ການຟື້ນຟູຄ່ານິຍົມອິນເດຍບູຮານ

10.28%20reviving%20ancient%20indian%20values

ຜູ້ຂ້າໄດ້ຖືກຮ້ອງຂໍໃຫ້ເວົ້າກ່ຽວກັບການຟື້ນຟູຄ່ານິຍົມຂອງຊາວອິນເດຍໃນສະໄໝບູຮານ, ເຊິ່ງແມ່ນໜຶ່ງໃນຄຳໝັ້ນສັນຍາຫຼັກ 4 ຂໍ້ຂອງທ່ານສົມເດັດພຣະດາໄລລາມະ. ຫົວຂໍ້ນີ້ກ່າວເຖິງຫຼາຍບັນຫາ:

  • ປະເດັນທີໜຶ່ງ, ຄ່ານິຍົມຂອງອິນເດຍບູຮານແມ່ນຫຍັງ?
  • ປະເດັນທີສອງ, ເປົ້າໝາຍ ແລະ ຈຸດປະສົງຂອງການຟື້ນຟູແມ່ນຫຍັງ?
  • ປະເດັນທີສາມ, ໝາຍຄວາມວ່າແນວໃດທີ່ຈະຟື້ນຟູ?
  • ປະເດັນທີສີ່, ມີວິທີປະຕິບັດທີ່ມີປະສິທິຜົນອັນໃດແດ່ທີ່ຈະນຳມາເຊິ່ງການຟື້ນຟູ?

ເຮົາມາວິເຄາະແຕ່ລະປະເດັນນີ້ເທື່ອລະຂໍ້. 

ຄ່ານິຍົມອິນເດຍບູຮານແມ່ນຫຍັງ? 

ເມື່ອເຮົາເບິ່ງວ່າຄ່ານິຍົມອິນເດຍບູຮານມີຫຍັງແດ່, ມີຢູ່ສອງທາງທີ່ເຮົາສາມາດລົງເລິກໄດ້ :

  • ອັນໜຶ່ງແມ່ນທິດທາງຂອງອະຫິງສະ (Ahimsa) ແລະ ກະຣຸນາ (Karuna) - ການບໍ່ໃຊ້ຄວາມຮຸນແຮງ ແລະ ຄວາມເຫັນໃຈ - ສອງຄ່ານິຍົມຂອງອິນເດຍບູຮານທີ່ທ່ານສົມເດັດສົ່ງເສີມຢູ່ສະເໝີ. ໂດຍສອນໃນສາຍສາສະໜາອິນເດຍ, ມັນຍັງເປັນພື້ນຖານສໍາລັບຈັນຍາທັມທາງໂລກສະໄໝໃໝ່, ຄ່ານິຍົມສາກົນ ແລະ ໂຄງການ SEE Learning ຂອງການຮຽນຮູ້ທາງດ້ານສັງຄົມ, ອາລົມ ແລະ ຈັນຍາທັມທີ່ສ້າງຂຶ້ນໂດຍມະຫາວິທະຍາໄລເອໂມຣີ (Emory University). ປະຈຸບັນ ໂຄງການນີ້ກຳລັງດຳເນີນຢູ່ໃນໂຮງຮຽນຈໍານວນຫຼາຍໃນອິນເດຍ, ເຊັ່ນດຽວກັນກັບໃນອີກຫຼາຍປະເທດທົ່ວໂລກ.
  • ອີກທິດທາງໜຶ່ງແມ່ນດ້ານສຸຂະອະນາໄມທາງອາລົມ - ຄ່ານິຍົມອິນເດຍບູຮານອີກອັນໜຶ່ງທີ່ທ່ານສົມເດັດສົ່ງເສີມ, ແລະ ພົບເຫັນຕົ້ນຕໍຢູ່ໃນຄໍາສອນຂອງລະບົບຫຼັກຄຳສອນຂອງອິນເດຍບູຮານກ່ຽວກັບຈິດໃຈ, ອາລົມ, ວິທີການຮູ້ ແລະ ວິທີການໃຫ້ເຫດຜົນ.

ຜູ້ຂ້າຢາກຈະສຸມໃສ່ທີ່ນີ້ກ່ຽວກັບການຟື້ນຟູລັກສະນະທີສອງຂອງຄ່ານິຍົມອິນເດຍບູຮານ : ສຸຂະອະນາໄມທາງອາລົມ. ຖ້າເຮົາເວົ້າເຖິງວິທະຍາສາດ, ປັດຊະຍາ ແລະ ສາສະໜາອິນເດຍ, ຄືກັບທີ່ທ່ານສົມເດັດກ່າວເຖິງກ່ຽວກັບຄຳສອນຂອງພຣະພຸດທະສາສະໜາ, ສຸຂະອະນາໄມທາງອາລົມສ່ວນຫຼາຍແມ່ນຢູ່ໃນຂອບເຂດຂອງວິທະຍາສາດອິນເດຍ. ແຕ່, ມັນທັບຊ້ອນກັນກັບປັດຊະຍາອິນເດຍໃນເວລາທີ່ກ່າວເຖິງບັນຫາກ່ຽວກັບຕົນ, ຄວາມຈິງ ແລະ ຄວາມເປັນຈິງ. ວິທີທີ່ເຮົານັບຖືຕົນເອງ ແລະ ຄົນອື່ນ ແລະ ສິ່ງທີ່ເຮົາຖືວ່າເປັນຄວາມຈິງ ແລະ ຄວາມເປັນຈິງຈະສົ່ງຜົນກະທົບຕໍ່ສະຫວັດດີພາບທາງອາລົມຂອງເຮົາຢ່າງຈະແຈ້ງ.

ລະບົບຫຼັກຄຳສອນຂອງອິນເດຍບູຮານປະກອບມີລະບົບຫຼັກພຣະພຸດທະສາສະໜາສີ່ລະບົບ ແລະ ລະບົບຫຼັກທີ່ບໍ່ແມ່ນພຣະພຸດທະສາສະໜາແປດລະບົບ, ແລະ ຫຼາຍລະບົບມີນິກາຍຍ່ອຍ. ແຕ່, ແຕ່ລະລະບົບຫຼັກເຫຼົ່ານີ້ເປັນລະບົບທີ່ສົມບູນ, ໂດຍມີການຢືນຢັນທີ່ເປັນເອກະລັກຂອງຕົນເອງໃນສ່ວນທີ່ກ່ຽວກັບສຸຂະອະນາໄມທາງອາລົມທຸກດ້ານ. ແຕ່ລະລະບົບສະເໜີແຜນທີ່ຂອງຈິດ ແລະ ອາລົມ, ການຢືນຢັນຄວາມສໍາພັນລະຫວ່າງຈິດກັບຕົນ, ທິດສະດີຄວາມຮູ້ຄວາມເຂົ້າໃຈ ແລະ ໂຄງສ້າງການພິສູດແນວຕັນກະຂອງຕົນເອງ. ນອກນັ້ນ, ທັງໝົດຍັງມີທັດສະນະທີ່ແຕກຕ່າງກັນຫຼາຍກ່ຽວກັບຫົວຂໍ້ທາງປັດຊະຍາກ່ຽວກັບຕົນ, ຄວາມຈິງ ແລະ ຄວາມເປັນຈິງ.

ນອກນັ້ນ, ທຸກລະບົບ, ຍົກເວັ້ນຈາຣວາກະ (Charvaka), ນໍາສະເໜີການຢືນຢັນທາງວິທະຍາສາດ ແລະ ປັດຊະຍາໃນບໍລິບົດຂອງຫົວຂໍ້ຫຼັກຂອງສາສະໜາອິນເດຍ. ຫົວຂໍ້ເຫຼົ່ານີ້ປະກອບມີກັມ, ການເກີດໃໝ່ຢ່າງຄວບຄຸມບໍ່ໄດ້ (ຫຼື ສັງສາຣະວັດ), ຄວາມທຸກຂອງສັງສາຣະວັດ, ຄວາມບໍ່ຮູ້ເຖິງຕົວຕົນ ແລະ ຄວາມເປັນຈິງທີ່ເປັນເຫດຂອງສັງສາຣະວັດ, ແລະ ຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ຕົວຕົນ ແລະ ຄວາມເປັນຈິງເຊິ່ງເປັນວິທີເພື່ອການບັນລຸການປົດປ່ອຍຈາກສັງສະຣະວັດ. ເນື່ອງຈາກພາວະຈິດໃຈຂອງເຮົາຖືກກະທົບຈາກຄວາມບໍ່ຮູ້ ແລະ ໃນທາງກັບກັນກໍມີຜົນກະທົບຕໍ່ພຶຕິກໍາທາງກັມຂອງເຮົາ, ມັນເຮັດໃຫ້ເກີດຄວາມທຸກຂອງການເກີດໃໝ່ສັງສາຣະວັດ. ວິທີການສໍາລັບການຕັດຕົນເອງຈາກພາວະອາລົມເຫຼົ່ານີ້ບົນພື້ນຖານຄວາມບໍ່ຮູ້ແມ່ນຖືກອອກແບບມາເພື່ອນໍາໄປສູ່ການປົດປ່ອຍຈາກການເກີດໃໝ່ສັງສາຣະວັດ. ສະນັ້ນ, ມັນບໍ່ແມ່ນແຕ່ເລື່ອງຂອງການແຍກວິທະຍາສາດອິນເດຍດ້ານສຸຂະອະນາໄມທາງອາລົມອອກຈາກການຢືນຢັນພື້ນຖານຂອງປັດຊະຍາ ແລະ ສາສະໜາອິນເດຍ.

ເມື່ອພິຈາລະນາຈາກຫຼາຍມຸມມອງກ່ຽວກັບການຢືນຢັນພື້ນຖານທີ່ມີຮ່ວມກັນລະຫວ່າງວິທະຍາສາດ, ປັດຊະຍາ ແລະ ສາສະໜາອິນເດຍບູຮານແລ້ວ, ຄ່ານິຍົມຂອງສຸຂະອະນາໄມທາງອາລົມຂອງອິນເດຍບູຮານແມ່ນຫຍັງ? ມັນແມ່ນ:

  • ຄ່ານິຍົມຂອງການໃຊ້ຄວາມຄິດແງ່ເຫດຜົນ, ການຄິດວິເຄາະເພື່ອແຍກຄວາມຕ່າງລະຫວ່າງຄວາມເປັນຈິງ ແລະ ສິ່ງທີ່ແຕ່ງຂຶ້ນ 
  • ຄ່ານິຍົມຂອງການເຂົ້າໃຈວ່າຈິດໃຈ ແລະ ອາລົມຂອງເຮົາເຮັດວຽກແນວໃດເພື່ອເອົາຊະນະຄວາມທຸກທີ່ເຮົາສ້າງຂຶ້ນສຳລັບຕົວເຮົາເອງ ແລະ ຄົນອື່ນ.

ວິທີການທີ່ໃຊ້ຮ່ວມກັນໃນລະບົບຫຼັກຄຳສອນຂອງອິນເດຍບູຮານເຫຼົ່ານີ້ຕໍ່ການຮັກສາສຸຂະອະນາໄມທາງອາລົມເຜີຍໃຫ້ເຫັນເຖິງຄ່ານິຍົມຮ່ວມກັນຕື່ມອີກ.

  • ປະການທີໜຶ່ງແມ່ນຄ່ານິຍົມຂອງການສຶກສາ. ລະບົບທັງໝົດເຫຼົ່ານີ້ສະໜັບສະໜູນການເອົາຊະນະຄວາມບໍ່ຮູ້ ແລະ ຄວາມທຸກ, ການຝຶກຈິດໃຈໂດຍການຟັງ ຫຼື ການອ່ານຄໍາສອນຂອງເພິ່ນແລ້ວຄິດວິເຄາະເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຄວາມເຊື່ອທີ່ຖືກຕ້ອງວ່າມັນເປັນຄວາມຈິງ ແລະ ເປັນປະໂຫຍດ. ການສຶກສາ ແລະ ການຄິດວິເຄາະແມ່ນພື້ນຖານສໍາລັບການສຶກສາທີ່ເໝາະທີ່ຄວນ.
  • ປະການທີສອງແມ່ນຄ່ານິຍົມຂອງການເຊື່ອມໂຍງສິ່ງທີ່ເຮົາໄດ້ຮຽນ, ໄດ້ເຂົ້າໃຈ, ແລະ ໄດ້ຮັບຄວາມເຊື່ອໝັ້ນ ເຂົ້າໃນຊີວິດຂອງເຮົາ. ໃນຖານະທີ່ເປັນວິທີການໃນການເຮັດແນວນີ້, ລະບົບອິນເດຍທັງໝົດຈະສອນການທຳສະມາທິເພື່ອສ້າງນິໄສທີ່ເປັນປະໂຫຍດ. 
  • ປະການທີສາມແມ່ນຄ່ານິຍົມຂອງການມີວິໄນໃນຕົນເອງທີ່ມີຈາຣິຍະທັມ, ສະມາທິ, ແລະ ຄວາມຮູ້ແຈ້ງ. ລະບົບທັງໝົດສອນວິໄນຮ່າງກາຍ ແລະ ການປາກເວົ້າຂອງເຮົາດ້ວຍພຶດຕິກຳທີ່ມີຈາຣິຍະທັມ ເພື່ອໃຫ້ໄດ້ຮັບວິໄນໃນການຝຶກຈິດໃຈຂອງເຮົາ. ຈາກນັ້ນ, ເພື່ອຝຶກຈິດໃຈຂອງເຮົາ, ທຸກລະບົບໃຊ້ວິທີການທຳສະມາທິຂອງສະມະຖະ (shamatha) ເພື່ອພັດທະນາສະມາທິ ແລະ ວິປັດສະນາ (vipashyana) ເພື່ອຄວາມຮູ້ແຈ້ງທີ່ຈະກໍາຈັດຄວາມບໍ່ຮູ້ຂອງເຮົາ. ສະມະຖະເປັນພາວະຂອງຈິດທີ່ສະຫງົບນິ້ງຈາກການລ່ອງລອຍ ແລະ ຄວາມມົວໝອງຂອງຈິດທັງໝົດ ແລະ ຕັ້ງໝັ້ນຢູ່ພຽງຈຸດດຽວ. ມັນເຮັດສິ່ງນີ້ໃນຂະນະທີ່ຖືຈຸດນັ້ນໃນທາງທີ່ຖືກຕ້ອງ, ເຊັ່ນ ຄວາມບໍ່ທ່ຽງ, ຫຼື ດ້ວຍທັດສະນະທີ່ເປັນປະໂຫຍດຕໍ່ສິ່ງນັ້ນ, ເຊັ່ນ ຄວາມເຫັນໃຈ. ວິປັດສະນາເປັນພາວະຂອງຈິດທີ່ຮັບຮູ້ໄດ້ຢ່າງເລິກເຊິ່ງວ່າ, ໃນຂະນະທີ່ຮັກສາພາວະຂອງສະມະຖະນັ້ນ, ກໍສາມາດແຍກລາຍລະອຽດ ແລະ ໄນທັງໝົດຂອງຄວາມເຂົ້າໃຈ ຫຼື ທັດສະນະຄະຕິທີ່ມີຕໍ່ຈຸດນັ້ນໄດ້ຢ່າງເລິກເຊິ່ງ.

ສະນັ້ນ, ໂດຍຫຍໍ້ແລ້ວ, ຄ່ານິຍົມຂອງອິນເດຍບູຮານດ້ານສຸຂະອະນາໄມທາງອາລົມແມ່ນຄ່ານິຍົມຂອງ

  • ການສຶກສາ
  • ຄວາມຄິດວິເຄາະຕາມເຫດຜົນ
  • ຄວາມເຂົ້າໃຈຈິດ ແລະ ອາລົມ
  • ພຶຕິກໍາດ້ານຈາຣິຍະທັມ
  • ການທຳສະມາທິເພື່ອພັດທະນາການເຈາະຈົງ ແລະ ຄວາມເຂົ້າໃຈ.

ເປົ້າໝາຍ ແລະ ຈຸດປະສົງຂອງການຟື້ນຟູຄ່ານິຍົມຂອງສຸຂະອະນາໄມທາງອາລົມຂອງອິນເດຍບູຮານແມ່ນຫຍັງ?

ຄໍາວ່າ "ຄ່ານິຍົມ" ໝາຍເຖິງສິ່ງທີ່ມີຄວາມສໍາຄັນສໍາລັບການບັນລຸເປົ້າຫມາຍໃນທາງບວກ. ສຸຂະອະນາໄມທາງຮ່າງກາຍແມ່ນອີງໃສ່ຄ່ານິຍົມຂອງຄວາມສະອາດ, ອາຫານເພື່ອສຸຂະພາບ, ການອອກກໍາລັງກາຍ ແລະ ພຶຕິກໍາທີ່ປອດໄພ. ທັງໝົດລ້ວນແຕ່ມີຄວາມສຳຄັນເພາະມັນຊ່ວຍປ້ອງກັນພະຍາດ ແລະ ປະກອບສ່ວນສ້າງຄວາມເປັນຢູ່ທີ່ດີຂອງເຮົາ ແລະ ສັງຄົມ. ເຊັ່ນດຽວກັນ, ສຸຂະອະນາໄມທາງອາລົມແມ່ນອີງໃສ່ຄ່ານິຍົມຂອງການສຶກສາ, ຄວາມຄິດທີ່ມີເຫດຜົນ, ຄວາມເຂົ້າໃຈທີ່ຖືກຕ້ອງ, ຄວາມສົມດູນທາງອາລົມ, ພຶຕິກໍາທີ່ສ້າງສັນ, ສະມາທິ ແລະ ຄວາມຮູ້ແຈ້ງ. ທັງໝົດນີ້ມີຄວາມສໍາຄັນເພາະມັນຊ່ວຍປ້ອງກັນຄວາມຄິດທີ່ບໍ່ສົມເຫດສົມຜົນ, ຄວາມບໍ່ສະຫງົບທາງອາລົມ, ແລະ ພຶຕິກໍາຕາມໃຈທີ່ເປັນອັນຕະລາຍຕໍ່ຕົນເອງ ແລະ ສັງຄົມ.

ເປົ້າໝາຍ ແລະ ຈຸດປະສົງຂອງຄໍາສອນອິນເດຍບູຮານກ່ຽວກັບສຸຂະອະນາໄມທາງອາລົມແມ່ນເພື່ອຊ່ວຍຄົນໃຫ້ເອົາຊະນະຄວາມທຸກ. ເຖິງວ່າເປົ້າໝາຍສູງສຸດຈະແມ່ນເພື່ອເອົາຊະນະຄວາມທຸກຂອງສັງສາຣະວັດ - ກໍຄືການເກີດໃໝ່ທີ່ຄວບຄຸມບໍ່ໄດ້ - ຄໍາສອນເຫຼົ່ານີ້ຍັງເປັນປະໂຫຍດສໍາລັບການເອົາຊະນະບັນຫາ ແລະ ຄວາມທຸກປະຈຳວັນ. ອັນນີ້ເກີດໂດຍການມອບລະບົບການວິເຄາະເພື່ອຄວາມເຂົ້າໃຈໃນວິທີການເຮັດວຽກຂອງຈິດໃຈ ແລະ ອາລົມ, ວ່າອາລົມຂອງຕົນມີຜົນກະທົບຕໍ່ພຶຕິກໍາຂອງຕົນແນວໃດ, ວິທີການກໍານົດບັນຫາໃນຈິດໃຈ ແລະ ອາລົມ, ແລະ ວິທີການໃຊ້ການຮັບຮູ້ທີ່ຖືກຕ້ອງ, ເຫດ ແລະ ຜົນ, ລະບຽບວິໄນ ແລະ ສະມາທິ ເພື່ອກໍາຈັດບັນຫາເຫຼົ່ານີ້ອອກໄປ.

ເປົ້າໝາຍ ແລະ ຈຸດປະສົງຂອງການຟື້ນຟູຄໍາສອນເຫຼົ່ານີ້ໃນປະຈຸບັນແມ່ນເພື່ອເສີມໃຫ້ກັບຄວາມຮູ້ວິທະຍາສາດໃນປະຈຸບັນກ່ຽວກັບການເຮັດວຽກຂອງສະໝອງ ແລະ ທິດສະດີຈິຕະສາດ ແລະ ການຂະຫຍາຍວິທີການທີ່ມີຢູ່ເພື່ອຊ່ວຍຄົນ. ການຊ່ວຍຄົນບໍ່ໄດ້ໝາຍຄວາມວ່າພຽງແຕ່ການປິ່ນປົວຄົນເຈັບທີ່ປ່ວຍຮຸນແຮງໃນໂຮງໝໍເທົ່ານັ້ນ, ແຕ່ຍັງລວມເຖິງການຊ່ວຍຄົນທົ່ວໄປເພື່ອໃຫ້ມີວິທີການທີ່ດີກວ່າໃນຊີວິດປະຈໍາວັນຂອງເຂົາເຈົ້າ. ການຊ່ວຍເຫຼືອສິ່ງມີຊີວິດທັງປວງໃຫ້ເອົາຊະນະຄວາມທຸກ, ບາງທີອາດເປັນຄໍາໝັ້ນສັນຍາອັນສຳຄັນທີ່ສຸດຂອງທ່ານສົມເດັດ.

ການຟື້ນຟູຄ່ານິຍົມສຸຂະອະນາໄມທາງອາລົມຂອງອິນເດຍບູຮານ ແມ່ນມີຄວາມສຳຄັນໂດຍສະເພາະໃນຍຸກປະຈຸບັນຂອງເຮົາ. ເຮົາມັກໄດ້ຍິນວ່າຍຸກປະຈຸບັນຂອງເຮົາຖືກເອີ້ນວ່າ "ຍຸກຫຼັງຄວາມຈິງ." ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ອັນທີ່ເອີ້ນວ່າ "ຂ່າວປອມ" ນັ້ນຖືກແຜ່ອອກຫຼາຍ. ຫຼາຍຄົນຖືວ່າຄວາມຈິງແມ່ນອີງໃສ່ແຕ່ສິ່ວທີ່ເຂົາເຈົ້າເຊື່ອທາງອາລົມວ່າເປັນຄວາມຈິງ, ແທນທີ່ຈະອີງໃສ່ຂໍ້ເທັດຈິງທີ່ສາມາດຢັ້ງຢືນໄດ້. ອັນນີ້ກໍ່ໃຫ້ເກີດພຶຕິກຳທີ່ບໍ່ສົມເຫດສົມຜົນ ແລະ ຄວາມບໍ່ເປັນລະບຽບຂອງສັງຄົມ, ຄວາມວຸ່ນວາຍ ແລະ  ຂໍ້ຂັດແຍ່ງ. ເວົ້າຫຍໍ້ແມ່ນມັນນໍາໄປສູ່ຫຼາຍບັນຫາ ແລະ ຄວາມທຸກຫຼາຍອັນ. ການຟື້ນຟູຄ່ານິຍົມສຸຂະອະນາໄມທາງອາລົມຂອງອິນເດຍບູຮານສາມາດຊ່ວຍສະຖານະການນີ້ໄດ້ ໂດຍການຊີ້ບອກວິທີການຕ້ານ ແລະ ລົບລ້າງຄວາມເຂົ້າໃຈຜິດກ່ຽວກັບຄວາມເປັນຈິງ ແລະ ອາລົມທີ່ລົບກວນ ແລະ ພຶຕິກໍາຕາມໃຈ, ມ້າງເພທີ່ມາຈາກສິ່ງເຫຼົ່ານັ້ນ ແລະ ກໍ່ໃຫ້ເກີດຄວາມທຸກ.

ຜູ້ຂ້າຂໍຍົກຕົວຢ່າງ. ທ່ານສົມເດັດມັກຈະເວົ້າເຖິງຄວາມຄ້າຍຄືກັນລະຫວ່າງທັດສະນະຈິດຢ່າງດຽວໃນຈິດຕະມາຕຣະ (Chittamatra) ທາງພຣະພຸດທະສາສະໜາ ກັບຜົນກະທົບຂອງກົນລະສາດຄວານຕຳ (quantum mechanics). ທັງສອງນໍາໄປສູ່ຂໍ້ສະຫຼຸບວ່າບໍ່ມີສິ່ງທີ່ເອີ້ນວ່າຄວາມເປັນຈິງແບບອັດຕະວິໄສ, ແຕ່ຈິດໃຈຂອງຜູ້ສັງເກດຈະມີຜົນຕໍ່ສະຖານະຂອງວັດຖຸທີ່ສັງເກດໄດ້ນັ້ນ. ສະນັ້ນ, ຈາກທັດສະນະທີ່ແຕກຕ່າງກັນ, ພາວະທີ່ແຕກຕ່າງກັນຈິ່ງເປັນຄວາມຈິງ, ເຊັ່ນ ໂຟຕອນ (photon) ເປັນອະນຸພາກ (particle) ຫຼື ຄື້ນພະລັງງານ (energy wave), ຂຶ້ນກັບຜູ້ສັງເກດ ແລະ ກອບແນວຄິດທີ່ໃຊ້ວັດແທກ. ຕົວຢ່າງທີ່ພົບເຫັນສະເໝີໃນພຣະພຸດທະສາສະໜາແມ່ນວ່າ ສິ່ງທີ່ມະນຸດເຫັນເປັນນ້ຳ, ເທວະດາເຫັນເປັນນ້ຳຫວານ ແລະ ຜີເຜດເຫັນໜອງ. ເຊັ່ນດຽວກັບທີ່ວ່າໂຟຕອນເປັນທັງອະນຸພາກ ແລະ ຄື້ນພະລັງງານ ກໍອ່າວຖືກທັງສອງ, ສໍາລັບແຕ່ລະປະເພດຂອງສິ່ງມີຊີວິດເຫຼົ່ານີ້, ສິ່ງທີ່ມັນປະສົບແມ່ນອ່າວເປັນຄວາມຈິງ ແລະ ເຮັດໜ້າທີ່ໃນແງ່ຂອງເຫດ ແລະ ຜົນ. ນ້ຳດັບຄວາມກະຫາຍຂອງຄົນ, ນ້ຳຫວານນຳຄວາມສຸກອັນແຮງກ້າມາສູ່ເຫຼົ່າທວຍເທບ ແລະ ນ້ຳໜອງພາໃຫ້ຜີເຜດເຈັບປວດຮຸນແຮງ.

ຢ່າງໃດກໍຕາມ, ສຳພັນທະພາບຂອງທັດສະນະ ແລະ ປະສົບການນີ້ກ່ຽວຂ້ອງກັບຄວາມຈິງໂດຍສົມມຸດເທົ່ານັ້ນ, ບໍ່ແມ່ນຄວາມຈິງທີ່ເລິກເຊິ່ງທີ່ສຸດ. ແຕ່ເຖິງແມ່ນໃນແງ່ຂອງສຳພັດຄວາມຈິງໂດຍສົມມຸດ, ກໍມີຄວາມແຕກຕ່າງລະຫວ່າງຄວາມຈິງໂດຍສົມມຸດທີ່ຖືກຕ້ອງ ແລະ ຄວາມຈິງໂດຍສົມມຸດທີ່ບໍ່ຖືກຕ້ອງ. ມັນບໍ່ແມ່ນວ່າສິ່ງທີ່ຄົນຜູ້ໜຶ່ງຄິດວ່າເປັນຄວາມຈິງ, ແລ້ວຈະເປັນຄວາມຈິງໂລດ, ພຽງເພາະວ່າເຂົາເຈົ້າເຊື່ອມັນເປັນຄວາມຈິງ. ພຽງເພາະຄົນຜູ້ໜຶ່ງເຊື່ອວ່າການຖອກນ້ໍາມັນໃສ່ໄຟຈະດັບໄຟໄດ້, ໃນຄວາມເປັນຈິງ, ເຮັດໃຫ້ເກີດໄຟໄໝ້ຊ້ຳ. ປະໂຫຍດອັນໜຶ່ງຂອງການຟື້ນຟູຄ່ານິຍົມຂອງການຄິດວິເຄາະຂອງອິນເດຍບູຮານໂດຍອີງໃສ່ເຫດ ແລະ ຜົນ ກໍແມ່ນເພື່ອຊ່ວຍໃຫ້ຄົນສາມາດຜ່ານຜ່າສິ່ງທ້າທາຍ ແລະ ຄວາມວຸ່ນວາຍຂອງຍຸກຫຼັງຄວາມຈິງນີ້.

ການຟື້ນຟູຄ່ານິຍົມຂອງອິນເດຍບູຮານດ້ານສຸຂະອະນາໄມທາງອາລົມໝາຍຄວາມວ່າແນວໃດ?

ລະບົບຫຼັກຄຳສອນພຣະພຸດທະສາສະໜາ ແລະ ບໍ່ແມ່ນພຣະພຸດທະສາສະໜາ ທີ່ຫຼາກຫຼາຍເຫຼົ່ານີ້ ບໍ່ໄດ້ພັດທະນາຂຶ້ນຢ່າງໂດດດ່ຽວຈາກກັນ ແລະ ກັນ. ມັນມີປະຫວັດສາດການຖົກກັນຢ່າງຍາວນານໃນມະຫາວິທະຍາໄລທີ່ຍິ່ງໃຫຍ່ຂອງອິນເດຍ ເຊັ່ນ ນາລັນທາ (Nalanda). ພັນທະສັນຍາອີກປະການໜຶ່ງຂອງທ່ານສົມເດັດແມ່ນຄວາມສາມັກຄີທາງສາສະໜາ, ບົນພື້ນຖານຄວາມຮູ້ ແລະ ການເຄົາລົບຕໍ່ທຸກສາຍ. ຈາກທັດສະນະຂອງພັນທະສັນຍານັ້ນ, ແລະ ເພື່ອໃຫ້ສອດຄ່ອງກັບສາຍນາລັນທາທີ່ທ່ານສົມເດັດເຄົາຣົບ, ການຟື້ນຟູຄ່ານິຍົມຂອງອິນເດຍບູຮານຈະໝາຍເຖິງການຟື້ນຟູຄໍາສອນເລື່ອງສຸຂະອະນາໄມທາງຈິດໃຈທີ່ພົບລະບົບຫຼັກຄຳສອນເຫຼົ່ານີ້ຂອງອິນເດຍ, ທັງພຣະພຸດທະສາສະໜາ ແລະ ບໍ່ແມ່ນພຣະພຸດທະສາສະໜາ.

ແຕ່, ການຟື້ນຟູຄ່ານິຍົມສຸຂະອະນາໄມທາງອາລົມຂອງອິນເດຍບູຮານ ບໍ່ໄດ້ໝາຍເຖິງການແປເນື້ອໃນຈາກພາສາສັນສະກຣິດເປັນພາສາສະໄໝໃໝ່ແຕ່ຢ່າງດຽວ, ເຖິງວ່າມັນຈະເປັນສ່ວນໜຶ່ງທີ່ສໍາຄັນຂອງວຽກ. ຕຳຣາຫຼັກ ແລະ ຄຳບັນຍາຍຂອງອິນເດຍ, ແລະ ແມ່ນແຕ່ຄຳບັນຍາຍຂອງທິເບດຕໍ່ຄຳບັນຍາຍຂອງພຣະພຸດທະສາສະໜາຂອງອິນເດຍ, ກໍເຂົ້າໃຈຍາກ. ມັນມີຄວາມກ້າວໜ້າທີ່ສຸດ ແລະ ຕ້ອງມີການສຶກສາພື້ນຖານ ແລະ ການຮຽນຮູ້ອັນຫຼວງຫຼາຍເພື່ອທີ່ຈະເຂົ້າໃຈ. ການຟື້ນຟູຄວາມຮູ້ທີ່ມີຢູ່ໃນຕຳຣາເຫຼົ່ານີ້ ຕ້ອງມີການອະທິບາຍເນື້ອໃນ ໃນລຳດັບທີ່ຄ່ອຍເປັນຄ່ອຍໄປ, ໂດຍເລີ່ມຈາກລຳດັບຕົ້ນ. ມີແຕ່ເນື້ອໃນທີ່ຈັດເປັນລຳດັບຂັ້ນແບບນີ້ເທົ່ານັ້ນທີ່ຈະຊ່ວຍໃຫ້ຄົນນອກທີ່ບໍ່ມີພື້ນຖານກ່ຽວກັບແນວຄວາມຄິດຂອງສາຍອິນເດຍເຂົ້າເຖິງເນື້ອໃນນັ້ນໄດ້.

ແຕ່, ການນໍາສະເໜີລຳດັບຂັ້ນຂອງຄໍາສອນເຫຼົ່ານີ້ ບໍ່ໄດ້ໝາຍເຖິງການຈັດລຽງ ແລະ ການສຶກສາລະບົບເຫຼົ່ານີ້ຕາມລໍາດັບຂັ້ນ, ຄືກັບວ່າແຕ່ລະຂັ້ນມີຄວາມຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ການເຮັດແນວນັ້ນຈະໝາຍຄວາມວ່າລະບົບໜຶ່ງເໜືອກວ່າລະບົບອື່ນໆ, ແລະ ການສຶກສາສິ່ງທີ່ຖືວ່າເປັນ "ລະບົບທີ່ຕ່ໍາກວ່າ" ຈະປະກອບເປັນບາດກ້າວໄປສູ່ການສຶກສາລະບົບທີ່ສູງທີ່ສຸດ ແລະ ດີທີ່ສຸດ. ເຖິງວ່ານັກວິຊາການຫຼາຍຄົນຈະຈັດການສຶກສາລະບົບຫຼັກຄຳສອນຂອງພຣະພຸດທະສາສະໜາໃນລັກສະນະລຳດັບຂັ້ນແບບນີ້, ການນຳເອົາວິທີການນີ້ໄປໃຊ້ໃນການສຶກສາລະບົບຫຼັກຄຳສອນພຸດ ແລະ ບໍ່ແມ່ນພຸດແມ່ນຂັດກັບຄ່ານິຍົມຂອງຄວາມສາມັກຄີລະຫວ່າງສາສະໜາທີ່ທ່ານສົມເດັດສົ່ງເສີມໂດຍສິ້ນເຊີງ. ການນໍາສະເໜີຄໍາສອນພຸດ ແລະ ບໍ່ແມ່ນພຸດຕາມລໍາດັບຂັ້ນໝາຍເຖິງການນໍາສະເໜີແຕ່ລະລະບົບຫຼັກຄຳສອນແຕ່ລະລະບົບໃນລໍາດັບຄວາມຊັບຊ້ອນເທື່ອລະກ້າວ.

ທ່ານສົມເດັດມັກເວົ້າວ່າຄຳສອນກ່ຽວກັບວິທະຍາສາດ ແລະ ປັດຊະຍາທາງພຣະພຸດທະສາສະໜາ ສາມາດສຶກສາໃນທາງວິຊາການໄດ້, ໂດຍບໍ່ກ່ຽວກັບຄວາມເປັນສາສະໜາ. ອັນນີ້ໃຊ້ໄດ້ກັບວິທະຍາສາດ ແລະ ປັດຊະຍາຂອງອິນເດຍເຊັ່ນກັນ. ແຕ່, ການຟື້ນຟູພູມປັນຍາບູຮານນີ້ບໍ່ຄວນຈໍາກັດຢູ່ແຕ່ການອະນຸລັກໄວ້ສຶກສາຄືກັບຊິ້ນສ່ວນໃນພິພິຕະພັນຂອງສະຖາບັນວິຊາການເທົ່ານັ້ນ. ມະຫາວິທະຍາໄລຫຼາຍແຫ່ງໃນທົ່ວໂລກມີພາກວິຊາເອເຊຍຕາເວັນໃຕ້ສຶກສາແລ້ວ ເຊິ່ງລວມມີຫຼັກສູດກ່ຽວກັບປັດຊະຍາອິນເດຍບູຮານນຳ. ການຂະຫຍາຍວິຊາການເຫຼົ່ານີ້ໃນປະເທດອິນເດຍໂດຍການສ້າງຕັ້ງມະຫາວິທະຍາໄລນາລັນທາແຫ່ງໃໝ່ ເພື່ອລົງເລິກໃນການສຶກສາເຫຼົ່ານີ້ ແມ່ນບາດກ້າວທີ່ສໍາຄັນ, ແຕ່ມັນບໍ່ພຽງພໍ.

ດັ່ງທີ່ທ່ານສົມເດັດສົ່ງເສີມຢູ່ສະເໝີ, ຄວາມສຳຄັນ ແລະ ຄຸນຄ່າຂອງສຸຂະອະນາໄມທາງອາລົມຄວນຕ້ອງຖືກແນະນຳໃຫ້ເດັກນຳ, ໂດຍການລວມເອົາຄ່ານິຍົມເຫຼົ່ານີ້ເຂົ້າໃນຫຼັກສູດຂອງໂຮງຮຽນໃນທຸກລະດັບ, ນັບແຕ່ຊັ້ນອະນຸບານຈົນເຖິງມະຫາວິທະຍາໄລ. ທ່ານສົມເດັດເຊື່ອຢ່າງໜັກແໜ້ນວ່າທາງທີ່ດີທີ່ສຸດສໍາລັບການປ່ຽນແປງສັງຄົມທາງບວກແມ່ນການເລີ່ມຕົ້ນດ້ວຍການສຶກສາຂອງເດັກ. ດັ່ງນັ້ນ, ທ່ານສົມເດັດຈຶ່ງສະໜັບສະໜູນວ່າຄ່ານິຍົມຂອງອິນເດຍບູຮານ, ບໍ່ສະເພາະແຕ່ອະຫິງສາ ແລະ ກາຣຸນາ - ຄວາມບໍ່ຮຸນແຮງ ແລະ ຄວາມເຫັນໃຈ - ແຕ່ຍັງລວມເຖິງສຸຂະອະນາໄມທາງຈິດໃຈ, ຕ້ອງຄູ່ຄວບຄວາມສໍາຄັນທາງວັດຖຸຍຸກປະຈຸບັນໃນການສຶກສາຂອງເດັກ.

ການປະຕິບັດຕາມຍຸທະສາດໄລຍະຍາວຂອງການນໍາຄ່ານິຍົມຂອງອິນເດຍບູຮານເຂົ້າສູ່ລະບົບການສຶກສາທາງໂລກແມ່ນວິທີທີ່ໝັ້ນຄົງທີ່ສຸດທີ່ຈະສ້າງຜົນກະທົບທາງບວກຢ່າງກວ້າງຂວາງຕໍ່ສັງຄົມ. ເນື່ອງຈາກຄໍາສອນທີ່ສົ່ງເສີມຄ່ານິຍົມເຫຼົ່ານີ້ໄດ້ມາຈາກແຫຼ່ງຂອງອິນເດຍ ເຊິ່ງມີຮາກຖານມາຈາກຄວາມຄິດຂອງອິນເດຍທັງໝົດ, ທ່ານສົມເດັດຈິ່ງໄດ້ແນະນຳວ່າຄ່ານິຍົມເຫຼົ່ານີ້ທໍາອິດຄວນໄດ້ຮັບການຟື້ນຟູໃນອິນເດຍ. ຈາກຜົນຂອງໂຄງການນີ້, ຍຸທະສາດຈິ່ງສາມາດກຳນົດຂຶ້ນເພື່ອແນະນໍາຄ່ານິຍົມເຫຼົ່ານີ້ໃນລະດັບໂລກໃຫ້ກັບຜູ້ທີ່ບໍ່ໄດ້ມີສ່ວນຮ່ວມໃນຮາກຖານເຫຼົ່ານີ້.

ເພື່ອໃຫ້ຄໍາສອນ ແລະ ຄ່ານິຍົມເຫຼົ່ານີ້ໄດ້ຮັບການຟື້ນຟູຢ່າງແທ້ຈິງ, ມັນຍັງຕ້ອງໄດ້ຮູບການຊຸບຊີວິດດ້ວຍຄຳອະທິບາຍ ແລະ ແນວທາງປະຕິບັດໃນການປະຍຸກໃຊ້ກັບບັນຫາທີ່ຄົນປະເຊີນໃນຊີວິດໃນປະຈຸບັນ. ສິ່ງນີ້ຈະຮຽກຮ້ອງໃຫ້ມີການປັບຄໍາສອນ, ແມ່ນແຕ່ໃນອິນເດຍ, ໃຫ້ສອດຄ່ອງກັບກອບທາງໂລກທີ່ບໍ່ມີລັກສະນະສາສະໜາຕົ້ນສະບັບກ່ຽວກັບກັມ, ການເກີດໃໝ່ ແລະ ການຫຼຸດພົ້ນ. ອັນນີ້ມີຄວາມສໍາຄັນຢ່າງຍິ່ງເນື່ອງຈາກລະບົບຫຼັກຄຳສອນທາງພຸດ ແລະ ບໍ່ແມ່ນພຸດ ອະທິບາຍຫົວຂໍ້ເຫຼົ່ານີ້ໃນລັກສະນະທີ່ຂັດແຍ້ງກັນເລື້ອຍໆ. ຢ່າງໃດກໍຕາມ, ການຄົ້ນຫາຈຸດຮ່ວມນັ້ນຊັບຊ້ອນກວ່າເພາະແມ່ນແຕ່ການຢືນຢັນທາງປັດຊະຍາຂອງລະບົບຫຼັກຄຳສອນທາງພຸດ ແລະ ບໍ່ແມ່ນທາງພຸດ ກ່ຽວກັບຕົນ, ຄວາມຈິງ ແລະ ຄວາມເປັນຈິງກໍມັກຈະຂັດແຍ່ງກັນ. ການຢືນຢັນທີ່ຕ່າງກັນເຫຼົ່ານີ້ໃນຂອບເຂດຂອງສາສະໜາ ແລະ ປັດຊະຍາ, ໃນທາງກັບກັນ, ມີຜົນກະທົບຕໍ່ການນໍາສະເໜີຂອງລະບົບຫຼັກຄຳສອນເຫຼົ່ານີ້ໃນແງ່ມຸມຕ່າງໆ ຂອງສຸຂະອະນາໄມທາງອາລົມ.

ຕົວຢ່າງ, ທຸກລະບົບຫຼັກຄຳສອນຂອງອິນເດຍທັງໝົດຢືນຢັນຄືກັນວ່າຄວາມບໍ່ຮູ້ກ່ຽວກັບຄວາມເປັນຈິງແມ່ນສາເຫດຂອງຄວາມທຸກ. ທຸກລະບົບຍັງຢືນຢັນຄືກັນອີກວ່າຄວາມບໍ່ຮູ້ນີ້ຮອງຮັບຢູ່ອາລົມທັງໝົດ, ທັງອັນມ້າງເພ ແລະ ອັນກໍ່ສ້າງ, ລວມເຖິງຄວາມຮູ້ສຶກຂອງຄວາມສຸກ ແລະ ຄວາມບໍ່ເປັນສຸກທັງໝົດ. ທຸກລະບົບເຫັນດີວ່າ:

  • ໂດຍການເຂົ້າໃຈວິທີການທີ່ຈິດໃຈນັ້ນຮູ້ສິ່ງຕ່າງໆ,
  • ໂດຍການຈໍາແນກວິທີການຮູ້ທີ່ຖືກຕ້ອງ ຈາກວິທີທີ່ບໍ່ຖືກຕ້ອງ, ແລະ
  • ໂດຍນຳໃຊ້ຕັກກະສາດ ແລະ ເຫດຜົນ,

ເຮົາສາມາດກຳຈັດຄວາມບໍ່ຮູ້ນີ້ອອກໄດ້ ແລະ ເຮັດໃຫ້ຄວາມທຸກຂອງເຮົາໝົດໄປ.

ຄວາມຄ້າຍຄືກັນນັ້ນໝົດເທົ່ານີ້. ລະບົບທີ່ບໍ່ແມ່ນພຸດຢືນຢັນວ່າຕົນເປັນຕົວທີ່ບໍ່ປ່ຽນແປງ, ເມື່ອຖືກປົດປ່ອຍຈາກຄວາມທຸກ ແລະ ການເກີດໃໝ່ແລ້ວ, ກໍຍັງຄົງດຳລົງຢູ່ຢ່າງເປັນເອກະລາດຈາກຮ່າງກາຍ ແລະ ຈິດໃຈ. ເພື່ອໃຫ້ສອດຄ່ອງກັບການຢືນຢັນນີ້, ທຸກລະບົບສອນວ່າການປົດຕົນເອງຈາກຄວາມບໍ່ຮູ້ນັ້ນ ໝາຍເຖິງການກໍາຈັດອາລົມ ແລະ ຄວາມຮູ້ສຶກທັງໝົດ. ສະນັ້ນ, ເພື່ອໃຫ້ໄດ້ຮັບການປົດປ່ອຍ, ເຮົາຕ້ອງເອົາຊະນະອາລົມທັງໝົດ, ທັງອັນທີ່ກໍ່ສ້າງ ແລະ ອັນມ້າງເພ, ແລະ ຄວາມຮູ້ສຶກເປັນສຸກ ແລະ ບໍ່ເປັນສຸກທັງໝົດ. ຈາກນັ້ນ ຕົນຈະສືບຕໍ່ຄົງຢູ່ໂດຍໄຮ້ຮ່າງກາຍ, ຈິດໃຈ, ອາລົມ ຫຼື ຄວາມຮູ້ສຶກ.

ໃນທາງກົງກັນຂ້າມ, ລະບົບພຣະພຸດທະສາສະໜາສອນວ່າຕົນນັ້ນມີຕົວຕົນຢູ່ຂຶ້ນກັບຮ່າງກາຍ ແລະ ຈິດໃຈ, ເຖິງວ່າຈະຖືກປົດປ່ອຍ. ເມື່ອຄວາມບໍ່ຮູ້ຖືກຕັດອອກໄປ, ເຮົາກໍຍັງຄົງມີອາລົມກໍ່ສ້າງເຫຼືອຢູ່ ໂດຍບໍ່ຖືກມົນທິນຈາກຄວາມບໍ່ຮູ້ ແລະ ຄວາມຮູ້ສຶກເປັນສຸກທີ່ບໍ່ຖືກມົນທິນເຊັ່ນກັນ. ຕົນທີ່ຖືກປົດປ່ອຍແລ້ວຈະສືບຕໍ່ມີຕົວຕົນຢູ່ບົນພື້ນຖານຂອງອາລົມ ແລະ ຄວາມຮູ້ສຶກທີ່ບໍ່ຖືກມົນທິນເຫຼົ່ານີ້, ເຊິ່ງປະສົບໂດຍຮ່າງກາຍ ແລະ ຈິດໃຈທີ່ປາສະຈາກມົນທິນໃນລັກສະນະດຽວກັນດ້ວຍຄວາມບໍ່ຮູ້. ສະນັ້ນ, ເຖິງວ່າທັງສອງລະບົບທີ່ບໍ່ແມ່ນພຸດ ແລະ ແມ່ນພຸດ ຈະເຫັນຄືກັນວ່າສຸຂະອະນາໄມທາງອາລົມນັ້ນຂຶ້ນກັບການຕັດຕົນເອງຈາກຄວາມບໍ່ຮູ້ກ່ຽວກັບຄວາມເປັນຈິງ, ແຕ່ ສະພາບທີ່ເກີດຂຶ້ນອ່າວຕ່າງກັນ. ພາວະສຸຂະອະນາໄມທາງອາລົມໃນອຸດົມການຂອງດ້ານທີ່ບໍ່ແມ່ນພຸດ ແມ່ນການບໍ່ມີອາລົມ ຫຼື ຄວາມຮູ້ສຶກເປັນສຸກເລີຍ, ໃນຂະນະທີ່ພາວະໃນອຸດົມການຂອງສຸຂະອະນາໄມທາງອາລົມດ້ານພຸດ ແມ່ນການມີອາລົມກໍ່ສ້າງທີ່ໄຮ້ມົນທິນ ເຊັ່ນ: ຄວາມຮັກ ແລະ ຄວາມເຫັນໃຈ, ຄວາມເປັນສຸກທີ່ໄຮ້ມົນທິນ. ດ້ວຍວິທີນີ້, ການຢືນຢັນທາງປັດຊະຍາ ແລະ ສາສະໜາຂອງລະບົບຫຼັກຄຳສອນຕ່າງໆ ຂອງອິນເດຍບູຮານຈິ່ງມີຜົນກະທົບຢ່າງໜັກແໜ້ນຕໍ່ການຢືນຢັນກ່ຽວກັບສຸຂະອະນາໄມທາງອາລົມໃນອຸດົມການ.

ການຟື້ນຟູຄໍາສອນຂອງອິນເດຍບູຮານກ່ຽວກັບສຸຂະອະນາໄມທາງອາລົມໃນຖານະວິຊາວິຊາການໃນມະຫາວິທະຍາໄລສາມາດລວມເອົາການສອນບໍລິບົດທາງສາສະໜາ ແລະ ປັດຊະຍາຂອງແງ່ມຸມທາງວິທະຍາສາດລ້ວນໆ ຂອງການນໍາສະເໜີລະບົບຫຼັກຄຳສອນຂອງແຜນທີ່ທາງອາລົມຂອງຈິດໃຈ, ທິສະດີໃນການຮັບຮູ້, ວິທີການຮູ້ ແລະ ວິທີການໃຫ້ເຫດຜົນ. ນັກຮຽນຄວນມີວຸທິພາວະທາງສະຕິປັນຍາພຽງພໍທີ່ຈະຈັດການກັບຄວາມແຕກຕ່າງເຫຼົ່ານີ້. ແຕ່, ຄຳສອນທາງສາສະໜາ ແລະ ປັດຊະຍາທີ່ແຕກຕ່າງກັນຈະຊັບຊ້ອນເກີນໄປ ແລະ ສັບສົນເກີນກວ່າທີ່ເດັກຈະຮຽນໄດ້.

ແລ້ວຄ່ານິຍົມສຸຂະອະນາໄມທາງອາລົມອິນເດຍບູຮານທີ່ໂດຍທົ່ວໄປພຽງພໍທີ່ຈະເໝາະສຳລັບການແນະນໍາເຂົ້າສູ່ລະບົບການສຶກສາມີຫຍັງແດ່? ເຫຼົ່ານີ້ແມ່ນ:

  • ຄຸນຄ່າ ແລະ ຄວາມສຳຄັນຂອງການຮູ້ວ່າຈິດໃຈຂອງເຮົາເຮັດວຽກແນວໃດ
  • ຄຸນຄ່າ ແລະ ຄວາມສໍາຄັນຂອງການວິເຄາະອາລົມຂອງເຮົາ ແລະ ວິທີການທີ່ມັນໄດ້ຮັບຜົນກະທົບຈາກທັດສະນະຄະຕິຂອງເຮົາ ແລະ ໂດຍວິທີທີ່ເຮົາຄິດ
  • ຄຸນຄ່າ ແລະ ຄວາມສໍາຄັນຂອງການເຂົ້າໃຈ, ໃນທາງກັບກັນ, ວ່າອາລົມ ແລະ ທັດສະນະຄະຕິຂອງເຮົາມີຜົນກະທົບແນວໃດຕໍ່ພຶຕິກໍາ ແລະ ຄວາມເປັນຢູ່ຂອງເຮົາ
  • ຄຸນຄ່າ ແລະ ຄວາມສໍາຄັນຂອງການຄິດວິເຄາະ ແລະ ມີເຫດຜົນ, ບົນພື້ນຖານຂອງຕັນກະ.

ເຮົາຍັງສາມາດປະກອບຕື່ມອີກຄື:

  • ຄຸນຄ່າຂອງວິໄນຈາຣິຍະທັມ ແລະ ການທຳສະມາທິເພື່ອພັດທະນາຄວາມເຈາະຈົງ ແລະ ຄວາມຮູ້ແຈ້ງ.

ຄວາມແຕກຕ່າງທາງປັດຊະຍາ ແລະ ສາສະໜາ ທີ່ປະກອບເປັນບໍລິບົດສຳລັບຄ່ານິຍົມເຫຼົ່ານີ້ ແມ່ນມີຄວາມສຳຄັນອັນດັບສອງສຳລັບເດັກໃນໂຮງຮຽນ.

ມີວິທີໃດແດ່ທີ່ເປັນປະໂຫຍດ ແລະ ມີປະສິທິພາບໃນການເຮັດໃຫ້ເກີດການຟື້ນຟູຄ່ານິຍົມຂອງອິນເດຍບູຮານເຫຼົ່ານີ້?

ທ່ານສົມເດັດໄດ້ເລີ່ມບາດກ້າວທໍາອິດທີ່ຈໍາເປັນແລ້ວສໍາລັບການຟື້ນຟູຄໍາສອນຂອງພຣະພຸດທະສາສະໜາກ່ຽວກັບສຸຂະອະນາໄມທາງອາລົມ. ທ່ານໄດ້ມອບໝາຍໃຫ້ນັກວິຊາການຊາວທິເບດຮວບຮວມເນື້ອຫາກ່ຽວກັບວິທະຍາສາດ ແລະ ປັດຊະຍາຂອງພຣະພຸດທະສາສະໜາຈາກເທງກຽວ (Tengyur), ເຊິ່ງເປັນຊຸດການແປຂອງຊາວທິເບດຂອງຄຳບັນຍາຍໂດຍພຣະອາຈານຊາວອິນເດຍເຖິງພຣະວັດຈະນະຂອງພຣະພຸດທະເຈົ້າ. ຜົນງານອັນສຳຄັນນີ້ໄດ້ສຳເລັດສົມບູນແລ້ວ ແລະ ຕີພິມເປັນພາສາທິເບດ, ແລະ ບາງສ່ວນໄດ້ຖືກແປເປັນພາສາອັງກິດໃນ ວິທະຍາສາດ ແລະ ປັດຊະຍາ ໃນຄຳພີພຸດດັ້ງເດີມຂອງອິນເດຍ (Science and Philosophy in the Indian Buddhist Classics). ການແປເປັນພາສາສະໄໝໃໝ່ອື່ນໆ ກໍຢູ່ໃນແຜນເຊັ່ນກັນ. ເຫຼັ້ມທີສອງຂອງຜົນງານນີ້, ຊື່ວ່າ ຈິດໃຈ (Mind), ໄດ້ຖືກແປເປັນພາສາອັງກິດແລ້ວ, ເຊິ່ງກວມເອົາເນື້ອໃນກ່ຽວກັບສຸຂະອະນາໄມທາງອາລົມ. ນີ້ແມ່ນບາດກ້າວທີ່ດີໃນການບັນລຸພັນທະສັນຍາຂອງທ່ານສົມເດັດທີ່ຈະຟື້ນຟູຄ່ານິຍົມອິນເດຍບູຮານເຫຼົ່ານີ້. ການຟື້ນຟູຄໍາສອນກ່ຽວກັບຄ່ານິຍົມເຫຼົ່ານີ້ທີ່ພົບໃນລະບົບຫຼັກຄຳສອນທີ່ບໍ່ແມ່ນພຣະພຸດທະສາສະໜາອິນເດຍຈະຮຽກຮ້ອງໃຫ້ມີການຮວບຮວມ ແລະ ການແປທີ່ຄ້າຍຄືກັນຈາກບົດດັ້ງເດີມ.

ເຖິງວ່າຈະມີເນື້ອໃນກ່ຽວກັບສຸຂະອະນາໄມທາງຈິດໃຈທີ່ຮວບຮວມຈາກ ເທງກຽວ ແລະ ໄດ້ແປແລ້ວ ກໍຍັງຄົງມີສິ່ງທ້າທາຍຫຼາຍຢ່າງໃນການເຮັດໃຫ້ມັນເຂົ້າເຖິງຜູ້ຊົມສະໄໝໃໝ່ໄດ້. ກ່ອນອື່ນໝົດ, ພຣະຄຳພີອິນເດຍ, ເຖິງຈະມີຄຳບັນຍາຍອິນເດຍຢູ່ນຳ, ກໍຍັງຍາກຫຼາຍທີ່ຈະເຂົ້າໃຈ. ມັນຕ້ອງການຄໍາອະທິບາຍຕື່ມອີກ. ແຕ່, ສິ່ງທີ່ເຮັດໃຫ້ການຟື້ນຟູຄໍາສອນໃນນັ້ນຊັບຊ້ອນຫຼາຍກວ່າແມ່ນວ່າພຣະອາຈານຊາວທິເບດ, ເຊິ່ງທຸກອົງແມ່ນທາຍາດຂອງສາຍນາລັນທາ, ໄດ້ຕີຄວາມໝາຍພຣະຄຳພີອິນເດຍເຫຼົ່ານີ້ແຕກຕ່າງກັນຫຼາຍ, ແລະ ມັກຂັດກັນອີກດ້ວຍ. ອັນນີ້ແມ່ນເຫັນໄດ້ແຈ້ງໂດຍສະເພາະໃນການວິເຄາະຂອງພວກເພິ່ນກ່ຽວກັບທິສະດີຄວາມຮັບຮູ້ ແລະ ວິທີການຮູ້.

ຕົວຢ່າງເຊັ່ນ ຜູ້ຕິດຕາມສາກະຍະ (Sakya), ກາງິວ (Kagyu), ແລະ ຫຍິງມາ (Nyingma) ໃນຄຳບັນຍາຍຂອງສາກະຍະປະນະທິຕາ (Sakya Pandita, ສາ-ປັນ) ຢືນຢັນວ່າການຮັບຮູ້ທາງສາຍຕາ, ເຊິ່ງບໍ່ແມ່ນແນວຄິດ, ແຕ່ລະຄັ້ງຈະຮັບຮູ້ພຽງແຕ່ຊົ່ວຂະນະໜຶ່ງຂອງຮູບຊົງທີ່ມີສີສັນ, ເຊັ່ນຊົ່ວຂະນະໜຶ່ງຂອງຮູບຊົງທີ່ມີສີຂອງໝາກກ້ຽງ. ການຮັບຮູ້ທາງສາຍຕາບໍ່ໄດ້ກຳນົດຮູບຊົງທີ່ມີສີເຫຼົ່ານີ້ເປັນວັດຖຸສາມັນສຳນຶກ. ມີແຕ່ຄວາມຮັບຮູ້ທາງແນວຄິດເທົ່ານັ້ນທີ່ຮັບຮູ້ໝາກກ້ຽງເປັນວັດຖຸສາມັນສຳນຶກທີ່ປະກອບມີການເບິ່ງເຫັນ, ກິ່ນ, ລົດຊາດ ແລະ ການສຳພັດທາງກາຍ, ແລະ ທີ່ແກ່ຍາວອອກໄປຕາມການເວລາ. ມີພຽງຄວາມຮັບຮູ້ທາງແນວຄິດດັ່ງກ່າວເທົ່ານັ້ນທີ່ກໍານົດວັດຖຸນັ້ນວ່າເປັນໝາກກ້ຽງ.

ໃນທາງກົງກັນຂ້າມ, ຜູ້ຕິດຕາມເກລຸກ (Gelug) ຂອງຊາປາ (Chapa, ໄຟວາ-ປາ) ຢືນຢັນວ່າການຮັບຮູ້ທາງສາຍຕາບໍ່ພຽງແຕ່ຮັບຮູ້ຊົ່ວຂະນະໜຶ່ງຂອງຮູບຊົງທີ່ມີສີຂອງໝາກກ້ຽງເທົ່ານັ້ນ, ຍົກຕົວຢ່າງ, ແຕ່ຍັງແມ່ນຕົວໝາກກ້ຽງເອງອີກດ້ວຍ, ແລະ ມັນຈະກໍານົດວ່າໝາກກ້ຽງນັ້ນເປັນວັດຖຸສາມັນສຳນຶກ. ແລ້ວ, ທັງສອງທັດສະນະທີ່ກົງກັນຂ້າມກັນນີ້ກໍມີຜົນຕໍ່ການຕີຄວາມໝາຍໃນດ້ານອື່ນຂອງສຸຂະອະນາໄມທາງອາລົມ, ເຊັ່ນວ່າ ຄວາມຮັບຮູ້ທີ່ຖືກຕ້ອງແມ່ນຫຍັງ, ແລະ ອັນທີ່ແທ້ຈິ່ງແມ່ນຫຍັງ?

ຄໍາອະທິບາຍຂອງຊາວທິເບດເຫຼົ່ານີ້ຈໍາເປັນຕ້ອງໄດ້ເພີ່ມໃສ່ເພື່ອເສີມໃຫ້ກັບແຫຼ່ງພຣະພຸດທະສາສະໜາຂອງອິນເດຍ ເພື່ອໃຫ້ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄໍາສອນຂອງເພິ່ນ. ແຕ່, ອີກເທື່ອໜຶ່ງ, ກໍຕ້ອງໄດ້ຖາມວ່າຈະເພີ່ມຄໍາອະທິບາຍທີ່ຫຼາກຫຼາຍເຫຼົ່ານີ້ເຂົ້າໃນການສຶກສາທາງວິຊາການລະດັບມະຫາວິທະຍາໄລດ້ານສຸຂະອະນາໄມທາງອາລົມຢ່າງດຽວບໍ ຫຼື ສາມາດເພີ່ມເຂົ້າໄປໃນລະດັບການສຶກສາສາມັນກ່ອນມະຫາວິທະຍາໄລໄດ້ບໍ?

ເນື່ອງຈາກຈຸດປະສົງຫຼັກປະການໜຶ່ງຂອງການຟື້ນຟູຄ່ານິຍົມສຸຂະອະນາໄມທາງອາລົມຂອງອິນເດຍບູຮານ ແມ່ນເພື່ອສົ່ງເສີມການຄິດຢ່າງມີເຫດຜົນ, ຄຳຕອບທີ່ເປັນໄປໄດ້ສຳລັບຄຳຖາມນີ້, ທັງໃນລະດັບມະຫາວິທະຍາໄລ ແລະ ລະດັບກ່ອນມະຫາວິທະຍາໄລ, ແມ່ນເພື່ອໃຫ້ນັກຮຽນມີເຄື່ອງມືຂອງຕັກກະສາດ ແລະ ການໂຕ້ຂອງອິນເດຍບູຮານ ແລະ ປ່ອຍໃຫ້ເຂົາເຈົ້າໂຕ້ກັນກ່ຽວກັບປະໂຫຍດ ແລະ ໂທດຂອງທິສະດີຕ່າງໆ ເຫຼົ່ານີ້ເອງ. ຂັ້ນຕອນນີ້ສາມາດນຳໄປໃຊ້ໄດ້ເຊັ່ນກັນກັບຈຸດຕ່າງລະຫວ່າງລະບົບຫຼັກຄຳສອນທີ່ເປັນພຸດ ແລະ ບໍ່ເປັນພຸດ, ເຊັ່ນວ່າອັນໃດເປັນສຸຂະອະນາໄມທາງອາລົມໃນອຸດົມຄະຕິ.

ຈະເລີ່ມບ່ອນໃດ?

ໃນ ຄຳຂໍຕໍ່ພຣະອາຈານນາລັນທາຜູ້ສະຫງ່າລາສີທັງ 17 ອົງ (Requests to the Seventeen Glorious Nalanda Masters), ທ່ານສົມເດັດໄດ້ຊີ້ໃຫ້ເຫັນເຖິງວິທີການສຶກສາຄໍາສອນທາງພຣະພຸດທະສາສະໜາຂອງພຣະອາຈານນາລັນທາທີ່ເໝາະສົມກັບແນວຄິດສະໄໝໃໝ່. ມັນເລີ່ມຈາກການເຂົ້າໃຈຄວາມຈິງສອງປະການ, ແລ້ວຈາກຄວາມຈິງສອງປະການໄປສູ່ຄວາມຈິງສີ່ປະການ, ແລ້ວຈາກຄວາມຈິງສີ່ປະການໄປສູ່ທີ່ເພີ່ງສາມປະການ. ລໍາດັບນີ້ຍັງອາດເປັນປະໂຫຍດໃນຖານະຈຸດເລີ່ມຕົ້ນສໍາລັບການສອນສຸຂະອະນາໄມທາງອາລົມໃນທາງໂລກ, ເຖິງວ່າຈຸດສຸດທ້າຍຈະບໍ່ຈໍາເປັນຕ້ອງລະບຸໃນແງ່ຂອງແກ້ວແຫ່ງທີ່ເພິ່ງສາມປະການ. ມັນສາມາດຖືກນໍາສະເໜີເປັນທິດທາງທີ່ປອດໄພໃນການໃຊ້ຊີວິດເພື່ອປົກປ້ອງຕົນເອງຈາກຄວາມທຸກ.

ເຮົາມາຄົ້ນຄິດກ່ຽວກັບຄຳແນະນຳຂອງທ່ານສົມເດັດເບິ່ງ. ໃນແງ່ທົ່ວໄປທີ່ສຸດທີ່ທຸກຄົນຮັບໄດ້, ຄວາມຈິງສອງປະການ, ໃນດ້ານໜຶ່ງ, ແມ່ນການປາກົດເທັດທີ່ເຮົາເຊື່ອວ່າເປັນຄວາມຈິງ ແລະ, ອີກດ້ານໜຶ່ງ, ຄວາມເປັນຈິງນັ້ນເອງ. ເຮົາເຊື່ອວ່າສິ່ງທີ່ປາກົດຕໍ່ໜ້າເຮົາເປັນຄວາມຈິງພຽງເພາະມັນມີຄວາມຮູ້ສຶກທາງອາລົມຕໍ່ເຮົາວ່າມັນເປັນຄວາມຈິງ, ແລະ ສະນັ້ນ, ໂດຍບໍ່ວິເຄາະເລີຍ, ເຮົາກໍຍອມຮັບວ່າມັນສອດຄ່ອງກັບຄວາມເປັນຈິງ. ແຕ່, ຖ້າເຮົາກວດເບິ່ງຮູບລັກທີ່ຫຼອກລວງເຫຼົ່ານີ້, ເຮົາຈະພົບວ່າສິ່ງເຫຼົ່ານີ້ເປັນຄືພາບລວງຕາ; ມັນບໍ່ສອດຄ່ອງກັບຄວາມເປັນຈິງ. ຄວາມເປັນຈິງແທ້ນັ້ນ ຢູ່ບົນພື້ນຖານຂອງຂໍ້ເທັດຈິງ ແລະ ສາມາດກວດສອບໄດ້; ພາບລວງຕາ, ເມື່ອກວດເບິ່ງຢ່າງໃກ້ຊິດ, ຈະພົບວ່າເປັນເທັດ. ທຸກລະບົບຫຼັກຄຳສອນຂອງອິນເດຍ, ທັງອັນທີ່ເປັນພຸດ ແລະ ບໍ່ເປັນພຸດ, ຕ່າງກໍເຫັນດີໃນຈຸດນີ້. ແມ່ນແຕ່ກໍເດັກສາມາດເຊື່ອມໂຍງກັບຄວາມແຕກຕ່າງນີ້ໄດ້ໃນແງ່ຂອງການຈິນຕະນາການວ່າມີສັດປະຫຼາດຢູ່ກ້ອງຕຽງຂອງເຂົາເຈົ້າແລ້ວຊອກເບິ່ງ ແລະ ເຫັນຄວາມເປັນຈິງວ່າບໍ່ມີສັດປະຫຼາດຢູ່.

ເມື່ອເດັກເຂົ້າໃຈຄວາມແຕກຕ່າງລະຫວ່າງຄວາມຈິງສອງປະການແລ້ວ, ເຂົາສາມາດຮັບນໍາການສະເໜີກ່ຽວກັບແນວຄວາມຄິດທົ່ວໄປຂອງຄວາມຈິງສີ່ປະການໄດ້. ຖ້າເຂົາເຈົ້າເຊື່ອວ່າຈິນຕະນາການເປັນຄວາມຈິງ, ເຂົາເຈົ້າຈະຢ້ານ ແລະ ນອນບໍ່ຫຼັບ. ເຂົາເຈົ້າຈະທຸກ. ສາເຫດຂອງຄວາມທຸກຂອງເຂົາເຈົ້າແມ່ນການບໍ່ຮູ້ວ່າສິ່ງທີ່ເຂົາເຈົ້າຈິນຕະນາການວ່າເປັນຄວາມຈິງນັ້ນ, ໃນຄວາມເປັນຈິງແລ້ວ, ບໍ່ແມ່ນຄວາມຈິງ. ແຕ່, ຄວາມຢ້ານກົວ ແລະ ຄວາມບໍ່ເປັນສຸກຂອງເຂົາເຈົ້າຈະຫາຍໄປເມື່ອເຂົາເຈົ້າເບິ່ງ ແລະ ເຫັນວ່າບໍ່ມີສັດປະຫຼາດຢູ່ກ້ອງຕຽງ.

ຈາກການເຂົ້າໃຈຄວາມຈິງສີ່ປະການນີ້ ຄື ຄວາມທຸກ, ຄວາມບໍ່ຮູ້ເຖິງຄວາມເປັນຈິງອັນເປັນສາເຫດຂອງມັນ, ແລະ ການກໍາຈັດຄວາມທຸກໂດຍການເຂົ້າໃຈສິ່ງທີ່ເປັນຈິງ, ແລ້ວເດັກຈະສາມາດຄິດໄດ້ວ່າ "ມັນຈະດີປານໃດທີ່ຈະບໍ່ຕ້ອງຢ້ານ ຫຼື ບໍ່ເປັນສຸກອີກ. ມັນຈະດີປານໃດທີ່ຈະເຂົ້າໃຈສິ່ງຕ່າງໆຢ່າງແຈ່ມແຈ້ງ. ຜ່ານການສຶກສາ ແລະ ການຝຶກຈິດໃຈຂອງເຮົາ, ເຮົາສາມາດບັນລຸພາວະນັ້ນໄດ້. ນັ້ນແມ່ນທິດທາງທີ່ເຮົາຢາກກ້າວໄປ; ໄປໃນທິດທາງທີ່ປອດໄພນັ້ນ ແມ່ນວິທີທີ່ເຮົາສາມາດປົກປ້ອງຕົນເອງຈາກຄວາມຢ້ານກົວ ແລະ ຄວາມທຸກໄດ້.”

ການກ້າວໄປໃນທິດທາງນີ້ຈາກຄວາມຈິງສອງປະການສູ່ຄວາມຈິງສີ່ປະການໄປສູ່ທິດທາງທີ່ປອດໄພໃນຊີວິດ, ບໍ່ພຽງແຕ່ເດັກເທົ່ານັ້ນ, ແຕ່ຄົນທຸກໄວສາມາດຮຽນຮູ້ໄດ້ວ່າແຫຼ່ງຕົ້ນຕໍຂອງຄວາມຢ້ານ ແລະ ຄວາມບໍ່ເປັນສຸກຂອງເຂົາເຈົ້ານັ້ນແມ່ນຈິດໃຈ ແລະ ອາລົມລົບກວນ, ແລະ ເຂົາເຈົ້າສາມາດຮຽນຮູ້ທີ່ຈະເຫັນຄຸນຄ່າຂອງການໄດ້ສຸຂະອະນາໄມທາງອາລົມ ເພື່ອເປັນການເອົາຊະນະບັນຫາເຫຼົ່ານັ້ນ. ການເຫັນປະໂຫຍດ ແລະ ຄຸນຄ່າຂອງສຸຂະອະນາໄມທາງອາລົມ ແລະ ການສ້າງຄວາມປາຖະໜາ ແລະ ຄວາມຕັ້ງໃຈທີ່ຈະພະຍາຍາມບັນລຸໄດ້ນັ້ນ ເປັນພື້ນຖານທີ່ຈໍາເປັນສໍາລັບການຝຶກຕໍ່ໄປ.

ເມື່ອຮາກຖານຂອງການເຂົ້າໃຈຄວາມຕ່າງລະຫວ່າງຮູບລັກທີ່ຫຼອກລວງ ແລະ ຄວາມເປັນຈິງນັ້ນແໜ້ນໜາດີແລ້ວ, ບາດກ້າວຕໍ່ໄປແມ່ນການແນະນໍາເຄື່ອງມືສໍາລັບສຸຂະອະນາໄມທາງອາລົມ. ຍ້ອນແຕ່ລະລະບົບຫຼັກຄຳສອນທີ່ເປັນພຸດ ແລະ ບໍ່ເປັນພຸດນັ້ນມີຄວາມຫຼາກຫຼາຍຂອງການຢືນຢັນທີ່ແຕກຕ່າງກັນກ່ຽວກັບເຄື່ອງມືແຕ່ລະອັນເຫຼົ່ານີ້, ເຮົາຈິ່ງຕ້ອງການ, ໃນຂັ້ນເລີ່ມຕົ້ນ, ການແນະນຳທົ່ວໄປເບື້ອງຕົ້ນກ່ຽວກັບຊຸດເຄື່ອງມືທັງໝົດ, ໂດຍອະທິບາຍໃນລັກສະນະທົ່ວໄປທີ່ພໍຈະຍອມຮັບໄດ້ໃນທຸກລະບົບ. ຈາກນັ້ນ, ສໍາລັບຜູ້ຮຽນຂັ້ນສູງກວ່າ, ການນໍາສະເໜີຊຸດເຄື່ອງມືທັງໝົດໃນແຕ່ລະລະບົບສາມາດອະທິບາຍຢ່າງລະອຽດໄດ້, ເທື່ອລະລະບົບ. ມັນຈະບໍ່ຍຸຕິທໍາຕໍ່ລະບົບບູຮານເຫຼົ່ານີ້ທີ່ຈະປະສົມທັງໝົດເຂົ້າກັນຄືກັບອ່ອມ.

ເພື່ອຈະເຂົ້າໃຈ ແລະ ຝຶກຈິດໃຈ ແລະ ອາລົມໄດ້ ກໍຈໍາເປັນຕ້ອງເຂົ້າໃຈກ່ອນວ່າຈິດໃຈ ແລະ ອາລົມແມ່ນຫຍັງ. ບາງລະບົບທີ່ບໍ່ແມ່ນພຸດ, ເຊັ່ນ ສາມຂຍະ (Samkhya) ແລະ ໄວເຊຊິກະ (Vaisheshika), ກໍານົດຈິດໃຈ ແລະ ອາລົມເປັນຫົວໜ່ວຍວັດຖຸ. ທັດສະນະນີ້ຊວນໃຫ້ຄິດເຖິງວິທະຍາສາດຕາເວັນຕົກໜຶ່ງທີ່ຕີລາຄາຈິດໃຈ ແລະ ອາລົມ ເປັນຂະບວນການທາງກາຍະພາບໃນສະໝອງ. ລັດທິຍາຍະ (Nyaya) ທີ່ບໍ່ແມ່ນພຸດ ຍອມຮັບການຢືນຢັນທາງວັດຖຸຂອງໄວເຊຊິກະ, ແຕ່ຍັງເພີ່ມວິທີການຮູ້ທີ່ຖືກຕ້ອງເປັນຫົວໜ່ວຍແຍກຕ່າງຫາກ. ໃນທາງກົງກັນຂ້າມ, ລະບົບພຣະພຸດທະສາສະໜາປະຕິເສດການຕີລາຄາຈິດໃຈວ່າເປັນຫົວໜ່ວຍກາຍະພາບເທົ່ານັ້ນ ຫຼື ເປັນຂະບວນການທາງກາຍະພາບ ແລະ ກໍານົດຈິດໃຈວ່າເປັນຄວາມແຈ່ມແຈ້ງ ແລະ ການສຳນຶກແທນ. ດັ່ງທີ່ທ່ານສົມເດັດອະທິບາຍ, ຄວາມແຈ່ມແຈ້ງແມ່ນກິດຈະກຳທີ່ພາໃຫ້ເກີດແງ່ມຸມທາງຮັບຮູ້ຂອງວັດຖຸ, ເຊັ່ນການສະທ້ອນໃນກະຈົກ, ໃນຂະນະທີ່ການສຳນຶກເປັນກິດຈະກຳທີ່ເກີດຂຶ້ນພ້ອມກັນຂອງການມີສ່ວນຮ່ວມທາງຮັບຮູ້ໃນທາງໃດໜຶ່ງກັບວັດຖຸ. ດັ່ງນັ້ນ, ຄວາມແຈ່ມແຈ້ງ ແລະ ການສຳນຶກ ຈິ່ງອະທິບາຍເຫດການທາງຈິດດຽວກັນ.

ລະບົບທີ່ເປັນພຸດ ແລະ ບໍ່ເປັນພຸດທັງໝົດ ເອົາບົດບາດຂອງຕົນໃສ່ໃນການນຳສະເໜີຂອງຕົນເພື່ອໃຫ້ສົມບູນວ່າ ຈິດນັ້ນເຮັດໃຫ້ເກີດການຮູ້ທີ່ມາພ້ອມກັບອາລົມໄດ້ແນວໃດ. ແຕ່ຖ້າບໍ່ເອົາທັດສະນະທີ່ຂັດກັນໃນລະບົບເຫຼົ່ານີ້ທີ່ກ່ຽວກັບຕົນ ແລະ ຄວາມສໍາພັນກັບຈິດ ແລະ ອາລົມແລ້ວ, ສິ່ງທີ່ທັດສະນະທີ່ຕ່າງເຫຼົ່ານີ້ສາມາດຍອມຮັບໄດ້ຄືກັນ, ສໍາລັບຈຸດປະສົງຂອງສຸຂະອະນາໄມທາງອາລົມ, ແມ່ນວ່າການຮັບຮູ້ດ້ວຍອາລົມນັ້ນໝາຍເຖິງປະສົບການທາງອັດຕະວິໄສຂອງວັດຖຸ. ດ້ວຍແບບຝຶກຫັດງ່າຍໆ, ເຮົາກໍສາມາດຮູ້ໄດ້ວ່າຄໍານິຍາມນີ້ໝາຍເຖິງຫຍັງ.

ບາດກ້າວຕໍ່ໄປແມ່ນການວາດພາບ, ບົນພື້ນຖານຮ່ວມກັນນີ້, ແຜນທີ່ຂອງຈິດ ແລະ ອາລົມ. ແຜນທີ່ແບບທົ່ວໄປທີ່ສຸດ ຈະປະກອບມີປະເພດຂອງວິນຍານ (consciousness) - ທາງສຳພັດ ແລະ ທາງຈິດໃຈ - ແລະ ປັດໄຈພື້ນຖານຂອງຈິດໃຈ ເຊັ່ນຄວາມສົນໃຈ, ຄວາມໃສ່ໃຈ, ຄວາມເຈາະຈົງ, ລະດັບຄວາມຮູ້ສຶກຂອງຄວາມເປັນສຸກ ຫຼື ຄວາມບໍ່ເປັນສຸກ, ແລະ ອື່ນໆ. ນອກນັ້ນຍັງຕ້ອງມີອາລົມຕ່າງໆ, ນັບແຕ່ຄວາມຮັກໄປຈົນເຖິງຄວາມໂມໂຫ, ແລະ ວິທີທີ່ມັນກະທົບຕໍ່ວິທີການຄິດ, ການເວົ້າ ແລະ ການປະພຶດຂອງເຮົາ. ເຖິງວ່າຍັງຕ້ອງມີການຄົ້ນຄວ້າເພີ່ມເຕີມເພື່ອຮວບຮວມລາຍການຂອງປັດໄຈພື້ນຖານທາງຈິດ ແລະ ອາລົມທີ່ໄດ້ຮັບການຢືນຢັນຮ່ວມກັນໂດຍລະບົບອິນເດຍບູຮານທັງໝົດ, ແຕ່ລະບົບທັງໝົດກໍກໍານົດຕົວບັນຫາຕົ້ນຕໍວ່າເປັນ ຄວາມຢາກໄດ້, ຄວາມໂມໂຫ ແລະ ຄວາມບໍ່ຮູ້.

ບາດກ້າວຕໍ່ໄປແມ່ນການນໍາສະເໜີວ່າຄວາມຮັບຮູ້ທີ່ບໍ່ແມ່ນແນວຄວາມຄິດ ແລະ ເປັນແນວຄວາມຄິດນັ້ນເຮັດວຽກແນວໃດ, ເຊິ່ງລວມເຖິງການອະພິປາຍກ່ຽວກັບປະເພດຂອງວັດຖຸທີ່ກ່ຽວຂ້ອງນຳ. ການນໍາສະເໜີນີ້ ສາມາດຂະຫຍາຍອອກໄປດ້ວຍການແນະນໍາວິທີການທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງໃນການຮູ້ວັດຖຸ, ໂດຍສະເພາະແມ່ນການຮັບຮູ້ແຕ່ເທົ່ານັ້ນ ແລະ ການອະນຸມານ. ການອະພິປາຍການອະນຸມານ ນໍາໄປສູ່ການນໍາສະເໜີການໂຕ້ໂດຍອັດຕະໂນມັດ, ແລະ ວິທີການທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງໃນການໃຫ້ເຫດຜົນ. ສຸດທ້າຍ, ເພື່ອເສີມໃຫ້ການສຶກສາທົ່ວໄປນີ້, ວິທີການທຳສະມາທິພື້ນຖານສໍາລັບການສ້າງຄວາມເຈາະຈົງ ແລະ ຄວາມຮູ້ແຈ້ງ ກໍສາມາດຖືກນຳສະເໜີໄດ້.

ເມື່ອສຳເລັດການສຳຫຼວດທົ່ວໄປກ່ຽວກັບເຄື່ອງມືສຸຂະອະນາໄມທາງອາລົມທີ່ໃຊ້ຮ່ວມກັນໃນລະບົບອິນເດຍບູຮານທັງໝົດນີ້ແລ້ວ, ນັກຮຽນສາມາດ, ອີງຕາມຄວາມສະຫຼາດ, ຄວາມອາດສາມາດ ແລະ ຄວາມສົນໃຈຂອງຕົນ, ສຶກສາລົງເລິກທຸກລະບົບ, ເທື່ອລະລະບົບ, ຫຼື ສະເພາະແຕ່ລະບົບໃດໜຶ່ງເປັນພິເສດກໍໄດ້. ແຕ່ໃນທຸກລະດັບຂອງການຝຶກ, ບົດຝຶກຫັດສາມາດຊ່ວຍໄດ້, ໃນແຕ່ລະບາດກ້າວ, ເພື່ອການຮູ້ ແລະ ໝູນໃຊ້ສິ່ງທີ່ຕົນກໍາລັງຮຽນຈົນເຖິງຕົວຢ່າງຈາກຊີວິດປະຈໍາວັນຂອງຕົນ. ຢູ່ໃນເວັບໄຊທ໌ studybuddhism.com ຂອງເຮົາ, ທີມງານ Berzin Archives ໄດ້ສ້າງບົດຝຶກຫັດເຫຼົ່ານີ້ໄວ້ແລ້ວ.

ຫຼັກສູດການຝຶກດັ່ງທີ່ໄດ້ກ່າວໄວ້ໃນທີ່ນີ້ສາມາດໄປໄດ້ໄກເພື່ອບັນລຸພັນທະກິດຂອງທ່ານສົມເດັດທີ່ຈະຟື້ນຟູຄ່ານິຍົມສຸຂະອະນາໄມທາງອາລົມຂອງອິນເດຍບູຮານ. ດັ່ງທີ່ທ່ານສົມເດັດມັກເວົ້າວ່າ, “ໃນຖານະມະນຸດ ເຮົາສະຫຼາດ ແລະ ມີຄວາມສາມາດໃນການຄິດຄວນ. ເຮົາສາມາດໃຊ້ຄວາມຄິດຂອງເຮົາເພື່ອປ່ຽນວິທີຄິດເພື່ອປູກຝັງຄວາມສຸກ ແລະ ຫຼຸດຜ່ອນຄວາມທຸກໄດ້.” ຂໍຂອບໃຈ.

Top