ຂໍ້ຄວາມຂອງອົງພຣະດາໄລ ລາມະ ຕໍ່ COP26

Uv hhdl cop message

ອາຕະມາມີຄວາມຍິນດີທີ່ຮູ້ວ່າກອງປະຊຸມການປ່ຽນແປງດິນຟ້າອາກາດຂອງສະຫະປະຊາຊາດ - COP26 - ເພື່ອແກ້ໄຂພາວະສຸກເສີນດ້ານສະພາບອາກາດທີ່ພວກເຮົາກໍາລັງປະເຊີນໃນປະຈຸບັນນີ້ຈະຈັດຂຶ້ນຢູ່ເມືອງກລາສ໌ໂກ, ປະເທດສກັອດແລນ.

ພາວະໂລກຮ້ອນແມ່ນຄວາມເປັນຈິງທີ່ຮີບດ່ວນ. ບໍ່ມີໃຜໃນພວກເຮົາທີ່ສາມາດປ່ຽນແປງອາດີດໄດ້. ແຕ່ເຮົາທຸກຄົນ ຢູ່ໃນຕໍາແໜ່ງທີ່ຈະປະກອບສ່ວນເຂົ້າໃນອະນາຄົດທີ່ດີກວ່າ. ແທ້ຈິງແລ້ວ, ພວກເຮົາມີຄວາມຮັບຜິດຊອບຕໍ່ຕົວເຮົາເອງ ແລະ ກວ່າເຈັດພັນລ້ານຄົນທີ່ມີຊີວິດຢູ່ໃນມື້ນີ້ ເພື່ອຮັບປະກັນວ່າເຮົາທຸກຄົນສາມາດສືບຕໍ່ດໍາລົງຊີວິດຢູ່ໃນສັນຕິພາບ ແລະ ຄວາມປອດໄພ. ດ້ວຍຄວາມຫວັງ ແລະ ຄວາມຕັ້ງໃຈ, ພວກເຮົາຕ້ອງດູແລທັງຊີວິດຂອງຕົນເອງ ແລະ ຂອງເພື່ອນບ້ານທັງໝົດ.

ບັນພະບຸລຸດຂອງພວກເຮົາໄດ້ເບິ່ງແຜ່ນດິນໂລກເປັນສິ່ງອຸດົມສົມບູນ ແລະ ຮັ່ງມີ, ເຊິ່ງມັນແມ່ນ, ແຕ່ຍິ່ງກວ່ານັ້ນ ແມ່ນມັນເປັນເຮືອນຫຼັງດຽວຂອງເຮົາ. ພວກເຮົາຕ້ອງປົກປັກຮັກສາມັນບໍ່ພຽງແຕ່ສໍາລັບຕົວເຮົາເອງ, ແຕ່ຍັງສໍາລັບລຸ້ນໃນອະນາຄົດ, ແລະສໍາລັບສາຍພັນທີ່ນັບບໍ່ຖ້ວນທີ່ພວກເຮົາແບ່ງປັນດາວໄດ້.

ພູພຽງທິເບດ, ອ່າງເກັບຫິມະ ແລະ ນ້ຳກ້ອນທີ່ໃຫຍ່ທີ່ສຸດນອກເໜືອຈາກຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້, ມັກຈະຖືກເອີ້ນວ່າ “ຂົ້ວໂລກທີສາມ.” ທິເບດແມ່ນແຫຼ່ງຂອງແມ່ນ້ຳທີ່ສໍາຄັນຈໍານວນໜຶ່ງຂອງໂລກ, ເຊິ່ງລວມມີ ພົມມະບຸດ, ຄົງຄາ, ສິນທຸ, ແມ່ນໍ້າຂອງ, ສາລະວິນ, ແມ່ນ້ຳເຫຼືອງ ແລະ ແຢງຊີ. ແມ່ນ້ຳເຫຼົ່ານີ້ເປັນແຫຼ່ງຊີວິດເພາະມັນສະໜອງນ້ຳດື່ມ, ຊົນລະປະທານເພື່ອກະສິກຳ, ແລະ ໄຟຟ້ານ້ຳຕົກ, ໃຫ້ແກ່ປະຊາຊົນເກືອບ 2 ຕື້ຄົນໃນທົ່ວເອເຊຍ. ການລະລາຍຂອງເທືອກນ້ຳກ້ອນຈໍານວນຫຼາຍຂອງທິເບດ, ການສ້າງເຂື່ອນ ແລະ ການແບ່ງແຍກຂອງແມ່ນ້ຳ, ແລະ ການທໍາລາຍປ່າຢ່າງແຜ່ຫຼາຍ, ເປັນຕົວຢ່າງວ່າການລະເລີຍດ້ານນິເວດໃນພື້ນທີ່ໜຶ່ງສາມາດສົ່ງຜົນສະທ້ອນເກືອບທຸກບ່ອນ.

ໃນມື້ນີ້, ພວກເຮົາຈໍາເປັນຕ້ອງໄດ້ແກ້ໄຂອະນາຄົດບໍ່ແມ່ນດ້ວຍຄຳພາວະນາທີ່ກະຕຸ້ນໂດຍຄວາມຢ້ານກົວ, ແຕ່ໂດຍການດໍາເນີນການຕາມຄວາມເປັນຈິງໂດຍອີງໃສ່ຄວາມເຂົ້າໃຈທາງວິທະຍາສາດ. ຜູ້ອາໄສຂອງດາວເຄາະຂອງເຮົາແມ່ນອາໄສເຊິ່ງກັນ ແລະ ກັນຢ່າງບໍ່ເຄີຍມີມາກ່ອນ. ທຸກສິ່ງຢ່າງທີ່ພວກເຮົາເຮັດນັ້ນມີຜົນກະທົບຕໍ່ເພື່ອນມະນຸດຂອງເຮົາ, ເຊັ່ນດຽວກັນກັບສັດ ແລະ ພືດນັບບໍ່ຖ້ວນ.

ມະນຸດເຮົາເປັນສັດຊະນິດດຽວທີ່ມີພະລັງທີ່ຈະທຳລາຍແຜ່ນດິນໂລກໄດ້, ແຕ່ເຮົາຍັງເປັນສາຍພັນທີ່ມີຄວາມສາມາດໃນການປົກປ້ອງມັນ. ພວກເຮົາຕ້ອງປະເຊີນໜ້າກັບບັນຫາການປ່ຽນແປງຂອງດິນຟ້າອາກາດໃນລະດັບການຮ່ວມມືສາກົນເພື່ອຜົນປະໂຫຍດຂອງທຸກຄົນ. ແຕ່ເຮົາຍັງຕ້ອງເຮັດສິ່ງທີ່ເຮົາສາມາດເຮັດໄດ້ໃນຂັ້ນບຸກຄົນ. ເຖິງແມ່ນວ່າການກະທຳປະຈໍາວັນເລັກໆ ນ້ອຍໆ, ເຊັ່ນວິທີທີ່ເຮົາໃຊ້ນ້ຳ ແລະ ວິທີທີ່ເຮົາກໍາຈັດສິ່ງທີ່ເຮົາບໍ່ຕ້ອງການ, ກໍມີຜົນສະທ້ອນ. ພວກເຮົາຕ້ອງເຮັດໃຫ້ການດູແລສະພາບແວດລ້ອມທໍາມະຊາດຂອງເຮົາເປັນສ່ວນໜຶ່ງຂອງຊີວິດປະຈໍາວັນຂອງເຮົາ, ແລະ ຮຽນຮູ້ສິ່ງທີ່ວິທະຍາສາດສອນເຮົາ.

ອາຕະມາຮູ້ສຶກມີກໍາລັງໃຈທີ່ເຫັນວ່າຮຸ່ນໜຸ່ມຂອງພວກເຮົາໄດ້ຮຽກຮ້ອງໃຫ້ມີການລົງມືຢ່າງຈິງຈັງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ສິ່ງນີ້ເປັນຄວາມຫວັງສໍາລັບອະນາຄົດ. ຄວາມມານະພະຍາຍາມຂອງນັກເຄື່ອນໄຫວໜຸ່ມຄືເກຣຕາ ທັນເບີກ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມຈຳເປັນທີ່ຕ້ອງຮັບຟັງວິທະຍາສາດ ແລະ ປະຕິບັດຕາມເພິ່ນແມ່ນສຳຄັນຫຼາຍ. ເນື່ອງຈາກທ່າທີຂອງເຂົາເຈົ້າຕິດພັນກັບຕົວຈິງ, ພວກເຮົາຕ້ອງຊຸກຍູ້ເຂົາເຈົ້າ.

ອາຕະມາເນັ້ນໜັກສະເໝີເຖິງຄວາມສໍາຄັນຂອງການຮັກສາສຳນຶກຂອງຄວາມເປັນໜຶ່ງຂອງມະນຸດ, ຄວາມຄິດທີ່ວ່າມະນຸດທຸກຄົນເປັນສ່ວນໜຶ່ງຂອງພວກເຮົາ. ໄພຂົ່ມຂູ່ຂອງພາວະໂລກຮ້ອນ ແລະ ການປ່ຽນແປງຂອງດິນຟ້າອາກາດບໍ່ຈຳກັດຂອບເຂດຊາຍແດນແຫ່ງຊາດ; ມັນມີຜົນກະທົບຕໍ່ພວກເຮົາທັງຫມົດ.

ໃນຂະນະທີ່ພວກເຮົາປະເຊີນກັບວິກິດການນີ້ຮ່ວມກັນ, ມັນເປັນສິ່ງຈໍາເປັນທີ່ເຮົາຕ້ອງປະຕິບັດຈິດໃຈສາມັກຄີ ແລະ ການຮ່ວມມືເພື່ອຈໍາກັດຜົນສະທ້ອນຂອງມັນ. ອາຕະມາຫວັງ ແລະ ພາວະນາວ່າຜູ້ນໍາຂອງເຮົາຈະເຕົ້າໂຮມຄວາມເຂັ້ມແຂງເພື່ອດໍາເນີນການລວມເພື່ອແກ້ໄຂເຫດການສຸກເສີນນີ້, ແລະ ກໍານົດເວລາສໍາລັບການປ່ຽນແປງ. ພວກເຮົາຕ້ອງລົງມືເພື່ອເຮັດໃຫ້ໂລກນີ້ມີຄວາມປອດໄພ, ມີສີຂຽວ ແລະ ມີຄວາມສຸກເພີ່ມເຕີມ.

ດ້ວຍຄຳພາວະນາ ແລະ ຄວາມປາຖະໜາ

ດາໄລ ລາມະ

31 ຕຸລາ 2021 

Top