ອາລົມລົບກວນແມ່ນຫຍັງ?

03:08
ເມື່ອຈິດໃຈຂອງເຮົາຖືກລົບກວນດ້ວຍຄວາມໂມໂຫ, ຄວາມຍຶດຕິດ, ຄວາມເຫັນແກ່ຕົວ ຫຼື ຄວາມໂລບ, ພະລັງຂອງເຮົາກໍຖືກລົບກວນເຊັ່ນກັນ. ເຮົາຮູ້ສຶກບໍ່ສະບາຍ; ຈິດໃຈຂອງເຮົາບໍ່ສະຫງົບ; ຄວາມຄິດຂອງເຮົາແລ່ນທົ່ວທີບ. ເຮົາເວົ້າ ແລະ ເຮັດສິ່ງທີ່ເຮົາເສຍໃຈນຳຫຼັງ. ຖ້າເຮົາສັງເກດເຫັນການລົບກວນຢ່າງກະທັນຫັນໃນຈິດໃຈ ແລະ ພະລັງຂອງເຮົາ, ເຮົາສາມາດແນ່ໃຈໄດ້ວ່າມັນເປັນຜົນຂອງອາລົມລົບກວນ. ເຄັດລັບແມ່ນຕ້ອງຈັບມັນທັນທີທີ່ມັນປາກົດຂຶ້ນ ແລະ ໃຊ້ພາວະຈິດໃຈທາງກົງກັນຂ້າມ, ເຊັ່ນຄວາມຮັກ ແລະ ຄວາມເຫັນໃຈ, ເພື່ອຫຼີກລ່ຽງບັນຫາທີ່ເຮົາອາດສ້າງ ຖ້າເຮົາຍອມໃຫ້ກັບອາລົມທີ່ເຮັດໃຫ້ເກີດບັນຫາ ແລະ ປະພຶດມັນອອກມາ.

“ອາລົມລົບກວນ” ແມ່ນຫຍັງ? 

ອາລົມລົບກວນແມ່ນຖືກກໍານົດວ່າເປັນພາວະຈິດໃຈທີ່, ເມື່ອເກີດຂຶ້ນກັບເຮົາ, ຈະເຮັດໃຫ້ເຮົາເສຍຄວາມສະຫງົບຂອງຈິດໃຈ ແລະ ເສຍການຄວບຄຸມຕົນເອງ.

ຍ້ອນເຮົາເສຍຄວາມສະຫງົບໃນຈິດໃຈ, ມັນຈິ່ງເປັນການລົບກວນ; ມັນລົບກວນຄວາມສະຫງົບໃນໃຈຂອງເຮົາ. ຍ້ອນເຮົາຖືກລົບກວນເມື່ອເຮົາເສຍຄວາມສະຫງົບໃນໃຈ, ເຮົາຈິ່ງບໍ່ແຈ້ງໃນຄວາມຄິດ ຫຼື ຄວາມຮູ້ສຶກຂອງເຮົາ. ຍ້ອນການຂາດຄວາມກະຈ່າງນັ້ນ, ເຮົາຈິ່ງເສຍຄວາມຮູ້ສຶກຂອງການຈໍາແນກທີ່ຈໍາເປັນສໍາລັບການຄວບຄຸມຕົນເອງ. ເຮົາຈໍາເປັນຕ້ອງສາມາດຈໍາແນກໄດ້ລະຫວ່າງສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ໄຮ້ປະໂຫຍດ; ສິ່ງທີ່ເໝາະ ແລະ ສິ່ງທີ່ບໍ່ເໝາະໃນສະຖານະການໃດໜຶ່ງ.

Top