ເມື່ອເຮົາຮັບຮູ້ເຖິງຄວາມເຊື່ອມໂຍງ ແລະ ເພິ່ງພາເຊິ່ງກັນ ແລະ ກັນກັບທຸກຄົນ, ເຮົາຈະຄິດວ່າຕົນເອງເປັນສ່ວນໜຶ່ງຂອງມະນຸດຊາດ ແລະ, ດ້ວຍຄວາມເມດຕາສາກົນ, ປາຖະໜາໃຫ້ທຸກຄົນເປັນສຸກ.
Meditations broadening love 1

ຄຳອະທິບາຍ

ຄວາມເມດຕາໃນພຣະພຸດທະສາສະໜາ ແມ່ນຄວາມປາຖະໜາໃຫ້ຜູ້ອື່ນເປປັນສຸກ ແລະ ມີສາເຫດຂອງຄວາມສຸກ ແລະ ລວມເຖິງຄວາມເຕັມໃຈທີ່ຈະຊ່ວຍນຳມາເຊິ່ງຄວາມສຸກນັ້ນຖ້າເປັນໄປໄດ້, ແລະ ບໍ່ພຽງແຕ່ນັ່ງລົງ ແລະຫວັງວ່າຄົນອື່ນຈະຊ່ວຍໄດ້. ມັນແມ່ນສາກົນ, ຂະຫຍາຍໄປສູ່ທຸກໆຄົນ, ແລະ ບໍ່ພຽງແຕ່ຄົນທີ່ເຮົາມັກ ຫຼື ຄົນທີ່ເຮົາໃກ້ຊິດນຳ, ແຕ່ໃຫ້ຄົນແປກໜ້າ ແລະ ແມ່ນແຕ່ຄົນທີ່ເຮົາບໍ່ມັກນຳ. ສະນັ້ນ, ຄວາມເມດຕາສາກົນປະເພດນີ້ແມ່ນບໍ່ລຳອຽງ: ມັນປາສະຈາກຄວາມຍຶດຕິດ, ຄວາມກຽດຊັງ ແລະ ຄວາມເມີນເສີຍ. ນັ້ນແມ່ນຍ້ອນມັນຢູ່ບົນພື້ນຖານຂອງການຮັບຮູ້ວ່າທຸກຄົນເປັນຄືກັນໃນແງ່ທີ່ວ່າເຂົາເຈົ້າຢາກເປັນສຸກ ແລະ ບໍ່ຢາກເປັນທຸກ. ເຂົາເຈົ້າອາດປະພຶດ ແລະ ຄິດໃນທາງທຳລາຍທີ່ພາໃຫ້ບໍ່ເປັນສຸກ. ແຕ່ນັ້ນແມ່ນຍ້ອນຄວາມສັບສົນ ແລະ ພຽງແຕ່ບໍ່ຮູ້ວ່າແມ່ນຫຍັງຈະນຳຄວາມສຸກມາໃຫ້. 

ສະນັ້ນ, ເຮົາວາງຄວາມເມດຕາເຖີງພື້ນຖານຂອງການຄິດເຖິງຜູ້ອື່ນເປັນພຽງຄົນທີ່ຢາກເປັນສຸກ, ຄືກັບເຮົາ. ເຮົາບໍ່ວາງຄວາມເມດຕາເຖີງສິ່ງທີ່ເຂົາເຈົ້າເຮັດໂດຍທົ່ວໄປ, ແລະ ແນ່ນອນວ່າບໍ່ແມ່ນບົນຄວາມທີ່ວ່າເຂົາເຈົ້າດີກັບເຮົາ ຫຼື ຮັກເຮົາຕອບ ຫຼື ບໍ່. ຍ້ອນເຮົາບໍ່ມີຄວາມຄາດຫວັງ ແລະ ບໍ່ມີຄວາມລຳອຽງ, ຄວາມເມດຕາທີ່ບໍ່ມີເງື່ອນໄຂຂອງເຮົານັ້ນເປັນພາວະຈິດໃຈທີ່ສະຫງົບ; ມັນບໍ່ໄດ້ຖືກບົດບັງຈິດໃຈຂອງເຮົາດ້ວຍຄວາມຄິດທີ່ບໍ່ມີເຫດຜົນ ຫຼື ພຶຕິກຳທີ່ອີງໃສ່ຄວາມຍຶດຕິດ. 

ນ້ຳສຽງອາລົມຂອງຄວາມເມດຕາຂອງເຮົາແມ່ນຄວາມຮູ້ສຶກຂອງການເຊື່ອມຕໍ່ກັບທຸກຄົນ ແລະ ຄວາມຮູ້ສຶກຮູ້ບຸນຄຸນ. ຄວາມຮູ້ສຶກເຊື່ອມຕໍ່ ແລະ ຮູ້ບຸນຄຸນນັ້ນມາຈາກຄວາມຮັບຮູ້ທີ່ວ່າທຸກສິ່ງທີ່ເຮົາບໍລິໂພກ ຫຼື ໃຊ້ນັ້ນມາຈາກແຮງງານຂອງຜູ້ອື່ນ. ຖ້າບໍ່ແມ່ນຍ້ອນການເຮັດວຽກໜັກຂອງຜູ້ອື່ນ, ເຮົາຈະເອົາຜະລິຕະພັນທີ່ເຮົາໃຊ້ມາແຕ່ໃສ, ວັດຖຸດິບທີ່ໃຊ້ເຮັດຜະລິຕະພັນເຫຼົ່ານັ້ນ, ອາຫານທີ່ເຮົາກິນ, ເຄື່ອງທີ່ເຮົານຸ່ງ, ໄຟຟ້າ ແລະ ນ້ຳໃນເຮືອນເຮົາ, ຂໍ້ມູນໃນອິນເຕີເນັດ, ແລະ ອື່ນໆ? ຄົນອື່ນຍັງຊ່ວຍເຮົາທາງອ້ອມໂດຍການສ້າງຕະຫຼາດທີ່ຊຸກຍູ້ຄົນອື່ນໃຫ້ຜະລິດສິນຄ້າທີ່ເຮົາຊື້. 

ຍິ່ງເຮົາຮູ້ສຶກເຖິງຄວາມເຊື່ອມໂຍງ ແລະ ຄວາມຮູ້ບຸນຄຸນນີ້ແຮງກ້າເທົ່າໃດ, ເຮົາກໍຈະຮູ້ສຶກໝັ້ນໃຈ ແລະ ເປັນສຸກຍິ່ງຂຶ້ນ. ສິ່ງນີ້ແມ່ນກ່ຽວກັບຮໍໂມນອົກຊີໂທຊິນ (oxytocin) - ຮໍໂມນທີ່ກ່ຽວກັບສາຍໄຍລະຫວ່າງແມ່ ແລະ ເດັກ. ເມື່ອເຮົາໄດ້ສ້າງຄວາມຮູ້ສຶກອົບອຸ່ນ, ເປັນສຸກນີ້ແລ້ວ, ເຮົາຈະແຜ່ມັນອອກໄປໃນການທຳສະມາທິຂອງເຮົາ, ກ່ອນອື່ນແມ່ນໃຫ້ຕົນເອງ, ເນື່ອງຈາກວ່າຖ້າເຮົາບໍ່ປາຖະໜາໃຫ້ຕົນເອງເປັນສຸກແລ້ວ, ເຮົາຈະປາຖະໜາໃຫ້ຜູ້ອື່ນເປັນສຸກໄປເຮັດຫຍັງ. ແລ້ວເຮົາແຜ່ໄປໃຫ້ກຸ່ມໃຫຍ່ຂຶ້ນໆ ເລື້ອຍໆ, ຈົນມັນກວມເອົາທຸກຕົນ. 

ໃນແຕ່ລະບາດກ້າວ, ຄວາມເມດຕາຂອງເຮົາບັນຈຸຢູ່ສາມຄວາມຄິດ:

  • ຈະວິເສດປານໃດຖ້າຜູ້ອື່ນເປັນສຸກ ແລະ ມີສາເຫດຂອງຄວາມສຸກ. 
  • ຂໍໃຫ້ເຂົາເຈົ້າເປັນສຸກ, ເຊິ່ງໝາຍຄວາມວ່າ: “ຜູ້ຂ້າປາຖະໜາໃຫ້ເຂົາເຈົ້າເປັນສຸກແທ້ໆ.”
  • “ຂໍໃຫ້ຜູ້ຂ້າສາມາດນຳຄວາມສຸກມາໃຫ້ເຂົາເຈົ້າໄດ້.”

ເມື່ອເຮົາຄິດເຖິງການນຳເອົາສາເຫດຂອງຄວາມສຸກມາສູ່ຜູ້ອື່ນ, ເຮົາຕ້ອງລະບຸສາເຫດຂອງຄວາມສຸກຂອງເຂົາເຈົ້າກ່ອນ. ຖ້າ ຫິວ, ເຮົາຈະບໍ່ພຽງແຕ່ປາຖະໜາໃຫ້ມີພໍກິນ; ແຕ່ເຮົາເຂົ້າໃຈວ່າເຖິງວ່າເຂົາເຈົ້າຈະເປັນສຸກຫຼັງຈາກກິນອາຫານແລ້ວ, ເຂົາອາດກິນອາຫານທີ່ບໍ່ດີຕໍ່ສຸຂະພາບຫຼາຍໂພດແລ້ວຕຸ້ຍ. ສະນັ້ນ, ເຮົາຈິ່ງປາຖະໜາໃຫ້ເຂົາມີອາລົມດຸ່ນດ່ຽງ, ຄວາມເພິງພໍໃຈ ແລະ ຄວາມສາມາດຄວບຄຸມຕົນເອງຕໍ່ນິໄສການກິນຂອງເຂົາເຈົ້ານຳ. ອັນດຽວກັນໃນແງ່ຂອງເງິນ, ວັດຖຸສິ່ງຂອງ ແລະ ອື່ນໆ. ເຮົາຈະຄິດເຖິງຄວາມສຸກທີ່ຍືນຍົງໄລຍະຍາວ, ແທນທີ່ຈະເປັນແຕ່ການຕອບສະໜອງຄວາມຕ້ອງການດ້ານວັດຖຸໄລຍະສັ້ນ. 

ການທຳສະມາທິ

  • ສະຫງົບຈິດໃຈດ້ວຍການສຸມໃສ່ລົມຫັນໃຈ. 
  • ຄິດເຖິງວ່າທຸກສິ່ງທີ່ເຮົາບໍລິໂພກ ແລະ ໃຊ້ນັ້ນຂຶ້ນກັບຜູ້ອື່ນ. 
  • ສຸມໃສ່ຄວາມຮູ້ສຶກເຊື່ອມໂຍງກັບຄົນອື່ນທັງໝົດ ແລະ ຄວາມຮູ້ສຶກຮູ້ບຸນຄຸນຢ່າງເລິກເຊິ່ງ. 
  • ສັງເກດເບິ່ງວ່າສິ່ງນີ້ເຮັດໃຫ້ຮູ້ສຶກອົບອຸ່ນຂຶ້ນ, ປອດໄພ ແລະ ເປັນສຸກຂຶ້ນແນວໃດ. 
  • ສຸມໃສ່ຕົນເອງ ແລະ ສັງເກດເບິ່ງວ່າສ່ວນຫຼາຍກໍ່ຮູ້ສຶກບໍ່ເປັນສຸກ. 
  • ຄິດເບິ່ງວ່າ: ມັນຈະວິເສດປານໃດຖ້າເປັນສຸກ ແລະ ມີສາເຫດຂອງຄວາມສຸກ; ຂໍໃຫ້ຜູ້ຂ້າເປັນສຸກ; ຂໍໃຫ້ຜູ້ຂ້າສ້າງສາເຫດທີ່ຈະນຳເອົາຄວາມສຸກມາ ອີກ, ບໍ່ພຽງແຕ່ຄວາມສຸກສາບສວຍໄລຍະສັ້ນ, ແຕ່ ຄວາມສຸກໄລຍະຍາວ. ຜູ້ຂ້າຍັງສາມາດຄິດເຖິງສິ່ງສະເພາະທີ່ຈະເຮັດໃຫ້ເປັນຄົນທີ່ເປັນສຸກຂຶ້ນ - ເຊັ່ນ ອາລົມທີ່ສົມດຸນ ແລະ ຄວາມໝັ້ນຄົງ, ຈິດໃຈທີ່ສະຫງົບແຈ່ມໃສ, ຄວາມເຂົ້າໃຈທີ່ຫຼາຍຂຶ້ນ, ສາມາດເຊື່ອມໂຍງກັບຜູ້ອື່ນໄດ້ດີຂຶ້ນ, ໆລໆ. 
  • [ຕົວເລືອກ: ຈິນຕະນາການຕົນເອງເຕັມໄປດ້ວຍແສງອົບອຸ່ນສີເຫຼືອງ, ເປັນຕົວແທນໃຫ້ຄວາມສຸກອັນອົບອຸ່ນນີ້.]
  • ແລ້ວເຮັດເຊັ່ນດຽວກັນກັບຄົນທີ່ມັກ ແລະ ແຜ່ໄປສູ່ຄົນທີ່ມັກສາມ-ສີ່ຄົນ. 
  • [ຕົວເລືອກ: ຈິນຕະນາການແສງອົບອຸ່ນສີເຫຼືອງນັ້ນແຜ່ອອກຈາກຕົວ ແລະ ໂອບເອົາຜູ້ນັ້ນ.]
  • ແລ້ວຄົນທີ່ຫາກໍ່ພົບໃນຊີວິດທີ່ເຮົາບໍ່ມີຄວາມສຳພັນນຳຫຼາຍປານໃດ, ເຊັ່ນ ພະນັກງານເກັບເງິນຢູ່ຮ້ານຂາຍເຄື່ອງ, ຫຼື ຄົນຂັບລົດເມ. 
  • ແລ້ວຄົນທີ່ບໍ່ມັກ. 
  • ແລ້ວທັງສາມກຸ່ມນີ້ນຳກັນ. 
  • ແລ້ວແຜ່ຄວາມເມດຕານັ້ນສູ່ທຸກຄົນໃນເມືອງຂອງເຈົ້າ, ປະເທດຂອງເຈົ້າ, ທັງໂລກເລີຍ. 

ສະຫຼຸບ

ແລ້ວ, ຄວາມເມດຕາທີ່ບໍ່ລຳອຽງ, ເປັນສາກົນ, ຈິ່ງເປັນອາລົມທີ່ຊັບຊ້ອນ, ປະສົມປະສານຄວາມຮູ້ສຶກເຊື່ອມໂຍງກັບທຸກຄົນ ແລະ ຄວາມຮູ້ສຶກຮູ້ບຸນຄຸນທີ່ເຂົາເຈົ້າໄດ້ປະກອບສ່ວນທາງກົງ ແລະ ທາງອ້ອມໃຫ້ຊີວິດການເປັນຢູ່ທີ່ດີຂອງເຈົ້າ. ມັນເປັນພາວະທາງອາລົມທີ່ສະຫງົບ, ອົບອຸ່ນ, ປາສະຈາກຄວາມຍຶດຕິດ, ຄວາມລັງກຽດ ຫຼື ຄວາມເມີນເສີຍ, ແລະ ບໍ່ເລືອກທີ່ຮັກມັກທີ່ຊັງ. ມັນເປັນສິ່ງທີ່ບໍ່ມີເງື່ອນໄຂ ແລະ ແຜ່ໃຫ້ທຸກຄົນ, ບໍ່ວ່າເຂົາເຈົ້າຈະປະພຶດແນວໃດ, ເນື່ອງຈາກວ່າມັນຍັງຢູ່ບົນພື້ນຖານຄວາມເຂົ້າໃຈຄວາມເທົ່າທຽມກັນຂອງທຸກຄົນທີ່ຢາກເປັນສຸກ ແລະ ບໍ່ຢາກເປັນທຸກຄືກັນ. ມັນຍັງບໍ່ຄາດຫວັງຫຍັງຕອບແທນ. ມັນຍັງບໍ່ແມ່ນຄວາມຮູ້ສຶກແບບເສີຍໆ ແຕ່ຫາກນຳໄປສູ່ການເຮັດສິ່ງທີ່ເຮົາສາມາດຊ່ວຍຜູ້ອື່ນບັນລຸຄວາມສຸກໄດ້ ບໍ່ພຽງແຕ່ໄລຍະສັ້ນຈາກຄວາມບໍ່ມີຄວາມຕ້ອງການດ້ານວັດຖຸ, ແຕ່ເປັນຄວາມສຸກທີ່ຍືນຍົງໄລຍະຍາວຂອງການພົ້ນຈາກອາລົມລົບກວນ ແລະ ຄວາມຄິດທີ່ສັບສົນ. 

Top