ຄວາມພຽນພະຍາຍາມ, ສະຕິ ແລະ ສະມາທິ ທີ່ຖືກຕ້ອງ

ພາບລວມ

ພວກເຮົາກຳລັງເບິ່ງການຝຶກສາມປະການ ແລະ ວິທີການທີ່ມັນສາມາດຊ່ວຍເຮົາໄດ້ໃນຊີວິດປະຈຳວັນ, ຜ່ານການຝຶກເສັ້ນທາງປະຕິບັດແປດປະການ. ການຝຶກສາມປະການແມ່ນນອນຢູ່ໃນ:

  • ວິໄນທາງຈັນຍາທຳ
  • ສະມາທິ
  • ຈິດສຳນຶກທີ່ມີການຈຳແນກ.

ພວກເຮົານຳໃຊ້ວາຈາ, ການກະທຳ, ພຶດຕິກຳ ແລະ ການຫາລ້ຽງຊີບທີ່ຖືກຕ້ອງ ເພື່ອພັດທະນາການສ້າງວິໄນທາງຈັນຍາທຳ. ບາດນີ້ ເຮົາສາມາດມາເບິ່ງ ການຝຶກສະມາທິ, ເຊິ່ງປະກອບມີຄວາມພຽນພະຍາຍາມທີ່ຖືກຕ້ອງ, ສະຕິທີ່ຖືກຕ້ອງ, ແລະ ສະມາທິທີ່ຖືກຕ້ອງ.

ວາມພຽນພະຍາຍາມທີ່ຖືກຕ້ອງ ແມ່ນການກໍາຈັດແນວຄວາມຄິດທີ່ມີລັກສະນະທໍາລາຍ ແລະ ພັດທະນາພາວະຈິດໃຈ ທີ່ຊ່ວຍເຂົ້າໃນການທຳສະມາທິ.

ສະຕິ ປຽບເໝືອນກາວທາງຈິດໃຈທີ່ຊ່ວຍຍຶດໝັ້ນ ແລະ ບໍ່ໃຫ້ປ່ອຍປະບາງສິ່ງໄປ, ເພື່ອໃຫ້ມັນສະກັດກັ້ນເຮົາຈາກການຫຼົງລືມບາງສິ່ງ:

  • ບໍ່ຫຼົງລືມກ່ຽວກັບທຳມະຊາດອັນແທ້ຈິງຂອງປັດໄຈທາງດ້ານຮ່າງກາຍ, ຄວາມຮູ້ສຶກ, ແນວຄິດ ແລະ ຈິດໃຈຂອງເຮົາ, ເພື່ອບໍ່ໃຫ້ມັນມາລໍ້ໃຈເຮົາ
  • ບໍ່ປ່ອຍປະລະເລີຍແນວທາງດ້ານຈັນຍາທຳ, ສິນທໍາຕ່າງໆຂອງເຮົາ, ຫຼື ຖ້າເຮົາໄດ້ຮັບເອົາ, ຄໍາປະຕິຍານສາບານ
  • ບໍ່ປ່ອຍປະ ຫຼື ຫຼົງລືມ ວັດຖຸປະສົງຈຸດສຸມ.

ສະນັ້ນ ຖ້າເຮົາທຳສະມາທິ, ແນ່ນອນວ່າເຮົາຕ້ອງການສະຕິ ເພື່ອບໍ່ໃຫ້ຫຼົງລືມວັດຖຸປະສົງທີ່ເຮົາກຳລັງສຸມໃສ່ຢູ່. ຖ້າເຮົາກໍາລັງສົນທະນາກັບຜູ້ໃດຜູ້ໜຶ່ງ, ເຮົາຈໍາເປັນຕ້ອງໃສ່ໃຈກັບຄົນຜູ້ນັ້ນ ແລະ ໃສ່ໃຈໃນສິ່ງທີ່ເຂົາກຳລັງເວົ້າຢູ່.

ສະມາທິ ນີ້ ໝາຍເຖິງການຈັດວາງທາງຈິດ ລົງໃສ່ໃນວັດຖຸປະສົງຈຸດສຸມ. ສະນັ້ນ ເວລາທີ່ເຮົາຮັບຟັງຜູ້ໃດຜູ້ໜຶ່ງ, ມັນໝາຍຄວາມວ່າຄວາມຕັ້ງໃຈຂອງເຮົາແມ່ນສຸມໃສ່ໃນສິ່ງທີ່ເຂົາກຳລັງເວົ້າຢູ່, ໃນລັກສະນະທ່າທາງຂອງເຂົາ, ໃນວິທີການທີ່ເຂົາກຳລັງປະພຶດຢູ່ ແລະ ອື່ນໆ. ສະຕິຈະຊ່ວຍຮັກສາສະມາທິ, ຖືເປັນກາວທາງຈິດໃຈ ທີ່ຊ່ວຍໃຫ້ເຮົາຢູ່ບ່ອນນັ້ນ, ເພື່ອບໍ່ໃຫ້ເຮົາເບື່ອໜ່າຍ ຫຼື ຫັນເຫໄປທາງອື່ນ.

ຄວາມພຽນພະຍາຍາມ

ສິ່ງນີ້ເປັນປັດໄຈທຳອິດຂອງເສັ້ນທາງປະຕິບັດແປດປະການ ທີ່ເຮົາໃຊ້ເພື່ອຊ່ວຍໃຫ້ເຮົາພັດທະນາສະມາທິ. ເຮົາສຸມຄວາມພຽນພະຍາຍາມເຂົ້າໃສ່ໃນ ການກຳຈັດແນວຄວາມຄິດທີ່ເປັນສິ່ງລໍ້ໃຈ ແລະ ພາວະທາງອາລົມ ທີ່ບໍ່ຊ່ວຍຕັ້ງສະມາທິ, ພ້ອມທັງພຽນພະຍາຍາມພັດທະນາຄຸນສົມບັດທີ່ດີ. ໂດຍລວມແລ້ວ, ຖ້າເຮົາຢາກບັນລຸຜົນສຳເລັດອັນໃດກໍຕາມໃນຊີວິດຂອງເຮົາ, ເຮົາຈຳເປັນຕ້ອງໄດ້ສຸມຄວາມພຽນພະຍາຍາມໃສ່ມັນ. ສິ່ງຕ່າງໆບໍ່ສາມາດເກີດຂຶ້ນມາໄດ້ເອງໂດຍທີ່ບໍ່ມີຫຍັງເລີຍ, ແລະ ກໍບໍ່ເຄີຍມີໃຜເວົ້າວ່າມັນເປັນເລື່ອງງ່າຍ. ແຕ່ວ່າ, ຖ້າເຮົາພັດທະນາຄວາມເຂັ້ມແຂງໜ້ອຍໜຶ່ງ ຈາກການເສີມສ້າງວິໄນທາງຈັນຍາທຳ ໃນດ້ານວິທີການທີ່ເຮົາປະພຶດ, ເວົ້າຈາ ຫຼື ຮັບມືກັບຜູ້ອື່ນ, ມັນຈະມອບຄວາມເຂັ້ມແຂງໃຫ້ແກ່ເຮົາ ເພື່ອສຸມຄວາມພຽນພະຍາຍາມເຂົ້າໃສ່ໃນການເສີມສ້າງພາວະທາງຈິດໃຈ ແລະ ທາງອາລົມ ຂອງເຮົາ.

ຄວາມພຽນພະຍາຍາມທີ່ຜິດ

ຄວາມພຽນພະຍາຍາມທີ່ຜິດ ແມ່ນການສຸມກຳລັງແຮງທີ່ເຮົາມີ ເຂົ້າໃສ່ໃນຄວາມຄິດທີ່ເປັນອັນຕະລາຍ, ມີລັກສະນະທຳລາຍ ເຊິ່ງລໍ້ໃຈເຮົາ ແລະ ເຮັດໃຫ້ຕັ້ງໃຈສຸມໃສ່ໄດ້ຍາກ ຫຼື ເປັນໄປບໍ່ໄດ້ເລີຍ. ມັນມີສາມປະເພດຫຼັກຂອງວິທີທາງຄິດທີ່ມີລັກສະນະທຳລາຍ:

  • ຄິດໂລບມາກ
  • ຄິດດ້ວຍຄວາມປອງຮ້າຍ
  • ຄິດຄົດດ້ວຍຄວາມເປັນປໍລະປັກ.

ຄິດໂລບມາກ

ຄິດໂລບມາກ ປະກອບມີການຄິດດ້ວຍຄວາມອິດສາກ່ຽວກັບສິ່ງທີ່ຜູ້ອື່ນໄດ້ບັນລຸ ຫຼື ຄວາມສຳລານ ແລະ ສິ່ງຂອງທີ່ເປັນວັດຖຸທີ່ເຂົາເພີດເພີນຢູ່. ເຮົາຄິດວ່າ, “ເຮັດແນວໃດເຮົາຈຶ່ງຈະສາມາດເອົາມັນມາໃຫ້ເຮົາເອງໄດ້?” ສິ່ງນີ້ແມ່ນເກີດມາຈາກການຍຶດຕິດ. ເຮົາອົດບໍ່ໄດ້ເວລາເຫັນຜູ້ອື່ນມີໃນສິ່ງທີ່ເຮົາບໍ່ມີ, ບໍ່ວ່າມັນຈະເປັນຄວາມສຳເລັດ, ຄູ່ຄອງຜູ້ງາມ, ລົດຄັນໃໝ່ - ຄວາມຈິງແລ້ວມັນສາມາດເປັນອັນໃດກໍໄດ້. ເຮົາຄິດຫາມັນຢູ່ສະເໝີ, ແລະ ມັນກໍເປັນພາວະຈິດໃຈທີ່ເປັນສິ່ງລົບກວນຫຼາຍ. ສິ່ງນີ້ຖືວ່າເປັນການສະກັດກັ້ນຄວາມຕັ້ງໃຈສຸມໃສທັງໝົດຂອງເຮົາ, ບໍ່ແມ່ນບໍ?

ອຸດົມຄະຕິນິຍົມສາມາດຕົກຢູ່ຫົວຂໍ້ນີ້ໄດ້ – ເຮົາຈະເບິ່ງຕະຫຼອດວ່າເຮົາສາມາດເອົາຊະນະຕົນເອງໄດ້ຄືແນວໃດ. ມັນເກືອບຈະວ່າແມ່ນຄວາມອິດສາຕໍ່ກັບຕົນເອງ!

ຄິດດ້ວຍຄວາມປອງຮ້າຍ

ຄິດດ້ວຍຄວາມປອງຮ້າຍ ແມ່ນກ່ຽວກັບວິທີການທຳຮ້າຍຜູ້ອື່ນ, ໝາຍວ່າ, “ຖ້າຄົນຜູ້ນີ້ເວົ້າ ຫຼື ເຮັດອັນໃດທີ່ເຮົາບໍ່ມັກ, ເຮົາຈະແກ້ແຄ້ນຄືນ.” ເຮົາອາດຈະຄິດກ່ຽວກັບສິ່ງທີ່ເຮົາຈະເຮັດ ຫຼື ເວົ້າ ເທື່ອໜ້າທີ່ເຮົາພົບເຫັນຄົນຜູ້ນັ້ນ, ແລະ ເຮົາກິນແໜງໃຈໃນສິ່ງທີ່ເຮົາບໍ່ໄດ້ເວົ້າຕອບໂຕ້ຄືນໃສ່ເຂົາ ໃນເວລາທີ່ເຂົາເວົ້າບາງຢ່າງໃສ່ເຮົາ. ເຮົາບໍ່ສາມາດເອົາຄວາມຄິດນີ້ອອກຈາກຫົວເຮົາໄດ້, ເຮົາຄິດຫາມັນຫຼາຍຈົນເກີນໄປ.

ຄິດຄົດດ້ວຍຄວາມເປັນປໍລະປັກ

ຄວາມຄິດທີ່ຄົດ, ເປັນປໍລະປັກ ແມ່ນເວລາ, ຍົກຕົວຢ່າງ, ຖ້າໃຜຄົນໜຶ່ງກຳລັງພະຍາຍາມປັບປຸງຕົວເຂົາເອງ ຫຼື ຊ່ວຍເຫຼືອຜູ້ອື່ນ, ເຮົາຄິດວ່າ “ເຂົາໂງ່ – ອັນທີ່ເຂົາເຮັດຢູ່ແມ່ນບໍ່ເປັນປະໂຫຍດຫຍັງເລີຍ. ມັນເປັນເລື່ອງຕະຫຼົກໃນການພະຍາຍາມຊ່ວຍເຫຼືອຜູ້ໃດກໍຕາມ.”

ບາງຄົນບໍ່ມັກກິລາ ແລະ ຄິດວ່າຜູ້ອື່ນທີ່ຫຼິ້ນ ຫຼື ເບິ່ງເຕະບານທາງໂທລະພາບ ຫຼື ໄປເບິ່ງທີມບານເຕະ ແມ່ນໂງ່ຈ້າຫຼາຍ. ແຕ່ມັນບໍ່ມີຫຍັງທີ່ເປັນອັນຕະລາຍເລີຍ ກ່ຽວກັບການມັກຮັກໃນກິລາ. ການຄິດວ່າມັນໂງ່ຈ້າ ຫຼື ເປັນການເສຍເວລາ ແມ່ນເປັນພາວະຈິດໃຈທີ່ມີຄວາມເປັນປໍລະປັກຫຼາຍ.

ຫຼືວ່າ, ເວລາຄົນອື່ນພະຍາຍາມຊ່ວຍຄົນຂໍທານໂດຍການເອົາເງິນໃຫ້ເຂົາ, ແລະ ເຮົາຄິດວ່າ, “ໂອ້, ເຈົ້າໂງ່ຫຼາຍ ໃນການເຮັດສິ່ງນັ້ນລົງໄປ.” ຖ້າເຮົາຄິດຢູ່ສະເໝີວ່າຜູ້ອື່ນໂງ່ຈ້າຊ່ຳໃດ ຫຼື ບໍ່ວ່າເຂົາຈະເຮັດຫຍັງ ກໍບໍ່ສົມເຫດສົມຜົນ, ເຮົາຈະບໍ່ສາມາດຕັ້ງໃຈສຸມໃສ່ໄດ້ເລີຍ. ສິ່ງເຫຼົ່ານີ້ ເປັນຄວາມຄິດທີ່ເຮົາຢາກຈະກຳຈັດອອກໄປ.

ຄວາມພຽນພະຍາຍາມທີ່ຖືກຕ້ອງ

ຄວາມພຽນພະຍາຍາມທີ່ຖືກຕ້ອງ ແມ່ນການສຸມກຳລັງແຮງຂອງເຮົາ ອອກຈາກບັນດາແນວຄວາມຄິດທີ່ມີລັກສະນະທຳລາຍ ແລະ ສຸມເຂົ້າຫາການພັດທະນາຄຸນສົມບັດທີ່ເປັນປະໂຫຍດ. ສຳລັບສິ່ງນີ້, ເຮົາເອີ້ນເປັນພາສາປາລີວ່າ “ຄວາມພຽນສີ່ປະການ” (ສັມມາວາຍາມະສີ່). ໃນພາສາສັນສະກິດ ແລະ ວັນນະຄະດີທິເບດ, ແມ່ນເອີ້ນວ່າ ປັດໄຈສີ່ ໃນການບັນລຸການຫຼຸດພົ້ນທີ່ຖືກຕ້ອງ, – ເວົ້າອີກຢ່າງໜຶ່ງວ່າ, ໃນການກໍາຈັດຈຸດບົກຜ່ອງຂອງເຮົາ – ສິ່ງທີ່ເອີ້ນວ່າ “ການປ່ອຍປະທີ່ບໍລິສຸດທັງສີ່”:

  1. ທຳອິດ, ເຮົາສຸມຄວາມພຽນພະຍາຍາມເຂົ້າໃນ ການສະກັດກັ້ນຄຸນສົມບັດທາງລົບທີ່ເຮົາຍັງບໍ່ທັນໄດ້ກໍ່ໃຫ້ເກີດ ບໍ່ໃຫ້ມັນເກີດຂຶ້ນ. ຍົກຕົວຢ່າງ, ຖ້າເຮົາມີບຸກຄະລິກລັກສະນະປະເພດທີ່ເສບຕິດຫຼາຍ, ເຮົາອາດຈະຢາກຫຼີກເວັ້ນການສະໝັກການບໍລິການສາຍຮູບເງົາໃຫ້ເບິ່ງອອນລາຍ, ເພາະເຮົາຈະໃຊ້ເວລາໝົດມື້ ໝົດໄປກັບການເບິ່ງຮູບເງົາເລື່ອງໜຶ່ງຕໍ່ໃສ່ອີກເລື່ອງໜຶ່ງ. ມັນຂ້ອນຂ້າງຈະກໍ່ໃຫ້ເກີດອັນຕະລາຍ ແລະ ນຳໄປສູ່ການສູນເສຍສະມາທິ.
  2. ຈາກນັ້ນ, ເຮົາຕ້ອງສຸມຄວາມພຽນພະຍາຍາມເຂົ້າໃນ ການຕັດຕົວເຮົາເອງອອກຈາກຄຸນສົມບັດທາງລົບທີ່ເຮົາມີຢູ່ແລ້ວ. ດັ່ງນັ້ນ, ຖ້າຫາກເຮົາເສບຕິດສິ່ງໃດໜຶ່ງແລ້ວ, ກໍໝາຍວ່າມັນຈະດີຕໍ່ຕົວເຮົາເອງ ຖ້າເຮົາພະຍາຍາມຈຳກັດມັນ. ຍົກຕົວຢ່າງ, ເຮົາຮູ້ບາງຄົນທີ່ເສບຕິດໄອພ໋ອດ (iPod) ຂອງເຂົາຫຼາຍ, ໂດຍທີ່ວ່າເຂົາບໍ່ສາມາດໄປໃສໄດ້ເລີຍ ຖ້າຫາກບໍ່ໄດ້ຟັງສຽງເພງ-ສຽງດົນຕີ. ມັນເກືອບຈະປານກັບວ່າ ເຮົາມີຄວາມຢ້ານກົວຕໍ່ຄວາມມິດງຽບ, ຢ້ານທີ່ຈະຄິດກ່ຽວກັບອັນໃດກໍຕາມ, ດັ່ງນັ້ນ ເຂົາຈຶ່ງຕ້ອງມີສຽງດົນຕີຕະຫຼອດເວລາ. ແນ່ນອນວ່າ, ສຽງດົນຕີທີ່ດັງ ອາດເປັນປະໂຫຍດເພື່ອຊ່ວຍໃຫ້ເຮົາຮູ້ສຶກຕື່ນຕົວເວລາຂັບລົດທາງໄກ ຫຼື ຊ່ວຍຮັກສາຈັງຫວະເວລາອອກກຳລັງກາຍ, ແລະ ສຽງດົນຕີເບົາໆ ອາດຊ່ວຍໃຫ້ເຮົາໃຈເຢັນລົງເວລາເຮັດວຽກ, ແຕ່ສຽງດົນຕີບໍ່ສາມາດຊ່ວຍເຮົາໄດ້ຢ່າງແນ່ນອນໃນການຕັ້ງໃຈສຸມໃສ່ຄົນຜູ້ໜຶ່ງ ເວລາທີ່ດຳເນີນການສົນທະນາ. ໃນທີ່ສຸດແລ້ວ, ມັນຖືເປັນການລໍ້ໃຈ.
  3. ຫຼັງຈາກນີ້, ເຮົາຈໍາເປັນຕ້ອງໄດ້ປູກຝັງຄຸນສົມບັດທາງບວກໃໝ່.
  4. ຈາກນັ້ນ, ເຮົາສຸມຄວາມພຽນພະຍາຍາມເຂົ້າໃນ ການຮັກສາ ແລະ ປັບປຸງພັດທະນາ ຄຸນສົມບັດທາງບວກທີ່ມີຢູ່ໃນປັດຈຸບັນແລ້ວ ໃຫ້ດີຂຶ້ນ.

ມັນໜ້າສົນໃຈຫຼາຍໃນການເບິ່ງສິ່ງເຫຼົ່ານີ້ ແລະ ພະຍາຍາມຊອກຫາການນໍາໃຊ້ໃນພາກປະຕິບັດຕົວຈິງ. ຕົວຢ່າງໜຶ່ງຈາກຂ້າພະເຈົ້າເອງ ແມ່ນວ່າຂ້າພະເຈົ້າເຄີຍມີນິໄສເສຍອັນໜຶ່ງ ກ່ຽວກັບເວັບໄຊຂອງຂ້າພະເຈົ້າ. ຂ້າພະເຈົ້າມີປະມານ 110 ຄົນທີ່ເຮັດວຽກກັບເວັບໄຊ, ສົ່ງອີເມວມາຫາຂ້າພະເຈົ້າຕະຫຼອດເວລາ ກ່ຽວກັບການແປຂອງເຂົາ ແລະ ຟາຍລ໌ທີ່ໄດ້ກວດແກ້ – ຂ້າພະເຈົ້າໄດ້ຮັບຫຼາຍໆສະບັບແຕ່ລະມື້. ນິໄສເສຍຂອງຂ້າພະເຈົ້າແມ່ນວ່າ ຂ້າພະເຈົ້າດາວໂຫຼດທຸກຢ່າງລົງໃສ່ໃນແຟ້ມດຽວ, ແທນທີ່ຈະເກັບຮັກສາໂດຍຈັດແບ່ງຕາມແຟ້ມທີ່ເໝາະສົມ ເພື່ອໃຫ້ຜູ້ຊ່ວຍຂ້າພະເຈົ້າ ແລະ ຂ້າພະເຈົ້າເອງ ສາມາດຊອກເຫັນໄດ້ງ່າຍ. ມັນເປັນນິໄສທີ່ບໍ່ດີຫຼາຍ, ຍ້ອນຄວາມບໍ່ມີປະສິດທິພາບຂອງຂ້າພະເຈົ້າ ໄດ້ສະກັດກັ້ນພວກເຮົາຈາກການຕັ້ງໃຈສຸມໃສ່ວຽກຂອງເຮົາກັບຟາຍລ໌ເຫຼົ່ານີ້ ແລະ ເສຍເວລາໄປຢ່າງຫຼວງຫຼາຍກັບການພະຍາຍາມຄົ້ນຫາ ແລະ ຈັດລຽງພວກມັນ. ສະນັ້ນ ໃນກໍລະນີນີ້ ຄຸນສົມບັດທາງບວກແມ່ນຫຍັງ? ແມ່ນການຈັດລະບົບເພື່ອວ່າ ເວລາທີ່ມີຫຍັງເຂົ້າມາ, ໃຫ້ມັນເຂົ້າໄປຫາແຟ້ມທີ່ຖືກຕ້ອງ ໂດຍທັນທີທັນໃດ. ກ່ອນອື່ນໝົດ, ສິ່ງນີ້ຊ່ວຍສ້າງນິໄສໃຫ້ຈັດວາງສິ່ງຕ່າງໆ ເຂົ້າໄວ້ໃນບ່ອນທີ່ເໝາະສົມຂອງພວກມັນ, ແທນທີ່ຈະຂີ້ຄ້ານ ແລະ ປ່ອຍໃຫ້ທຸກຢ່າງຢາຍໄປຢູ່ທຸກບ່ອນ.

ໃນຕົວຢ່າງນີ້, ເຮົາເຫັນຄຸນສົມບັດທາງລົບ, ນິໄສທີ່ບໍ່ກໍ່ໃຫ້ເກີດປະໂຫຍດຫຼາຍ, ແລະ ຄຸນສົມບັດທາງບວກນຳເຊັ່ນກັນ. ດັ່ງນັ້ນ ເຮົາສຸມຄວາມພຽນພະຍາຍາມເພື່ອຫຼີກເວັ້ນຄຸນສົມບັດທາງລົບ ແລະ ສ້າງລະບົບຈັດຟາຍລ໌ທີ່ເໝາະສົມ ເພື່ອໃຫ້ເຮົາສາມາດສະກັດກັ້ນມັນບໍ່ໃຫ້ສືບຕໍ່. ສິ່ງນີ້ແມ່ນອັນທີ່ເຮົາກຳລັງເວົ້າເຖິງ ໂດຍເບິ່ງໃນລະດັບການປະຕິບັດຕົວຈິງທີ່ເຂົ້າໃຈງ່າຍ.

ເອົາຊະນະອຸປະສັກຫ້າປະການທີ່ກີດຂວາງສະມາທິ

ຄວາມພຽນພະຍາຍາມທີ່ຖືກຕ້ອງ ຍັງລວມມີການເຮັດວຽກເພື່ອເອົາຊະນະ ອຸປະສັກຫ້າປະການທີ່ກີດຂວາງສະມາທິ, ເຊິ່ງປະກອບມີ:

ເຈດຈຳນົງໃນການສະແຫວງຫາ ວັດຖຸທາງປະສາດສຳຜັດຫ້າປະເພດທີ່ເພິງປາດຖະໜາ ອັນໃດອັນໜຶ່ງ

ວັດຖຸທາງປະສາດສຳຜັດຫ້າປະເພດທີ່ເພິງປາດຖະໜາ ແມ່ນມີ ຮູບ, ສຽງ, ກິ່ນ, ລົດຊາດ ແລະ ການສຳຜັດ ອັນສວຍງາມ. ອຸປະສັກ ທີ່ເຮົາສຸມຄວາມພະຍາຍາມໃນການກ້າວຂ້າມຜ່ານນີ້ ແມ່ນເວລາທີ່ເຮົາພະຍາຍາມຕັ້ງໃຈສຸມໃສ່ບາງສິ່ງ, ເປັນຕົ້ນແມ່ນ ວຽກງານຂອງເຮົາ, ແຕ່ຄວາມຕັ້ງໃຈຂອງເຮົາ ຖືກລົບກວນ ຫັນເຫໄປທາງອື່ນ ຍ້ອນຄວາມຄິດ, ເຊັ່ນ: “ຂ້ອຍຢາກເບິ່ງຮູບເງົາ” ຫຼື “ຂ້ອຍຢາກໄປຕູ້ເຢັນ.” ດັ່ງນັ້ນ ຈຸດນີ້ເຮົາກຳລັງເບິ່ງຄວາມສຳລານ ຫຼື ຄວາມປາດຖະໜາທາງດ້ານປະສາດສຳຜັດ, ເຊັ່ນ: ຄວາມຢາກກິນ, ຟັງເພງ, ແລະ ອື່ນໆ. ເຮົາຈຳເປັນຕ້ອງໄດ້ສຸມຄວາມພະຍາຍາມເຂົ້າໃນການບໍ່ສະແຫວງຫາສິ່ງຕ່າງໆ ເວລາທີ່ມີຄວາມຮູ້ສຶກດັ່ງກ່າວເກີດຂຶ້ນ, ເພື່ອໃຫ້ເຮົາສືບຕໍ່ຕັ້ງໃຈສຸມໃສ່.

ຄວາມຄິດກ່ຽວກັບການປະສົງຮ້າຍ

ສິ່ງນີ້ແມ່ນການຄິດກ່ຽວກັບການທຳຮ້າຍຜູ້ອື່ນ. ຖ້າຫາກເຮົາຄິດຢູ່ຕະຫຼອດໃນທາງອາຄາດ, “ຄົນຜູ້ນີ້ທຳຮ້າຍຂ້ອຍ, ຂ້ອຍບໍ່ມັກເຂົາ, ຂ້ອຍສາມາດແກ້ແຄ້ນຄືນຄືແນວໃດ?” – ສິ່ງນີ້ເປັນອຸປະສັກອັນໃຫຍ່ຫຼວງທີ່ກີດຂວາງສະມາທິ. ເຮົາຈຳເປັນຕ້ອງໄດ້ສຸມຄວາມພຽນພະຍາຍາມເຂົ້າໃນການຫຼີກເວັ້ນການຄິດຫາຄວາມຄິດທີ່ບໍ່ດີ ທີ່ເປັນອັນຕະລາຍ ບໍ່ແມ່ນສະເພາະແຕ່ກ່ຽວກັບຄົນອື່ນ ແຕ່ກ່ຽວກັບຕົວເຮົາເອງນຳ.

ຈິດໃຈທີ່ເລືອນລາງ-ມືດໝົ່ນມົວໝອງ ແລະ ຄວາມເຫງົານອນ

ນີ້ແມ່ນກໍລະນີທີ່ຈິດໃຈຂອງເຮົາຢູ່ໃນໝອກມົວ, ເຮົາລ່ອງລອຍຢູ່ ແລະ ບໍ່ສາມາດຄິດຫຍັງໄດ້ຊັດເຈນ. ຄວາມເຫງົານອນແມ່ນ, ແນ່ນອນ, ກໍລະນີທີ່ເຮົາຢາກນອນ. ເຮົາຕ້ອງພະຍາຍາມຕໍ່ສູ້ກັບມັນ. ບໍ່ວ່າເຮົາຈະພະຍາຍາມສູ້ດ້ວຍກາເຟ ຫຼື ຊອກຫາອາກາດສົດທາງນອກ, ເຮົາຈຳເປັນຕ້ອງສຸມຄວາມພຽນພະຍາຍາມເຂົ້າໃນການ ບໍ່ຍອມແພ້ຕໍ່ມັນ. ແຕ່, ຖ້າຫາກມັນເລີ່ມຍາກເກີນກວ່າທີ່ຈະຕັ້ງໃຈສຸມໃສ່, ເຮົາຕ້ອງໄດ້ກຳນົດຂອບເຂດ, ຂີດຈຳກັດ. ຖ້າເຮົາເຮັດວຽກຢູ່ເຮືອນ, “ຂ້ອຍຈະນອນພັກຜ່ອນ ຫຼື ພັກຜ່ອນ 20 ນາທີ”. ຖ້າເຮົາຢູ່ຫ້ອງການ, “ຂ້ອຍຈະພັກດື່ມກາເຟ 10 ນາທີ.” ຕັ້ງຂີດຈໍາກັດໄວ້ ແລະ ຈາກນັ້ນກໍກັບໄປເຮັດວຽກຂອງເຮົາ.

ຄວາມລອຍໄປລອຍມາຂອງຈິດໃຈ ແລະ ຄວາມກິນແໜງໃຈ

ຄວາມລອຍໄປລອຍມາຂອງຈິດໃຈ ແມ່ນກໍລະນີທີ່ຈິດໃຈຂອງເຮົາບິນເວີ່ນໄປ ເຟດບຸກ (Facebook), ຢູທູບ (YouTube) ຫຼື ສິ່ງອື່ນໆ. ຄວາມຮູ້ສຶກກິນແໜງໃຈ ແມ່ນກໍລະນີທີ່ຈິດໃຈລ່ອງລອຍຫາຄວາມຮູ້ສຶກສຳນຶກຜິດ, “ຂ້ອຍຮູ້ສຶກບໍ່ດີຫຼາຍທີ່ຂ້ອຍໄດ້ເຮັດອັນນີ້ ຫຼື ອັນນັ້ນ.” ສິ່ງຕ່າງໆເຫຼົ່ານີ້ ແມ່ນເປັນການລໍ້ໃຈຫຼາຍ ແລະ ເຮັດໃຫ້ເຮົາບໍ່ມີສະມາທິ.

ຄວາມລັງເລ ສອງຈິດສອງໃຈ ແລະ ຄວາມບໍ່ແນ່ໃຈ

ສິ່ງສຸດທ້າຍທີ່ເຮົາຈຳເປັນຕ້ອງພະຍາຍາມສຸມຄວາມພຽນພະຍາຍາມໃສ່ເພື່ອເອົາຊະນະ ແມ່ນ ຄວາມລັງເລ ສອງຈິດສອງໃຈ ແລະ ຄວາມບໍ່ແນ່ໃຈ. “ຂ້ອຍຄວນຈະເຮັດແນວໃດ?” “ເຂົ້າທ່ຽງນີ້ ຂ້ອຍຄວນຈະກິນຫຍັງດີ? ບາງເທື່ອຂ້ອຍອາດຈະກິນອັນນີ້. ຫຼື ຂ້ອຍຄວນຈະກິນອັນນັ້ນດີ?” ການທີ່ບໍ່ສາມາດຕັດສິນໃຈໄດ້ ເປັນການສູນເສຍເວລາຢ່າງຫຼວງຫຼາຍ. ເຮົາບໍ່ສາມາດຕັ້ງໃຈສຸມໃສ່ ແລະ ເລີ່ມເຮັດສິ່ງຕ່າງໆໄດ້ ຖ້າເຮົາຍັງຄົງມີແຕ່ຄວາມບໍ່ແນ່ໃຈ ແລະ ສອງຈິດສອງໃຈ ຕັດສິນໃຈບໍ່ໄດ້, ສະນັ້ນ ເຮົາຈຳເປັນຕ້ອງສຸມຄວາມພຽນພະຍາຍາມເຂົ້າໃນການແກ້ໄຂສິ່ງນີ້.

ເວົ້າສັ້ນໆ, ຄວາມພຽນພະຍາຍາມທີ່ຖືກຕ້ອງ ແມ່ນການສຸມຄວາມພຽນພະຍາຍາມເຂົ້າໃນການ:

  • ຫຼີກເວັ້ນວິທີການຄິດທີ່ເປັນການລົບກວນ ແລະ ມີລັກສະນະທຳລາຍ
  • ຕັດຕົວເຮົາເອງອອກຈາກນິໄສທີ່ບໍໍ່ດີ ແລະ ຈຸດບົກຜ່ອງທີ່ເຮົາອາດຈະມີ
  • ພັດທະນາຄຸນສົມບັດທີ່ດີ ທີ່ເຮົາມີຢູ່ແລ້ວ, ແລະ ອັນທີ່ເຮົາຍັງຂາດຢູ່
  • ຕັດຕົວເຮົາເອງອອກຈາກອຸປະສັກທີ່ກີດຂວາງຄວາມຕັ້ງໃຈ

ສະຕິ

ປະການຕໍ່ໄປຂອງເສັ້ນທາງປະຕິບັດແປດປະການ ທີ່ກ່ຽວຂ້ອງກັບຄວາມຕັ້ງສະມາທິ ແມ່ນສະຕິທີ່ຖືກຕ້ອງ:

  • ສະຕິ ໂດຍພື້ນຖານແລ້ວໝາຍເຖິງ ກາວທາງຈິດໃຈ. ເວລາທີ່ເຮົາກໍາລັງຕັ້ງໃຈຢູ່, ຈິດໃຈຂອງເຮົາຈະຍຶດໝັ້ນກັບວັດຖຸປະສົງໜຶ່ງ. ການຍຶດໝັ້ນນີ້, ຄວາມມີສະຕິເອົາໃຈໃສ່, ປ້ອງກັນບໍ່ໃຫ້ເຮົາປ່ອຍມັນໄປ.
  • ສິ່ງນີ້ແມ່ນໄປຄຽງຄູ່ກັນກັບ ຄວາມຕື່ນຕົວ, ເຊິ່ງຈະກວດຈັບເບິ່ງ ຖ້າຫາກຄວາມສົນໃຈຂອງເຮົາພວມລ່ອງລອຍໄປທາງອື່ນ, ຫຼື ຖ້າເຮົາກຳລັງເຫງົານອນ ຫຼື ເບື່ອໜ່າຍ.
  • ຈາກນັ້ນ ເຮົານຳໃຊ້ ຄວາມເອົາໃຈໃສ່ ຂອງເຮົາ, ເຊິ່ງເປັນວິທີການທີ່ເຮົາພິຈາລະນາ ຫຼື ຄຳນຶງເຖິງ ວັດຖຸປະສົງຂອງຈຸດສຸມ.

ໃນນີ້ ເຮົາເອົາໃຈໃສ່ກ່ຽວກັບວິທີການທີ່ເຮົາຄຳນຶງເຖິງຮ່າງກາຍ, ຄວາມຮູ້ສຶກ, ຈິດໃຈ ແລະ ປັດໄຈຕ່າງໆທາງຈິດຂອງເຮົາ. ເຮົາຢາກຫຼີກເວັ້ນການຍຶດຕິດ ແລະ ການບໍ່ຍອມປ່ອຍວາງ ວິທີທາງທີ່ຜິດໃນການພິຈາລະນະຮ່າງກາຍ ແລະ ຄວາມຮູ້ສຶກຂອງເຮົາ, ເພາະເວລາທີ່ເຮົາບໍ່ຍອມປ່ອຍວາງ, ເຮົາຈະຫັນເຫໄປທາງອື່ນ ແລະ ບໍ່ສາມາດຕັ້ງໃຈສຸມໃສ່ໄດ້. ສະນັ້ນ ໃນນີ້, ເຮົາຈະມາເບິ່ງຮູບແບບທີ່ຜິດ ແລະ ຖືກ ຂອງສະຕິ ເທື່ອລະອັນ.

ການຄຳນຶງເຖິງຮ່າງກາຍຂອງເຮົາ

ເວລາທີ່ເຮົາເວົ້າກ່ຽວກັບຮ່າງກາຍ, ໂດຍທົ່ວໄປແລ້ວ ສິ່ງນີ້ໝາຍເຖິງຮ່າງກາຍຕົວຈິງຂອງເຮົາ ແລະ ບັນດາສຳຜັດທາງກາຍ ຫຼື ລັກສະນະຂອງຮ່າງກາຍຂອງເຮົາ. ການພິຈາລະນາຮ່າງກາຍໃນທາງທີ່ຜິດຈະໝາຍວ່າ ຕາມທຳມະຊາດແລ້ວ, ຮ່າງກາຍຂອງເຮົາແມ່ນ ໃຫ້ຄວາມສຳລານ, ຫຼື ສະອາດ ແລະ ສວຍງາມ. ເຮົາໃຊ້ເວລາມະຫາສານໃນການຫັນເຫໄປ ຫຼື ກັງວົນກ່ຽວກັບຮູບຮ່າງໜ້າຕາ-ລັກສະນະທ່າທາງຂອງເຮົາ – ຜົມ ແລະ ການແຕ່ງໜ້າຂອງເຮົາ, ວິທີການແຕ່ງກາຍຂອງເຮົາ ແລະ ອື່ນໆ. ແນ່ນອນວ່າ ມັນກໍເປັນການດີ ໃນການຮັກສາຄວາມສະອາດ ແລະ ເບິ່ງຮຽບຮ້ອຍຈົບງາມ, ແຕ່ເວລາທີ່ເຮົາຄິດຫຼາຍຈົນເກີນໄປ ວ່າຮູບຮ່າງໜ້າຕາ-ລັກສະນະທ່າທາງ ຂອງຮ່າງກາຍເຮົາ ເປັນແຫຼ່ງທີ່ມາຂອງຄວາມສຳລານ ແລະ ຄິດສະເໝີວ່າມັນຕ້ອງສົມບູນແບບຕະຫຼອດ, ເພື່ອທີ່ພວກເຮົາຈະສາມາດດຶງດູດຜູ້ອື່ນໄດ້, ມັນກໍຈະບໍ່ເປີດໂອກາດໃຫ້ເຮົາໄດ້ມີເວລາຕັ້ງໃຈສຸມໃສ່ສິ່ງໃດໆກໍຕາມທີ່ມີຄວາມໝາຍຄວາມສຳຄັນຫຼາຍກວ່າ.

ມາເບິ່ງຮ່າງກາຍຕາມຄວາມເປັນຈິງນຳກັນ. ຖ້າເຮົານັ່ງເປັນເວລາດົນຈົນເກີນໄປ, ເຮົາຈະຮູ້ສຶກບໍ່ສະບາຍຕົວ ແລະ ຕ້ອງໄດ້ເຄື່ອນໄຫວໄປມາ. ຖ້າເຮົານອນລົງທ່າດຽວ ເຮົາຊິຮູ້ສຶກບໍ່ສະບາຍຕົວ, ແຕ່ທ່າຕໍ່ໄປກໍຄືກັນ. ເຮົາເກີດມີການເຈັບເປັນ; ຮ່າງກາຍແກ່ລົງຕາມອາຍຸ. ມັນມີຄວາມສຳຄັນໃນການເບິ່ງແຍງຮ່າງກາຍ ແລະ ຮັບປະກັນວ່າສຸຂະພາບເຮົາແຂງແຮງດີ ໂດຍການອອກກຳລັງກາຍ ແລະ ກິນອາຫານທີ່ດີ, ແຕ່ການທີ່ສຸມໃສ່ຈຸດນີ້ຈົນເກີນເຫດ – ກັບຄວາມຄິດນີ້ທີ່ວ່າ ຮ່າງກາຍເປັນແຫຼ່ງທີ່ມາຂອງຄວາມສຳລານໄປຕະຫຼອດການ – ແມ່ນເປັນບັນຫາ.

ສະຕິໃນທາງທີ່ຜິດນີ້ ແມ່ນສິ່ງທີ່ເຮົາຈຳເປັນຕ້ອງໄດ້ກຳຈັດອອກໄປ. ເຮົາຕ້ອງໄດ້ປ່ອຍວາງແນວຄວາມຄິດທີ່ວ່າ ຜົມຂອງເຮົາແມ່ນສິ່ງທີ່ສຳຄັນທີ່ສຸດ, ຫຼືວ່າ ເຮົາຕ້ອງຄຸມໂທນສີໃຫ້ເຂົ້າກັນຕະຫຼອດ, ແລະ ມັນຈະນຳຄວາມສຸກມາສູ່ເຮົາ. ເຮົາຢຸດຍຶດຕິດກັບສິ່ງນີ້, ແລະ ປູກຝັງຄວາມມີສະຕິເອົາໃຈໃສ່ໃນທາງທີ່ຖືກຕ້ອງ, ເຊິ່ງແມ່ນ “ຜົມ ແລະ ເຄື່ອງນຸ່ງຂອງຂ້ອຍ ບໍ່ໄດ້ແມ່ນແຫຼ່ງທີ່ມາຂອງຄວາມສຸກທີ່ແທ້ຈິງ. ການຄິດກັບມັນຫຼາຍເກີນໄປ ມີແຕ່ເຮັດໃຫ້ຂ້ອຍເສຍເວລາ ແລະ ສະກັດກັ້ນຂ້ອຍຈາກການຕັ້ງໃຈສຸມໃສ່ບາງສິ່ງທີ່ມີຄວາມໝາຍສຳຄັນກວ່າ.”

ການຄຳນຶງເຖິງຄວາມຮູ້ສຶກຂອງເຮົາ

ໃນນີ້ ເຮົາເວົ້າເຖິງຄວາມຮູ້ສຶກກ່ຽວກັບຄວາມທຸກ ຫຼື ຄວາມສຸກ, ເຊິ່ງໃນທີ່ສຸດແລ້ວກໍຕິດພັນກັບແຫຼ່ງທີ່ມາຂອງຄວາມທຸກທໍລະມານ. ເມື່ອເຮົາບໍ່ເປັນສຸກ, ເຮົາມີສິ່ງທີ່ເອີ້ນວ່າ “ຄວາມກະຫາຍ” –ເຮົາກະຫາຍຫາຈຸດສິ້ນສຸດຂອງແຫຼ່ງທີ່ມາຂອງຄວາມທຸກ. ໃນທາງໃກ້ຄຽງກັນ, ເວລາທີ່ເຮົາມີຄວາມສຸກໜ້ອຍໜຶ່ງ, ເຮົາກໍມີຄວາມກະຫາຍຫຼາຍ ຢາກຈະໄດ້ຕື່ມ. ໂດຍພື້ນຖານແລ້ວ ສິ່ງນີ້ແມ່ນແຫຼ່ງທີ່ມາຂອງບັນຫາ.

ເມື່ອເຮົາຄຳນຶງເຖິງຄວາມບໍ່ເປັນສຸກ ວ່າເປັນສິ່ງທີ່ໂຫດຮ້າຍທີ່ສຸດໃນໂລກ, ມັນຈະກໍ່ໃຫ້ເກີດບັນຫາກັບຄວາມຕັ້ງໃຈ. ແນວໃດ? “ຂ້ອຍຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ,” ຫຼື “ຂ້ອຍກຳລັງອາລົມບໍ່ດີ,” ຫຼື “ຂ້ອຍບໍ່ມີຄວາມສຸກ,” ແລ້ວ, ເປັນຫຍັງລະ? ເຮົາກໍສືບຕໍ່ເຮັດອັນໃດກໍຕາມທີ່ເຮົາກຳລັງເຮັດຢູ່. ຖ້າເຮົາຄິດແທ້ໆວ່າອາລົມທີ່ບໍ່ດີຂອງເຮົາ ແມ່ນເປັນສິ່ງທີ່ໂຫດຮ້າຍທີ່ສຸດໃນໂລກ ແລະ ຍັງຍຶດຕິດກັບມັນ, ມັນຈະເປັນອຸປະສັກອັນຮ້າຍແຮງ ທີ່ກີດຂວາງຄວາມຕັ້ງໃຈສຸມໃສ່ອັນໃດໆກໍຕາມທີ່ເຮົາກຳລັງເຮັດຢູ່.

ເມື່ອເຮົາເປັນສຸກ, ເຮົາບໍ່ຄວນຈະຫັນເຫໄປທາງອື່ນ, ຄາດຫວັງວ່າຄວາມສຸກຈະມີຫຼາຍຂຶ້ນກວ່າເກົ່າ ແລະ ຢູ່ນຳເຮົາໄປຕະຫຼອດ. ສິ່ງນີ້ສາມາດເກີດຂຶ້ນໄດ້ ເວລາທີ່ນັ່ງສະມາທິ ແລະ ເຮົາເລີ່ມຮູ້ສຶກດີຫຼາຍໆ, ແລະ ເຮົາເລີ່ມຫັນເຫຍ້ອນຄິດວ່າມັນມະຫັດສະຈັນຫຼາຍ. ຫຼືຖ້າເຮົາຢູ່ນຳຄົນທີ່ເຮົາມັກ, ຫຼື ກິນອາຫານແຊບໆ, ຄວາມມີສະຕິເອົາໃຈໃສ່ທີ່ຜິດ ແມ່ນການຍຶດຕິດກັບ “ສິ່ງນີ້ແມ່ນວິເສດຫຼາຍ,” ແລະ ເລີ່ມຫັນເຫຍ້ອນມັນ. ຈົ່ງເພີດເພີນກັບມັນໃນສິ່ງທີ່ມັນເປັນຢູ່, ແຕ່ຢ່າເຮັດໃຫ້ມັນກາຍເປັນເລື່ອງໃຫຍ່ຫຼາຍຈົນເກີນໄປ.

ການຄຳນຶງເຖິງຄວາມຄິດຂອງເຮົາ

ມັນຈະຍາກຕໍ່ການສຸມຈິດໃຈ ຖ້າເຮົາຄຳນຶງເຖິງຄວາມຄິດຂອງເຮົາ ວ່າຕາມທຳມະຊາດຂອງມັນແລ້ວ ແມ່ນເຕັມໄປດ້ວຍໂມໂຫ ຫຼື ຄວາມໂງ່ຈ້າ ຫຼື ໂມຫະຄະຕິ, ຄິດວ່າຈິດໃຈຂອງເຮົາ ມີບາງສິ່ງຢ່າງທີ່ຜິດ ຫຼື ບໍ່ສົມບູນມາໂດຍທຳມະຊາດ. ເຮົາມັກຈະຄິດຫາຕົນເອງໃນທາງທີ່ວ່າ ເຮົາຍັງດີບໍ່ພໍ: “ຂ້ອຍບໍ່ແມ່ນອັນນີ້. ຂ້ອຍບໍ່ແມ່ນອັນນັ້ນ. ຂ້ອຍບໍ່ມີຄວາມໝາຍຫຍັງເລີຍ.” ຫຼື “ຂ້ອຍບໍ່ສາມາດເຂົ້າໃຈໄດ້” ໂດຍທີ່ເຮົາຍັງບໍ່ທັນໄດ້ລອງພະຍາຍາມຫຍັງກ່ອນເລີຍ. ຖ້າເຮົາຍຶດຕິດກັບແນວຄວາມຄິດເຫຼົ່ານີ້, ມັນກໍຈະບໍ່ມີຄວາມຫວັງຫຍັງເລີຍ. ໃນທາງກົງກັນຂ້າມ, ສະຕິທີ່ຖືກຕ້ອງ, ເຊິ່ງໝາຍເຖິງເວລາທີ່ເຮົາຄິດວ່າ, “ແມ່ນ, ຂ້ອຍອາດຈະບໍ່ເຂົ້າໃຈຊົ່ວຄາວ, ຂ້ອຍອາດຈະສັບສົນຊົ່ວຄາວ, ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າມັນແມ່ນທຳມະຊາດຂອງຄວາມຄິດຂອງຂ້ອຍ,” ມັນຈະມອບຄວາມໝັ້ນໃຈໃຫ້ແກ່ເຮົາ ໃຫ້ນຳໃຊ້ສະມາທິເພື່ອຜ່ານຜ່າມັນໄປໄດ້.

ການຄຳນຶງເຖິງປັດໄຈທາງຈິດຂອງເຮົາ

ອັນທີສີ່ ແມ່ນໃນແງ່ຂອງປັດໄຈທາງຈິດຂອງເຮົາ, ເຊັ່ນ ປັນຍາ, ຄວາມເມດຕາ, ມານະອົດທົນ, ແລະ ອື່ນໆ. ສະຕິທີ່ຜິດ ແມ່ນການຄິດວ່າມັນຄົງທີ່ ແລະ “ຂ້ອຍກໍເປັນຂອງຂ້ອຍແນວນີ້ ແລະ ທຸກຄົນຕ້ອງໄດ້ຍອມຮັບມັນ. ຂ້ອຍບໍ່ສາມາດເຮັດຫຍັງເພື່ອປ່ຽນແປງ ຫຼື ປູກຝັງມັນໄດ້.” ສະຕິທີ່ຖືກຕ້ອງ ແມ່ນການຮັບຮູ້ວ່າປັດໄຈທັງໝົດເຫຼົ່ານີ້ ບໍ່ໄດ້ຢຸດຢູ່ຄົງທີ່ ໃນລະດັບໃດໜຶ່ງ, ແຕ່ມັນສາມາດພັດທະນາໄດ້ ແລະ ສາມາດປູກຝັງໄດ້, ໃນບໍລິບົດນີ້, ເພື່ອພັດທະນາສະມາທິໄປຕໍ່ໜ້າ.

ເປັນເຈົ້າການຄວບຄຸມຕົວເຮົາເອງ

ມັນໜ້າແປກໃຈ, ເວລາທີ່ເຮົາວິເຄາະຕົນເອງເພື່ອເບິ່ງວິທີການທີ່ເຮົາຮັບມືກັບຕອນອາລົມບໍ່ດີຫຼາຍໆ, ຫຼື ເວລາທີ່ເຮົາຮູ້ສຶກຜິດ, ເຮົາຄົ້ນພົບວ່າ ເຮົາພຽງແຕ່ຍຶດຕິດກັບອາລົມ ແລະ ຄ້າງຄາຢູ່ກັບມັນ. ຫຼື ກັບຄວາມຮູ້ສຶກຜິດ, ເຮົາຄ້າງຄາຢູ່ກັບຄວາມຜິດພາດທີ່ເຮົາໄດ້ກະທຳລົງໄປ. ຄວາມຈິງແລ້ວ, ເຮົາເປັນມະນຸດ, ແລະ ເຮົາທຸກຄົນກໍ່ເຮັດຜິດພາດໄດ້ໝົດ. ສະຕິທີ່ຜິດ ແມ່ນເວລາທີ່ເຮົາຍຶດຕິດກັບມັນ ແລະ ບໍ່ຍອມປ່ອຍວາງ, ແລະ ມີແຕ່ທຳຮ້າຍຕົນເອງ ໂດຍການຄິດແຕ່ວ່າເຮົາເອງຊົ່ວຊ່ຳໃດ. ສະຕິທີ່ຖືກຕ້ອງ ແມ່ນການຮັບຮູ້ວ່າ ອາລົມປ່ຽນແປງໄດ້, ເພາະວ່າມັນເກີດຂຶ້ນ ຜ່ານສາເຫດ ແລະ ເງື່ອນໄຂ, ເຊິ່ງມັນເອງກໍມີການປ່ຽນແປງໂດຍຕະຫຼອດຢູ່ແລ້ວ; ບໍ່ມີສິ່ງໃດຄົງທີ່ຢູ່ຄືເກົ່າໄປຕະຫຼອດການ.

ຄຳແນະນຳອັນໜຶ່ງທີ່ເປັນປະໂຫຍດຫຼາຍ ທີ່ເຮົາຄົ້ນພົບໃນຄຳສອນພຣະພຸດທະສາສະໜາ ແມ່ນການ “ເປັນເຈົ້າການຄວບຄຸມຕົນເອງ”. ມັນຄືກັນກັບການຕື່ນນອນໃນຕອນເຊົ້າ, ເວລາທີ່ເຮົານອນຢູ່ເທິງຕຽງ ແລະ ບໍ່ຢາກລຸກອອກຈາກຕຽງອີ່ຫຼີ ເພາະວ່າຮູ້ສຶກສະບາຍແຮງ ແລະ ເຮົາເອງກໍເຫງົານອນ. ຖ້າເປັນແນວນັ້ນ, ເຮົາກໍພຽງແຕ່ເປັນເຈົ້າການຄວບຄຸມ ແລະ ລຸກຂຶ້ນມາ, ແມ່ນບໍ່ລະ? ເຮົາມີຄວາມອາດສາມາດໃນການເຮັດສິ່ງນັ້ນໄດ້, ເພາະບໍ່ດັ່ງນັ້ນ ເຮົາຈຳນວນເຄິ່ງໜຶ່ງກໍຄົງຈະບໍ່ໄດ້ລຸກຂຶ້ນມາໃນຕອນເຊົ້າເລີຍ! ມັນກໍແມ່ນສິ່ງດຽວກັນກັບໃນເວລາທີ່ເຮົາອາລົມບໍ່ດີ ຫຼື ເຮົາຮູ້ສຶກຕົກຕ່ຳໜ້ອຍໜຶ່ງ. ເຮົາສາມາດເປັນເຈົ້າການຄວບຄຸມຕົວເຮົາເອງໄດ້ – “ມາແມ້, ກໍມີແຕ່ລົງມືເຮັດຊື່ຊື່!” – ບໍ່ຍິນຍອມມັນ, ແຕ່ພຽງສືບຕໍ່ລົງມືເຮັດໃນອັນທີ່ເຮົາຈຳເປັນຕ້ອງເຮັດ.

ທັດສະນະອື່ນໆຂອງສະຕິ

ໂດຍທົ່ວໄປແລ້ວ, ສະຕິແມ່ນສຳຄັນຫຼາຍ. ມັນປ້ອງກັນເຮົາຈາກການຫຼົງລືມສິ່ງຕ່າງໆ. ຖ້າຫາກມີສິ່ງຕ່າງໆທີ່ເຮົາຈຳເປັນຕ້ອງເຮັດ, ສະຕິທີ່ຖືກຕ້ອງຈະຊ່ວຍໃຫ້ເຮົາຕັ້ງໃຈສຸມໃສ່ມັນ. ສະຕິແມ່ນຕິດພັນກັນກັບການຈື່ຈຳ, ສະນັ້ນ ເຮົາອາດຈະຈື່ວ່າ ລາຍການໂທລະພາບທີ່ເຮົາມັກ ຈະອອກອາກາດໃນຄ່ຳຄືນນີ້. ແຕ່ວ່າ ສິ່ງນີ້ແມ່ນການຍຶດຕິດກັບບາງສິ່ງທີ່ບໍ່ສຳຄັນປານໃດ, ເຊິ່ງຈະເຮັດໃຫ້ເຮົາຫຼົງລືມສິ່ງອື່ນໆທີ່ມີຄວາມສຳຄັນຫຼາຍກວ່າ.

ຖ້າເຮົາປະຕິບັດຕາມການຝຶກບາງປະເພດ, ມັນກໍຈະມີສະຕິທີ່ຖືກຕ້ອງທີ່ເຮົາຕ້ອງຍຶດຕິດ. ຖ້າເຮົາອອກກຳລັງກາຍ, ເຮົາຕ້ອງໄດ້ຍຶດຕິດກັບການອອກກຳລັງກາຍແຕ່ລະມື້. ຖ້າເຮົາອົດອາຫານ, ເຮົາຈຳເປັນຕ້ອງໄດ້ມີສະຕິເອົາໃຈໃສ່ກັບມັນ ເພື່ອບໍ່ໃຫ້ເຮົາຫຼົງໄປຈັບເອົາເຄັກຕ່ອນນັ້ນເວລາທີ່ມີຄົນຍື່ນມາໃຫ້ເຮົາ.

ສະຕິແມ່ນການຍຶດຕິດກັບສິ່ງທີ່ເຮົາກຳລັງເຮັດຢູ່, ແລະ ບໍ່ໃຫ້ຫັນເຫຍ້ອນສິ່ງອ້ອມຂ້າງທີ່ບໍ່ສຳຄັນທັງໝົດ. 

ການຮັກສາສະຕິ ເວລາຢູ່ກັບຄອບຄົວຂອງເຮົາ

ຫຼາຍຄົນຮູ້ສຶກວ່າ ການມີສະຕິຕໍ່ກັບຈັນຍາທຳເວລາທີ່ເຂົາຢູ່ກັບຄອບຄົວ ແມ່ນຍາກກວ່າເວລາທີ່ເຂົາຢູ່ກັບໝູ່ເພື່ອນ ຫຼື ຄົນແປກໜ້າ. ຖ້າເຮົາຕົກຢູ່ໃນກໍລະນີນັ້ນ, ຄຳແນະນຳໂດຍທົ່ວໄປ ແມ່ນການຕັ້ງເຈດຈຳນົງອັນໜັກແໜ້ນຫຼາຍໆ ໄວ້ຕັ້ງແຕ່ຕອນທຳອິດ. ຖ້າເຮົາກຳລັງຈະໄປພົບຍາດຕິພີ່ນ້ອງ, ເຮົາສາມາດຕັ້ງເຈດຈຳນົງໄວ້ວ່າ, “ຂ້ອຍຈະພະຍາຍາມເກັບອາລົມຂອງຂ້ອຍ. ຂ້ອຍຈະພະຍາຍາມຈື່ໄວ້ວ່າເຂົາໃຈດີຕໍ່ຂ້ອຍຫຼາຍ. ເຂົາໃກ້ຊິດກັບຂ້ອຍ, ແລະ ວິທີທາງທີ່ຂ້ອຍປະຕິບັດຕໍ່ເຂົາ ຈະສົ່ງຜົນກະທົບຕໍ່ຄວາມຮູ້ສຶກຂອງເຂົາ.” ສິ່ງນີ້ມີຄວາມສຳຄັນຫຼາຍຕັ້ງແຕ່ຕອນເລີ່ມຕົ້ນ.

ເຮົາຍັງຕ້ອງໄດ້ເຕືອນຕົນເອງວ່າ ເຂົາກໍເປັນມະນຸດ. ເຮົາບໍ່ຄວນກຳນົດເຂົາໃນບົດບາດຂອງແມ່, ພໍ່, ເອື້ອຍ, ອ້າຍ, ຫຼື ຄວາມສຳພັນໃດໆກໍຕາມທີ່ເຮົາມີກັບເຂົາ. ຖ້າເຮົາຍຶດຕິດກັບເຂົາໃນບົດບາດໃດໜຶ່ງ, ເຮົາກໍ່ມັກຈະຕອບໂຕ້ຕໍ່ສິ່ງທີ່ເຂົາເຮັດ ໂດຍການຈິນຕະນາການໄວ້ແລ້ວວ່າ ແມ່ ແລະ ພໍ່ຕ້ອງເປັນຄືແນວໃດ, ແລະ ທຸກສິ່ງທີ່ເກີດຂຶ້ນໃນອະດີດ ແລະ ຄວາມຄາດຫວັງ ແລະ ຄວາມຜິດຫວັງທັງໝົດທີ່ເຮົາເຄີຍມີກັບເຂົາ. ມັນຈະເປັນການດີກວ່າ ຖ້າເຮົາຄິດກັບເຂົາໃນນາມມະນຸດຜູ້ໜຶ່ງຫາມະນຸດອີກຜູ້ໜຶ່ງ. ຖ້າເຂົາບໍ່ມີສະຕິຕໍ່ກັບສິ່ງນີ້ ແລະ ຍັງປະຕິບັດກັບເຮົາຄືກັນກັບເດັກ, ເຮົາກໍບໍ່ຈຳເປັນບໍ່ຕ້ອງເຮັດໄປນຳ ຫຼື ປະພຶດຄືກັບເດັກ. ເຮົາຈົ່ງຈື່ໄວ້ວ່າ ເຂົາກໍເປັນມະນຸດ, ແລະ ບໍ່ຕ້ອງມີລີລາ ຫຼິ້ນເກມຫຍັງ; ເພາະໃນທີ່ສຸດແລ້ວ, ການຕົບມືຂ້າງດຽວມັນກໍບໍ່ດັງ.

ເອື້ອຍຂອງຂ້າພະເຈົ້າໄດ້ມາຢາມຂ້າພະເຈົ້າເປັນເວລາໜຶ່ງອາທິດຫວ່າງບໍ່ດົນມານີ້. ລາວຈະເຂົ້ານອນໄວໃນຕອນກາງຄືນ ແລະ ຈາກນັ້ນ, ພໍປານກັບວ່າລາວເປັນແມ່ຂອງຂ້າພະເຈົ້າ, ລາວໄດ້ບອກຂ້າພະເຈົ້າວ່າ, “ໄປນອນດຽວນີ້ແມ້.” ແຕ່ວ່າ ຖ້າຂ້າພະເຈົ້າຕອບໂຕ້ຄືນຄືກັບເດັກນ້ອຍ ແລະ ເວົ້າວ່າ, “ບໍ່, ມັນຍັງເວັນໂພດ, ຂ້ອຍບໍ່ຢາກໄປນອນ, ຂ້ອຍຢາກຢູ່ຕໍ່, ເປັນຫຍັງເຈົ້າຕ້ອງມາບອກໃຫ້ຂ້ອຍໄປນອນ?” ມັນກໍໝາຍວ່າ ເຮົາກັບໄປຫຼິ້ນເກມກັນຄືເກົ່າ. ແລະເຮົາທັງສອງຄົນກໍຈະຮູ້ສຶກອາລົມບໍ່ດີ. ສະນັ້ນ ຂ້າພະເຈົ້າຕ້ອງໄດ້ເຕືອນຕົນເອງວ່າ ລາວໄດ້ໃຫ້ຄຳແນະນຳນັ້ນຕໍ່ຂ້າພະເຈົ້າກໍຍ້ອນວ່າລາວເປັນຫ່ວງຂ້າພະເຈົ້າ, ບໍ່ແມ່ນຍ້ອນວ່າລາວຢາກເຮັດໃຫ້ຂ້າພະເຈົ້າໃຈຮ້າຍ. ລາວຄິດວ່າ ມັນຈະເປັນການດີກວ່າ ຖ້າຫາກຂ້າພະເຈົ້າເຂົ້ານອນໄວ. ສະນັ້ນ ເຮົາຕ້ອງໄດ້ພະຍາຍາມມີຄວາມເຫັນທີ່ເປັນຈິງຫຼາຍກວ່າ ຕໍ່ກັບສິ່ງທີ່ເກີດຂຶ້ນ, ແທນທີ່ຈະສ້າງມະໂນພາບຈາກຄວາມຄິດຂອງເຮົາແຕ່ພຽງຢ່າງດຽວ. 

ສະນັ້ນ, ກ່ອນທີ່ເຮົາຈະພົບສະມາຊິກພາຍໃນຄອບຄົວ, ເຮົາສາມາດມີສະຕິກ່ຽວກັບ ແຮງຈູງໃຈ ຂອງເຮົາ, ເຊິ່ງໝາຍຄວາມວ່າ:

  • ເປົ້າໝາຍ ຂອງເຮົາ: ເປົ້າໝາຍແມ່ນການມີການພົວພັນອັນດີງາມກັບຄອບຄົວຂອງເຮົາ, ເຊິ່ງເປັນຜູ້ທີ່ເຮົາຫ່ວງໃຍ, ແລະ ເປັນຜູ້ທີ່ຫ່ວງໃຍເຮົາ.
  • ອາລົມ ທີ່ປະກອບມານຳ: ຄວາມຫ່ວງໃຍຕໍ່ກັບຄອບຄົວຂອງເຮົາ, ໃນນາມມະນຸດ.

ອີກວິທີທາງໜຶ່ງໃນການເບິ່ງມັນ, ແທນທີ່ຈະຄິດວ່າ ມັນເປັນເຫດການຫຍຸ້ງຍາກ, ແມ່ນໃຫ້ເບິ່ງວ່າມັນເປັນສິ່ງທ້າທາຍ ແລະ ເປັນໂອກາດເພື່ອເຕີບໂຕ: “ຂ້ອຍສາມາດກິນເຂົ້າແລງນີ້ກັບຄອບຄົວຈົນຈົບ ໂດຍບໍ່ໃຈຮ້າຍໄດ້ບໍ່?”

ແລະເວລາທີ່ຄອບຄົວຂອງເຮົາເລີ່ມມາຈົ່ມ, ເຊິ່ງພໍ່ແມ່ມັກເຮັດເລື້ອຍໆຢູ່ແລ້ວ, “ເປັນຫຍັງເຈົ້າຄືຍັງບໍ່ທັນແຕ່ງງານເທື່ອ? ເປັນຫຍັງເຈົ້າຄືບໍ່ຊອກວຽກທີ່ດີກວ່ານີ້? ເປັນຫຍັງເຈົ້າຄືບໍ່ທັນເອົາລູກປານນີ້?” (ອັນທຳອິດທີ່ເອື້ອຍຂອງຂ້າພະເຈົ້າເວົ້າ ເວລາລາວເຫັນຂ້າພະເຈົ້າແມ່ນ “ເຈົ້າຕ້ອງໄດ້ໄປຕັດຜົມໃໝ່ແລ້ວ!”) ແລ້ວຕອນນັ້ນ ເຮົາຈະຮັບຮູ້ວ່າ ເຂົາຖາມຄຳຖາມເຫຼົ່ານີ້ກໍຍ້ອນວ່າເຂົາເປັນຫ່ວງເຮົາ, ແລະ ເຮົາກໍພຽງແຕ່ເວົ້າວ່າ, “ຂອບໃຈທີ່ເປັນຫ່ວງເດີ້!”

ເຮົາສາມາດຄິດຫາພື້ນຖານຄວາມເປັນມາຂອງເຂົາ, ເຊິ່ງກໍແມ່ນວ່າ ໝູ່ເພື່ອນຂອງເຂົາຫຼາຍຄົນຈະມັກຖາມຢູ່ຕະຫຼອດວ່າ, “ໂອ, ລູກຊາຍຂອງເຈົ້າເຮັດຫຍັງຢູ່ດຽວນີ້? ລູກສາວຂອງເຈົ້າເດ ເຮັດຫຍັງຢູ່?” ແລະ ເຂົາກໍຕ້ອງໄດ້ໄປມາຫາສູ່ໃນສັງຄົມກັບໝູ່ເພື່ອນຂອງເຂົາ. ເຂົາບໍ່ໄດ້ຖາມວ່າ ຍ້ອນຫຍັງເຮົາຈຶ່ງບໍ່ແຕ່ງງານເທື່ອຍ້ອນມີຄວາມປະສົງຮ້າຍ, ແຕ່ຍ້ອນເຂົາເປັນຫ່ວງກ່ຽວກັບຄວາມສຸກຂອງເຮົາ. ບາດກ້າວທຳອິດ ແມ່ນການຮັບຮູ້ເຂົ້າໃຈສິ່ງນີ້, ແລະ ຍິນດີກັບຄວາມເປັນຫ່ວງຂອງເຂົາ. ແລະ ຖ້າເຮົາຢາກເວົ້າ, ເຮົາກໍສາມາດອະທິບາຍຢ່າງໃຈເຢັນວ່າ ຍ້ອນຫຍັງເຮົາຈຶ່ງຍັງບໍ່ທັນແຕ່ງງານເທື່ອ!

ສຳລັບສະຕິໃນທາງທີ່ບໍ່ເໝາະສົມ, ເຮົາມັກຈະຍຶດຕິດກັບສິ່ງທີ່ບໍ່ກໍ່ໃຫ້ເກີດປະໂຫຍດຫຍັງເລີຍ. ມັນອາດຈະເປັນອະດີດທີ່ຜ່ານມາແຕ່ດົນນານແລ້ວ, ເຊັ່ນ: “ເປັນຫຍັງເຈົ້າຄືເຮັດອັນນີ້ສິບປີກ່ອນນີ້?” ຫຼື “ເຈົ້າເວົ້າແນວນັ້ນສາມສິບປີກ່ອນ.” ເຮົາຍຶດຕິດກັບມັນ ແລະ ບໍ່ໃຫ້ໂອກາດຜູ້ອື່ນເລີຍ, ແລະ ມັນຈະສະກັດກັ້ນເຮົາຈາກການຕັ້ງໃຈສຸມໃສ່ວ່າ ເຂົາເປັນຄືແນວໃດໃນປັດຈຸບັນ. ເຮົາຍຶດຕິດກັບແນວຄວາມຄິດອັກຄະຕິວ່າ “ມັນຈະຫຍຸ້ງຍາກແນ່ນອນ. ພໍ່ແມ່ຂ້ອຍຈະມາຫາ,” ເຊິ່ງຈຸດນີ້ແມ່ນເຮົາໄດ້ຕັດສິນໃຈໄປແລ້ວວ່າ ມັນຈະເກີດມີຄວາມຫຍຸ້ງຍາກ. ສິ່ງນັ້ນເຮັດໃຫ້ເຮົາຮູ້ສຶກເຄັ່ງຕຶງຫຼາຍ ກ່ອນຈະຮອດຍາມເຂົ້າແລງຊ້ຳ! ສະນັ້ນ ໃຫ້ເຮົາປັບປ່ຽນສະຖານະການດ້ວຍຄວາມມີສະຕິເອົາໃຈໃສ່ໃນທາງທີ່ຖືກຕ້ອງ, ໂດຍການຄິດວ່າມັນເປັນໂອກາດເພື່ອເບິ່ງວ່າ ເຂົາເປັນຄືແນວໃດ, ແລະ ເປັນໂອກາດໃຫ້ໄດ້ຕອບຄືນໄປຕາມສະຖານະການທີ່ເກີດຂຶ້ນ, ໂດຍປາສະຈາກແນວຄວາມຄິດອັກຄະຕິ.

ຄຳແນະນຳໃນທາງປະຕິບັດ ສຳລັບການຮັກສາສະຕິ

ເຮົາມີວິທີການຮັກສາສະຕິຂອງເຮົາຄືແນວໃດ ໃນສະຖານະການທີ່ຫຍຸ້ງຍາກ? ເຮົາຈຳເປັນຕ້ອງໄດ້ປູກຝັງ:

  • ເຈດຈຳນົງ  – ເຈດຈຳນົງອັນໜັກແໜ້ນເພື່ອພະຍາຍາມທີ່ຈະບໍ່ລືມ
  • ຄວາມລຶ້ງເຄີຍ  – ເຮັດລຶ້ມຄືນຂະບວນການດຽວກັນກັບໄປກັບມາເລື້ອຍໆ ເພື່ອເຮັດໃຫ້ເຮົາສາມາດຈື່ຈຳມັນໄດ້ໂດຍອັດຕະໂນມັດ
  • ຄວາມຕື່ນຕົວ  – ລະບົບແຈ້ງເຕືອນທີ່ສາມາດກວດຈັບໄດ້ເວລາທີ່ເຮົາສູນເສຍສະຕິ.

ທຸກສິ່ງເຫຼົ່ານີ້ ແມ່ນອີງຕາມທັດສະນະຄະຕິໃນທາງເປັນຫ່ວງເປັນໃຍ, ໃນທາງທີ່ເຮົາໃສ່ໃຈກ່ຽວກັບຜົນກະທົບຂອງພຶດຕິກຳຂອງເຮົາ ຕໍ່ກັບຕົວເຮົາເອງ ແລະ ຜູ້ອື່ນ. ຖ້າຫາກເຮົາເອງບໍ່ໃສ່ໃຈເລີຍວ່າເຮົາປະພຶດຕົນຄືແນວໃດ, ມັນກໍຈະບໍ່ສາມາດຮັກສາຄວາມມີສະຕິເອົາໃຈໃສ່ໄດ້ ເພາະວ່າມັນຈະບໍ່ມີວິໄນຢູ່ນັ້ນເລີຍ. ເປັນຫຍັງເຮົາຄວນໃສ່ໃຈ? ເພາະເຮົາເປັນມະນຸດ. ແມ່ ແລະ ພໍ່ຂອງເຮົາກໍເປັນມະນຸດ. ແລະ ເຮົາທຸກຄົນກໍຢາກຈະມີຄວາມສຸກ. ບໍ່ມີໃຜຢາກຈະມີຄວາມທຸກ. ວິທີທາງທີ່ເຮົາປະພຶດຕົນ ແລະ ເວົ້າຈາກັບຜູ້ອື່ນ ສົ່ງຜົນກະທົບຕໍ່ຄວາມຮູ້ສຶກຂອງເຂົາ, ດັ່ງນັ້ນ ເຮົາຈຶ່ງຄວນໃສ່ໃຈກ່ຽວກັບວິທີການທີ່ເຮົາປະພຶດຕົນ.

ເຮົາຈຳເປັນຕ້ອງກວດກາຕົນເອງຄືນ ແລະ ກວດເບິ່ງແຮງຈູງໃຈຂອງເຮົາ. ຖ້າເຮົາພຽງແຕ່ຢາກຈະເຮັດດີເພື່ອໃຫ້ຜູ້ອື່ນມັກເຮົາ, ສິ່ງນັ້ນກໍອ່າວເປັນຄືເດັກນ້ອຍ. ມັນອ່າວວ່າໄຮ້ສາລະ. ເຫດຜົນທີ່ດີທີ່ສຸດໃນການມີສະຕິ ແລະ ຮັກສາສະຕິ ແມ່ນຍ້ອນວ່າເຮົາໃສ່ໃຈກ່ຽວກັບຜູ້ອື່ນ, ອີງຕາມທັດສະນະຄະຕິໃນທາງເປັນຫ່ວງເປັນໃຍ.

ສະມາທິ

ປະການທີສາມຈາກເສັ້ນທາງປະຕິບັດແປດປະການ ທີ່ເຮົານຳໃຊ້ສຳລັບຄວາມສຸມໃຈ ແມ່ນເອີ້ນວ່າສະມາທິທີ່ຖືກຕ້ອງ (ແມ່ນແລ້ວ, ຄວາມສຸມໃຈໃນຕົວມັນເອງ). ຄວາມຕັ້ງໃຈແມ່ນການຈັດວາງທາງຈິດອັນແທ້ຈິງ ລົງໃສ່ໃນວັດຖຸປະສົງໜຶ່ງ. ພາຍຫຼັງທີ່ເຮົາສາມາດຖືໄວ້ອັນໃດກໍຕາມທີ່ເຮົາຢາກຕັ້ງໃຈສຸມໃສ່, ສະຕິຈະຊ່ວຍຮັກສາໃຫ້ມັນຢູ່ນັ້ນ ເພື່ອບໍ່ໃຫ້ເຮົາສູນເສຍມັນໄປ. ແຕ່ທັງໝົດທັງມວນ, ຄວາມຕັ້ງໃຈນີ້ ແມ່ນການທີ່ເຮົາສາມາດຖືໄວ້ວັດຖຸປະສົງໃຫ້ໄດ້ຕັ້ງແຕ່ທຳອິດ.

ເຮົາໃຊ້ຄວາມເອົາໃຈໃສ່ ເພື່ອນຳຄວາມສຸມໃຈມາສູ່ບາງສິ່ງ. ສິ່ງທີ່ມັກເກີດຂຶ້ນຫຼາຍໃນຍຸກນີ້, ເມື່ອທຽບໃສ່ກັບອະດີດ, ແມ່ນວ່າຄວາມເອົາໃຈໃສ່ຂອງເຮົາມີການແບ່ງແຍກແຕກອອກໄປ, ສະນັ້ນ ເຮົາຈຶ່ງບໍ່ເຄີຍໄດ້ຕັ້ງໃຈສຸມໃສ່ສິ່ງໃດໆໄດ້ຢ່າງເຕັມສ່ວນ. ເວລາທີ່ເຮົາເບິ່ງຂ່າວຢູ່ໂທລະພາບ, ມັນຈະມີຄົນອ່ານຂ່າວປະຈຳວັນຢູ່ທາງກາງຈໍ, ຈາກນັ້ນ ຢູ່ທາງລຸ່ມກໍມີຕົວໜັງສືທີ່ແລ່ນຜ່ານຈໍກ່ຽວກັບຂ່າວອັນອື່ນ, ແລະ ຈາກນັ້ນ ຢູ່ຕາມແຈຈໍກໍອາດມີອັນອື່ນອີກ. ເຮົາບໍ່ສາມາດສົນໃຈ ຫຼື ຕັ້ງໃຈສຸມໃສ່ອັນໃດໃນນັ້ນໄດ້ຢ່າງເຕັມສ່ວນເລີຍ. ເຖິງວ່າເຮົາຈະຄິດວ່າເຮົາສາມາດເຮັດຫຼາຍໜ້າວຽກໄດ້ພ້ອມກັນ, ກໍບໍ່ມີຜູ້ໃດຈະສາມາດ – ເວັ້ນເສຍແຕ່ວ່າທ່ານເປັນພຣະພຸດທະເຈົ້າ – ສຸມຄວາມຕັ້ງໃຈໃສ່ໄດ້ 100% ຕໍ່ກັບທຸກອັນທີ່ເຮົາກຳລັງເຮັດຫຼາຍໜ້າວຽກພ້ອມກັນຢູ່.

ບາງຄັ້ງເວລາທີ່ເຮົາຢູ່ກັບຜູ້ໃດຜູ້ໜຶ່ງ ແລະ ເຂົາກຳລັງລົມນຳເຮົາ, ການຈັດວາງທາງຈິດຂອງເຮົາພັດຢູ່ທີ່ໂທລະສັບມືຖືຂອງເຮົາ. ສິ່ງນີ້ເປັນການຈັດວາງທາງຈິດທີ່ຜິດ ເພາະເຂົາກຳລັງລົມນຳເຮົາຢູ່ ແຕ່ເຮົາຊ້ຳພັດບໍ່ເອົາໃຈໃສ່ເຂົາເລີຍ. ເຖິງແມ່ນວ່າເຮົາຈະມີການຈັດວາງທາງຈິດໃສ່ສິ່ງໃດໜຶ່ງ, ມັນກໍຍາກຫຼາຍທີ່ຈະສືບຕໍ່ຮັກສາມັນໄວ້ໄດ້. ປັດຈຸບັນ ເຮົາລຶ້ງກັບສິ່ງຕ່າງໆທີ່ມີການປ່ຽນແປງຢ່າງໄວວາ, ແລະ ລຶ້ງເຄີຍກັບການເບິ່ງອັນໜຶ່ງ ແລ້ວໄປເບິ່ງອັນອື່ນຕໍ່, ຈົນມັນເຮັດໃຫ້ເຮົາຮູ້ສຶກເບື່ອໜ່າຍໄດ້ງ່າຍໆ. ການມີຄວາມສຸມໃຈປະເພດນັ້ນ – ບຶດໜຶ່ງຕັ້ງໃຈໃສ່ອັນນີ້, ບຶດໜຶ່ງຕັ້ງໃສ່ອັນນັ້ນ –  ແມ່ນເປັນອຸປະສັກ. ມັນເປັນຄວາມສຸມໃຈທີ່ຜິດ. ການທີ່ຈະສາມາດຕັ້ງໃຈສຸມໃສ່ຢ່າງເໝາະສົມ ແມ່ນໝາຍເຖິງຄວາມສາມາດໃນການຕັ້ງໃຈສຸມໃສ່ ໃຫ້ໄດ້ດົນເທົ່າທີ່ຈຳເປັນ, ໂດຍບໍ່ຮູ້ສຶກເບື່ອໜ່າຍ ແລະ ປ່ຽນໄປໜ້າ ຍ້ອນວ່າເຮົາບໍ່ສົນໃຈມັນແລ້ວ.

ໜຶ່ງໃນອຸປະສັກຫຼັກໆແມ່ນເຮົາຢາກໄດ້ຮັບຄວາມບັນເທີງ. ສິ່ງນີ້ແມ່ນກັບຄືນໄປຫາສະຕິທີ່ຜິດ, ໂດຍຄິດວ່າຄວາມສຳລານຊົ່ວຄາວຈະເຮັດໃຫ້ເຮົາເພິງພໍໃຈໄດ້, ແທນທີ່ຈະກໍ່ໃຫ້ເກີດຄວາມກະຫາຍໄປຕໍ່ໜ້າ. ນັກວິທະຍາສາດສັງຄົມໄດ້ຄົ້ນພົບວ່າ ແຮ່ງມັນມີຄວາມເປັນໄປໄດ້ຫຼາຍຊ່ຳໃດ ກ່ຽວກັບສິ່ງທີ່ເຮົາສາມາດເຮັດໄດ້ ຫຼື ເບິ່ງໄດ້ – ແລະ ອິນເຕີເນັດກໍສະໜອງສິ່ງນີ້, ຄວາມເປັນໄປໄດ້ອັນບໍ່ມີຂີດຈຳກັດ – ເຮົາກໍແຮ່ງຈະຮູ້ສຶກເບື່ອໜ່າຍ, ເຄັ່ງຕຶງ ແລະ ຄັບໃຈ ຫຼາຍຂຶ້ນຊ່ຳນັ້ນ. ເວລາທີ່ເຮົາກຳລັງເບິ່ງບາງສິ່ງ, ເຮົາກຳລັງຄິດວ່າ ມັນອາດຈະມີບາງສິ່ງທີ່ໃຫ້ຄວາມບັນເທີງຫຼາຍກວ່າເກົ່າອີກ ແລະ ເຮົາກໍຢ້ານວ່າເຮົາຈະພາດມັນໄປ. ໃນທາງນີ້, ເຮົາກໍຈະສືບຕໍ່ໄປໜ້າເລື້ອຍໆ ແລະ ບໍ່ສຸມໃສ່ອັນໃດໆເລີຍ. ເຖິງແມ່ນວ່າມັນຈະຍາກ, ມັນກໍຈະເປັນຄວາມຄິດທີ່ດີຫຼາຍໆໃນການພະຍາຍາມ ແລະ ເຮັດໃຫ້ຊີວິດຂອງເຮົາຮຽບງ່າຍຂຶ້ນ, ເພື່ອວ່າບໍ່ໃຫ້ມັນມີຫຼາຍອັນຫຼາຍແນວເກີດຂຶ້ນພ້ອມກັນໃນເວລາດຽວກັນ. ໃນຂະນະທີ່ສະມາທິຂອງເຮົາໄດ້ຮັບການພັດທະນາ, ເຮົາກໍຈະສາມາດເພີ່ມທະວີຂອບເຂດຂອງສິ່ງທີ່ເຮົາສາມາດຮັບມືໄດ້.

ຖ້າເຮົາມີຄວາມສະມາທິທີ່ດີ, ເຮົາກໍຈະສະມາດສຸມໃຈໃສ່ສິ່ງນີ້, ແລະ ຈາກນັ້ນກໍສາມາດສຸມໃຈໃສ່ສິ່ງນັ້ນໄດ້; ແຕ່ໄດ້ສະເພາະແຕ່ເທື່ອລະອັນ, ໂດຍບໍ່ຮູ້ສຶກຖືກລົບກວນຫັນເຫໄປທາງອື່ນ. ມັນຄືກັນກັບໝໍ, ທີ່ຈຳເປັນຕ້ອງໄດ້ຮັບມືກັບຄົນເຈັບເທື່ອລະຄົນ, ແລະ ຕັ້ງໃຈສຸມໃສ່ເຂົາຢ່າງເຕັມສ່ວນ, ໂດຍບໍ່ຄິດຫາຄົນເຈັບຜູ້ກ່ອນໜ້ານີ້ ຫຼື ຜູ້ຕໍ່ໄປ. ເຖິງແມ່ນວ່າໝໍຈະສາມາດພົບຄົນເຈັບຫຼາຍຄົນໃນໜຶ່ງມື້, ພວກເຂົາຈະຕັ້ງໃຈສຸມໃສ່ຕໍ່ຄົນຕໍ່ເທື່ອ ຢ່າງເຕັມສ່ວນຢູ່ຕະຫຼອດ. ສິ່ງນີ້ແມ່ນດີກວ່າຫຼາຍສຳລັບຄວາມຕັ້ງໃຈ.  

ເຖິງຢ່າງໃດກໍຕາມ, ມັນກໍເປັນສິ່ງທີ່ທ້າທາຍຫຼາຍ. ສຳລັບຂ້າພະເຈົ້າແລ້ວ, ຂ້າພະເຈົ້າຮັບມືກັບໜ້າວຽກທີ່ແຕກຕ່າງກັນຈຳນວນຫຼວງຫຼາຍກັບເວັບໄຊ ແລະ ມີຫຼາກຫຼາຍພາສາ ແລະ ອື່ນໆ. ມັນຍາກຫຼາຍກັບການສຸມໃສ່ອັນໜຶ່ງອັນດຽວ. ມັນມີຫຼາຍໆອັນເຂົ້າມາໃນເວລາດຽວກັນ. ໃຜກໍຕາມທີ່ເຮັດວຽກໃນທຸລະກິດທີ່ມີຄວາມສະຫຼັບສັບຊ້ອນ ກໍພົບບັນຫາອັນດຽວກັນ. ແຕ່ວ່າ ຄວາມຕັ້ງໃຈສາມາດພັດທະນາໄດ້ໄປຕາມແຕ່ລະຂັ້ນ.

ສະຫຼຸບ

ການກຳຈັດອຸປະສັກທີ່ກີດຂວາງສະມາທິຂອງເຮົາ ແມ່ນມີຫຼາກຫຼາຍວິທີທາງ. ວິທີການທີ່ງ່າຍແມ່ນການປິດໂທລະສັບມືຖືຂອງເຮົາໃນຍາມທີ່ເຮົາກຳລັງເຮັດວຽກຢູ່, ຫຼື ເລືອກໂມງໃດໜຶ່ງເພື່ອກວດອີເມວໜຶ່ງຄັ້ງ ຫຼື ສອງຄັ້ງຕໍ່ມື້, ເພື່ອໃຫ້ເຮົາສາມາດຕັ້ງໃຈສຸມໃສ່ສິ່ງທີ່ເຮົາຈຳເປັນຕ້ອງໄດ້ເຮັດໄດ້ຢ່າງເຕັມສ່ວນ. ມັນກໍຄືກັນກັບໝໍ ຫຼື ສາດສະດາຈານ ທີ່ມີໂມງເຂົ້າການ; ເຮົາບໍ່ສາມາດມາຍາມໃດກໍໄດ້, ມັນມີໂມງເວລາສະເພາະ ທີ່ເຂົາປະຈຳການ. ເຮົາສາມາດ ແລະ ຄວນຈະເຮັດສິ່ງນີ້ໃຫ້ກັບຕົວເຮົາເອງ, ເນື່ອງຈາກວ່າມັນຈະຊ່ວຍໃຫ້ເຮົາພັດທະນາສະມາທິຂອງເຮົາ. 

ມັນໜ້າສົນໃຈໃນການເບິ່ງການພັດທະນາທາງສັງຄົມ. ໃນສະໄໝກ່ອນ, ອຸປະສັກຫຼັກໆຕໍ່ສະມາທິ ແມ່ນພາວະທາງຈິດໃຈຂອງເຮົາເອງ – ຈິດລ່ອງລອຍໄປທາງອື່ນ, ການເພີ້ຝັນກາງເວັນ ແລະ ອື່ນໆ. ປັດຈຸບັນນີ້ ມັນມີສິ່ງຫຼາກຫຼາຍອັນ, ແລະ ສິ່ງເຫຼົ່ານີ້ສ່ວນໃຫຍ່ແມ່ນມາຈາກແຫຼ່ງພາຍນອກ ເຊັ່ນໂທລະສັບມືຖື, ເຟສບຸກ ແລະ ອີເມວ. ຄວາມຈິງແລ້ວ ມັນໄດ້ໃຊ້ຄວາມພະຍາຍາມເພື່ອທີ່ຈະບໍ່ຖືກຄອບງຳໂດຍທຸກສິ່ງນີ້, ແລະ ການທີ່ເຮົາຈະສາມາດເຮັດສິ່ງນີ້ໄດ້ ເຮົາຈຳເປັນຕ້ອງໄດ້ຮັບຮູ້ຄຸນລັກສະນະທີ່ເປັນໄພອັນຕະລາຍຂອງສື່ເຫຼົ່ານີ້. ອັນທີ່ເຫັນໄດ້ແຈ້ງ ທີ່ຫຼາຍໆຄົນອາດເຄີຍປະສົບພົບພໍ້ ແມ່ນວ່າໄລຍະຂອງຄວາມສົນໃຈແມ່ນນັບມື້ນັບສັ້ນລົງ. ທະວິດເຕີ້ (Twitter) ມີການຈຳກັດຈຳນວນຕົວອັກສອນ ແລະ ໜ້າຫຼັກໃນເຟດບຸກກໍ່ມີການປ່ຽນແປງໄປຕະຫຼອດເວລາ. ທຸກຢ່າງມັນໄວຫຼາຍ ຈົນມັນສ້າງນິໄສເສຍທີ່ເປັນອັນຕະລາຍຕໍ່ສະມາທິ, ເພາະເຮົາບໍ່ສາມາດຮັກສາຄວາມເອົາໃຈໃສ່ໃນສິ່ງໃດໄດ້ເລີຍ; ທຸກສິ່ງທຸກຢ່າງຕ້ອງມີການປ່ຽນແປງໄປຕະຫຼອດເວລາ. ສິ່ງນີ້ເປັນສິ່ງທີ່ເຮົາຕ້ອງໄດ້ລະມັດລະວັງ.

Top