ອົງພຣະດາໄລ ລາມະ ເນື່ອງໃນວັນຄຸ້ມຄອງໂລກຄົບຮອບປີທີ 50

Sb nasa earth

ເນື່ອງໃນວັນຄົບຮອບປີທີ 50 ຂອງວັນຄຸ້ມຄອງໂລກນີ້, ໜ່ວຍໂລກຂອງເຮົາກຳລັງປະເຊີນກັບຄວາມທ້າທາຍທີ່ໃຫຍ່ທີ່ສຸດອັນໜຶ່ງຕໍ່ສຸຂະພາບ ແລະ ສະຫວັດດີພາບຂອງປະຊາຊົນຂອງເພິ່ນ. ແຕ່ແລ້ວ, ທ່າມກາງຄວາມທ້າທາຍອັນນີ້, ເຮົາກໍຖືກຢ້ຳເຕືອນເຖິງຄຸນຄ່າຂອງຄວາມເຫັນໃຈ ແລະ ການຊຸກຍູ້ເຊິ່ງກັນ ແລະ ກັນ. ການລະບາດໃຫຍ່ທົ່ວໂລກໃນປະຈຸບັນນີ້ຂົ່ມຂູ້ເຮົາທຸກຄົນ, ໂດຍບໍ່ຈຳແນກເຊື້ອຊາດ, ວັດທະນະທຳ ຫຼື ເພດ, ແລະ ການຕອບໂຕ້ຂອງເຮົາຕ້ອງເປັນດັ່ງມວນມະນຸດໜຶ່ງດຽວ, ເຊິ່ງສະໜອງຕໍ່ຄວາມຕ້ອງການທີ່ຈຳເປັນທີ່ສຸດຂອງທຸກຄົນ. 

ບໍ່ວ່າເຮົາຈະມັກ ຫຼື ບໍ່, ເຮົາໄດ້ເກີດຂຶ້ນມາໃນໂລກນີ້ເປັນສ່ວນໜຶ່ງຂອງຄອບຄົວໃຫຍ່. ຮັ່ງມີ ຫຼື ທຸກຈົນ, ມີການສຶກສາ ຫຼື ບໍ່ມີ, ເປັນຄົນຂອງຊາດໜຶ່ງ ຫຼື ຊາດອື່ນ, ໃນທີ່ສຸດແລ້ວເຮົາແຕ່ລະຄົນກໍເປັນພຽງແຕ່ມະນຸດຄືຄົນອື່ນ. ຍິ່ງໄປກວ່ານັ້ນ, ເຮົາທຸກຄົນມີສິດອັນດຽວກັນທີ່ຈະໄຂວ່ຄວ້າຫາຄວາມສຸກ ແລະ ຫຼີກໜີຄວາມທຸກທໍລະມານ. ເມື່ອເຮົາເຫັນໄດ້ວ່າສິ່ງມີຊີວິດທັງໝົດເທົ່າທຽມກັນໃນລັກສະນະນີ້, ເຮົາຈະຮູ້ສຶກເຫັນອົກເຫັນໃຈ ແລະ ໃກ້ຊິດກັບຄົນອື່ນໂດຍອັດຕະໂນມັດ. ຈາກນີ້ກໍຈະເກີດຄວາມຮູ້ສຶກຮັບຜິດຊອບສາກົນອັນແທ້ຈິງ: ຄວາມປາຖະໜາຢ່າງຫ້າວຫັນທີ່ຈະຊ່ວຍຜູ້ອື່ນເອົາຊະນະບັນຫາຂອງເຂົາ. 

ແຜ່ນດິນແມ່ຂອງເຮົາກຳລັງສອນບົດຮຽນໃຫ້ເຮົາກ່ຽວກັບຄວາມຮັບຜິດຊອບສາກົນ. ໜ່ວຍໂລກສີຟ້ານີ້ເປັນທີ່ຢູ່ອາໄສທີ່ສວຍງາມ. ຊີວິດຂອງເພິ່ນຄືຊີວິດຂອງເຮົາ; ອະນາຄົດເພິ່ນ, ອະນາຄົດເຮົາ. ແນ່ນອນວ່າໜ່ວຍໂລກປະພຶດຕົນຄືແມ່ຂອງເຮົາທຸກຄົນ; ໃນຖານະລູກຂອງເພິ່ນ, ເຮົາເພິ່ງພາອາໄສເພິ່ນ. ໃນຕໍ່ໜ້າບັນຫາລະດັບໂລກທີ່ເຮົາກຳລັງຜ່ານຜ່າຢູ່ນີ້ ສິ່ງສຳຄັນແມ່ນເຮົາຕ້ອງເຮັດວຽກຮ່ວມກັນ. 

ອາຕະມາມາຊາບຊຶ້ງເຖິງຄວາມສຳຄັນຂອງບັນຫາສິ່ງແວດລ້ອມ ກໍຕອນຫຼັງຈາກທີ່ໄດ້ໜີອອກຈາກທິເບດໃນປີ 1959, ບ່ອນທີ່ເຮົາຖືຢູ່ສະເໝີວ່າສິ່ງແວດລ້ອມເປັນສິ່ງບໍລິສຸດ. ເມື່ອໃດທີ່ເຮົາເຫັນແມ່ນ້ຳໄຫຼ, ເປັນຕົ້ນ, ຈະບໍ່ມີຄວາມກັງວົນວ່າມັນປອດໄພທີ່ຈະດື່ມ ຫຼື ບໍ່. ໜ້າເສົ້າທີ່ພຽງແຕ່ນ້ຳສະອາດໃຫ້ດື່ມກໍຍັງເປັນບັນຫາໃຫຍ່ທົ່ວໂລກໃນທຸກມື້ນີ້. 

ເຮົາຕ້ອງຮັບປະກັນວ່າຜູ້ປ່ວຍ ແລະ ຜູ້ບໍລິການສຸຂະພາບຜູ້ກ້າຫານທົ່ວໂລກສາມາດເຂົ້າເຖິງຄວາມຈຳເປັນພື້ນຖານຂອງນ້ຳສະອາດ ແລະ ສຸຂາພິບານທີ່ເໝາະສົມເພື່ອປ້ອງກັນການແຜ່ຂະຫຍາຍຂອງພະຍາດຢ່າງຄວບຄຸມບໍ່ໄດ້. ສຸຂະອະນາໄມຄືໜຶ່ງໃນພື້ນຖານຂອງການຮັກສາສຸຂະພາບທີ່ມີປະສິດທິຜົນ. 

ການເຂົ້າເຖິງສະຖານທີ່ຮັກສາສຸຂະພາບທີ່ມີພະນັກງານ ແລະ ອຸປະກອນທີ່ເໝາະສົມຈະຊ່ວຍເຮົາປະເຊີນກັບຄວາມທ້າທາຍຂອງການລະບາດໃຫຍ່ຄັ້ງນີ້ທີ່ທຳລາຍໂລກເຮົາ. ມັນຍັງຈະສະໜອງການປ້ອງກັນອັນເຂັ້ມແຂງຕໍ່ວິກິດການສາທາລະນະສຸກໃນອະນາຄົດອີກດ້ວຍ. ອາຕະມາເຂົ້າໃຈວ່ານີ້ຄືຈຸດປະສົງອັນຊັດເຈນທີ່ຕັ້ງຂຶ້ນໃນເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດທີ່ຈັດການກັບຄວາມທ້າທາຍຕໍ່ສຸຂະພາບໂລກ. 

ດັ່ງທີ່ເຮົາປະເຊີນກັບວິກິດການນີ້ນຳກັນ, ມັນເປັນສິ່ງຈຳເປັນທີ່ເຮົາຈະປະພຶດດ້ວຍນ້ຳໃຈສາມັກຄີ ແລະ ການຮ່ວມມືເພື່ອຕອບສະໜອງຄວາມຕ້ອງການຮີບດ່ວນ, ໂດຍສະເພາະຂອງອ້າຍເອື້ອຍນ້ອງທົ່ວໂລກທີ່ໂຊກບໍ່ດີທໍ່ເຮົາ. ອາຕະມາຫວັງ ແລະ ພາວະນາວ່າໃນຫຼາຍວັນຕໍ່ໜ້າ, ເຮົາແຕ່ລະຄົນຈະເຮັດທຸກຢ່າງທີ່ເຮົາເຮັດໄດ້ເພື່ອສ້າງໂລກທີ່ເປັນສຸກ ແລະ ສຸຂະພາບດີກວ່າ. 

ດາໄລ ລາມະ

22 ເມສາ 2020

Top