ການຕິດເຄືອຂ່າຍສັງຄົມອອນລາຍນ໌ ແລະ ການສົ່ງຂໍ້ຄວາມ

ພາບລວມ

ເຮົາໄດ້ເບິ່ງສິ່ງທີ່ເຮົາຈັດການໃນການຝຶກທັດສະນະຄະຕິ ຫຼື ການຝຶກຈິດໃຈໄປແລ້ວ, ເຊິ່ງແມ່ນປະສົບການຂອງຊີວິດປະຈໍາວັນຂອງເຮົາ. ເຮົາດໍາລົງຊີວິດຂອງເຮົາ, ແລະ ປະສົບກັບແຕ່ລະເວລາດ້ວຍຕົວເຮົາເອງ. ເຖິງວ່າເຮົາຈະເຜີຍແຜ່ທຸກຢ່າງທີ່ເຮົາເຮັດລົງໃນເຟສບຸກ (Facebook) ແລະ ທວິດເຕີ (Twitter), ແຕ່, ເຮົາກໍເປັນພຽງຜູ້ດຽວທີ່ປະສົບກັບມັນ.

ໃນປະຈຸບັນ, ມັນເບິ່ງຄືວ່າຫຼາຍຄົນເກືອບຕິດການລົງຂໍ້ຄວາມ ແລະ ປະກາດຄວາມຮູ້ສຶກ ແລະ ກິດຈະກໍາຂອງຕົນລົງໃນເຟສບຸກ ແລະ ທວິດເຕີ. ຄວາມແຕກຕ່າງລະຫວ່າງການອ່ານສິ່ງເຫຼົ່ານີ້ໃນແງ່ຂອງຊີວິດປະຈໍາວັນຂອງຄົນອື່ນ, ແລະ ຊີວິດປະຈໍາວັນຂອງເຮົາເອງແມ່ນຫຍັງ? ແນ່ນອນວ່າມັນມີໄລຍະຫ່າງລະຫວ່າງປະສົບການຊີວິດຂອງເຮົາເອງ, ແລະ ສິ່ງທີ່ຄົນອື່ນກໍາລັງປະສົບຢູ່ໃນຊີວິດເຂົາເຈົ້າ, ໂດຍສະເພາະໃນເວລາທີ່ມັນຖືກໃສ່ໄວ້ໃນຖ້ອຍຄໍາສັ້ນໆ.

ໃນຂະນະທີ່ເຮົາສາມາດເຫັນອົກເຫັນໃຈຜູ້ອື່ນ ແລະ ສິ່ງທີ່ເກີດຂຶ້ນໃນຊີວິດເຂົາເຈົ້າ, ມັນກໍຍັງບໍ່ຄືກັບຄວາມສຸກ ຫຼື ຄວາມບໍ່ເປັນສຸກ ຫຼື ຄວາມຮູ້ສຶກທີ່ເປັນກາງທີ່ເຮົາມີຕໍ່ສິ່ງທີ່ເຮົາປະສົບກັບຕົວເຮົາເອງ. ໃນລະດັບພື້ນຖານທີ່ສຸດ, ນີ້ແມ່ນສິ່ງທີ່ເຮົາຕ້ອງພົບໃນຊີວິດປະຈໍາວັນ; ບາງຄັ້ງເຮົາມີຄວາມສຸກ, ບາງຄັ້ງກໍບໍ່ມີຄວາມສຸກ. ບາງຄັ້ງມັນຄືກັບວ່າເຮົາບໍ່ຮູ້ສຶກຫຼາຍປານໃດເລີຍ. ເຖິງວ່າໃນຄວາມເປັນຈິງແລ້ວເຮົາຈະຢາກມີຄວາມສຸກສະເໝີ, ອາລົມຂອງເຮົາກໍຂຶ້ນ ແລະ ລົງຕະຫຼອດເວລາ, ແລະ ເບິ່ງຄືວ່າມັນບໍ່ຈໍາເປັນທີ່ຈະສອດຄ່ອງກັບສິ່ງທີ່ເຮົາເຮັດ. ຫຼາຍຄັ້ງ, ມັນຍັງເບິ່ງຄືວ່າເຮົາບໍ່ສາມາດຄວບຄຸມອາລົມຂອງເຮົາປານໃດ. ດ້ວຍການຝຶກທັດສະນະຄະຕິ, ເຮົາຈະເບິ່ງວິທີການເຮັດໃຫ້ດີທີ່ສຸດໃນແຕ່ລະສະຖານະການໃນການຜ່ານຂະນະເວລາຂອງຊີວິດຂອງເຮົາ ແລະ ປະສົບກັບສິ່ງທີ່ເກີດຂຶ້ນ ແລະ ສິ່ງທີ່ເຮົາເຮັດ.

ເຮົາໄດ້ເບິ່ງສອງຈຸດຕົ້ນຕໍທີ່ມີຄວາມສໍາຄັນຫຼາຍໃນແງ່ຂອງວິທີທີ່ເຮົາຈັດການກັບຊີວິດ: ເຮົາໃຫ້ຄວາມສໍາຄັນຕໍ່ສິ່ງທີ່ເຮົາຮູ້ສຶກໂພດ ແລະ ເຮົາໃຫ້ຄວາມສໍາຄັນກັບຕົວເຮົາເອງໂພດ. ຕົວຢ່າງ, ເຮົາສ້າງເລື່ອງໃຫຍ່ກັບຄວາມຮູ້ສຶກບໍ່ເປັນສຸກ, ເຊິ່ງມີແຕ່ເຮັດໃຫ້ມັນຮ້າຍແຮງກວ່າເກົ່າເທົ່ານັ້ນ. ເວລາເຮົາມີຄວາມສຸກ, ເຮົາພັດບໍ່ໝັ້ນໃຈກັບມັນ, ເຊິ່ງທຳລາຍມັນຊ້ຳ. ເວລາເຮົາຮູ້ສຶກທຳມະດາ, ເຮົາພັດຮູ້ສຶກຢ້ານເພາະເຮົາຮູ້ສຶກວ່າເຮົາຄວນໄດ້ຮັບຄວາມບັນເທີງຢູ່ຕະຫຼອດ. ເຮົາບໍ່ພໍໃຈກັບຄວາມສະຫງົບ ແລະ ສະບາຍ, ເຮົາຢາກໃຫ້ມີຫຍັງເກີດຂຶ້ນຕະຫຼອດເວລາ, ບໍ່ວ່າຈະເປັນໂທລະພາບ ຫຼື ດົນຕຣີ ຫຼື ຫຍັງກໍຕາມ. ຕ້ອງມີການກະຕຸ້ນບາງຢ່າງຢູ່ຕະຫຼອດ, ເພາະມັນໃຫ້ຄວາມຮູ້ສຶກຂອງການມີຊີວິດຊີວາ.

ຜູ້ຂ້າມີປ້າທີ່ມັກເປີດໂທລະພາບນອນ. ແທ້ຈິງແລ້ວ, ນາງເປີດໄວ້ 24 ຊົ່ວໂມງເລີຍ. ນາງວ່າມັກເພາະຖ້າຕື່ນກາງເດິກ, ໂທລະທັດກໍຍັງເປີດຢູ່. ນາງຢ້ານກົວຄວາມງຽບທີ່ສຸດ. ມັນບໍ່ແມ່ນແຕ່ເປັນເລື່ອງແປກເລັກໜ້ອຍ, ຜູ້ຂ້າເຫັນວ່າມັນເປັນເລື່ອງທີ່ໜ້າເສົ້າໃຈ.

ບໍ່ມີຫຍັງພິເສດກ່ຽວກັບສິ່ງທີ່ເຮົາກຳລັງຮູ້ສຶກ

ສິ່ງທໍາອິດທີ່ເຮົາຕ້ອງເບິ່ງ, ເພື່ອປັບປຸງທັດສະນະຄະຕິຂອງເຮົາກ່ຽວກັບຄວາມຂຶ້ນ-ລົງຂອງຊີວິດ, ວ່າມັນບໍ່ມີຫຍັງພິເສດ. ມັນບໍ່ມີຫຍັງພິເສດ ຫຼື ແປກກ່ຽວກັບຄວາມຈິງທີ່ວ່າບາງຄັ້ງເຮົາບໍ່ມີຄວາມສຸກ, ແລະ ບາງຄັ້ງເຮົາຮູ້ສຶກດີ, ບາງຄັ້ງສະຫງົບ ແລະ ງຽບ. ນີ້ເປັນເລື່ອງປົກກະຕິທັງໝົດ. ມັນຄືກັນກັບຄື້ນໃນມະຫາສະໝຸດ, ບາງຄັ້ງຄື້ນຈະສູງ, ບາງຄັ້ງເຮົາກໍຢູ່ໃນຮ່ອງລະຫວ່າງຄື້ນຟອງ, ແລະ ບາງຄັ້ງມະຫາສະໝຸດກໍສະຫງົບ. ນັ້ນກໍເປັນພຽງລັກສະນະຂອງມະຫາສະໝຸດເທົ່ານັ້ນ, ແລະ ມັນບໍ່ແມ່ນເລື່ອງໃຫຍ່. ບາງຄັ້ງກໍອາດເກີດພາຍຸໃຫຍ່ກັບຄື້ນຟອງຂະໜາດໃຫຍ່; ແຕ່ເມື່ອເຮົາຄິດເຖິງມະຫາສະໝຸດທັງໝົດຈາກພື້ນຈົນເຖິງໜ້ານ້ຳ, ມັນບໍ່ໄດ້ຖືກລົບກວນຢູ່ໃນຈຸດເລິກເລີຍ, ແມ່ນບໍ່? ມັນເປັນພຽງສິ່ງທີ່ປາກົດຂຶ້ນຢູ່ເທິງໜ້ານ້ຳ ເຊິ່ງເປັນຜົນມາຈາກຫຼາຍສາເຫດ ແລະ ສະຖານະການເຊັ່ນ: ດິນຟ້າອາກາດ ແລະ ອື່ນໆ. ບໍ່ມີຫຍັງແປກກ່ຽວກັບມັນ.

ຈິດໃຈຂອງເຮົາກໍຄືມະຫາສະໝຸດນີ້. ມັນເປັນປະໂຫຍດທີ່ຈະຄິດແບບນີ້, ທີ່ຈະເຫັນວ່າຢູ່ເທິງພື້ນຜິວອາດມີຄື້ນຂຶ້ນ-ລົງຂອງຄວາມສຸກ, ຄວາມບໍ່ເປັນສຸກ, ອາລົມນີ້, ອາລົມນັ້ນ, ແຕ່ໃນເລິກໆ ແລ້ວ ເຮົາບໍ່ໄດ້ຖືກມັນລົບກວນແທ້. ນີ້ບໍ່ໄດ້ໝາຍວ່າເຮົາບໍ່ຄວນພະຍາຍາມທີ່ຈະມີພາວະຈິດໃຈທີ່ສະຫງົບ ແລະ ມີຄວາມສຸກ, ເພາະມັນກໍດີກວ່າເປັນລົມພາຍຸ. ແຕ່ເມື່ອພາຍຸແຫ່ງຄວາມຮູ້ສຶກ ແລະ ອາລົມຮຸນແຮງມາເຖິງ, ເຮົາກໍຈະບໍ່ເຮັດໃຫ້ມັນເປັນພາຍຸເຮີຣິເຄນ. ເຮົາມີແຕ່ຈັດການກັບມັນໃນແງ່ຂອງສິ່ງທີ່ມັນເປັນໃນຕົວຈິງ.

ຫຼາຍຄົນປະຕິບັດວິທີການພຣະພຸດທະສາາະໜາ ແລະ ຫຼາຍປີກໍເຫັນຜົນ, ບໍ່ໂມໂຫ ຫຼື ອິດສາຫຼາຍ, ບໍ່ເຮັດຮ້າຍໃຫ້ຜູ້ອື່ນ ແລະ ອື່ນໆ. ຈາກນັ້ນຫຼາຍປີເຂົາເຈົ້າອາດມີຕອນທີ່ໃຈຮ້າຍແທ້ໆ ຫຼື ຕົກຢູ່ໃນຄວາມຮັກ ແລະ ປະສົບກັບຄວາມຍຶດຕິດທີ່ສຸດ ແລະ ຄວາມວຸ້ນວາຍທາງອາລົມ, ແລະ ເຂົາເຈົ້າຮູ້ສຶກທໍ້ໃຈ. ທີ່ມາຂອງຄວາມທໍ້ໃຈນີ້ແມ່ນວ່າເຂົາເຈົ້າລືມວິທີການທັງໝົດຂອງຄວາມ "ບໍ່ມີຫຍັງພິເສດ," ເພາະທ່າອ່ຽງ ແລະ ນິໄສຂອງເຮົານັ້ນຝັງຮາກເລິກຫຼາຍ ແລະ ມັນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອເອົາຊະນະມັນ. ເຮົາສາມາດຈັດການກັບມັນໄດ້ຊົ່ວຄາວ, ແຕ່ຖ້າເຮົາບໍ່ລົງເລິກຫາຮາກຂອງເຫດຜົນທີ່ເຮົາໃຈຮ້າຍ ແລະ ອື່ນໆ, ມັນກໍຈະເກີດຂຶ້ນອີກເປັນບາງຄັ້ງຄາວ. ສະນັ້ນ, ເມື່ອມັນເກີດຂຶ້ນອີກ, ເຮົາຕ້ອງຄິດວ່າ: "ບໍ່ມີຫຍັງພິເສດ." ເຮົາຍັງບໍ່ໄດ້ປົດປ່ອຍເທື່ອ, ສະນັ້ນ ແນ່ນອນຄວາມຍຶດຕິດ ແລະ ຄວາມໃຈຮ້າຍຈະເກີດຂຶ້ນອີກ. ຖ້າເຮົາເຮັດໃຫ້ມັນເປັນເລື່ອງໃຫຍ່, ນັ້ນແມ່ນເວລາທີ່ເຮົາຈະຄາ.

ແນວຄິດນີ້ແມ່ນວ່າຖ້າເຮົາເຂົ້າໃຈ ແລະ ເຊື່ອວ່າບໍ່ມີຫຍັງພິເສດກ່ຽວກັບສິ່ງທີ່ເຮົາປະສົບ ຫຼື ຮູ້ສຶກ, ແລ້ວບໍ່ວ່າແມ່ນຫຍັງຈະເກີດຂຶ້ນ, ເຖິງວ່າມັນຈະເປັນຄວາມຮູ້ແຈ້ງອັນເລິກແລບປະຫລາດ, ເຮົາກໍມີແຕ່ຈັດການກັບມັນ. ນິ້ວຕີນເຮົາຕຳກັບໂຕະໃນຍາມມືດ, ແລະ ມັນເຈັບ. ແລ້ວເຮົາຈະຄາດຫວັງຫຍັງ? ແນ່ນອນວ່າມັນຈະເຈັບເມື່ອນິ້ວຕີນເຮົາຖືກຕຳ. ເຮົາສາມາດກວດເບິ່ງວ່າມີກະດູກຫັກບໍ່, ແຕ່ແລ້ວເຮົາກໍຕ້ອງສືບຕໍ່. ບໍ່ແມ່ນເລື່ອງໃຫຍ່. ບໍ່ຈໍາເປັນຕ້ອງໂດດຂຶ້ນ-ລົງ ແລະ ຄາດຫວັງວ່າແມ່ຈະມາຈູບໃຫ້ມັນດີຂຶ້ນ. ສະນັ້ນ ເຮົາພະຍາຍາມດຳລົງຊີວິດເຮົາໃນວິຖີງ່າຍ, ຜ່ອນຄາຍນີ້. ມັນຊ່ວຍເຮົາໃຫ້ສະຫງົບບໍ່ວ່າຈະເກີດຫຍັງຂຶ້ນ ຫຼື ຮູ້ສຶກແນວໃດ.

ບໍ່ມີຫຍັງພິເສດກ່ຽວກັບເຮົາ

ຈຸດທີສອງ, ອີກເທື່ອໜຶ່ງ, ຍັງແມ່ນການເວົ້າເກີນຈິງ. ເທື່ອນີ້, ແທນທີ່ຈະເປັນຄວາມຮູ້ສຶກຂອງເຮົາ, ເຮົາພັດເວົ້າເກີນຈິງຕໍ່ຄວາມສໍາຄັນຂອງຕົວເຮົາເອງ. ນີ້ແມ່ນຫົວຂໍ້ຫຼັກຄຳສອນຂອງການຝຶກທັດສະນະຄະຕິ (ການຝຶກຈິດ), ເພາະບັນຫາ ແລະ ຄວາມຫຍຸ້ງຍາກຂອງເຮົາ ແລະ ອື່ນໆ, ແມ່ນມາຈາກສິ່ງໜຶ່ງ: ການຍົກຍໍຕົນເອງ. ນີ້ໝາຍຄວາມວ່າເຮົາຫຼົງໄຫຼ ແລະ ສຸມໃສ່ພຽງແຕ່ "ເຮົາ," ແລະ ເຮົາແມ່ນຄົນດຽວແທ້ໆ ທີ່ເຮົາຫ່ວງ. ມັນມີດ້ານຂອງເອົາຕົວເອງເປັນສູນກາງ ແລະ ການເນັ້ນໜັກຄວາມສຳຄັນຂອງຕົວເອງ, ເຊັ່ນດຽວກັນກັບຄວາມເຫັນແກ່ຕົວ ແລະ ຄວາມໝົກໝຸ້ນແຕ່ໃນຕົນເອງ. ມີຫຼາຍວິທີທີ່ຈະອະທິບາຍທັດສະນະຄະຕິນີ້ ແລະ ສິ່ງທີ່ມາພ້ອມກັບມັນ.

ເວລາທີ່ເຮົາເຮັດໃຫ້ຕົວເອງເປັນສິ່ງ ຫຼື ຄົນພິເສດ, ນີ້ແມ່ນແຫຼ່ງຂອງບັນຫາຂອງເຮົາແທ້ໆ. ເຮົາຄິດວ່າ: "ເຮົາສໍາຄັນຫຼາຍ. ສະນັ້ນ ສິ່ງທີ່ເຮົາຮູ້ສຶກກໍສຳຄັນຄືກັນ." ຖ້າເຮົາຫ່ວງແຕ່ "ເຮົາ, ເຮົາ, ເຮົາ," ແນ່ນອນເຮົາຈະກັງວົນວ່າຕົວ "ເຮົາ" ນີ້ຈະມີຄວາມສຸກ ຫຼື ຄວາມບໍ່ມີຄວາມສຸກ ຫຼື ບໍ່ຮູ້ສຶກຫຍັງເລີຍບໍ່.

ເປັນຫຍັງເຮົາຈິ່ງແຊຣ໌ ຄວາມຮູ້ສຶກຂອງເຮົາໃນເຄືອຂ່າຍສັງຄົມອອນລາຍນ໌? 

ພຣະພຸດທະສາສະໜາກ່າວສະເໝີກ່ຽວກັບການຫຼີກລ່ຽງສອງຈຸດສຸດໂຕ່ງ, ແລະ ກ່າວວ່າຄວນໄປຕາມທາງສາຍກາງຈະດີກວ່າ. ຈຸດສຸດໂຕ່ງອັນທີໜຶ່ງແມ່ນການສ້າງເລື່ອງໃຫຍ່ຈາກທຸກສິ່ງທີ່ເກີດຂຶ້ນກັບ “ເຮົາ,” ໂດຍຮູ້ສຶກວ່າມັນຕ້ອງຖືກເຜີຍແຜ່ອອກສູ່ໂລກເພາະທຸກຄົນສົນໃຈແທ້ໆ. ຄວາມຈິງແລ້ວ, ບໍ່ມີໃຜສົນໃຈສິ່ງທີ່ເຮົາກິນກັບເຂົ້າເຊົ້າໃນມື້ນີ້, ຫຼື ວ່າເຮົາມັກ ຫຼື ບໍ່ມັກມັນ. ແຕ່ເຮົາພັດຍັງຄິດວ່າມັນເປັນສິ່ງສໍາຄັນແທ້ໆ. ແລ້ວຄົນກໍມາໄລຄ໌ໂພສທ໌ ຂອງເຮົາ. ແຕ່ເປັນຫຍັງເຮົາຈິ່ງສົນໃຈວ່າເຮົາຈະໄດ້ໄລຄ໌ຫຼາຍປານໃດຕໍ່ກັບອາຫານທີ່ເຮົາໄດ້ກິນໃນເຊົ້າມື້ນີ້? ມັນພິສູດຫຍັງ? ນີ້ແມ່ນສິ່ງທີ່ໜ້າສົນໃຈທີ່ຄວນຄິດນຳ.

ບາງເທື່ອຄົນອາດຂາດການສົນທະນາໃນຊີວິດຈິງ ແລະ ມີແຕ່ຕ້ອງການທີ່ຈະແບ່ງປັນກັບຄົນອື່ນ? ເອີ, ແມ່ນ, ມັນມີຄວາມໂດດດ່ຽວຢູ່ ຜູ້ຂ້າຄິດ. ແຕ່ໃນທາງດຽວກັນມັນພັດໂດດດ່ຽວເຮົາຕື່ມເພາະແທນທີ່ຈະມີປະຕິສໍາພັນທີ່ແທ້ຈິງກັບຜູ້ອື່ນ, ເຮົາພັດມີແຕ່ເຮັດໃນສິ່ງທີ່ເຮົາຄິດວ່າເປັນສະພາບແວດລ້ອມທີ່ປອດໄພຫຼາຍກວ່າໃນຄອມພິວເຕີ ຫຼື ໂທລະສັບມືຖືຂອງເຮົາ.

ສິ່ງທີ່ຜູ້ຂ້າສະເໜີໃຫ້ເຮົາເບິ່ງແມ່ນວ່າ ເປັນຫຍັງເຮົາຈິ່ງຮູ້ສຶກວ່າເຮົາຕ້ອງແຊຣ໌ວ່າເຮົາຮູ້ສຶກແນວໃດ? ໃນດ້ານໜຶ່ງ, ມັນແມ່ນຍ້ອນວ່າເຮົາຄິດວ່າທຸກຄົນສົນໃຈ ແລະ ມັນເປັນສິ່ງສໍາຄັນສໍາລັບຄົນອື່ນທີ່ຈະຮູ້ວ່າເຮົາກິນຫຍັງເປັນອາຫານເຊົ້າ ແລະ ເຮົາມັກມັນ ຫຼື ບໍ່. ແນ່ນອນນີ້ແມ່ນຕົວຢ່າງໂງ່ໆ, ແຕ່, ຖ້າບໍ່ມີຫຼາຍຄົນໄລຄ໌ສິ່ງທີ່ເຮົາໂພສທ໌, ເຮົາກໍຈະຮູ້ສຶກເສຍໃຈ. ເຮົາເຮັດໃຫ້ມັນສໍາຄັນເກີນໄປ - "ເຮົາ," ສິ່ງທີ່ເຮົາກໍາລັງເຮັດ, ສິ່ງທີ່ເຮົາກຳລັງຮູ້ສຶກ - ແລະ ໂດຍສະເພາະສິ່ງທີ່ຄົນອື່ນຄິດກັບມັນ. ແທນທີ່ຈະມີຄວາມໝັ້ນໃຈໃນຕົວເອງ ແລະ ກ້າວຕໍ່ໄປໃນຊີວິດ, ເຮົາພັດເບິ່ງຄືວ່າຕ້ອງເຜີຍແຜ່ມັນໄປທົ່ວໂລກ, ເກືອບຄິດວ່າເຮົາມີຄວາມສຳຄັນຫຼາຍຈົນເຂົາເຈົ້າຈະຖິ້ມທຸກຢ່າງເພື່ອອ່ານຂໍ້ຄວາມຂອງເຮົາ. ນີ້ບໍ່ແມ່ນການໃຫ້ຄວາມສຳຄັນກັນຕົນເອງໂພດບໍ? ແລ້ວນອກນີ້ ເຮົາຍັງມີຄວາມຮູ້ສຶກບໍ່ໝັ້ນໃຈ, ເຊິ່ງບໍ່ແມ່ນພາວະຈິດໃຈທີ່ສະຫງົບປານໃດ. ແລ້ວເຮົາກໍກວດເບິ່ງຄົນອື່ນຢູ່ຕະຫຼອດ, ເພື່ອໃຫ້ແນ່ໃຈວ່າເຮົາບໍ່ພາດຫຍັງ.

ແນວໃດກໍຕາມ, ສອງຈຸດສຸດໂຕ່ງທີ່ເຮົາຕ້ອງຫຼີກລ່ຽງແມ່ນການຄິດວ່າເຮົາສຳຄັນທີ່ສຸດເທົ່າທີ່ເຄີຍມີມາ ຫຼື ຄິດວ່າເຮົາບໍ່ມີຄວາມໝາຍຫຍັງເລີຍ. ທຸກຄົນຕ້ອງຮູ້ວ່າເຮົາຮູ້ສຶກແນວໃດ, ບໍ່ວ່າເຂົາເຈົ້າຈະສົນໃຈ ຫຼື ບໍ່, ຫຼື ບໍ່ຊັ້ນເຮົາກໍບໍ່ສົນໃຈຄວາມຮູ້ສຶກຂອງເຮົາເລີຍ.

ແນ່ນອນມີສະຖານະການທີ່ສໍາຄັນທີ່ຈະສື່ສານສິ່ງທີ່ເຮົາຮູ້ສຶກ, ເຊັ່ນ ຖ້າເຮົາມີຄວາມສຳພັນກັບບາງຄົນ ແລະ ບໍ່ມີຄວາມສຸກກັບມັນເລີຍ. ມັນເປັນການດີທີ່ຈະບອກຄົນອື່ນ ແລະ ບໍ່ແມ່ນເກັບໄວ້ພາຍໃນ, ເມື່ອມີຄວາມຈຳເປັນທີ່ຜູ້ໃດຜູ້ໜຶ່ງຕ້ອງຮູ້ວ່າເຮົາຮູ້ສຶກແນວໃດ: "ສິ່ງທີ່ເຈົ້າເວົ້າເຮັດໃຫ້ຂ້ອຍເຈັບປວດແທ້ໆ," ແລະ ອື່ນໆ. ແຕ່ເຮົາສາມາດເຮັດໄດ້ຢ່າງສົມດູນໂດຍທີ່ເຮົາບໍ່ເວົ້າເກີນຈິງ, ແລະເຮົາກໍບໍ່ປະຕິເສດມັນອີກ. ແນ່ນອນ, ຖ້າເຮົາເວົ້າກ່ຽວກັບຄວາມສໍາພັນ, ມັນຈະມີສອງຄົນຢູ່ໃນນັ້ນ, ແລະ ມັນກໍສໍາຄັນຄືກັນ (ແລະ ບໍ່ແມ່ນເລື່ອງໃຫຍ່ອີກ) ວ່າຄົນອື່ນຮູ້ສຶກແນວໃດ.

ເມື່ອເຮົາເວົ້າເຖິງການຝຶກທັດສະນະຄະຕິ, ມັນບໍ່ແຕ່ທັດສະນະຄະຕິຂອງເຮົາເທົ່ານັ້ນ, ແຕ່ຍັງແມ່ນທັດສະນະຄະຕິຂອງທຸກຄົນທີ່ມີສ່ວນຮ່ວມໃນສະຖານະການນັ້ນ. ເວົ້າອີກແນວໜຶ່ງ, ມຸມມອງຂອງເຮົາບໍ່ແມ່ນມຸມມອງດຽວ, ແມ່ນບໍ? ນັ້ນແມ່ນຫຼັກການຕົ້ນຕໍອັນໜຶ່ງທີ່ໃຊ້ໃນການປິ່ນປົວຄອບຄົວ ເຊິ່ງສະມາຊິກແຕ່ລະຄົນຈະໄດ້ເລົ່າເຖິງສິ່ງທີ່ລາວກຳລັງປະສົບຢູ່ໃນເຮືອນ. ສະນັ້ນ ຖ້າພໍ່ແມ່ຜິດກັນເຂົາເຈົ້າກໍຈະໄດ້ຮຽນຮູ້ຈາກລູກວ່າມັນສົ່ງຜົນກະທົບຕໍ່ລູກແນວໃດ. ຖ້າບໍ່ດັ່ງນັ້ນເຂົາເຈົ້າອາດບໍ່ຮູ້. ມຸມມອງຂອງເຂົາເຈົ້າບໍ່ແມ່ນສິ່ງດຽວທີ່ເກີດຂຶ້ນໃນສະຖານະການນີ້ໃນຄອບຄົວ.

ວິທີການເອົາຊະນະການຍົກຍໍຕົນເອງ

ແລ້ວ, ຈຸດຫຼັກໃນການຝຶກທັດສະນະຄະຕິ ຫຼື ການຝຶກຈິດແບບດັ້ງເດີມນັ້ນແມ່ນເນັ້ນໃສ່ການເອົາຊະນະຄວາມໝົກໝຸ້ນໃນຕົວເອງນີ້ທີ່ເຮົາມັກເອີ້ນວ່າ "ການຍົກຍໍຕົນເອງ," ແລະ ເປີດຕົວເອງໃຫ້ຄິດກ່ຽວກັບຄົນອື່ນ. ເຮົາໄດ້ເບິ່ງກ່ອນໜ້ານີ້ແລ້ວບາງວິທີທີ່ຈະເຮັດໄດ້, ເຊັ່ນ ການຈິນຕະນາການຕົນເອງຢູ່ຂ້າງໜຶ່ງ ແລະ ທຸກຄົນອີກດ້ານໜຶ່ງ, ແລະ ຄິດວ່າ: “ໃຜສໍາຄັນກວ່າ? ເຮົາໃນຂັ້ນບຸກຄົນ ຫຼື ຄົນອື່ນຮວມກັນ?” ແລະ ເຮົາໄດ້ໃຊ້ຕົວຢ່າງຂອງການຈໍລະຈອນ, "ເຮົາສໍາຄັນກວ່າທຸກຄົນທີ່ຕິດຢູ່ໃນການຈໍລະຈອນ ແລະ ເຮົາຕ້ອງໄປບ່ອນທີ່ເຮົາຈະໄປ ແລະ ເຮົາບໍ່ສົນໃຈຄົນອື່ນທັງໝົດບໍ?"

ສິ່ງສຳຄັນແມ່ນ, ເມື່ອເຮົາເປີດໃຈໃຫ້ຄິດກ່ຽວກັບທຸກຄົນທີ່ຕິດຢູ່ໃນການຈໍລະຈອນ, ນັ້ນແມ່ນອີງໃສ່ຄວາມເປັນຈິງ. ຄວາມຈິງແມ່ນທຸກຄົນຕິດຢູ່ໃນການຈໍລະຈອນ. ເຮົາບໍ່ແມ່ນຄົນດຽວທີ່ຕິດຢູ່, ແມ່ນບໍ? ສະນັ້ນ ເມື່ອເຮົາເວົ້າເຖິງການປັບປຸງທັດສະນະຄະຕິ, ເຮົາເຮັດມັນບົນພື້ນຖານຄວາມເປັນຈິງ; ເຮົາເຫັນວ່າຄວາມເປັນຈິງແມ່ນຫຍັງ, ແລະ ເຮັດໃຫ້ທັດສະນະຄະຕິຂອງເຮົາສອດຄ່ອງກັບສິ່ງນັ້ນ. ໝູ່ຄົນໜຶ່ງຂອງຜູ້ຂ້າ, ພຣະອາຈານສອນທັມ, ໄດ້ເວົ້າວ່າເຮົາສາມາດສະຫຼຸບວິຖີທາງພຣະພຸດທະສາາະໜາໄດ້ດ້ວຍຄຳດຽວ: “ລັດທິນິຍົມຄວາມຈິງ.”

ຍ້ອນວິທີທີ່ພຣະພຸດທະສາສະໜາຖືກນໍາສະເໜີ, ຄົນມັກຄິດວ່າມັນກ່ຽວຂ້ອງກັບການນຶກພາບ ແລະ ພິທີກໍາທີ່ມະຫັດສະຈັນ, ຄືກັບດີສ໌ນີແລນພຸດ. ແຕ່ນັ້ນບໍ່ແມ່ນແຮງຜັກດັນຕົ້ນຕໍຂອງພຣະພຸດທະສາສະໜາເລີຍ. ມີສິ່ງເຫຼົ່ານັ້ນແທ້, ບໍ່ປະຕິເສດ, ແຕ່ມັນເປັນວິທີການເພື່ອສ້າງຄວາມສອດຄ່ອງກັບລັດທິນິຍົມຄວາມເປັນຈິງ. ເມື່ອເຮົາໃຊ້ວິທີການເຫຼົ່ານີ້, ເຮົາຈະເຂົ້າໃຈຄວາມແຕກຕ່າງລະຫວ່າງຄວາມເປັນຈິງ ແລະ ການໄຝ່ຝັນ, ແລະ ພະລັງຂອງຈິນຕະນາການ.

ເຮົາເປັນມະນຸດ, ສະນັ້ນ ສິ່ງທີ່ຈໍາແນກເຮົາຈາກສັດແມ່ນຫຍັງ? ມີຫຼາຍສິ່ງທີ່ເຮົາສາມາດຊີ້ໄດ້, ແຕ່ສິ່ງສໍາຄັນແມ່ນເຮົາມີພະລັງຂອງສະຕິປັນຍາ ແລະ ຈິນຕະນາການ. ເຮົາສາມາດຮຽນຮູ້ການນໍາໃຊ້ທັງສອງອັນນີ້. ຕົວຢ່າງເຊັ່ນເວລາເຮົາມີຄວາມຕ້ອງການທາງເພດຢ່າງໃຫຍ່ຫຼວງຕໍ່ຜູ້ໃດຜູ້ໜຶ່ງ. ອັນນີ້ສາມາດເປັນການລົບກວນຫຼາຍ. ສະນັ້ນ ເຮົາສາມາດປ່ຽນສິ່ງນີ້ໄດ້, ໂດຍການນໍາໃຊ້ທັງສະຕິປັນຍາ ແລະ ຈິນຕະນາການຂອງເຮົາ.

ພຣະອາຈານໃຫຍ່ຊາວອິນເດຍ ພຣະອາຣຍະເທວະ (Aryadeva) ໄດ້ຂຽນໄວ້ໃນ ຕຳລາ 400 ບົດ (400-Verse Treatise) ຂອງທ່ານ (ສັນສກຣິດ: ຈະຕຸຫສະຕະກະ ສາຕຣະ-ກາຣິກາ) (III.4) ວ່າ:

ທຸກຄົນສາມາດເຫັນຄົນອື່ນເປັນຕາດຶງດູດ ແລະ ຫຼົງໄຫຼໄປກັບລາວ ແລະ ຍິນດີໃນຄວາມງາມຂອງລາວ. ແຕ່ສິ່ງນີ້ກໍເປັນທຳມະດາໃນບັນດາໝູ່ໝາ ແລະ ອື່ນໆ, ໂອ້ ເຈົ້າຜູ້ໂງ່ງ່າວເອີຍ, ເປັນຫຍັງເຈົ້າຈິ່ງຍຶດຕິດຢູ່ກັບອັນຂອງຕົວເອງ?

ເວົ້າອີກແນວໜຶ່ງ, ຖ້າໝາ ຫຼື ໝູເຫັນວ່າຄູ່ຂອງມັນເປັນຕາດຶງດູດ, ແລ້ວແມ່ນຫຍັງທີ່ເຮັດໃຫ້ຂອງເຮົາພິເສດ? ລັກສະນະຂອງການດຶງດູດທາງເພດແມ່ນມາຈາກໃຈຂອງບຸກຄົນ; ມັນບໍ່ແມ່ນສິ່ງທີ່ຢູ່ໃນວັດຖຸແຫ່ງການດຶງດູດນັ້ນ. ບໍ່ດັ່ງນັ້ນ, ໝູກໍຈະເຫັນຄູ່ຂອງເຮົາສວຍງາມ ແລະ ເປັນຕາດຶງດູດ, ແລະ ເຮົາກໍຄວນເຫັນວ່າຄູ່ຂອງໝູເປັນຕາດຶງດູດ. ໃນທາງສະຕິປັນຍາ, ສິ່ງນີ້ແມ່ນຖືກຕ້ອງໝົດ. ດ້ວຍຈິນຕະນາການຂອງເຮົາ, ເຮົາຈິນຕະນາການເຖິງໝູທີ່ກ່າວ, ແລະ ມັນຊ່ວຍໃຫ້ມີຄວາມໝາຍ. ສະນັ້ນ ກໍບໍ່ມີຫຍັງ ພິເສດແທ້ກ່ຽວກັບຄົນທີ່ເຮົາເຫັນວ່າເປັນຕາດຶງດູດ. ຜູ້ຂ້າເຫັນວ່າຄົນນີ້ມີຄວາມດຶງດູດ, ຄົນນີ້ເຫັນວ່າຄົນນັ້ນມີຄວາມດຶງດູດ. ມັນຄືກັບຢູ່ຮ້ານອາຫານ: ຄົນໜຶ່ງຢາກກິນອັນນີ້ຈາກເມນູ, ຄົນໜຶ່ງຢາກກິນອັນນັ້ນ. ລະເປັນຫຍັງ? ບໍ່ມີຫຍັງພິເສດ.

ເມື່ອເຮົາສາມາດຂະຫຍາຍແນວຄິດປະເພດນີ້, ມັນຈະກາຍເປັນສິ່ງທີ່ເປັນຕາສົນໃຈຫຼາຍ. ເປັນຫຍັງທຸກຄົນຈິ່ງຄວນມັກເຮັດສິ່ງຕ່າງໆ ໃນແບບທີ່ເຮົາເຮັດ? ແນ່ນອນມັນແມ່ນການຍົກຍໍຕົນເອງຢູ່ເບື້ອງຫຼັງແນວຄິດນີ້: "ວິທີທີ່ເຮົາເຮັດແມ່ນຖືກ." ຈາກນັ້ນ ເຮົາກໍຮູ້ສຶກລຳຄານເມື່ອຄົນອື່ນຈັດໂຕະ ຫຼື ໄຟລ໌ໃນຄອມພິວເຕີຂອງລາວຕ່າງຈາກເຮົາ: “ມັນຜິດແທ້!” ມັນເປັນການດີທີ່ຈະຮັບຮູ້ວ່າມີຫຼາຍວິທີທີ່ແຕກຕ່າງກັນໃນສິ່ງທີ່ສາມາດເຮັດໄດ້, ຄືກັນກັບວ່າມີວັດຖຸທີ່ເປັນຕາດຶງດູດທາງເພດທີ່ແຕກຕ່າງກັນຫຼາຍອັນ.

ເມື່ອເຮົາອ່ານ ຫຼື ໄດ້ຍິນເລື່ອງການຝຶກທັດສະນະຄະຕິນີ້ ເຊິ່ງຈຸດຫຼັກແມ່ນການຢຸດຍົກຍໍຕົນເອງ ແລະ ເລີ່ມຄິດເຖິງຜູ້ອື່ນ, ເຮົາບໍ່ຈຳເປັນຕ້ອງຖືມັນເຕັມທີ່ໂດຍຄິດວ່າເຮົາຕ້ອງເຮັດເພື່ອປະໂຫຍດຂອງທຸກສິ່ງມີຊີວິດໃນຈັກກະວານ. ເຮົາສາມາດເຮັດໄດ້, ແນ່ນອນ, ຄືກັບທີ່ເຮົາເວົ້າກ່ອນໜ້ານີ້ວ່າ: "ເຮົາເປັນໜຶ່ງໃນມະນຸດ 7 ຕື້ຄົນໃນໂລກນີ້, ພ້ອມກັບສັດ ແລະ ແມງໄມ້ທີ່ນັບບໍ່ຖ້ວນ. ທຸກຕົນຮູ້ສຶກມີຄວາມສຸກ, ບໍ່ມີຄວາມສຸກ, ຫຼື ທຳມະດາ, ສະນັ້ນບໍ່ມີຫຍັງພິເສດກ່ຽວກັບເຮົາ.” ເຮົາຄິດເຖິງສິ່ງທີ່ເຮົາຮູ້ສຶກໃນບໍລິບົດຂອງທຸກຄົນ, ແລະ ຈິດໃຈຂອງເຮົາຈະເປີດຂຶ້ນແທນທີ່ຈະເປັນ "ເຮົາ, ເຮົາ, ເຮົາ." ມັນຄືກັບໂລກຮ້ອນ; ເຮົາຕ້ອງພິຈາລະນາວ່າມັນຈະສົ່ງຜົນກະທົບຕໍ່ທຸກຄົນແນວໃດ, ເພາະມັນບໍ່ໄດ້ກ່ຽວແຕ່ກັບຄົນດຽວ.

ແຕ່, ເຮົາບໍ່ຈໍາເປັນຕ້ອງໄປໄກປານນັ້ນຈັດການປ່ຽນແປງທີ່ເປັນປະໂຫຍດ, ຈາກການຍົກຍໍຕົນເອງສູ່ການຍົກຍໍຄົນອື່ນ. ເຮົາສາມາດເຮັດໄດ້ໃນລະດັບເລັກນ້ອຍເຊັ່ນກັນ, ເບິ່ງສິ່ງທີ່ຢູ່ອ້ອມຂ້າງຕົວເຮົາເອງ - "ເຮົາບໍ່ແມ່ນຄົນດຽວໃນຄວາມສໍາພັນນີ້," ຫຼື "ເຮົາບໍ່ແມ່ນຄົນດຽວໃນຄອບຄົວນີ້." ດ້ວຍວິທີນີ້, ເຮົາຈະຄ່ອຍໆ ມີຄວາມຫ່ວງໄຍຕໍ່ກຸ່ມໃຫຍ່ຫຼາຍຂຶ້ນ. ບາງທີເຮົາອາດຍັງບໍ່ສາມາດລວມເອົາທຸກຄົນໃນຈັກກະວານ, ແຕ່ເຮົາສາມາດເລີ່ມຈາກລະດັບນີ້, ບໍ່ພຽງແຕ່ໃນລະດັບຜິວເຜີນຂອງໄລຄ໌ໃນເຟສບຸກ, ແຕ່ໃນການພົບປະຕົວຈິງກັບຄົນອື່ນ.

ແມ່ນ, ວິທີນີ້ແມ່ນຈໍາກັດ, ເພາະເຮົາເຂົ້າເຖິງຄົນໃນເຄືອຂ່າຍສັງຄົມອອນລາຍນ໌ໄດ້ຈຳນວນຫຼາຍກວ່າທີ່ເຮົາສາມາດເຮັດໄດ້ໃນຊີວິດປະຈໍາວັນຂອງເຮົາ. ແຕ່ເມື່ອເຄືອຂ່າຍສັງຄົມອອນລາຍນ໌ມາແທນທີ່ການຕິດຕໍ່ພົວພັນເຊິ່ງໜ້າ, ເວລານັ້ນທີ່ບັນຫາເລີ່ມເກີດຂຶ້ນ. ເຮົາອາດຢູ່ກັບບາງຄົນ, ແຕ່ກໍບໍ່ແມ່ນຢູ່ບ່ອນນັ້ນແທ້, ເພາະເຮົາກໍາລັງສົ່ງຂໍ້ຄວາມຫາຄົນອື່ນ. ມັນເປັນປາກົດການທີ່ມີຢູ່ທົ່ວໄປໃນປະຈຸບັນ, ບໍ່ພຽງແຕ່ໃນໄວລຸ້ນ, ແຕ່ມີເດັກທີ່ລາຍງານວ່າຮູ້ສຶກຖືກລະເລີຍຫຼາຍ, ເພາະພໍ່ແມ່ຂອງເຂົາເຈົ້າສົ່ງຂໍ້ຄວາມຢູ່ຕະຫຼອດ ແລະ ບໍ່ໄດ້ເອົາໃຈໃສ່ກັບເຂົາເຈົ້າ.

ວິທີຕ່າງໆ ໃນການປະຕິບັດການຝຶກຈິດ

ມີຫຼາຍລະດັບທີ່ເຮົາສາມາດປະຕິບັດການຝຶກຈິດໃຈໄດ້. ມັນບໍ່ຈຳເປັນຕ້ອງມີການປະຕິບັດທີ່ແປກປະຫຼາດໃດໆ; ທັງໝົດທີ່ເຮົາຕ້ອງການແມ່ນການນໍາໃຊ້ສະຕິປັນຍາຂອງຕົນເອງໃນແງ່ຂອງສິ່ງທີ່ເຮົາເຫັນວ່າເປັນຈິງ. ສິ່ງທີ່ເປັນຈິງແມ່ນວ່າເຮົາບໍ່ແມ່ນຄົນດຽວໃນຈັກກະວານ, ແລະ ເຮົາບໍ່ແມ່ນຄົນທີ່ສໍາຄັນທີ່ສຸດໃນຈັກກະວານ, ແຕ່ແນ່ນອນວ່າເຮົາກໍບໍ່ແມ່ນບໍ່ມີຄວາມໝາຍຫຍັງເລີຍ. ເຮົາເປັນໜຶ່ງໃນສິ່ງມີຊີວິດຈໍານວນຫຼາຍໃນຈັກກະວານ, ເຮົາເປັນສ່ວນໜຶ່ງຂອງທັງໝົດນີ້. ເຮົາສາມາດໃຊ້ຈິນຕະນາການຂອງເຮົາໃນແງ່ຂອງຄວາມເຫັນໃຈ, ເພື່ອພະຍາຍາມເຂົ້າໃຈສະຖານະການ ແລະ ຄວາມຮູ້ສຶກຂອງຄົນອື່ນ ແລະ ວິທີທີ່ເຂົາເຈົ້າປະສົບກັບສິ່ງຕ່າງໆ.

ສະຕິປັນຍາ ແລະ ຈິນຕະນາການຂອງເຮົາແມ່ນສອງເຄື່ອງມືທີ່ດີທີ່ເຮົາສາມາດໃຊ້ໄດ້. ເຮົາຝຶກສະຕິປັນຍາຂອງເຮົາດ້ວຍຕັກກະສາດ, ແລະ ເຮົາຝຶກຈິນຕະນາການຂອງເຮົາກັບສິ່ງຕ່າງໆ ເຊັ່ນການນຶກພາບ, ບໍ່ແມ່ນໃຫ້ສະຕິປັນຍາເຮົາເປັນຄືຄອມພິວເຕີ ຫຼື ຊິງເອົາຫຼຽນທອງໃນການນຶກພາບລາຍລະອຽດຕ່າງໆ, ແຕ່ເພື່ອເອົາຊະນະຄວາມຫຍຸ້ງຍາກ ແລະ ບັນຫາໃນຊີວິດຂອງເຮົາເອງ. ໃນຂອບເຂດກວ້າງໆ, ເຮົາຍັງເຮັດສິ່ງນີ້ເພື່ອສາມາດຊ່ວຍຄົນອື່ນໃຫ້ເຮັດເຊັ່ນດຽວກັນ. ມັນເປັນການດີທີ່ຈະມີຂອບເຂດທີ່ກວ້າງຫຼາຍແບບນີ້, ທີ່ເຮົາສາມາດເຂົ້າໃຈ ແລະ ເຫັນໃຈທຸກຄົນໃນແງ່ຂອງທຸກສິ່ງທີ່ໄດ້ເກີດຂຶ້ນກັບເຂົາເຈົ້າ, ສິ່ງທີ່ກຳລັງເກີດຂຶ້ນກັບເຂົາເຈົ້າໃນປະຈຸບັນ, ແລະ ສິ່ງທີ່ອາດຈະເກີດຂຶ້ນກັບເຂົາເຈົ້າໃນອະນາຄົດ. ມັນຕ້ອງໃຊ້ສະຕິປັນຍາ ແລະ ຈິນຕະນາການທີ່ຍິ່ງໃຫຍ່!

ເຮົາສາມາດນໍາເອົາສິ່ງນີ້ເຂົ້າມາໃນຊີວິດປະຈໍາວັນຂອງເຮົາດ້ວຍຫຼາຍວິທີ. ລະດັບທີ່ງ່າຍທີ່ສຸດແມ່ນການມີຄວາມຮູ້ສຶກ "ບໍ່ມີຫຍັງພິເສດ" ນີ້, ເຊິ່ງແມ່ນການເຂົ້າໃຈວ່າອັນໃດກໍຕາມທີ່ເກີດຂຶ້ນ, ດີ ຫຼື ບໍ່ດີ ຫຼື ທຳມະດາ, ມັນບໍ່ມີຫຍັງພິເສດເລີຍ. ຕະຫຼອດປະຫວັດສາດ, ຢ່າງໜ້ອຍແມ່ນຕັ້ງແຕ່ຊາວກຣີກບູຮານຈົນເຖິງປະຈຸບັນ, ທຸກຄົນໄດ້ເວົ້າວ່າ: "ນີ້ແມ່ນເວລາທີ່ຮ້າຍແຮງທີ່ສຸດ: ຄົນໜຸ່ມແມ່ນຊຸດໂຊມ ແລະ ຂີ້ຮ້າຍ ແລະ ສໍ້ໂກງ." ຖ້າເຮົາເບິ່ງວັນນະຄະດີໃນຊ່ວງເວລານີ້, ທຸກຄົນໄດ້ເວົ້າອັນນີ້, ແຕ່ມັນບໍ່ແມ່ນຄວາມຈິງປານໃດ. ບໍ່ມີຫຍັງພິເສດກ່ຽວກັບສິ່ງທີ່ເກີດຂຶ້ນ, ບໍ່ມີຫຍັງພິເສດກ່ຽວກັບເຮົາ, ແລະ ບໍ່ ມີຫຍັງພິເສດກ່ຽວກັບສິ່ງທີ່ເຮົາຮູ້ສຶກ. ມັນມີແຕ່ໄຫຼຕໍ່ໄປ ແລະ ຕໍ່ໄປ, ຂັບເຄື່ອນດ້ວຍເຫດຜົນ ແລະ ເງື່ອນໄຂນັບບໍ່ຖ້ວນທີ່ພົວພັນເຊິ່ງກັນ ແລະ ກັນ. ເຮົາມີແຕ່ຕ້ອງຈັດການກັບມັນໃນທາງທີ່ເປັນປະໂຫຍດທີ່ສຸດເທົ່າທີ່ຈະເປັນໄປໄດ້, ໂດຍໃຊ້ສະຕິປັນຍາ ແລະ ຈິນຕະນາການຂອງເຮົາເພື່ອເອົາໃຈໃສ່ກັບຕົນເອງ ແລະ ຄົນອື່ນ.

ສະຫຼຸບ

ເຮົາແຕ່ລະຄົນແມ່ນພຽງແຕ່ໜຶ່ງໃນຫຼາຍກວ່າເຈັດພັນລ້ານມະນຸດໃນໂລກນີ້, ແຕ່ບໍ່ມີໃຜໃນໝູ່ເຮົາທີ່ຕ່າງຈາກຄົນອື່ນ. ເມື່ອເຮົາພະຍາຍາມເອົາຊະນະທັດສະນະຄະຕິທີ່ຍົກຍໍຕົນເອງຂອງເຮົາ, ເຮົາຈະເຫັນຄວາມເປັນຈິງໂດຍອັດຕະໂນມັດ: ເຮົາເຫັນວ່າເຮົາທັງໝົດຢູ່ໃນເຮືອລຳດຽວກັນ, ແທນທີ່ຈະວ່າທຸກຄົນຕໍ່ຕ້ານເຮົາ. ບໍ່ມີຫຍັງພິເສດສະເພາະກ່ຽວກັບເຮົາ, ຄວາມເຂົ້າໃຈທີ່ນໍາມາເຊິ່ງການປັບປຸງອັນໃຫຍ່ຫຼວງໃນຄຸນະພາບຂອງສະຫວັດດີພາບທາງອາລົມຂອງເຮົາ ແລະ ການພົວພັນກັບຄົນອື່ນ.

Top