ຈັນຍາທັມແມ່ນລະບົບຂອງຄຸນຄ່າທາງສິນທັມທີ່ຫຼໍ່ຫຼອມພຶດຕິກຳຂອງເຮົາ ແລະ ນຳມາເຊິ່ງຊີວິດທີ່ເປັນສຸກກວ່າ. ດ້ວຍຈັນຍາທັມ, ເຮົາຈະໃຊ້ຊີວິດດ້ວຍຄວາມຊື່ສັດ, ນຳໄປສູ່ຄວາມໄວ້ວາງໃຈ ແລະ ມິດຕະພາບກັບຄົນອ້ອມຂ້າງເຮົາ. ຈັນຍາທັມເປັນກຸນແຈສູ່ຄວາມສຸກ.
ຈັນຍາທັມໃນພຣະພຸດທະສາສະໜາ
ໃນພຣະພຸດທະສາສະໜາ, ຈັນຍາທັມຈະຢູ່ບົນພື້ນຖານຂອງຈິດສຳນຶກມີການຈຳແນກ: ເຮົາໃຊ້ປັນຍາເພື່ອຈຳແນກລະຫວ່າງສິ່ງທີ່ນຳມາເຊິ່ງຄວາມສຸກທີ່ຍືນຍົງ ແລະ ສິ່ງທີ່ພາໃຫ້ເກີດບັນຫາຊ້ຳເກົ່າຄືນອີກ. ມັນບໍ່ແມ່ນການຫຼັບຫູຫຼັບຕາເຊື່ອຟັງກົດລະບຽບ, ແຕ່ເປັນການເຊື່ອໝັ້ນວ່າ ການປະຕິບັດຕາມແນວທາງຈັນຍາທັມເປັນສິ່ງທີ່ມີເຫດຜົນ.
ຖ້າເຮົາຫ່ວງຕົນເອງແທ້ໆ, ມັນຈະເປັນສິ່ງທີ່ມີເຫດຜົນທີ່ຈະຕັດສິນໃຈຢ່າງຊານສະຫຼາດກ່ຽວກັບວິທີການປະພຶດຂອງຕົນ. ທຸກຄົນຢາກໄດ້ ແລະ ຄວນໄດ້ຮັບຄວາມສຸກ, ແລະ ນັ້ນກໍລວມເຖິງຕົວເຮົານຳ. ການເຄົາລົບຕົນເອງຕ່ຳຈະນຳໄປສູ່ທັດສະນະຄະຕິແບບບໍ່ສົນໃຈສິນທັມ, ໃນຂະນະທີ່ການສຳນຶກເຖິງຄຸນຄ່າຂອງຕົນຈະນຳໄປສູ່ກຽດສັກສີຂອງຕົນເອງ. ດ້ວຍກຽດສັກສີຂອງຕົນ, ເຮົາຈະມີຄວາມເຄົາລົບຕົນເອງຢ່າງເລິກເຊິ່ງ, ຈົນວ່າເຮົາຈະບໍ່ຍອມນ້ອມຕົວລົງໄປເຮັດໃນລັກສະນະອະຈັນຍາທັມ: ມັນຈະຮູ້ສຶກບໍ່ຖືກ.
ຄືດັ່ງເຜິ້ງທີ່ດູດເອົານ້ຳຫວານດອກໄມ້ໂດຍທີ່ບໍ່ທຳລາຍ ຫຼື ລົບກວນສີ ແລະ ກິ່ນຫອມຂອງດອກໄມ້ເລີຍ; ຄົນສະຫຼາດກໍດຳລົງຊີວິດໃນລັກສະນະດຽວກັນ. - ທັມມະປະທະ: ດອກໄມ້, ໂຄງ 49
ທັດສະນະຄະຕິແບບ “ແມ່ນຫຍັງກໍຢ່າ” ມີແຕ່ຈະນຳໄປສູ່ຄວາມຮູ້ສຶກໂດດດ່ຽວປ່ຽວດາຍ ແລະ ຊຶມເສົ້າ. ໂດຍການສຳນຶກຕໍ່ຈັນຍາທັມ, ເຮົາຈະເອົາຊະນະທັດສະນະຄະຕິແບບນັ້ນໄດ້. ເຮົາຈະສ້າງມິດຕະພາບທີ່ຍືນຍົງ, ໄວ້ວາງໃຈກັນ, ເຊິ່ງເປັນພື້ນຖານຂອງການມີຊີວິດທີ່ມີຄວາມສຸກ ແລະ ປະສົບຜົນສຳເລັດ.
ຈັນຍາທັມ ແລະ ວິໄນ ບົນພື້ນຖານຂອງເຫດຜົນ
ການປະຕິບັດທັມຈະຢູ່ບົນພື້ນຖານຂອງສາມັນສຳນຶກ. ຖ້າເຮົາເຫັນແກ່ຕົວ, ໂມໂຫ ແລະ ອວດອົ່ງໃສ່ຄົນອື່ນ, ແລ້ວເຮົາຈະຄາດຫວັງຊີວິດທີ່ສະຫງົບ ແລະ ມີຄວາມສຸກໃຫ້ຕົນເອງໄດ້ແນວໃດ?
ໃນພຣະພຸດທະສາສະໜາ, ມີວິໄນຫຼາຍລະດັບທີ່ເຮົາສາມາດສະມາທານ (ຮັບເອົາ) ໄດ້. ຕົວຢ່າງເຊັ່ນ, ພຣະສົງທີ່ບວດສົມບູນແລ້ວໃນສາຍທິເບດຈະຖືປະຕິໂມກ (ສິນຂອງພຣະ) ຢູ່ 253 ຂໍ້. ຄະຣາວາດ (ຊາວພຸດທົ່ວໄປ) ຈະຖື “ສິນຫ້າ”, ເຊິ່ງລວມມີ:
- ລະເວັ້ນຈາກການຂ້າສິ່ງມີຊີວິດ
- ລະເວັ້ນຈາກການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້
- ລະເວັ້ນຈາກພຶດຕິກຳທາງເພດທີ່ບໍ່ເໝາະສົມ
- ລະເວັ້ນຈາກການເວົ້າຄວາມເທັດ
- ລະເວັ້ນຈາກສິ່ງມຶນເມົາ.
ວິໄນ ແລະ ສິນເຫຼົ່ານີ້ ຊາວພຸດຮັບເອົາດ້ວຍຄວາມສະໝັກໃຈ ເພື່ອສ້າງຊີວິດທີ່ອຳນວຍຕໍ່ການປະຕິບັດທັມ. ກົດລະບຽບເຫຼົ່ານີ້ຊ່ວຍເຮົາໃຫ້ຮັກສາແນວທາງທີ່ຖືກຕ້ອງ, ແລະ ຍັງສ້າງຕົ້ນເຫດສຳລັບການພັດທະນາຊີວິດທີ່ມີຄວາມສຸກ ແລະ ປະສົບຜົນສຳເລັດ.
ຈັນຍາທັມສຳລັບຊີວິດທີ່ປະສົບຜົນສຳເລັດ
ບາງຄົນຄິດວ່າຊີວິດທີ່ປະສົບຜົນສຳເລັດແມ່ນຊີວິດທີ່ເຮົາມີຄວາມຮັ່ງມີທາງວັດຖຸ ແລະ ອຳນາດມະຫາສານ. ເຖິງວ່າເຮົາຈະໄດ້ສິ່ງເຫຼົ່ານັ້ນມາ, ເຮົາກໍຈະຍັງບໍ່ພໍໃຈ ແລະ ລະແວງວ່າຈະເສຍມັນໄປຢູ່ຕະຫຼອດ. ຍິ່ງເຮົາມີຫຼາຍເທົ່າໃດ, ໂດຍສະເພາະອັນທີ່ໄດ້ມາຈາກຄວາມສູນເສຍຂອງຜູ້ອື່ນ, ເຮົາກໍຈະຍິ່ງສ້າງສັດຕູຫຼາຍຂຶ້ນເທົ່ານັ້ນ. ບໍ່ມີໃຜທີ່ຈະເວົ້າວ່າຊີວິດທີ່ປະສົບຜົນສຳເລັດແມ່ນຊີວິດທີ່ມີແຕ່ຄົນບໍ່ມັກເຮົາ. ຊີວິດທີ່ປະສົບຜົນສຳເລັດແມ່ນຊີວິດທີ່ເຮົາໄດ້ສ້າງເພື່ອນມິດຫຼາຍຄົນ ແລະ ຫຼາຍຄົນກໍມັກຢູ່ນຳເຮົາ. ແລ້ວມັນກໍຈະບໍ່ມີຄວາມໝາຍວ່າເຮົາມີເງິນ ຫຼື ອຳນາດຫຼາຍປານໃດ; ເຮົາຈະໄດ້ຮັບການສະໜັບສະໜຸນທາງຈິດໃຈທີ່ມອບພະລັງໃຫ້ກັບເຮົາໃນການຈັດການກັບສິ່ງຕ່າງໆ ທີ່ເກີດຂຶ້ນ.
ແນວທາງຈັນຍາທັມຊີ້ບອກປະເພດຂອງພຶດຕິກຳທີ່ນຳໄປສູ່ຄວາມສຸກ, ແລະ ປະເພດທີ່ສ້າງບັນຫາ. ເມື່ອເຮົາຊື່ສັດ ແລະ ປາຖະໜາທີ່ຈະນຳເອົາຄວາມສຸກສູ່ຜູ້ອື່ນ, ຜູ້ຄົນກໍຈະໄວ້ວາງໃຈວ່າເຮົາຈະບໍ່ໂກງ, ຂົ່ມເຫັງ ຫຼື ຂູດຮີດເຂົາ. ຄວາມໄວ້ວາງໃຈນີ້ຈະເປັນດານຫິນສຳລັບມິດຕະພາບຂອງເຮົາກັບທຸກຄົນທີ່ເຮົາພົບ. ເຂົາຈະຜ່ອນຄາຍ ແລະ ມ່ວນທີ່ຈະຢູ່ກັບເຮົາ, ໂດຍຮູ້ວ່າເຂົາບໍ່ຕ້ອງຢ້ານຫຍັງ. ໃນທາງກັບກັນ, ເຮົາກໍຈະຮູ້ສຶກດີກັບຕົນເອງຂຶ້ນອີກ. ໃຜຈະຢາກໃຫ້ຄົນອື່ນລະມັດລະວັງຕົວ ຫຼື ສັ່ນຍ້ອນຄວາມຢ້ານກົວທຸກຄັ້ງທີ່ເຮົາເຂົ້າໃກ້? ທຸກຄົນຈະຕ້ອນຮັບໃບໜ້າທີ່ຍິ້ມແຍ້ມ.
ມະນຸດເປັນສັດສັງຄົມ: ເຮົາຕ້ອງການການສະໜັບສະໜຸນຂອງຄົນອື່ນເພື່ອຢູ່ລອດ. ບໍ່ແມ່ນແຕ່ຕອນທີ່ເຮົາເປັນເດັກນ້ອຍຊ່ວຍເຫຼືອຕົນເອງບໍ່ໄດ້ ຫຼື ເປັນຜູ້ເຖົ້າອ່ອນແອໃນບ້ານພັກຄົນຊະຣາ, ແຕ່ຕະຫຼອດຊີວິດຂອງເຮົາ ເຮົາຕ້ອງການການຊ່ວຍເຫຼືອ ແລະ ການເອົາໃຈໃສ່ຂອງຄົນອື່ນ. ແຮງສະໜັບສະໜຸນທາງຈິດໃຈທີ່ເຮົາໄດ້ຮັບຈາກມິດຕະພາບທີ່ຮັກແພງ ຈະສ້າງຊີວິດໃຫ້ເຕີມເຕັມ. ການສຳນຶກເຖິງຈັນຍາທັມ ຈະຊ່ວຍໃຫ້ເຮົາສ້າງຄວາມສຳພັນທີ່ເປັນມິດກັບທຸກຄົນທີ່ເຮົາພົບ.