງດຽວ ແລະ ບໍ່ສົນໃຈດ້ານວັດຖຸ, ທຸກໆຄົນກໍຈະຫິວໂຫຍ. ມັນກໍ່ບໍ່ດີຄືກັນ! ດັ່ງນັ້ນ, ຄວາມສົມດຸນເປັນສິ່ງສຳຄັນ.

ຮຽນຮູ້ຈາກກັນ ແລະ ກັນ

ລັກສະນະໜຶ່ງຂອງການພົວພັນລະຫວ່າງສາສະໜາຕ່າງໆໃນໂລກແມ່ນ ການແບ່ງປັນຈຸດພິເສດບາງຢ່າງຂອງພວກເຂົາ. ຍົກຕົວຢ່າງ, ນັກປະຕິບັດກັມມະຖານຄຣິສຕຽນຫຼາຍຄົນໄດ້ສະແດງຄວາມສົນໃຈໃນວິທີການຮຽນຮູ້ສຳລັບການສຸມໃຈ ແລະ ການນັ່ງສະມາທິຈາກພຣະພຸດທະສາສະໜາ, ແລະ ນັກບວດສາສະໜາຄາທໍລິກ, ເຈົ້າອາວາດ, ພຣະສົງ ແລະ ແມ່ຊີ ໄດ້ໄປຢ້ຽມຢາມເມືອງ ດາຣຳສາລາ, ປະເທດອິນເດຍ, ເພື່ອຮຽນຮູ້ທັກສະເຫຼົ່ານີ້ ແລະ ເອົາກັບມານຳໃຊ້ໃນປະເພນີຂອງຕົນເອງ. ຊາວພຸດຫຼາຍຄົນໄດ້ສອນໃນໂຮງຮຽນສາສະໜາຄາທໍລິກ, ແລະ ບາງຄັ້ງຂ້າພະເຈົ້າເອງກໍ່ໄດ້ຖືກເຊື້ອເຊີນໃຫ້ສອນວິທີການນັ່ງສະມາທິ, ວິທີການພັດທະນາການສຸມໃຈ ແລະ ວິທີການພັດທະນາຄວາມຮັກໃຫ້ແກ່ພວກເຂົາ. ສາສະໜາຄຣິສຕຽນສອນໃຫ້ພວກເຮົາຮັກທຸກໆຄົນ, ແຕ່ວ່າມັນບໍ່ໄດ້ອະທິບາຍລະອຽດກ່ຽວກັບວິທີການປະຕິບັດຕົວຈິງ, ໃນຂະນະທີ່ພຣະພຸດທະສາສະໜາມີວິທີການຫຼາຍໃນການພັດທະນາຄວາມຮັກ. ລະດັບສູງສຸດໃນສາສະໜາຄຣິສຕຽນ ແມ່ນເປີດໃຫ້ຮຽນຮູ້ວິທີການເຫຼົ່ານີ້ຈາກພຣະພຸດທະສາສະໜາ. ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາທຸກຄົນຈະກາຍມາເປັນຊາວພຸດ - ບໍ່ມີໃຜພະຍາຍາມທີ່ຈະປ່ຽນສາສະໜາໃດຢູ່ໃນທີ່ນີ້. ພຽງແຕ່ໝາຍຄວາມວ່າ ພວກເຂົາສາມາດຮຽນຮູ້ວິທີການຕ່າງໆເປັນເຄື່ອງມືທີ່ສາມາດປັບປຸງເຂົ້າໃນສາສະໜາຂອງຕົນເອງ, ຊ່ວຍພວກເຂົາໃຫ້ເປັນຊາວຄຣິສຕຽນທີ່ດີກວ່າເກົ່າ.

ເຊັ່ນດຽວກັນ, ຊາວພຸດຫຼາຍຄົນສົນໃຈຮຽນກ່ຽວກັບການຮັບໃຊ້ສັງຄົມຈາກສາສະໜາຄຣິສ. ປະເພນີຂອງຊາວຄຣິດສຕຽນສ່ວນຫຼາຍແມ່ນເນັ້ນໃຫ້ພຣະສົງ ແລະ ແມ່ຊີຂອງເຂົາເຈົ້າມີສ່ວນຮ່ວມໃນການສິດສອນ, ວຽກງານໃນໂຮງໝໍ, ການເບິ່ງແຍງຜູ້ເຖົ້າ, ເດັກກຳພ້າ ແລະອື່ນໆ. ເຖິງແມ່ນວ່າປະເທດມີສາສະໜາພຸດບາງປະເທດໄດ້ພັດທະນາການຮັບໃຊ້ສັງຄົມເຫຼົ່ານີ້ມາແລ້ວ, ແຕ່ວ່າບໍ່ແມ່ນທັງໝົດ ຍ້ອນເຫດຜົນທາງສັງຄົມ ແລະ ພູມສາດ. ຊາວພຸດສາມາດຮຽນຮູ້ຫຼາຍຢ່າງກ່ຽວກັບການຮັບໃຊ້ສັງຄົມຈາກຊາວຄຣິດສຕຽນ, ແລະ ອົງພຣະດາໄລລາມະ ກໍເປີດກວ້າງໃນເລື່ອງນີ້. ເປັນການດີຫຼາຍທີ່ແຕ່ລະຝ່າຍສາມາດຮຽນຮູ້ຈາກຝ່າຍອື່ນ ແລະ ປະສົບການພິເສດຂອງພວກເຂົາເອງ. ດ້ວຍວິທີການນີ້, ສາມາດມີເວທີເປີດກວ້າງໃນບັນດາສາສະໜາຂອງໂລກ, ໂດຍອີງໃສ່ການເຄົາລົບເຊິ່ງກັນ ແລະ ກັນ.

ສະຫຼຸບ

ມາຮອດປະຈຸບັນ, ການພົວພັນລະຫວ່າງສາສະໜາຕ່າງໆໄດ້ເກີດຂື້ນໃນລະດັບສູງສຸດຂອງຜູ້ນຳສາສະໜາ -ເຊີ່ງປະກົດວ່າຄົນເປີດກວ້າງຫຼາຍຂຶ້ນ ແລະ ມີຄວາມລຳອຽງໜ້ອຍລົງ. ໃນລະດັບທີ່ລົດລົງ ຄົນທົ່ວໄປບໍ່ມີຄວາມປອດໄພ ແລະ ພັດທະນາຈິດໃຈຂອງທີມເຕະບານ - ທີ່ການແຂ່ງຂັນ ແລະ ການຕໍ່ສູ້ມີເປັນປົກກະຕິ. ການຖືທັດສະນະຄະຕິແບບນີ້ເປັນສິ່ງທີ່ໜ້າເສົ້າຫຼາຍ, ບໍ່ວ່າມັນຈະເກີດຂື້ນໃນສາສະໜາອື່ນ ຫຼື ໃນນິຄາຍຕ່າງໆຂອງພຣະພຸດທະສາສະໜາກໍຕາມ. ພຣະພຸດທະເຈົ້າໄດ້ສອນຫຼາຍວິທີທີ່ແຕກຕ່າງກັນ, ເຊິ່ງທັງໝົດນີ້ເຮັດວຽກຢ່າງກົມກຽວກັນເພື່ອຊ່ວຍຕາມຫຼາກຫຼາຍປະເພດຂອງຄົນ. ສະນັ້ນ, ມັນເປັນສິ່ງສຳຄັນທີ່ຈະເຄົາລົບທຸກໆປະເພນີ, ທັງໃນພຣະພຸດທະສາສະໜາ ແລະ ໃນບັນດາສາສະໜາຕ່າງໆຂອງໂລກ.

Top