ໂລກທີ່ເຮົາອາໄສຢູ່ນີ້ມີຄວາມຊັບຊ້ອນ, ຄວາມເປັນສາກົນ ແລະ ການເອື່ອຍອີງກັນຫຼາຍຂຶ້ນ. ສິ່ງທ້າທາຍທີ່ປະເຊີນໜ້າກັບຄົນລຸ້ນໃໝ່ໃນປະຈຸບັນ ແລະ ອະນາຄົດແມ່ນມີລັກສະນະກວ້າງຂວາງ ແລະ ແກ່ຍາວໄປສູ່ອະນາຄົດ. ການແກ້ໄຂຂອງມັນແນ່ນອນທີ່ສຸດຮຽກຮ້ອງໃຫ້ມີວິທີການໃໝ່ຂອງການຄິດ ແລະ ການແກ້ໄຂບັນຫາທີ່ເປັນການຮ່ວມມື, ເປັນສະຫະວິທະຍາການ ແລະ ມຸ່ງເນັ້ນທົ່ວໂລກ. ຄວາມເຫັນໃຈຢ່າງດຽວບໍ່ພຽງພໍສໍາລັບການມີສ່ວນຮ່ວມກັບໂລກ. ເຮົາຕ້ອງເສີມຄວາມເຫັນໃຈດ້ວຍການຕັດສິນໃຈທີ່ມີຄວາມຮັບຜິດຊອບບົນພື້ນຖານຄວາມເຂົ້າໃຈໃນລະບົບທີ່ກວ້າງຂວາງທີ່ເຮົາດໍາລົງຊີວິດຢູ່.
ກອບທົ່ວໂລກອາດເບິ່ງຄືເປັນຕາຢ້ານໃນຕອນທໍາອິດ, ແຕ່ມັນຖືກສ້າງຂຶ້ນຈາກຄວາມຮູ້ ແລະ ທັກສະດຽວກັບທີ່ຄົ້ນຄວ້າໃນກອບຂັ້ນບຸກຄົນ ແລະ ສັງຄົມ, ພຽງແຕ່ຂະຫຍາຍໄປສູ່ຊຸມຊົນ, ສັງຄົມ ແລະ ຊຸມຊົນໂລກຂອງເຮົາ. ຂໍ້ຊີ້ບອກແມ່ນວ່າ, ໃນທາງດຽວກັບທີ່ເຮົາສາມາດເຂົ້າໃຈພຶຕິກໍາຂອງເຮົາເອງ ແລະ ຂອງຄົນອື່ນ, ຄວາມສາມາດໃນການເຂົ້າໃຈວິທີການເຮັດວຽກຂອງລະບົບກໍເປັນມາແຕ່ກໍາເນີດເຊັ່ນກັນ. ໂດຍການລົງເລິກຄວາມສຳນຶກນີ້ ແລະ ການນຳໃຊ້ແນວຄິດວິເຄາະເຂົ້າໃນສະຖານະການທີ່ຊັບຊ້ອນ, ການມີສ່ວນຮ່ວມທາງຈາຣິຍະທັມກໍສາມາດເກີດຂຶ້ນໄດ້. ການແກ້ໄຂບັນຫາກາຍເປັນຂະບວນການແບບອົງລວມຫຼາຍຂຶ້ນ, ໂດຍຫຼີກເວັ້ນທ່າອ່ຽງຂອງເຮົາທີ່ຈະແບ່ງແຍກບັນຫາອອກເປັນສ່ວນຍ່ອຍ, ຂາດການເຊື່ອງໂຍງກັນ.
ກອບໂລກຈະຖືກຄົ້ນຄວ້າໂດຍຜ່ານຫົວຂໍ້ຕໍ່ໄປນີ້:
- ການເຂົ້າໃຈເຖິງການເພິ່ງພາອາໄສກັນ
- ການເຫັນເຖິງຄວາມເປັນມະນຸດຊາດຮ່ວມກັນ
- ການມີສ່ວນຮ່ວມຂອງຊົມຊົນ ແລະ ໂລກ
ການເຂົ້າໃຈເຖິງການເພິ່ງພາອາໄສກັນ
ການເພິ່ງພາອາໄສກັນແມ່ນແນວຄວາມຄິດທີ່ວ່າສິ່ງ ແລະ ເຫດການຕ່າງໆ ບໍ່ໄດ້ເກີດຂຶ້ນໂດຍປາສະຈາກບໍລິບົດ, ແຕ່ຈະຂຶ້ນກັບສິ່ງ ແລະ ເຫດການອື່ນຫຼາຍອັນ ສໍາລັບການມີຕົວຕົນຢູ່ຂອງມັນ. ຕົວຢ່າງ, ຄາບເຂົ້າທຳມະດາທີ່ເຮົາກິນແມ່ນມາຈາກຫຼາຍແຫຼ່ງ ແລະ ຫຼາຍຄົນ ຖ້າເຮົານຳກັບໄປເບິ່ງສ່ວນປະກອບວ່າໃຜມີສ່ວນຮ່ວມໃນຂັ້ນຕອນ ແລະ ມາຈາກພື້ນທີ່ໃດແດ່. ການເພິ່ງພາອາໄສກັນຍັງໝາຍຄວາມວ່າການປ່ຽນແປງໃນພື້ນທີ່ໜຶ່ງຈະນຳໄປສູ່ການປ່ຽນແປງຢູ່ບ່ອນອື່ນ. ຜົນຈະມີເຫດ, ແລະ ອັນທີ່ຈິງ ອາດເກີດຂຶ້ນຍ້ອນຫຼາກຫຼາຍສາເຫດ ແລະ ເງື່ອນໄຂກໍມີ.
ຈຸດປະສົງຂອງການສະແດງໃຫ້ເຫັນກ່ຽວກັບການເພິ່ງພາອາໄສກັນບໍ່ແມ່ນເພື່ອພັດທະນາຄວາມເຂົ້າໃຈລ້າໆຂອງວິທີການເຮັດວຽກຂອງລະບົບໃນໂລກຂອງເຮົາ, ແຕ່ເພື່ອເຊື່ອມໂຍງຄວາມຮູ້ໃສ່ກັບຄວາມກັງວົນຂອງເຮົາທີ່ມີຕໍ່ຕົນເອງ, ຄົນອື່ນ ແລະ ໂລກ. ເຮົາສາມາດຄົ້ນຄວ້າກ່ຽວກັບການເພິ່ງພາອາໄສກັນຈາກສອງທັດສະນະ:
- ຄວາມເຂົ້າໃຈລະບົບທີ່ເພິ່ງພາອາໄສກັນ
- ບຸກຄົນພາຍໃນບໍລິບົດຂອງລະບົບ
ຄວາມເຂົ້າໃຈລະບົບທີ່ເພິ່ງພາອາໄສກັນ ນັ້ນກ່ຽວຂ້ອງກັບການຍ້າຍຈາກຈຸດສຸມ "ພາຍໃນ" ແລະ "ຜູ້ອື່ນ" ໄປສູ່ "ພາຍນອກ" ໃນລະບົບທີ່ກວ້າງກວ່າ. ເຮົາຫັນສຳນຶກຂອງເຮົາໄປສູ່ການເຂົ້າໃຈຫຼັກການຂອງລະບົບທີ່ເພິ່ງພາອາໄສກັນ ແລະ ລະບົບທີ່ເປັນທົ່ວໂລກ, ເຊັ່ນ ເຫດ ແລະ ຜົນ. ກັບ ບຸກຄົນພາຍໃນບໍລິບົດຂອງລະບົບ, ເຮົາເຫັນວ່າການມີຢູ່ຂອງເຮົານັ້ນ, ຄືກັບຄົນອື່ນທີ່ຢູ່ອ້ອມຂ້າງເຮົາ, ມີຄວາມກ່ຽວຂ້ອງກັບເຫດການ, ສາເຫດ ແລະ ຄົນທົ່ວໂລກຫຼາຍອັນ.
ການເຂົ້າໃຈລະບົບທີ່ເພິ່ງພາອາໄສກັນ
ການເພິ່ງພາອາໄສກັນເປັນທັງກົດແຫ່ງທຳມະຊາດ ແລະ ຄວາມເປັນຈິງພື້ນຖານຂອງຊີວິດມະນຸດ. ບໍ່ມີໃຜສາມາດດຳລົງຊີວິດຢູ່ໄດ້, ຢ່າວ່າແຕ່ຈະຈະເລີນຮຸ່ງເຮືອງເລີຍ, ໂດຍປາສະຈາກການສະໜັບສະໜູນຂອງຄົນອື່ນນັບບໍ່ຖ້ວນທີ່ເຮັດວຽກເພື່ອສະໜອງສິ່ງຈໍາເປັນພື້ນຖານທາງອາຫານ, ນ້ໍາ ແລະ ທີ່ພັກອາໄສ, ລວມເຖິງໂຄງລ່າງພື້ນຖານທີ່ເປັນເສົາຄ້ຳໃຫ້ກັບສະຖາບັນນັບບໍ່ຖ້ວນທີ່ຮັບຜິດຊອບດ້ານການສຶກສາ, ການບັງຄັບໃຊ້ກົດຫມາຍ, ລັດຖະບານ, ການກະສິກໍາ, ການຂົນສົ່ງ, ການດູແລສຸຂະພາບ, ແລະ ອື່ນໆ. ວິກິດການທີ່ສຳຄັນ ແລະ ໄດ້ຮັບການເຜີຍແຜ່ເປັນຢ່າງດີ, ເຊັ່ນ ພາວະເສຖະກິດຖົດຖອຍລະຫວ່າງປະເທດໃນປີ 2007-2009 ແລະ ຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ການປະທະກັນທີ່ຮຸນແຮງໃນທົ່ວໂລກ, ສະແດງໃຫ້ເຫັນເຖິງການເພິ່ງພາອາໄສກັນທາງເສຖະກິດ ແລະ ລະບົບນິເວດໃນລະດັບໂລກ.
ໃນສັງຄົມດັ້ງເດີມ, ຄວາມຮູ້ສຶກເຊື່ອມໂຍງກັບຄົນອື່ນໄດ້ຖືກຝັງເລິກກວ່າຫຼາຍໃນຊີວິດປະຈໍາວັນ. ຄວາມຢູ່ລອດມັກຂຶ້ນກັບການແບ່ງປັນ ແລະ ແລກປ່ຽນຊັບພະຍາກອນ ແລະ ການຮ່ວມມືທາງສັງຄົມປະເພດອື່ນ, ນັບແຕ່ການເກັບກ່ຽວຜົນລະປູກໄປຈົນເຖິງການສ້າງໂຄງສ້າງ ແລະ ຕໍ່ສູ້ກັບສັດຮຸກຮານ. ນັບຕັ້ງແຕ່ການປະຕິວັດອຸສາຫະກໍາ, ດ້ວຍຄວາມຕ້ອງການທີ່ຈະປັບປຸງສະຖານະທາງເສຖະກິດ, ເຮົາໄດ້ເຄື່ອນຍ້າຍຫຼາຍຂຶ້ນ ແລະ ຕັດການເຊື່ອມໂຍງກັບຊຸມຊົນ. ສິ່ງນີ້ໄດ້ເຮັດໃຫ້ເກີດພາບລວງຕາຂອງຄວາມເປັນອິສະຫຼະ, ເຮັດໃຫ້ມັນງ່າຍທີ່ຈະເຊື່ອວ່າ, ເມື່ອເຖິງໄວຜູ້ໃຫຍ່ແລ້ວ, ເຮົາຈະບໍ່ຕ້ອງການຄົນອື່ນອີກຕໍ່ໄປ. ຄວາມຮູ້ສຶກພໍພຽງໃນຕົນແບບຜິດໆ ນີ້ກໍ່ໃຫ້ເກີດຄວາມຮູ້ສຶກໂດດດ່ຽວທາງຈິດໃຈ ແລະ ສັງຄົມທີ່ເພີ່ມຂຶ້ນ. ເຮົາເປັນສັດສັງຄົມທີ່ການຢູ່ລອດ, ລວມເຖິງຄວາມສຸກທາງໃຈ, ຂຶ້ນກັບການພົວພັນກັບຄົນອື່ນ.
ຄົນໃນບໍລິບົດຂອງລະບົບ
ເພື່ອເຮັດໃຫ້ຄວາມເຂົ້າໃຈຂອງເຮົາກ່ຽວກັບລະບົບທີ່ເພິ່ງພາອາໄສກັນມີຄວາມໝາຍ, ເຮົາຕ້ອງໄດ້ເສີມໃຫ້ສົມບູນໂດຍການເບິ່ງວ່າເຮົາທັງໝົດເຂົ້າກັນໄດ້ແນວໃດກັບພາບລວມໃນວົງກວ້າງ. ອັນນີ້ຈະຊ່ວຍຕ້ານກັບທ່າອ່ຽງທີ່ຈະເຂົ້າໃຈຜິດວ່າຕົວເຮົາບໍ່ໄດ້ເຊື່ອມໂຍງກັບຄົນອື່ນ, ຫຼື ເປັນເອກະລາດຈາກລະບົບໃນວົງກວ້າງ. ໃນທີ່ນີ້, ເຮົາສຳຫຼວດຄວາມສໍາພັນຂອງເຮົາກັບມະນຸດຄົນອື່ນ ແລະ ຄວາມຊັບຊ້ອນຂອງຄວາມສໍາພັນເຫຼົ່ານີ້. ຜົນໄດ້ຮັບມີຢູ່ສາມທົບ:
- ຄວາມຮູ້ບຸນຄຸນຢ່າງແທ້ຈິງຕໍ່ຄົນອື່ນໃນລະດັບລະບົບ
- ຄວາມສຳນຶກຢ່າງເລິກເຊິ່ງເຖິງສັກກະຍະພາບທີ່ເຮົາມີທີ່ຈະກຳນົດຮູບແບບຊີວິດຂອງຄົນອື່ນ
- ຄວາມມຸ່ງມາດປາຖະໜາທີ່ເພີ່ມຂຶ້ນທີ່ຈະດໍາເນີນການເພື່ອຮັບປະກັນສະຫວັດດີພາບໃນວົງກວ້າງ
ເຮົາເລີ່ມໂດຍການເບິ່ງວ່າພຶຕິກໍາຂອງເຮົາມີຜົນກະທົບຕໍ່ຄົນອື່ນແນວໃດ ແລະ ໃນທາງກັບກັນນຳ. ຈາກນັ້ນເຮົາຈິ່ງຄົ້ນຄວ້າເບິ່ງວິທີການຕ່າງໆ ທີ່ຄົນອື່ນປະກອບສ່ວນໃຫ້ສະຫວັດດີພາບຂອງເຮົາ. ເຮົາສາມາດເຮັດສິ່ງນີ້ໄດ້ໂດຍການຂຽນເປັນລາຍການອອກມາ ແລະ ເບິ່ງຄືນຫຼາຍຄັ້ງ. ແທນທີ່ຈະສຸມໃສ່ແຕ່ຄົນທີ່ເຮົາຮູ້ຈັກໃນຂອບເຂດສັງຄົມ, ໃນທີ່ນີ້ ເຮົາລວມເອົາຂອບເຂດທີ່ກວ້າງກວ່າ ເຊັ່ນ: ບຸກຄົນ, ຊຸມຊົນ ແລະ ລະບົບທີ່ເຮົາອາດບໍ່ຮູ້ຈັກເປັນການສ່ວນຕົວ. ການເຂົ້າໃຈວ່າເຮົາບໍ່ສາມາດເຕີບໂຕໄດ້ – ຢ່າວ່າແຕ່ຢູ່ລອດເລີຍ – ໂດຍປາສະຈາກການສະໜັບສະໜູນຈາກບຸກຄົນນັບບໍ່ຖ້ວນນັ້ນ ຈິ່ງເປັນສິ່ງຈໍາເປັນເພື່ອພັດທະນາການຊື່ນຊົມທີ່ແທ້ຈິງຕໍ່ຄົນອື່ນ.
ທຸກຄົນມີບົດບາດໃນເຄືອຂ່າຍທີ່ກວ້າງຂວາງຂອງຜູ້ທີ່ສະໜັບສະໜູນຊີວິດຂອງເຮົາ. ເມື່ອເຮົາຮັບຮູ້ແນວນີ້, ເຮົາຈະພັດທະນາຄວາມຮູ້ສຶກທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເຮົາບໍ່ຈໍາເປັນຕ້ອງເບິ່ງວ່າຄົນອື່ນຈະມີປະໂຫຍດຕໍ່ເຮົາແນວໃດກ່ອນທີ່ເຮົາຈະຍອມຮັບວ່າມັນຫາກຈະມີບໍ່ທາງໃດກໍທາງໜຶ່ງ. ເມື່ອສຳນຶກອັນນີ້ເພີ່ມຂຶ້ນ, ລັກສະນະຂອງຄວາມສຳພັນທີ່ເປັນປະໂຫຍດເຊິ່ງກັນ ແລະ ກັນ, ຈະຄ່ອຍໆ ກາຍເປັນບູລິມະສິດເໜືອທັດສະນະທີ່ສຸມໃສ່ຕົນເອງແບບຄັບແຄບ ຫຼື ທັດສະນະແຂ່ງຂັນ. ຄວາມຮູ້ສຶກຜູກພັນກັບຄົນອື່ນທີ່ເພີ່ມຂຶ້ນນີ້ຊ່ວຍໂດຍກົງໃນການຕ້ານກັບຄວາມໂດດດ່ຽວໂດຍການເພີ່ມຄວາມສາມາດຂອງເຮົາໃນຄວາມມຸທິຕາ. ມັນຊ່ວຍໃຫ້ມີຄວາມສຸກໃນຄວາມສໍາເລັດຂອງຄົນອື່ນ, ແລະ ເປັນຢາຄວາມອິດສາ ແລະ ສະອອນ, ລວມເຖິງການຕຳນິຕົນເອງຢ່າງຮຸນແຮງ ຫຼື ການປຽບທຽບທີ່ບໍ່ເປັນຈິງກັບຄົນອື່ນ.
ການເບິ່ງເຫັນເຖິງຄວາມເປັນມະນຸດຄືກັນ
ຄວາມເຂົ້າໃຈທີ່ອຸດົມສົມບູນກວ່າ ກ່ຽວກັບການເພິ່ງພາອາໄສກັນ, ໂດຍສະເພາະເມື່ອລວມກັບທັກສະທີ່ປູກຝັງຢູ່ໃນຂອບເຂດສັງຄົມຂອງຄວາມຫ່ວງໄຍເອົາໃຈໃສ່, ຄວນນໍາໄປສູ່ຄວາມຮູ້ສຶກຂອງຄວາມຫ່ວງໄຍຕໍ່ຄົນອື່ນຫຼາຍກວ່າເກົ່າ ແລະ ການຮັບຮູ້ເຖິງການທີ່ເຮົາທຸກຄົນມີຄວາມກ່ຽວຂ້ອງກັນ. ແລ້ວ ສິ່ງນີ້ກໍສາມາດເຮັດໃຫ້ເຂັ້ມແຂງ, ຂະຫຍາຍ ແລະ ເສີມສ້າງໄດ້ໂດຍການປູກຝັງການຮັບຮູ້ຂອງມະນຸດທົ່ວໄປຢ່າງຊັດເຈນ. ໃນທີ່ນີ້, ເຮົາຈະຄິດວິເຄາະສັງເກດເບິ່ງວ່າ, ໃນລະດັບພື້ນຖານແລ້ວ, ມະນຸດທຸກຄົນມີຄວາມຄ້າຍຄືກັນບາງຢ່າງກ່ຽວກັບຊີວິດທາງໃນ ແລະ ເງື່ອນໄຂຂອງຊີວິດ. ໃນທາງນີ້, ເຮົາສາມາດປູກຝັງຄວາມເຂົ້າໃຈ, ມຸທິຕາ ແລະ ຄວາມເຫັນໃຈຕໍ່ທຸກຄົນໃນທຸກບ່ອນ, ແມ່ນແຕ່ຄົນທີ່ຢູ່ຫ່າງໄກ ຫຼື ເບິ່ງຄືວ່າແຕກຕ່າງຈາກຕົວເຮົາ. ເຮົາສຳຫຼວດຄວາມເປັນມະນຸດທົ່ວໄປຂອງເຮົາໂດຍຜ່ານສອງຫົວຂໍ້:
- ການເຂົ້າໃຈເຖິງຄວາມສະເໝີພາບພື້ນຖານຂອງທຸກຄົນ
- ການເຂົ້າໃຈວ່າລະບົບມີຜົນຕໍ່ຄວາມເປັນຢູ່ທີ່ດີແນວໃດ
ການເຂົ້າໃຈຄວາມສະເໝີພາບພື້ນຖານຂອງທຸກຄົນແມ່ນຈຸດທີ່ເຮົາຮັບຮູ້ວ່າທຸກຄົນ - ນັບແຕ່ໝູ່ ແລະ ຄອບຄົວຂອງເຮົາ ໄປຈົນເຖິງຄົນແປກໜ້າທີ່ຢູ່ອີກຟາກໜຶ່ງຂອງໂລກ - ມີຄວາມເທົ່າທຽມກັນໂດຍພື້ນຖານໃນຄວາມຕັ້ງໃຈທີ່ຈະເປັນສຸກ ແລະ ມີຄວາມເປັນຢູ່ທີ່ດີ, ແລະ ຄວາມປາຖະໜາທີ່ຈະຫຼີກເວັ້ນຈາກຄວາມທຸກ. ການເຂົ້າໃຈວ່າລະບົບຕ່າງໆ ມີຜົນຕໍ່ຄວາມເປັນຢູ່ແນວໃດນັ້ນແມ່ນການຮັບຮູ້ວ່າລະບົບສາກົນສາມາດສົ່ງເສີມ ຫຼື ຫຼຸດຜ່ອນຄວາມເປັນຢູ່ທີ່ດີໄດ້ໂດຍການຮັບເອົາຄ່ານິຍົມທາງບວກ ຫຼື ສົ່ງເສີມຄວາມເຊື່ອທີ່ເປັນບັນຫາຢ່າງຕໍ່ເນື່ອງ.
ການເຂົ້າໃຈຄວາມສະເໝີພາບພື້ນຖານຂອງທຸກຄົນ
ເຮົາຂະຫຍາຍຄວາມເຂົ້າໃຈຕໍ່ຄວາມສະເໝີພາບພື້ນຖານຂອງມະນຸດຕໍ່ຄົນທີ່ຢູ່ນອກຊຸມຊົນໃກ້ຊິດຂອງເຮົາ. ທີ່ສຸດແລ້ວ, ເຮົາເອົາຄວາມຮັບຮູ້ນີ້ອອກສູ່ທົ່ວໂລກ. ເຮົາເຮັດສິ່ງນີ້ໂດຍການສຸມໃສ່ສິ່ງທີ່ເຮົາທຸກຄົນມີຄືກັນໃນຄວາມເປັນມະນຸດ, ເຊັ່ນຄວາມປາຖະໜາທີ່ຈະຈະເລີນຮຸ່ງເຮືອງ ແລະ ຄວາມຕ້ອງການທີ່ຈະຫຼີກລ່ຽງຄວາມທຸກ ແລະ ຄວາມບໍ່ພໍໃຈ. ອັນນີ້ຈະຊ່ວຍຫຼຸດຜ່ອນຄວາມລໍາອຽງ ແລະ ທ່າອ່ຽງຂອງເຮົາທີ່ຖືເບົາຕໍ່ຄວາມຕ້ອງການຂອງຄົນອື່ນ.
ໂດຍການລະບຸຄົນອື່ນວ່າຄ້າຍຄືກັນໃນລັກສະນະນີ້, "ຄົນໃນກຸ່ມ" ຂອງເຮົາກໍສາມາດຂະຫຍາຍອອກໄປກວມເອົາຄົນຊາດອື່ນ, ຊົນເຜົ່າອື່ນ, ສາສະໜາອື່ນ, ແລະ ຕໍ່ໆ ໄປ. ຄວາມສາມາດນີ້ສະແດງອອກໃນຫຼາຍຮູບແບບທົ່ວສັງຄົມ, ນັບແຕ່ການບໍລິຈາກເລືອດຂອງຄົນ, ການບໍລິຈາກເພື່ອການກຸສົນທີ່ເກີດຂຶ້ນຫຼັງຈາກໄພພິບັດ, ການປະທ້ວງຕໍ່ຄວາມອະຍຸຕິທໍາຕໍ່ກຸ່ມທີ່ບໍ່ແມ່ນຄົນຂອງຕົນເອງ. ທັກສະໃນການເຂົ້າໃຈເຖິງການເພິ່ງພາອາໄສກັນ ແລະ ການມີຄວາມຫ່ວງໄຍຕໍ່ຄົນອື່ນ ເປັນຢາແກ້ອຸປະສັກຫຼາຍຢ່າງທີ່ເຮົາອາດພົບພໍ້ໃນການພົວພັນກັບຄົນອື່ນ, ເຊັ່ນຄວາມລຳອຽງ, ຄວາມຫ່າງເຫີນ, ແລະ ການຂາດຄວາມຫ່ວງໄຍຕໍ່ບັນຫາຂອງຄົນນອກວົງສາຄະນາຍາດຂອງເຮົາ.
ເມື່ອເຮົາສຸມໃສ່ຕົວເຮົາເອງ, ໂລກຈະເບິ່ງຄືນ້ອຍ, ແລະ ບັນຫາ ແລະ ຄວາມຫຍຸ້ງຍາກຂອງເຮົາກໍຈະເບິ່ງຄືໃຫຍ່. ແຕ່ເມື່ອເຮົາສຸມໃສ່ຄົນອື່ນ, ໂລກຈະຂະຫຍາຍອອກ. ບັນຫາຂອງເຮົາໄດ້ລອຍໄປຢູ່ຂອບນອກຂອງຈິດໃຈ ແລະ ສະນັ້ນຈິ່ງເບິ່ງຄືວ່ານ້ອຍ, ແລະ ເຮົາຈະໄດ້ເພີ່ມຄວາມສາມາດໃນການສຳພັນ ແລະ ການກະທຳທາງຄວາມເຫັນໃຈ.
ການເຂົ້າໃຈວ່າລະບົບມີຜົນແນວໃດຕໍ່ຄວາມເປັນຢູ່ທີ່ດີ
ລະບົບສາມາດສົ່ງເສີມ ຫຼື ຕັດຮອນຄວາມເປັນຢູ່ທີ່ດີໃນລະດັບວັດທະນະທໍາ ແລະ ໂຄງສ້າງ - ໂດຍການສົ່ງເສີມຄ່ານິຍົມທາງບວກ, ຫຼື ການສືບຕໍ່ຄວາມເຊື່ອທີ່ເປັນບັນຫາ ແລະ ຄວາມບໍ່ສະເໝີພາບ. ເຮົາສາມາດໃຊ້ເວລາເພື່ອພິຈາລະນາເບິ່ງວ່າເຮົາຈະຮູ້ສຶກແນວໃດຖ້າໃນເວລາທີ່ເຮົາໄດ້ຮັບຄວາມບໍ່ເທົ່າທຽມ, ຄວາມອັກຄະຕິ, ຄວາມຫັກຫຼັງຊັງບ່ຽງ ຫຼື ຄວາມລຳອຽງ. ເຮົາຍັງສາມາດໃຊ້ຕົວຢ່າງຈາກປະຫວັດສາດ ແລະ ເຫດການໃນປະຈຸບັນເພື່ອສະແດງໃຫ້ເຫັນເຖິງຜົນກະທົບຂອງລະບົບທີ່ມີບັນຫາດັ່ງກ່າວ. ສຸດທ້າຍ, ເຮົາສາມາດສຳຫຼວດເບິ່ງວ່າຄວາມຫັກຫຼັງຊັງບ່ຽງ ແລະ ຄວາມລຳອຽງແມ່ນຖືກຕ້ອງແທ້ບໍ, ຫຼື ວ່າມະນຸດທຸກຄົນມີສິດສະເໝີພາບໃນການສະແຫວງຫາຄວາມສຸກ.
ການປູກຝັງຄວາມເຫັນໃຈໃນຂອບເຂດກວ້າງແມ່ນສໍາຄັນ, ເພາະໃນຖານະມະນຸດ, ຄວາມສາມາດໃນການເຫັນໃຈແຕ່ກໍາເນີດຂອງເຮົາບໍ່ໄດ້ປາກົດວ່າຈະລວມເອົາຄວາມທຸກຂະໜາດໃຫຍ່ ຫຼື ບັນຫາລະດັບໂລກໂດຍອັດຕະໂນມັດ. ຍົກຕົວຢ່າງ, ເຮົາສ່ວນຫຼາຍມີທ່າອ່ຽງຫຼາຍທີ່ຈະເຫັນໃຈຜູ້ຖືກເຄາະຮ້າຍຄົນດຽວຫຼາຍກວ່າຜູ້ເຄາະຮ້າຍຈໍານວນຫຼາຍ. ແຕ່, ໂດຍການຮຽນຮູ້ກ່ຽວກັບບັນຫາໂຄງສ້າງ ແລະ ວັດທະນະທໍາ, ຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມທຸກຈະເພີ່ມຂຶ້ນ, ເຊັ່ນດຽວກັບຄວາມເລິກແລບຂອງການຕອບສະໜອງຂອງເຮົາຕໍ່ຄວາມທຸກ.
ຜ່ານການຮັບຮູ້ຄວາມເປັນມະນຸດຄືກັນ, ເຮົາສາມາດຮຽນຮູ້ທີ່ຈະສື່ສານ ແລະ ຮ່ວມມືກັບບັນດາຊົນເຜົ່າ ແລະ ສັງຄົມ ໃນຂະນະທີ່ມີຄວາມເຂົ້າໃຈ ແລະ ຄວາມຄາດຫວັງທີ່ຕິດແທດກັບຄວາມເປັນຈິງຕໍ່ຜູ້ອື່ນ. ດ້ວຍຄວາມເຂົ້າໃຈທີ່ເລິກເຊິ່ງກວ່າຕໍ່ສິ່ງທີ່ເຮົາເປັນຄືຄົນອື່ນ, ເຮົາຈະສາມາດເຂົ້າໃຈແທນທີ່ຈະບໍ່ໄວ້ວາງໃຈໃນຄວາມຕ່າງທີ່ປາກົດໃຫ້ເຫັນ, ແລ້ວກໍຈະນຳໄປສູ່ການຫຼຸດຜ່ອນອັກຄະຕິ ແລະ ຄວາມໂດດດ່ຽວ. ໂດຍຜ່ານການເຂົ້າໃຈວ່າຄວາມເປັນຢູ່ຂອງບຸກຄົນຖືກກໍ່ສ້າງໂດຍລະບົບແນວໃດ, ຄວາມເຫັນໃຈຂອງເຮົາຈະເລິກ ແລະ ກວມເອົາຫຼາຍກວ່າ, ເຊັ່ນດຽວກັບການຄິດວິເຄາະຂອງເຮົາກ່ຽວກັບການແກ້ໄຂຄວາມທຸກຂອງມະນຸດ.
ການມີສ່ວນຮ່ວມໃນຊຸມຊົນ ແລະ ທົ່ວໂລກ
ການເຫັນຄວາມສຳຄັນຂອງການເພິ່ງພາອາໄສກັນ, ການເອົາໃຈໃສ່ຕໍ່ວິທີທີ່ເຮົາໄດ້ຮັບຜົນປະໂຫຍດຈາກຄົນອື່ນ ແລະ ການຮັບຮູ້ເຖິງຄວາມເປັນມະນຸດຄືກັນຂອງເຮົາ ຈະສາມາດສ້າງຄວາມຮູ້ສຶກຮັບຜິດຊອບ ແລະ ຄວາມຕ້ອງການທີ່ຈະລົງມືປະຕິບັດ. ແລ້ວເຮົາຈະຢາກຕອບແທນຄວາມໃຈດີທີ່ເຮົາໄດ້ຮັບຈາກສັງຄົມໂດຍທຳມະຊາດ, ແລະ ເຮັດແທນຄົນອື່ນທີ່ປະສົບຄວາມຫຍຸ້ງຍາກ ແລະ ຂັດສົນ. ແຕ່ ເຮົາຈະສາມາດມີສ່ວນຮ່ວມຢ່າງມີປະສິທິພາບໃນລະບົບທີ່ຊັບຊ້ອນ ຫຼື ໃນລະດັບຊຸມຊົນ ຫຼື ທົ່ວໂລກໄດ້ແນວໃດ?
ຈຸດປະສົງທັງໝົດຂອງການຮຽນຮູ້ SEE ແມ່ນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ເຮົາເຫັນ ແລະ ຮັບຮູ້ເຖິງຄວາມສາມາດຂອງຕົນເອງວ່າເປັນພົນລະເມືອງໂລກທີ່ມີຄວາມເຫັນໃຈ. ເພື່ອເຮັດໄດ້ສິ່ງນີ້, ມີສອງຂັ້ນຕອນທີ່ຕ້ອງຄົ້ນຄວ້າ:
- ທ່າແຮງຂອງເຮົາຕໍ່ການສົ່ງຜົນກະທົບໃນການປ່ຽນແປງໃນທາງບວກໃນຊຸມຊົນ ແລະ ໂລກ
- ການມີສ່ວນຮ່ວມໃນການແກ້ໄຂບັນຫາຊຸມຊົນ ແລະ ທົ່ວໂລກ
ສອງຈຸດນີ້ແມ່ນຄ້າຍຄືກັນ, ແຕ່ອັນທໍາອິດຈະຊ່ວຍໃຫ້ເຮົາຮັບຮູ້ສິ່ງທີ່ເຮົາເອງສາມາດເຮັດໄດ້ເພື່ອສົ່ງຜົນກະທົບຕໍ່ການປ່ຽນແປງໃນທາງບວກໂດຍອີງໃສ່ຄວາມສາມາດ ແລະ ໂອກາດຂອງເຮົາ. ອັນທີສອງຊ່ວຍໃຫ້ເຮົາຄົ້ນຫາວິທີແກ້ໄຂທີ່ສ້າງສັນຕໍ່ກັບບັນຫາທີ່ມີຜົນກະທົບຕໍ່ຊຸມຊົນຂອງເຮົາ ແລະ ຕໍ່ໂລກ.
ທ່າແຮງຂອງເຮົາຕໍ່ການສົ່ງຜົນກະທົບໃນການປ່ຽນແປງໃນທາງບວກໃນຊຸມຊົນ ແລະ ໂລກ
ຖ້າເຮົາຈະມີສ່ວນຮ່ວມໃນຊຸມຊົນ ຫຼື ໂລກ ແລະ ແກ້ໄຂຄວາມຕ້ອງການຂອງມັນໃນທາງທີ່ມີປະໂຫຍດທັງຕໍ່ຕົວເຮົາ ແລະ ຜູ້ອື່ນ, ທີ່ບໍ່ຍອມແພ້ຕໍ່ຄວາມສິ້ນຫວັງ ແລະ ມີຄວາມຕິດພັນກັບຄວາມເປັນຈິງ ແລະ ມີປະສິທິພາບ, ເຮົາຕ້ອງຮັບຮູ້ທັງຂໍ້ຈໍາກັດ ແລະ ຄວາມສາມາດຂອງເຮົາ. ສິ່ງສຳຄັນແມ່ນຕ້ອງຄົ້ນພົບໃຫ້ໄດ້ວ່າບໍ່ແມ່ນທຸກຢ່າງຈະຢູ່ໃນອຳນາດຂອງເຮົາໝົດ, ແລະ ບັນຫາທີ່ຝັງເລິກຕ້ອງໃຊ້ເວລາທີ່ຈະປ່ຽນ. ນັ້ນບໍ່ໄດ້ໝາຍຄວາມວ່າເຮົາບໍ່ສາມາດລົງມືໄດ້ຢ່າງມີປະສິທິຜົນ. ແທ້ຈິງແລ້ວ, ຖ້າເຮົາຮູ້ສຶກບໍ່ມີອຳນາດເມື່ອປະເຊີນໜ້າກັບບັນຫາທີ່ຫຍຸ້ງຍາກ, ສິ່ງນີ້ຈະເຮັດໃຫ້ການປູກຝັງຄວາມເຫັນໃຈຕໍ່ຄົນອື່ນ ແລະ ຄວາມເຫັນໃຈຕົນເອງ ໄດ້ຍາກກວ່າ. ນີ້ແມ່ນຍ້ອນວ່າຄວາມເຫັນໃຈ - ຄວາມປາຖະໜາ ຫຼື ຄວາມຕັ້ງໃຈທີ່ຈະບັນເທົາຄວາມທຸກ - ນັ້ນຂຶ້ນກັບຄວາມຫວັງ - ຄວາມເຊື່ອທີ່ວ່າຄວາມທຸກສາມາດບັນເທົາໄດ້.
ເຖິງວ່າເຮົາອາດບໍ່ສາມາດປ່ຽນແປງລະບົບທັງໝົດ, ເຮົາກໍສາມາດປະຕິບັດໃນວິທີທີ່ກໍ່ໃຫ້ເກີດການປ່ຽນແປງສູງສຸດໂດຍການສຸມໃສ່ອົງປະກອບທີ່ສໍາຄັນພາຍໃນລະບົບ. ສິ່ງນີ້ສາມາດໃຫ້ຄວາມຮູ້ສຶກຂອງການສ້າງຄວາມເຂັ້ມແຂງໂດຍບໍ່ຮູ້ສຶກຖ້ວມທົ້ນດ້ວຍຂະໜາດຂອງບັນຫາລະດັບໂລກ ແລະ ຂັ້ນລະບົບ. ຖ້າເຮົາກໍານົດປັດໄຈສໍາຄັນຈໍານວນໜຶ່ງທີ່ກວມເອົາຜົນກະທົບສ່ວນໃຫຍ່ໃນລະບົບ, ເຮົາກໍສາມາດສຸມໃສ່ການແກ້ໄຂປັດໄຈເຫຼົ່ານັ້ນ ແລະ ບັນລຸຜົນໄດ້ຮັບທີ່ສໍາຄັນ. ນອກນັ້ນຍັງຄວນພິຈາລະນາເບິ່ງເຖິງຄວາມຈິງທີ່ວ່າເຖິງວ່າເຮົາຈະບໍ່ສາມາດສ້າງການປ່ຽນແປງຂະໜາດໃຫຍ່ໃນທັນທີ, ແຕ່ການປ່ຽນແປງຂະໜາດນ້ອຍກວ່າທີ່ເຮົາສາມາດເຮັດໄດ້ກໍມີຄ່າຫຼາຍແລ້ວ. ການປ່ຽນແປງຂະໜາດນ້ອຍໃນປະຈຸບັນສາມາດຂະຫຍາຍຕົວເປັນການປ່ຽນແປງຂະໜາດໃຫຍ່ຫຼາຍໃນຕໍ່ມາ. ການປ່ຽນແປງທີ່ໃຫຍ່ກວ່າທີ່ສະສົມມາສາມາດຖືກສ້າງຂຶ້ນໂດຍການກະທຳທີ່ນ້ອຍກວ່າລວມເຂົ້າກັນ, ເຊັ່ນ: ການແຍກຂີ້ເຫຍື້ອທີ່ສາມາດໝູນໃໝ່ໄດ້ຈາກຂຸມຖິ້ມຂີ້ເຫຍື້ອ. ໂດຍການເຂົ້າໃຈຢ່າງລະອຽດກ່ຽວກັບລະບົບທີ່ເພິ່ງພາອາໄສກັນ, ເຮົາຈະໄດ້ຄວາມໝັ້ນໃຈວ່າການກະທໍາ ແລະ ພຶຕິກໍາຂະໜາດນ້ອຍກວ່າຈະສ້າງພື້ນຖານໃຫ້ກັບຜົນກະທົບທີ່ໃຫຍ່ກວ່າໃນອະນາຄົດ, ເຖິງວ່າເຮົາຈະບໍ່ສາມາດເຫັນຜົນໄດ້ຮັບໂດຍກົງ.
ບັນຫາສັງຄົມ ແລະ ໂລກທີ່ຊັບຊ້ອນຕ້ອງໄດ້ແຍກອອກເປັນສ່ວນນ້ອຍໆ ທີ່ສາມາດວິເຄາະ ແລະ ຈັດການໄດ້. ເມື່ອເຮົາເຫັນວ່າການກະທຳຂອງເຮົາສາມາດແກ້ໄຂອົງປະກອບທີ່ນ້ອຍຂອງບັນຫາໄດ້ແນວໃດ, ແລະ ອົງປະກອບເຫຼົ່ານັ້ນກ່ຽວຂ້ອງກັນແນວໃດໃນລະບົບທີ່ກວ້າງກວ່າ, ເຮົາຈະໄດ້ຄວາມໝັ້ນໃຈ ແລະ ຄວາມຮູ້ສຶກຂອງສິດເສຣີພາບ ແລະ ມີອຳນາດ. ເພື່ອໃຫ້ໄດ້ແນວນີ້, ເຮົາຕ້ອງມີທັກສະການຄິດວິເຄາະ. ໃນທີ່ນີ້, ການຄິດວິເຄາະແມ່ນການຄິດກ່ຽວກັບບັນຫາທີ່ຊັບຊ້ອນ ໃນລັກສະນະທີ່ແຈ້ງດ້ວຍຄ່ານິຍົມພື້ນຖານຂອງມະນຸດ. ເຖິງວ່າສິ່ງນີ້ຈະບໍ່ຮັບປະກັນວ່າການກະທໍາທີ່ປະຕິບັດໄປນັ້ນຄົນອື່ນຈະຖືວ່າເປັນຜົນປະໂຫຍດ, ແຕ່ການຄິດວິເຄາະຈະເພີ່ມຄວາມເປັນໄປໄດ້ວ່າຜົນທີ່ໄດ້ຮັບນັ້ນຈະມີລັກສະນະກໍ່ສ້າງ.
ການມີສ່ວນຮ່ວມໃນການແກ້ໄຂຂັ້ນຊຸມຊົນ ແລະ ທົ່ວໂລກ
ເຖິງວ່າມັນອາດບໍ່ຢູ່ໃນອໍານາດຂອງເຮົາທີ່ຈະສໍາເລັດການແກ້ໄຂ, ແຕ່ເຮົາກໍສາມາດຄິດພິຈາລະນາເຖິງບັນຫາ ແລະ ການແກ້ໄຂທີ່ເປັນໄປໄດ້. ເຮົາສາມາດໃຊ້ໂຄງຮ່າງຕໍ່ໄປນີ້ເພື່ອສຳຫຼວດບັນຫາທີ່ເຮົາປະເຊີນ:
- ເຫັນໄດ້ເຖິງລະບົບ ແລະ ຄວາມຊັບຊ້ອນຂອງມັນ
- ປະເມີນຜົນກະທົບໄລຍະສັ້ນ ແລະ ໄລຍະຍາວຂອງການກະທໍາ
- ປະເມີນສະຖານະການພາຍໃນຂອບເຂດຂອງຄ່ານິຍົມຂອງມະນຸດຂັ້ນພື້ນຖານ
- ຫຼຸດຜ່ອນອິທິພົນຂອງອາລົມທາງລົບ ແລະ ອັກຄະຕິ
- ປູກຝັງຈິດໃຈເປີດຮັບ, ຮ່ວມມື ແລະ ຈິດໃຈຖ່ອມຕົນ
- ພິຈາລະນາຂໍ້ດີ ແລະ ຂໍ້ເສຍຂອງການປະຕິບັດໃດໜຶ່ງ
ລາຍເທື່ອໂພດທີ່ການກະທຳຖືກປະຕິບັດໂດຍບໍ່ມີການປະເມີນຢ່າງຖືກຕ້ອງກ່ຽວກັບຜົນສະທ້ອນໄລຍະສັ້ນ ແລະ ໄລຍະຍາວ. ເມື່ອເຮົາວິເຄາະບັນຫາໃດໜຶ່ງ, ເຮົາຍັງຕ້ອງຄິດກ່ຽວກັບປະຊາກອນກຸ່ມຕ່າງໆ ທີ່ຈະໄດ້ຮັບຜົນກະທົບຈາກການປະຕິບັດນັ້ນ. ຖ້າເຮົາປະຕິບັດຕາມຂະບວນການນີ້ ແລະ ມີຄວາມລຶ້ງເຄີຍກັບມັນ, ຕາມທໍາມະຊາດແລ້ວ ເຮົາຈະເລີ່ມຄິດກ່ຽວກັບຜົນກະທົບກວ້າງໆ ຂອງການກະທໍາ ແລະ ການທີ່ມັນຈະສາມາດສົ່ງຜົນກະທົບຕໍ່ຄົນທີ່, ໃນແມບທໍາອິດ, ເບິ່ງຄືວ່າຫ່າງໄກຈາກບັນຫານັ້ນ. ເຮົາຍັງຕ້ອງເບິ່ງວ່າບັນຫາກ່ຽວຂ້ອງກັບຄ່ານິຍົມຂອງມະນຸດຂັ້ນພື້ນຖານແນວໃດ, ແລະ ວິທີການແກ້ໄຂບັນຫານັ້ນຈະສົ່ງເສີມການຈະເລີນເຕີບໂຕຂອງບຸກຄົນ, ສັງຄົມ ແລະ ທົ່ວໂລກແນວໃດ.
ການມີສ່ວນຮ່ວມຊຸມຊົນ ແລະ ໃນໂລກໄດ້ຮັບການສະໜັບສະໜູນຢ່າງໃຫຍ່ໂດຍທັດສະນະຄະຕິແບບເປີດໃຈ ທີ່ເຕັມໃຈຮ່ວມມືກັບຜູ້ອື່ນ ແລະ ຮຽນຮູ້ຈາກ ແລະ ເຄົາລົບທັດສະນະ, ຄວາມຄິດເຫັນ, ຄວາມຮູ້ ແລະ ປະສົບການຂອງຜູ້ອື່ນ. ການໂຕ້ຖຽງໃນທາງທີ່ດີນັ້ນເປັນໄປໄດ້ເມື່ອເຮົາຄິດເຖິງວ່າຄົນອື່ນກໍໃຊ້ເຫດຜົນ ແລະ ປະສົບການຂອງເຂົາເຈົ້າເພື່ອມາຢູ່ໃນຈຸດຢືນທີ່ຢູ່, ເຖິງວ່າຈຸດນັ້ນຈະແຕກຕ່າງຈາກຕົວເຮົາເອງ. ຖ້າບໍ່ມີຄວາມຖ່ອມຕົວທາງສະຕິປັນຍາ ແລະ ການເປີດໃຈ, ການໂຕ້ ແລະ ການເຫັນດີນໍາກັນ ຈະກາຍເປັນສິ່ງທີ່ເປັນໄປບໍ່ໄດ້, ແລະ ການສົນທະນາກໍອາດກາຍເປັນຄວາມຂັດແຍ່ງທີ່ໄຮ້ປະໂຫຍດ ແລະ ການຕໍ່ສູ້ເພື່ອອໍານາດ.
ມີບັນຫາທີ່ຮ້າຍແຮງພຽງບໍ່ເທົ່າໃດທີ່ເຮົາສາມາດແກ້ໄຂໄດ້ຄົນດຽວໃນຖານະບຸກຄົນໂດຍບໍ່ມີການຮ່ວມມື ແລະ ເຮັດວຽກກັບຜູ້ອື່ນ, ແລະ ອັນນັ້ນຕ້ອງອາໄສຄວາມສາມາດໃນການສື່ສານແນວຄວາມຄິດ ແລະ ຄ່ານິຍົມຂອງເຮົາຢ່າງຈະແຈ້ງ. ດັ່ງນັ້ນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ທົ່ວໂລກຈິ່ງໄດ້ຮັບແຮງສະໜັບສະໜູນຢ່າງຫຼວງຫຼາຍຈາກຄວາມສາມາດໃນການລະບຸຈຸດຢືນຂອງເຮົາ, ການຖາມຄຳຖາມ, ການຮຽນຮູ້ຈາກຜູ້ອື່ນ, ແລະ ການມີສ່ວນຮ່ວມໃນການໂຕ້ກັນໃນລັກສະນະສ້າງສັນ. ການທີ່ສາມາດສື່ສານໄດ້ຢ່າງຈະແຈ້ງ ແລະ ຊັດເຈນບົນພື້ນຖານແນວຄິດວິເຄາະ ແລະ ຄ່ານິຍົມອັນເລິກເຊິ່ງຂອງເຮົາ ແລະ ສາມາດເວົ້າໃນແບບທີ່ສ້າງຄວາມເຂັ້ມແຂງ ແລະ ແຮງບັນດານໃຈ, ເຖິງຈະແມ່ນໃນນາມຂອງຜູ້ທີ່ບໍ່ມີສຽງ, ແມ່ນທັກສະທີ່ມີອໍານາດສໍາລັບເຮົາທຸກຄົນໃນຖານະພົນລະທົ່ວໂລກ ແລະ ຜູ້ນໍາການຫັນປ່ຽນ.
ສະຫຼຸບ
ໃນສອງພາກທໍາອິດ, ເຮົາໄດ້ຮຽນຮູ້ທີ່ຈະນຳທາງອາລົມຂອງເຮົາ ແລະ ມີສ່ວນຮ່ວມຢ່າງກົມກຽວກັບຄອບຄົວ, ໝູ່ເພື່ອນ ແລະ ຄູ່ຮ່ວມງານຂອງເຮົາ. ໃນພາກທີສາມ ແລະ ສຸດທ້າຍນີ້, ເຮົາເລີ່ມເຂົ້າໃຈວ່າໂລກມີການເພິ່ງພາອາໄສກັນແນວໃດ, ວ່າມະນຸດທຸກຄົນມີຄວາມຕ້ອງການຄືກັນທີ່ຈະເປັນສຸກ ແລະ ຄວາມປາດຖະໜາທີ່ຈະຫຼີກເວັ້ນຄວາມທຸກແນວໃດ, ແລະ ວ່າການກະທຳຂອງເຮົາສາມາດປະກອບສ່ວນເຂົ້າໃນການປ່ຽນແປງທົ່ວໂລກຢ່າງກວ້າງຂວາງແນວໃດ.
ໂລກທີ່ເຮົາອາໄສຢູ່ນັ້ນຊັບຊ້ອນ. ໃນຖານະຜູ້ໃຫຍ່, ບາງຄັ້ງມັນອາດເບິ່ງຄືວ່າເຮົາສາມາດຢູ່ລອດດ້ວຍຕົນເອງໄດ້, ໂດຍບໍ່ມີການຊ່ວຍເຫຼືອຈາກຜູ້ອື່ນ. ມັນອາດຮູ້ສຶກຄືວ່າເພື່ອນມະນຸດທົ່ວໂລກນັ້ນບໍ່ສໍາຄັນ - ເພາະທ້າຍທີ່ສຸດແລ້ວ, ເຂົາເຈົ້າກໍຕ່າງຈາກເຮົາຫຼາຍ. ແລະຫຼາຍຄັ້ງ, ມັນອາດເບິ່ງຄືວ່າເປັນໄປບໍ່ໄດ້ ຫຼື ຍາກເກີນໄປທີ່ຈະສ້າງການປ່ຽນແປງທີ່ແທ້ຈິງໃນໂລກ. ເມື່ອເຮົາເຂົ້າໃຈຄວາມເປັນຈິງຂອງສະຖານະການຂອງເຮົາ — ວ່າອາຫານທັງໝົດທີ່ເຮົາກິນ, ເຄື່ອງທີ່ເຮົານຸ່ງຫົ່ມ ແລະ ລົດທີ່ເຮົາຂັບ ແມ່ນມາຈາກວຽກງານຂອງຄົນອື່ນ, ເຮົາຈະມີຄວາມຮູ້ສຶກຊື່ນຊົມຕໍ່ເຂົາເຈົ້າໂດຍທຳມະຊາດ. ເມື່ອເຮົາເຫັນວ່າເພື່ອນມະນຸດເຫຼົ່ານີ້ກໍປາຖະໜາທີ່ຈະມີຄວາມສຸກເຊັ່ນດຽວກັນ ເຮົາກໍຈະມີຄວາມຢາກໃຫ້ເຂົາເຈົ້າມີຄວາມສຸກ. ສຸດທ້າຍ, ດ້ວຍຄວາມເຂົ້າໃຈທີ່ວ່າການກະທຳນ້ອຍໆ ຈະກໍ່ຕົວເປັນຜົນໄດ້ຮັບທີ່ໃຫຍ່ກວ່າ, ເຮົາຈະມີຄວາມໝັ້ນໃຈວ່າການກະທຳທີ່ສ້າງສັນອັນໃດທີ່ເຮົາເຮັດ - ບໍ່ວ່າຈະນ້ອຍປານໃດ - ກໍຈະເປັນປະໂຫຍດຕໍ່ໂລກ.
ຫຼັກສູດຝຶກອົບຮົມນີ້ບໍ່ໄດ້ໝາຍວ່າຈະໃຫ້ແຕ່ອ່ານແລ້ວກໍລືມມັນໄປ; ເຮົາຈໍາເປັນຕ້ອງນຳໄປປະຕິບັດ, ແຕ່ລະຈຸດໄປ. ມະນຸດເຮົາລ້ວນແຕ່ມີຄວາມແຕກຕ່າງກັນ, ແຕ່ເຮົາທຸກຄົນຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນຂະນະທີ່ຊອກທາງໄປສູ່ການປະເຊີນໜ້າກັບບຸກຄົນ ແລະ ສະຖານະການທາງສັງຄົມນັບບໍ່ຖ້ວນ. ເມື່ອເວົ້າເຖິງການຈັດການເລື່ອງການຂຶ້ນລົງຂອງຊີວິດ, ມັນມີຄວາມແຕກຕ່າງຢ່າງຈະແຈ້ງລະຫວ່າງການກະທໍາທີ່ມາຈາກການຫວັງຜົນປະໂຫຍດໃຫ້ຕົນເອງ ແລະ ການຄໍານຶງເຖິງຜົນປະໂຫຍດຂອງຄົນອື່ນ. ດ້ວຍຈິດສຳນຶກອັນຍິ່ງໃຫຍ່ຂອງແຮງກະຕຸ້ນ ແລະ ອັກຄະຕິຂອງເຮົາ, ພ້ອມກັບຄວາມສາມາດໃນການຈັດການກັບປະຕິກິລິຍາຂອງເຮົາ ແລະ ກວດກາສະຖານະການຢ່າງວິເຄາະ, ເຮົາຈະສາມາດຈັດການກັບສິ່ງທີ່ເຮົາພົບໃນຊີວິດ. ເຮົາຈະສາມາດກ້າວໄປໜ້າ ແລະ ຮັບຮູ້ທ່າແຮງອັນໃຫຍ່ຫຼວງຂອງຕົນສໍາລັບການເປັນກໍາລັງແຮງໃຫ້ກັບຄວາມດີ: ຄວາມດີໃຫ້ຕົນເອງ, ຄວາມດີໃຫ້ຄົນອື່ນ, ແລະ ຄວາມດີໃຫ້ໂລກ.
ຖ້າທ່ານຢາກລົງເລິກ, ຂໍເຊີນອ່ານສະບັບເຕັມຂອງກອບການຮຽນຮູ້ SEE ແລະ ຮຽນຮູ້ກ່ຽວກັບຫຼັກສູດອື່ນຂອງສູນວິທະຍາສາດການພິນິດ ແລະ ຈັນຍາທຳບົນພື້ນຖານຄວາມເຫັນໃຈ (Center for Contemplative Science and Compassion-Based Ethics).