ຄວາມກັງວົນທາງໂລກທັງແປດ ແລະ ກອບແນວຄິດ

ຄວາມກັງວົນທາງໂລກທັງແປດ

ນອກຈາກປະສົບການ ແລະ ຄວາມຮູ້ສຶກພາຍໃນໃຈຂອງເຮົາແລ້ວ, ຍັງມີເນື້ອໃນຂອງຊີວິດເຮົາອີກ. ອັນນີ້ກໍຄືກັນ; ເຮົາຄວນພະຍາຍາມທີ່ຈະບໍ່ສ້າງເລື່ອງນຳມັນ. ຄຳສັ່ງສອນພຣະພຸດທະສາສະໜາໄດ້ເນັ້ນເຖິງລາຍການຄວາມແປດເລື່ອງທີ່ບໍ່ແນ່ນອນໃນຊີວິດ - ອັນທີ່ເອີ້ນວ່າ "ຄວາມກັງວົນທາງໂລກທັງແປດ" ຫຼື "ທັມທາງໂລກທັງແປດ" - ໂດຍໄປຕາມຫຼັກການດຽວກັນທີ່ວ່າທຸກສິ່ງເຄື່ອນເໜັງຢູ່ສະເໝີ, ມີຂຶ້ນ ແລະ ລົງ.

ການໄດ້ ແລະ ການເສຍ 

ບາງຄັ້ງເຮົາໄດ້, ບາງຄັ້ງເຮົາເສຍ. ດ້ານການເງິນ, ບາງຄັ້ງເຮົາກໍຫາໄດ້ ແລະ ບາງຄັ້ງເຮົາກໍເສຍ. ບາງຄັ້ງເຮົາຊື້ບາງຢ່າງ ແລະ ມັນດີຫຼາຍ (ໄດ້) ແຕ່ບາງຄັ້ງມັນກໍເປ່ເພໄວ (ເສຍ). ອີກເທື່ອໜຶ່ງ, ບໍ່ມີຫຍັງພິເສດກ່ຽວກັບເລື່ອງນີ້. ມັນຄືກັບການຫຼີ້ນໄພ້ ຫຼື ເກມຂອງເດັກ; ບາງຄັ້ງເຮົາຈະຊະນະ ແລະ ບາງຄັ້ງເຮົາເສຍ. ລະເປັນຫຍັງ? ບໍ່ມີຫຍັງພິເສດ.

ທີ່ຈິງແລ້ວ ເຮົາຕ້ອງເຕືອນຕົວເອງວ່າບໍ່ໃຫ້ເປັນຄືເດັກທີ່ຮ້ອງໄຫ້ເມື່ອລາວເສຍ ແລະ ຮ້ອງຂຶ້ນວ່າ “ເຮົາຢາກຊະນະ!” ເປັນຫຍັງເຮົາຕ້ອງຊະນະສະເໝີ? ມັນຄືກັບຄວາມຫວັງທີ່ວ່າທຸກຄົນຈະມັກເຮົາ. ມີຄໍາເວົ້າໜຶ່ງທີ່ເປັນປະໂຫຍດໃນພຣະພຸດທະສາສະໜາ: "ບໍ່ແມ່ນທຸກຄົນທີ່ມັກພຣະພຸດທະເຈົ້າ, ສະນັ້ນແລ້ວ ເຮົາຈະຄາດຫວັງຫຍັງສໍາລັບຕົວເຮົາເອງ - ທຸກຄົນຈະມັກເຮົາຊັ້ນບໍ?" ແນ່ນອນວ່າບໍ່. ບໍ່ແມ່ນທຸກຄົນຈະກົດປຸ່ມໄລຄ໌ໃນໜ້າເຟສບຸກຂອງເຮົາ. ບາງຄົນຈະບໍ່ມັກເຮົາ. ແລ້ວຈະເຮັດແນວໃດ? ມັນເປັນເລື່ອງປົກກະຕິທັງນັ້ນ.

ມັນແມ່ນໄດ້ ແລະ ເສຍທັງໝົດ. ເມື່ອເຮົາມີຄວາມສຳພັນກັບຜູ້ໃດຜູ້ໜຶ່ງ, ໃນທີ່ສຸດແລ້ວມັນຈະຈົບລົງ. ເຮົາໄດ້ໃຊ້ພາບຂອງນົກປ່າທີ່ມາຈັບຢູ່ປ່ອງຢ້ຽມຂອງເຮົາກ່ອນໜ້ານີ້, ທີ່ມັນມາຊົ່ວຄາວເພາະມັນເປັນອິດສະຫຼະ, ມັນຈະບິນໄປ. ໃນຄວາມສໍາພັນກໍຄືກັນ. ບໍ່ວ່າເຮົາຈະເວົ້າວ່າ "ຢ່າໄປຈາກຂ້ອຍ, ຂ້ອຍບໍ່ສາມາດຢູ່ໂດຍບໍ່ມີເຈົ້າໄດ້," ແລະ ເຖິງວ່າເຮົາຈະຢູ່ນໍາກັນຕະຫຼອດຊີວິດຂອງເຮົາ, ເຮົາຄົນໃດຄົນໜຶ່ງກໍຈະຕາຍກ່ອນອີກຄົນໜຶ່ງ. ເຮົາໄດ້ໝູ່ມາຄົນໜຶ່ງ, ເຮົາເສຍໝູ່ໄປຄົນໜຶ່ງ, ບໍ່ມີຫຍັງພິເສດກ່ຽວກັບເລື່ອງນັ້ນ. ນັ້ນແມ່ນວິຖີຂອງຊີວິດ. ມັນບໍ່ໄດ້ໝາຍຄວາມວ່າເຮົາບໍ່ສາມາດຮູ້ສຶກດີໃຈທີ່ເຮົາມີໝູ່ຄົນນັ້ນ ແລະ ໂສກເສົ້າເມື່ອເຮົາສູນເສຍລາວ - ການບໍ່ຮູ້ສຶກຫຍັງເລີຍຈະເປັນທັດສະນະຄະຕິຂອງ "ແມ່ນຫຍັງກໍຢ່າ," ແລະ ນັ້ນບໍ່ຄືກັບ "ບໍ່ມີຫຍັງພິເສດ" - ແຕ່ເຮົາບໍ່ໄປສຸດໂຕ່ງ ແລະ ເຮົາບໍ່ເຮັດໃຫ້ມັນເປັນເລື່ອງໃຫຍ່.

ມັນເປັນຕາສົນໃຈທີ່ຈະເບິ່ງຕົວເຮົາເອງ ແລະ ເບິ່ງວ່າເຮົາຕອບຮັບກັບການໄດ້ ແລະ ການເສຍແນວໃດ. ຜູ້ຂ້າເບິ່ງຕົນເອງເປັນຕົວຢ່າງສະເໝີເພາະຜູ້ຂ້າອ່າວໝົກໝຸ້ນກັບເວັບໄຊທ໌ຂອງຜູ້ຂ້າແດ່; ມັນກວມເອົາຄວາມຄິດ ແລະ ກິຈະກໍາຂອງຜູ້ຂ້າເກືອບໝົດມື້. ແນ່ນອນວ່າເຮົາໂປຣແກຣມສະຖິຕິ ແລະ ສະນັ້ນ ຜູ້ຂ້າຮູ້ວ່າແຕ່ລະມື້ມີຈໍານວນຄົນເຂົ້າອ່ານເທົ່າໃດ. ຖ້າມີຄົນເຂົ້າເບິ່ງເພີ່ມໃນມື້ໜຶ່ງ, ມັນກໍດີຫຼາຍ, ແຕ່ຖ້າມັນບໍ່ເຖິງຕົວເລກທີ່ຕັ້ງໄວ້ ຫຼື ຈຸດທີ່ຜູ້ຂ້າຄິດວ່າມັນຄວນຈະເປັນ, ມັນກໍບໍ່ດີປານໃດ. ສະນັ້ນ ມັນກໍເປັນການໄດ້ ແລະ ເສຍ.

ໃນແງ່ໜຶ່ງ ຜູ້ຂ້າຮູ້ສຶກເປັນສຸກໃນລະດັບຕ່ຳຫຼາຍ. ມັນບໍ່ແມ່ນເລື່ອງດຣາມາເລີຍ. ສອງ-ສາມອາທິດກ່ອນ ເຮົາບັນລຸ 6,000 ການເຂົ້າເບິ່ງໃນມື້ດຽວ, ເຊິ່ງແມ່ນ: “ວ້າວ, 6,000, ຫຼາຍແທ້!” ແຕ່ຄວາມສຸກນັ້ນເປັນເລື່ອງເລັກນ້ອຍຫຼາຍ. ມັນບໍ່ແມ່ນເລື່ອງໃຫຍ່ເພາະມັນບໍ່ໄດ້ເຮັດຫຍັງເລີຍ. ຄວາມຮູ້ສຶກແມ່ນ: "ເອີ, ມັນດີ. ບາດນີ້ແມ່ນຫຍັງ? ມີຫຍັງໃໝ່ອີກ?” ແລ້ວອີກມື້ໜຶ່ງມັນລົງມາທີ່ 4,500 ການເຂົ້າເບິ່ງ ແລະ ຜູ້ຂ້າຮູ້ສຶກຜິດຫວັງເລັກໜ້ອຍ: "ໂອ້, ບໍ່ຄ່ອຍມີຄົນເຂົ້າເບິ່ງມື້ນີ້." ແຕ່ສິ່ງທີ່ເບິ່ງຄືໂດດເດັ່ນກວ່ານັ້ນ ແມ່ນຄວາມມົວເມົາກັບຕົນເອງ, ເຊິ່ງຜູ້ຂ້າຕ້ອງສາລະພາບ, ວ່າຢາກເບິ່ງສະຖິຕິຢູ່ຕະຫຼອດເວລາ. ພຣະພຸດທະສາສະໜາໄດ້ກ່າວວ່າການມົວເມົາຢູ່ກັບຕົນເອງນີ້ແມ່ນເຂັ້ມແຂງກວ່າການມົວເມົາກັບສິ່ງອື່ນ, ເພາະການຄິດເຖິງ “ເຮົາ” ນັ້ນແມ່ນສັນຊາຕະຍານ. ມັນບໍ່ຈຳເປັນຕ້ອງສະແດງອອກວ່າຕົນຄິດວ່າຕົວເອງດີເລີດ ຫຼື ຍິ່ງໃຫຍ່ ຫຼື ບໍ່ມີໃຜຮັກເຮົາ, ແຕ່ມັນກໍມີແນວຄິດພື້ນຖານນີ້ຕິດຢູ່ສະເໝີ.

ເຮົາທຸກຄົນສາມາດຄິດເຖິງຕົວຢ່າງຂອງເຮົາເອງ, ບາງທີອາດແມ່ນກັບເຟສບຸກ ຫຼື ຂໍ້ຄວາມ? ເຮົາໄດ້ຮັບຂໍ້ຄວາມຫຼາຍປານໃດໃນມື້ນີ້? ໃຜມັກໂພສທ໌ຂອງເຮົາແດ່ໃນມື້ນີ້? ເຮົາກວດເບິ່ງເຟສບຸກ ຫຼື ເອົາໂທລະສັບອອກຈາກຖົງຂອງເຮົາເລື້ອຍປານໃດເພື່ອເບິ່ງວ່າມີຫຍັງເຂົ້າມາບໍ່? ກ່ອນນີ້ ບໍ່ມີອິນເຕີເນັດ, ແຕ່ຄົນກໍເຮັດຄືກັນກັບຄົນສົ່ງໄປສະນີ. "ມື້ນີ້ມີຈົດໝາຍເຖິງຂ້ອຍບໍ່?" ບໍ່ມີຈົດໝາຍ: "ໂອ້, ບໍ່ມີໃຜມັກເຮົາ." ຫຼື ຖ້າມີແຕ່ໜັງສືໂຄສະນາ, ເຮົາບໍ່ຕ້ອງການອັນນັ້ນ. ທັດສະນະຄະຕິຂອງການ "ບໍ່ມີຫຍັງພິເສດ" ນີ້ສາມາດຊ່ວຍເຮັດໃຫ້ຄວາມຮູ້ສຶກຂຶ້ນ-ລົງນີ້ບໍ່ໜັກໜາປານໃດ, ເພາະເຮົາຈະມີຄວາມສົມດຸນທາງດ້ານຈິດໃຈ ແລະ ຄວາມມີໃຈເປັນກາງຫຼາຍຂຶ້ນຕໍ່ສິ່ງທີ່ເກີດຂຶ້ນ. ສິ່ງທີ່ຍາກກວ່ານັ້ນແມ່ນການຈັດການກັບຄວາມໝົກໝຸ້ນຂອງການຢາກກວດເບິ່ງສິ່ງທີ່ເຂົ້າມາສະເໝີ.

ການປ່ຽນທັດສະນະຄະຕິເປັນຂະບວນການທີ່ຊ້າ ແລະ ຍາວນານ. ສິ່ງຕ່າງໆ ບໍ່ໄດ້ປ່ຽນຢ່າງໄວວາ, ແຕ່ຈະຄ່ອຍໆ. ມັນເປັນຕາສົນໃຈເມື່ອເຮົາເລີ່ມເບິ່ງຕົວເອງໃນຄວາມເປັນຕົວຈິງ, ທີ່ເຮົາຈະເຫັນວ່າ "ເຮົາໄດ້ກາຍເປັນທາດຂອງຄອມພິວເຕີ ແລະ ໂທລະສັບຂອງເຮົາແລ້ວ, ເພາະເຮົາຕ້ອງເບິ່ງມັນຢູ່ຕະຫຼອດ. ເຮົາຕ້ອງກວດເບິ່ງສະເໝີວ່າມີຈັກຄົນຕອບເຮົາ. ເປັນຫຍັງເຮົາຈິ່ງກາຍເປັນທາດ?” ເບິ່ງຄົນໃນລົດໄຟໃຕ້ດິນແມ້, ມີຈັກຄົນທີ່ມີໂທລະສັບໃນມືສະເໝີ. ເປັນຫຍັງ? ມັນມີຄວາມຍົກຍໍຕົນເອງ ແລະ ຄວາມບໍ່ໝັ້ນໃຈ, ໃນຄວາມຄິດທີ່ວ່າ "ເຮົາບໍ່ຢາກພາດບາງສິ່ງບາງຢ່າງ." ເປັນຫຍັງ? ອັນໃດສຳຄັນແທ້ໆ? ບາງເລື່ອງອາດສຳຄັນ, ເຮົາບໍ່ຢາກເວົ້າວ່າບໍ່ມີຫຍັງສຳຄັນ, ແຕ່ເຮົາໃຫ້ຄວາມສຳຄັນກັບການຕິດຕໍ່ກັນຢ່າງຕໍ່ເນື່ອງ, ຢູ່ໃນອິນເຕີເນັດຢ່າງຕໍ່ເນື່ອງໂພດ. ມັນເປັນການດີທີ່ຈະວິເຄາະໃນແງ່ນີ້ຂອງຄວາມສົມດຸນທາງຈິດໃຈຂອງເຮົາ.

ສະນັ້ນ, ບາງຄັ້ງເຮົາກໍໄດ້, ບາງຄັ້ງເຮົາກໍເສຍ. ນີ້ແມ່ນຊຸດໜຶ່ງ.

ບາງສິ່ງໄປໄດ້ດີ ແລະ ບາງສິ່ງບໍ່ດີ

ຊຸດທີສອງແມ່ນບາງຄັ້ງສິ່ງຕ່າງໆ ກໍໄປໄດ້ດີ, ແລະ ບາງຄັ້ງກໍບໍ່ດີ. ເຮົາສາມາດເຂົ້າໃຈເລື່ອງນີ້ໄດ້ໃນຫຼາຍລະດັບ ແຕ່ອີກເທື່ອໜຶ່ງ, ຄໍາຕອບແມ່ນ "ບໍ່ມີຫຍັງພິເສດ." ມື້ໜຶ່ງອາດໄປໄດ້ດີ, ແລະ ມື້ຕໍ່ໄປພັດເຕັມໄປດ້ວຍອຸປະສັກ, ຄົນທີ່ສ້າງຄວາມຫຍຸ້ງຍາກໃຫ້ເຮົາ ແລະ ທຸກສິ່ງຢ່າງເບິ່ງຄືວ່າຜິດພາດໝົດ. ນີ້ແມ່ນເລື່ອງປົກກະຕິ. ໃນຕອນເຊົ້າ ພະລັງຂອງເຮົາອາດສູງ, ແລະ ໃນຕອນບ່າຍອາດຕໍ່າ. ບາງຄັ້ງເຮົາມີສຸຂະພາບດີ, ບາງເທື່ອເຮົາກໍເປັນຫວັດ. ບໍ່ມີຫຍັງພິເສດ.

ການຍ້ອງຍໍ ແລະ ການຕຳນິ 

ຊຸດຕໍ່ໄປແມ່ນກ່ຽວກັບການຍ້ອງຍໍ ແລະ ການຕຳນິ. ບາງຄົນຍ້ອງເຮົາ, ແລະ ບາງຄົນຕຳນິເຮົາ. ເຮົາຈະຈັດການກັບເລື່ອງນີ້ແນວໃດ? ບໍ່ແມ່ນທຸກຄົນສັນລະເສີນພຣະພຸດທະເຈົ້າ; ບາງຄົນ, ໂດຍສະເພາະພີ່ນ້ອງຄົນໜຶ່ງຂອງພຣະອົງ, ຕຳນິພຣະອົງຫຼາຍ. ສະນັ້ນ ເປັນຫຍັງເຮົາຈິ່ງຫວັງໃຫ້ທຸກຄົນຍົກຍ້ອງເຮົາ?

ຜູ້ຂ້າຈະໃຊ້ຕົວຢ່າງຂອງຕົນເອງອີກເທື່ອໜຶ່ງ. ຜູ້ຂ້າໄດ້ຮັບອີເມຫຼາຍກ່ຽວກັບເວັບໄຊທ໌ຂອງຜູ້ຂ້າ, ແລະ ໃນຂະນະທີ່ສ່ວນໃຫຍ່ເວົ້າວ່າເວັບໄຊທ໌ນີ້ມີປະໂຫຍດຕໍ່ເຂົາເຈົ້າແນວໃດ, ບາງຄັ້ງກໍມີການວິພາກວິຈານ. ແນ່ນອນວ່າມັນງ່າຍຕໍ່ການຮັບຄໍາຍ້ອງ; ແຕ່ການວິພາກວິຈານນັ້ນສາມາດລົບກວນຈິດໃຈຂອງເຮົາຫຼາຍ.

ກັບການຍ້ອງຍໍ, ເຮົາບໍ່ຄວນໄປຄິດຮອດຈຸດສຸດໂຕ່ງວ່າເຮົາຍິ່ງໃຫຍ່ ຫຼື ກົງກັນຂ້າມ, “ເອີ ເຮົາບໍ່ສົມຄວນໄດ້ຮັບຄຳຍ້ອງ. ຖ້າຮູ້ຈັກເຮົາແທ້, ເຂົາເຈົ້າຈະບໍ່ມັກເຮົາດອກ.” ແຕ່ມັນງ່າຍກວ່າຫຼາຍທີ່ຈະສືບຕໍ່ກັບການສັນລະເສີນ. ເປັນຫຍັງການວິຈານຈິ່ງເປັນເລື່ອງທີ່ຍາກ? ເພາະເຮົາຍົກຍໍຕົນເອງ. ກັບການຝຶກທັດສະນະຄະຕິ, ເຮົາຈະເບິ່ງເຂົາເຈົ້າຫຼາຍກວ່າເຮົາ, ສະນັ້ນ ເຮົາຈະຄິດກ່ຽວກັບສິ່ງທີ່ເຮົາເຮັດທີ່ອາດເຮັດໃຫ້ເຂົາເຈົ້າວິຈານເຮົາ. ຖ້າເຮົາສາມາດເຮັດຫຍັງເພື່ອຊ່ວຍໄດ້, ເຖິງວ່າມັນຈະເປັນພຽງຄໍາຂໍໂທດ: "ຂ້ອຍຍອມຮັບວ່າອັນນີ້ອາດເຮັດໃຫ້ເຈົ້າມີຄວາມຫຍຸ້ງຍາກ. ຂ້ອຍເສຍໃຈແທ້ໆ, ນັ້ນບໍ່ແມ່ນຄວາມຕັ້ງໃຈຂອງຂ້ອຍ.” ເຮົາກໍຈະສາມາດຄ່ອຍໆ ປ່ຽນຈຸດສຸມຈາກການຍົກຍໍຕົນເອງໄປເປັນການຍົກຍໍຄົນອື່ນ.

ເຮົາສາມາດເຮັດສິ່ງນີ້ໄດ້ໃນການພົວພັນປະຈໍາວັນຂອງເຮົາກັບຜູ້ອື່ນ. ບາງຄັ້ງເຂົາເຈົ້າຈະມ່ວນກັບເຮົາ ແລະ ບາງຄັ້ງຈະບໍ່. ເມື່ອຄົນມ່ວນກັບເຮົາ, ມັນຈະງ່າຍ. ແລ້ວ ເຮົາກໍມີບາງຄົນໃນຊີວິດທີ່ຍາກທີ່ຈະຮັບມື ແລະ ເປັນຜູ້ທີ່ມັກວິພາກວິຈານເຮົາ ຫຼື ເປັນທາງລົບຕໍ່ເຮົາ. ທັດສະນະຄະຕິຂອງເຮົາຕໍ່ເຂົາເຈົ້າແມ່ນຫຍັງ? ເຮົາເຫັນເຂົາເຈົ້າພຽງແຕ່ເປັນຄົນທີ່ຍາກ, ບໍ່ເປັນຕາຮັກບໍ? ຫຼື ເຮົາເຫັນວ່າເຂົາເຈົ້າເປັນຄົນທີ່ບໍ່ມີຄວາມສຸກ? ຜູ້ຂ້າໝັ້ນໃຈວ່າເຮົາທຸກຄົນມີຄົນແບບນັ້ນໃນຊີວິດຂອງເຮົາ. ເຂົາເຈົ້າໂທຫາເຮົາ ຫຼື ຢາກພົບ ແລະ ກິນເຂົ້ານຳເຮົາ ແລະ ເຮົາຮູ້ 100% ວ່າຈະເວົ້າແຕ່ກ່ຽວກັບຕົວເອງ ແລະ ຈະມີແຕ່ຈົ່ມ. ເຮົາສາມາດຄິດວ່າ "ເອີ, ຄົນຜູ້ນີ້ອີກແລ້ວ." ແຕ່ເຮົາບໍ່ສາມາດເວົ້າໄດ້ຕະຫຼອດວ່າເຮົາຄາ!

ຖ້າປະຕິກິລິຍາຂອງເຮົາແມ່ນຄິດວ່າມັນຈະເປັນສິ່ງທີ່ບໍ່ມ່ວນສໍາລັບເຮົາທີ່ຈະຢູ່ກັບເຂົາເຈົ້າ ແລະ ຟັງການຈົ່ມຂອງເຂົາເຈົ້າ, ແລ້ວເຮົາກໍຕ້ອງປ່ຽນທັດສະນະຄະຕິຂອງເຮົາ: ຄົນຜູ້ນີ້ຈົ່ມຕະຫຼອດເວລາເພາະມີຄວາມສຸກຫຼາຍ, ແລະ ໂດດດ່ຽວອີກ. ຄົນທີ່ມັກຈົ່ມສ່ວນຫຼາຍຈະເປັນແນວນັ້ນ, ເພາະບໍ່ມີໃຜຢາກຢູ່ກັບເຂົາເຈົ້າ. ສະນັ້ນ, ຖ້າເຮົາຕ້ອງໃຊ້ເວລາຢູ່ກັບເຂົາເຈົ້າ, ເຮົາສາມາດພັດທະນາຄວາມເຫັນອົກເຫັນໃຈຫຼາຍຂຶ້ນ, ແລະ ມັນກໍບໍ່ແມ່ນປະສົບການທີ່ເປັນຕາເບື່ອເພາະເຮົາຄິດໃນແງ່ຂອງເຂົາເຈົ້າ, ບໍ່ແມ່ນໃນແງ່ຂອງ "ເຮົາ."

ການໄດ້ຮັບຂ່າວດີ ແລະ ຂ່າວຮ້າຍ

ຊຸດທີສີ່ແມ່ນໄດ້ຮັບຂ່າວດີ ແລະ ບໍ່ດີ. ຄືກັນກັບກ່ອນໜ້ານີ້: ທຸກສິ່ງຢ່າງມີຂຶ້ນ-ລົງສະເໝີ. ແນ່ນອນ, ສີ່ຊຸດນີ້ມີການທັບຊ້ອນກັນ ແລະ ຫຼັກການ "ບໍ່ມີຫຍັງພິເສດ" ກໍໃຊ້ກັບແປດຢ່າງນີ້ໄດ້ໝົດ. ບໍ່ມີຫຍັງພິເສດກ່ຽວກັບການໄດ້ຮັບຂ່າວດີ ຫຼື ບໍ່ດີ, ນັ້ນແມ່ນສິ່ງທີ່ເກີດຂຶ້ນກັບທຸກຄົນໃນຊີວິດຂອງເຮົາ.

ບາດນີ້, ບາງຄົນຄັດຄ້ານການຝຶກປະເພດນີ້, ໂດຍອ້າງວ່າເຂົາເຈົ້າມັກຢູ່ໃນອາລົມແບບລົດໄຟເຫາະ ເພາະ ຖ້າເຮົາບໍ່ມີການຂຶ້ນ-ລົງ, ແລ້ວກໍຊ່ຳກັບເຮົາບໍ່ມີຊີວິດຢູ່ແທ້. ແຕ່ເຮົາຕ້ອງວິເຄາະເບິ່ງວ່ານີ້ແມ່ນທັດສະນະຄະຕິທີ່ເປັນປະໂຫຍດແທ້ບໍ່.

ກ່ອນອື່ນໝົດ, ບໍ່ວ່າເຮົາຈະຢູ່ໃນອາລົມແບບລົດໄຟເຫາະ ຫຼື ບໍ່, ເຮົາກໍມີຊີວິດຢູ່. ນັ້ນແມ່ນການຄັດຄ້ານທີ່ໂງ່ໜ້ອຍໜຶ່ງ. ສະນັ້ນ ຈະເກີດຫຍັງຂຶ້ນເມື່ອເຮົາຢູ່ໃນອາລົມແບບລົດໄຟເຫາະ? ເອີ, ເຮົາກໍຈະບໍ່ຄິດຢ່າງມີເຫດຜົນເພາະເຮົາຈະຈົມຢູ່ກັບອາລົມ. ຖ້າເຮົາສະຫງົບກວ່າ, ຊີວິດຂອງເຮົາກໍຈະບໍ່ດຣາມາ, ແລະ ເຮົາກໍຈະສາມາດແກ້ໄຂສະຖານະການໃນທາງທີ່ດີກວ່າຫຼາຍ. ຖ້າເຮົາຄິດບໍ່ຊັດເຈນ ແລະ ໃຈຮ້າຍ, ເຮົາຈະເວົ້າໃນສິ່ງທີ່ເຮົາຈະເສຍໃຈພາຍຫຼັງ. ການມີໃຈເປັນກາງໃນແງ່ຂອງອາລົມນັ້ນໝາຍຄວາມວ່າເຮົາຈະບໍ່ເຮັດສິ່ງແບບນີ້. ແລະໃນແງ່ຂອງທຸກຄົນທີ່ຢາກມີຄວາມສຸກ, ຄວາມສຸກທີ່ສະຫງົບແບບນີ້ຈະມີຄວາມໝັ້ນຄົງຫຼາຍກວ່າຄວາມສຸກແບບດຣາມາ "ໂອ້ ສຸດຍອດ!".

ກອບແນວຄິດຂອງຄວາມ “ບໍ່ມີຫຍັງພິເສດ”

ລອງມາເບິ່ງພື້ນຖານ, ຫຼື ກອບແນວຄວາມຄິດ, ສໍາລັບທັດສະນະຄະຕິທີ່ເຮົາໄດ້ສົນທະນາກັນມານີ້. ໃນທີ່ນີ້ມັນສໍາຄັນທີ່ຈະເຂົ້າໃຈຄວາມຄິດແງ່ແນວຄວາມຄິດ. ຄວາມຄິດແງ່ແນວຄິດແມ່ນຫຍັງ? ຄວາມຄິດແງ່ແນວຄິດແມ່ນການເບິ່ງສິ່ງຕ່າງໆ ຫຼື ປະສົບກັບສິ່ງຕ່າງໆ ໂດຍຈັດເປັນໝວດໝູ່, ເຊິ່ງອາດເປັນ "ສິ່ງພິເສດ." ມັນຄືກັບການມີກ່ອງທາງຈິດໃຈ, ແລະ ເວລາເຮົາປະສົບກັບບາງສິ່ງບາງຢ່າງ ແລະ ເຮົາເອົາມັນເຂົ້າໄປໄວ້ໃນກ່ອງຈິດໃຈຂອງ "ສິ່ງພິເສດ."

ເຮົາເຮັດສິ່ງນີ້ຕະຫຼອດເວລາ, ເພາະມັນເປັນວິທີທີ່ເຮົາສາມາດເຂົ້າໃຈ ແລະ ປະມວນສິ່ງຕ່າງໆ ໄດ້. ມີກ່ອງຈິດໃຈຂອງ "ແມ່ຍິງ." ຜູ້ຂ້າເຫັນຄົນຜູ້ໜຶ່ງ ແລະ ເອົານາງເຂົ້າໄປໄວ້ໃນກ່ອງຈິດໃຈຂອງ "ແມ່ຍິງ." ດ້ວຍວິທີນີ້, ເຮົາສາມາດເອົາສິ່ງຕ່າງໆ ທີ່ເຮົາປະສົບມາລວມເຂົ້າກັນໄປໃນກ່ອງຈິດໃຈຕ່າງໆ. ຕົວຢ່າງ, ຄົນຜູ້ດຽວກັນທີ່ເຮົາໃສ່ເຂົ້າໄປໃນກ່ອງ "ຜູ້ຊາຍ" ຫຼື "ແມ່ຍິງ" ຍັງສາມາດເຂົ້າໄປໃນກ່ອງ "ຜູ້ໜຸ່ມ" ຫຼື "ຜູ້ເຖົ້າ" ຫຼື "ຜົມທອງ" ຫຼື "ຜົມດຳ" ໄດ້ອີກ. ມັນມີຫຼາຍໆ ກ່ອງ.

ໃນຄວາມເປັນຈິງ, ສິ່ງຕ່າງໆ ບໍ່ໄດ້ຢູ່ໃນກ່ອງ. ໃນຂະນະທີ່ມັນເບິ່ງຄືວ່າຈະແຈ້ງ, ແຕ່ມັນກໍຍັງເປັນສິ່ງທີ່ຍາກຫຼາຍທີ່ຈະເຂົ້າໃຈ ແລະ ແຕກແຍກແທ້ໆ. ຕົວຢ່າງ, ເຮົາອາດເອົາຜູ້ໜຶ່ງເຂົ້າໄປໄວ້ໃນກ່ອງ “ຄົນບໍ່ດີ,” ແຕ່ບໍ່ມີໃຜເປັນຄົນບໍ່ດີທັງໝົດ, ເພາະຖ້າເຂົາເຈົ້າເປັນແບບນັ້ນແທ້, ທຸກຄົນກໍຈະເຫັນເປັນແບບນັ້ນ, ແລະ ຈະຕ້ອງເປັນແບບນັ້ນຕັ້ງແຕ່ເວລາທີ່ເຂົາເຈົ້າເປັນເດັກນ້ອຍ.

ກ່ອງຈິດໃຈເຫຼົ່ານີ້ຊ່ວຍໃຫ້ເຮົາເຂົ້າໃຈສິ່ງຕ່າງໆ, ແລະ ທັດສະນະຄະຕິທີ່ເຮົາມີຕໍ່ຜູ້ອື່ນແມ່ນຖືກກໍານົດໂດຍປະເພດຂອງກ່ອງຈິດໃຈທີ່ເຮົາເອົາສິ່ງຂອງເຂົ້າໄປໄວ້. ເຮົາຕ້ອງຈື່ວ່າກ່ອງເຫຼົ່ານີ້ແມ່ນສິ່ງທີ່ສ້າງຂຶ້ນ ແລະ ບໍ່ສອດຄ່ອງກັບຄວາມເປັນຈິງ – ບໍ່ມີກ່ອງເຫຼົ່ານີ້ຢູ່ແທ້, ແມ່ນບໍ?!

ເຮົາສ້າງກ່ອງເຫຼົ່ານີ້ຂຶ້ນມາແນວໃດ? 

ບາດນີ້ ເຮົາມາເບິ່ງວ່າເຮົາຈຳແນກ ແລະ ວາງສິ່ງຕ່າງໆ ໄວ້ໃນກ່ອງຈິດໃຈອັນນີ້ ແທນທີ່ຈະເປັນກ່ອງນັ້ນ ແນວໃດ. ເຮົາເຮັດແນວນີ້ບົນພື້ນຖານລັກສະນະສະເພາະຂອງສິ່ງທີ່ເຮົາຄິດວ່າແຕກຕ່າງຈາກສິ່ງອື່ນແທ້ໆ. ສິ່ງນີ້ສາມາດເອີ້ນວ່າ "ລັກສະນະການກໍານົດ," ເຊິ່ງເປັນຄໍາສັບວິຊາການສໍາລັບສິ່ງນີ້. ຕົວຢ່າງງ່າຍໆ ຄືເບິ່ງວ່າລັກສະນະການກໍານົດແມ່ນແນວໃດໃນເວລາເຮົາເອົາສິ່ງຕ່າງໆ ເຂົ້າໄປໃນກ່ອງຂອງສິ່ງທີ່ເປັນ "ສີ່ຫຼ່ຽມ." ເອີ, ມັນຕ້ອງມີສີ່ດ້ານເທົ່າກັນ - ສະນັ້ນ ສິ່ງທີ່ເປັນແນວນີ້ເຮົາເອົາເຂົ້າໄວ້ໃນກ່ອງຈິດໃຈທີ່ເອີ້ນວ່າ "ສີ່ຫຼ່ຽມ."

ນັ້ນແມ່ນໝວດໝູ່ທີ່ງ່າຍ, ແຕ່ມາເບິ່ງໝວດໝູ່ຂອງ "ຄົນທີ່ເປັນຕາລໍາຄານ" ເດ? ລັກສະນະຂອງບຸກຄົນທີ່ເຮັດໃຫ້ເຮົາເບິ່ງເຂົາເຈົ້າໃນກ່ອງ "ເຈົ້າເປັນຄົນທີ່ໜ້າລໍາຄານ" ແມ່ນຫຍັງ? ມັນໜ້າສົນໃຈທີ່ຈະລອງເບິ່ງວ່າອັນໃດເປັນຕາລຳຄານແທ້. ແມງວັນທີ່ບິນອ້ອມຫົວເຮົາກັບຄົນຜູ້ນີ້ມີຄວາມຄ້າຍຄືກັນແນວໃດທີ່ເຮັດໃຫ້ເຮົາເອົາທັງສອງເຂົ້າໄວ້ໃນກ່ອງ "ໜ້າລໍາຄານ" ຄືກັນ?

ສິ່ງທີ່ຜູ້ຂ້າຈະເວົ້າແມ່ນວ່າທັງສອງເຮັດສິ່ງທີ່ເຮັດໃຫ້ຜູ້ຂ້າເສຍຄວາມສົມດຸນທາງອາລົມ ແລະ ຄວາມສະຫງົບຂອງຈິດໃຈ, ພາວະຈິດໃຈທີ່ສະຫງົບຂອງຜູ້ຂ້າ. ສະນັ້ນ, ອັນທີ່ຈິງ, ເຮົາກໍາລັງກໍານົດກ່ອງທາງຈິດໃຈໃນແງ່ຂອງເຮົາ, ບໍ່ແມ່ນໃນແງ່ຂອງມັນ, ເພາະສິ່ງທີ່ຜູ້ຂ້າເຫັນວ່າເປັນຕາລໍາຄານ ເຈົ້າອາດບໍ່ຄິດຄືກັນ. ແລະສໍາລັບສິ່ງທີ່ເຮັດໃຫ້ເຮົາເສຍຄວາມສະຫງົບໃນຈິດໃຈ, ນັ້ນອາດເປັນສິ່ງທີ່ເຮົາຮູ້ສຶກດຶງດູດກໍມີ, ເຊິ່ງເຮັດໃຫ້ເຮົາບ້າ. ສະນັ້ນ ສິ່ງທີ່ໜ້າສົນໃຈແມ່ນວ່າວິທີທີ່ເຮົາກໍານົດສິ່ງຕ່າງໆ ແລະ ໃສ່ໄວ້ໃນກ່ອງນັ້ນແມ່ນກ່ຽວກັບຕົວເຮົາເອງ.

ແລ້ວ, ເຮົາມີຄວາມຮູ້ສຶກທັງໝົດເຫຼົ່ານີ້. ບາດນີ້ ມັນເລີ່ມກາຍເປັນທີ່ໜ້າສົນໃຈ (ບາງທີມັນອາດໜ້າສົນໃຈແລ້ວ). ສະນັ້ນ ເຮົາມີກ່ອງຈິດໃຈຂອງ "ຄວາມສຸກ." ເຮົາເອົາສິ່ງຕ່າງໆ ໃສ່ໃນກ່ອງ "ຄວາມສຸກ" ແນວໃດ? ມັນເວົ້າຍາກ. ມີຄົນຖາມເຮົາວ່າ: "ເຈົ້າມີຄວາມສຸກບໍ່?" ແລະ ເຮົາບໍ່ຮູ້ວ່າຈະຕອບຫຍັງ. ຖ້າເຮົາຖາມຕົວເອງວ່າ "ເຮົາມີຄວາມສຸກບໍ່?" - ເອີ, ເຮົາບໍ່ຮູ້ແທ້ຊ້ຳວ່າມັນໝາຍຄວາມວ່າແນວໃດ? ສະນັ້ນ ລັກສະນະການກໍານົດຂອງການມີຄວາມສຸກແມ່ນຫຍັງ? ເຮົາຢາກມີຄວາມສຸກຫຼາຍ, ແຕ່ຍັງບໍ່ຮູ້ຊ້ຳວ່າຄວາມສຸກແມ່ນຫຍັງ. ແປກບໍ່? ຄໍານິຍາມແມ່ນມັນແມ່ນສິ່ງທີ່ເມື່ອເຮົາປະສົບກັບມັນ, ເຮົາຈະບໍ່ຢາກແຍກຈາກມັນ; ເຮົາຈະຢາກໃຫ້ມັນສືບຕໍ່. ນັ້ນແມ່ນນິຍາມທີ່ເຮົາພົບໃນໜັງສືທັມ, ສະນັ້ນ ມັນຊ່ວຍເຮົາໄດ້ໜ້ອຍໜຶ່ງ.

ແລ້ວເຟສບຸກເດ? ເຮົາກໍານົດສິ່ງທີ່ຈະ "ໄລຄ໌" ແນວໃດ? ມັນອາດເປັນສິ່ງທີ່ເຮັດໃຫ້ເຮົາຍິ້ມ ແລະ ເຮັດໃຫ້ເຮົາຮູ້ສຶກດີ. ແຕ່ຖ້າວ່າເຮົາຕ້ອງເບິ່ງແຕ່ມັນຢ່າງດຽວໝົດມື້, ເຮົາກໍຈະບໍ່ມັກມັນອີກຕໍ່ໄປ, ແມ່ນບໍ່? ສະນັ້ນ ມັນເປັນເລື່ອງແປກ, ແມ່ນບໍ່?

ເມື່ອເຮົາມີຄວາມຄິດແງ່ແນວຄິດ, ຈະມີພາບໃນໃຈຂອງສິ່ງທີ່ເປັນຕົວແທນຂອງໝວດໝູ່ນັ້ນສະເໝີ. ສະນັ້ນ, ເວລາເຮົາຄິດເຖິງ "ໝາ," ເຮົາມີປະເພດຂອງຮູບພາບໃນໃຈທີ່ເປັນໝາ, ເຊິ່ງຜູ້ຂ້າເຊື່ອວ່າຈະຕ່າງກັນສໍາລັບທຸກຄົນ. ມັນຄືກັນກັບຮູບພາບໃນໃຈຂອງສິ່ງທີ່ເປັນຕົວແທນໃຫ້ຄົນທີ່ໜ້າດຶງດູດ ຫຼື ຄົນທີ່ເປັນຕາລໍາຄານ.

ສະນັ້ນ ສິ່ງທີ່ເປັນຕົວແທນຂອງສິ່ງທີ່ເຮົາມັກແມ່ນຫຍັງ? ນັ້ນຈະຍາກກວ່າ. ແຕ່ເຮົາມີວິທີການເວົ້າແບບນີ້, ບໍ່ແມ່ນບໍ່, ຄື "ເຮົາມັກຮູບແບບນີ້, ເຮົາມັກອາຫານປະເພດນີ້, ເຮົາມັກຮູບເງົາປະເພດນີ້, ຜູ້ຍິງແບບນີ້ບໍ່ແມ່ນສະໄຕລ໌ຂອງເຮົາ, ຜູ້ຊາຍແບບນີ້ແມ່ນສະໄຕລ໌ຂອງເຮົາ." ແມ່ນຫຍັງທີ່ເປັນຕົວແທນຂອງສິ່ງທີ່ເຮົາມັກ? ກັບພາບໃນເຟສບຸກ, ເຮົາສົມທຽບມັນກັບປະສົບການຂອງເຮົາກ່ຽວກັບສິ່ງທີ່ເຮົາມັກ ແລະ ຈາກນັ້ນກໍໃສ່ມັນເຂົ້າໄປໃນໝວດໝູ່ "ມັກ" ຂອງເຮົາບໍ? ເຮົາຕ້ອງຈື່ວ່າສິ່ງທັງໝົດນີ້ມາຈາກເບື້ອງຂອງຈິດໃຈຂອງເຮົາ, ບໍ່ແມ່ນມາຈາກວັດຖຸນັ້ນໆ. ຖ້າມີບາງຢ່າງມາຈາກວັດຖຸນັ້ນ, ເຊັ່ນຄວາມເປັນຕາມັກໃນວັດຖຸນັ້ນ, ແລ້ວທຸກຄົນກໍຄົງຈະມັກມັນຄືກັນໝົດ. ສະນັ້ນ ມັນຂຶ້ນກັບບຸກຄົນ.

ການນິຍາມຄຳວ່າ “ພິເສດ”

ຂັ້ນຕອນຕໍ່ໄປແມ່ນການເບິ່ງສິ່ງທີ່ເຮັດໃຫ້ບາງສິ່ງບາງຢ່າງພິເສດ. ມີສິ່ງທີ່ຢູ່ເບື້ອງຂອງວັດຖຸນັ້ນ ຫຼື ພຽງແຕ່ກ່ອງທາງຈິດໃຈຂອງ "ສິ່ງພິເສດ" ທີ່ເຮົາໄດ້ກໍານົດຂຶ້ນເອງ? ເມື່ອເຮົາເບິ່ງສິ່ງທີ່ເຮັດໃຫ້ບາງຢ່າງພິເສດ, ເຮົາຈະເລີ່ມເຂົ້າໃຈພື້ນຖານທິດສະດີຂອງຄວາມ "ບໍ່ມີຫຍັງພິເສດ." ມັນບໍ່ມີຫຍັງພິເສດເລີຍຢູ່ເບື້ອງຂອງວັດຖຸເອງ. ແນວຄິດຂອງຄວາມ "ພິເສດ" ທັງໝົດມາຈາກຄວາມຄິດຂອງເຮົາເອງ, ຈາກກ່ອງທາງຈິດໃຈ "ພິເສດ" ຂອງເຮົາ. ມັນເປັນຕົວກອງທີ່ເຮົາໃຊ້ເພື່ອຮັບຮູ້ສິ່ງຕ່າງໆ: ອັນນີ້ພິເສດ, ອັນນັ້ນບໍ່.

ແລ້ວເຮົາສາມາດຖາມຕົວເອງໄດ້ວ່າເຮົານິຍາມຄວາມພິເສດແນວໃດ? ບາງຄົນຈະເວົ້າວ່າມັນເປັນສິ່ງທີ່ເປັນເອກະລັກ: "ນີ້ແມ່ນຮູບແຕ້ມພິເສດແທ້ໆ" ຫຼື "ນີ້ແມ່ນອາຫານພິເສດ." ແຕ່ບໍ່ແມ່ນທຸກສິ່ງມີເອກະລັກຂອງມັນບໍ? ບໍ່ມີສອງສິ່ງທີ່ຄືກັນແທ້. ຜັກກະລໍ່າປີແຕ່ລະຕົ້ນຢູ່ໃນກອງຂອງກະລ່ຳ ຕ່າງກໍເປັນຜັກກະລ່ຳທີ່ມີເອກະລັກ.

ແລ້ວ ເຮົາອາດຄິດວ່າ: "ເອີ, ສິ່ງຕ່າງໆ ກໍຕ້ອງຕ່າງກັນຢູ່ແລ້ວ. ຈະໃຫ້ພິເສດ, ມັນຕ້ອງມີຄວາມແຕກຕ່າງ.” ແຕ່ມັນຕ້ອງຕ່າງກັນປານໃດ? ເຮົາຈະແຕ້ມເສັ້ນຂັ້ນລະຫວ່າງຄວາມທຳມະດາ ແລະ ຄວາມພິເສດແນວໃດ? ເຮົາຈະສາມາດຕັດສິນໃຈໄດ້ແນວໃດ?

ແລ້ວ ເຮົາອາດເວົ້າໄດ້ວ່າສິ່ງທີ່ພິເສດຕ້ອງເປັນສິ່ງໃໝ່. ແຕ່ນັ້ນໝາຍເຖິງໃໝ່ສໍາລັບເຮົາ, ຫຼື ໃໝ່ສໍາລັບຈັກກະວານ? ເຮົາມັກຈະນິຍາມທຸກຢ່າງໃນແງ່ຂອງ "ເຮົາ," ແລະ ທຸກປະສົບການທີ່ເຮົາເຄີຍມີແມ່ນໃໝ່, ບໍ່ແມ່ນບໍ? ເຮົາບໍ່ໄດ້ປະສົບກັບສິ່ງທີ່ເຮົາປະສົບມື້ວານຄືກັບມື້ນີ້. ມື້ນີ້ບໍ່ແມ່ນມື້ວານ. ສະນັ້ນ ໃນແງ່ໜຶ່ງ, ທຸກສິ່ງແມ່ນພິເສດ, ເຊິ່ງໃນຕົວຈິງແມ່ນໝາຍຄວາມວ່າບໍ່ມີຫຍັງພິເສດ. ທຸກສິ່ງມີເອກະລັກ, ທຸກສິ່ງແຕກຕ່າງ, ແລະ ທຸກສິ່ງມີຄວາມສະເພາະຕົວ, ສະນັ້ນ ບໍ່ມີຫຍັງທີ່ເຮົາສາມາດສະແດງໄດ້ວ່າມີຄວາມພິເສດ. ຖ້າເຮົາເວົ້າວ່າບາງຢ່າງພິເສດເພາະເຮົາມັກມັນ, ເອີ ເຮົາທຸກຄົນຮູ້ວ່າສິ່ງທີ່ເຮົາມັກນັ້ນປ່ຽນແປງຕະຫຼອດເວລາ; ຖ້າເຮົາໄດ້ມັນມາຫຼາຍໂພດ, ເຮົາກໍຈະບໍ່ມັກມັນອີກ, ແລະ ຖ້າເຮົາມີມັນດົນໂພດ, ເຮົາກໍຈະເບື່ອ.

ນີ້ແມ່ນສິ່ງທີ່ເຮົາຕ້ອງພະຍາຍາມເຮັດເພື່ອຊ່ວຍເຮົາເອົາຊະນະການຕິດການເອົາສິ່ງຕ່າງໆ ເຂົ້າໄວ້ໃນກ່ອງ "ພິເສດ." "ສິ່ງທີ່ເຮົາຮູ້ສຶກດຽວນີ້ສໍາຄັນຫຼາຍ." ເປັນຫຍັງ? ເປັນຫຍັງມັນຈິ່ງຢູ່ໃນກ່ອງ "ສໍາຄັນ"? ສະນັ້ນ ສິ່ງທີ່ເຮົາພະຍາຍາມເຮັດແມ່ນການບໍ່ເບິ່ງສິ່ງຕ່າງໆ ໃນກ່ອງທາງຈິດໃຈທີ່ບໍ່ຈໍາເປັນ. ແນ່ນອນວ່າມີກ່ອງທີ່ເປັນປະໂຫຍດ, ທີ່ຈໍາເປັນ; ເຮົາຈະບໍ່ສາມາດເຂົ້າໃຈພາສາໄດ້ຖ້າບໍ່ມີມັນ. ຄົນເຮົາເຮັດສຽງທີ່ແຕກຕ່າງກັນດ້ວຍສຳນຽງ ແລະ ລະດັບສຽງທີ່ແຕກຕ່າງກັນເພື່ອເວົ້າຄຳດຽວກັນ, ເຊິ່ງເຮົາຈະແຕ່ສາມາດເຂົ້າໃຈໄດ້ກໍຕໍ່ເມື່ອມີກ່ອງທາງຈິດໃຈສຳລັບຄຳນັ້ນ.

ສະນັ້ນ ເຮົາບໍ່ສາມາດຖິ້ມທຸກກ່ອງໄດ້. ກ່ອງທາງຈິດໃຈບາງອັນກໍບໍ່ເປັນປະໂຫຍດ, ເພາະມັນເປັນອັດຕະວິໄສ, ເຊັ່ນ "ສິ່ງພິເສດ." ເມື່ອເຮົາເລີ່ມວິເຄາະມັນ, ມັນແມ່ນຢູ່ໃນທັດສະນະຄະຕິຂອງເຮົາທັງໝົດ: ສິ່ງທີ່ເຮົາເຊື່ອວ່າເປັນສິ່ງພິເສດ, ເຖິງວ່າເຮົາຈະບໍ່ສາມາດກໍານົດວ່າມັນພິເສດຫຍັງ.

ໃນທາງນີ້, ເຮົາບໍ່ພຽງແຕ່ໃຊ້ການຄວບຄຸມຕົນເອງ ແລະ ລະບຽບວິໄນເພື່ອເວົ້າວ່າ: "ເຮົາຈະບໍ່ເບິ່ງສິ່ງຕ່າງໆ ເປັນສິ່ງພິເສດ," ເພາະມັນເປັນເລື່ອງຍາກທີ່ຈະປະຕິບັດ. ແຕ່ດ້ວຍຄວາມເຂົ້າໃຈ, ເຮົາສາມາດເຫັນໄດ້ວ່າມັນເປັນພຽງສິ່ງທີ່ສ້າງຂຶ້ນໃນໃຈເທົ່ານັ້ນ, ແທ້ຈິງແລ້ວບໍ່ມີຫຍັງພິເສດ.

ການຝຶກຈິດໃຈດ້ວຍການເຂົ້າໃຈຄວາມຄິດແງ່ແນວຄິດ

ມີຫຼາຍລະດັບທີ່ເຮົາສາມາດຈັດການກັບທັດສະນະຄະຕິຂອງເຮົາດ້ວຍການຝຶກຈິດໃຈ. ເຮົາສາມາດຮັບຮູ້ສິ່ງຕ່າງໆ ຜ່ານກ່ອງທາງຈິດໃຈທີ່ແຕກຕ່າງກັນ, ແລະ ເຮົາສາມາດຍ້າຍສິ່ງທີ່ເຮົາເຫັນຈາກກ່ອງໜຶ່ງໄປອີກກ່ອງໜຶ່ງ. ສະນັ້ນ ແທນທີ່ຈະວາງຜູ້ໃດຜູ້ໜຶ່ງໄວ້ໃນກ່ອງ "ຄົນໜ້າລໍາຄານ, ຄົນມັກຈົ່ມ," ເຮົາກໍວາງໄວ້ໃນກ່ອງ "ຄົນບໍ່ເປັນສຸກ, ຄົນໂດດດ່ຽວ," ເຊິ່ງຈະປ່ຽນວິທີທີ່ເຮົາຮັບມືກັບຄົນຜູ້ນັ້ນຢ່າງສົມບູນ. ເຮົາຮັບຮູ້ວ່າບໍ່ມີຫຍັງຢູ່ເບື້ອງຂອງຄົນຜູ້ນັ້ນທີ່ເຮັດໃຫ້ເປັນແນວນັ້ນ, ແຕ່ຫາກແມ່ນທັດສະນະຄະຕິຂອງເຮົາຕໍ່ກັບວິທີທີ່ເຮົາຮັບຮູ້ເຂົາເຈົ້າທີ່ມີຜົນກະທົບຕໍ່ວິທີທີ່ເຮົາປະສົບ ແລະ ປະຕິບັດກັບເຂົາເຈົ້າ.

ການຈັດໝວດໝູ່ທາງຈິດໃຈບາງອັນ, ເຊັ່ນສິ່ງ "ພິເສດ," ແມ່ນບໍ່ມີປະໂຫຍດຫຍັງເລີຍ. ມີຄົນພິເສດ ແລະ ໂອກາດພິເສດ ແລະ ທຸກປະເພດ. ແຕ່ເຮົາເຄີຍຄິດບໍ ເວລາທີ່ເຮົາຄິດວ່າວັນເກີດ ຫຼື ປີໃໝ່ເປັນສິ່ງພິເສດ? ສິ່ງທີ່ເຮັດໃຫ້ມັນພິເສດແມ່ນຫຍັງ? ພຽງແຕ່ຍ້ອນວ່າຄົນຕັດສິນໃຈວ່າມັນພິເສດ. ບໍ່ມີຫຍັງພິເສດສະເພາະກ່ຽວກັບວັນທີ 1 ມັງກອນ, ແລະ ມື້ນັ້ນກໍບໍ່ໄດ້ສອດຄ່ອງກັບສິ່ງໃດໆ ທາງດາຣາສາດ. ໜ່ວຍໂລກໝູນອ້ອມດວງຕາເວັນ, ແລະ ເຮົາບໍ່ສາມາດຕັ້ງຈຸດເລີ່ມຕົ້ນໄດ້: “ເອົາ! ອັນນີ້ແມ່ນມື້ທໍາອິດຂອງປີ.” ມັນບໍ່ມີມື້ທໍາອິດ, ນັ້ນແມ່ນເຫດຜົນທີ່ວ່າວັດທະນະທໍາແຕ່ລະບ່ອນມີປີໃໝ່ຂອງຕົນເອງ. ບໍ່ມີຫຍັງພິເສດກ່ຽວກັບເລື່ອງນັ້ນ. ຖ້າເຮົາຢູ່ໃນວັດທະນະທໍາທີ່ສະຫຼອງປີໃໝ່, ບໍ່ຈໍາເປັນຕ້ອງຈົ່ມ ຫຼື ຄິດວ່າມັນໂງ່, ແຕ່ກໍບໍ່ຈໍາເປັນຕ້ອງຕື່ນເຕັ້ນກັບມັນຫຼາຍ ແລະ ເຮັດໃຫ້ມັນເປັນເລື່ອງໃຫຍ່.

ເມື່ອເຮົາເຂົ້າໃຈລັກສະນະພື້ນຖານນີ້ຂອງວິທີການເຮັດວຽກຂອງຄວາມຄິດແງ່ແນວຄິດ, ກັບກ່ອງທາງຈິດໃຈ ແລະ ໝວດໝູ່ ແລະ ລັກສະນະການກໍານົດ ຫຼື ຄຸນນະສົມບັດເຫຼົ່ານີ້, ເຮົາກໍສາມາດໃຊ້ມັນໃນເວລາທີ່ມັນເປັນປະໂຫຍດ ແລະ ວາງມັນລົງເມື່ອມັນບໍ່ມີປະໂຫຍດ.

ສຸດທ້າຍ, ເມື່ອເຮົາປ່ຽນ ແລະ ປັບປຸງທັດສະນະຄະຕິຂອງເຮົາ, ຕ້ອງມີແຮງຈູງໃຈ, ແລະ ຄວາມອົດທົນຫຼາຍ. ເມື່ອເຮົາຄຸ້ນເຄີຍກັບການປ່ຽນແປງໂດຍຜ່ານການປະຕິບັດຊ້ຳໆ ແລ້ວ, ມັນກໍຈະເຂົ້າມາຢູ່ໃນຊີວິດປະຈໍາວັນຂອງເຮົາແບບທໍາມະຊາດ. ສິ່ງທີ່ເຮົາຕ້ອງເຮັດໃນເວລາທີ່ເຮົາຮູ້ສຶກບໍ່ເປັນສຸກແມ່ນການເຕືອນຕົວເອງວ່າ: "ເອີຍ, ເຮົາມີແຕ່ຄິດກ່ຽວກັບເຮົາ, ເຮົາ, ເຮົາ."

ການຝຶກທັດສະນະຄະຕິເປັນຂະບວນການທີ່ຍາວນານ, ແຕ່ເປັນອັນທີ່ຄຸ້ມຄ່າຫຼາຍ.

ສະຫຼຸບ

ເຮົາຕື່ນນອນແຕ່ລະເຊົ້າດ້ວຍເປົ້າໝາຍດຽວກັນຄື: ເຮົາຢາກມີອະນາຄົດທີ່ດີກວ່າ ແລະ ມີຄວາມສຸກກວ່າ. ໃນນີ້, ເຮົາທຸກຄົນແມ່ນຄືກັນ. ເຮົາທັງໝົດມີຄວາມສະເໝີພາບໃນການຄິດວ່າ "ເຮົາ" ເປັນສູນກາງຂອງຈັກກະວານ, ຄວາມຈິງທີ່ເຮັດໃຫ້ເຮົາມີບັນຫາທີ່ບໍ່ບອກໄດ້ເລີຍ. ຍ້ອນຄວາມຍົກຍໍຕົນເອງ, ເຊິ່ງເບິ່ງຄືວ່າໜ້າດຶງດູດໃຈຫຼາຍເພາະມັນດູແລ "ເຮົາ," ຕົວຈິງແລ້ວ ເຮົາມຸ່ງສູ່ຄວາມບໍ່ເປັນສຸ, ແລະ ຫ່າງຈາກຄວາມສຸກທີ່ເຮົາປາຖະໜາຍິ່ງ. ເມື່ອເຮົາເລີ່ມເຂົ້າໃຈຄວາມເປັນຈິງ, ວິທີການທີ່ສິ່ງຕ່າງໆ ດຳລົງຢູ່ແທ້, ທັງໝົດນີ້ກໍຈະຫັນໄປສູ່ຄວາມເປັນຈິງ. ຊີວິດຈະຂຶ້ນ ແລະ ລົງ, ແບບນີ້ໄປຕະຫຼອດ; ເຮົາບໍ່ສາມາດຄວບຄຸມສິ່ງນີ້ໄດ້, ແຕ່ສິ່ງທີ່ເຮົາສາມາດຄວບຄຸມໄດ້ແມ່ນທັດສະນະຄະຕິຂອງເຮົາເອງ: ເຮົາຕອບສະໜອງແນວໃດ, ແຕ່ລະຂະນະເວລາ, ກັບສິ່ງທີ່ເຮົາປະສົບ. ດ້ວຍຄວາມພະຍາຍາມ, ເຮົາຈະສາມາດປ່ຽນຊີວິດຂອງເຮົາໃຫ້ມີຄວາມສຸກ, ທີ່ເຮົາເອົາໃຈໃສ່ກັບຕົວເຮົາເອງ ແລະ ຜູ້ອື່ນ, ບໍ່ວ່າສະພາບການພາຍນອກຈະເປັນແນວໃດ.

Top