ຄວາມເຫັນ ແລະ ເຈດຕະນາທີ່ຖືກຕ້ອງ

ຈິດສຳນຶກທີ່ມີການຈຳແນກແມ່ນການຈຳແນກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ເປັນໂທດ. ສຳລັບສິ່ງນີ້, ເຮົາມີສອງປະການສຸດທ້າຍຂອງເສັ້ນທາງປະຕິບັດແປດປະການ ຄື: ຄວາມເຫັນທີ່ຖືກຕ້ອງ ແລະ ເຈດຕະນາທີ່ຖືກຕ້ອງ (ຄວາມຄິດແຮງຈູງໃຈທີ່ຖືກຕ້ອງ). 

ຄວາມເຫັນທີ່ຖືກຕ້ອງ ຈະກ່ຽວກັບສິ່ງທີ່ເຮົາເຊື່ອວ່າເປັນຈິງ, ບົນພື້ນຖານຂອງການຈຳແນກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ຫຼື ສິ່ງທີ່ເປັນໂທດ ແລະ ເປັນປະໂຫຍດ. ແຮງຈູງໃຈທີ່ຖືກຕ້ອງ ແມ່ນພາວະກໍ່ສ້າງຂອງຈິດໃຈທີ່ເກີດຈາກສິ່ງນີ້. 

ຄວາມເຫັນ

ເຮົາສາມາດມີທັງຈິດສຳນຶກທີ່ມີການຈຳແນກທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ: 

  • ເຮົາສາມາດຈຳແນກໄດ້ຢ່າງຖືກຕ້ອງ ແລະ ເຊື່ອວ່າມັນເປັນຈິງ 
  • ເຮົາສາມາດຈຳແນກໄດ້ຢ່າງບໍ່ຖືກຕ້ອງ ແລະ ເຊື່ອວ່າມັນເປັນຈິງ. 

ຄວາມເຫັນທີ່ຜິດ ແມ່ນເວລາທີ່ເຮົາມີການຈຳແນກທີ່ບໍ່ຖືກຕ້ອງ ແຕ່ຍັງຖືວ່າມັນເປັນຈິງ, ແລະ ຄວາມເຫັນທີ່ຖືກຕ້ອງ ແມ່ນການມີການຈຳແນກທີ່ຖືກຕ້ອງ ແລະ ຖືວ່ານັ້ນເປັນຈິງ. 

ຄວາມເຫັນທີ່ຜິດ 

ທັດສະນະທີ່ຜິດ ເປັນຕົ້ນ ແມ່ນການຢືນຢັນ ແລະ ການເຊື່ອວ່າການກະທຳຂອງເຮົາບໍ່ມີມິຕິດ້ານຈັນຍາທຳຂອງອັນທີ່ມ້າງເພ ແລະ ອັນທີ່ກໍ່ສ້າງ, ແລະ ການເຊື່ອວ່າມັນບໍ່ໄດ້ນຳມາເຊິ່ງຜົນລັບໃນແງ່ຂອງສິ່ງທີ່ເຮົາປະສົບ. ສິ່ງນີ້ມີລັກສະນະຂອງຄວາມຄິດແບບ “ແມ່ນຫຍັງກໍຢ່າ” ທີ່ຫຼາຍຄົນມີໃນທຸກມື້ນີ້. ມັນບໍ່ເປັນຫຍັງດອກ; ບໍ່ມີຫຍັງເປັນຫຍັງ. ແມ່ນຫຍັງກໍຢ່າ; ເຖິງເຮົາຈະເຮັດ ຫຼື ບໍ່ເຮັດ, ມັນກໍບໍ່ເປັນຫຍັງ. ອັນນີ້ບໍ່ຖືກ. ມັນເປັນແທ້ ທີ່ເຮົາຈະສູບຢາ ຫຼື ບໍ່ສູບ. ຖ້າເຮົາສູບ, ມັນຈະມີຜົນດ້ານລົບໃນແງ່ຂອງສຸຂະພາບຂອງເຮົາ. 

ຄວາມເຫັນທີ່ຜິດອີກອັນໜຶ່ງແມ່ນການເຊື່ອວ່າມັນບໍ່ມີທາງທີ່ເຮົາຈະຍົກລະດັບຕົນເອງ ແລະ ແກ້ໄຂຂໍ້ບົກພ່ອງຂອງເຮົາໄດ້, ສະນັ້ນ ບໍ່ມີປະໂຫຍດທີ່ຈະພະຍາຍາມ. ອັນນີ້ແມ່ນຜິດ, ເພາະທຸກສິ່ງບໍ່ຄົງທີ່ ຫຼື ບໍ່ໄດ້ຕາຍຕົວຄືຄອນກຣີດ. ບາງຄົນເຊື່ອວ່າມັນບໍ່ມີປະໂຫຍດທີ່ຈະພະຍາຍາມມີຄວາມເມດຕາ ຫຼື ຊ່ວຍຜູ້ອື່ນ, ແລະ ວ່າເຮົາຄວນພະຍາຍາມເອົາປຽບທຸກຄົນ ແລະ ຫາຜົນປະໂຫຍດໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ເພາະມັນຈະນຳມາເຊິ່ງຄວາມສຸກ. ມັນຜິດ, ເພາະມັນບໍ່ໄດ້ນຳມາເຊິ່ງຄວາມສຸກເລີຍ. ມັນຈະນຳມາເຊິ່ງຂໍ້ຂັດແຍ່ງ, ຄວາມອິດສາ ແລະ ຄວາມກັງວົນວ່າຜູ້ອື່ນຈະມາລັກຂອງເຮົາໄປ. 

ມີການຈຳແນກແບບຜິດໆຢູ່ຫຼາຍປະເພດ, ເຊິ່ງອາດກ່ຽວກັບຄວາມທຸກທໍລະມານ ແລະ ສາເຫດຂອງມັນ, ເປັນຕົ້ນ. ລອງພິຈາລະນາເຖິງກໍລະນີຂອງລູກຂອງເຮົາທີ່ຮຽນບໍ່ໄດ້ດີ. ການຈຳແນກທີ່ຜິດອາດແມ່ນການຄິດວ່າ “ທັງໝົດແມ່ນຍ້ອນເຮົາ. ມັນເປັນຄວາມຜິດຂອງເຮົາໃນຖານະພໍ່ແມ່.” ອັນນີ້ແມ່ນການຈຳແນກທີ່ຜິດກ່ຽວກັບເຫດ ແລະ ຜົນ. ສິ່ງຕ່າງໆບໍ່ໄດ້ເກີດຂຶ້ນຍ້ອນສາເຫດພຽງອັນດຽວ. ສິ່ງຕ່າງໆເກີດຂຶ້ນຍ້ອນການປະສົມປະສານຂອງຫຼາຍໆສາເຫດ ແລະ ເງື່ອນໄຂ, ບໍ່ແມ່ນແຕ່ອັນດຽວ. ເຮົາອາດມີສ່ວນປະກອບ, ແຕ່ເຮົາບໍ່ແມ່ນສາເຫດທັງໝົດຂອງບັນຫາ. ແລະບາງຄັ້ງເຮົາກໍບໍ່ແມ່ນສາເຫດຊ້ຳ - ມັນເປັນການເຂົ້າໃຈຜິດທັງໝົດ. ຂ້າພະເຈົ້າກຳລັງຄິດເຖິງຕົວຢ່າງຂອງຄົນຜູ້ໜຶ່ງທີ່ສະຕິບໍ່ຄ່ອຍດີປານໃດ: ລາວໄປເບິ່ງເຕະບານ ແລະ ທີມຂອງລາວພ່າຍແພ້. ແລ້ວລາວພັດເຊື່ອວ່າເຫດຜົນອັນດຽວທີ່ທີມຂອງລາວແພ້ແມ່ນຍ້ອນລາວໄປເບິ່ງການແຂ່ງຂັນ, ແປວ່າລາວນຳຄວາມຊວຍສູ່ທີມ: “ມັນແມ່ນຄວາມຜິດຂອງເຮົາທີ່ທີມເຮົາເສຍ.” ອັນນີ້ກໍພິລຶກ. ມັນເປັນການຈຳແນກທີ່ຜິດກ່ຽວກັບເຫດຜົນ. 

ຄວາມເຫັນທີ່ຖືກ 

ຈິດສຳນຶກມີການຈຳແນກທີ່ຖືກຕ້ອງ ແມ່ນສຳຄັນ, ແລະ ສຳລັບສິ່ງນີ້ ເຮົາຕ້ອງຮຽນຮູ້ກ່ຽວກັບຄວາມເປັນຈິງ, ຄວາມເປັນຈິງຂອງເຫດຜົນ, ແລະ ອື່ນໆ. ຄືສະພາບອາກາດ, ເຊິ່ງຖືກກະທົບຈາກຫຼາຍສາເຫດ ແລະ ເງື່ອນໄຂ, ເຮົາກໍເຊັ່ນກັນ ຕ້ອງບໍ່ເຂົ້າໃຈຜິດວ່າຕົນເອງເປັນດັ່ງພຣະເຈົ້າ, ວ່າເຮົາສາມາດເຮັດອັນໃດໜຶ່ງ ແລ້ວທຸກຢ່າງກໍຈະດີເອງຕໍ່ກັບການທີ່ລູກຂອງເຮົາຮຽນບໍ່ເກັ່ງ. ນັ້ນບໍ່ແມ່ນວິທີເປັນໄປຂອງສິ່ງຕ່າງໆ. 

ຈິດສຳນຶກມີການຈຳແນກ ຕ້ອງອາໄສສາມັນສຳນຶກ ແລະ ປັນຍາ, ແລະ ສະມາທິເພື່ອຮັກສາຈຸດສຸມໄວ້ທີ່ການຈຳແນກທີ່ຖືກຕ້ອງຂອງເຮົາ. ສຳລັບອັນນີ້, ເຮົາຕ້ອງການວິໄນ. ນີ້ແມ່ນວິທີທີ່ທຸກຢ່າງຈະເຂົ້າຮ່ວມກັນໄດ້. 

ເຈຕະນາ (ຄວາມຄິດຈູງໃຈ

ເມື່ອເຮົາໄດ້ຈຳແນກລະຫວ່າງສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ເປັນໂທດ, ສິ່ງທີ່ແມ່ນຄວາມຈິງ ແລະ ສິ່ງທີ່ບໍ່ແມ່ນແລ້ວ, ຄວາມຕັ້ງໃຈ ຫຼື ຄວາມຄິດຈູງໃຈຂອງເຮົາ ຈະກ່ຽວກັບວ່າການຈຳແນກຂອງເຮົານັ້ນກະທົບ ຫຼື ປັ້ນແຕ່ງວິທີທີ່ເຮົາເວົ້າ ຫຼື ປະພຶດ ຫຼື ທັດສະນະຂອງເຮົາກ່ຽວກັບສິ່ງຕ່າງໆ ແນວໃດ. ຖ້າເຮົາຈຳແນກບໍ່ຖືກຕ້ອງ, ຄວາມຄິດຈູງໃຈທີ່ຜິດຈະຕາມມາ ແລະ, ເມື່ອຈຳແນກຖືກ, ກໍຈະໄດ້ຄວາມຄິດຈູງໃຈທີ່ຖືກ. 

ຄວາມຕັ້ງໃຈທີ່ຜິດ 

ມີຢູ່ສາມຂອບເຂດຫຼັກທີ່ຄວາມຕັ້ງໃຈ ຫຼື ຄວາມຄິດຈູງໃຈ ກະທົບໃສ່: 

ຄວາມປາຖະໜາທາງອາລົມ

ຄວາມຄິດຈູງໃຈທີ່ຜິດອັນໜຶ່ງອາດເປັນອັນທີ່ຢູ່ບົນພື້ນຖານຂອງຄວາມປາຖະໜາທາງອາລົມ - ຄວາມປາຖະໜາເຖິງ ແລະ ການຍຶດຕິດກັບສິ່ງຂອງທາງປະສາດສຳຜັດ, ບໍ່ວ່າຈະເປັນສິ່ງສວຍງາມ, ດົນຕຣີ, ອາຫານດີໆ, ເຄື່ອງນຸ່ງງາມໆ ແລະ ອື່ນໆ.

ຄວາມຄິດຈູງໃຈຂອງເຮົາຕໍ່ກັບການຕັ້ງໃຈຈະແລ່ນນຳຄວາມປະຖາໜາຂອງຕົນແມ່ນຢູ່ບົນພື້ນຖານຂອງການຈຳແນກທີ່ຜິດວ່າມັນເປັນສິ່ງທີ່ສຳຄັນທີ່ສຸດ. ຖ້າເຮົາມີການຈຳແນກທີ່ຖືກ, ເຮົາຈະມີຄວາມສະເໝີພາບ, ເຊິ່ງເປັນຈິດໃຈທີ່ສົມດຸນ ປາສະຈາກການຍຶດຕິດກັບສິ່ງຂອງທາງປະສາດສຳຜັດ. 

ຕົວຢ່າງອັນໜຶ່ງແມ່ນເວລາທີ່ເຮົາຈຳແນກຜິດວ່າມັນສຳຄັນຫຼາຍວ່າເຮົາຈະກິນເຂົ້າຢູ່ໃສ ແລະ ຈະກິນຫຍັງ. ເຮົາຄິດວ່າມັນຈະນຳຄວາມສຸກມາໃຫ້ເຮົາຢ່າງແທ້ຈິງ ຖ້າເຮົາເລືອກບ່ອນຖືກ ແລະ ເລືອກອາຫານຈາກເມນູເປັນ. ຖ້າເຮົາຈຳແນກຖືກ, ເຮົາຈະເຫັນວ່າມັນບໍ່ໄດ້ສຳຄັນປານໃດ, ແລະ ຍັງມີອັນອື່ນໃນຊີວິດອີກຫຼາຍທີ່ສຳຄັນກວ່າອາຫານທີ່ເຮົາກິນ ຫຼື ສິ່ງທີ່ເຮົາເບິ່ງຢູ່ໂທລະພາບ. ຈິດໃຈຈະຜ່ອນຄາຍລົງ ແລະ ສົມດຸນຂຶ້ນ. 

ຄວາມປອງຮ້າຍ 

ແຮງຈູງໃຈ ຫຼື ເຈຕະນາທີ່ຜິດ ອັນທີສອງແມ່ນຄວາມປອງຮ້າຍ, ຄວາມປາຖະໜາທີ່ຈະເຮັດໃຫ້ຜູ້ອື່ນເຈັບປວດ ຫຼື ກໍ່ໃຫ້ເກີດອັນຕະລາຍແກ່ເຂົາ. ຄືດັ່ງເວລາທີ່ບາງຄົນເຮັດຜິດພາດ ແລະ ເຮົາໂມໂຫ ແລະ ຄິດວ່າເຂົາຕັ້ງບໍ່ດີແທ້ໆ ແລະ ຕ້ອງຖືກໂທດ; ອັນນີ້ແມ່ນການຈຳແນກທີ່ຜິດ. 

ເຮົາຈຳແນກຜິດວ່າຄົນເຮົາບໍ່ເຄີຍເຮັດຜິດພາດເລີຍ, ເຊິ່ງກໍພິລຶກ. ເຮົາອາດໂມໂຫຈົນຢາກຕີຄົນ, ໃນຂະນະທີ່ຖ້າເຮົາມີການຈຳແນກທີ່ຖືກ, ເຮົາຈະພັດທະນາຄວາມເມດຕາ. ອັນນີ້ແມ່ນຄວາມປາຖະໜາທີ່ຈະຊ່ວຍຜູ້ອື່ນ ແລະ ນຳຄວາມສຸກມາໃຫ້ເຂົາ, ແລະ ມັນລວມເຖິງຄວາມເຂັ້ມແຂງ ແລະ ການໃຫ້ອະໄພ. ຖ້າມີຄົນເຮັດຜິດ, ເຮົາຈະສຳນຶກວ່າມັນເປັນເລື່ອງທຳມະຊາດ ແລະ ບໍ່ຖືໂທດໂກດເຄືອງ. 

ຄວາມໂຫດຮ້າຍ

ເຈຕະນາທີ່ຜິດປະເພດທີສາມແມ່ນຈິດໃຈທີ່ເຕັມໄປດ້ວຍຄວາມໂຫດຮ້າຍ, ເຊິ່ງມີຢູ່ຫຼາຍດ້ານ: 

  • ການທຳລາຍສິ່ງຂອງ - ການຂາດຄວາມເຫັນໃຈຢ່າງໂຫດຮ້າຍ ທີ່ເຮົາຫວັງໃຫ້ຜູ້ອື່ນທຸກທໍລະມານ ແລະ ບໍ່ເປັນສຸກ. ຕົວຢ່າງເຊັ່ນ ເຮົາຈຳແນກແຟນໆ ຂອງທີມບານເຕະອື່ນ ໂດຍຄິດວ່າເຂົາບໍ່ດີ ແລະ ເຮົາສາມາດຕົບຕີກັບເຂົາໄດ້ພຽງເພາະເຂົາມັກອີກທີມໜຶ່ງ. 
  • ການກຽດຊັງຕົນເອງ - ການຂາດຄວາມຮັກຕໍ່ຕົນເອງຢ່າງໂຫດຮ້າຍ ທີ່ເຮົາມ້າງເພຄວາມສຸກຂອງຕົນເອງເພາະເຮົາຄິດວ່າເຮົາເປັນຄົນບໍ່ດີ ແລະ ບໍ່ສົມຄວນເປັນສຸກ. ເຮົາມັກເຮັດສິ່ງນີ້ໂດຍການມີຄວາມສຳພັນທີ່ບໍ່ສ້າງສັນ, ມັກມີນິໄສບໍ່ດີ, ກິນຫຼາຍເກີນໄປ ແລະ ອື່ນໆ. 
  • ຄວາມສຳລານທີ່ບິດເບືອນ - ທີ່ເຮົາປິຕິຍິນດີຢ່າງໂຫດຮ້າຍ ເມື່ອເຮົາເຫັນ ຫຼື ໄດ້ຍິນວ່າຄົນອື່ນທຸກທໍລະມານ. ເຮົາຄິດວ່າບາງຄົນບໍ່ດີ ແລະ ວ່າເຂົາຄວນໄດ້ຮັບຄວາມທຸກທໍລະມານຄືທີ່ເຂົາເປັນຢູ່, ຄືດັ່ງເຊັ່ນເມື່ອນັກການເມືອງທີ່ເຮົາບໍ່ມັກ ເສຍການເລືອກຕັ້ງ. ໃນທີ່ນີ້, ເຮົາຈຳແນກແບບຜິດໆວ່າບາງຄົນບໍ່ດີ ແລະ ສົມຄວນໄດ້ຮັບໂທດ ແລະ ໃຫ້ເກີດສິ່ງບໍ່ດີຂຶ້ນ, ໃນຂະນະທີ່ຜູ້ອື່ນ, ໂດຍສະເພາະແມ່ນຕົວເຮົາເອງ, ຄວນມີແຕ່ສິ່ງດີໆ ເກີດຂຶ້ນນຳ. 

ເຈຕະນາທີ່ຖືກ 

ເຈຕະນາທີ່ຖືກບົນພື້ນຖານຂອງການຈຳແນກທີ່ຖືກ ອາດແມ່ນທັດສະນະທີ່ປາສະຈາກຄວາມຮຸນແຮງ, ປາສະຈາກຄວາມໂຫດຮ້າຍ. ເຮົາມີພາວະຈິດໃຈທີ່ເຮົາຈະບໍ່ຫວັງກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ອື່ນທີ່ກຳລັງທຸກທໍລະມານ, ທີ່ຈະບໍ່ກວນ ຫຼື ສ້າງຄວາມລຳຄານແກ່ເຂົາ. ເຮົາຈະບໍ່ຮູ້ຍິນດີເມື່ອສິ່ງຕ່າງໆ ເປັນໄປໃນທາງບໍ່ດີສຳລັບເຂົາ. ແລະຍັງມີສຳນຶກຂອງຄວາມເຫັນໃຈໃນທີ່ນີ້ອີກ, ທີ່ເຮົາຫວັງໃຫ້ຜູ້ອື່ນພົ້ນຈາກຄວາມທຸກທໍລະມານ ແລະ ສາເຫດຂອງມັນ, ເພາະເຮົາເຫັນວ່າທຸກຄົນມີຄວາມທຸກ, ບໍ່ມີໃຜຢາກທຸກ, ແລະ ບໍ່ມີໃຜສົມຄວນໄດ້ຮັບທຸກ. ຖ້າໃຜເຮັດຜິດ, ເຮົາຈະເຫັນວ່າມັນເປັນຍ້ອນຄວາມສັບສົນຂອງເຂົາ, ບໍ່ແມ່ນວ່າເຂົາຕັ້ງບໍ່ດີ. ດ້ວຍການຈຳແນກທີ່ຖືກຕ້ອງ ແລະ ເຈຕະນາທີ່ຖືກຕ້ອງ, ເຮົາຈະຖືກນຳໄປສູ່ວາຈາທີ່ຖືກຕ້ອງ ແລະ ການກະທຳທີ່ຖືກຕ້ອງໂດຍອັດຕະໂນມັດ. 

ປະກອບແປດປະການເຂົ້າກັນ 

ແປດປະການຂອງເສັ້ນທາງປະຕິບັດຕ່າງກໍປະກອບເຂົ້າດ້ວຍກັນ: 

  • ຄວາມເຫັນ ແລະ ເຈຕະນາທີ່ຖືກ ສະໜອງພື້ນຖານອັນເໝາະສົມສຳລັບການປະຕິບັດ, ແລະ ພາເຮົາໄປສູ່ການໃຊ້ວາຈາທີ່ຖືກ, ການກະທຳທີ່ຖືກ ແລະ ການຫາລ້ຽງຊີບທີ່ຖືກ. ເຮົາຈຳແນກສິ່ງທີ່ຖືກໃນແງ່ຂອງຜົນກະທົບຂອງພຶດຕິກຳຂອງເຮົາຕໍ່ຜູ້ອື່ນ, ແລະ ມີຄວາມປະສົງທີ່ຈະຊ່ວຍຜູ້ອື່ນ, ບໍ່ແມ່ນທຳຮ້າຍເຂົາ. 
  • ບົນພື້ນຖານອັນນີ້, ເຮົາຈະພະຍາຍາມຍົກລະດັບຕົນເອງ, ເພື່ອພັດທະນາດ້ານດີ, ແລະ ບໍ່ໃຫ້ຕົນຖືກລົບກວນໂດຍແນວຄິດແປກໆ ກ່ຽວກັບຮ່າງກາຍ ແລະ ຄວາມຮູ້ສຶກຂອງຕົນ ແລະ ອື່ນໆ. ເຮົາຈະໃຊ້ສະມາທິເພື່ອຮັກສາຈຸດສຸມຕໍ່ສິ່ງທີ່ເປັນປະໂຫຍດ, ແລະ ຫຼັງຈາກນັ້ນເຈຕະນາຂອງເຮົາກໍຈະແຮງກ້າຂຶ້ນ. ໃນວິທີນີ້, ມັນລ້ວນແຕ່ເຊື່ອມຕໍ່ກັນ. 

ເຖິງວ່າເຮົາຈະສາມາດສະແດງການຝຶກສາມປະການ ແລະ ເສັ້ນທາງປະຕິບັດແປດປະການ ຕາມລຳດັບກໍຕາມ, ຈຸດປະສົງທ້າຍສຸດແລ້ວກໍແມ່ນເພື່ອທີ່ຈະສາມາດນຳໃຊ້ເຂົ້າໃນການປະຕິບັດດ້ວຍກັນໄດ້. 

ສະຫຼຸບ 

ຈາກເວລາທີ່ເຮົາຕື່ນໃນຕອນເຊົ້າ ຈົນເຖິງເວລາທີ່ເຮົາເຂົ້ານອນຕອນຄ່ຳ, ປະສາດສຳຜັດຂອງເຮົາຕ່າງກໍກະຫາຍຫາຄວາມບັນເທີງ. ຕາຂອງເຮົາຊອກຫາສິ່ງທີ່ສວຍງາມ, ຫູຂອງເຮົາຢາກຟັງສຽງທີ່ອ່ອນໂຍນ, ແລະ ປາກຂອງເຮົາຢາກລິ້ມລອງລົດຊາດແຊບໆ. ເຖິງວ່າຈະບໍ່ມີຫຍັງຜິດຕໍ່ກັບການຢາກມີປະສົບການອັນແສນສຳລານ, ແຕ່ຖ້ານີ້ແມ່ນຂອບເຂດຂອງຊີວິດເຮົາ, ເຮົາຈະບໍ່ມີວັນພໍໃຈ, ແລະ ເຮົາຈະບໍ່ມີວັນສາມາດພັດທະນາສະມາທິໄດ້ແມ່ນແຕ່ໜ້ອຍດຽວ. 

ການຝຶກສາມປະການໃນຈັນຍາທັມ, ສະມາທິ ແລະ ຈິດສຳນຶກນີ້ ຈະຊ່ວຍໃຫ້ເຮົາໃຊ້ຊີວິດໃນແຕ່ລະນາທີໃນທາງທີ່ດີທີ່ສຸດເທົ່າທີ່ຈະເປັນໄດ້. ແທນທີ່ຈະຊອກຫາແຕ່ຄວາມລື່ນເລີງໃຫ້ຕົນເອງ, ເສັ້ນທາງປະຕິບັດແປດປະການ ຈະເປັນກອບທີ່ຊ່ວຍໃຫ້ເຮົາໄດ້ປະໂຫຍດຈາກທັງຕົນເອງ, ແລະ ຜູ້ອື່ນ. ເມື່ອເຮົາຄົ້ນຄວ້າ ແລະ ເຂົ້າໃຈວ່າເປັນຫຍັງຄວາມເຫັນທີ່ຖືກ ຈິ່ງຖືກ ແລະ ເປັນຫຍັງຄວາມເຫັນທີ່ຜິດ ຈິ່ງຜິດ, ແລ ເປັນຫຍັງການກະທຳທີ່ຖືກ ຈິ່ງເປັນປະໂຫຍດ ແລະ ການກະທຳທີ່ຜິດ ຈິ່ງເປັນໂທດ (ແລະ ຕໍ່ໆໄປ), ແລະ ປະພຶດຕາມນີ້, ຊີວິດຂອງເຮົາຈະພັດທະນາໄປໃນທາງທີ່ດີຂຶ້ນໂດຍອັດຕະໂນມັດ. ເຮົາຈະດຳລົງຊີວິດທີ່ເຮົາສາມາດເອີ້ນໄດ້ວ່າ “ຊີວິດຊາວພຸດອັນເຕັມປ່ຽມ.” 

Top