ບໍ່ມີຫຍັງພິເສດກ່ຽວກັບຕົວເຮົາ ຫຼື ຄວາມຮູ້ສຶກຂອງເຮົາ

ຄຳນຳ

ການຝຶກຈິດ ຫຼື ການຝຶກທັດສະນະຄະຕິ, ໂລຈົງ (lojong) ໃນພາສາທິເບດ, ເປັນຫົວຂໍ້ທີ່ກວ້າງກ່ຽວກັບວິທີທີ່ເຮົາປະສົບກັບຊີວິດຂອງເຮົາ ແລະ ວິທີທີ່ເຮົາສາມາດປ່ຽນທັດສະນະຄະຕິຂອງເຮົາຕໍ່ສິ່ງທີ່ເຮົາປະສົບ. ເຮົາທຸກຄົນຮູ້ວ່າຊີວິດເຕັມໄປດ້ວຍການຂຶ້ນ ແລະ ລົງ ແລະ ປົກກະຕິແລ້ວມັນບໍ່ງ່າຍຫຼາຍ. ຫຼາຍສິ່ງເກີດຂຶ້ນກັບເຮົາຕະຫຼອດເວລາ, ແລະ ສິ່ງເຫຼົ່ານີ້ເກີດຂຶ້ນຈາກສາເຫດ ແລະ ເງື່ອນໄຂຫຼາກຫຼາຍຊະນິດ.

ຕົວຢ່າງງ່າຍໆ, ຄິດເບິ່ງແຕ່ໃນແງ່ຂອງເຮົາທັງໝົດທີ່ເຕົ້າໂຮມກັນຢູ່ທີ່ນີ້ຕອນແລງນີ້. ແມ່ນຫຍັງທີ່ນໍາ ເຈົ້າ ມາທີ່ນີ້? ມີທັງດ້ານວັດຖຸ, ການຈໍລະຈອນ ແລະ ການເດີນທາງ, ຄວາມຈິງທີ່ວ່າເຈົ້າອາໄສຢູ່ໃນເມືອງ, ແລະ ກໍຄວາມສົນໃຈໃດໆ ຂອງເຈົ້າ, ສິ່ງທີ່ເກີດຂຶ້ນໃນຄອບຄົວ ແລະ ວຽກ ແລະ ຊີວິດໂດຍທົ່ວໄປ. ຍ້ອນຜົນຈາກສາເຫດ ແລະ ເງື່ອນໄຂອັນມະຫາສານ, ເຮົາຈິ່ງໄດ້ຢູ່ທີ່ນີ້ຮ່ວມກັນ, ທຸກຄົນມາຈາກພື້ນຖານທີ່ຕ່າງກັນ ແລະ ຊຸດສາເຫດ ແລະ ເງື່ອນໄຂທີ່ຕ່າງກັນ.

ບາດນີ້, ໃນຂະນະທີ່ເຮົານັ່ງຢູ່ທີ່ນີ້, ມີພວກເຈົ້າໝົດທຸກຄົນ ແລະ ມີຂ້ອຍ ແລະ ນັກແປ. ນອກນັ້ນຍັງມີກ້ອງວີດີໂອບັນທຶກເຮົາ. ຄວາມແຕກຕ່າງລະຫວ່າງການທີ່ເຈົ້າເບິ່ງເຮົາ ກັບການທີ່ກ້ອງເບິ່ງນັ້ນ ແມ່ນຫຍັງ? ເຊັ່ນດຽວກັນກັບເຮົາ, ກ້ອງກໍຢູ່ທີ່ນີ້ຍ້ອນສາເຫດ ແລະ ເງື່ອນໄຂຕ່າງໆ: ມີຄົນຜະລິດມັນຂຶ້ນ, ມີຄົນຊື້ມັນ, ມີອີກຄົນມາຕັ້ງມັນ. ທັງກ້ອງ ແລະ ເຮົາຕ່າງກໍຮັບເອົາຂໍ້ມູນ. ແຕ່, ຄວາມຕ່າງທີ່ແທ້ຈິງແມ່ນວ່າເຮົາສ້າງຄວາມຮູ້ສຶກບົນພື້ນຖານຂອງຂໍ້ມູນທີ່ເຮົາຮັບມາ, ເປັນຕົ້ນແມ່ນລະດັບຂອງຄວາມເປັນສຸກ ຫຼື ຄວາມບໍ່ເປັນສຸກ. ກ້ອງ ແລະ ຄອມພິວເຕີບໍ່ມີຄວາມຮູ້ສຶກຕໍ່ຂໍ້ມູນທີ່ມັນຮັບເຂົ້າໄປ.

ຄວາມເປັນສຸກແມ່ນຫຍັງ? 

ຫຼັກການພື້ນຖານຂອງຊີວິດເບິ່ງຄືແມມ່ນວ່າເຮົາທຸກຄົນຢາກເປັນສຸກ ແລະ ບໍ່ຢາກບໍ່ເປັນສຸກ. ສິ່ງນີ້ດົນໃຈເຮົາໃຫ້ຄິດວ່າ: “ອັນໃດເປັນຄວາມສຸກ? ອັນໃດທີ່ເຮົາຕ້ອງການແທ້ໆ?”

ຈາກມຸມມອງພຣະພຸດທະສາສະໜາ, ຄວາມສຸກແມ່ນກຳນົດເປັນຄວາມຮູ້ສຶກທີ່, ເມື່ອປະສົບ, ຕາມທຳມະຊາດ ແລ້ວ ເຮົາຈະບໍ່ຢາກແຍກຈາກມັນ; ເຮົາມັກມັນ ແລະ ເຮົາພໍໃຈໃຫ້ມັນສືບຕໍ່.

ມັນເປັນປະສົບການທາງຈິດທີ່ສາມາດມາພ້ອມກັບການຮັບຮູ້ທາງດ້ານຮ່າງກາຍ, ເຊັ່ນການເຫັນບາງສິ່ງ ຫຼື ບາງຄົນ, ຫຼື ການຮັບຮູ້ທາງຈິດໃຈ, ເຊັ່ນການຄິດກ່ຽວກັບບາງສິ່ງ ຫຼື ບາງຄົນ. ມັນບໍ່ແມ່ນວ່າເຮົາມັກສິ່ງທີ່ເຮົາເຫັນ ຫຼື ສິ່ງທີ່ເຮົາຄິດພໍປານໃດ; ແຕ່, ເຮົາມັກວິທີທີ່ເຮົາຮູ້ສຶກໃນຂະນະທີ່ເຫັນ ຫຼື ຄິດສິ່ງນັ້ນ. ແຕ່, ຄວາມສຸກບໍ່ຄືກັບຄວາມຮູ້ສຶກທາງກາຍຂອງຄວາມສຳລານ: ມັນເປັນພາວະຈິດໃຈ. ແລະມັນກໍບໍ່ຄືກັບຄວາມຮູ້ສຶກລົບກວນຂອງການຍຶດຕິດ, ເຊິ່ງເຮົາຖືຄຸນລັກສະນະດ້ານດີຂອງບາງຢ່າງແບບເກີນຈິງ, ເຊັ່ນຊັອກໂກແລັດ, ໄວໜຸ່ມຂອງເຮົາ ຫຼື ແມ່ນແຕ່ຄວາມສຸກເອງ, ແລະ ບໍ່ຢາກປ່ອຍມັນໄປ.

ລະດັບຄວາມສຸກທີ່ເຮົາມີໃນຂະນະທີ່ເບິ່ງບາງສິ່ງ, ເຊັ່ນຮູບເງົາ, ອາດເປັນລະດັບຕໍ່າ, ແຕ່ຖ້າຫຼັງຈາກນັ້ນສອງ-ສາມນາທີເຮົາຍັງເບິ່ງຕໍ່ ແລະ ບໍ່ຮູ້ສຶກຢາກຫັນໜີ, ນີ້ສະແດງວ່າເຮົາພໍໃຈ ແລະ ບໍ່ຢາກແຍກອອກຈາກສິ່ງທີ່ເຮົາກຳລັງຮູ້ສຶກ. ເຮົາອາດຈະເວົ້າວ່າ, ເຮົາຍັງ "ດີໃຈທີ່ຈະເບິ່ງມັນ." ຖ້າເຮົາບໍ່ເປັນສຸກກັບມັນ - ຄວາມບໍ່ເປັນສຸກນີ້ກໍານົດເປັນຄວາມຮູ້ສຶກທີ່, ເມື່ອປະສົບ, ເຮົາຈະຢາກແຍກຈາກມັນໂດຍທໍາມະຊາດ - ເຮົາມັກຈະພະຍາຍາມປ່ຽນປະສົບການຂອງເຮົາໂດຍການພຽງແຕ່ຫັນໜີ. ຈາກນັ້ນ, ແນ່ນອນ, ບາງຄັ້ງເຮົາຍັງມີຄວາມຮູ້ສຶກເປັນກາງ, ຄືເຮົາບໍ່ໄດ້ຢາກແຍກ ຫຼື ບໍ່ແຍກຈາກບາງສິ່ງ; ເຮົາເສີຍໆ.

ແຕ່, ສ່ວນຫຼາຍຖ້າເຮົາຄິດໃນແງ່ຂອງ "ຄວາມສຸກ" ແລະ "ຄວາມບໍ່ເປັນສຸກ," ເຮົາຈະຄິດໃນແງ່ແຮງ - ບໍ່ວ່າຈະເປັນຮອຍຍິ້ມກວ້າງບົນໃບໜ້າຂອງເຮົາ, ຫຼື ຄວາມໂສກເສົ້າ ແລະ ຊຶມເສົ້າ. ແຕ່, ຄວາມຮູ້ສຶກເປັນສຸກ ແລະ ບໍ່ເປັນສຸກນັ້ນບໍ່ຈໍາເປັນຕ້ອງເປັນເລື່ອງໃຫຍ່ໂຕ, ເພາະເຮົາປະສົບກັບແຕ່ລະຂະນະເວລາຂອງຊີວິດເຮົາກັບຄວາມສຸກ ຫຼື ຄວາມບໍ່ເປັນສຸກໃນລະດັບໜຶ່ງ, ແລະ ຂະນະເວລາສ່ວນໃຫຍ່ບໍ່ແມ່ນເລື່ອງໃຫຍ່ໂຕ.

ຄວາມຂຶ້ນ ແລະ ລົງຂອງຊີວິດ

ທຸກຂະນະເວລາ, ເຮົາປະສົບກັບຫຼາກຫຼາຍສິ່ງທີ່ເກີດຂຶ້ນ ແລະ, ເຊັ່ນດຽວກັບການທີ່ເຮົາຢູ່ທີ່ນີ້, ສິ່ງເຫຼົ່ານີ້ມາຈາກຫຼາຍລ້ານສາເຫດ ແລະ ເງື່ອນໄຂທີ່ເຂົ້າມາຮ່ວມກັນ. ເຮົາເອົາຂໍ້ມູນກ່ຽວກັບສິ່ງທີ່ເກີດຂຶ້ນຢູ່ອ້ອມຕົວເຮົາ ຫຼື ພຽງແຕ່ຢູ່ໃນໃຈຂອງເຮົາ ແລະ, ໃນຂະນະທີ່ສິ່ງນີ້ເກີດຂຶ້ນ, ເຮົາປະສົບກັບມັນໃນຫຼາຍລະດັບຂອງຄວາມສຸກ ແລະ ຄວາມບໍ່ເປັນສຸກ. ເຮົາມັກຈະອະທິບາຍປາກົດການນີ້ໃນແງ່ຂອງອາລົມທີ່ເຮົາເປັນຢູ່ - ອາລົມດີ ຫຼື ອາລົມບໍ່ດີ.

ທຳມະຊາດຂອງຊີວິດມັນຂຶ້ນ-ລົງຕະຫຼອດເວລາ, ບໍ່ແມ່ນບໍ? ແລະ ອາລົມທີ່ເຮົາມີຢູ່ໃນນັ້ນບໍ່ສອດຄ່ອງກັບຂໍ້ມູນທີ່ເຮົາກໍາລັງຮັບເອົາສະເໝີໄປ, ສິ່ງທີ່ເກີດຂຶ້ນອ້ອມຕົວເຮົາ, ແລະ ສິ່ງທີ່ເຮົາເອງກຳລັງເຮັດ. ຕົວຢ່າງ, ເຮົາອາດກຳລັງເຮັດບາງຢ່າງທີ່ເຮົາມັກ, ແຕ່ເຮົາຢູ່ໃນອາລົມທີ່ບໍ່ດີ ສະນັ້ນເຮົາຈິ່ງບໍ່ມີຄວາມສຸກ ແລະ ບໍ່ມ່ວນກັບມັນ. ຫຼືເຮົາອາດກຳລັງເຮັດບາງຢ່າງທີ່ບໍ່ມ່ວນປານໃດ, ເຊັ່ນການອອກກໍາລັງກາຍໜັກໆ, ແຕ່ເຮົາຍິນດີທີ່ຈະເຮັດ, ເຮົາຢາກສືບຕໍ່. ມັນໜ້າສົນໃຈທີ່ຈະເບິ່ງວ່າອາລົມຂອງເຮົານັ້ນບໍ່ກົງກັບສິ່ງທີ່ເຮົາກຳລັງເຮັດຢູ່ສະເໝີ.

ເມື່ອເຮົາປະສົບກັບແຕ່ລະຂະນະເວລາ, ເຮົາຈະມີທັດສະນະຄະຕິໃດໜຶ່ງຕໍ່ມັນສະເໝີ. ທັດສະນະຄະຕິແມ່ນສິ່ງທີ່ເຮົາກຳລັງເວົ້າດຽວນີ້, ສະນັ້ນແລ້ວມັນແມ່ນຫຍັງ? ທັດສະນະຄະຕິກໍພຽງແຕ່ແມ່ນວິທີທີ່ເຮົາຖືບາງຢ່າງ. ມີທັດສະນະຄະຕິຫຼາຍປະເພດທີ່ເຮົາສາມາດຖືໄດ້, ແລະ ຂຶ້ນກັບທັດສະນະຄະຕິນັ້ນ, ມັນຈະມີຜົນກະທົບຕໍ່ປະເພດຂອງອາລົມທີ່ເຮົາມີຢູ່. ໃນສະຖານະການປົກກະຕິ, ເຮົາບໍ່ສາມາດເຮັດຫຍັງຫຼາຍເພື່ອປ່ຽນການຂຶ້ນ-ລົງທີ່ເຮົາປະສົບຢູ່ຕະຫຼອດເວລາໃນຊີວິດໄດ້. ເຖິງວ່າເຮົາຈະກິນຢາບາງຢ່າງທີ່ເຮັດໃຫ້ເຮົາຮູ້ສຶກດີ, ໃນໄລຍະຍາວມັນກໍຍັງຈະມີອາການຂຶ້ນ ແລະ ລົງ, ແມ່ນບໍ? ແຕ່, ສິ່ງທີ່ເຮົາສາມາດປ່ຽນແປງໄດ້ແມ່ນທັດສະນະຄະຕິຂອງເຮົາ.

ບາດນີ້, ເມື່ອເຮົາເວົ້າເຖິງການຝຶກທັດສະນະຄະຕິຂອງເຮົາ, ມັນມີສອງດ້ານ. ໜຶ່ງໃນນັ້ນແມ່ນການພະຍາຍາມລ້າງຊ່ວຍ ຫຼື ຢຸດເຊົາການມີທັດສະນະຄະຕິມ້າງເພຕໍ່ສິ່ງຕ່າງໆ. "ການມ້າງເພ" ອາດເປັນຄໍາທີ່ໜັກໂພດ, ສະນັ້ນ ເຮົາຍັງໃຊ້ຄຳວ່າ "ບໍ່ມີປະໂຫຍດ" ກໍໄດ້. ແຕ່ໃນດ້ານໜຶ່ງມັນກໍແມ່ນການມ້າງເພຕົນເອງ, ເພາະທັດສະນະຄະຕິເຫຼົ່ານີ້ມີແຕ່ເຮັດໃຫ້ເຮົາມີຄວາມຮູ້ສຶກຮ້າຍແຮງລົງກວ່າເກົ່າ. ອີກດ້ານໜຶ່ງແມ່ນການຝຶກຕົວເຮົາເອງໃຫ້ມີວິທີການທີ່ມີຜົນຫຼາຍຂຶ້ນໃນການເບິ່ງສິ່ງຕ່າງໆ.

ໃນທີ່ນີ້ ສິ່ງສໍາຄັນແມ່ນຕ້ອງສັງເກດວ່າເຮົາບໍ່ໄດ້ເວົ້າກ່ຽວກັບສິ່ງທີ່ຄົນທົ່ວໄປເອີ້ນວ່າ "ພະລັງງານຂອງຄວາມຄິດໃນແງ່ບວກ," ເຊິ່ງຕ້ອງເບິ່ງໂລກໃນແງ່ດີທີ່ສຸດ: "ທຸກຢ່າງແມ່ນສິ່ງມະຫັດສະຈັນ; ມັນດີເລີດ ແລະ ສົມບູນແບບ!” ສິ່ງນີ້ອາດຊ່ວຍໄດ້, ແຕ່ມັນງ່າຍໂພດ. ສໍາລັບວິທີທີ່ມີປະສິທິຜົນຢ່າງແທ້ຈິງເພື່ອຈັດການກັບທັດສະນະຄະຕິຂອງເຮົາ, ເຮົາຕ້ອງເບິ່ງໃຫ້ເລິກກວ່ານັ້ນ.

ບໍ່ມີຫຍັງພິເສດກ່ຽວກັບສິ່ງທີ່ເຮົາກຳລັງຮູ້ສຶກ

ທໍາອິດ ເຮົາມາສຸມໃສ່ທັດສະນະຄະຕິຂອງເຮົາກ່ຽວກັບຄວາມຮູ້ສຶກຂອງເຮົາ, ກໍຄືທັດສະນະຄະຕິຂອງເຮົາກ່ຽວກັບລະດັບຂອງຄວາມສຸກ ຫຼື ຄວາມບໍ່ເປັນສຸກທີ່ເຮົາຮູ້ສຶກ. ເຮົາຈະເບິ່ງສິ່ງນີ້ໃນບໍລິບົດຂອງບັນຫາທີ່ຄົນສ່ວນຫຼາຍມີ - ການໃຫ້ຄວາມສໍາຄັນຕໍ່ສິ່ງທີ່ເຂົາຮູ້ສຶກຈົນເກີນໄປ.

ເຮົາສ້າງເລື່ອງໃຫຍ່ໂຕກ່ຽວກັບຕົວເຮົາເອງ - ຕົວ "ຂ້ອຍ" - ແລະ ເລື່ອງໃຫຍ່ໆ ຈາກສິ່ງທີ່ເຮົາຮູ້ສຶກ. ເຮົາປະສົບກັບທຸກສິ່ງໃນແບບທີ່ເອີ້ນວ່າວິທີການຄູ່ຂະໜານ. ຕົວຢ່າງ, ເຮົາມີມຸມມອງນີ້ກ່ຽວກັບ "ຂ້ອຍ" ຢູ່ດ້ານໜຶ່ງ ແລະ ຄວາມບໍ່ເປັນສຸກຢູ່ອີກດ້ານໜຶ່ງ. ເຮົາຢ້ານຄວາມບໍ່ເປັນສຸກນີ້ ແລະ ພະຍາຍາມຫຼາຍເທົ່າທີ່ຈະເປັນໄປໄດ້ເພື່ອປົກປ້ອງຕົນເອງຈາກມັນ ແລະ ກໍາຈັດມັນ. ແຕ່ໃນຕົວຈິງ ມັນເຮັດໃຫ້ເຮົາຮູ້ສຶກແນວໃດເມື່ອເຮົາມີທັດສະນະຄະຕິແບບນີ້. ມັນເຮັດໃຫ້ມັນຮ້າຍແຮງກວ່າເກົ່າ, ບໍ່ແມ່ນບໍ?

ລອງຄິດເບິ່ງບາດໜຶ່ງ : ທັດສະນະຄະຕິຂອງເຈົ້າແມ່ນຫຍັງເວລາເຈົ້າອາລົມບໍ່ດີ ແລະ ເຈົ້າບໍ່ເປັນສຸກ? ເຮົາບໍ່ໄດ້ໝາຍເຖິງເວລາເຈົ້າຮ້ອງໄຫ້ ແລະ ໂສກເສົ້າແທ້ໆ, ເຮົາໝາຍເຖິງຄວາມຮູ້ສຶກຕອນເຈົ້ານັ່ງເຮັດວຽກ ຫຼື ເບິ່ງໂທລະທັດ ຫຼື ອັນໃດອັນໜຶ່ງ, ແລະ ເຈົ້າພຽງແຕ່ຮູ້ສຶກ, "ເອີ, ຂີ້ຮ້າຍເວີຍ." ເຮົາຄິດວ່າມັນຄືກັບເຮົານັ່ງຢູ່ທີ່ນີ້ ແລະ ມີເມກກ້ອນໃຫຍ່ເຄື່ອນມາຫາເຮົາ, ແລ້ວເຮົາກໍຢາກຍົກໂລ່ຂອງເຮົາຂຶ້ນບັງ : "ຂ້ອຍບໍ່ຢາກໄດ້ອັນນີ້!" ນັ້ນແມ່ນສ່ວນໜຶ່ງຂອງປະສົບການເຈົ້າບໍ? ມັນມັກຈະເບິ່ງຄືວ່າອາລົມບໍ່ດີຢູ່ຊື່ໆ ກໍມາ, ແລະ ເຮົາກໍບໍ່ເຄີຍຕ້ອງການມັນ. ແລະຍິ່ງເຮົາສຸມໃສ່ມັນ, ວ່າມັນເປັນຕາຢ້ານປານໃດ, ມັນຍິ່ງຮ້າຍແຮງຂຶ້ນ. ບັນຫາຢູ່ທີ່ນີ້ແມ່ນວ່າເຮົາເຮັດໃຫ້ສິ່ງທີ່ກໍາລັງເກີດຂຶ້ນນັ້ນເກີນຈິງ, ແລະ ສ້າງໃຫ້ມັນເປັນສອງເລື່ອງຂຶ້ນ - "ຂ້ອຍ" ຢູ່ດ້ານໜຶ່ງ, ແລະ ອາລົມບໍ່ດີໃນອີກດ້ານໜຶ່ງ.

ບາດນີ້ຄວາມສຸກເດ? ອີກເທື່ອໜຶ່ງ, ເຮົາມີແນວໂນ້ມທີ່ຈະປະສົບກັບມັນໃນແບບຄູ່ຂະໜານ, "ຂ້ອຍ" ໃນດ້ານໜຶ່ງ ແລະ ຄວາມສຸກໃນອີກດ້ານໜຶ່ງ - ແລະ ຈາກນັ້ນເຮົາກໍຢ້ານທີ່ຈະສູນເສຍມັນ, ສະນັ້ນ ເຮົາຈິ່ງເກາະຕິດ ແລະ ພະຍາຍາມຍຶດມັນໄວ້. ຈະມີຄວາມຮູ້ສຶກບໍ່ປອດໄພເພາະເຮົາຢ້ານວ່າມັນຈະ ຜ່ານໄປ, ແລະ ເຮົາຈະສູນເສຍມັນ; ເຮົາຈະຢຸດຮູ້ສຶກດີ. ມັນເປັນການຍາກທີ່ຈະຜ່ອນຄາຍ ແລະ ເພີດເພີນກັບຄວາມຮູ້ສຶກທີ່ເປັນສຸກ, ຍ້ອນຄວາມບໍ່ໝັ້ນຄົງນີ້ທໍາລາຍມັນແທ້ໆ, ບໍ່ແມ່ນບໍ? ນອກນີ້, ຍັງອາດມີການແຊກຊ້ອນທຸກປະເພດ ເຊັ່ນ "ຂ້ອຍບໍ່ສົມຄວນທີ່ຈະມີຄວາມສຸກ" ແລະ ອື່ນໆ.

ຖ້າເຮົາເລີ່ມຄິດກ່ຽວກັບມັນ, ມັນຕາຫຼົກທີ່ເຮົາມັກຈະເປັນຄືກັບສັດໜ້ອຍໜຶ່ງ. ເບິ່ງວິທີການທີ່ໝາກິນ, ເບິ່ງຄືມີຄວາມສຸກກັບສິ່ງທີ່ມັນກິນ, ແຕ່ມັນມັກຈະເບິ່ງໄປຮອບໆ, ມີຄວາມເຄັ່ງຕຶງເລັກໜ້ອຍວ່າຈະມີຄົນເອົາອາຫານມັນໄປ. ເຈົ້າເຄີຍມີຄວາມຮູ້ສຶກນັ້ນບໍ? ເຮົາຮູ້ສຶກເປັນສຸກ ແຕ່ຢ້ານວ່າຈະມີຄົນມາຄົ້ນພົບເຮົາ ແລະ ເອົາມັນໄປ. ມັນຄືແປກໆ ເນາະ.

ຈາກນັ້ນກໍມີຄວາມຮູ້ສຶກທີ່ເປັນກາງ, ອີກເທື່ອໜຶ່ງ ຈາກມຸມມອງຄູ່ຂະໜານຂອງ "ຂ້ອຍ" ແລະ ຄວາມຮູ້ສຶກທີ່ເປັນກາງ. ເຮົາເຮັດໃຫ້ຄວາມຮູ້ສຶກທີ່ເປັນກາງນັ້ນເກີນຈິງໄປເປັນການບໍ່ຮູ້ສຶກຫຍັງເລີຍ. ສິ່ງນີ້ເກີດຂຶ້ນເລື້ອຍ, ທີ່ເຮົາຮູ້ສຶກວ່າເຮົາບໍ່ຮູ້ສຶກຫຍັງເລີຍ. ມັນເຮັດໃຫ້ເຮົາຮູ້ສຶກຄືວ່າເຮົາບໍ່ມີຊີວິດ. ຄວາມຮູ້ສຶກເປັນກາງນີ້ເຮັດໃຫ້ເຮົາຮູ້ສຶກບໍ່ເປັນສຸກ. ເຮົາບໍ່ມັກການບໍ່ຮູ້ສຶກຫຍັງເລີຍ.

ດ້ວຍຄວາມເປັນໄປໄດ້ຂອງຄວາມສຸກ, ຄວາມບໍ່ເປັນສຸກ ແລະ ຄວາມເປັນກາງ, ການທີ່ເຮົາເຮັດໃຫ້ມັນເກີນຈິງ ແລະ ເຮັດໃຫ້ມັນເປັນເລື່ອງໃຫຍ່, ມັນກໍເຮັດໃຫ້ເຮົາບໍ່ເປັນສຸກຫຼາຍຂຶ້ນ. ສະນັ້ນ, ທັດສະນະຄະຕິຂອງເຮົາກ່ຽວກັບຄວາມຮູ້ສຶກຂອງເຮົາແມ່ນສໍາຄັນຫຼາຍສໍາລັບການສົ່ງຜົນກະທົບຕໍ່ປະສົບການຂອງເຮົາ. ເຮົາມີແນວໂນ້ມທີ່ຈະເບິ່ງຄວາມຮູ້ສຶກເປັນສຸກ ຫຼື ບໍ່ເປັນສຸກ ຫຼື ເປັນກາງ ເປັນສິ່ງທີ່ພິເສດ, ແລະ ປົກກະຕິແລ້ວເຮົາເຫັນວ່າມັນແຍກອອກຈາກຕົວເຮົາ.

ລອງຈິນຕະນາການວ່າມີອາຫານສາມຈານຢູ່ຕໍ່ໜ້າເຮົາ. ຈານໜຶ່ງບໍ່ແຊບ, ຈານໜຶ່ງແຊບ, ແລະ ອີກຈານໜຶ່ງຊື່ໆ; ເຫຼົ່ານີ້ຄ້າຍຄືຄວາມຮູ້ສຶກຂອງຄວາມບໍ່ເປັນສຸກ, ຄວາມສຸກ ແລະ ຄວາມເປັນກາງ. ເມື່ອເຮົາຮູ້ສຶກສິ່ງເຫຼົ່ານີ້ ມັນຄືກັບວ່າເຮົາເອົາມັນເຂົ້າໄປໃນຕົວເຮົາ, ເຮົາ "ກິນ" ມັນເຂົ້າໄປ. ແລະໃນແງ່ໜຶ່ງ, ມັນຄືກັບວ່າເຮົາສາມາດເລືອກທີ່ຈະບໍ່ກິນ, ແຕ່ເຮົາບໍ່ສາມາດເຮັດແນວນັ້ນໄດ້ແທ້, ແມ່ນບໍ, ກັບຄວາມຮູ້ສຶກ - "ຂ້ອຍຢາກບໍ່ມີຄວາມຮູ້ສຶກໃດໆ." ແຕ່ແລ້ວເຮົາກໍຈະບໍ່ຮູ້ສຶກມີຊີວິດຊີວາອີກ, ສະນັ້ນ ມັນກໍບໍ່ໜ້າພໍໃຈ. ເຮົາສາມາດກວດເບິ່ງວ່າເຮົາມີສິ່ງຄູ່ຂະໜານຂອງ "ຂ້ອຍ" ຢູ່ທີ່ນີ້ ແລະ ອາລົມ, ຄວາມຮູ້ສຶກຢູ່ທີ່ນັ້ນ, ແຍກອອກຈາກເຮົາບໍ.

ເຮັດໂລດ

ສິ່ງທໍາອິດທີ່ເຮົາຕ້ອງເຮັດໃນເວລາຝຶກທັດສະນະຄະຕິຂອງເຮົາ, ແມ່ນການມີທັດສະນະຄະຕິທີ່ວ່າ "ບໍ່ມີຫຍັງພິເສດ." ມັນອາດຟັງຄືວ່າບໍ່ມີຫຍັງຫຼາຍ, ແຕ່ຄວາມຈິງແລ້ວມັນແມ່ນເລິກແລບຫຼາຍ. "ບໍ່ມີຫຍັງພິເສດກ່ຽວກັບສິ່ງທີ່ເຮົາຮູ້ສຶກໃນຕອນນີ້" - ຊີວິດມີຂຶ້ນ ແລະ ລົງ, ບາງຄັ້ງເຮົາອາລົມດີ, ບາງຄັ້ງອາລົມບໍ່ດີ, ແລະ ບາງຄັ້ງກໍບໍ່ມີຫຍັງເກີດຂຶ້ນເລີຍ. ບໍ່ມີຫຍັງແປກກັບມັນ, ແລະ ບໍ່ມີຫຍັງພິເສດກ່ຽວກັບເຮົາ, ຄືກັບວ່າເຮົາຕ້ອງຮູ້ສຶກບາງຢ່າງ ແລະ ບໍ່ຄວນມີຄວາມຮູ້ສຶກອັນອື່ນ. ອັນຫຼັກໆ ແມ່ນເຮົາຍັງໃຊ້ຊີວິດຂອງເຮົາຕໍ່ໄປບໍ່ວ່າເຮົາຈະຮູ້ສຶກແນວໃດ.

ຕົວຢ່າງ, ຖ້າເຈົ້າຕ້ອງເບິ່ງແຍງລູກ, ມັນບໍ່ສໍາຄັນວ່າເຈົ້າຈະອາລົມດີ ຫຼື ບໍ່, ເຈົ້າຍັງຕ້ອງເຮັດ. ເຈົ້າຕ້ອງຂັບລົດໄປເຮັດວຽກ, ບໍ່ວ່າເຈົ້າຈະຮູ້ສຶກດີ ຫຼື ບໍ່. ຍິ່ງເຮົາສຸມໃສ່ຕົນເອງ ແລະ ຄວາມຮູ້ສຶກຂອງເຮົາຫຼາຍເທົ່າໃດ, ເຮົາກໍຍິ່ງຈະຮູ້ສຶກບໍ່ເປັນສຸກຫຼາຍຂຶ້ນເທົ່ານັ້ນ. ນີ້ບໍ່ໝາຍຄວາມວ່າເຮົາຄວນຢຸດຄວາມຮູ້ສຶກທັງໝົດ, ນີ້ບໍ່ແມ່ນຈຸດຂອງມັນ. ເຮົາຄວນຮັບຮູ້ສິ່ງທີ່ເຮົາກຳລັງຮູ້ສຶກ, ແຕ່ໃນເວລາດຽວກັນ ກໍບໍ່ຕ້ອງເຮັດໃຫ້ມັນເປັນເລື່ອງໃຫຍ່.

ບາງຄົນເບິ່ງຄືວ່າຢ້ານບໍ່ເປັນສຸກ, ເພາະຄິດວ່າມັນຈະເກີນກຳລັງຂອງເຂົາເຈົ້າ. ຄືເວລາທີ່ຜູ້ໃດຜູ້ໜຶ່ງເສຍຊີວິດ ຫຼື ມີບາງຢ່າງຮ້າຍແຮງເກີດຂຶ້ນ, ເຮົາຢາກປ້ອງກັນຕົນເອງຈາກຄວາມຮູ້ສຶກບໍ່ເປັນສຸກ ເພາະມັນຈະໜັກໂພດ. ມັນອາດເປັນຈິດໃຕ້ສຳນຶກ; ມັນບໍ່ຈໍາເປັນຕ້ອງເປັນການປິດກັ້ນຄວາມຮູ້ສຶກແບບມີຈິດສຳນຶກ. ເບິ່ງຄືວ່າເຮົາຢາກປະຕິເສດມັນຄືກັບເປັນສິ່ງທີ່ພາຍນອກທີ່ພະຍາຍາມເຂົ້າມາໃນຕົວເຮົາ. ອີກດ້ານໜຶ່ງ, ບາງຄົນກໍຄິດວ່າບໍ່ສົມຄວນທີ່ຈະມີຄວາມສຸກ. ສິ່ງຕ່າງໆ ອາດໄປໄດ້ດີແຕ່ເຂົາເຈົ້າຄິດວ່າບໍ່ຄວນມີຄວາມສຸກ ເພາະໂດຍພື້ນຖານແລ້ວເຂົາເຈົ້ານັ້ນບໍ່ດີ. ແລ້ວ, ກໍມີອີກບາງຄົນທີ່ບໍ່ສາມາດຮູ້ສຶກທຳມະດາໄດ້, ເຂົາເຈົ້າຕ້ອງໄດ້ຮັບຄວາມບັນເທີງຕະຫຼອດເວລາ, ເຊັ່ນການຟັງເພງຢ່າງຕໍ່ເນື່ອງ. ເຂົາເຈົ້າຮູ້ສຶກວ່າມັນຈະສ້າງຄວາມບັນເທີງໃຫ້ ແລະ ເຮັດໃຫ້ມີຄວາມສຸກ, ແລະ ສະນັ້ນ ຈຶ່ງຢ້ານຄວາມຮູ້ສຶກທຳມະດາຂອງຄວາມງຽບ. ສະນັ້ນ, ໃນແງ່ໜຶ່ງ, ເຮົາມັກຈະຢ້ານຄວາມຮູ້ສຶກ. ເປັນຫຍັງ? ພຽງເພາະເຮົາເຮັດໃຫ້ມັນເປັນເລື່ອງໃຫຍ່, ແລະ ໃຫ້ຄວາມສຳຄັນກັບມັນໂພດ. ແຕ່ຄວາມຮູ້ສຶກກໍເປັນພຽງແຕ່ສ່ວນໜຶ່ງຂອງຊີວິດຕາມປົກກະຕິ; ມັນເປັນວິທີທີ່ເຮົາປະສົບຢູ່ກັບທຸກຂະນະເວລາ. ມັນເປັນສິ່ງທີ່ເຮັດໃຫ້ເຮົາຕ່າງຈາກກ້ອງວິດີໂອ, ສະນັ້ນ ມັນບໍ່ມີຫຍັງພິເສດ. ມັນຟັງຄືງ່າຍ, ແຕ່ມັນກໍບໍ່ງ່າຍ.

ຕົວຢ່າງຂອງນົກປ່າທີ່ປ່ອງຢ້ຽມຂອງເຮົາ

ສິ່ງທີ່ເຮົາຕ້ອງການແມ່ນການດຸ່ນດ່ຽງທີ່ລະອຽດອ່ອນ. ແນ່ນອນວ່າເຮົາມັກມີຄວາມສຸກ, ແຕ່ກັບມັນ ກໍຍັງສາມາດມີຄວາມຮູ້ສຶກບໍ່ຢາກທຳລາຍຄວາມສຸກໃດໆ ທີ່ເຮົາມີໃນຕອນນີ້, ສະນັ້ນ ມີຍຶດຕິດກັບມັນ ແລະ ຮູ້ສຶກບໍ່ໝັ້ນໃຈກ່ຽວກັບມັນ. ຈາກປະສົບການຂອງຕົນເອງ, ເຮົາຮູ້ວ່າຄວາມສຸກທີ່ເຮົາມີໃນປະຈຸບັນແນ່ນອນວ່າຈະຜ່ານໄປ. ມັນຈະບໍ່ຄົງທີ່ຍ້ອນວ່າທໍາມະຊາດຂອງຊີວິດແມ່ນມັນຂຶ້ນ ແລະ ລົງ. ຖ້າເຮົາຮູ້ຈຸດນີ້, ມັນບໍ່ມີເຫດຜົນທີ່ຈະກັງວົນ. ມັນຈະປົດປ່ອຍເຮົາໃຫ້ມ່ວນກັບຄວາມສຸກໄປໃຫ້ດົນເທົ່າທີ່ມັນຈະຄົງຢູ່.

ມີຕົວຢ່າງດີໆ ທີ່ບາງຄັ້ງຜູ້ຂ້າໃຊ້ສໍາລັບກໍລະນີນີ້. ລອງຈິນຕະນາການວ່າມີນົກປ່າທີ່ສວຍງາມບິນມາຈັບທີ່ປ່ອງຢ້ຽມຂອງເຮົາ ແລະ ຢູ່ທີ່ນັ້ນໜ້ອຍໜຶ່ງ. ບາດນີ້, ເຮົາສາມາດເພີດເພີນກັບຄວາມງາມຂອງນົກໂຕນີ້, ແຕ່ເຮົາຮູ້ວ່າມັນເປັນສັດປ່າ ແລະ ມັນຈະບິນໄປ. ຖ້າເຮົາພະຍາຍາມຈັບມັນ ແລະ ເອົາມັນໃສ່ໃນຄອກ, ນົກໂຕນັ້ນກໍຈະບໍ່ເປັນສຸກຫຼາຍ. ໃນເວລາທີ່ພະຍາຍາມຈັບມັນ, ນົກຈະຢ້ານ, ພະຍາຍາມບິນໜີ ແລະ ບໍ່ກັບມາອີກ. ແຕ່, ຖ້າເຮົາຜ່ອນຄາຍກັບມັນ ແລະ ມີແຕ່ເພີດເພີນກັບຄວາມງາມຂອງນົກໃນຂະນະທີ່ມັນຢູ່ທີ່ນັ້ນ, ກໍຈະບໍ່ມີໃຜຢ້ານ ຫຼື ບໍ່ເປັນສຸກ, ແລະ ບາງທີມັນອາດກັບຄືນມາອີກ.

ຄວາມສຸກເບິ່ງຄືວ່າເປັນແບບນີ້, ບໍ່ແມ່ນບໍ? ມັນຍັງເປັນແບບນັ້ນກັບຄົນທີ່ເຮົາມັກ. ເວລາເຂົາເຈົ້າມາຢາມ, ເຮົາມັກຈະມີທັດສະນະຄະຕິທີ່ວ່າ "ເປັນຫຍັງຄືບໍ່ຢູ່ຕໍ່?" ຕັ້ງແຕ່ກ່ອນທີ່ເຂົາເຈົ້າຈະຖອດເສື້ອຄຸມອອກຊ້ຳ. "ຊິມາອີກເມື່ອໃດ?" ປະເພດນີ້. ມັນເປັນວິທີການທີ່ເຮົາທຳລາຍຄວາມສຸກຂອງເຮົາ.

ບໍ່ມີຫຍັງພິເສດ. ບໍ່ມີຫຍັງພິເສດເລີຍ. ນົກໂຕໜຶ່ງມາທີ່ປ່ອງຢ້ຽມຂອງເຮົາ; ໝູ່ມາຢາມເຮົາ; ໝູ່ໂທຫາເຮົາ - ບໍ່ມີຫຍັງພິເສດ. ມີແຕ່ມ່ວນກັບມັນໃນຂະນະທີ່ມັນຢູ່, ເພາະແນ່ນອນວ່າມັນຈະຈົບລົງ. ແລ້ວເປັນຫຍັງ, ເຮົາຄາດຫວັງຫຍັງ? ແມ່ນ, ເຮົາຢາກເປັນສຸກ. ເມື່ອເຮົາບໍ່ເປັນສຸກ, ຈົ່ງຍອມຮັບວ່າມັນເປັນສິ່ງທີ່ເຮົາກຳລັງປະສົບໃນຕອນນີ້. ບໍ່ມີຫຍັງພິເສດ ຫຼື ໜ້າປະຫຼາດໃຈກັບມັນຄືກັນ. ຄວາມບໍ່ເປັນສຸກນັ້ນກໍເຊັ່ນກັນ, ມັນຈະຜ່ານໄປ. ເມື່ອເຮົາພະຍາຍາມທີ່ຈະຍູ້ມັນອອກໄປ, ມັນຈິ່ງເຮັດມັນຮ້າຍແຮງກວ່າເກົ່າ.

ສະນັ້ນ ເຮົາກໍສາມາດວິເຄາະຄວາມຮູ້ສຶກຂອງເຮົາ ແລະ ກວດເບິ່ງສິ່ງທີ່ເຮົາຢ້ານແທ້ໆ. ເຮົາຢ້ານ ຄວາມຮູ້ສຶກບໍ່ເປັນສຸກບໍ? ເຮົາຢ້ານທີ່ຈະຮູ້ສຶກມີຄວາມສຸກເພາະເຮົາບໍ່ສົມຄວນໄດ້ຮັບມັນບໍ? ເຮົາຢ້ານຄວາມຮູ້ສຶກທຳມະດາເພາະມັນໝາຍເຖິງວ່າບໍ່ມີຫຍັງບໍ? ເຮົາຢ້ານຫຍັງ?

ຜູ້ຂ້າໄດ້ພັດທະນາສິ່ງທີ່ເອີ້ນວ່າການຝຶກຄວາມອ່ອນໄຫວ, ແລະ ໜຶ່ງໃນບົດຝຶກຫັດຈະຊ່ວຍໃຫ້ຄົນສາມາດເອົາຊະນະຄວາມຢ້ານຄວາມຮູ້ສຶກ. ມັນງ່າຍໆ; ເຮົາກະດຽມມືເຮົາ, ແລ້ວຢິກມັນ, ຈາກນັ້ນກໍຖືມັນໄວ້. ອັນໜຶ່ງຮູ້ສຶກດີ, ອີກອັນໜຶ່ງບໍ່ດີປານໃດ, ແລະ ອີກອັນໜຶ່ງທຳມະດາ. ແຕ່ບໍ່ມີຫຍັງພິເສດກ່ຽວກັບແຕ່ລະອັນ, ແມ່ນບໍ? ມັນເປັນພຽງຄວາມຮູ້ສຶກ. ແລ້ວເປັນຫຍັງ? ນີ້ແມ່ນປະເພດຂອງທັດສະນະຄະຕິທີ່ເຮົາຕ້ອງພັດທະນາ. ເຮົາອາລົມບໍ່ດີ - ແລ້ວເປັນຫຍັງ? ມັນບໍ່ມີຫຍັງພິເສດ. ເຮົາຮັບຮູ້ວ່າເຮົາອາລົມບໍ່ດີ ແລະ ຖ້າມີສິ່ງທີ່ເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ມັນດີຂຶ້ນ, ແລ້ວເປັນຫຍັງຈະບໍ່ເຮັດ? ຖ້າບໍ່ມີ, ເຮົາກໍພຽງແຕ່ຮັບມືກັບມັນ. ແທ້ຈິງແລ້ວ, ເຮົາບໍ່ຈຳເປັນຕ້ອງຈັດການກັບມັນຊ້ຳ, ເຮົາມີແຕ່ສືບຕໍ່ເຮັດທຸກສິ່ງທີ່ເຮົາກຳລັງເຮັດ. ຖ້າເຮົາຢາກປ່ຽນວິທີທີ່ເຮົາປະສົບກັບຄວາມຮູ້ສຶກນັ້ນແທ້, ເຮົາກໍຕ້ອງຊອກເບິ່ງວິທີອື່ນໃນການປ່ຽນທັດສະນະຄະຕິຂອງເຮົາກ່ຽວກັບມັນ.

ຄວາມ "ບໍ່ມີຫຍັງພິເສດ" ນີ້ແມ່ນລະດັບທໍາອິດ. ບໍ່ມີຫຍັງພິເສດສະເພາະກ່ຽວກັບວິທີທີ່ເຮົາຮູ້ສຶກ, ແລະ ບໍ່ມີ "ເຮົາ" ທີ່ແຍກອອກຈາກຄວາມຮູ້ສຶກເຫຼົ່ານີ້, ທີ່ເຮົາຕ້ອງປົກປ້ອງ. ມີການຂຶ້ນ ແລະ ລົງ, ນີ້ແມ່ນການດຳລົງຊີວິດ.

ບໍ່ມີຫຍັງພິເສດກ່ຽວກັບເຮົາ

ເຊື່ອມຕໍ່ກັບ "ບໍ່ມີຫຍັງພິເສດກ່ຽວກັບຄວາມຮູ້ສຶກ" ແມ່ນ "ບໍ່ມີຫຍັງພິເສດກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຮູ້ສຶກໃນຕອນນີ້." ສິ່ງນີ້ກ້າວເຂົ້າສູ່ຫົວຂໍ້ທີ່ເຮົາເອີ້ນວ່າ "ການຍົກຍໍຕົນເອງ" ໃນພຣະພຸດທະສາສະໜາ. ເຮົາປະສົບກັບທຸກສິ່ງໃນແງ່ຂອງການຍົກຍໍຕົນເອງ. ອັນນີ້ໝາຍຄວາມວ່າແນວໃດແທ້? ມັນໝາຍເຖິງຄວາມກັງວົນແຕ່ກັບຕົນເອງຢ່າງດຽວ. ເຮົາສຸມໃສ່ຕົວເຮົາເອງ ແລະ ສິ່ງທີ່ເຮົາຮູ້ສຶກໃນປະຈຸບັນ, ແລະ ເຮົາບໍ່ສົນໃຈຄົນອື່ນ: "ມັນບໍ່ສໍາຄັນວ່າເຂົາເຈົ້າຮູ້ສຶກແນວໃດ. ເຮົາບໍ່ເປັນສຸກ.”

ອີກເທື່ອໜຶ່ງ, ເຄັດລັບແມ່ນການຄິດວ່າບໍ່ມີຫຍັງພິເສດຫຼາຍກ່ຽວກັບຕົວເຮົາ ແລະ ສິ່ງທີ່ເຮົາຄິດ. ຍິ່ງໃຈເຮົາແຄບເທົ່າໃດໃນແງ່ຂອງການຍຶດຕິດກັບ "ເຮົາ," ເຮົາກໍຍິ່ງຈະບໍ່ເປັນສຸກເທົ່ານັ້ນ. ມັນຄືກັບກ້າມຊີ້ນທີ່ແໜ້ນ ແລະ ເຄັ່ງຕຶງຫຼາຍ. ຈິດໃຈຂອງເຮົາເປັນແບບນີ້ – “ເຮົາ, ເຮົາ, ເຮົາ” – ແຕ່ຖ້າເຮົາຄິດເຖິງມະນຸດເຈັດຕື້ຄົນ ແລະ ສັດນັບບໍ່ຖ້ວນຢູ່ໃນໂລກນີ້, ສິ່ງທີ່ເຮົາຮູ້ສຶກນັ້ນກໍບໍ່ມີຫຍັງພິເສດ. ທຸກຄົນກຳລັງຮູ້ສຶກບາງຢ່າງໃນເວລານີ້. ບາງຄົນຮູ້ສຶກດີໃຈ, ບາງຄົນບໍ່ເປັນສຸກ ແລະ ບາງຄົນເປັນກາງ (ເຂົາເຈົ້າອາດກຳລັງຫຼັບ!), ແລະ ກັບແຕ່ລະຄົນ, ມັນມີການປ່ຽນແປງຢູ່ສະເໝີ. ຖ້າເບິ່ງແບບນີ້, ແລ້ວມີຫຍັງພິເສດກ່ຽວກັບເຮົາ ແລະ ສິ່ງທີ່ເຮົາກຳລັງຮູ້ສຶກດຽວນີ້?

ຄືເວລາທີ່ເຮົາຕິດຢູ່ໃນການຈໍລະຈອນ. ເຮົາຄິດວ່າທຸກຄົນທີ່ຕິດຢູ່ໃນສະພາບຈໍລະຈອນນັ້ນກຳລັງມ່ວນ ແລະ ມີຄວາມສຸກບໍ? ຍິ່ງເຮົາຄິດວ່າ: "ເຮົາ, ເຮົາ, ເຮົາ - ເຮົາຢູ່ນີ້ ແລະ ເຮົາຕິດຢູ່ ແລະ ເຮົາອອກບໍ່ໄດ້, ຄືຂີ້ຮ້າຍແທ້!" ເຮົາກໍຍິ່ງບໍ່ເປັນສຸກຂຶ້ນ, ບໍ່ແມ່ນບໍ? ຖ້າເຮົາຄິດເຖິງທຸກຄົນທີ່ຕິດຢູ່ໃນສະພາບຈໍລະຈອນນັ້ນ, ມັນຈະພາໃຫ້ຈິດໃຈຂອງເຮົາເປີດກວ້າງ, ຜ່ອນຄາຍຫຼາຍຂຶ້ນໂດຍອັດຕະໂນມັດ.

ຜູ້ຂ້າຈື່ໄດ້ເວລາທີ່ເຮົາກຳລັງມານີ້ມື້ນີ້, ການສັນຈອນບໍ່ເຄື່ອນທີ່ເລີຍ, ແລະ ມີຖະໜົນທາງຂ້າງທີ່ລົດທັງໝົດຢາກເຂົ້າມາທາງເສັ້ນທີ່ເຮົາຢູ່. ລົດເຫຼົ່ານີ້ຢາກຂ້າມເລນຂອງເຮົາ ແລະ ເຂົ້າໄປໃນເລນທີ່ໄປໃນທິດທາງອື່ນ, ເຊິ່ງກໍບໍ່ເຄື່ອນທີ່ຄືກັນ, ແລະ ກໍຜ່ານເລນຕ່າງໆ ໃນທິດທາງຂອງເຮົາ ແລະ ໄປຫາອີກຟາກ. ແນ່ນອນ, ຄົນບໍ່ຍອມປ່ອຍໃຫ້ເຂົາເຈົ້າຜ່ານ, ແລະ ເຮົາຄິດວ່າ: "ໂອຍ, ພວກເຈົ້າຊິຜ່ານໄປໄດ້ແນວໃດ?" ເຂົາເຈົ້າເລີ່ມຫຍັບເຂົ້າທາງ ແລະ ແຍ່ຫົວລົດເຂົ້າໃນ, ແລະ ອື່ນໆ, ແລະ ມັນກໍເລີ່ມກາຍເປັນສິ່ງທີ່ໜ້າສົນໃຈຫຼາຍ. ແລ້ວ, ຜູ້ຊາຍທີ່ຢູ່ໜ້າຂອງເຮົາ, ເຖິງລາວຈະສາມາດເຄື່ອນລົດໄປໄດ້, ພັດກໍາລັງລົມໂທລະສັບຢູ່ ແລະ ບໍ່ໄດ້ເອົາໃຈໃສ່. ສະນັ້ນ ລາວຈິ່ງບໍ່ໄດ້ຫຍັບລົດ, ແລະ ຈາກນັ້ນລົດທີ່ຢູ່ທາງຫຼັງກໍເຄັ່ງຕຶງຫຼາຍ.

ກັບເຫດການທັງໝົດທີ່ເກີດຂຶ້ນນີ້, ແລ້ວທັນໃດ, ເຮົາກໍບໍ່ໄດ້ຄິດວ່າ: "ຕາດູຕົນຕົວເອງແທ້, ເຮົາກຳລັງຕິດການຈໍລະຈອນນີ້ຢູ່." ມັນກາຍເປັນຄືກັບລະຄອນທີ່ເຮົາກຳລັງເບິ່ງຢູ່. ໂດຍການຄິດວ່າ, “ເຂົາເຈົ້າຈະແຫຍ້ເຂົ້າທາງໄດ້ແນວໃດ? ເຂົາເຈົ້າຈະຊອກຫາທາງໄດ້ແນວໃດ?” ເຮົາຈະບໍ່ໄດ້ຄິດແຕ່ກັບຕົນເອງ. ເຮົາໄດ້ປ່ຽນທັດສະນະຄະຕິຂອງເຮົາແລ້ວ. ເຮົາບໍ່ໄດ້ສ້າງເລື່ອງໃຫຍ່ກ່ຽວກັບ "ເຮົາ." ແລະເມື່ອເຮົາຢຸດສ້າງເລື່ອງໃຫຍ່ຂຶ້ນກ່ຽວກັບ "ເຮົາ" - "ເຮົາພິເສດຫຼາຍ. ເຮົາເປັນຄົນພິເສດໃນການຈໍລະຈອນນີ້” - ແລ້ວວິທີທີ່ເຮົາປະສົບກັບສະຖານະການນັ້ນຈະປ່ຽນໄປເລີຍ. ລອງຄິດເບິ່ງ.

ບັນຫາຂອງການຍົກຍໍຕົນເອງ

ພຣະອາຈານຊາວທິເບດຜູ້ຍິ່ງໃຫຍ່ອົງໜຶ່ງຊື່ວ່າຄຸນຸລາມະ (Kunu Lama), ໄດ້ແນະນໍາການຝຶກໜຶ່ງທີ່ມີປະໂຫຍດຫຼາຍ. ເພິ່ນເວົ້າວ່າ ລອງຈິນຕະນາການຕົວເອງຢູ່ເບື້ອງໜຶ່ງ, ແລະ ຜູ້ອື່ນທຸກຄົນຢູ່ອີກເບື້ອງໜຶ່ງ, ແລະ ເບິ່ງທັງສອງແຍກກັນ, ຄືກັບເປັນຜູ້ສັງເກດການ. ຕົວ "ເຮົາ" ທີ່ຢູ່ຟາກໜຶ່ງຂອງພາບນີ້ບໍ່ເປັນສຸກ, ແຕ່ທຸກຄົນໃນອີກດ້ານໜຶ່ງກໍຄືກັນ. ຫຼື ເຮົາຕິດຢູ່ໃນການຈໍລະຈອນ ແລະ ຄົນອື່ນທັງໝົດນີ້ກໍເຊັ່ນກັນ. ບາດນີ້, ໃນຖານະຜູ້ສັງເກດການທີ່ເປັນກາງ, ໃຜສໍາຄັນກວ່າ? "ເຮົາ" ຄົນດຽວທີ່ກຳລັງຜັກຄົນອື່ນອອກເພື່ອທີ່ຕົນເອງຈະໄດ້ໄປໜ້າ, ຫຼື ຝູງຊົນທັງໝົດທີ່ຕິດຢູ່ໃນການຈໍລະຈອນ? ກະລຸນາລອງຄິດເບິ່ງ.

ແນ່ນອນ, ຄົນກຸ່ມໃຫຍ່ຍ່ອມສໍາຄັນກວ່າຄົນຜູ້ດຽວ, ແມ່ນບໍ? ນີ້ບໍ່ໄດ້ໝາຍວ່າເຮົາບໍ່ສຳຄັນຫຍັງ. ອັນທີ່ຈິງ, ຖ້າເຮົາສົນໃຈ ແລະ ຫ່ວງທຸກຄົນ, ເຮົາກໍລວມຢູ່ໃນ "ທຸກຄົນ" ນັ້ນຄືກັນ.  ມີແຕ່ວ່າເຮົາບໍ່ໄດ້ພິເສດຫຼາຍກວ່າຄົນອື່ນ, ໂດຍສະເພາະໃນແງ່ຂອງຄວາມຮູ້ສຶກຂອງເຮົາ.

ສະນັ້ນ, ບັນຫາແມ່ນການຍົກຍໍຕົນເອງ, ອັນ "ເຮົາ, ເຮົາ, ເຮົາ. ເຮົາສໍາຄັນ” ຢູ່ຕະຫຼອດນີ້. ເມື່ອເຮົາບໍ່ເປັນສຸກ, ຄິດແຕ່ວ່າມີເຝື້ອຢູ່ເໜືອເຮົາ ແລະ ມີ "ເຮົາ" ທີ່ແຍກອອກຈາກມັນ, ນີ້ແມ່ນການໃຫ້ຄວາມສໍາຄັນກັບຕົວ "ເຮົາ." ເວລາເຮົາມີຄວາມສຸກ, ມັນກໍແມ່ນ "ເຮົາ, ເຮົາ, ເຮົາ" ອີກ. ເຮົາບໍ່ຢາກໃຫ້ໝາໂຕໃຫຍ່ກວ່າມາເອົາກະດູກຂອງເຮົາໄປ. ແລ້ວບາງຄັ້ງເຮົາມີ: "ເຮົາ, ເຮົາ, ເຮົາ. ເຮົາບໍ່ຮູ້ສຶກຫຍັງເລີຍ. ເຮົາບໍ່ໄດ້ຮັບຄວາມບັນເທີງ. ເຮົາຕ້ອງໄດ້ຮັບຄວາມບັນເທີງ.”

ການເປີດຮັບການຍົກຍໍຜູ້ອື່ນ

ການຄິດຫາແຕ່ຕົນເອງນີ້, ທີ່ສຸມໃສ່ວິທີການຈໍາກັດນີ້ກ່ຽວກັບ "ເຮົາ" ແລະ ສິ່ງທີ່ເຮົາຮູ້ສຶກ, ແມ່ນບັນຫາ. ສິ່ງທີ່ເຮົາຕ້ອງເຮັດແມ່ນການປ່ຽນທັດສະນະນີ້, ຄິດໃນແງ່ຂອງທຸກຄົນ ແລະ ມີແຮງຈູງໃຈໃນແງ່ຂອງທຸກຄົນ: "ຂໍໃຫ້ທຸກຄົນຫວິດຈາກການຈໍລະຈອນນີ້." ຖ້າເຮົາຄິດເບິ່ງ, ເຮັດແນວໃດເຮົາຄົນດຽວຈະອອກຈາກການຈໍລະຈອນນີ້ໄດ້? ການຈໍລະຈອນຕ້ອງຖືກກະຈາຍ, ແລະ ນີ້ລວມເຖິງທຸກຄົນທີ່ຢູ່ໃນນັ້ນ. ຖ້າຄວາມເປັນຫ່ວງຂອງເຮົາກວມເອົາກວ້າງເຖິງທຸກຄົນ, ເຮົາຈະຜ່ອນຄາຍຫຼາຍກວ່າເກົ່າ. ເຮົາຈະບໍ່ເຄັ່ງຕຶງ ຫຼື ເສຍອາລົມຫຼາຍທີ່ຕິດຢູ່ໃນການຈໍລະຈອນ. ແລະເມື່ອສຸດທ້າຍ ເຮົາໄດ້ອອກຈາກການຈໍລະຈອນນັ້ນ, ຢ່າພຽງແຕ່ຄິດວ່າ: "ໂອ້, ເຮົາຫວິດແລ້ວ!" ແຕ່ຄິດໃນແງ່ວ່າ: "ໂອ້ ດີແທ້, ທຸກຄົນໄດ້ໄປໃນບ່ອນທີ່ເຂົາເຈົ້າຢາກໄປ." ແລ້ວເຮົາກໍຈະບໍ່ຍຶດຕິດກັບຄວາມສຸກນັ້ນຄືກັບວ່າຈະມີຄົນມາເອົາກະດູກໄປຈາກເຮົາ.

ໂດຍພື້ນຖານແລ້ວ ອັນນີ້ແມ່ນສິ່ງທີ່ເຮົາເອີ້ນວ່າຄວາມເຫັນໃຈ, ຄືການຄິດເຖິງຄວາມບໍ່ເປັນສຸກຂອງຄົນອື່ນ, ເປັນຫ່ວງເປັນໄຍໃນແບບດຽວກັບທີ່ເຮົາໃສ່ໃຈຕົວເຮົາເອງ, ແລ້ວໃຊ້ຄວາມຮັບຜິດຊອບໃນການທີ່ຈະຊ່ວຍໃຫ້ທຸກຄົນສາມາດຜ່ານຄວາມບໍ່ເປັນສຸກນັ້ນໄປໄດ້ - ເຖິງແມ່ນວ່າມັນອາດບໍ່ມີຫຍັງພິເສດ. ມັນບໍ່ມີປະໂຫຍດທີ່ຈະຊຶມເສົ້າ, ໂດຍຄິດເຖິງຄວາມໂຫດຮ້າຍທັງໝົດທີ່ເກີດຂຶ້ນໃນໂລກ. ອັນນີ້ເປັນທໍາມະຊາດ ແລະ ເກີດຂຶ້ນຕະຫຼອດເວລາ; ແຕ່, ມັນດີກວ່າຖ້າທຸກຄົນຈະເປັນສຸກ, ແມ່ນບໍ?

ເມື່ອເຮົາສະໝັກໃຈຮັບຜິດຊອບບາງຢ່າງ, ໂດຍຄິດວ່າ "ເຮົາຈະຫ່ວງທຸກຄົນ ແລະ ຢາກໃຫ້ທຸກຄົນພົ້ນຈາກຄວາມທຸກ," ເຮົາໄດ້ສ້າງຄວາມຮູ້ສຶກກ້າຫານ ແລະ ຄວາມໝັ້ນໃຈຕົນເອງຢ່າງຫຼວງຫຼາຍ. ອັນນີ້ແມ່ນສິ່ງທີ່ສົມເດັດພຣະດາໄລລາມະກ່າວເຖິງເລື້ອຍໆ. ຖ້າເຮົາຄິດເຖິງແຕ່ຕົວເອງ ແລະ ຄວາມບໍ່ເປັນສຸກຂອງຕົວເອງ, ເຮົາກໍຈະອ່ອນແອຫຼາຍ. ແຕ່ການສະໝັກໃຈຄິດກ່ຽວກັບຄົນອື່ນ ແລະ ຄວາມບໍ່ເປັນສຸກຂອງເຂົາເຈົ້າ ອັນນັ້ນຕ້ອງໃຊ້ຄວາມເຂັ້ມແຂງຢ່າງຫຼວງຫຼາຍ. ມັນບໍ່ແມ່ນສັນຍານຂອງຄວາມອ່ອນແອເລີຍ, ແຕ່ເປັນສັນຍານຂອງຄວາມເຂັ້ມແຂງທີ່ນໍາໄປສູ່ຄວາມໝັ້ນໃຈຕົນເອງຢ່າງບໍ່ເປັນຕາເຊື່ອ. ທັດສະນະຄະຕິບວກນີ້ຍັງນຳໄປສູ່ຄວາມຮູ້ສຶກເປັນສຸກໂດຍອັດຕະໂນມັດ. ມັນບໍ່ມີ: "ໂອ້ ຕາດູຕົນໂຕເອງ, ຕິດຢູ່ໃນການຈໍລາຈອນ." ແຕ່, ເຮົາຈະຄິດເຖິງທຸກຄົນທີ່ຕິດຢູ່ໃນການຈໍລາຈອນນັ້ນ, ປາຖະໜາໃຫ້ທຸກຄົນສາມາດພົ້ນຈາກມັນ. ມັນມີຄວາມກ້າຫານຫຼາຍກວ່າທີ່ຈະຄິດເຖິງທຸກຄົນທີ່ຕິດຢູ່ໃນສະພາບການຈໍລາຈອນຕິດຂັດ, ແລະ ຈາກນັ້ນເຮົາຈະຮູ້ສຶກໃນທາງບວກກ່ຽວກັບຕົວເຮົາເອງ. ເຮົາບໍ່ໄດ້ອ່ອນແອ ຫຼື ຖືກກົດຂີ່ໂດຍການຈໍລາຈອນ; ເຮົາເຂັ້ມແຂງ.

ຖ້າເຮົາຄິດກ່ຽວກັບຄົນອື່ນທີ່ຕິດຢູ່ໃນການຈໍລະຈອນ ແລະ ບໍ່ພຽງແຕ່ຕົວເຮົາເອງເທົ່ານັ້ນ, ມັນຈະຊ່ວຍຄົນອື່ນໂດຍທາງອ້ອມ. ຕົວຢ່າງ, ເຮົາຈະບໍ່ຮ້າຍ ແລະ ບີບແກຂອງເຮົາຢ່າງຕໍ່ເນື່ອງ (ເຊິ່ງແນ່ນອນວ່າບໍ່ມີປະໂຫຍດເພາະບໍ່ມີໃຜເຄື່ອນທີ່ໄດ້ຢູ່ແລ້ວ). ເມື່ອລົດທີ່ຢູ່ເລນທາງຂ້າງແຫຍ້ເຂົ້າມາ ແລະ ຕັດໜ້າເຮົາ, ເຮົາຈະບໍ່ເປີດປ່ອງຢ້ຽມເພື່ອຮ້ອງດ່າ. ແລ້ວເຮົາທັງສອງກໍຈະຜ່ອນຄາຍ. ແຕ່, ເຮົາບໍ່ສາມາດມີອິທິພົນຫຼາຍເກີນໄປ.

ນີ້ແມ່ນຕົວຢ່າງງ່າຍໆ ຂອງວິທີທີ່ເຮົາສາມາດປ່ຽນທັດສະນະຄະຕິຂອງເຮົາ, ເພື່ອປ່ຽນຄຸນນະພາບຂອງວິທີທີ່ເຮົາປະສົບກັບຄວາມຂຶ້ນ ແລະ ລົງຕາມທຳມະຊາດຂອງຊີວິດ. ທັງໝົດນັ້ນຄືຕ້ອງຝຶກ, ແລະ ມີຄວາມກ້າຫານເລັກໜ້ອຍ, ເພື່ອເອົາຊະນະຄວາມຮູ້ສຶກທີ່ວ່າເຮົາພິເສດ ແລະ ວ່າສິ່ງທີ່ເຮົາຮູ້ສຶກນັ້ນພິເສດ, ແລະ ເຮັດໃຫ້ດີທີ່ສຸດໃນທຸກສະຖານະການ.

ການຈັດການກັບຄວາມໂມໂຫ

ຖ້າເຮົາຕິດຢູ່ໃນການຈໍລະຈອນ ແລະ ມີຄົນມາຕັດໜ້າເຮົາ, ເຮົາອາດຮູ້ສຶກໂມໂຫໂດຍບໍ່ສາມາດຄວບຄຸມໄດ້. ອີກວິທີໜຶ່ງທີ່ຈະປ່ຽນທັດສະນະຄະຕິຂອງເຮົາແມ່ນການຄິດເຖິງສາເຫດຕ່າງໆ ທີ່ອາດເຮັດໃຫ້ສະຖານະການນີ້ເກີດຂຶ້ນ, ເຊັ່ນ ບາງທີຄົນຂັບລົດນັ້ນມີເດັກທີ່ເຈັບປ່ວຍ ແລະ ກຳລັງຟ້າວໄປໂຮງໝໍ. ອັນນີ້ສາມາດຊ່ວຍເຮົາໃຫ້ຮູ້ສຶກສະຫງົບຂຶ້ນໄດ້ຫຼາຍ.

ແຕ່ຄວາມໂມໂຫໃນເບື້ອງຕົ້ນນີ້ຍັງຄົງສືບຕໍ່ຢູ່ຕະຫຼອດເວລາ. ມັນເປັນຂະບວນການທີ່ຍາວນານແທ້ໆ ທີ່ຈະເອົາຊະນະທ່າອ່ຽງ ແລະ ນິໄສຂອງຄວາມໃຈຮ້າຍ. ການປ່ຽນທັດສະນະຄະຕິຂອງເຮົາ, ເຊັ່ນໃນຕົວຢ່າງນີ້, ໂດຍຄິດວ່າຄົນທີ່ຟ້າວອາດຈະມີເຫດຜົນທີ່ດີໃນການເປັນແນວນັ້ນ, ແມ່ນພຽງແຕ່ວິທີການແກ້ໄຂຄວາມໂມໂຫຊົ່ວຄາວເທົ່ານັ້ນ. ເຮົາຕ້ອງລົງເລິກຫຼາຍກວ່ານັ້ນຫຼາຍເພື່ອດຶງຮາກຂອງຄວາມໂມໂຫອອກ, ເຊິ່ງມັນໄປກ່ຽວກັບວິທີທີ່ເຮົາເຂົ້າໃຈຕົນເອງ ແລະ ຄົນອື່ນ.

ເຮົາມີແນວໂນ້ມທີ່ຈະຕັດສິນຕົນເອງ ແລະ ຄົນອື່ນດ້ວຍເຫດການເລັກນ້ອຍທີ່ເກີດຂຶ້ນໃນຊີວິດ. ຕົວຢ່າງ, ເຮົາເບິ່ງຄົນຜູ້ນີ້ຢູ່ໃນການຈໍລະຈອນເປັນຄົນບໍ່ດີທີ່ພະຍາຍາມຕັດໜ້າເຮົາ, ແລະ ນັ້ນແມ່ນສິ່ງທີ່ເຮົາຄິດກ່ຽວກັບຄົນນັ້ນ. ສະນັ້ນ ເຮົາກໍານົດຄົນນັ້ນດ້ວຍສິ່ງດຽວທີ່ເກີດຂຶ້ນໃນຊີວິດຂອງລາວ, ໂດຍສະເພາະໃນເວລາທີ່ມັນກ່ຽວກັບເຮົານຳ. ເຮົາກຳນົດຕົວຕົນຂອງລາວ, ຄືກັບທີ່ເຮົາກຳນົດຕົວຕົນຂອງເຮົາເອງ. ແລ້ວກໍມີ "ເຮົາ" ຜູ້ນີ້ທີ່ເປັນຄົນໃຈຮ້າຍ.

ເຮົາຕ້ອງພະຍາຍາມແກ້ສິ່ງນີ້, ຈົນເຖິງຈຸດທີ່ເຮົາຈະບໍ່ກຳນົດຕົວເຂົາເຈົ້າ ຫຼື ເຮົາດ້ວຍຫຍັງເລີຍ. ແຕ່ນີ້ເປັນຂະບວນການທີ່ເລິກ ແລະ ຍາວນານ. ລອງຄິດເຖິງຮູບພາບຂອງຄົນຜູ້ໜຶ່ງ. ມັນເປັນຂະນະເວລາຈຸດໜຶ່ງຂອງບຸກຄົນນັ້ນ, ແຕ່ບໍ່ແມ່ນທັງໝົດກ່ຽວກັບເຂົາເຈົ້າເລີຍ. ສະນັ້ນ ເຮົາຕ້ອງເຊົາເບິ່ງຕົນເອງ ແລະ ຊີວິດຂອງເຮົາ ແລະ ຄົນອື່ນຄືກັບຮູບຖ່າຍ. ທຸກສິ່ງປ່ຽນແປງຢູ່ຕະຫຼອດ. ແລະເມື່ອເຮົາແກ້ທັດສະນະຫຼອກລວງຂອງເຮົາກ່ຽວກັບສິ່ງຕ່າງໆ, ເຮົາຕ້ອງສ້າງຄວາມລຶ້ງເຄີຍກັບມັນ, ເພາະທ່າອ່ຽງແມ່ນຈະເຄັ່ງຕຶງຢູ່ສະເໝີ. ສຸດທ້າຍແລ້ວມັນເປັນໄປໄດ້ທີ່ຈະບໍ່ເຄັ່ງຕຶງຍ້ອນຄວາມໂມໂຫ ຫຼື ຄວາມອິດສາ ຫຼື ອື່ນໆ ອີກ.

ບໍ່ມີຫຍັງຜິດກ່ຽວກັບການເປັນສຸກ

ການຝຶກເພື່ອບໍ່ໃຫ້ຖືຄວາມຮູ້ສຶກຂອງຕົນ ຫຼື ຕົນເອງເປັນສິ່ງພິເສດ ແລະ ບໍ່ສາຍພາບຕົວຕົນຈຳກັດກຳນົດຕົວຂອງໃຜຂຶ້ນ, ລວມທັງຕົນເອງ, ຈະຊ່ວຍປັບປຸງຄຸນະພາບຂອງຊີວິດຂອງເຮົາ. ສະຖານະການຫຍຸ້ງຍາກຈະກາຍເປັນເລື່ອງງ່າຍຂຶ້ນທີ່ຈະຈັດການ, ແລະ ສະນັ້ນ ຊີວິດກໍຈະບໍ່ເປັນການຕໍ່ສູ້ປານໃດ. ເຮົາຈະກາຍເປັນຄົນທີ່ມີຄວາມສົມດູນທາງດ້ານອາລົມ ແລະ ເປັນຄົນທີ່ມີຄວາມສຸກຫຼາຍຂຶ້ນ.

ເປົ້າໝາຍທີ່ໃຫຍ່ກວ່າແມ່ນການຄິດເຖິງຄົນອື່ນ ແລະ ວິທີການທີ່ເຮົາປະຕິບັດກັບເຂົາເຈົ້າ. ຖ້າເຮົາຢູ່ໃນຄອບຄົວ ແລະ ມີລູກ ແລະ ຖ້າເຮົາມີໝູ່ ແລະ ເພື່ອນຮ່ວມງານ, ຖ້າເຮົາອາລົມບໍ່ດີຢູ່ສະເໝີ ແລະ ຄິດສະເໝີວ່າ “ຕາດູຕົນກູເດ” ແລະ ສິ່ງຕ່າງໆ ແບບນັ້ນ ເຮົາກໍຈະຢູ່ໃນທ່າທີ່ອ່ອນແອເກີນກວ່າທີ່ຈະສາມາດຊ່ວຍເຂົາເຈົ້າໄດ້, ແລະ ຄວາມຈິງແລ້ວມັນເຮັດໃຫ້ເຂົາເຈົ້າບໍ່ເປັນສຸກ. ສະນັ້ນ, ເຮົາຈິ່ງຢາກຈັດການກັບອາລົມຂອງເຮົາໃນທາງທີ່ມີປະໂຫຍດກວ່າເພາະມັນຈະສົ່ງຜົນຕໍ່ຄົນອື່ນ, ມັນຈະສົ່ງຜົນຕໍ່ຄອບຄົວຂອງເຮົາ ແລະ ອື່ນໆ, ແລະ ເຮົາເປັນຫ່ວງພວກເຂົາ. ນັ້ນແມ່ນອີກເຫດຜົນທີ່ຈະພະຍາຍາມພັດທະນາຕົນເອງ.

ການແລ່ນນຳຄວາມສຸກນັ້ນເກືອບເປັນເລື່ອງທາງຊີວະ ແລະ ມັນບໍ່ມີຫຍັງຜິດກັບການມີຄວາມສຸກ, ແລະ ເຮົາກໍຕ້ອງພະຍາຍາມໄດ້ຄວາມສຸກມາ. ແຕ່ເມື່ອເຮົາໄດ້ມັນແລ້ວ, ເຮົາກໍຕ້ອງຮັບຮູ້ທຳທະຊາດຂອງມັນ, ຄືມັນຈະຜ່ານໄປ, ແລະ ສະນັ້ນ ກໍມີແຕ່ມີຄວາມສຸກກັບມັນໃນຕອນນັ້ນເລີຍ. ຍິ່ງເຮົາຜ່ອນຄາຍກັບມັນເທົ່າໃດ, ເຮົາກໍຈະຍິ່ງຮູ້ສຶກມີຄວາມສຸກເລື້ອຍຂຶ້ນເທົ່ານັ້ນ. ແລະບາງຄັ້ງເຮົາຈະຮູ້ສຶກບໍ່ເປັນສຸກ, ແຕ່ຈະເປັນຫຍັງ? ເຮົາຄາດຫວັງຫຍັງ? ມັນບໍ່ແມ່ນເລື່ອງໃຫຍ່. ບໍ່ມີຫຍັງພິເສດ.

ເມື່ອເຮົາຄິດວ່າບໍ່ມີຫຍັງພິເສດປານໃດກ່ຽວກັບສິ່ງທີ່ເກີດຂຶ້ນ, ອັນນັ້ນໃນຕົວມັນເອງເປັນວິທີມີຄວາມສຸກທີ່ຜ່ອນຄາຍຫຼາຍຂຶ້ນ. ສິ່ງສຳຄັນແມ່ນເຮົາບໍ່ກັງວົນ, ບໍ່ມີການແລ່ນນຳບ້າໆ ຢູ່ຕະຫຼອດເວລາ: "ເຮົາຕ້ອງມີຄວາມສຸກ, ເຮົາຕ້ອງມີຄວາມບັນເທີງຢູ່ສະເໝີ, ເຮົາຕ້ອງໄດ້ຕາມໃຈເຮົາ." ແນວຄິດປະເພດນີ້ໃນຕົວຈິງແລ້ວບໍ່ມ່ວນເລີຍ. ຈື່ສິ່ງທີ່ເຮົາເວົ້າໄປໄດ້ບໍ່ວ່າ ຄວາມສຸກບໍ່ຈໍາເປັນຕ້ອງສອດຄ່ອງກັບສິ່ງທີ່ເຮົາກໍາລັງເຮັດ, ເຮົາສາມາດເຮັດສິ່ງດຽວກັນ ແລະ ຮູ້ສຶກມີຄວາມສຸກ, ບໍ່ມີຄວາມສຸກ ຫຼື ເປັນກາງ ໃນມື້ຕ່າງໆ ໄດ້. ມັນຂຶ້ນກັບສິ່ງທີ່ເຮົາສຸມໃສ່.

ຜູ້ຂ້າຈະຍົກອີກຕົວຢ່າງ. ຜູ້ຂ້າມັກໄປຫາໝໍປົວແຂ້ວແທ້ໆ, ເພາະໝໍຂອງຜູ້ຂ້າເປັນຄົນເກັ່ງ, ແລະ ເຮົາມີຄວາມສຳພັນທີ່ເປັນມິດຫຼາຍ, ເວົ້າຕາຫຼົກນຳກັນ ແລະ ອື່ນໆ. ມັນດີທີ່ຈະໄປຫັ້ນເພາະຜູ້ຂ້າບໍ່ໄດ້ສຸມໃສ່ຈຸດທີ່ວ່າ "ເຮົາກັງວົນແທ້ໆ ວ່າລາວອາດຕ້ອງເຈາະ ຫຼື ເຮັດອັນນັ້ນອັນນີ້." ບໍ່ມີຄວາມກັງວົນຢູ່ເລີຍ. ຜູ້ຂ້າເບິ່ງມັນດ້ວຍຄວາມສຸກວ່າ: "ໂອ້, ເຮົາຈະໄດ້ພົບໝູ່ມື້ອື່ນ."

ທ່ານອາດຄິດວ່າຜູ້ຂ້າແປກເລັກໜ້ອຍ, ແຕ່ຄັ້ງໜຶ່ງຜູ້ຂ້າໄປປົວຮາກແຂ້ວ, ແລະ ຜູ້ຂ້າກໍມ່ວນກັບມັນຫຼາຍ. ມັນເປັນຕາສົນໃຈເພາະປາກຂອງຜູ້ຂ້າອ້າກວ້າງຢູ່ ແລະ ພວກເພິ່ນກໍສືບຕໍ່ປ່ອນເຄື່ອງມືເຂົ້າຫຼາຍຂຶ້ນໆ, ແລະ ຜູ້ຂ້າເລີ່ມຫົວເພາະຜູ້ຂ້າບໍ່ສາມາດຈິນຕະນາການວ່າເພິ່ນປ່ອນຫຍັງເຂົ້າໄປໄດ້ອີກຫຼາຍປານໃດ. ແຕ່ຕອນນັ້ນເພິ່ນໄດ້ໃສ່ຢາມຶນໃຫ້ຜູ້ຂ້າແລ້ວ, ສະນັ້ນ ຜູ້ຂ້າຈິ່ງບໍ່ຮູ້ສຶກຫຍັງ!

ຜູ້ຂ້າໝາຍວ່າ ແນ່ນອນການສັກຢາມຶນນັ້ນເຈັບ, ແຕ່ຊິເປັນຫຍັງ? ທ່ານບໍ່ຢາກສັກ ແລະ ຍອມເຈັບ 30 ນາທີ ຫຼື ເຈັບສອງສາມວິນາທີສໍາລັບການສັກຢາ? ເຮົາຍິນດີທີ່ຈະສັກຢານັ້ນເຖິງວ່າມັນຈະເຈັບ, ເພາະວ່າມັນເປັນເວລາສັ້ນໆ.

ທຸກຢ່າງຂຶ້ນກັບທັດສະນະຄະຕິຂອງເຮົາ. ອັນນີ້ແມ່ນການຝຶກທັດສະນະຄະຕິ. ມັນໃຊ້ໄດ້ ແລະ ປັບປຸງຄຸນະພາບຊີວິດຂອງເຮົາ. ຖ້າເຮົາຕ້ອງປົວຮາກແຂ້ວ, ເຮົາຈະເຮັດດ້ວຍຄວາມທໍລະມານ ຫຼື ເຮັດແບບບໍ່ເຈັບປານໃດ? ເຮົາຕ້ອງປະສົບກັບມັນ, ບໍ່ມີທາງເລືອກ, ສະນັ້ນ ເຮົາກໍຄວນເຮັດໃຫ້ມັນເປັນປະສົບການທີ່ພໍໃຊ້ທີ່ສຸດເທົ່າທີ່ເປັນໄປໄດ້. ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງ.

ສະຫຼຸບ

ບໍ່ມີໃຜຕື່ນຂຶ້ນມາປາຖະໜາບັນຫາ ຫຼື ຄວາມທຸກ; ທຸກສິ່ງທີ່ເຮົາເຮັດແມ່ນແນໃສ່ເຮັດໃຫ້ເຮົາມີຄວາມສຸກຫຼາຍຂຶ້ນ. ແຕ່, ເປົ້າໝາຍທີ່ເລືອນລາງນີ້ເບິ່ງຄືວ່າບໍ່ເຄີຍຈະໃກ້ເຂົ້າມາເລີຍ. ໂດຍການເຈາະຈົງຕົນເອງ, ແລະ ການໃຫ້ຄວາມສຳຄັນກັນຕົນເອງ, ສິ່ງທີ່ເຮົາເຮັດ, ແລະ ຄວາມຮູ້ສຶກຂອງເຮົາ, ເຮົາກໍຈະບໍ່ມ່ວນກັບຄວາມສຸກທີ່ເຮົາມີ ຫຼື ຈົມຢູ່ກັບຄວາມຫຍຸ້ງຍາກທີ່ເຮົາຕ້ອງປະເຊີນ. ໂດຍການຝຶກທັດສະນະຄະຕິຂອງເຮົາໃຫ້ຮວມເອົາຄົນອື່ນ ແລະ ຄວາມຮູ້ສຶກຂອງເຂົາເຈົ້າເຂົ້ານຳ, ເຮົາກໍຈະເປີດປະຕູສູ່ປະສົບການທີ່ຜ່ອນຄາຍ ແລະ ມີຄວາມສຸກຫຼາຍຂຶ້ນກັບຄວາມຂຶ້ນ-ລົງທີ່ເຮົາທຸກຄົນຕ້ອງຜ່ານ.

Top