ຄຳອະທິບາຍ
ຫຼາຍຄັ້ງ, ເຮົາຮູ້ສຶກເສຍໃຈກັບຕົນເອງຍ້ອນບັນຫານ້ອຍໆ, ເຊັ່ນ ອາຫານທີ່ເຮົາຢາກສັ່ງຢູ່ຮ້ານໝົດແລ້ວ, ຫຼື ເຮົາບໍ່ສາມາດຈອງປີ້ຍົນ ຫຼື ປີ້ລົດໄຟໃນເວລາ ຫຼື ວັນທີ່ເຮົາຕ້ອງການ, ຫຼື ເຮົາເປັນຫວັດ ແລະ ບໍ່ສາມາດໄປລອຍນ້ຳເວລາທີ່ເຮົາຕ້ອງການໄດ້. ແຕ່ເມື່ອເຮົາເບິ່ງຊີວິດຂອງເຮົາຢ່າງພາວະວິໄສແລ້ວ, ເຮົາຈະສຳນຶກໄດ້ວ່າເຮົາໂຊກດີຢ່າງບໍ່ໜ້າເຊື່ອ. ເຮົາເປັນອິສະຫຼະຈາກສະຖານະການທີ່ເຮວຮ້າຍທີ່ອາດຂັດຂວາງຄວາມສາມາດຂອງເຮົາໃນການເຮັດໃນສິ່ງກໍ່ສ້າງ ຫຼື ທີ່ຄຸ້ມຄ່າ. ນອກນັ້ນ, ເຮົາກໍມີຫຼາຍໂອກາດ, ໂດຍສະເພາະໃນການສຶກສາກ່ຽວກັບຄຳສອນທາງສາສະໜາ ເປັນຕົ້ນແມ່ນພຣະພຸດທະສາສະໜາ ເພື່ອຍົກລະດັບສະຖານະໃນຊີວິດຂອງເຮົາ.
ຖ້າເຮົາຕິດຢູ່ໃນເຂດໄພພິບັດ, ເຊັ່ນ ຫຼັງຈາກເຫດແຜ່ນດິນໄຫວປີ 2015 ໃນເນປານ, ຫຼື ເຂດຂາດແຄນ, ຫຼື ເຂດສົງຄາມ, ຫຼື ບ່ອນທີ່ການປະຕິບັດສາສະໜາຖືເປັນສິ່ງຜິດກົດໝາຍ ແລະ ເຮັດບໍ່ໄດ້, ຫຼື ຖືກຂັງຢູ່ກັບອາຊະຍາກອນຮຸນແຮງໃນຄຸກ, ຫຼື ຕ້ອງຕໍ່ສູ້ໃນກອງທັບໃນເຂດສົງຄາມ, ເຮົາຈະຮຽນຄຳສອນ ແລະ ວິທີການ ແລະ ປະຕິບັດທັມໄດ້ແນວໃດ? ຫຼືຖ້າເຮົາພິການຢ່າງຮຸນແຮງທາງຮ່າງກາຍ, ທາງຈິດ ຫຼື ທາງອາລົມ, ມັນອາດເຮັດໄດ້, ແຕ່ມັນອາດຍາກຍິ່ງ? ຫຼືເຮົາລວຍແຮງ, ສະນັ້ນ ເຮົາເລີຍບໍ່ສົນໃຈໃນເລື່ອງສາສະໜາ? ຫຼືຈິດໃຈຂອງເຮົາປິດ ແລະ ເປັນອັກຄະຕິຕໍ່ການປະຕິບັດທັມໂດຍສິ້ນເຊີງ?
ເຮົາຍັງມີຫຼາຍໂອກາດໃນປະຈຸບັນ. ມີການແປຄຳສອນ, ຈັດພິມເປັນປຶ້ມ ແລະ ລົງໃນອິນເຕີເນັດ, ມີຜູ້ອຸປະຖຳໃນການຕີພິມ, ມີພຣະອາຈານ, ມີສູນສຶກສາທີ່ເຮົາສາມາດຮຽນ ແລະ ມີຄົນຊຸກຍູ້ສູນເຫຼົ່ານີ້, ແລະ ເຮົາກໍມີສະຕິປັນຍາ ແລະ ຄວາມສົນໃຈທີ່ຈະຮຽນ.
ຄວາມຈິງທີ່ວ່າເຮົາເປັນອິສະຫຼະຈາກສະຖານະການເຮວຮ້າຍເຫຼົ່ານີ້ ແລະ ຊີວິດຂອງເຮົາອຸດົມໄປດ້ວຍໂອກາດເຫຼົ່ານີ້ເຮັດໃຫ້ຊີວິດຂອງເຮົາພິເສດ. ເຮົາຄວນປິຕິຍິນດີກັບຊີວິດອັນມີຄ່າຂອງເຮົາ ແລະ ສວຍໂອກາດກັບມັນໃຫ້ເຕັມທີ່.
ການທຳສະມາທິ
- ສະຫງົບຕົວລົງໂດຍການສຸມໃສ່ລົມຫັນໃຈ.
- ຈິນຕະນາການວ່າເຮົາກຳລັງເດີນປ່າໃນເນປານໃນເວລາເກີດແຜ່ນດິນໄຫວ, ແລະ ເຮົາຕິດຄ້າງຢູ່ນັ້ນໂດຍບໍ່ມີທາງອອກ ແລະ ບໍ່ມີອາຫານ ຫຼື ນ້ຳ.
- ແລ້ວຈິນຕະນາການວ່າມີຍົນມາຮັບເຮົາກັບບ້ານ.
- ຮູ້ສຶກເຖິງຄວາມວິເສດທີ່ເຮົາຈະຮູ້ສຶກທີ່ພົ້ນຈາກສະຖານະການທີ່ເປັນຕາຢ້ານນັ້ນ.
- ຮູ້ສຶກປິຕິຍິນດີກັບຄວາມອິສະຫຼະອັນນັ້ນ.
- ຈິນຕະນາການວ່າຢູ່ໃນຊີເຣຍ ແລະ ລັດອິສະລາມໄດ້ຍຶດຄອງເມືອງຂອງເຮົາ ແລະ ເຮົາບໍ່ມີທາງອອກ.
- ແລ້ວຈິນຕະນາການວ່າຫຼຸດພົ້ນຈາກສະຖານະການນັ້ນ.
- ຮູ້ສຶກປິຕິຍິນດີ.
- ຈິນຕະນາການວ່າຖືກຂັງໃນຄຸກກັບພວກແກັງອັນຕະພານຂອງຄົນຄຸກທີ່ຫຍາບຄາຍ ທີ່ຮຸນແຮງ ແລະ ຂູ່ເຮົາທັງເວັນ ແລະ ຄືນ.
- ແລ້ວຈິນຕະນາການວ່າພົ້ນຈາກຄຸກ.
- ຮູ້ສຶກປິຕິຍິນດີ.
- ຈິນຕະນາການວ່າອົດຢາກໃນສະຖານະການອຶດຢາກ ແລະ ໄພແລ້ງໃນຊູດານ.
- ແລ້ວຈິຕະນາການວ່າມີອາການລົງມາບໍລິຈາກ ແລະ ເຮົາມີອາຫານກິນ ແລະ ນ້ຳດື່ມພຽງພໍ.
- ຮູ້ສຶກປິຕິຍິນດີ.
- ຈິນຕະນາການວ່າເປັນອາລ໌ໄຊເມີສ໌ ແລະ ເຮົາບໍ່ສາມາດຊື່ຫຍັງ ຫຼື ໃຜໄດ້ເລີຍ ແລະ ບໍ່ສາມາດເວົ້າສາມຄຳໃຫ້ຕໍ່ກັນໄດ້.
- ຈິນຕະນາການວ່າໄດ້ຮັບການປິ່ນປົວຈົນດີ.
- ຮູ້ສຶກປິຕິຍິນດີ.
- ແລ້ວຮູ້ສຶກເປັນອິສະຫຼະຈາກພາລະທີ່ເຮົາແບກຫາບຢູ່ນີ້ເທື່ອລະກ້າວ - ຕິດຄ້າງຢູ່ເນປານໃນແຜ່ນດິນໄຫວ, ຖືກກັກໃນຊີເຣຍພາຍໃຕ້ໄອຊີສ໌, ເປັນອາລ໌ໄຊເມີສ໌.
- ຮູ້ສຶກເຖິງອິສະຫຼະອັນໜ້າເຫຼືອເຊື່ອທີ່ເຮົາໄດ້ຮັບ.
- ແລ້ວຄິດເຖິງໂອກາດອັນໜ້າເຫຼືອເຊື່ອທັງໝົດທີ່ເຮົາມີ: ມີຄຳສອນທີ່ໄດ້ຮັບການແປ, ຈັດເປັນປຶ້ມ ແລະ ລົງໃນອິນເຕີເນັດ, ຜູ້ອຸປະຖຳໄດ້ຊຸກຍູ້ໃຫ້ມີການຈັດພິມ, ມີພຣະອາຈານ, ມີສູນທີ່ເຮົາສາມາດສຶກສາ ແລະ ມີຄົນຊຸກຍູ້, ເຮົາມີສະຕິປັນຍາ ແລະ ຄວາມສົນໃຈທີ່ຈະຮຽນ.
- ສຸດທ້າຍແລ້ວ, ເຕືອນຕົນເອງເຖິງອິສະຫຼະ ແລະ ປັດໄຈຄວາມເສີມສ້າງທີ່ເຮົາມີ, ແລະ ເມື່ອສົມທຽບກັບຄົນອື່ນອີກຫຼາຍ ແລະ ຫຼາຍຊົ່ວໄລຍະທີ່ຜ່ານມາໃນປະຫວັດສາດແລ້ວ ເຮົາພິເສດຂະໜາດໃດ.
- ຮູ້ສຶກປິຕິຍິນດີ ແລະ ຕັດສິນໃຈຢ່າງເດັດຂາດທີ່ຈະສວຍໂອກາດໃນຊີວິດອັນພິເສດທີ່ເຮົາມີນີ້ ແລະ ບໍ່ຖິ້ມມັນໄປລ້າໆ.
ສະຫຼຸບ
ເມື່ອເຮົາຄິດກ່ຽວກັບສະຖານະການປະຈຸບັນຂອງເຮົາ ແລະ ຄວາມໂຊກດີທີ່ເຮົາເປັນ, ຢ່າງໜ້ອຍກໍໃນເວລານີ້, ອິສະຫຼະຈາກສະຖານະການລຳບາກທີ່ສຸດໃນຊີວິດທີ່ອາດບໍ່ໃຫ້ໂອກາດເຮົາມີເວລາພັດທະນາທາງອາລົມ ແລະ ທາງສາສະໜາຂອງເຮົາເລີຍ, ເຮົາຈະເລີ່ມເຫັນຄຸນຄ່າຂອງສິ່ງທີ່ເຮົາມີ. ເຖິງວ່າບໍ່ມີຊີວິດໃຜທີ່ສົມບູນແບບ ແລະ ບໍ່ມີສະຖານະການໃດທີ່ສົມບູນ, ແຕ່, ທຽບກັບວ່າມັນສາມາດເຮວຮ້າຍກວ່ານີ້ໄດ້ຫຼາຍປານໃດ, ເຮົາກໍຖືວ່າໂຊກດີຫຼາຍແລ້ວ. ດ້ວຍການເຫັນຄຸນຄ່າຄືແນວນີ້, ເຮົາຈະສ້າງຄວາມໝັ້ນໃຈທີ່ຈຳເປັນສຳລັບການກ້າວໄປສວຍໂອກາດທີ່ເຮົາມີເພື່ອເຮັດໃຫ້ຊີວິດເຮົາດີຂຶ້ນອີກ.