ການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ (SEE) : ຫຼັກສູດຝຶກຄ່ານິຍົມສາກົນ

ການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ, ມະຫາວິທະຍາໄລເອໂມຣີ, ກອບວຽກແບບຫຍໍ້

ການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ ແມ່ນຫຍັງ?

ການຮຽນຮູ້ທາງສັງຄົມ, ອາລົມ ແລະ ຈາຣິຍະທັມ (SEE) ແມ່ນຫຼັກສູດເພື່ອຫຼໍ່ລ້ຽງບຸກຄົນ, ກຸ່ມຄົນໃນສັງຄົມ, ແລະ ຊຸມຊົນໃນວົງກວ້າງ ທີ່ມີສຸຂະພາບທາງອາບົມທີ່ດີ ແລະ ມີຄວາມຮັບຜິດຊອບທາງຈາຣິຍະທັມ. ເຖິງວ່າຫຼັກສູດນີ້ຈະຖືກສ້າງຂຶ້ນຕົ້ນຕໍເພື່ອໃຊ້ໃນໂຮງຮຽນ ແລະ ສະຖາບັນການສຶກສາຊັ້ນສູງ, ແຕ່ຫຼັກສູດນີ້ຍັງເໝາະສໍາລັບໃຊ້ໃນບໍລິບົດອື່ນນຳ.

ຫຼັກສູດນີ້, ສ້າງຂຶ້ນໂດຍສູນວິທະຍາສາດການໄຕ່ຕອງ ແລະ ຈັນຍາບັນທີ່ອີງຈາກຄວາມເຫັນໃຈ (Center for Contemplative Science and Compassion-Based Ethics) ທີ່ມະຫາວິທະຍາໄລເອໂມຣີ (Emory University), ມີຈຸດສຸມທີ່ຄົບຖ້ວນກ່ຽວກັບຈັນຍາທັມ. ຈັນຍາທັມ, ໃນທີ່ນີ້, ບໍ່ໄດ້ອີງໃສ່ວັດທະນະທໍາ ຫຼື ສາສະໜາໃດໜຶ່ງ, ແຕ່ບົນພື້ນຖານຂອງຄ່ານິຍົມມະນຸດທົ່ວໄປເຊັ່ນ ຄວາມເຫັນໃຈ, ຄວາມອົດທົນ ແລະ ການໃຫ້ອະໄພ. ການຝຶກການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ (SEE Learning) ສາມາດປະກອບສ່ວນໃຫ້ບຸກຄົນທີ່ມີຄວາມຊໍານານໃນການດູແລຕົນເອງ ແລະ ຜູ້ອື່ນ, ເຊິ່ງສໍາຄັນຫຼາຍສໍາລັບທັງສຸຂະພາບຮ່າງກາຍ ແລະ ອາລົມ. ນອກນັ້ນຍັງມີຈຸດສຸມໃນການເພີ່ມທະວີຄວາມຮັບຮູ້ກ່ຽວກັບການເພິ່ງພາອາໄສເຊິ່ງກັນແລະກັນ ແລະ ການພັດທະນາທັກສະການຄິດວິເຄາະ, ເຊິ່ງຊ່ວຍກະກຽມຄົນໃຫ້ເປັນພົນລະເມືອງຂອງໂລກໃນໂລກທີ່ຊັບຊ້ອນຂຶ້ນເລື້ອຍໆ.

ຫຼັກສູດນີ້ອີງໃສ່ "ຄ່ານິຍົມສາກົນ" ແລະ ສະນັ້ນ ຈິ່ງສາມາດໃຊ້ໄດ້ໃນປະເທດ ແລະ ວັດທະນະທໍາທົ່ວໂລກ. ຕາມສາມັນສຳນຶກ, ປະສົບການທົ່ວໄປ ແລະ ວິທະຍາສາດ, ມັນເປັນໄປໄດ້ທີ່ຈະໃຊ້ໝວດໝູ່ ແລະ ແນວທາງປະຕິບັດທີ່ນໍາສະເໜີ, ຫຼື ດັດແປງມັນ, ໂດຍດຶງແຮງບັນດານໃຈຈາກຄ່ານິຍົມທາງສາສະໜາ ແລະ ວັດທະນະທໍາຈາກຄົນແຕກຕ່າງກັນ. ເປົ້າໝາຍຂອງຫຼັກສູດທີ່ຄອບຄຸມຮອບດ້ານນີ້ແມ່ນເພື່ອສອນຄວາມສາມາດທາງສັງຄົມ, ອາລົມ ແລະ ຈາຣິຍະທັມໃຫ້ແກ່ຄົນທຸກໄວ. ໃນເລື່ອງນີ້, ມັນບໍ່ຕ່າງກັບວິທີການສອນຄະນິດສາດ, ວິທະຍາສາດ, ພາສາຕ່າງປະເທດ ຫຼື ວິຊາການອື່ນໆ. ການສຶກສາສາມາດ, ແລະ ຄວນ, ຂະຫຍາຍອອກໄປເພື່ອສົ່ງເສີມຄ່ານິຍົມ ແລະ ຄວາມສາມາດທີ່ນໍາໄປສູ່ຄວາມສຸກ ແລະ ຄວາມກົມກຽວທັງຂອງບຸກຄົນ ແລະ ສັງຄົມໂດຍລວມ.

ສາມມິຕິ, ສາມຂອບເຂດ

ການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ ມີສາມມິຕິທີ່ກວມເອົາປະເພດຂອງຄວາມສາມາດທີ່ຫວັງຈະສົ່ງເສີມ: 

  • ຄວາມສຳນຶກຮູ້
  • ຄວາມເຫັນໃຈ
  • ການມີສ່ວນຮ່ວມ

ນອກນັ້ນ, ສາມມິຕິນີ້ກໍຂະຫຍາຍໄປສູ່ສາມຂອບເຂດຄື 

  • ບຸກຄົນ
  • ສັງຄົມ
  • ໂລກ

ມິຕິທັງສາມ

ຄວາມສຳນຶກຮູ້ – ການສ້າງຄວາມເຂົ້າໃຈກ່ຽວກັບຄວາມຄິດ, ຄວາມຮູ້ສຶກ ແລະ ອາລົມຂອງເຮົາ. ຄວາມສຳນຶກຮູ້ຊ່ວຍໃຫ້ເຮົາຮັບຮູ້ເຖິງຊີວິດພາຍໃນຂອງເຮົາເອງ, ການມີຢູ່ ແລະ ຄວາມຕ້ອງການຂອງຄົນອື່ນ, ແລະ ການເພິ່ງພາອາໄສເຊິ່ງກັນແລະກັນເປັນຄຸນລັກສະນະຂອງຊີວິດເຮົາ ແລະ ໂລກທີ່ເຮົາດຳລົງຢູ່. ການປູກຝັງສິ່ງນີ້ຮຽກຮ້ອງໃຫ້ມີການຝຶກ ແລະ ຄວາມລະອຽດທາງຄວາມໃສ່ໃຈ.

ຄວາມເຫັນໃຈ - ການຝຶກວິທີການທີ່ກ່ຽວຂ້ອງກັບຕົວເຮົາເອງ, ຜູ້ອື່ນ ແລະ ມະນຸດໂດຍລວມ, ດ້ວຍຄວາມໃຈດີ, ຄວາມເອົາໃຈໃສ່ ແລະ ຄວາມຫ່ວງໄຍໃນຄວາມສຸກ ແລະ ຄວາມທຸກຂອງເຂົາເຈົ້າ. ຄວາມສາມາດໃນດ້ານນີ້ຮຽກຮ້ອງໃຫ້ມີການຄິດວິເຄາະ, ຄວາມເຂົ້າໃຈເຖິງຄວາມຕ້ອງການ ແລະ ຄວາມຢາກຂອງຕົນ, ແລະ ຄວາມສາມາດໃນການແຍກວ່າສິ່ງໃດທີ່ຈະນຳມາເຊິ່ງຄວາມເປັນຢູ່ທີ່ດີໃນໄລຍະຍາວຂອງຕົນ. ຈາກນັ້ນ ກໍຂະຫຍາຍຂອບເຂດໄປກວມເອົາຄວາມຕ້ອງການຂອງຄົນອື່ນ, ແລະ ທ້າຍທີ່ສຸດ ການສຳນຶກເຖິງຄວາມຕ້ອງການສາມັນຂອງມະນຸດຊາດໂດຍລວມ.

ການມີສ່ວນຮ່ວມ – ການນຳມາປະຕິບັດວິທີທີ່ໄດ້ຮັບຈາກການຝຶກຈິດສໍານຶກ ແລະ ຄວາມເຫັນໃຈ. ສິ່ງນີ້ກວມເອົາການຮຽນຮູ້ກ່ຽວກັບປະເພດຂອງພຶຕິກໍາ ແລະ ທັດສະນະຄະຕິທີ່ເອື້ອອໍານວຍຕໍ່ຄວາມເປັນຢູ່ທີ່ດີສ່ວນບຸກຄົນ, ສັງຄົມ ແລະ ຊຸມຊົນ. ອັນນີ້ຕ້ອງການການຄຸ້ມຄອງຕົນເອງ, ທັກສະທາງສັງຄົມ, ແລະ ການປະຕິບັດທີ່ມີສ່ວນຮ່ວມໃນຖານະພົນລະເມືອງໂລກ.

ການພັດທະນາສາມມິຕິເຫຼົ່ານີ້ໃຫ້ເປັນຄ່ານິຍົມພື້ນຖານ ບໍ່ແມ່ນແຕ່ກ່ຽວກັບການໄດ້ມາເຊິ່ງຄວາມຮູ້ເທົ່ານັ້ນ, ແຕ່ຍັງກ່ຽວກັບການສຳນຶກເຖິງຄວາມກ່ຽວຂ້ອງໃນລະດັບສ່ວນບຸກຄົນ ແລ້ວຈິ່ງຊຶມຊັບເອົາພາຍໃນ. ອັນນີ້ມີຫຼາຍຂັ້ນຕອນ :

  • ໃນເບື້ອງຕົ້ນ, ເຮົາຮຽນຮູ້ໂດຍການຟັງ, ການອ່ານ ແລະ ການປະສົບ, ການເຂົ້າເຖິງຂໍ້ມູນພື້ນຖານ ແລະ ການສ້າງຄວາມເຂົ້າໃຈຕໍ່ແຕ່ລະຄ່ານິຍົມ.
  • ຈາກນັ້ນ, ໂດຍການນໍາໃຊ້ຄວາມຄິດວິເຄາະ, ເຮົາຈິ່ງກວດສອບຄ່ານິຍົມໂດຍໃຊ້ແນວທາງຕ່າງໆ ແລະ ນໍາໄປໃຊ້ກັບສະຖານະການຂອງເຮົາເອງ, ເຊິ່ງນໍາໄປສູ່ "ຄວາມຮູ້ແຈ້ງທີ່ມີຄວາມຄິດວິເຄາະ." ນີ້ໝາຍເຖິງເວລາທີ່ເຮົາ "ເອີ" ເມື່ອເຮົາຮູ້ແຈ້ງດ້ວຍຕົນເອງ, ໂດຍການເຊື່ອມໂຍງຄວາມຮູ້ລະດັບທໍາອິດໃສ່ກັບຊີວິດຂອງເຮົາ.
  • ການສ້າງຄວາມລຶ້ງເຄີຍຊ້ຳໆ ຈະປ່ຽນຄ່ານິຍົມໄປເປັນຈຸດແຂງຂອງຄຸນລັກສະນະ ແລະ ບຸກຄະລິກລັກສະນະ. ອັນນີ້ເກີດຂຶ້ນຈາກການປະຕິບັດແລ້ວປະຕິບັດອີກ, ການສົນທະນາ ແລະ ການໂຕ້ກັນຈົນກວ່າຄ່ານິຍົມນັ້ນຈະກາຍເປັນໂດຍທຳມະຊາດ.

ຂອບເຂດທັງສາມ

ຂັ້ນບຸກຄົນ - ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ອື່ນ ແລະ ຊຸມຊົນໃນວົງກວ້າງ, ທໍາອິດ ເຮົາຕ້ອງຮຽນຮູ້ທີ່ຈະໃສ່ໃຈຄວາມຕ້ອງການຂອງຕົນເອງ ແລະ ຊີວິດພາຍໃນຂອງເຮົາກ່ອນ. ອັນນີ້ ເກີດຂຶ້ນໂດຍການພັດທະນາຄວາມຮູ້ທາງອາລົມ, ທີ່ເຮົາສາມາດລະບຸອາລົມ ແລະ ເຂົ້າໃຈ ຜົນກະທົບຂອງມັນ, ເຮັດໃຫ້ເຮົາຫຼີກລ່ຽງການກະທໍາຕາມໃຈທີ່ເປັນອັນຕະລາຍຕໍ່ຕົວເຮົາເອງ ແລະ ຜູ້ອື່ນ.

ຂັ້ນສັງຄົມ - ໃນຖານະມະນຸດ, ເຮົາມີລັກສະນະສັງຄົມໂດຍທໍາມະຊາດ, ແລະ ມັນເປັນສິ່ງສໍາຄັນຫຼາຍທີ່ເຮົາຈະພົວພັນກັບຄົນອື່ນໄດ້ດີ. ເຮົາສາມາດປູກຝັງລັກສະນະສັງຄົມໄດ້ໂດຍຜ່ານການຮຽນຮູ້, ການພິຈາລະນາ ແລະ ການປະຕິບັດທີ່ມີສ່ວນຮ່ວມ.

ຂັ້ນສາກົນ – ໃນໂລກທີ່ຊັບຊ້ອນຫຼາຍຂຶ້ນ, ຄວາມເຫັນໃຈຢ່າງດຽວບໍ່ພຽງພໍ. ເຮົາຍັງຕ້ອງມີຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນກ່ຽວກັບລະບົບໂລກທີ່ເພິ່ງພາອາໄສເຊິ່ງກັນແລະກັນທີ່ເຮົາຢູ່. ການຮູ້ວິທີເບິ່ງສະຖານະການຈາກຫຼາຍມຸມມອງເຮັດໃຫ້ການແກ້ໄຂບັນຫາເປັນຂະບວນການທີ່ເປັນອົງລວມຫຼາຍຂຶ້ນ, ຫຼີກເວັ້ນທ່າອ່ຽງທີ່ຈະແຕກບັນຫາອອກເປັນຊິ້ນສ່ວນທີ່ບໍ່ເຊື່ອມຕໍ່ກັນ.

ກະທູ້ການຮຽນຮູ້

ກະທູ້ການຮຽນຮູ້ແມ່ນວິທີການສຳຫຼວດ, ການປະເມີນ ແລະ ການຊຶມຊັບເອົາຄ່ານິຍົມທັງສາມອັນຂ້າງເທິງ. ມັນຊ່ວຍໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈຂອງເຮົາເພີ່ມຂຶ້ນ ແລະ ເລິກເຊິ່ງລົງເມື່ອເວລາຜ່ານໄປບົນພື້ນຖານອັນໜັກແໜ້ນ. ມີສີ່ກະທູ້ :

  • ການຄິດວິເຄາະ – ການຄົ້ນຄວ້າຫົວຂໍ້ ແລະ ປະສົບການໂດຍຜ່ານການໃຫ້ເຫດຜົນຢ່າງມີຕັນກະ, ມຸມມອງທີ່ຫຼາກຫຼາຍ, ການສົນທະນາ ແລະ ການໂຕ້ກັນ ເພື່ອບັນລຸຄວາມເຂົ້າໃຈທີ່ເລິກເຊິ່ງກວ່າ.
  • ການປະຕິບັດໄຕ່ຕອງ - ການແນຄວາມໃສ່ໃຈໄປທີ່ປະສົບການສ່ວນຕົວໃນຮູບແບບທີ່ມີໂຄງສ້າງເພື່ອຊຶມຊັບເອົາທັກສະນັ້ນເຂົ້າໃນຕົວ.
  • ມຸມມອງທາງວິທະຍາສາດ - ຄວາມເຂົ້າໃຈທັດສະນະວິທະຍາສາດຂອງອາລົມ ແລະ ໂລກຂອງເຮົາ, ເພື່ອສະໜອງວິທີການທີ່ບໍ່ລໍາອຽງກ່ຽວກັບວັດທະນະທໍາ ຫຼື ສາສະໜາ.
  • ການຮຽນຮູ້ແບບມີສ່ວນຮ່ວມ – ການມີສ່ວນຮ່ວມກັບຍຸທະສາດການຮຽນຮູ້ແບບມີສ່ວນຮ່ວມ ເຊັ່ນ ການສະແດງອອກທີ່ສ້າງສັນ (ສີລະປະ, ດົນຕີ, ການຂຽນ) ຫຼື ການຮຽນຮູ້ດ້ານນິເວດວິທະຍາ (ມີສ່ວນຮ່ວມໂດຍກົງກັບໂລກທຳມະຊາດ), ທີ່ຊ່ວຍໃຫ້ມີການຄິດພິຈາລະນາຕາມຫຼັງ.

ທັງສີ່ກະທູ້ການຮຽນຮູ້ແມ່ນຢູ່ບົນພື້ນຖານຫຼັກການຂອງຄວາມເຫັນໃຈ, ເຊິ່ງຕັ້ງຢູ່ໃຈກາງຂອງທັງສາມມິຕິ. ຫຼາຍຄັ້ງ, ຄວາມເຫັນໃຈຈະຖືກເຂົ້າໃຈຜິດວ່າເປັນຄວາມອ່ອນແອ – ປ່ອຍໃຫ້ຜູ້ອື່ນໄດ້ໃນສິ່ງທີ່ເຂົາເຈົ້າຕ້ອງການໂດຍທີ່ຕົວເຮົາເສຍ, ຫຼື ແມ່ນແຕ່ປ່ອຍໃຫ້ເກີດການຂົ່ມເຫັງ ຫຼື ພຶຕິກໍາດ້ານລົບອື່ນໆ. ການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ (SEE) ເຂົ້າໃຈວ່າຄວາມເຫັນໃຈເປັນຄວາມເຫັນໃຈທີ່ກ້າຫານ, ເປັນຈຸດຢືນທີ່ຫ່ວງໄຍ ແລະ ການຄຳນຶງເຖິງຜູ້ອື່ນ ເຊິ່ງທັງໄດ້ມາຈາກ, ແລະ ເປັນຜົນໃຫ້ເກີດ, ຄວາມເຂັ້ມແຂງພາຍໃນທີ່ຍິ່ງໃຫຍ່.

ສະຫຼຸບ

ໂດຍຜ່ານການມີສ່ວນຮ່ວມໃນການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ, ເຮົາໄດ້ຄວາມສຳນຶກໂດຍກົງຫຼາຍຂຶ້ນກ່ຽວກັບຄວາມຄິດ ແລະ ຄວາມຮູ້ສຶກຂອງເຮົາ, ແລະ ຂອງຄົນອື່ນ ແລະ ຊີວິດທາງຈິດໃຈຂອງເຂົາເຈົ້າ. ເຮົາປູກຝັງທັກສະດ້ານສຸຂະລັກສະນະທາງອາລົມ ແລະ ການດູແລຕົນເອງ, ດ້ວຍຄວາມກ້າຫານຢ່າງມີເຫັນໃຈຕໍ່ຜູ້ອື່ນ ແລະ ການເຫັນໄດ້ເຖິງຄວາມເປັນມະນຸດຄືກັນທີ່ໃຫ້ຄຸນຄ່າແກ່ທຸກຄົນ, ຢູ່ທົ່ວທຸກແຫ່ງ. ໃນທີ່ສຸດ, ຈາກການສາມາດຈໍາແນກພຶຕິກໍາທີ່ເປັນປະໂຫຍດຈາກພຶຕິກໍາມ້າງເພ, ເຮົາສາມາດພົວພັນກັບຄົນອື່ນໄດ້ຢ່າງມີປະສິທິຜົນ ແລະ ມີການເອົາໃຈໃສ່, ໂດຍຊ່ວຍໃຫ້ມີສ່ວນຮ່ວມໃນລະດັບໂລກເພື່ອຜົນປະໂຫຍດທາງສັງຄົມໃນວົງກວ້າງ. ສະນັ້ນ, ການຮຽນຮູ້ທາງ ສັງຄົມ, ອາລົມ, ແລະ ຈາຣິຍະທັມ ຈິ່ງເປັນຫຼັກສູດທີ່ສົມບູນທີ່ນໍາພາເຮົາໄປສູ່ຄ່ານິຍົມ ແລະ ທັກສະທີ່ຊ່ວຍໃຫ້ເຮົາພັດທະນາຄວາມຮູ້ສຶກນັບຖືຕົນເອງໃນທາງທີ່ດີ, ສໍາພັນກັບຄົນອ້ອມຂ້າງເຮົາໄດ້ດີ, ແລະ ກາຍ ເປັນພົນລະເມືອງໂລກທີ່ມີຄວາມຮັບຜິດຊອບ.

ຖ້າທ່ານຢາກລົງເລິກ, ສາມາດອ່ານສະບັບເຕັມຂອງກອບການຮຽນຮູ້ທາງສັງຄົມ, ອາລົມ, ແລະ ຈາຣິຍະທັມ ໄດ້ ແລະ ຮຽນຮູ້ກ່ຽວກັບຫຼັກສູດອື່ນຂອງສູນວິທະຍາສາດການໄຕ່ຕອງ ແລະ ຈາຣິຍະທັມທີ່ເນັ້ນຄວາມເຫັນໃຈ.

Top