ການປັດເປົ່າຄວາມຮູ້ສຶກຜິດ

ເມື່ອເຮົາເບິ່ງການກະທຳທີ່ບໍ່ຖືກຕ້ອງ ຫຼື ຄວາມຜິດພາດທີ່ເຮົາໄດ້ເຮັດໃນມຸມມອງຂອງຊີວິດທັງຊີວິດຂອງເຮົາ, ເຮົາຈະເຊົາຖືມັນເປັນເລື່ອງໃຫຍ່ໂຕເກີນໄປ. ດ້ວຍການໃຫ້ອະໄພ, ບໍ່ແມ່ນຄວາມຮູ້ສຶກຜິດ, ເຮົາຕັ້ງໃຈທີ່ຈະບໍ່ເຮັດຄືນອີກ.

ຄຳອະທິບາຍ

ການໃຫ້ອະໄພໝາຍເຖິງການບໍ່ຮູ້ສຶກໂມໂຫກັບຄວາມຜິດ ຂໍ້ບົກພ່ອງ ຫຼື ຂໍ້ຜິດພາດໜຶ່ງໆ ແລະ ບໍ່ຖືຄວາມແຄ້ນໃຈໄວ້. ອັນນີ້ແມ່ນພາວະຈິດໃຈດ້ານບວກທີ່ເຮົາຕ້ອງສ້າງເພື່ອຕ້ອບໂຕ້ກັບທັງສິ່ງທີ່ເປັນອັນຕະລາຍທີ່ຜູ້ອື່ນໄດ້ເຮັດ ແລະ ຂໍ້ຜິດພາດທີ່ເຂົາໄດ້ເຮັດ, ລວມເຖິງເປັນການຕອບໂຕ້ຕໍ່ການກະທຳດ້ານລົບ ແລະ ຂໍ້ຜິດພາດຂອງເຮົາເອງອີກດ້ວຍ. ເພື່ອເຮັດໄດ້ແນວນີ້, ເຮົາຕ້ອງແຍກຕົນເອງອອກມາຈາກການກະທຳ ຫຼື ຂໍ້ຜິດພາດທີ່ເຮົາໄດ້ເຮັດ. ເວລາເຮົາຄິດກ່ຽວກັບຕົນເອງ, ເຮົາຕ້ອງຄິດໃນແງ່ຂອງຊີວິດທັງໝົດຂອງເຮົາ - ແລະ ຖ້າເຮົາຮັບຄຳສອນພຣະພຸດທະສາສະໜາກ່ຽວກັບການກັບຊາດມາເກີດ, ແລ້ວກໍລວມເຖິງຊີວິດໃນຊາດກ່ອນ ແລະ ຊາດໜ້າຂອງເຮົານຳ. ເມື່ອເຮົາເປີດໃຈຂອງເຮົາພິຈາລະນາຕົນເອງໃນບໍລິບົດກວ້າງໆ ອັນນີ້, ເຮົາຈະເຫັນວ່າການກະທຳດ້ານລົບ ຫຼື ຂໍ້ຜິດພາດໃດໆ ທີ່ເຮົາໄດເຮັດນັ້ນເປັນພຽງເຫດການໜຶ່ງ. ເຮົາໄດ້ເຮັດອັນອື່ນຫຼາຍຢ່າງໃນຊີວິດຂອງເຮົາ, ແລະ ນອກຈາກວ່າເຮົາເປັນພຣະພຸທະເຈົ້າ, ເຮົາກໍຈະເຮັດຜິດຢ່າງຫຼີກລ່ຽງບໍ່ໄດ້. ຖ້າເຮົາເຫັນຕົນເອງພຽງແຕ່ກັບຂໍ້ຜິດພາດ ຫຼື ສິ່ງຜິດໆ ທີ່ເຮົາໄດ້ເຮັດ ແລະ ຍຶດຕິດກັບມັນຄືເປັນຕົວຕົນອັນແທ້ຈິງຂອງເຮົາ, ຜົນໄດ້ຮັບກໍຈະແມ່ນວ່າເຮົາຮູ້ສຶກຜິດ. ຍິ່ງເຮົາຍຶດຖືໄວ້ດົນເທົ່າໃດ, ເຮົາກໍຈະຮູ້ສຶກຜິດ ແລະ ຮູ້ສຶກຮ້າຍແຮງລົງເທົ່ານັ້ນ. 

ການໃຫ້ອະໄພຕົນເອງບໍ່ໝາຍເຖິງການລືມສິ່ງທີເຮົາໄດ້ເຮັດ, ຄືມັນບໍ່ມີຄວາມໝາຍຫຍັງ. ເຮົາຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເຮົາໄດ້ສ້າງ ຫຼື ຄວາມຜິດພາດທີ່ເຮົາໄດ້ເຮັດ. ແຕ່ເຮົາຈະບໍ່ຍຶດຕິດກັບມັນດ້ວຍຄວາມຮູ້ສຶກຜິດ ແລະ ເຮົາຈະບໍ່ໂມໂຫກັບຕົນເອງ. ເຮົາຮັບຮູ້ຄວາມຜິດ ແລະ ຄວາມຜິດພາດຂອງເຮົາ, ເຊົາເຫັນຕົນເອງແຕ່ໃນແງ່ຂອງຄວາມຜິດນັ້ນ - ຄິດແຕ່ວ່າເຮົາເປັນ “ຄົນບໍ່ດີ” ຫຼື “ຄົນໂງ່” - ແລ້ວນຳໃຊ້ພະລັງກົງກັນຂ້າມສີ່ປະການດັ່ງນີ້: 

  • ຮູ້ສຶກກິນແໜງ
  • ຕັ້ງໃຈທີ່ຈະພະຍາຍາມສຸດຄວາມສາມາດທີ່ຈະບໍ່ເຮັດພຶຕິກຳທີ່ເປັນໄພ ຫຼື ຂໍ້ຜິດພາດນັ້ນອີກ 
  • ຢືນຢັນທິດທາງດ້ານບວກທີ່ເຮົາພະຍາມວາງຊີວິດຂອງເຮົາ
  • ແກ້ຂໍ້ຜິດພາດ, ຖ້າເປັນໄປໄດ້, ຕອບໂຕ້ຜົນຮ້າຍທີ່ເຮົາໄດ້ເຮັດໂດຍການຂໍໂທດ, ແລະ ຖ້າເປັນໄປໄດ້, ດຸ່ນດ່ຽງດ້ວຍການກະທຳດ້ານບວກ. 

ການທຳສະມາທິ

  • ສະຫງົບຈິດໃຈໂດຍການສຸມໃສ່ລົມຫັນໃຈ. 
  • ຄິດຄືນເຖິງຄວາມເສຍຫາຍທີ່ໄດ້ເຮັດ - ເຊັ່ນການທຳຮ້າຍຄົນຜູ້ໜຶ່ງດ້ວຍການກະທຳ ຫຼື ຄຳເວົ້າຂອງເຈົ້າ - ແລະ ຫຼັງຈາກນັ້ນເຈົ້າຍັງຄິດກ່ຽວກັບສິ່ງທີ່ໄດ້ເຮັດ ຫຼື ເວົ້າໄປ ແລະ ຮູ້ສຶກຜິດກັບມັນ ແລະ ໂມໂຫໃຫ້ຕົນເອງ. 
  • ຂະຫຍາຍກອບການຄິດກັບຕົນເອງໃນແງ່ຂອງຊີວິດທັງໝົດຂອງເຈົ້າ ແລະ ຮັບຮູ້ວ່ານີ້ເປັນພຽງເຫດການໜຶ່ງ, ແລະ ເຖິງວ່າມັນຈະເກີດຂຶ້ນອີກ, ກໍຍັງມີ ແລະ ຈະມີສິ່ງອື່ນອີກຫຼາຍທີ່ເກີດຂຶ້ນໃນຊີວິດຂອງເຈົ້າ. 
  • ຮັບຮູ້ວ່າການທີ່ຈະລະບຸຕົນເອງຢູ່ແຕ່ກັບການກະທຳອັນນີ້ ແລະ ຍຶດຕິດຢູ່ກັບມັນ ນັ້ນກໍມີແຕ່ຈະພາໃຫ້ເຈົ້າຮູ້ສຶກຜິດ ແລະ ຮູ້ສຶກບໍ່ດີເທົ່ານັ້ນ. ເຈົ້າຄິດກັບຕົນເອງໃນກອບທີ່ແຄບໂພດ. 
  • ປ່ອຍວາງການລະບຸແບບນັ້ນ, ໂດຍການເບິ່ງວ່າອັນນີ້ບໍ່ສອດຄ່ອງກັບຄວາມເປັນເຈົ້າທັງໝົດ. 
  • ແລ້ວເບິ່ງຕົນເອງອີກເທື່ອໜຶ່ງໃນແງ່ຂອງຊີວິດທັງໝົດຂອງເຈົ້າ ແລະ ປິຕິກັບສິ່ງກໍ່ສ້າງ, ດ້ານບວກທັງໝົດທີ່ໄດ້ເຮັດ. 
  • ຍອມຮັບວ່າສິ່ງທີ່ເຮັດໄປນັ້ນເປັນການທຳລາຍ ແລະ ເປັນໄພ. ເຈົ້າບໍ່ແມ່ນຄົນທີ່ທີ່ເປັນອິດສະຫຼະເທື່ອ ແລະ ບາງຄັ້ງເຈົ້າກໍເຮັດໃນສິ່ງທີ່ເປັນໄພ. 
  • ເຖິງວ່າຄວາມເປັນຈິງທີ່ວ່າເຈົ້າໄດ້ເຮັດມັນລົງໄປແລ້ວນັ້ນຈະປ່ຽນແປງບໍ່ໄດ້, ເຈົ້າກໍກິນແໜງທີ່ໄດ້ເຮັດມັນລົງໄປ. ນັ້ນໝາຍຄວາມວ່າເຈົ້າຕ້ອງການວ່າບໍ່ໄດ້ເຮັດມັນໄປ. 
  • ຕັ້ງໃຈທີ່ຈະພະຍາຍາມສຸດຄວາມສາມາດທີ່ຈະບໍ່ກະທຳສິ່ງທີ່ເປັນໄພນັ້ນອີກ. ເຈົ້າຈະພະຍາຍາມມີສະຕິຕໍ່ວິທີປະພຶດ ແລະ ເວົ້າ, ແລະ ປະຕິບັດການຄວບຄຸມເມື່ອຮູ້ສຶກຢາກເຮັດ ຫຼື ເວົ້າຫຍັງທີ່ທຳລາຍ. 
  • ຢືນຢັນທິດທາງດ້ານບວກທີ່ກຳລັງວາງຊີວິດຂອງເຈົ້າໄວ້ - ເຈົ້າກຳລັງພັດທະນາຕົນເອງເພື່ອເອົາຊະນະຂໍ້ບົກພ່ອງ ແລະ ຂົງເຂດທີ່ມີບັນຫາ ແລະ ເພື່ອເຂົ້າເຖິງສັກກະຍະພາບສູງສຸດ. 
  • ຂໍໂທດ, ຢ່າງໜ້ອຍກໍໃນໃຈ, ຕໍ່ຄົນທີ່ເຈົ້າໄດ້ທຳຮ້າຍ ແລະ ຄິດໄວ້ວ່າເຮັດສິ່ງດີໆ ໃຫ້ເພີ່ນເພື່ອແກ້ໄຂສິ່ງທີ່ເຈົ້າໄດ້ເຮັດ. ຕັ້ງໃຈວ່າຖ້າພົບເພີ່ນອີກ, ເຈົ້າຈະເຮັດໃນສິ່ງທີ່ຈິນຕະນາການໄວ້. 

ໃຊ້ບາດກ້າວອັນດຽວກັນກັບຄວາມຜິດພາດທີ່ເຈົ້າໄດ້ເຮັດ: 

  • ຄິດຄືນເຖິງຄວາມຜິດພາດທີ່ເຈົ້າໄດ້ເຮັດ - ເຊັ່ນການຫຼົງລຶບໄຟລ໌ສຳຄັນໃນຄອມພິວເຕີ - ແລະ ເຈົ້າໂມໂຫຕົນເອງ ແລະ ອາລົມເສຍຢ່າງແຮງ, ບາງເທື່ອອາດດ່າ ແລະ ເອີ້ນຕົນເອງວ່າເປັນຄົນໂງ່ນຳ.
  • ຂະຫຍາຍກອບການຄິດກັບຕົນເອງໃນແງ່ຂອງຊີວິດທັງໝົດ ແລະ ຮັບຮູ້ວ່ານີ້ເປັນພຽງເຫດການໜຶ່ງ, ແລະ ເຖິງວ່າມັນຈະເກີດຂຶ້ນອີກ, ກໍຍັງມີ ແລະ ຈະມີສິ່ງອື່ນອີກຫຼາຍທີ່ເກີດຂຶ້ນໃນຊີວິດຂອງເຈົ້າ. ເຈົ້າເຮັດສິ່ງຕ່າງໆ ຖືກເປັນສ່ວນຫຼາຍ. 
  • ຮັບຮູ້ວ່າການທີ່ຈະຜູກຕົນເອງຢູ່ແຕ່ກັບຄວາມຜິດພາດອັນນີ້ ແລະ ຍຶດຕິດຢູ່ກັບມັນ ນັ້ນກໍມີແຕ່ຈະພາໃຫ້ຮູ້ສຶກບໍ່ດີ ແລະ ອາລົມເສຍເທົ່ານັ້ນ. ເຈົ້າຄິດກັບຕົນເອງໃນກອບທີ່ແຄບໂພດ. 
  • ປ່ອຍວາງການລະບຸແບບນັ້ນ, ໂດຍການເບິ່ງວ່າອັນນີ້ບໍ່ສອດຄ່ອງກັບຄວາມເປັນເຈົ້າທັງໝົດ. 
  • ແລ້ວເບິ່ງຕົນເອງອີກເທື່ອໜຶ່ງໃນແງ່ຂອງຊີວິດທັງໝົດຂອງເຈົ້າ ແລະ ປິຕິກັບສິ່ງທີ່ເຮັດໄດ້ຖືກ ແລະ ດີ. 
  • ຍອມຮັບວ່າສິ່ງທີ່ເຮັດໄປນັ້ນເປັນຄວາມຜິດພາດ, ແລະ ບາງເທື່ອເຈົ້າກໍເຮັດຜິດ - ບໍ່ມີຫຍັງພິເສດ.  
  • ເຖິງວ່າຄວາມເປັນຈິງທີ່ວ່າເຈົ້າໄດ້ເຮັດມັນລົງໄປແລ້ວນັ້ນຈະປ່ຽນແປງບໍ່ໄດ້, ເຈົ້າກໍກິນແໜງທີ່ໄດ້ເຮັດມັນລົງໄປ. ນັ້ນໝາຍຄວາມວ່າເຈົ້າຕ້ອງການວ່າບໍ່ໄດ້ເຮັດມັນໄປ. 
  • ຕັ້ງໃຈທີ່ຈະພະຍາຍາມສຸດຄວາມສາມາດທີ່ຈະບໍ່ກະທຳຄວາມຜິດພາດນັ້ນອີກ. ເຈົ້າຈະພະຍາຍາມມີສະຕິ ແລະ ຕື່ນຕົວໃນຂະນະເຮັດວຽກກັບຄອມພິວເຕີ, ເພື່ອທີ່ວ່າຈະໄດ້ລະມັດລະວັງຢູ່ຕະຫຼອດ. 
  • ຢືນຢັນທິດທາງດ້ານບວກທີ່ກຳລັງວາງຊີວິດໄວ້ - ເຈົ້າກຳລັງພັດທະນາຕົນເອງເພື່ອເອົາຊະນະຂໍ້ບົກພ່ອງ ແລະ ຄວາມຜິດພາດ, ເຊັ່ນການບໍ່ໃສ່ໃຈຕໍ່ສິ່ງທີ່ກຳລັງເຮັດ, ແລະ ເພື່ອເຂົ້າເຖິງສັກກະຍະພາບສູງສຸດຂອງເຈົ້າ. 
  • ດ້ວຍພາວະຈິດໃຈທີ່ສະຫງົບ, ຕັດສິນໃຈວ່າຈະພະຍາຍາມຈື່ສິ່ງທີ່ຢູ່ໃນໄຟລ໌ນັ້ນ ແລ້ວພິມຄືນໃໝ່. ແລ້ວລົງມືເຮັດ. 

ສະຫຼຸບ

ການໃຫ້ອະໄພຕົນເອງຕໍ່ຄວາມເສຍຫາຍທີ່ເຮົາໄດ້ເຮັດ ຫຼື ຄວາມຜິດພາດທີ່ເຮົາໄດ້ເຮັດ ໝາຍເຖິງການບໍ່ໂມໂຫຕົນເອງ ຫຼື ຮູ້ສຶກວ່າເຮົາເປັນຄົນບໍ່ດີ ແລະ ຮູ້ສຶກຜິດ ຫຼື ປ້ອຍຕົວເອງວ່າເປັນຄົນໂງ່. ເຮົາເຊົາລະບຸຕົນເອງໃນທາງຈຳກັດທີ່ມີແຕ່ການເຮັດຜິດ ຫຼື ຄວາມຜິດພາດທີ່ເຮົາໄດ້ເຮັດ, ໂດຍການເບິ່ງວ່າອັນນີ້ບໍ່ສອດຄ່ອງກັບຊີວິດຂອງເຮົາທັງໝົດ. ເຮົາຮັບຜິດຊອບຕໍ່ການກະທຳຂອງເຮົາ ແລະ ຈັດການກັບມັນ. ຮັບຮູ້ວ່າສິ່ງທີ່ເຮົາເຮັດນັ້ນຜິດ, ເຮົາຮູ້ສຶກກິນແໜງ, ສັນຍາວ່າຈະພະຍາຍາມສຸດຄວາມສາມາດທີ່ຈະບໍ່ເຮັດຄືນອີກ, ຢືນຢັນທິດທາງດ້ານບວກທີ່ເຮົາກຳລັງພະຍາຍາມເດີນໄປໃນຊີວິດ ແລະ ຂໍໂທດ ແລະ ເຮັດສິ່ງດີໆ ເພື່ອແກ້ຄວາມເສຍຫາຍທີ່ເຮົາໄດ້ເຮັດ, ຫຼື ແກ້ຄວາມຜິດພາດຂອງຕົນ. 

Top