ກັມ ໝາຍເຖິງແຮງກະຕຸ້ນທາງຈິດໃຈ - ອີງໃສ່ຮູບແບບພຶດຕິກຳຂອງເຮົາໃນອາດີດ - ທີ່ຜັກດັນໃຫ້ເຮົາກະທຳ, ເວົ້າ, ແລະ ຄິດໃນທາງທີ່ເຮົາເຮັດ. ນິໄສຂອງເຮົາປູທາງເດີນປະສາດໃນສະໝອງທີ່ເມື່ອຖືກກະຕຸ້ນໂດຍສະຖານະການທີ່ເໝາະສົມ ຈະພາໃຫ້ເຮົາລຶ້ມຄືນຮູບແບບພຶດຕິກຳເກົ່າ. ເວົ້າງ່າຍໆ, ເຮົາຮູ້ສຶກຢາກເຮັດບາງຢ່າງ, ແລ້ວເຮົາກໍເຮັດໄປຕາມໃຈ.
ກັມ ສ່ວນຫຼາຍຖືກເຂົ້າໃຈຜິດວ່າເປັນໂຊກຊາຕາ ຫຼື ພົມລິຂິດ. ເມື່ອມີຄົນຖືກບາດເຈັບ ຫຼື ເສຍເງິນຫຼາຍ, ຄົນອາດເວົ້າວ່າ, “ໂຊກຮ້າຍ, ນັ້ນແມ່ນກັມຂອງລາວ.” ອັນນີ້ຄ້າຍກັບແນວຄວາມຄິດຂອງພຣະປຣະສົງຂອງພຣະເຈົ້າ - ບາງຢ່າງທີ່ເຮົາບໍ່ສາມາດເຂົ້າໃຈໄດ້ ຫຼື ບໍ່ສາມາດຄວບຄຸມໄດ້. ນັ້ນບໍ່ແມ່ນແນວຄວາມຄິດພຣະພຸດທະສາສະໜາຕໍ່ກັມເລີຍ. ກັມ ໝາຍເຖິງແຮງກະຕຸ້ນທາງຈິດໃຈທີ່ເຮັດໃຫ້ເຮົາຮ້ອງໃສ່ບາງຄົນເມື່ອເຂົາກວນເຮົາ ຫຼື ລໍຖ້າຢ່າງໄຮ້ຄວາມອົດທົນຈົນກວ່າເຮົາຈະສະຫງົບລົງເພື່ອແກ້ບັນຫາ. ມັນຍັງໝາຍເຖິງແຮງກະຕຸ້ນທີ່ນຳເຮົາໄປສູ່ການມັກພິກຕີນເມື່ອເຮົາລົງຂັ້ນໄດ ຈົນເປັນນິໄສ, ຫຼື ການຍ່າງລົງຢ່າງລະມັດລະວັງຈົນເປັນນິໄສ.
ການສູບຢາເປັນຕົວຢ່າງໜຶ່ງຂອງວິທີການເຮັດວຽກຂອງກັມ, ເພາະເມື່ອໃດທີ່ເຮົາສູບຢາກອກໜຶ່ງ, ມັນຈະປະພຶດຕົວເປັນແຮງຍູ້ທີ່ຈະສູບອີກກອກໜຶ່ງ. ຍິ່ງເຮົາສູບຫຼາຍ, ທ່າອ່ຽງທີ່ຈະສືບຕໍ່ສູບກໍຍິ່ງແຮງຂຶ້ນຈົນວ່າ, ໂດຍທີ່ບໍ່ຕ້ອງຄິດ, ແຮງຍູ້ຂອງກັມ ກໍຈະດຶງເຮົາໃຫ້ຕາມໃຈຈຸດກອກຢາ. ກັມອະທິບາຍວ່າຄວາມຮູ້ສຶກ ແລະ ແຮງກະຕຸ້ນໃຫ້ສູບມາແຕ່ໃສ - ເຊັ່ນ, ຈາກນິໄສທີ່ສ້າງມາກ່ອນນີ້. ການສູບຢາບໍ່ພຽງແຕ່ສ້າງແຮງກະຕຸ້ນໃຫ້ລຶ້ມຄືນການປະພຶດນັ້ນ, ແຕ່ຍັງມີອິທິພົນຕໍ່ສັກກະຍະພາບພາຍໃນຮ່າງກາຍ, ເຊັ່ນ ການເປັນມະເຣັງຈາກການສູບຢາ. ໃນທີ່ນີ້, ທັງແຮງກະຕຸ້ນ ແລະ ການເປັນມະເຣັງ ຕ່າງກໍເປັນຜົນມາຈາກພຶຕິກຳຕາມໃຈຈາກແຕ່ກ່ອນ ແລະ ເປັນທີ່ຮູ້ກັນໃນນາມ “ການສຸກງອມຂອງກັມ.”
ການປ່ຽນນິໄສຂອງເຮົາ
ກັມ ມີເຫດຜົນເພາະມັນອະທິບາຍວ່າຄວາມຮູ້ສຶກ ແລະ ແຮງກະຕຸ້ນຂອງເຮົາມາຈາກໃສ, ແລະ ເປັນຫຍັງບາງເວລາເຮົາຈິ່ງຮູ້ສຶກມີຄວາມສຸກ ແລະ ບາງເວລາເປັນທຸກ. ທັງໝົດເກີດຂຶ້ນຍ້ອນຮູບແບບການປະພຶດຂອງເຮົາເອງ. ສະນັ້ນ, ສິ່ງທີ່ເຮົາເຮັດ ແລະ ສິ່ງທີ່ເກີດຂຶ້ນກັບເຮົາ ແມ່ນບໍ່ໄດ້ຖືກກຳນົດໄວ້ກ່ອນ. ບໍ່ມີໂຊກຊາຕາ ຫຼື ພົມລິຂິດ.
“ກັມ” ເປັນສຳນວນຂອງແຮງຜັກດັນ ເຊິ່ງບົ່ງບອກວ່າເຫດການໃນອະນາຄົດແມ່ນຢູ່ໃນມືເຮົາ. - ອົງພຣະດາໄລ ລາມະ ທີ 14
ໃນຂະນະທີ່ມັນມັກຮູ້ສຶກຄືວ່າເຮົາກຳລັງເປັນທາດຂອງນິໄສຂອງເຮົາ - ເພາະຜົນທີ່ສຸດແລ້ວ ພຶດຕິກຳທີ່ເປັນນິໄສຂອງເຮົາ ແມ່ນຢູ່ບົນພື້ນຖານຂອງທາງເດີນປະສາດທີ່ໄດ້ວາງໄວ້ເປັນຢ່າງດີແລ້ວ - ພຣະພຸດທະສາສະໜາກ່າວວ່າມັນເປັນໄປໄດ້ທີ່ຈະເອົາຊະນະມັນ. ເຮົາມີຄວາມອາດສາມາດທີ່ຈະປ່ຽນ ແລະ ຫຼອມທາງເດີນປະສາດອັນໃໝ່ຕະຫຼອດຊີວິດຂອງເຮົາ.
ເມື່ອຄວາມຮູ້ສຶກເຂົ້າມາໃນໃຈຂອງເຮົາໃຫ້ເຮັດບາງຢ່າງ, ມັນຈະມີຊ່ອງວ່າງກ່ອນທີ່ແຮງກະຕຸ້ນຂອງກັມຈະຜັກດັນເຮົາໃຫ້ລົງມືກະທຳ. ເຮົາບໍ່ລົງມືເຮັດທຸກຢ່າງທີ່ຄວາມຮູ້ສຶກບອກທັນທີ - ຢ່າງໜ້ອຍເຮົາກໍໄດ້ຮຽນວິທີໃຊ້ຫ້ອງນ້ຳແລ້ວ! ໃນທາງດຽວກັນ, ເມື່ອຄວາມຮູ້ສຶກຢາກເວົ້າແນວເຈັບໆ ເກີດຂຶ້ນ, ເຮົາສາມາດເລືອກທີ່ຈະຖາມຕົນເອງວ່າ “ເຮົາຄວນເວົ້າ ຫຼື ບໍ່?” ເຮົາອາດຮູ້ສຶກໄດ້ລະບາຍໃນຊ່ວງເວລາສັ້ນໆ ທີ່ໄດ້ສະແດງຄວາມລຳຄານຂອງຕົນເອງອອກໄປ ໂດຍການຮ້ອງໃສ່ຄົນອື່ນ, ແຕ່ການຢູ່ໃນນິໄສຂອງການຮ້ອງໃສ່ຄົນອື່ນ ແມ່ນພາວະຈິດໃຈທີ່ບໍ່ເປັນສຸກ. ເຮົາທຸກຄົນຮູ້ວ່າການແກ້ໄຂຂໍ້ຂັດແຍ່ງໂດຍການສົນທະນາ ແມ່ນພາວະທີ່ເປັນສຸກກວ່າ, ມີສັນຕິກວ່າ. ຄວາມສາມາດໃນການແຍກແຍະລະຫວ່າງການກະທຳທີ່ສ້າງສັນ ຫຼື ທຳລາຍລ້າງອັນນີ້ ແມ່ນສິ່ງທີ່ແຍກມະນຸດອອກຈາກສັດ - ນັ້ນແມ່ນຂໍ້ໄດ້ປຽບອັນໃຫຍ່ຫຼວງຂອງເຮົາ.
ເມື່ອໄດ້ເວົ້າແນວນັ້ນແລ້ວ, ມັນກໍບໍ່ງ່າຍສະເໝີໄປທີ່ຈະເລືອກລະເວັ້ນຈາກການກະທຳມ້າງເພທຳລາຍ. ມັນຈະງ່າຍຂຶ້ນເມື່ອເຮົາມີເວລາພໍໃນຫົວຂອງເຮົາທີ່ຈະມີສະຕິເວລາທີ່ອາລົມເກີດຂຶ້ນ, ເຊິ່ງເປັນເຫດຜົນທີ່ວ່າເປັນຫຍັງການຝຶກປະຕິບັດທາງພຸດຈິ່ງສົ່ງເສີມໃຫ້ເຮົາພັດທະນາສະຕິ. ເມື່ອເຮົາຊ້າລົງ, ເຮົາຈະຮັບຮູ້ສິ່ງທີ່ເຮົາຄິດ ແລະ ສິ່ງທີ່ເຮົາກຳລັງຈະເວົ້າ ຫຼື ເຮັດຫຼາຍຂຶ້ນ. ເຮົາເລີ່ມສັງເກດວ່າ “ເຮົາຮູ້ສຶກຢາກເວົ້າຫຍັງຈັກຢ່າງທີ່ຈະເຮັດໃຫ້ບາງຄົນເຈັບ. ຖ້າເຮົາເວົ້າໄປ, ມັນຈະພາໃຫ້ເກີດຄວາມຫຍຸ້ງຍາກ. ສະນັ້ນ, ເຮົາບໍ່ເວົ້າສາ.” ໃນທາງນີ້, ເຮົາສາມາດເລືອກໄດ້. ເມື່ອເຮົາໄຮ້ສະຕິ, ເຮົາມັກຈະມີຄວາມຄິດລັ່ງເຂົ້າມາ ແລະ ຮູ້ສຶກວ່າເຮົາເຮັດຕາມແຮງກະຕຸ້ນຕາມສິ່ງໃດກໍ່ຢ່າທີ່ເຂົ້າມາໃນຫົວເຮົາ, ພາໃຫ້ເຮົາເກີດບັນຫາບໍ່ຈົບສ້ຽງຈັກເທື່ອ.
ທຳນາຍອະນາຄົດຂອງຕົນ
ເຮົາສາມາດຄາດເດົາວ່າເຮົາອາດຈະປະສົບກັບຫຍັງແດ່ໃນອະນາຄົດ ໂດຍອີງໃສ່ພຶດຕິກຳທາງກັມຂອງເຮົາໃນອາດີດ ແລະ ປະຈຸບັນ. ໃນໄລຍະຍາວ, ການກະທຳທີ່ກໍ່ສ້າງຈະນຳມາເຊິ່ງຜົນໄດ້ຮັບທີ່ເປັນສຸກ, ໃນຂະນະທີ່ການກະທຳມ້າງເພທຳລາຍ ຈະນຳມາເຊິ່ງຜົນສະທ້ອນທີ່ບໍ່ເປັນທີ່ປາຖະໜາ.
ການກະທຳກັມອັນໃດໜຶ່ງສຸກງອມໄດ້ແນວໃດນັ້ນ ຂຶ້ນຢູ່ກັບຫຼາຍປັດໄຈ ແລະ ເງື່ອນໄຂ. ເມື່ອເຮົາໂຍນໝາກບານຂຶ້ນຟ້າ, ເຮົາສາມາດເດົາໄດ້ວ່າມັນຈະຕົກລົງດິນ. ແຕ່, ຖ້າເຮົາຮັບໝາກບານ, ມັນຈະບໍ່ຕົກ. ເຊັ່ນດຽວກັນ, ເຖິງວ່າເຮົາຈະສາມາດຄາດເດົາໄດ້ຈາກການກະທຳໃນອາດີດວ່າແມ່ນຫຍັງຈະເກີດຂຶ້ນໃນອະນາຄົດ, ມັນກໍບໍ່ສະເໝີໄປ, ບໍ່ໄດ້ຖືກກຳນົດໂດຍໂຊກຊາຕາ, ຫຼື ຂຽນໄວ້ໃນກ້ອນຫິນ. ທ່າອ່ຽງ, ການກະທຳ ແລະ ສະພາບການອັນອື່ນຕ່າງກໍມີອິດທິພົນຕໍ່ການສຸກງອມຂອງກັມ. ຖ້າເຮົາອ້ວນ ແລະ ສືບຕໍ່ກິນອາຫານທີ່ບໍ່ເປັນປະໂຫຍດຕໍ່ຮ່າງກາຍເປັນຈຳນວນຫຼາຍ, ເຮົາກໍສາມາດເດົາໄດ້ວ່າຄວາມເປັນໄປໄດ້ທີ່ຈະເປັນໂຣກເບົາຫວານໃນອະນາຄົດຈະມີສູງ, ແຕ່ຖ້າເຮົາຄະລຳການກິນຢ່າງເຂັ້ມງວດ ແລະ ຫຼຸດນ້ຳໜັກລົງໄດ້ຫຼາຍ, ເຮົາອາດບໍ່ປ່ວຍເລີຍກໍມີ.
ເມື່ອເຮົາເຕະຕີນ, ເຮົາບໍ່ຈຳເປັນຕ້ອງເຊື່ອໃນກັມ ຫຼື ເຫດແລະຜົນທີ່ຈະປະສົບກັບຄວາມເຈັບ - ມັນຈະເກີດຂຶ້ນຕາມທຳມະຊາດຂອງມັນເອງ. ຖ້າເຮົາປ່ຽນນິໄສ ແລະ ສ້າງນິໄສທີ່ເປັນປະໂຫຍດ, ຜົນໄດ້ຮັບກໍຈະເປັນບວກບໍ່ວ່າເຮົາຈະເຊື່ອແນວໃດກໍຕາມ.