ຈັນຍາທັມເໜືອສາສະໜາ

ຜົນເສຍຂອງການເນັ້ນໜັກໃສ່ຄວາມຕ່າງໃນລະດັບທີສອງ

ອ້າຍເອື້ອຍນ້ອງທີ່ຮັກແພງ, ອາຕະມາຮູ້ສຶກດີໃຈເປັນຢ່າງຍິ່ງທີ່ມີໂອກາດໂອ້ລົມກັບທຸກຄົນ. ກ່ອນອື່ນໝົດ, ອາຕະມາມັກເວົ້າແຈ້ງໆ ເວລາໂອ້ລົມກັບຄົນ, ຈົ່ງຄິດວ່າຕົນເອງເປັນມະນຸດ. ໝາຍຄວາມວ່າຕົວຢ່າງ, ຢ່າຄິດວ່າ “ຂ້ອຍເປັນຄົນສວິສ໌,” “ຂ້ອຍເປັນຄົນອິຕາລຽນ,” ຫຼື “ຂ້ອຍເປັນຄົນຝຣັ່ງ.” ນາຍແປຂອງອາຕະມາບໍ່ຄວນຄິດວ່າລາວເປັນຄົນຝຣັ່ງ! ອາຕະມາເອງກໍບໍ່ຄວນຄິດວ່າ ອາຕະມາເປັນຄົນທິເບດ. ຍິ່ງໄປກວ່ານັ້ນ, ອາຕະມາກໍບໍ່ຄວນຄິດວ່າຕົນເອງເປັນພຸດ, ເພາະຕາມທຳມະດາໃນການໂອ້ລົມຂອງອາຕະມາ, ວິທີໃຊ້ຊີວິດຢ່າງມີຄວາມສຸກ, ບໍ່ຖືກລົບກວນແມ່ນບົນພື້ນຖານຂອງການເປັນມະນຸດ. 

ມະນຸດທຸກຄົນໃນເຈັດຕື້ຄົນນີ້ຢາກມີຊີວິດທີ່ມີຄວາມສຸກ, ແລະ ທຸກຄົນມີສິດທີ່ຈະບັນລຸເປົ້າໝາຍນັ້ນ. ຖ້າເຮົາເນັ້ນໜັກໃສ່ຄວາມຕ່າງໃນລະດັບທີສອງຄື “ຂ້ອຍເປັນຄົນທິເບດ,” ແລ້ວມັນກໍເຮັດໃຫ້ອາຕະມາເບິ່ງຄືຫ່ວງແຕ່ທິເບດ. ນອກນັ້ນ, “ຂ້ອຍເປັນພຸດ,” ກໍໃຫ້ຄວາມຮູ້ສຶກໃກ້ຊິດກັບຊາວພຸດຄົນອື່ນ, ແຕ່ກໍສ້າງຄວາມຫ່າງເຫີນໜ້ອຍໜຶ່ງໂດຍອັດຕະໂນມັດກັບຄົນທີ່ຖືສາສະໜາອື່ນ. 

ທັດສະນະແນວນີ້ອັນທີ່ຈິງເປັນແຫຼ່ງຂອງບັນຫາ, ລວມເຖິງຫຼາຍບັນຫາ ແລະ ຄວາມຮຸນແຮງ ໜັກໜ່ວງທີ່ມະນຸດໄດ້ພົບພໍ້ໃນອາດີດ ແລະ ສືບຕໍ່ປະເຊີນໃນສັດຕະວັດທີ 21 ນີ້. ຄວາມຮຸນແຮງຈະບໍ່ເກີດຖ້າທ່ານຖືຄົນອື່ນເປັນມະນຸດ, ຄືກັນກັບຕົວທ່ານເອງ. ບໍ່ມີເຫດຜົນທີ່ຈະຂ້າ ກັນເອງ; ແຕ່ເມື່ອເຮົາລືມຄວາມເປັນໜຶ່ງດຽວຂອງມະນຸດ ແລະ ສຸມໃສ່ຄວາມຕ່າງໃນລະດັບທີສອງແທນ ເຊັ່ນ “ຊາດຂອງຂ້ອຍ” ແລະ “ຊາດຂອງເຂົາ,” “ສາສະໜາຂອງຂ້ອຍ” ແລະ “ສາສະໜາຂອງເຂົາ,” ເຮົາຈະສ້າງຄວາມແຕກຕ່າງ ແລະ ມີຄວາມເປັນຫ່ວງຕໍ່ຄົນຂອງເຮົາແລະຜູ້ຖືສາສະໜາຂອງເຮົາຫຼາຍກວ່າ. ແລ້ວ, ເຮົາກໍບໍ່ນັບຖືສິດຂອງຄົນອື່ນ ແລະ ຮອດແຕ່ບໍ່ນັບຖືຊີວິດຂອງຄົນອື່ນຊ້ຳ. ຫຼາຍບັນຫາທີ່ເຮົາພົບພໍ້ແມ່ນແຕ່ໃນມື້ນີ້ແມ່ນເກີດຈາກພື້ນຖານອັນນີ້, ຈາກການເນັ້ນໜັກ ແລະ ໃຫ້ຄວາມສຳຄັນກັບຄວາມຕ່າງໃນລະດັບສຳຮອງນີ້ຫຼາຍໂພດ. 

ບາດນີ້, ວິທີການຮັກສາອັນດຽວສຳລັບສິ່ງນີ້ແມ່ນການຄິດຢ່າງມີເຫດຜົນກ່ຽວກັບຕົວເຮົາເອງໃນລະດັບຂອງການເປັນມະນຸດ, ໂດຍປາສະຈາກການແບ່ງຂອບເຂດ ຫຼື ສິ່ງກີດຂວາງ. ຕົວຢ່າງ ເມື່ອອາຕະມາໄປໂອ້ລົມ, ຖ້າອາຕະມາຖືຕົນເອງເປັນຄົນພຸດທິເບດ ແລະ ບາງເທື່ອຍິ່ງໄປກວ່ານັ້ນ ຖ້າອາຕະມາຄິດວ່າຕົນເອງເປັນ “ອົງພຣະດາໄລ ລາມະ,” ມັນຈະສ້າງໄລຍະຫ່າງບາງອັນລະຫວ່າງຜູ້ຟັງ ແລະ ຕົວອາຕະມາເອງ, ເຊິ່ງເປັນສິ່ງທີ່ໂງ່ເຂົາ. ຖ້າອາຕະມາເປັນຫ່ວງຄວາມເປັນຢູ່ຂອງບັນດາທ່ານຢ່າງແທ້ຈິງ, ອາຕະມາຕ້ອງເວົ້າກັບບັນດາທ່ານໃນລະດັບຂອງມະນຸດອ້າຍເອື້ອຍນ້ອງ, ມະນຸດຄືກັນກັບອາຕະມາເອງ. ໃນຄວາມເປັນຈິງພວກເຮົາຄືກັນ: ທາງຈິດໃຈ, ອາລົມ ແລະ ຮ່າງກາຍ. ທີ່ສຳຄັນກວ່ານັ້ນ, ທຸກຄົນຢາກມີຊີວິດທີ່ມີຄວາມສຸກປາດສະຈາກຄວາມທໍລະມານ, ແລະ ອາຕະມາກໍຄືກັນ, ສະນັ້ນ ເຮົາຈະລົມກັນໃນລະດັບນີ້. 

ຈັນຍາທັມທາງໂລກ

ຈັນຍາທັມທາງໂລກ ແມ່ນກ່ຽວຂ້ອງກັບປັດໄຈທາງຊີວະ, ແຕ່ຄວາມເຊື່ອທາງສາສະໜາເປັນສິ່ງທີ່ມີແຕ່ມະນຸດທີ່ມີ. ໃນບັນດາມະນຸດຊາດ, ໄດ້ມີສາສະໜາເກີດຂຶ້ນ, ແຕ່ມັນບໍ່ແມ່ນປັດໄຈທາງຊີວະແນ່ນອນ. ຈັນຍາທັມທາງໂລກກວມເອົາປະຊາກອນມະນຸດທັງເຈັດຕື້ຄົນ. ຄືດັ່ງທີ່ອາຕະມາເວົ້າໄປມື້ວານນີ້, ຈາກເຈັດຕື້ຄົນນັ້ນ, ໜຶ່ງຕື້ໄດ້ກ່າວຢ່າງເປັນທາງການແລ້ວວ່າເຂົາບໍ່ຖືສາສະໜາ, ແລະ ຈາກນັ້ນຖ້າເຮົາຄິດວ່າອີກຫົກຕື້ເປັນຄົນຖືສາສະໜາ, ກໍຖືວ່າມີຄົນສໍ້ໂກງຫຼາຍຢູ່. ຍັງມີຂ່າວການກະທຳຜິດ, ມີການເອົາປຽບກັນ, ມີການສໍ້ລາດບັງຫຼວງ, ມີການສໍ້ໂກງ, ມີການຕົວະ ແລະ ມີການຂົ່ມເຫງ. ອັນນີ້, ອາຕະມາເຊື່ອວ່າເປັນຍ້ອນການຂາດຄວາມເຊື່ອໝັ້ນໃນຫຼັກການສິນທັມ. ສະນັ້ນ ແມ່ນແຕ່ສາສະໜາກໍຖືກໃຊ້ໄປໃນທາງທີ່ຜິດ. ບໍ່ວ່າອາຕະມາຈະໄດ້ເວົ້າໄປແລ້ວມື້ວານຫຼືບໍ່, ບາງເທື່ອອາຕະມາກໍຮູ້ສຶກແທ້ໆ ວ່າສາສະໜາສອນໃຫ້ເຮົາປະຕິບັດໄປໃນທາງໜ້າຊື່ໃຈຄົດ. ເຮົາເວົ້າແນວດີໆ ເຊັ່ນ “ຮັກ” ແລະ “ຄວາມເຫັນໃຈ,” ແຕ່ໃນຕົວຈິງເຮົາບໍ່ເຮັດຄືແນວນັ້ນ, ແລະ ກໍມີຄວາມອະຍຸຕິທັມຫຼາຍ. 

ສາສະໜາເວົ້າກ່ຽວກັບສິ່ງດີໆ ເຫຼົ່ານີ້ໃນແບບຄ້າຍໆພື້ນເມືອງ, ແຕ່ບໍ່ແມ່ນໃນທາງທີ່ຈະເຊື່ອມເຂົ້າກັບຫົວໃຈຂອງບັນດາທ່ານ. ສິ່ງນີ້ແມ່ນຍ້ອນການຂາດຫຼັກການສິນທັມຂອງຄົນ, ຫຼື ການຂາດຄວາມເຊື່ອໝັ້ນກ່ຽວກັບຄຸນຄ່າຂອງຫຼັກການສິນທັມ. ບໍ່ວ່າເຮົາຈະຖືສາສະໜາຫຼືບໍ່, ເຮົາຕ້ອງຄິດຢ່າງຈິງຈັງວ່າຈະສອນຄົນແນວໃດກ່ຽວກັບຫຼັກການສິນທັມເຫຼົ່ານີ້. ແລ້ວນອກນີ້, ບັນດາທ່ານຍັງສາມາດເພີ່ມສາສະໜາເຂົ້າໄປອີກ, ແລະ ມັນກໍຈະກາຍເປັນສາສະໜາຢ່າງແທ້ຈິງ. ທຸກສາສະໜາ, ຄືທີ່ອາຕະມາໄດ້ເວົ້າໄປມື້ວານນີ້, ເວົ້າກ່ຽວກັບຄຸນຄ່າເຫຼົ່ານີ້. 

ການສ້າງຄວາມບໍ່ຍຶດຕິດຕໍ່ຂະແໜງຂອງຕົນເອງ

ໃນສັດຕະວັດກ່ອນ, ໃນຂະນະທີ່ຄົນເຮົາຂ້າຟັນກັນ ແລະ ກັນ, ທັງສອງຝ່າຍຕ່າງກໍພາວະນາເຖິງພຣະເຈົ້າ. ຍາກ! ແມ່ນແຕ່ທຸກມື້ນີ້ບາງເທື່ອເຮົາເຫັນຄວາມຂັດແຍ່ງໃນນາມຂອງສາສະໜາ, ແລະ ອາຕະມາຄິດວ່າທັງສອງຝ່າຍຄືຊິພາວະນາຫາພຣະເຈົ້າ. ບາງເທື່ອອາຕະມາກໍເວົ້າຢອກວ່າ ເບິ່ງຊົງພຣະເຈົ້າຄືຊິສັບສົນ! ພຣະອົງຈະຕັດສິນໃຈໄດ້ແນວໃດ, ໂດຍທີ່ມີທັງສອງຝ່າຍພາວະນາເຖິງພຣະອົງ, ຂໍໃຫ້ພຣະອົງອວຍພອນໃຫ້? ມັນຍາກ. ຄັ້ງໜຶ່ງໃນປະເທດອາເຈັນຕີນາໃນລະຫວ່າງການສົນທານະກັບນັກວິທະຍາສາດ ແລະ ຜູ້ນຳທາງສາສະໜາຈຳນວນໜຶ່ງ, ເຖິງວ່າຈະບໍ່ແມ່ນກອງປະຊຸມນານາສາສະໜາ, ອາຕະມາໄດ້ພົບກັບນັກຟີຊິກຄົນໜຶ່ງຊື່ມາທູຣານາ. ລາວເປັນອາຈານສອນຂອງອາດີດວາເຣລາ ແລະ ອາຕະມາກໍເຄີຍພົບເພິ່ນແລ້ວທີ່ປະເທດສວິເຊີແລນ, ແລ້ວຕໍ່ມາໃນອາເຈັນຕີນາ, ແຕ່ຈາກນັ້ນກໍບໍ່ໄດ້ພໍ້ກັນ. ໃນລະຫວ່າງການໂອ້ລົມຂອງເພິ່ນ ເພິ່ນໄດ້ກ່າວວ່າໃນຖານະນັກຟີຊິກ, ເພິ່ນບໍ່ຄວນສ້າງຄວາມຍຶດຕິດກັບຂະແໜງວິທະຍາສາດຂອງຕົນ. ສະນັ້ນ ນີ້ຈິ່ງເປັນຈຸດຢືນທີ່ວິເສດ ແລະ ຊານສະຫຼາດທີ່ອາຕະມາໄດ້ຮຽນນຳ. 

ອາຕະມາເປັນພຸດ, ແຕ່ອາຕະມາບໍ່ຄວນສ້າງຄວາມຍຶດຕິດກັບສາສະໜາພຸດ ເພາະຄວາມຍຶດຕິດເປັນອາລົມທາງລົບ. ເມື່ອທ່ານສ້າງຄວາມຍຶດຕິດ, ທັດສະນະຂອງທ່ານຈະລຳອຽງ. ເມື່ອຈິດໃຈຂອງທ່ານລຳອຽງ, ທ່ານຈະບໍ່ສາມາດເຫັນສິ່ງຕ່າງໆ ໄດ້ຢ່າງມີພາວະວິໄສ. 

ນັ້ນຄືເຫດຜົນວ່າເປັນຫຍັງຄົນທີ່ກ່ຽວຂ້ອງກັບຄວາມຂັດແຍ່ງໃນນາມສາສະໜາ, ໃນເກືອບທຸກກໍລະນີ ອາຕະມາຄິດວ່າເຫດຜົນທີ່ແທ້ຈິງບໍ່ແມ່ນຄວາມເຊື່ອທາງສາສະໜາ, ແຕ່ຫາກແມ່ນຜົນປະໂຫຍດທາງເສດຖະກິດ ຫຼື ການເມືອງ. 

ແຕ່ສຳລັບບາງກໍລະນີ, ເປັນຕົ້ນແມ່ນຄົນທີ່ຖືສາສະໜາເປັນພື້ນທານ, ເຂົາຈະຍຶດຕິດຕໍ່ສາສະໜາຂອງຕົນເອງເກີນໄປ ແລະ ກໍຍ້ອນແນວນັ້ນ, ບໍ່ສາມາດເຫັນຄຸນຄ່າຂອງປະເພນີອື່ນ. 

ຈຸດຢືນຂອງມາທູຣານາ ສຳລັບອາຕະມາແລ້ວເປັນຄຳແນະນຳທີ່ຍິ່ງໃຫຍ່. ຈາກການພົບປະກັບຫຼາຍຄົນ, ອາຕະມາຊື່ນຊົມວັດທະນະທຳອື່ນຫຼາຍອັນ ແລະ ແນ່ນອນອາຕະມາຫວັງວ່າອາຕະມາຈະບໍ່ຄືຄົນທີ່ຖືສາສະໜາເປັນພື້ນທານ ຫຼື ເປັນຄົນບ້າເຊື່ອ. ບາງເທື່ອອາຕະມາເວົ້າກ່ຽວກັບຄັ້ງໜຶ່ງທີ່ອາຕະມາໄດ້ໄປເມືອງລວດທາງພາກໃຕ້ຂອງຝຣັ່ງ. ອາຕະມາໄປໃນຖານະນັກສະແຫວງບຸນ ແລະ, ຕໍ່ໜ້າຮູບປັ້ນພຣະເຍຊູ, ອາຕະມາໄດ້ດື່ມນ້ຳ. ອາຕະມາຢືນຢູ່ຕໍ່ໜ້າຮູບປັ້ນ ແລະ ຄິດຄຳນຶງໃນໃຈ, ຄົນຫຼາຍລ້ານຈາກຫຼາຍສັດຕະວັດທີ່ໄດ້ມາຢາມສະຖານທີ່ນີ້, ໂດຍຫວັງຄວາມສະດວກສະບາຍ, ກັບຄົນປ່ວຍ, ຈາກສາສະໜາຂອງຕົນ ແລະ ຂໍພອນເພື່ອໃຫ້ຫາຍດີ, ຕາມທີ່ອາຕະມາໄດ້ຍິນມາ. ສະນັ້ນ ອາຕະມາຈິ່ງຄິດຄຳນຶງກ່ຽວກັບສິ່ງເຫຼົ່ານີ້ ແລະ ກໍໄດ້ຄວາມຊື່ນຊົມຢ່າງເລິກເຊິ່ງຕໍ່ສາສະໜາຄຣິສ໌, ແລະ ກໍເກືອບນ້ຳຕາໄຫຼ. ແລະ ອີກເທື່ອໜຶ່ງ, ມີສິ່ງປະຫຼາດເກີດຂຶ້ນທີ່ເມືອງຟາຕີມາ, ປະເທດປໍຕຸຍກາລ໌. ອ້ອມຮອບດ້ວຍຄາທໍລິກ ແລະ ຄຣິສ໌ຕຽນ, ເຮົາໄດ້ນັ່ງສະມາທິງຽບໆ ເປັນເວລາສັ້ນໆ ໃນຕໍ່ໜ້າຮູບປັ້ນພຣະແມ່ແມຣີ. ເມື່ອອາຕະມາ ແລະ ຄົນອື່ນໆ ກຳລັງຈະກັບນັ້ນ, ອາຕະມາໄດ້ຫຼຽວຫຼັງ ແລະ ຮູບປັ້ນພຣະແມ່ແມຣີນັ້ນໄດ້ຍິ້ມໃຫ້ອາຕະມາ. ອາຕະມາເບິ່ງແລ້ວເບິ່ງອີກ, ແລະ ແມ່ນແທ້, ເພິ່ນກຳລັງຍິ້ມ. ອາຕະມາຮູ້ສຶກວ່າພຣະແມ່ແມຣີຄືຊິເຫັນໄດ້ເຖິງວິທີການບໍ່ແບ່ງແຍກສາສະໜາຂອງອາຕະມາ! ແຕ່ຖ້າອາຕະມາໃຊ້ເວລາຢູ່ກັບພຣະແມ່ແມຣີເພື່ອສົນທະນາກ່ຽວກັບປັດຊະຍາ, ບາງເທື່ອສິ່ງສະຫຼັບສັບຊ້ອນບາງອັນອາດເກີດຂຶ້ນໄດ້! 

ບໍ່ວ່າຈະທາງໃດ, ການຍຶດຕິດແມ່ນແຕ່ຕໍ່ສາສະໜາຂອງຕົນເອງກໍເປັນສິ່ງບໍ່ດີ. ບາງເທື່ອສາສະໜາກໍເປັນສາເຫດຂອງຄວາມຂັດແຍ່ງ ແລະ ການແບ່ງແຍກ ແລະ ນີ້ເປັນເລື່ອງທີ່ຂ້ອນຂ້າງຮ້າຍແຮງ. ສາສະໜາຄວນເປັນວິທີໃນການເພີ່ມຄວາມເຫັນໃຈ ແລະ ການໃຫ້ອະໄພ, ເຊິ່ງເປັນການບັນເທົາຄວາມໂມໂຫ ແລະ ຄວາມກຽດຊັງ. ສະນັ້ນ ຖ້າສາສະໜາໃນຕົວມັນເອງສ້າງຄວາມກຽດຊັງຫຼາຍຂຶ້ນຕໍ່ສາສະໜາອື່ນ, ອັນນີ້ມັນຄືຢາທີ່ຄວນຈະປົວພະຍາດ, ແຕ່ພັດພາໃຫ້ເຈັບຕື່ມຊ້ຳ. ເຮັດແນວໃດ? ສິ່ງທີ່ໜ້າເສົ້າທັງໝົດນີ້ເກີດຈາກການຂາດຄວາມເຊື່ອໝັ້ນໃນຫຼັກການສິນທຳເປັນຫຼັກ, ສະນັ້ນ ອາຕະມາເຊື່ອວ່າເຮົາຕ້ອງການຝຶກຝົນ ແລະ ປັດໄຈຫຼາຍຢ່າງເພື່ອສ້າງຄວາມພະຍາຍາມຢ່າງແທ້ຈິງທີ່ຈະສົ່ງເສີມຈັນຍາທັມທາງໂລກ. 

ຄວາມເຊື່ອທາງໂລກ ແລະ ຄວາມເຄົາຮົບຕໍ່ຄົນອື່ນ 

ບາດນີ້ຕໍ່ກັບຈັນຍາທັມທາງໂລກ. ອາຕະມາຮູ້ຈັກອາດີດຮອງນາຍົກລັດຖະມົນຕີອິນເດຍ, ທ່ານອັດວານີຢ່າງດີ. ມີຄັ້ງໜຶ່ງເພິ່ນໄດ້ກ່າວວ່າທີມໂທລະພາບແຄນາດາໄດ້ສຳພາດເພິ່ນ ແລະ ຖາມວ່າພື້ນຖານຂອງການປະຕິບັດປະຊາທິປະໄຕທີ່ປະສົບຜົນສຳເລັດຂອງອິນເດຍແມ່ນຫຍັງ. ເພິ່ນໄດ້ຕອບວ່າເປັນເວລາຫຼາຍພັນປີໃນອິນເດຍ, ປະເພນີທີ່ປະຕິບັດກັນແມ່ນການນັບຖືຄົນອື່ນຢູ່ສະເໝີ, ເຖິງຈະມີການຖົກຖຽງ ຫຼື ມີມຸມມອງທີ່ຕ່າງກັນ. ເພິ່ນໄດ້ບອກອາຕະມາວ່າປະມານສາມພັນປີກ່ອນ, ປັດຊະຍາຊາວາກາ, ຫຼື ທັດສະນະ “ລັດທິທຳລາຍ” ໄດ້ກຳເນີດຂຶ້ນໃນອິນເດຍ. ຄົນທີ່ຖືມຸມມອງປັດຊະຍາອື່ນໄດ້ວິຈານ ແລະ ປະນາມທັດສະນະຂອງເຂົາ, ແຕ່ຄົນທີ່ຖືທັດສະນະຊາວາກາ ກໍຍັງຖືກກ່າວເຖິງວ່າເປັນ “ຣີຊີ”, ເຊິ່ງໝາຍເຖິງນັກປາດ. ນີ້ແມ່ນຕົວຊີ້ບອກວ່າເຖິງແມ່ນຈະມີຄວາມຂັດແຍ່ງ ຫຼື ຖົກຖຽງກັນ, ກໍຍັງມີຄວາມນັບຖືກັນ. ໝາຍຄວາມວ່າເຮົາກໍຕ້ອງນັບຖືຄົນທີ່ບໍ່ຖືສາສະໜານຳ. 

ມື້ວານນີ້ອາຕະມາໄດ້ເວົ້າວ່າ ສະຫາຍຂອງອາຕະມາບາງທ່ານ, ເຊິ່ງບາງຄົນເປັນຄຣິສ໌ ແລະ ບາງຄົນເປັນມຸສ໌ລິມ, ຍັງມີຂໍ້ຄ້າງຄາໜ້ອຍໜຶ່ງກັບຄຳວ່າ “ຄວາມເຊື່ອທາງໂລກ.” ອາຕະມາ ຄິດວ່າເປັນຍ້ອນລະຫວ່າງການປະຕິວັດຝຣັ່ງ ຫຼື ການປະຕິວັດໂບລ໌ເຊວິກ, ໄດ້ມີທ່າອ່ຽງໄປທາງຕໍ່ຕ້ານສາສະໜາ. ແຕ່ອາຕະມາຢາກຍົກຂໍ້ແຕກຕ່າງອັນຈະແຈ້ງລະຫວ່າງສາສະໜາ ແລະ ສະຖາບັນສາສະໜາ, ເຊິ່ງທັງສອງສິ່ງນີ້ຕ່າງກັນ. ຄົນທີ່ມີເຫດມີຜົນຜູ້ໃດທີ່ຈະຕໍ່ຕ້ານສາສະໜາ? ສາສະໜາໝາຍເຖິງຄວາມຮັກ ແລະ ຄວາມເຫັນໃຈ, ແລະ ບໍ່ມີໃຜສາມາດວິຈານສິ່ງເຫຼົ່ານີ້ໄດ້. ແຕ່ສະຖາບັນສາສະໜາແມ່ນຕ່າງອອກໄປ. ໃນລະຫວ່າງການປະຕິວັດຝຣັ່ງ ແລະ ໂບລ໌ເຊວິກ, ໃນທັງສອງກໍລະນີຊົນຊັ້ນປົກຄອງໄດ້ໃຊ້ອຳນາດຕໍ່ປະຊາຊົນແທ້. ນອກຈາກນັ້ນ, ຊົນຊັ້ນປົກຄອງຍັງໄດ້ຮັບການສະໜັບສະໜຸນເຕັມທີ່ຈາກສະຖາບັນສາສະໜາ ແລະ ສະນັ້ນ ເພື່ອສ້າງເຈຕະນາຕໍ່ຕ້ານກັບຊົນຊັ້ນປົກຄອງ, ຈິ່ງຈຳເປັນຕ້ອງຕໍ່ຕ້ານສະຖາບັນສາສະໜານຳ. ສະນັ້ນ, ຈິ່ງມີທ່າອ່ຽງບາງແນວຕໍ່ການຕໍ່ຕ້ານສາສະໜາ ຫຼື ພຣະເຈົ້າ. 

ແມ່ນແຕ່ທຸກມື້ນີ້, ຖ້າມີການຂູດຮີດແນວໃດໜຶ່ງເກີດຂຶ້ນພາຍໃນສະຖາບັນສາສະໜາລວມເຖິງຊຸມຊົນພຣະພຸດທະສາສະໜາທິເບດ, ເຮົາຕ້ອງຕໍ່ຕ້ານກັບສິ່ງນີ້. ການປະຕິບັດຂອງອາຕະມາເອງແມ່ນວ່າເມື່ອສອງປີກ່ອນອາຕະມາໄດ້ຍຸຕິປະເພນີເກົ່າແກ່ສີ່ຮ້ອຍປີຂອງການທີ່ດາໄລລາມະກາຍເປັນຜູ້ນຳທັງທາງໂລກ ແລະ ທາງສາສະໜາຂອງຄົນທິເບດໂດຍອັດຕະໂນມັດ. ອາຕະມາຍຸດຕິເລີຍ, ດ້ວຍຄວາມສະໝັກໃຈ, ດ້ວຍຄວາມຍິນດີ ແລະ ດ້ວຍຄວາມພູມໃຈ. ສິ່ງແບບນີ້ມີແຕ່ຈະສ້າງຄວາມເສຍຫາຍໃຫ້ແກ່ຄຸນຄ່າທີ່ແທ້ຈິງຂອງສາສະໜາ, ຫຼື ພຣະທັມ. ສະນັ້ນ, ເຮົາຕ້ອງສ້າງຄວາມແຕກຕ່າງລະຫວ່າງສະຖາບັນສາສະໜາດ, ແລະ ການປະຕິບັດ ແລະ ຄຳສອນທາງສາສະໜາອັນແທ້ຈິງ. 

ອີງຕາມຄວາມເຂົ້າໃຈຂອງອິນເດຍຕໍ່ກັບຄວາມເຊື່ອທາງໂລກ, ແມ່ນບໍ່ເຄີຍມີຄວາມຮູ້ສຶກໃນແງ່ລົບຕໍ່ສາສະໜາເລີຍ, ພຽງແຕ່ຄວາມເຄົາລົບຕໍ່ທຸກສາສະໜາ, ແລະ ກໍເຄົາລົບຄົນທີ່ບໍ່ຖືສາສະໜານຳ. ອາຕະມາຄິດວ່ານີ້ເປັນສິ່ງທີ່ສະຫຼາດ. ເຮົາຈະສົ່ງເສີມສິ່ງນີ້ແນວໃດ? ໂດຍການເທສະໜາບໍ? ບໍ່. ສະນັ້ນຕ້ອງແມ່ນໂດຍການພາວະນາ? ບໍ່. ແຕ່ໂດຍການສຶກສາ, ແມ່ນແລ້ວ. ເຮົາຮັບການສຶກສາກ່ຽວກັບສຸຂະວິທະຍາຮ່າງກາຍ, ສະນັ້ນ ເປັນຫຍັງຈິ່ງບໍ່ສຶກສາກ່ຽວ ກັບສຸຂະອາລົມ ຫຼື ສຸຂະຈິດໃຈແດ່, ຄວາມຮູ້ພື້ນຖານກ່ຽວກັບວິທີດູແລສຸຂະພາບຈິດໃຈ? ບໍ່ຈຳເປັນຕ້ອງເວົ້າກ່ຽວກັບພຣະເຈົ້າ ຫຼື ຊາດໜ້າ, ຫຼື ພຣະພຸດທະເຈົ້າ ຫຼື ນິພານ, ແຕ່ພຽງກ່ຽວກັບວິທີການກ້າວໄປສູ່ການເປັນຄົນທີ່ມີຄວາມສຸກພ້ອມຈິດໃຈ. ຄົນທີ່ມີຄວາມສຸກຈະສ້າງຄອບຄົວທີ່ມີຄວາມສຸກ, ເຊິ່ງຈະພາໃຫ້ມີຊຸມຊົນທີ່ມີຄວາມສຸກ. ສະນັ້ນ, ອາຕະມາຄິດວ່າເຮົາຕ້ອງການບົດຮຽນກ່ຽວກັບສຸຂະອາລົມ. 

ສຸຂະອາລົມ

ສຸຂະອາລົມແມ່ນຫຍັງ? ມັນໝາຍເຖິງການດູແລປັດໄຈທີ່ທຳລາຍຈິດໃຈທີ່ສະຫງົບຂອງເຮົາ, ຫຼື ຄວາມສະບາຍໃຈຂອງເຮົາ. ປັດໄຈເຫຼົ່ານີ້ເປັນຄືພະຍາດທາງໃຈ, ບໍ່ພຽງແຕ່ຍ້ອນອາລົມແງ່ລົບເຫຼົ່ານີ້ຈະທຳລາຍຈິດໃຈທີ່ສະຫງົບ, ສົມບູນຂອງເຮົາ, ມັນຍັງທຳລາຍຄວາມສາມາດໃນ ການຕີລາຄາຄວາມເປັນຈິງຂອງຈິດໃຈເຮົານຳ. ສິ່ງນີ້ຈະກໍ່ໃຫ້ເກີດຄວາມເສຍຫາຍຫຼາຍ ເພາະວ່າເມື່ອເຮົາມີແຕ່ອາລົມຮ້າຍ, ເຮົາຈະບໍ່ສາມາດເຫັນຄວາມເປັນຈິງ ແລະ ຈິດໃຈຂອງເຮົາກໍຈະລຳອຽງ. ແລະພ້ອມກັບຄວາມຍຶດຕິດ, ເຮົາຍັງຈະບໍ່ສາມາດເຫັນຄວາມເປັນຈິງຢ່າງຖືກຕ້ອງ. ນີ້ແມ່ນພະຍາດຂອງຈິດໃຈ. ທຳມະຊາດຂອງຈິດໃຈເຮົາແມ່ນຄວາມເຂົ້າໃຈ ແລະ ສະນັ້ນ ປັດໄຈປະເພດໃດທີ່ຫຼຸດຜ່ອນຄວາມສາມາດຕໍ່ການເຂົ້າໃຈອັນນີ້ແມ່ນຖືເປັນສິ່ງລົບ. 

ສະນັ້ນ ສຸຂະອາລົມຈິ່ງເປັນການຫຼຸດຜ່ອນອາລົມປະເພດເຫຼົ່ານີ້ ແລະ ເປັນການຮັກສາຄວາມສາມາດທາງຈິດໃຈຂອງຕົນໄວ້ເພື່ອຄວາມຈະແຈ້ງ ແລະ ສະຫງົບ, ເຊິ່ງເປັນຈິດໃຈທີ່ມີສຸຂະພາບດີ. ເພື່ອເຮັດໄດ້ແນວນີ້, ທຳອິດເຮົາຕ້ອງປູກຝັງ ແລະ ສ້າງຄວາມສົນໃຈໃນການເຮັດແນວນັ້ນກ່ອນ. ຖ້າປາສະຈາກຄວາມສົນໃຈ, ທ່ານຈະບໍ່ສາມາດບັງຄັບໃຫ້ຄົນເຮັດແນວນັ້ນໄດ້. ບໍ່ມີກົດໝາຍ ຫຼື ລັດຖະທຳມະນູນໃດທີ່ສາມາດເຮັດໃຫ້ຄົນເຮັດແນວນັ້ນໄດ້. ມັນຕ້ອງມາຈາກຄວາມຕື່ນຕົວຂອງບຸກຄົນ, ເຊິ່ງຈະເກີດຂຶ້ນໄດ້ກໍຕໍ່ເມື່ອເຮົາເຫັນຄຸນຄ່າໃນການເຮັດແນວນັ້ນ. ແລະກໍແມ່ນຄຸນຄ່າເຫຼົ່ານີ້ທີ່ເຮົາສາມາດສອນໄດ້. 

ຜົນການຄົ້ນຄວ້າທາງວິທະຍາສາດກ່ຽວກັບຈິດໃຈ ແລະ ອາລົມ

ບາດນີ້ ເຮົາສາມາດເບິ່ງວິທະຍາສາດໄດ້. ກ່ອນໜ້ານີ້, ວິທະຍາສາດສະໄໝໃໝ່ໄດ້ສຸມໃສ່ເລື່ອງທີ່ສາມາດວັດແທກໄດ້. ອາຕະມາຄິດວ່າໃນຊ່ວງຫຼັງຂອງສັດຕະວັດທີ 20 ແລະ ປະຈຸບັນນີ້, ຕົ້ນສັດຕະວັດທີ 21, ນັກວິທະຍາສາດຫຼາຍຕໍ່ຫຼາຍຄົນກຳລັງສະແດງຄວາມສົນໃຈອັນແທ້ຈິງຕໍ່ຈິດໃຈ ແລະ ອາລົມ, ເພາະມີການກ່ຽວພັນໃກ້ຊິດລະຫວ່າງຈິດໃຈ ແລະ ອາລົມທີ່ເຊື່ອມໂຍງຕໍ່ສຸຂະພາບ. ນັກວິທະຍາສາດບາງທ່ານເວົ້າວ່າ “ສຸຂະພາບໃຈທີ່ດີ, ສຸຂະພາບກາຍທີ່ດີ.” ນັກວິທະຍາສາດການແພດຍັງເວົ້າວ່າ ຄວາມຢ້ານກົວ, ຄວາມໂມໂຫ ແລະ ຄວາມກຽດຊັງທີ່ມີຢູ່ຕະຫຼອດຈະກັດກິນພູມຕ້ານທານຂອງເຮົາ, ໃນຂະນະທີ່ຈິດໃຈທີ່ມີຄວາມເຫັນໃຈຈະປະຄັບປະຄອງ ແລະ ຍັງສາມາດສົ່ງເສີມສຸຂະພາບຮ່າງກາຍທີ່ດີໄດ້. ເຫັນໄດ້ແຈ້ງວ່າ ເຮົາຮູ້ວ່າສຳລັບຄົນທີ່ມີຈິດໃຈທີ່ມີຄວາມສຸກ, ຜົນກະທົບດ້ານບວກທີ່ມີຕໍ່ຮ່າງກາຍຂອງເຂົານັ້ນມະຫາສານ. 

ການເບິ່ງເຫັນດ້ານບວກໃນສະຖານະການລົບ

ໃນຊີວິດຂອງອາຕະມາເອງ, ຕອນອາຍຸ 16 ປີ ອາຕະມາມີຄວາມຮັບຜິດຊອບຫຼາຍອັນ, ແລະ ສະຖານະການກໍຫຍຸ້ງຍາກຫຼາຍ. ແລ້ວຕອນອາຍຸ 24 ປີ, ອາຕະມາໄດ້ສູນເສຍປະເທດຂອງຕົນເອງ ແລະ ຈົນເຖິງປະຈຸບັນກໍໄດ້ໃຊ້ຊີວິດສ່ວນໃຫຍ່ເປັນຄົນອົບພະຍົບ. ໃນຂະນະດຽວກັນ ກໍມີຄວາມທຸກທໍລະມານ ແລະ ບັນຫາໃນທິເບດຫຼາຍ, ແລະ ປະຊາຊົນກໍວາງຄວາມຫວັງ ແລະ ຄວາມເຊື່ອໝັ້ນໄວ້ທີ່ອາຕະມາຫຼາຍ. ແຕ່ອາຕະມາກໍຊ່ວຍຫຍັງບໍ່ໄດ້. ແຕ່, ຄວາມສະຫງົບໃນຈິດໃຈຂອງອາຕະມາໄດ້ຊ່ວຍໃຫ້ອາຕະມາເຫັນສິ່ງເຫຼົ່ານີ້ດ້ວຍຄວາມເປັນຈິງ. ດັ່ງທີ່ພຣະສານຕິເທວະໄດ້ກ່າວໄວ້, ຖ້າສາມາດຂ້າມຜ່ານຄວາມຫຍຸ້ງຍາກໄດ້, ກໍບໍ່ຈຳເປັນຕ້ອງອຸກອັ່ງ. ແລະຖ້າມີສະຖານະການທີ່ຫຍຸ້ງຍາກໂດຍທີ່ບໍ່ມີທາງຂ້າມຜ່ານມັນໄດ້, ກໍບໍ່ມີປະໂຫຍດທີ່ຈະອຸກອັ່ງກັບມັນເກີນໄປ. ອັນນີ້ເປັນຄວາມຈິງ, ສະນັ້ນ ອາຕະມາຈິ່ງປະຕິບັດຕາມນີ້. 

ອັນສຳຄັນແມ່ນການເບິ່ງສິ່ງຕ່າງໆ ໃນທາງທີ່ເປັນຈິງ ແລະ ເຫັນວ່າທຸກສິ່ງນັ້ນສຳພັນກັນນຳ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍສາມາດມີຜົນດ້ານບວກໄດ້. ໃນກໍລະນີຂອງອາຕະມາເອງ ອາຕະມາໄດ້ກາຍເປັນຄົນອົບພະຍົບ, ແຕ່ຍ້ອນສິ່ງນີ້ອາຕະມາຈິ່ງໄດ້ມີໂອກາດພົບກັບຫຼາຍຄົນ ແລະ ຮຽນຮູ້ຫຼາຍມຸມມອງທີ່ແຕກຕ່າງກັນ. ອາຕະມາໄດ້ພົບຄົນຂໍທານ, ທ່ານຜູ້ນຳ, ນັກປາດຈາກຫຼາຍສາຂາ, ແລະ ຄົນທີ່ຕໍ່ຕ້ານສາສະໜາ, ເຊິ່ງເປັນປະໂຫຍດຫຼາຍ ເພາະຖ້າ ອາຕະມາຫາກຍັງຢູ່ໃນທິເບດ, ອາຕະມາຄິດວ່າຄວາມຮູ້ຂອງອາຕະມາອາດມີແຕ່ເຄິ່ງຂອງທີ່ເປັນຢູ່ນີ້. ສະນັ້ນ ເບິ່ງດ້ານໜຶ່ງມັນກໍເປັນໂສກກະນາດຕະກຳອັນໜັກໜ່ວງ, ແຕ່ເບິ່ງອີກດ້ານໜຶ່ງ ມັນກໍໄດ້ນຳເອົາໂອກາດດີໆຫຼາຍອັນມານຳ. ຖ້າເຮົາເບິ່ງຈາກຫຼາຍມຸມມອງ, ເຮົາກໍຈະຮູ້ສຶກບໍ່ເປັນຫຍັງ. ສິ່ງບໍ່ດີອາດເກີດຂຶ້ນ, ແຕ່ກໍອາດມີສິ່ງດີໆ ບາງຢ່າງໃນນັ້ນນຳ. 

ຄົນທິເບດໃນອາດີດເຄີຍຖືກໂດດດ່ຽວໜ້ອຍໜຶ່ງ, ແຕ່ດຽວນີ້ຄວາມຄິດຂອງເຂົາກວ້າງອອກຫຼາຍ. ຈາກຫຼາຍສັດຕະວັດ, ຄົນທິເບດມີຊີວິດຢູ່ໃນພາວະຫຼັບໄຫຼ, ແຕ່ດຽວນີ້ເຂົາໄດ້ຕື່ນຂຶ້ນ ແລ້ວ. ດີ! ສະນັ້ນ ທ່ານເຫັນບໍ່, ຖ້າທ່ານເບິ່ງຈາກຫຼາຍມຸມມອງ, ທ່ານສາມາດເຫັນສິ່ງທີ່ເປັນບວກໄດ້, ເຊິ່ງຈະຊ່ວຍໃນການຮັກສາຈິດໃຈທີ່ສະຫງົບໄວ້ໄດ້. ຊ່ວງນີ້, ສະຫາຍເກົ່າຂອງອາຕະມາຫຼາຍທ່ານບອກອາຕະມາເວລາທີ່ເຮົາພົບກັນວ່າ ໜ້າຕາຂອງອາຕະມາຍັງເບິ່ງຄືໜຸ່ມຢູ່, ສະນັ້ນ ບາງຄົນກໍຂໍເຄັດລັບຂອງອາຕະມາ. ຕາມທຳມະດາ ອາຕະມາຈະບອກເຂົາວ່າການນອນ 8 ຫຼື 9 ຊົ່ວໂມງຈະຊ່ວຍໃຫ້ຈິດໃຈສະຫງົບ. ອັນທີ່ຈິງ ນີ້ແມ່ນປັດໄຈອັນໜຶ່ງ ແນ່ນອນ, ແຕ່ສິ່ງທີ່ເປັນປະໂຫຍດແທ້ແມ່ນຖ້າຈິດໃຈ ແລະ ພາວະຈິດໃຈຂອງເຮົາຫາກອ່າວງຽບສະຫງົບ. 

ຈິດໃຈທີ່ສະຫງົບຍັງຊ່ວຍທ່ານໃນການຟື້ນຕົວຈາກສິ່ງຕ່າງໆ ເຊັ່ນ ການຜ່າຕັດ. ຕອນທີ່ອາຕະມາຜ່າຕັດຖົງບີ, ຕອນນັ້ນຖືວ່າໜັກຫຼາຍ. ສັນຍະແພດ (ໝໍປາດ) ໄດ້ບອກອາຕະມາໃນຕອນຫຼັງວ່າ ຕາມທຳມະດາການຜ່າຕັດໃຊ້ເວລາ 15 ຫາ 20 ນາທີ, ແຕ່ໃນກໍລະນີຂອງອາຕະມາແມ່ນໜັກຫຼາຍຈົນວ່າຕ້ອງໄດ້ໃຊ້ 3 ຊົ່ວໂມງ, ເພາະວ່າຖົງບີຂອງອາຕະມາໃຄ່ຈົນເກືອບເປັນສອງເທົ່າຂອງຂະໜາດປົກກະຕິ, ແລະ ມີນ້ຳໜອງຫຼາຍ. ແຕ່ອາຕະມາກໍຟື້ນຕົວພາຍໃນ 5 ວັນຊື່ໆ. ສະນັ້ນ ຈິດໃຈທີ່ສະຫງົບ ແລະ ທັດສະນະຄະຕິໃນແງ່ດີ ແມ່ນຊ່ວຍໄດ້ແທ້ໃນການຮັກສາສຸຂະພາບຮ່າງກາຍ, ແລ້ວເຖິງວ່າຈະມີສິ່ງຜິດພາດເກີດຂຶ້ນ, ທ່ານກໍຈະຟື້ນຕົວໄດ້ໄວ. ຈິດໃຈທີ່ສະຫງົບແມ່ນປັດໄຈທີ່ສຳຄັນຕໍ່ສຸຂະພາບທີ່ດີຫຼາຍແທ້ໆ. 

ຄວາມງາມພາຍໃນ ກັບ ຄວາມງາມພາຍນອກ

ອາຕະມາຈະກ່າວໃນທີ່ນີ້ນຳເລີຍ, ເຄິ່ງຕາຫຼົກ ແລະ ເຄິ່ງຢອກ, ວ່າຜູ້ສາວບາງຄົນມັກຈ່າຍເງິນໄປກັບເຄື່ອງສຳອາງອ່າວຫຼາຍ. ຜູ້ສາວບາງຄົນທາໜ້າຫຼາຍສີ - ສີຟ້າແດ່, ສີຂຽວແດ່ ແລະ ອື່ນໆ. ມັນເບິ່ງບໍ່ງາມປານໃດ, ແຕ່ເຂົາຄິດວ່າມັນງາມຫຼາຍ! ຄົນເຮົາເບິ່ງຄືເອົາໃຈໃສ່ຕໍ່ຄວາມງາມພາຍນອກຫຼາຍກວ່າ. ໃນການໂອ້ລົມກັບສາທາລະນະຊົນມື້ກ່ອນນັ້ນ, ແມ່ຍິງຄົນໜຶ່ງມີຜົມສີຟ້າ, ມັນແປກຫຼາຍ. ສະນັ້ນ ແນ່ນອນວ່າອາຕະມາຢອກລາວ ແລະ ບອກລາວວ່າຜົມສີຟ້າບໍ່ຈຳເປັນວ່າຈະງາມເດີ້! ແນ່ນອນວ່າຄວາມງາມພາຍນອກແມ່ນສຳຄັນ, ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຄວາມງາມພາຍໃນ. ແມ່ຍິງທີ່ຈ່າຍເງິນຈຳນວນຫຼາຍໄປກັບຄວາມງາມພາຍນອກເອີຍ, ກະລຸນາເອົາໃຈໃສ່ຕໍ່ຄວາມງາມພາຍໃນຂອງທ່ານສາ, ເຊິ່ງຈະດີກວ່າຫຼາຍ! 

ຈິດໃຈ ແລະ ອາລົມ ໃນລັກສະນະຫົວຂໍ້ວິຊາການ

ເຮົາຈະລົມກັນກ່ຽວກັບຜົນຄົ້ນຄວ້າທາງວິທະຍາສາດ. ຄວາມສະຫງົບທາງຈິດໃຈອັນແທ້ຈິງແມ່ນສຳຄັນຫຼາຍ. ພື້ນຖານຂອງຄວາມສະຫງົບທາງຈິດໃຈແມ່ນຄວາມໝັ້ນໃຈໃນຕົນເອງ ແລະ ຄວາມເຂັ້ມແຂງພາຍໃນ ເຊິ່ງມາຈາກການຝຶກຝົນຄວາມຮັກ ແລະ ຄວາມເຫັນໃຈ, ດ້ວຍຄວາມຮູ້ສຶກເຄົາລົບຕໍ່ຄົນອື່ນ ແລະ ຄວາມຫ່ວງໄຍຕໍ່ສະຫວັດດີການຂອງເຂົາ. ນີ້ແມ່ນຈັນຍາທັມທາງໂລກ. 

ຈາກອານຸບານຈົນເຖິງມະຫາວິທະຍາໄລ, ເຮົາສາມາດສອນກ່ຽວກັບຈິດໃຈ ແລະ ວິທີດູແລອາລົມຂອງເຮົາ. ຫົວຂໍ້ນີ້ກວ້າງຫຼາຍ, ແລະ ມີຄຳອະທິບາຍຢ່າງຫຼວງຫຼາຍກ່ຽວກັບຈິດໃຈ ແລະ ອາລົມຄວາມຮູ້ສຶກຂອງເຮົາ ແລະ ການເຊື່ອມໂຍງຂອງທັງສອງ. ເຮົາສາມາດເຫັນຕ່ອງໂສ້ເຫດ ແລະ ຜົນປະເພດໜຶ່ງທີ່ເມື່ອບາງສິ່ງຫາກເກີດຂຶ້ນໃນສ່ວນໜຶ່ງຂອງຈິດໃຈ, ອີກສິ່ງໜຶ່ງກໍຈະເກີດຂຶ້ນຢູ່ສ່ວນອື່ນ. ສະນັ້ນ ເພື່ອຈັດການກັບສິ່ງນີ້, ເຮົາຕ້ອງພິຈາລະນາຢ່າງຈິງຈັງກ່ຽວກັບຫົນທາງທີ່ຈິດໃຈເຊື່ອມໂຍງກັບສະໝອງໂດຍລວມ. 

ຫົວຂໍ້ອັນກວ້າງຂວາງນີ້ເປັນສິ່ງທີ່ຄວນໄດ້ຮັບການເອົາໃຈໃສ່ທາງດ້ານວິຊາການຢ່າງແທ້ຈິງ. ໃນສາມ-ສີ່ປີຜ່ານມາໃນອາເມຣິກາ, ນັກວິທະຍາສາດໄດ້ເຮັດການທົດລອງບົນພື້ນຖານຂໍ້ມູນນີ້, ແລະ ຜົນໄດ້ຮັບອັນໜັກແໜ້ນກໍເລີ່ມປາກົດອອກມາແລ້ວ. ຍ້ອນແນວນັ້ນ ປະຈຸບັນຈິ່ງມີຫຼັກສູດການສຶກສາທີ່ສອນກ່ຽວກັບຈັນຍາທັມທາງໂລກ. ດຽວນີ້ເຮົາຍັງໄດ້ຕັດສິນໃຈສ້າງຮ່າງ ຫຼັກສູດກ່ຽວກັບຈັນຍາທັມສິນທັມບົນພື້ນຖານທາງໂລກ, ເຊິ່ງສາມາດປະກອບເຂົ້າໃສ່ຂະແໜງການສຶກສາທາງໂລກໄດ້. 

ທ່ານຜູ້ຟັງ, ແລະ ໂດຍສະເພາະແມ່ນຄູອາຈານ ແລະ ນັກປາດໃນທີ່ນີ້, ຄວນຄິດກ່ຽວກັບສິ່ງນີ້ເພີ່ມ ແລະ ຖ້າເກີດມີໂອກາດ, ຄວນຈັດການສົນທະນາກ່ຽວກັບຫົວຂໍ້ນີ້. ໃນປະຈຸບັນ, ລະບົບການສຶກສາເບິ່ງຄືຂາດບົດຮຽນກ່ຽວກັບຈັນຍາທັມສິນທັມ, ສະນັ້ນ ຄົນສ່ວນຫຼາຍຈິ່ງອາໄສຄຳສອນຈາກສາສະໜາແທນ. ແນ່ນອນວ່າເປັນສິ່ງທີ່ດີ, ແຕ່ຍັງມີຄົນທີ່ບໍ່ສົນໃຈໃນສາສະໜາ ແລະ ເຫັນວ່າເປັນການຍາກທີ່ຈະຍອມຮັບແນວຄວາມຄິດທາງສາສະໜາ, ເຊິ່ງເຮັດໃຫ້ຍາກ. ສະນັ້ນ, ເຮົາຕ້ອງຊອກຫາວິທີທາງໂລກ, ເຊິ່ງຈະເປັນທີ່ຍອມຮັບໄດ້ທົ່ວໄປ. 

ຈົບແລ້ວ. ບາດນີ້ແມ່ນຄຳຖາມ. 

ຄຳຖາມ 

ພຣະສັກກາລະ, ໃນຄຳເຫັນອັນສຸດທ້າຍຂອງຫຼວງພໍ່ ຫຼວງພໍ່ໄດ້ກ່າວເຖິງຫົວຂໍ້ທີ່ຂ້ານ້ອຍວ່າຊິຖາມ, ແຕ່ເພື່ອໃຫ້ໄດ້ຄຳຕອບທີ່ຄົບຖ້ວນ, ຂ້ານ້ອຍຂໍຖາມຫຼວງພໍ່ອີກຖ້າຫຼວງພໍ່ບໍ່ວ່າຫຍັງ. ກ່ຽວກັບການສອນຈັນຍາທັມທາງໂລກໃນໂຮງຮຽນ ແລະ ມະຫາວິທະຍາໄລ, ຫຼວງພໍ່ກຳລັງສ້າງຫຼັກສູດການສອນທີ່ເໝາະສົມຮ່ວມກັບໃຜບໍ? ຖ້າເປັນດັ່ງນັ້ນ, ຫຼວງພໍ່ມີສະຖາບັນການສຶກສາ ຫຼື ສະຖາບັນການເງິນໃດສະໜັບສະໜຸນຫຼວງພໍ່ຢູ່ບໍ? 

ໃນອິນເດຍ, ດ້ວຍການຊ່ວຍເຫຼືອຈາກມະຫາວິທະຍາໄລບາງແຫ່ງໃນກຸງເດນລີ, ເຮົາໄດ້ເລີ່ມວຽກສ້າງຮ່າງຫຼັກສູດແລ້ວ, ຄືດັ່ງທີ່ອາຕະມາໄດ້ກ່າວໄປກ່ອນໜ້ານີ້. ແລ້ວເຮົາຍັງມີສະຖາບັນຈິດໃຈ ແລະ ຊີວິດ. ແລະໃນອາເມຣິກາ, ສະມາຊິກໃນຂະແໜງຂອງຕົນ ເຊັ່ນ ມະຫາວິທະຍາໄລວິສ໌ຄອນຊິນ, ມະຫາວິທະຍາໄລເອໂມຣີ, ມະຫາວິທະຍາໄລສະແຕນຝອດ ແລະ ອື່ນໆ ກໍກຳລັງດຳເນີນການສຶກສາກ່ຽວກັບຈັນຍາທັມທາງໂລກແລ້ວ. ແລະສະຖາບັນນີ້ ເຮົາກໍໄດ້ຂະຫຍາຍເຂົ້າຢູໂຣບແລ້ວ. ອີກບໍ່ດົນເຮົາຢາກກໍ່ຕັ້ງສະຖາບັນໜຶ່ງໃນ ຫຼື ໃກ້ກັບເດນລີ. ຈົນເຖິງຕອນນີ້ເຮົາໄດ້ເຮັດພຽງແຕ່ເທົ່ານີ້. ເມື່ອຫຼັກສູດພ້ອມ, ແລ້ວບາງເທື່ອເຮົາຈະສາມາດຝຶກຄູຈຳນວນໜຶ່ງ, ແລ້ວຈິ່ງຈະເກີດ. ບາງເທື່ອອາດຄຸ້ມຄ່າ, ແຕ່ເຮົາຈະຖ້າເບິ່ງ. 

ພຣະສັກກາລະ, ຂ້ານ້ອຍຮັກໂລກນີ້ ແລະ ທຸກຢ່າງທີ່ປະກອບເປັນມັນ, ໜ່ວຍໂລກ ແລະ ພືດພັນ ແລະ ສັດ, ແລະ ມະນຸດເຮົາທີ່ຈັບຈິດຈັບໃຈ. ແຕ່ມະນຸດເຫຼົ່ານີ້ທຳລາຍໂລກຢູ່ຕະຫຼອດເວລາ, ດ້ວຍສິ່ງເລັກນ້ອຍທຳມະດາໆ ເຊັ່ນ ການຊື້ຂວດພລາສ໌ຕິກ, ແລະ ສິ່ງສຳຄັນໃຫຍ່ໆ ເຊັ່ນ ການທຳລາຍປ່າໄມ້. ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງໃຈເຢັນ ແຕ່ເມື່ອໃດທີ່ຂ້ານ້ອຍເຫັນສິ່ງນີ້, ເມື່ອຂ້ານ້ອຍເຫັນວ່າຊີວິດກຳລັງດັບມອດລົງ ແລະ ມີຄວາມທໍລະມານ, ຈະມີຄວາມໂມໂຫຫຼວງຫຼາຍທີ່ມາຈາກພາຍໃນຕົວຂ້ານ້ອຍ ແລະ ຂ້ານ້ອຍຢາກສູ້. ສະນັ້ນ ຄຳຖາມຂ້ານ້ອຍແມ່ນ, ມີຄວາມໂມໂຫທີ່ດີຕໍ່ສຸຂະພາບບໍ? ຂ້ານ້ອຍສາມາດຕໍ່ສູ້ດ້ວຍຄວາມຮັກໄດ້ບໍ? 

ຄວາມໂມໂຫ, ຄືທີ່ອາຕະມາໄດ້ກ່າວໄປແລ້ວກ່ອນໜ້ານີ້, ແມ່ນກ່ຽວກັບແຮງຈູງໃຈ. ສະນັ້ນ ຄວາມໂມໂຫຈາກຄວາມຫ່ວງໄຍຕໍ່ບາງຢ່າງ ຫຼື ຕໍ່ຄົນອື່ນ ເປັນອັນໜຶ່ງ, ແລະ ຄວາມໂມໂຫທີ່ເກີດຈາກຄວາມກຽດຊັງກໍເປັນອັນໜຶ່ງທີ່ຕ່າງອອກໄປອີກ. 

ພຣະສັກກາລະ, ຫຼວງພໍ່ໄດ້ເວົ້າກ່ຽວກັບຄົນຖືສາສະໜາຫົກຕື້ຄົນ ແລະ ບາງທີຄົນບໍ່ຖືສາສະໜາໜຶ່ງຕື້ຄົນໃນໂລກນີ້. ຂ້ານ້ອຍເຫັນວ່າມີກຸ່ມຄົນທີສາມອີກທີ່ບໍ່ຮູ້ສຶກດີກັບສະຖາບັນສາສະໜາແບບດັ້ງເດີມ ແຕ່ກໍບໍ່ແມ່ນວ່າບໍ່ເຊື່ອເລີຍເຊັ່ນກັນ, ແລະ ກຳລັງຊອກຫາທີ່ເພິ່ງທາງໃຈທີ່ເໜືອກວ່າສະຖາບັນສາສະໜາ. ຫຼວງພໍ່ຈະແນະນຳເຂົາແນວໃດ? 

ຫຼາຍປີກ່ອນທີ່ເມືອງສຕ໋ອກໂຮມ ອາຕະມາໄດ້ພົບກັບຄົນກຸ່ມນ້ອຍໜຶ່ງ. ເຂົາບໍ່ໄດ້ນິຍົມປະເພນີ ຫຼື ສາສະໜາດັ້ງເດີມ ແຕ່ຍັງຊອກຫາທີ່ເພິ່ງທາງໃຈບາງຢ່າງ. ແມ່ນ, ມີຄົນແບບນີ້ຢູ່. ແຕ່ອາຕະມາໄດ້ພົບວ່າສິ່ງທີ່ທ່ານເອີ້ນວ່າ “ຍຸກໃໝ່,” ຫຼື ການປະສົມປະສານສ່ວນປະກອບຈາກບ່ອນນີ້ ແລະ ບ່ອນນັ້ນ, ແມ່ນບໍ່ເປັນປະໂຫຍດປານໃດ! 

ອາຕະມາຄິດວ່າດີທີ່ບໍ່ພຽງແຕ່ສະໜອງຄວາມຕ້ອງການທາງວັນຖຸຂອງຕົນຢ່າງດຽວ, ແຕ່ການພະຍາຍາມຫາຄຸນຄ່າເລິກໆ ເປັນສິ່ງດີ. ເຮົາສົມຄວນວິເຄາະຊີວິດຂອງເຮົາ, ໃຫ້ເຫັນວ່າຄວາມສຸກຂອງເຮົາບໍ່ໄດ້ມາຈາກຄວາມພໍໃຈທາງອາຍະຕະນະ (ປະສາດສຳຜັດ) ພຽງບາງຢ່າງ. ຄືກັບເມື່ອດົນຕີດຳເນີນຢູ່, ທ່ານຈະຮູ້ສຶກພໍໃຈ, ແຕ່ຖ້າດົນຕີຢຸດກໍຈະບໍ່ມີຄວາມເພິ່ງພໍໃຈອີກ. ໃນລະດັບຈິດໃຈ, ການມີຄວາມຮູ້ສຶກເຊື່ອ ຫຼື ເຫັນໃຈຢ່າງຫຼວງຫຼາຍ - ຄວາມເພິ່ງພໍໃຈທີ່ມາຈາກສິ່ງນີ້ຈະຄົງຢູ່ດົນກວ່າ. 

ສຳລັບຫຼວງພໍ່, ແມ່ນຫຍັງເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງມະນຸດ? 

ອາຕະມາບອກຄົນເລື້ອຍໆ ວ່າ ເປົ້າປະສົງຂອງຊີວິດເຮົາແທ້ໆ ນັ້ນແມ່ນການມີຊີວິດທີ່ມີຄວາມສຸກ. ບາດນີ້ ເພື່ອໃຫ້ບັນລຸຄວາມສຸກ ຫຼື ຄວາມປິຕິຊົມຊື່ນ, ມັນບໍ່ຄວນຂຶ້ນກັບປະສົບການທາງອາຍະຕະນະ (ປະສາດສຳຜັດ), ແຕ່ຄວນຂຶ້ນກັບພາວະຈິດໃຈຂອງເຮົາແທນ. ສະນັ້ນ ຄືທີ່ອາຕະມາເວົ້າຢູ່ສະເໝີ, ເຮົາຕ້ອງເອົາໃຈໃສ່ຕໍ່ຄຸນຄ່າທາງໃນຂອງເຮົາ. ຂອບໃຈຫຼາຍໆ. 

Top