ການນຳເອາພຣະພຸທະສາສະໜາເຂົ້າໃນຊີວິດຂອງເຮົາ

04:17
ຄຳວ່າ ພຣະທັມ ໝາຍເຖິງມາຕະການປ້ອງກັນ. ມັນເປັນສິ່ງທີ່ເຮົາເຮັດເພື່ອຫຼີກລ່ຽງບັນຫາ.

ພຣະທັມແມ່ນສຳລັບການຈັດການກັບບັນຫາໃນຊີວິດ

ສິ່ງທຳອິດທີ່ເຮົາຕ້ອງເຮັດເພື່ອນຳເອົາຕົນເອງເຂົ້າສູ່ການປະຕິບັດທັມແມ່ນການສຳນຶກໄດ້ເຖິງ ບັນຫາ ຫຼື ຄວາມຫຍຸ້ງຍາກປະເພດຕ່າງໆ ທັງຫຼາຍທີ່ເຮົາມີໃນຊີວິດ. ອັນຕໍ່ມາແມ່ນການສຳນຶກໄດ້ວ່າ ການປະຕິບັດທັມແມ່ນແນໃສ່ຊ່ວຍເຮົາໃຫ້ພົ້ນຈາກບັນຫາເຫຼົ່ານີ້.

ການປະຕິບັດທັມບໍ່ແມ່ນແຕ່ເພື່ອໃຫ້ຮູ້ສຶກດີ, ຫຼື ໃຫ້ມີງານອະດິເລກດີໆ, ຫຼື ເພື່ອໃຫ້ທັນສະໄໝ, ຫຼື ອື່ນໆ ເຫຼົ່ານີ້. ການປະຕິບັດທັມແມ່ນມີຈຸດປະສົງເພື່ອຊ່ວຍເຮົາຕັດບັນຫາຂອງເຮົາອອກ. ນັ້ນໝາຍຄວາມວ່າ ເພື່ອປະຕິບັດທັມໄດ້ຢ່າງແທ້ຈິງ, ເຮົາຕ້ອງເຂົ້າໃຈວ່າມັນບໍ່ແມ່ນຂະບວນການທີ່ສະໜຸກສະໜານ. ເຮົາຕ້ອງເບິ່ງ ແລະ ປະເຊີນກັບສິ່ງຕ່າງໆ ທີ່ບໍ່ພຶງປາຖະໜາໃນຊີວິດຂອງເຮົາ, ຄວາມຫຍຸ້ງຍາກທີ່ເຮົາມີ – ບໍ່ແລ່ນໜີຈາກມັນ, ແຕ່ປະເຊີນໜ້າກັບມັນດ້ວຍທັດສະນະທີ່ວ່າຕອນນີ້ເຮົາຈະພະຍາຍາມຈັດການກັບມັນ.

ບັນຫາຂອງເຮົາອາດມີຫຼາຍຮູບແບບ. ເຮົາທັງໝົດຕ່າງກໍຄຸ້ນເຄີຍກັບມັນເປັນສ່ວນຫຼາຍ – ເຮົາຂາດຄວາມໝັ້ນໃຈ; ເຮົາມີຄວາມຫຍຸ້ງຍາກໃນຄວາມສຳພັນຂອງເຮົາກັບຄົນອື່ນ; ເຮົາຮູ້ສຶກຖືກແຍກປ່ຽວ; ເຮົາມີຄວາມຫຍຸ້ງຍາກກັບອາລົມ ແລະ ຄວາມຮູ້ສຶກຂອງເຮົາ – ສິ່ງທໍາມະດາທີ່ເຮົາທັງໝົດເປັນ. ເຮົາມີຄວາມຫຍຸ້ງຍາກໃນການຈັດການກັບຄອບຄົວ ແລະ ພໍ່ແມ່ຂອງເຮົາ; ເພິ່ນປ່ວຍ ແລະ ເຖົ້າ. ເຮົາມີບັນຫາໃນການຈັດການກັບຄວາມເຈັບປ່ວຍ ແລະ ຄວາມເຖົ້າແກ່ຂອງຕົນເອງ. ແລະຖ້າເຮົາເປັນຄົນໜຸ່ມ, ເຮົາມີຄວາມຫຍຸ້ງຍາກໃນການຄົ້ນຫາສິ່ງທີ່ເຮົາຈະເຮັດກັບຊີວິດເຮົາ, ວິທີຫາລ້ຽງຊີບ, ທິດທາງທີ່ຈະເດີນຕໍ່ໄປ, ແລະ ອື່ນໆ. ເຮົາຕ້ອງເບິ່ງສິ່ງເຫຼົ່ານີ້ທັງໝົດ.

ຄວາມສັບສົນ

ຈຸດທີ່ສຳຄັນທີ່ສຸດອັນໜຶ່ງໃນພຣະພຸທະສາສະໜາແມ່ນການສຳນຶກໄດ້ວ່າບັນຫາເຫຼົ່ານີ້ທີ່ເຮົາທັງໝົດປະສົບຢູ່ ເກີດມາຈາກສາເຫດ. ມັນບໍ່ແມ່ນວ່າມັນຈະມາໂດຍບໍ່ມີສາເຫດເລີຍ. ແຫຼ່ງຂອງບັນຫາເຫຼົ່ານີ້ແມ່ນຢູ່ພາຍໃນຕົວເຮົາເອງ. ອັນນີ້ແມ່ນຄວາມຮູ້ແຈ້ງທີ່ຍິ່ງໃຫຍ່ ແລະ ບໍ່ງ່າຍທີ່ຄົນສ່ວນຫຼາຍຈະຍອມຮັບ. ອັນນີ້ແມ່ນຍ້ອນເຮົາສ່ວນຫຼາຍມັກຈະເອົາບັນຫາຂອງຕົນເອງໄປໂທດໃສ່ຄົນອື່ນ ຫຼື ສະຖານະການພາຍນອກ. ເຮົາຮູ້ສຶກວ່າ: “ຂ້ອຍບໍ່ມີຄວາມສຸກເພາະສີ່ງທີ່ເຈົ້າເຮັດ – ເຈົ້າບໍ່ໂທຫາຂ້ອຍ; ເຈົ້າປະຖິ້ມຂ້ອຍ; ເຈົ້າບໍ່ຮັກຂ້ອຍ. ມັນເປັນຄວາມຜິດຂອງເຈົ້າທັງໝົດ.” ຫຼືເຮົາໂທດພໍ່ແມ່ຂອງເຮົາ – ຕໍ່ສິ່ງທີ່ພໍ່ແມ່ເຮົາເຮັດ ຫຼື ບໍ່ໄດ້ເຮັດໃຫ້ເຮົາເມື່ອເຮົາຍັງນ້ອຍ. ຫຼືເຮົາໂທດສະຖານະພາບເສຖະກິດ, ສະຖານະພາບການເມືອງ, ສະຖານະພາບສັງຄົມ, ແລະ ອື່ນໆ. ບາດນີ້, ແນ່ນອນ, ປັດໄຈເຫຼົ່ານີ້ມີບົດບາດຕໍ່ຊີວິດຂອງເຮົາແທ້. ພຣະພຸທະສາສະໜາບໍ່ໄດ້ປະຕິເສດສິ່ງນັ້ນ. ແຕ່ສາເຫດຫຼັກ, ສາເຫດເລິກໆ ຂອງບັນຫາຂອງເຮົາ, ແມ່ນຢູ່ໃນຕົວເຮົາເອງ – ແມ່ນທັດສະນະຄະຕິຂອງເຮົາ, ໂດຍສະເພາະແມ່ນຄວາມສັບສົນຂອງເຮົາ.

ຖ້າເຮົາຢາກຫາປັດໄຈອັນໜຶ່ງທີ່ນິຍາມທັດສະນະຄະຕິທາງພຸດຢ່າງລະອຽດກ່ຽວກັບຄວາມໝາຍຂອງການປະຕິບັດທັມໃນຊີວິດປະຈຳວັນ, ຂ້າພະເຈົ້າວ່າແມ່ນອັນນີ້. ເມື່ອເຮົາມີຄວາມຫຍຸ້ງຍາກ, ເຮົາເບິ່ງຄືນທາງໃນຕົນເອງເພື່ອພະຍາຍາມຫາທີ່ມາ ແລະ, ເມື່ອເຮົາຫາເຫັນແລ້ວ, ເຮົາພະຍາຍາມປ່ຽນສະພາບການຈາກພາຍໃນ. ເມື່ອເຮົາເວົ້າກ່ຽວກັບການເບິ່ງພາຍໃນ ແລະ ຊອກຫາທີ່ມາຂອງບັນຫາຂອງເຮົາ, ມັນບໍ່ແມ່ນຢູ່ເທິງພື້ນຖານການຕັດສິນທາງສິນທັມວ່າເຮົາເປັນຄົນບໍ່ດີ ແລະ ເຮົາຕ້ອງປ່ຽນເປັນຄົນດີ. ພຣະພຸທະສາສະໜາບໍ່ຕັດສິນທາງສີນທັມ. ເຮົາພະຍາຍາມຊອກທີ່ມາຂອງບັນຫາຂອງເຮົາຢູ່ທາງໃນ ພຽງເພາະເຮົາເປັນທຸກ ແລະ ຢາກຕັດບັນຫາ ແລະ ຄວາມທຸກຂອງເຮົາອອກໄປ, ແລະ ທີ່ມາຫຼັກໆ ຂອງສິ່ງເຫຼົ່ານັ້ນກໍແມ່ນທັດສະນະຄະຕິຂອງເຮົາເອງ. ໂດຍສະເພາະ, ພຣະພຸດທະເຈົ້າໄດ້ກ່າວວ່າ ສາເຫດທີ່ເລິກແລບທີ່ສຸດຂອງບັນຫາ ແລະ ຄວາມທຸກຂອງເຮົາແມ່ນຄວາມສັບສົນຂອງເຮົາເອງ. ສະນັ້ນ, ສິ່ງທີ່ເຮົາຕ້ອງເຮັດແມ່ນການຄົ້ນເບິ່ງວ່າເຮົາສັບສົນຫຍັງກ່ຽວກັບສິ່ງທີ່ກຳລັງເປັນຢູ່ ແລະ ເຮົາຈະສາມາດຈັດການກັບມັນໂດຍການຫາຄວາມເຂົ້າໃຈທີ່ຖືກໄດ້ແນວໃດ. 

ຄວາມສັບສົນຂອງເຮົາແມ່ນກ່ຽວກັບຫຍັງ? ມັນກ່ຽວກັບຫຼາຍຢ່າງ. ອັນໜຶ່ງແມ່ນເຫດ ແລະ ຜົນຂອງພຶດຕິກຳ. ເຮົາຄິດວ່າຖ້າເຮົາປະພຶດໃນທາງໃດໜຶ່ງ ມັນຈະບໍ່ມີຜົນກະທົບຫຍັງເລີຍ. ຕົວຢ່າງເຊັ່ນ ເຮົາຄິດວ່າ: “ເຮົາມາຊ້າໄດ້, ເພີກເສີຍຕໍ່ເຈົ້າໄດ້, ແລະ ອື່ນໆ, ແລະ ມັນຈະບໍ່ເປັນຫຍັງ.” ນັ້ນແມ່ນຜິດ; ນັ້ນແມ່ນຄວາມສັບສົນ. ຫຼືເຮົາຄິດວ່າບາງສິ່ງທີ່ເຮົາເຮັດ ຫຼື ວິທີທີ່ເຮົາປະພຶດຈະມີຜົນກະທົບແບບໄຮ້ສາລະ ແລະ ເປັນໄປບໍ່ໄດ້. ຕົວຢ່າງເຊັ່ນ: “ຂ້ອຍດີກັບເຈົ້າ ແລະ ສະນັ້ນເຈົ້າຈະຮັກຂ້ອຍເປັນການຕອບແທນ. ຂ້ອຍຊື້ຂອງຂວັນດີໆ ໃຫ້ເຈົ້າ, ແລ້ວເປັນຫຍັງເຈົ້າຄືບໍ່ຮັກຂ້ອຍ?” ດ້ວຍຄວາມຄິດແບບນີ້, ເຮົາຈິນຕະນາການວ່າການກະທຳ ແລະ ພຶດຕິກຳຂອງເຮົາຈະມີຜົນກະທົບໃນແບບທີ່ເປັນໄປບໍ່ໄດ້ ຫຼື ເຮົາຍົກມັນຂຶ້ນ, ໂດຍຄິດວ່າມັນຈະສົ່ງຜົນກະທົບໄດ້ຫຼາຍກວ່າທີ່ຈະເປັນໄປໄດ້. ນອກນັ້ນ, ເຮົາອາດຄິດວ່າ ບາງສິ່ງຈະນຳມາເຊິ່ງຜົນກະທົບປະເພດໜຶ່ງ; ແຕ່ໃນຕົວຈິງ, ມັນຊ້ຳນຳມາເຊິ່ງຜົນທີ່ກົງກັນຂ້າມ. ຕົວຢ່າງເຊັ່ນ, ເຮົາຢາກເປັນສຸກ ແລະ ສະນັ້ນເຮົາຄິດວ່າທາງທີ່ຈະເປັນສຸກແມ່ນການເມົາຢູ່ຕະຫຼອດ. ແຕ່ສິ່ງນີ້ພຽງແຕ່ສ້າງບັນຫາຫຼາຍກວ່າຄວາມສຸກ. 

ອີກອັນໜຶ່ງທີ່ເຮົາສັບສົນນຳແມ່ນການທີ່ເຮົາດຳລົງຢູ່, ການທີ່ຄົນອື່ນດຳລົງຢູ່, ແລະ ການທີ່ໂລກນີ້ດຳລົງຢູ່. ຕົວຢ່າງເຊັ່ນ, ເຮົາເປັນທຸກ ແລະ ບໍ່ມີຄວາມສຸກກັບການເຖົ້າແກ່ ແລະ ເຈັບເປັນ. ແຕ່ເຮົາຄາດຫວັງຫຍັງໃນຖານະມະນຸດ? ມະນຸດປ່ວຍ ແລະ ມະນຸດເຖົ້າ, ນອກຈາກວ່າເຮົາຕາຍແຕ່ໜຸ່ມ - ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງແປກ. ເມື່ອເຮົາເລີ່ມເຫັນຜົມຂາວໃນແວ່ນ ແລະ ເຮົາບໍ່ດີໃຈ ແລະ ຕົກໃຈກັບມັນ, ອັນນີ້ແມ່ນຄວາມບໍ່ມີເຫດຜົນ ແລະ ຄວາມສັບສົນກ່ຽວກັບການດຳລົງຢູ່ຂອງໂລກ, ກ່ຽວກັບການດຳລົງຢູ່ຂອງເຮົາ. 

ສົມມຸດວ່າເຮົາມີບັນຫາກັບການເຖົ້າແກ່. ຍ້ອນຄວາມສັບສົນຂອງເຮົາກ່ຽວກັບສິ່ງນັ້ນ - ການທີ່ເຮົາບໍ່ຍອມຮັບຄວາມເປັນຈິງຂອງມັນ - ເຮົາຈິ່ງປະພຶດໃນທາງມ້າງເພພາຍໃຕ້ອິທິພົນຂອງອາລົມ ແລະ ທັດສະນະຄະຕິທີ່ຫຍຸ້ງເຫຍີງ. ຕົວຢ່າງເຊັ່ນ, ໂດຍການພະຍາຍາມຢ່າງບໍ່ລົດລະທີ່ຈະເບິ່ງໜຸ່ມ ແລະ ເປັນຕາດຶງດູດ, ເຮົາປະພຶດດ້ວຍຄວາມປາຖະໜາທີ່ຈະພະຍາຍາມໃຫ້ໄດ້ມາໃນສິ່ງທີ່ເຮົາຫວັງວ່າຈະ ເຮັດໃຫ້ເຮົາໝັ້ນໃຈ - ເຊັ່ນ ຄວາມສົນໃຈ ແລະ ຄວາມຮັກຈາກຄົນອື່ນ, ໂດຍສະເພາະຈາກຄົນໜຸ່ມທີ່ເຮົາເຫັນວ່າເປັນຕາດຶງດູດ. ເບື້ອງຫຼັງອາການເຫຼົ່ານີ້ ມັກຈະເປັນຄວາມສັບສົນທີ່ວ່າເຮົາເປັນຄົນທີ່ສຳຄັນທີ່ສຸດໃນໂລກ; ເຮົາເປັນສູນກາງຂອງຈັກກະວານ. ສະນັ້ນ ທຸກຄົນຄວນໃຫ້ຄວາມສົນໃຈກັບເຮົາ. ບໍ່ວ່າເຮົາຈະມີຮູບລັກແນວໃດ, ທຸກຄົນຄວນເຫັນວ່າເຮົາເປັນຕາດຶງດູດ ແລະ ມັກເຮົາ. ມັນເຮັດໃຫ້ເຮົາເປັນບ້າຖ້າມີຄົນເຫັນວ່າເຮົາບໍ່ເປັນຕາດຶງດູດ ຫຼື ບໍ່ມັກເຮົາ. ມັນເຮັດໃຫ້ເຮົາແຮງບ້າຂຶ້ນໄປອີກຖ້າເຂົາເພີກເສີຍຕໍ່ເຮົາ - ຖ້າເຂົາບໍ່ໃຫ້ຄວາມສົນໃຈກັບເຮົາເວລາເຮົາຢາກໃຫ້ເຂົາເຫັນວ່າເຮົາເປັນຕາດຶງດູດ, ຖ້າບໍ່ແມ່ນທາງກາຍ ກໍແມ່ນທາງອື່ນ. ແຕ່, ບໍ່ແມ່ນທຸກຄົນຈະມັກພຣະສາກະຍະມຸນີ; ສະນັ້ນ ເຮົາຈະມີຫວັງຫຍັງທີ່ຈະໃຫ້ທຸກຄົນມັກເຮົາ! 

ຄວາມປາຖະໜາທີ່ຈະໃຫ້ທຸກຄົນມັກເຮົານັ້ນເປັນຄວາມຄາດຫວັງທີ່ເກີນຈິງ. ມັນບໍ່ແມ່ນຄວາມຈິງ. ມັນຢູ່ເທິງພື້ນຖານຂອງຄວາມສັບສົນ, ຄວາມປາຖະໜາ, ແລະ ຄວາມຍຶດຕິດທີ່ວ່າທຸກຄົນຄວນເຫັນວ່າເຮົາເປັນຕາດຶງດູດ ແລະ ສົນໃຈເຮົາ. ພາຍໃຕ້ສິ່ງນີ້ແມ່ນທັດສະນະຄະຕິອັນຫຍຸ້ງເຫຍີງຂອງຄວາມໄຮ້ດຽງສາ. ເຮົາຄິດວ່າເຮົາສຳຄັນ ແລະ ເປັນຕາຮັກຈົນທຸກຄົນຄວນມັກເຮົາ, ສະນັ້ນ ຈິ່ງມີຫຍັງຜິດປົກກະຕິກັບຄົນທີ່ບໍ່ມັກເຮົາ. ຫຼືຮ້າຍກວ່ານັ້ນ, ເຮົາເລີ່ມສົງໄສຕົນເອງ: “ຕ້ອງມີຫຍັງຜິດປົກກະຕິກັບຕົວເຮົາແຫຼະ ຈິ່ງພາໃຫ້ຄົນຜູ້ນີ້ບໍ່ມັກເຮົາ,” ແລະ ສະນັ້ນ ເຮົາກໍຈະຮູ້ສຶກບໍ່ດີ ຫຼື ຮູ້ສຶກຜິດ. ອັນນີ້ແມ່ນຄວາມໄຮ້ດຽງສາທັງໝົດ. 

ສະນັ້ນ, ສິ່ງສຳຄັນຈິ່ງແມ່ນການປັບປຸງຕົນເອງ. ອັນນີ້ແມ່ນກ່ຽວກັບການປະຕິບັດທັມ. ບໍ່ວ່າສະພາບການຈະເປັນແນວໃດ - ຖ້າເຮົາມີຄວາມຫຍຸ້ງຍາກ, ຮູ້ສຶກບໍ່ໝັ້ນໃຈ, ຫຼື ແມ່ນຫຍັງກໍຕາມແຕ່, ເຮົາຕ້ອງເບິ່ງທີ່ຕົວເຮົາເອງເພື່ອໃຫ້ເຫັນວ່າມີຫຍັງເກີດຂຶ້ນ. ຄວາມສັບສົນທີ່ຢູ່ເບື້ອງຫຼັງຂອງອາລົມຫຍຸ້ງເຫຍີງທີ່ເຮົາກຳລັງຮູ້ສຶກຢູ່ນີ້ແມ່ນຫຍັງ? ແຕ່, ຖ້າເຮົາເບິ່ງທີ່ຄວາມສຳພັນທີ່ເຮົາເປັນຢູ່ທີ່ສ້າງບັນຫາ, ເຮົາຍັງຕ້ອງສຳນຶກໃຫ້ໄດ້ວ່າເຮົາບໍ່ແມ່ນຄົນດຽວທີ່ສັບສົນ. ແນ່ນອນວ່າ ອີກຄົນກໍສັບສົນເຊັ່ນກັນ. ຈຸດສຳຄັນແມ່ນ ເຮົາບໍ່ພຽງແຕ່ເວົ້າວ່າ, “ເຈົ້າຕ້ອງປ່ຽນ; ທຸກສິ່ງທີ່ຂ້ອຍເຮັດດີ ແລະ ສົມບູນແບບຢູ່ແລ້ວ; ເຈົ້າເປັນຄົນທີ່ຕ້ອງປ່ຽນ.” ອີກດ້ານໜຶ່ງ, ເຮົາບໍ່ເວົ້າວ່າເຮົາເປັນຄົນດຽວທີ່ຕ້ອງປ່ຽນຄືກັນ, ເພາະນັ້ນເປັນການຖອຍໄປສູ່ບັ່ນທອນຕົນເອງ. ເຮົາພະຍາຍາມໂອ້ລົມຢ່າງເປີດເຜີຍກັບອີກຝ່າຍໜຶ່ງ - ແຕ່, ແນ່ນອນ, ຝ່າຍນັ້ນຕ້ອງເປີດຮັບເຮົາເຊັ່ນກັນ. ເຮົາຕ້ອງເຂົ້າໃຈວ່າເຮົາທັງສອງກຳລັງສັບສົນ. ເຮົາທັງສອງມີບັນຫາໃນແງ່ຂອງຄວາມເຂົ້າໃຈຂອງເຮົາກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນໃນຄວາມສຳພັນຂອງເຮົາ, ສະນັ້ນ ມາພະຍາຍາມປັດຄວາມສັບສົນນີ້ອອກໄປຈາກເຮົາສອງຄົນເຖາະ. ອັນນີ້ແມ່ນສິ່ງທີ່ເປັນຈິງທີ່ສຸດ ແລະ ເປັນທາງທັມທີ່ຄວນກ້າວເດີນໄປ. 

ທຳຄວາມເຂົ້າໃຈພຣະທັມ ກ່ອນລົງມືປະຕິບັດ

ມີການປະຕິບັດທັມຫຼາຍປະເພດ. ພຽງແຕ່ເອົາຄຳແນະນຳວິທີໄປປະຕິບັດຄືກັບການຮຽນເຄັດລັບໃດໜຶ່ງນັ້ນບໍ່ພຽງພໍ. ສິ່ງສຳຄັນແມ່ນຕ້ອງເຂົ້າໃຈ, ຄືກັບການປະຕິບັດໃດໆ, ວ່າມັນຈະຊ່ວຍເຮົາຂ້າມຜ່ານຄວາມຫຍຸ້ງຍາກແນວໃດ. ເຮົາຕ້ອງຮຽນເວລາ ແລະ ວິທີໃຊ້ຕົວຈິງ, ລວມເຖິງແນວຄວາມຄິດທີ່ເປັນພື້ນຖານຂອງມັນອີກ. ນີ້ໝາຍຄວາມວ່າເຮົາຈະບໍ່ເລີ່ມດ້ວຍການປະຕິບັດຂັ້ນສູງ. ເຮົາເລີ່ມຈາກຂັ້ນຕົ້ນ ແລະ ສ້າງພື້ນຖານ, ເພື່ອທີ່ເຮົາຈະຮູ້, ຈາກລຳດັບຂອງການສອນຂັ້ນພຣະທັມ, ວ່າເກີດຫຍັງຂຶ້ນກັບການປະຕິບັດແຕ່ລະອັນ. 

ບາດນີ້, ແມ່ນແທ້ທີ່ວ່າເຮົາໄດ້ອ່ານຄຳສອນທີ່ວ່າ: “ຖ້າເຮົາໄດ້ຮັບຢາມາ, ຢ່າຖາມວ່າມັນເຮັດວຽກແນວໃດ, ໃຫ້ກິນໂລດ!” ເຖິງວ່ານີ້ຈະເປັນຄຳແນະນຳທີ່ດີ, ເຮົາກໍຕ້ອງເຂົ້າໃຈວ່າມັນເປັນຄຳເຕືອນສຳລັບອັນທີ່ເກີນໂພດ. ອັນທີ່ເກີນໂພດແມ່ນພຽງແຕ່ຮຽນ ແລະ ພະຍາຍາມເຂົ້າໃຈຄຳສອນ, ແຕ່ບໍ່ເຄີຍລົງມືປະຕິບັດຕົວຈິງ. ເຮົາຢາກຫຼີກລ່ຽງຄວາມເກີນໂພດນັ້ນ. ແຕ່, ຍັງມີຄວາມເກີນໂພດອັນອື່ນອີກ ເຊິ່ງເຮົາກໍຕ້ອງຫຼີກລ່ຽງເຊັ່ນກັນ. ນັ້ນແມ່ນເມື່ອເຮົາໄດ້ຍິນຄຳສອນພຣະທັມອັນໃດໜຶ່ງ, ແລ້ວ, ດ້ວຍຄວາມເຊື່ອບໍ່ມືນຫູມືນຕາ, ພຽງແຕ່ລົງມືປະຕິບັດໂດຍທີ່ບໍ່ເຂົ້າໃຈວ່າເຮົາກຳລັງເຮັດຫຍັງ ຫຼື ຍ້ອນຫຍັງ. ບັນຫາຫຼັກທີ່ມາຈາກຄວາມເກີນໂພດອັນນັ້ນແມ່ນວ່າເຮົາບໍ່ເຄີຍເຂົ້າໃຈວິທີປະຕິບັດໃນຊີວິດປະຈຳວັນ. ຖ້າເຮົາເຂົ້າໃຈຈຸດປະສົງຂອງການປະຕິບັດໜຶ່ງ - ຖ້າເຮົາເຂົ້າໃຈວ່າມັນເຮັດແນວໃດ ແລະ ເປົ້າໝາຍແມ່ນຫຍັງ - ແລ້ວເຮົາຈະບໍ່ຕ້ອງການໃຫ້ຄົນອື່ນມາບອກເຮົາກ່ຽວກັບວິທີນຳໃຊ້ໃນຊີວິດປະຈຳວັນ. ເຮົາເຂົ້າໃຈ ແລະ ເຮົາຮູ້ວ່າຈະໃຊ້ແນວໃດດ້ວຍຕົນເອງ. 

ເມື່ອເຮົາເວົ້າເຖິງການກຳຈັດບັນຫາຂອງເຮົາ, ເຮົາກຳລັງເວົ້າເຖິງທັງການກຳຈັດບັນຫາຂອງຕົນ, ແລະ ການກຳຈັດຄວາມຫຍຸ້ງຍາກທີ່ເຮົາມີໃນການຊ່ວຍຄົນອື່ນ. “ເຮົາມີບັນຫາໃນການຊ່ວຍຄົນອື່ນຍ້ອນຄວາມຂີ້ຄ້ານ ຫຼື ຄວາມເຫັນແກ່ຕົວ, ຫຼື ຍ້ອນຄາວຽກເກີນໄປ.” ຫຼື: “ຂ້ອຍພຽງແຕ່ບໍ່ເຂົ້າໃຈວ່າບັນຫາຂອງເຈົ້າແມ່ນຫຍັງ ແລະ ຂ້ອຍກໍບໍ່ຮູ້ວ່າຈະເຮັດຫຍັງໄດ້ເພື່ອຊ່ວຍເຈົ້າ.” ນັ້ນແມ່ນຄວາມຫຍຸ້ງຍາກອັນໃຫຍ່ໆ ທີ່ເຮົາມີ, ແມ່ນບໍ? ຄວາມຫຍຸ້ງຍາກໃນການຊ່ວຍຄົນອື່ນເຫຼົ່ານີ້ ກໍເປັນຍ້ອນຄວາມສັບສົນຂອງເຮົາ. ຕົວຢ່າງເຊັ່ນ, ຄວາມສັບສົນທີ່ວ່າຂ້ອຍຄວນເປັນຄືພຣະເຈົ້າຜູ້ຊົງພະລັງ ແລະ ທັງໝົດທີ່ຂ້ອຍຕ້ອງເຮັດກໍມີພຽງສິ່ງດຽວ ແລະ ນັ້ນກໍຈະແກ້ບັນຫາທັງໝົດຂອງເຈົ້າໄດ້; ແລະ ຖ້າມັນແກ້ບັນຫາຂອງເຈົ້າບໍ່ໄດ້, ກໍມີຫຍັງຜິດປົກກະຕິກັບເຈົ້າແລ້ວ. ເຈົ້າເຮັດບໍ່ຖືກ, ສະນັ້ນເຈົ້າກໍຜິດ. ຫຼືຂ້ອຍຜິດ, ເພາະຂ້ອຍຄວນສາມາດແກ້ບັນຫາຂອງເຈົ້າໄດ້ ແຕ່ຂ້ອຍພັດແກ້ບໍ່ໄດ້, ສະນັ້ນ ຂ້ອຍຈິ່ງບໍ່ດີພໍ. ອີກເທື່ອໜຶ່ງ, ມັນເປັນຄວາມສັບສົນກ່ຽວກັບເຫດ ແລະ ຜົນ.

ຄວາມເຊື່ອໝັ້ນໃນພຣະທັມ 

ອີກຈຸດໜຶ່ງແມ່ນວ່າ ການທີ່ຈະສາມາດນຳໃຊ້ພຣະທັມໄດ້ຢ່າງມີປະສິທິພາບໃນຊີວິດປະຈຳວັນໃນທາງທີ່ບໍ່ເປັນປະສາດ, ເຮົາຍັງຕ້ອງມີຄວາມເຊື່ອໝັ້ນວ່າມັນເປັນໄປໄດ້ທີ່ຈະຕັດບັນຫາຂອງເຮົາອອກໄປ. ເຮົາຕ້ອງເຊື່ອວ່າມັນເປັນໄປໄດ້ທີ່ຈະຕັດຄວາມສັບສົນຂອງເຮົາໂດຍການປະຕິບັດຕາມວິທີການພື້ນຖານທາງພຸດ: ເພື່ອເປັນການຕັດບາງຢ່າງອອກໄປ, ເຮົາຕ້ອງຕັດສາເຫດທີ່ພາໃຫ້ມັນເກີດຂຶ້ນ. ແຕ່, ແນ່ນອນ, ມັນຍາກຫຼາຍທີ່ຖືຄວາມເຊື່ອອັນເລິກເຊິ່ງ, ໜັກແໜ້ນ ວ່າມັນເປັນໄປໄດ້ທີ່ຈະຕັດຄວາມສັບສົນຂອງເຮົາອອກທັງໝົດເພື່ອທີ່ວ່າມັນຈະບໍ່ເກີດຂຶ້ນອີກ, ແລະ ຄວາມເຊື່ອອັນໜັກແໜ້ນວ່າມັນເປັນໄປໄດ້ທີ່ຈະໄດ້ປົດປ່ອຍ ແລະ ຕັດສະຮູ້. ອັນນີ້ຍິ່ງຍາກເມື່ອເຮົາຮອດບໍ່ເຂົ້າໃຈຊ້ຳວ່າການປົດປ່ອຍ ແລະ ການຕັດສະຮູ້ ນັ້ນແມ່ນຫຍັງແທ້. ສະນັ້ນແລ້ວເຮົາຈະສາມາດພິຈາລະນາວ່າມັນເປັນໄປໄດ້ ຫຼື ບໍ່ທີ່ຈະບັນລຸມັນໄດ້ແນວໃດ? ຖ້າເຮົາບໍ່ຄິດວ່າມັນເປັນໄປໄດ້, ຊັ້ນມັນບໍ່ເປັນການເສແສ້ງບໍທີ່ຈະຄາດຫວັງບັນລຸສິ່ງທີ່ເຮົາຄິດວ່າບໍ່ມີຢູ່ຈິງ? ແລ້ວມັນຈະກາຍເປັນເກມບ້າໆ ອັນໜຶ່ງທີ່ເຮົາຫຼິ້ນ; ການປະຕິບັດທັມຂອງເຮົາບໍ່ແມ່ນຄວາມຈິງ. 

ເຮົາຕ້ອງເຊື່ອແທ້ໆ, ແລະ ສິ່ງນີ້ອາໄສການສຶກສາ ແລະ ຄວາມເຂົ້າໃຈຫຼາຍ, ພ້ອມທັງຄວາມຄິດລົງເລິກ ແລະ ການທຳສະມາທິ. ເຮົາຕ້ອງເຊື່ອວ່າບໍ່ພຽງແຕ່ການພົ້ນທຸກ ແລະ ການຕັດສະຮູ້ນັ້ນເປັນໄປໄດ້, ແຕ່ຍັງຕ້ອງເຊື່ອອີກວ່າມັນເປັນໄປໄດ້ທີ່ເຮົາຈະບັນລຸເຖິງ. ບໍ່ແມ່ນແຕ່ເປັນໄປໄດ້ສະເພາະສຳລັບພຣະສາກະຍະມຸນີເທົ່ານັ້ນ, ແຕ່ເຮົາບັນລຸບໍ່ໄດ້. ຄວາມຈິງ, ມັນເປັນໄປໄດ້ທີ່ເຮົາຈະບັນລຸເຖິງ, ແລະ ມັນເປັນໄປໄດ້ສຳລັບທຸກຄົນທີ່ຈະບັນລຸນຳອີກ. ເຮົາຕ້ອງເຂົ້າໃຈວ່າເຮົາຕ້ອງເຮັດຫຍັງເພື່ອຕັດຄວາມສັບສົນຂອງເຮົາອອກ. ແມ່ນຫຍັງທີ່ຈະມາຕັດມັນອອກໄປຈາກເຮົາແທ້? ສິ່ງທີ່ຈະຕັດຄວາມສັບສົນອອກໄປຈາກເຮົາແທ້ແມ່ນຄວາມເຂົ້າໃຈທີ່ຖືກ; ແລະ ສະນັ້ນ ເຮົາຕ້ອງເຂົ້າໃຈວ່າຄວາມເຂົ້າໃຈທີ່ຖືກນັ້ນສາມາດເອົາຊະນະຄວາມສັບສົນ ແລະ ກຳຈັດມັນອອກໄປຕະຫຼອດການໄດ້ແນວໃດ. ຈາກຜົນຂອງທັງໝົດນີ້, ເຮົາເຫັນໄດ້ວ່າບ່ອນທີ່ການປະຕິບັດທັມຈະເກີດຂຶ້ນແທ້ໆ ແມ່ນໃນຊີວິດປະຈຳວັນ; ການຈັດການກັບບັນຫາຂອງເຮົາ, ຄວາມສັບສົນຂອງເຮົາ, ແລະ ຄວາມຫຍຸ້ງຍາກຂອງເຮົາໃນຊີວິດ ຈາກຂະນະໜຶ່ງ ຫາອີກຂະນະໜຶ່ງ. 

ການປະຕິບັດທັມຕ້ອງອາໄສການຕຶກຕອງ

ການປະຕິບັດທັມບໍ່ແມ່ນພຽງການພັກຈາກຊີວິດ, ການໄປຖ້ຳທຳສະມາທິງາມໆ, ງຽບໆ, ຫຼື ແມ່ນແຕ່ການຢູ່ໃນຫ້ອງຂອງຕົນເອງ, ແລະ ການນັ່ງເບາະເພື່ອຫຼີກໜີການທີ່ຕ້ອງຈັດການກັບຊີວິດ. ການຫຼີກໜີບໍ່ແມ່ນຈຸດສຸມຂອງການປະຕິບັດທັມ. ເວລາເຮົາໄປບ່ອນງຽບໆ ເພື່ອທຳສະມາທິ, ເຮົາເຮັດເພື່ອສ້າງທັກສະທີ່ຈຳເປັນໃນການຮັບມືກັບບັນຫາໃນຊີວິດເຮົາ. ຈຸດສຸມຫຼັກແມ່ນຊີວິດ. ຈຸດສຸມບໍ່ແມ່ນການໄດ້ຫຼຽນຣາງວັນໂອລິມປິກຂະແໜງການນັ່ງສະມາທິ! ການປະຕິບັດທັມແມ່ນກ່ຽວກັບການນຳໃຊ້ພຣະທັມໃນຊີວິດ. 

ນອກນັ້ນ, ການປະຕິບັດທັມກໍແມ່ນການຕຶກຕອງ. ດ້ວຍທັມ, ເຮົາພະຍາຍາມເອົາໃຈໃສ່ພາວະອາລົມຂອງເຮົາ, ແຮງຈູງໃຈຂອງເຮົາ, ທັດສະນະຄະຕິຂອງເຮົາ, ຮູບແບບພຶດຕິກຳທີ່ຕາມໃຈຂອງເຮົາ. ເຮົາຍິ່ງຕ້ອງລະວັງອາລົມລົບກວນ. ລັກສະນະສະເພາະຕົວຂອງອາລົມ ຫຼື ທັດສະນະຄະຕິລົບກວນແມ່ນ ເວລາທີ່ມັນເກີດຂຶ້ນ, ມັນເຮັດໃຫ້ເຮົາ ແລະ/ຫຼື ຄົນອື່ນຮູ້ສຶກອຶດອັດ. ເຮົາເສຍຄວາມສະຫງົບທາງຈິດໃຈ ແລະ ເສຍການຄວບຄຸມ. ອັນນີ້ເປັນນິຍາມທີ່ຊ່ວຍໄດ້ຫຼາຍ, ເພາະການຮູ້ຈະຊ່ວຍໃຫ້ເຮົາສັງເກດໄດ້ເວລາທີ່ເຮົາປະພຶດພາຍໃຕ້ອິທິພົນຂອງມັນ. ເຮົາສາມາດຮູ້ໄດ້ວ່າມີສິ່ງລົບກວນບາງຢ່າງກຳລັງເກີດຂຶ້ນໃນໃຈຂອງເຮົາຖ້າເຮົາຮູ້ສຶກອຶດອັດ. ໃນເວລາຄືແນວນັ້ນ, ເຮົາຕ້ອງກວດເບິ່ງວ່າເກີດຫຍັງຂຶ້ນພາຍໃນ ແລ້ວໃຊ້ຢາແກ້. 

ສິ່ງນີ້ອາໄສຄວາມລະອຽດອ່ອນຕໍ່ສິ່ງທີ່ກຳລັງເກີດຂຶ້ນຢູ່ໃນຕົວເຮົາ. ແລະການເຮັດຫຍັງເພື່ອປ່ຽນພາວະອາລົມຂອງເຮົາ, ຖ້າເຮົາພົບວ່າມັນລົບກວນ, ອາໄສຄວາມສຳນຶກທີ່ວ່າຖ້າເຮົາປະພຶດໃນທາງທີ່ລົບກວນ ແລະ ຖືກລົບກວນແລ້ວ, ມັນກໍຈະສ້າງຄວາມທຸກຢ່າງຫຼວງຫຼາຍໃຫ້ທັງເຮົາ ແລະ ຄົນອື່ນ. ເຮົາບໍ່ຢາກໄດ້ແນວນັ້ນ; ເຮົາພໍແລ້ວກັບສິ່ງນັ້ນ. ແລະຖ້າເຮົາອາລົມເສຍ, ແລ້ວເຮົາຈະສາມາດຊ່ວຍຄົນອື່ນໄດ້ແນວໃດ? 

ຄວາມຢືດຢຸ່ນ

ການປະຕິບັດທັມຍັງຕ້ອງອາໄສຄວາມຊິນເຄີຍກັບພະລັງຕ້ານຫຼາຍອັນ, ບໍ່ພຽງແຕ່ໜຶ່ງ ຫຼື ສອງ. ຊີວິດເຮົາຊັບຊ້ອນຫຼາຍ ແລະ ຢາແກ້ອັນດຽວຈະໃຊ້ບໍ່ໄດ້ສະເໝີໄປ. ການປະຕິບັດອັນດຽວຈະບໍ່ມີປະສິທິຜົນທີ່ສຸດໃນທຸກສະຖານະການ. ເພື່ອທີ່ຈະສາມາດໝູນໃຊ້ສິ່ງຕ່າງໆ ເຂົ້າໃນຊີວິດປະຈຳວັນໄດ້ນັ້ນ ຕ້ອງອາໄສຄວາມຢືດຢຸ່ນຢ່າງຫຼວງຫຼາຍ ແລະ ຫຼາຍວິທີ. ຖ້າອັນນີ້ໃຊ້ບໍ່ໄດ້, ເຮົາກໍເຮັດອັນນັ້ນ; ຖ້າອັນນັ້ນໃຊ້ບໍ່ໄດ້, ເຮົາກໍລອງອັນນີ້. 

ພຣະອາຈານຂອງຂ້າພະເຈົ້າ, ພຣະເຊັນຊັບ ເຊີກອງ ຣິນໂປເຊ ເຄີຍກ່າວວ່າເມື່ອເຮາຈະພະຍາຍາມເຮັດບາງຢ່າງໃນຊີວິດ, ໃຫ້ມີແຜນສອງ, ແຜນສາມໄວ້. ແລ້ວ, ຖ້າແຜນທີ 1 ໃຊ້ບໍ່ໄດ້, ເຈົ້າຈິ່ງຈະບໍ່ລົ້ມເລີກ. ນັ້ນແມ່ນເພາະເຈົ້າມີແຜນສຳຮອງ, ອັນທີ 2 ຫຼື 3. ໃນທີ່ສຸດອັນໜຶ່ງຕ້ອງໃຊ້ໄດ້. ອັນນີ້ຂ້າພະເຈົ້າເຫັນວ່າເປັນຄຳແນະນຳທີ່ມີປະໂຫຍດ. ພຣະທັມກໍເຊັ່ນກັນ: ຖ້າວິທີທີ 1 ໃຊ້ບໍ່ໄດ້ໃນສະຖານະການໜຶ່ງ, ເຮົາກໍມີແຜນສຳຮອງຢູ່ສະເໝີ. ມີອັນອື່ນທີ່ເຮົາສາມາດຫັນຫາໄດ້. ທັງໝົດນີ້ແນ່ນອນວ່າຢູ່ເທິງພື້ນຖານການສຶກສາ, ການຮຽນຮູ້ຫຼາຍວິທີ ແລະ ການທຳສະມາທິ, ເຊິ່ງເຮົາໄດ້ຝຶກເພື່ອກຽມໄວ້ແລ້ວ, ເຊັ່ນດຽວກັບທີ່ເຮົາຝຶກກາຍ. ເຮົາຝຶກຝົນຕົນເອງໃຫ້ຊິນເຄີຍກັບວິທີການເຫຼົ່ານີ້ເພື່ອທີ່ວ່າເຮົາຈະ ສາມາດໝູນໃຊ້ໄດ້ໃນຊີວິດປະຈຳວັນເມື່ອຈຳເປັນ. ສິ່ງນີ້ອາໄສການເບິ່ງການປະຕິບັດທັມບໍ່ພຽງແຕ່ເປັນງານອະດິເຫຼກ, ແຕ່ເປັນການຜູກມັດໄລຍະຍາວ. 

ຫຼີກລ່ຽງຄວາມເກີນພໍດີ

ເຮົາໝູນໃຊ້ການປະຕິບັດທັມໃນຄອບຄົວຂອງເຮົາ. ເຮົາໝູນໃຊ້ເຂົ້າໃນການຮັບມືກັບພໍ່ແມ່ຂອງເຮົາ, ກັບລູກຂອງເຮົາ, ແລະ ໃນການຮັບມືກັບຄົນໃນບ່ອນເຮັດວຽກ. ໃນການເຮັດແນວນີ້, ເຮົາຕ້ອງຫຼີກລ່ຽງຄວາມເກີນພໍດີຫຼາຍອັນ. ເຮົາໄດ້ກ່າວເຖິງອັນນີ້ໄປແລ້ວໜ້ອຍໜຶ່ງ. ເຮົາຕ້ອງຫຼີກລ່ຽງຄວາມເກີນພໍດີຂອງການໂທດບັນຫາຂອງເຮົາໃສ່ຄົນອື່ນ ຫຼື ໂທດຕົນເອງຄົນດຽວ - ເຮົາທັງສອງຕ່າງກໍມີສ່ວນປະກອບ. ເຮົາສາມາດພະຍາຍາມເຮັດໃຫ້ຄົນອື່ນປ່ຽນ, ແຕ່ມັນຈະງ່າຍກວ່າທີ່ຈະປ່ຽນຕົວເຮົາເອງ. 

ສະນັ້ນ, ການປັບປຸງຕົນເອງຈິ່ງເປັນຈຸດສຸມ; ແຕ່ໃນການເຮັດແນວນີ້, ເຮົາຕ້ອງພະຍາຍາມຫຼີກລ່ຽງຄວາມເກີນພໍດີຂອງການໝົກໝຸ້ນຢູ່ກັບຄວາມຫຼົງຕົນເອງ. ດ້ວຍການໝົກໝຸ້ນ, ເຮົາກຳລັງເບິ່ງທີ່ຕົນເອງ ແລະ ຕົນເອງຜູ້ດຽວຢູ່ຕະຫຼອດ ແລະ ບໍ່ເອົາໃຈໃສ່ຄົນອື່ນເລີຍ. ສິ່ງນີ້ສາມາດໄປເພີ່ມໃສ່ກັບຄວາມຮູ້ສຶກທີ່ວ່າເຮົາເປັນສູນກາງຂອງຈັກກະວານ ແລະ ບັນຫາຂອງເຮົາເປັນສິ່ງທີ່ສຳຄັນທີ່ສຸດໃນໂລກ. ບໍ່ມີບັນຫາຂອງໃຜສຳຄັນ. 

ຄວາມເກີນພໍດີອີກອັນໜຶ່ງແມ່ນການຄິດວ່າເຮົາຊົ່ວໝົດ ຫຼື ເຮົາດີໝົດ. ແມ່ນແທ້ ເຮົາຕ້ອງຮັບຮູ້ເຖິງດ້ານຍາກໆ ຂອງເຮົາ, ດ້ານທີ່ເຮົາຢາກປັບປຸງ. ແຕ່ເຮົາຍັງຕ້ອງຮັບຮູ້ເຖິງດ້ານບວກຂອງເຮົາ, ຄຸນສົມບັດດ້ານບວກຂອງເຮົານຳ, ເພື່ອທີ່ວ່າເຮົາຈະສາມາດພັດທະນາມັນໄປໄດ້ອີກ. ຄົນຕາເວັນຕົກຫຼາຍຄົນມີຄວາມເຄົາຣົບໃນຕົນເອງຕ່ຳ . ຖ້າເຮົາສຸມໃສ່ບັນຫາ ແລະ ຄວາມສັບສົນຂອງເຮົາຫຼາຍໂພດ, ສິ່ງນີ້ສາມາດໄປເສີມໃຫ້ກັບຄວາມເຄົາຣົບຕົນເອງຕ່ຳນຳ. ນີ້ບໍ່ແມ່ນເປົ້າໝາຍເລີຍ. 

ໃນຂະນະທີ່ຈັບຕາເບິ່ງອາລົມລົບກວນຂອງເຮົາ, ເຮົາຕ້ອງດຸ່ນດ່ຽງສິ່ງນີ້ດ້ວຍການຈື່ຈຳຄຸນສົມບັດອັນດີຂອງເຮົານຳ. ແມ່ນແຕ່ຄົນທີ່ໂຫດຮ້າຍທີ່ສຸດຍັງມີປະສົບການຂອງຄຸນສົມບັດທີ່ດີບາງອັນ. ແນ່ນອນວ່າເຂົາໄດ້ມີປະສົບການໃນການອູ້ມລູກໝາ ຫຼື ລູກແມວໃນຕັກ, ລູບມັນ, ແລະ ຮູ້ສຶກມີຄວາມອົບອຸ່ນນ້ອຍໆ ໃຫ້ມັນ. ເກືອບທຸກຄົນຢ່າງໜ້ອຍແມ່ນໄດ້ມີປະສົບການນັ້ນ. ສະນັ້ນ ເຮົາຮັບຮູ້ວ່າເຮົາມີຄວາມອາດສາມາດໃນການໃຫ້ຄວາມອົບອຸ່ນແບບນີ້ ແລະ, ໃນທາງນີ້, ເຮົາເຫັນດ້ານບວກຂອງເຮົານຳ. ການປະຕິບັດທັມບໍ່ແມ່ນແຕ່ການແກ້ໄຂດ້ານລົບຂອງເຮົາແຕ່ຢ່າງດຽວ; ມັນຕ້ອງດຸ່ນດ່ຽງ. ເຮົາຕ້ອງລົງມືເສີມສ້າງດ້ານບວກຂອງເຮົານຳ. 

ໃນການເຮັດແນວນີ້, ໃນການພະຍາຍາມປະທັງຄວາມດຸ່ນດ່ຽງລະຫວ່າງການເບິ່ງທີ່ຂໍ້ບົກພ່ອງຂອງເຮົາ ແລະ ທີ່ຄຸນສົມບັດທີ່ດີຂອງເຮົາ, ເຮົາຕ້ອງຫຼີກລ່ຽງຄວາມເກີນພໍດີອີກຊຸດໜຶ່ງ. ຄວາມເກີນພໍດີ ອັນໜຶ່ງແມ່ນຄວາມຮູ້ສຶກຜິດ: “ເຮົາບໍ່ດີ. ເຮົາຄວນປະຕິບັດ ແລະ ເມື່ອເຮົາບໍ່ປະຕິບັດ, ເຮົາກໍຍິ່ງບໍ່ດີ.” ຄຳວ່າ ຄວນ  ນີ້ຕ້ອງຖືກລຶບອອກຈາກວິທີທີ່ເຮົາເບິ່ງການປະຕິບັດທັມ. ມັນບໍ່ແມ່ນເລື່ອງຂອງ “ຄວນ.” ຖ້າເຮົາຢາກຕັດບັນຫາທີ່ເຮົາມີອອກຈາກຕົວ ແລະ ຫຼີກລ່ຽງບັນຫາອື່ນໃນອະນາຄົດ, ທັດສະນະຄະຕິທີ່ດີທີ່ສຸດແມ່ນການຄິດງ່າຍໆ ຄື: “ຖ້າເຮົາຢາກຕັດບັນຫາຂອງເຮົາ, ການປະຕິບັດນີ້ຈະຊ່ວຍໄດ້.” ບາດນີ້, ບໍ່ວ່າເຮົາຈະປະຕິບັດ ຫຼື ບໍ່, ນັ້ນແມ່ນການເລືອກຂອງເຮົາເອງ. ບໍ່ມີໃຜມາວ່າ: “ເຈົ້າ ຄວນ ເຮັດອັນນີ້ ແລະ, ຖ້າເຈົ້າບໍ່ເຮັດ, ເຈົ້າຈະເປັນຄົນບໍ່ດີ.” 

ແຕ່, ເຮົາຍັງຕ້ອງຫຼີກລ່ຽງຄວາມເກີນພໍດີອັນອື່ນອີກ, ເຊິ່ງເປັນຄວາມເກີນພໍດີຂອງ: “ເຮົາທັງໝົດສົມບູນແບບແລ້ວ; ພຽງແຕ່ເບິ່ງທຳມະຊາດ-ພຣະພຸທະເຈົ້າຂອງເຮົາ ແລະ ທຸກຢ່າງຈະສົມບູນແບບ.” ອັນນີ້ແມ່ນຄວາມເກີນພໍດີທີ່ອັນຕະລາຍຫຼາຍເພາະມັນສາມາດນຳໄປສູ່ທັດສະນະຄະຕິທີ່ວ່າເຮົາບໍ່ຈຳເປັນຕ້ອງປ່ຽນ; ເຮົາບໍ່ຕ້ອງຢຸດ ຫຼື ເຊົາວິທີການດ້ານລົບຂອງເຮົາເພາະເຮົາສົມບູນແບບແລ້ວ. ເຮົາຕ້ອງຫຼີກລ່ຽງຄວາມເກີນພໍດີທັງສອງ - ຄວາມຮູ້ສຶກວ່າເຮົາບໍ່ດີ ຫຼື ຄວາມຮູ້ສຶກວ່າເຮົາສົມບູນແບບ. ໂດຍພື້ນຖານແລ້ວ, ເຮົາຕ້ອງຖືເອົາຄວາມຮັບຜິດຊອບຕໍ່ຕົນເອງ. ນັ້ນແມ່ນກຸນແຈສຳຄັນຕໍ່ການນຳເອາພຣະທັມເຂົ້າໃນຊີວິດປະຈຳວັນຂອງເຮົາ. ເຮົາຮັບຜິດຊອບຕໍ່ຕົວເຮົາເອງ, ເຮັດບາງຢ່າງເພື່ອຄຸນະພາບຊີວິດຂອງເຮົາ. 

ແຮງບັນດານໃຈ

ໃນຂະນະທີ່ປັບປຸງຕົນເອງ, ເຮົາສາມາດຫາແຮງບັນດານໃຈໄດ້ຈາກພຣະອາຈານທັງຫຼາຍ, ລວມເຖິງຊຸມຊົນຄົນປະຕິບັດທັມນຳເຮົາ. ແຕ່, ສຳລັບຄົນສ່ວນຫຼາຍ, ເລື່ອງອັດສະຈັນກ່ຽວກັບພຣະອາຈານຈາກຫຼາຍສັດຕະວັດກ່ອນທີ່ສາມາດເຫາະໄດ້ ອາດບໍ່ແມ່ນແຫຼ່ງຂອງແຮງບັນດານໃຈທີ່ໜັກແໜ້ນ. ນັ້ນເພາະສິ່ງເຫຼົ່ານີ້ຍາກທີ່ຈະສຳຜັດໄດ້ ແລະ ມັກຈະນຳເຮົາໄປສູ່ໂລກຂອງເວດມົນຊື່ໆ. ດີທີ່ສຸດແມ່ນຕົວຢ່າງຈາກຊີວິດຈິງທີ່ເຮົາເຂົ້າເຖິງໄດ້, ເຖິງແມ່ນວ່າຈະມີໂອກາດໜ້ອຍກໍຕາມ. 

ພຣະພຸທະເຈົ້າ ຫຼື ພຣະອາຈານທີ່ມີວຸທິ ບໍ່ໄດ້ພະຍາຍາມທີ່ຈະເຮັດໃຫ້ເຮົາປະທັບໃຈ, ຫຼື ດົນບັນດານໃຈເຮົາ. ຕົວຢ່າງແມ່ນທ່ານເປັນຄືດວງຕາເວັນ. ຕາເວັນບໍ່ໄດ້ພະຍາຍາມອົບອຸ່ນຄົນ; ພຽງແຕ່ເປັນດວງຕາເວັນກໍເຮັດໃຫ້ຄົນອົບອຸ່ນໄດ້ໂດຍທຳມະຊາດແລ້ວ. ເຊັ່ນດຽວກັນກັບພຣະອາຈານຜູ້ຍິ່ງໃຫຍ່. ທ່ານດົນບັນດານໃຈເຮົາໃນເວລາດຽວກັນ ແລະ ໂດຍທຳມະຊາດ ຈາກວິທີທີ່ທ່ານເປັນໃນຊີວິດ, ໃນຄຸນລັກສະນະ, ແລະ ວິທີທີ່ທ່ານຈັດການກັບສິ່ງຕ່າງໆ. ມັນບໍ່ແມ່ນເລ່ກົນເວດມົນ. ສິ່ງທີ່ດົນບັນດານໃຈທີ່ສຸດແມ່ນສິ່ງທີ່ຕິດແທດກັບຄວາມເປັນຈິງ. 

ຂ້າພະເຈົ້າຈື່ໄດ້ພຣະ ດຸດຈົມ ຣິນໂປເຊ. ທ່ານເສຍໄດ້ຫຼາຍປີແລ້ວ. ທ່ານເປັນຜູ້ນຳສາຍຍິງມາ ແລະ ເປັນພຣະອາຈານອົງໜຶ່ງຂອງຂ້າພະເຈົ້າ. ທ່ານເປັນຫອບຫືດໜັກ. ຂ້າພະເຈົ້າກໍເປັນຫອບຫືດຄືກັນ ສະນັ້ນ ຂ້າພະເຈົ້າຮູ້ວ່າມັນເຮັດໃຫ້ຫັນໃຈຍາກ. ຂ້າພະເຈົ້າຮູ້ວ່າມັນຍາກທີ່ຈະສອນນັກຮຽນເວລາທີ່ເຮົາບໍ່ສາມາດຫັນໃຈໄດ້ປົກກະຕິ, ເພາະພະລັງງານທັງໝົດຂອງເຮົາຕ້ອງໄດ້ໃຊ້ເຂົ້າໃນການເອົາອາກາດເຂົ້າປອດໃຫ້ພໍ. ມັນຍາກທີ່ພະລັງງານຂອງເຮົາຈະນຳໃຊ້ອອກໄປທາງນອກໃນກໍລະນີນັ້ນ. ແຕ່, ຂ້າພະເຈົ້າມັກຈະເຫັນພຣະດຸດຈົມ ຣິນໂປເຊ ເປັນຫອບຫືດໜັກ ແລະ ຍັງຂຶ້ນເວທີສອນ. ທ່ານບໍ່ໄດ້ຖືກລົບກວນຈາກຫອບຫືດເລີຍ ແລະ ຈັດການມັນດ້ວຍວິທີທີ່ເຫຼືອເຊື່ອ ໃນຂະນະທີ່ສອນໄປຢ່າງເປັນຕາງຶດ. ສິ່ງນີ້ເປັນແຮງບັນດານໃຈຢ່າງຍິ່ງ, ເປັນສິ່ງທີ່ຕິດດິນ, ບໍ່ມີເລ່ກົນເວດມົນຫຍັງ. ມັນແມ່ນການຈັດການກັບສະຖານະການຊີວິດຈິງ ແລະ ມັນເປັນສິ່ງດົນບັນດານໃຈ. 

ເມື່ອເຮົາເດີນຕາມເສັ້ນທາງແຫ່ງພຣະທັມ ແລະ ກ້າວໜ້າໄປເລື້ອຍໆ, ເຮົາຍັງສາມາດຖອດເອົາແຮງບັນດານໃຈຈາກຕົນເອງອີກ. ອັນນີ້ກໍເຊັ່ນກັນ, ມັນເປັນແຫຼ່ງຂອງແຮງບັນດານໃຈອັນສຳຄັນ. ເຮົາໄດ້ແຮງບັນດານໃຈຈາກຄວາມກ້າວໜ້າຂອງຕົນເອງ. ແຕ່, ເຮົາຕ້ອງລະອຽດອ່ອນໃນການເຮັດສິ່ງນີ້ຫຼາຍໆ. ຄົນສ່ວນຫຼາຍບໍ່ສາມາດຮັບມືກັບປັດໄຈອັນນີ້ທາງອາລົມໄດ້, ເພາະທ່າອ່ຽງທີ່ຈະຫຼົງຕົນເອງ ແລະ ຄວາມພາກພູມໃຈທີ່ເຮົາໄດ້ກ້າວໜ້າ. ສະນັ້ນ, ເຮົາຕ້ອງນິຍາມຄວາມໝາຍຂອງຄວາມກ້າວໜ້າຢ່າງລະມັດລະວັງ. 

ຄວາມກ້າວໜ້າຕາມເສັ້ນທາງນີ້

ກ່ອນອື່ນໝົດ, ເຮົາຕ້ອງສຳນຶກໃຫ້ໄດ້ວ່າຄວາມກ້າວໜ້ານັ້ນບໍ່ໄດ້ເປັນເສັ້ນຊື່; ມັນຂຶ້ນໆ ລົງໆ ຢູ່ສະເໝີ. ອັນນີ້ແມ່ນລັກສະນະສະເພາະຂອງວັດຕະສົງສານ, ແລະ ບໍ່ແມ່ນແຕ່ການກ່າວເຖິງການເກີດໃໝ່ທີ່ສູງ ຫຼື ຕ່ຳກວ່າ. ການຂຶ້ນ ແລະ ລົງ ຍັງໝາຍເຖິງຊີວິດປະຈຳວັນ. ຕອນນີ້ເຮົາຮູ້ສຶກດີໃຈ; ບາດນີ້ເຮົາຮູ້ສຶກບໍ່ດີໃຈ. ອາລົມຂອງເຮົາຂຶ້ນໆ ລົງໆ. ຕອນນີ້ເຮົາຮູ້ສຶກຢາກປະຕິບັດ, ບາດນີ້ເຮົາບໍ່ຮູ້ສຶກຢາກປະຕິບັດ - ນັ້ນຂຶ້ນໆ ລົງໆ ຢູ່ຕະຫຼອດ, ສະນັ້ນ ຈົ່ງຢ່າຕົກໃຈ. ອັນທີ່ຈິງ, ມັນຈະສືບຕໍ່ເປັນແນວນັ້ນຈົນກວ່າເຮົາຈະ ກາຍເປັນອໍຣະຫັນ, ເປັນອິສະຫຼະຈາກວັດຕະສົງສານ. ຈົນເຖິງຈຸດນັ້ນ, ເຊິ່ງເປັນຂັ້ນທີ່ສູງຈົນບໍ່ເປັນຕາເຊື່ອ, ດຕະສົງສານຈະຄົງຂຶ້ນໆ ລົງໆ. ສະນັ້ນ ຈົ່ງຢ່າທໍ້ໃຈເມື່ອ, ຫຼັງຈາກທີ່ໄດ້ປະຕິບັດເປັນເວລາດົນນານ, ທັນທີທັນໃດເຮົາມີຄວາມຫຍຸ້ງຍາກໃນຄວາມສຳພັນຊູ້ສາວ. ທັນທີທັນໃດ, ເຮົາເສຍໃຈ - ສິ່ງນີ້ເກີດຂຶ້ນໄດ້! ມັນບໍ່ໄດ້ໝາຍຄວາມວ່າເຮົາເປັນຜູ້ປະຕິບັດທັມທີ່ບໍ່ດີ. ມັນເປັນທຳມະຊາດ, ຍ້ອນຄວາມເປັນຈິງຂອງສະພາບຂອງວັດຕະສົງສານ. 

ສິ່ງມະຫັດສະຈັນມັກຈະບໍ່ເກີດໃນການປະຕິບັດທັມ. ຖ້າເຮົາຢາກໝູນໃຊ້ພຣະທັມເຂົ້າໃນຊີວິດປະຈຳວັນ, ຢ່າຫວັງຄວາມມະຫັດສະຈັນ, ໂດຍສະເພາະໃນຄວາມກ້າວໜ້າຂອງເຮົາ. ເຮົາວັດແທກຄວາມກ້າວໜ້າແນວໃດໃນຕົວຈິງ? ອົງພຣະດາໄລ ລາມະ ກ່າວວ່າ, ຢ່າເບິ່ງເປັນໄລຍະປີ ຫຼື ສອງປີຂອງການປະຕິບັດທັມ. ໃຫ້ເບິ່ງເປັນຫ້າ ຫຼື ສິບປີຂອງການປະຕິບັດເພື່ອກວດເບິ່ງວ່າ: “ຂ້ອຍເປັນຄົນທີ່ສະຫງົບຂຶ້ນທຽບກັບຕົວເອງໃນຫ້າ ຫຼື ສິບປີກ່ອນບໍ່? ຂ້ອຍສາມາດຮັບມືກັບສະຖານະການຫຍຸ້ງຍາກ ແລະ ບໍ່ອາລົມເສຍ ຫຼື ເສຍສູນບໍ່?” ຖ້າເຮົາເປັນແນວນັ້ນ, ເຮົາກໍກ້າວໜ້າ ແລະ ນັ້ນເປັນແຮງບັນດານໃຈ. ເຮົາຍັງຄົງມີບັນຫາ, ແຕ່ສິ່ງນີ້ຊ່ວຍໃຫ້ພະລັງທີ່ຈະສືບຕໍ່. ເຮົາບໍ່ເສຍໃຈຫຼາຍໃນສະຖານະການຫຍຸ້ງຍາກເມື່ອສິ່ງຕ່າງໆ ໄປບໍ່ໄດ້ດີ. ເຮົາສາມາດຟື້ນຕົວໄດ້ໄວຂຶ້ນ. 

ເມື່ອເຮົາເວົ້າກ່ຽວກັບຕົນເອງໃນຖານະແຫຼ່ງຂອງແຮງບັນດານໃຈ, ເປົ້າໝາຍຫຼັກແມ່ນວ່າແຮງບັນດານໃຈນີ້ໃຫ້ພະລັງກັບເຮົາເພື່ອສືບຕໍ່ໄປໃນເສັ້ນທາງນີ້. ສິ່ງນີ້ແມ່ນຍ້ອນເຮົາເຊື່ອວ່າເຮົາກຳລັງເດີນໃນທິດທາງທີ່ຖືກແລ້ວ. ແລະເຮົາກໍເຊື່ອອີກວ່າເຮົາກຳລັງເດີນໄປໃນເສັ້ນທາງທີ່ຖືກ ຖ້າເຮົາມີຄວາມເຂົ້າໃຈທີ່ເປັນຈິງກ່ຽວກັບຄວາມໝາຍຂອງການໄປໃນເສັ້ນທາງນັ້ນ - ຄືວ່າ, ໃນຂະນະທີ່ໄປໃນທິດທາງນັ້ນ, ເຮົາຈະສືບຕໍ່ຂຶ້ນໆ ລົງໆ. 

ເຫຼົ່ານີ້ແມ່ນແນວຄວາມຄິດບາງອັນກ່ຽວກັບການນຳເອາການປະຕິບັດທັມເຂົ້າໃນຊີວິດປະຈຳວັນ. ຂ້າພະເຈົ້າຫວັງວ່າຈະເປັນປະໂຫຍດ. ຂໍຂອບໃຈ. 

Top