ການຍອມຮັບຄວາມບໍ່ທ່ຽງ

ເມື່ອເຮົານັບຖືຄວາມຈິງທີ່ວ່າທຸກສິ່ງໃນຊີວິດປ່ຽນແປງຕະຫຼອດເວລາ, ເຮົາຈະຫຼີກລ່ຽງການຕິດຢູ່ໃນຮູບແບບທີ່ລ້າສະໄໝໃນການສຳພັນກັບຜູ້ອື່ນ.
Meditation impermanence

ຄຳອະທິບາຍ

ຄວາມບໍ່ທ່ຽງໝາຍເຖິງການປ່ຽນແປງ: ສິ່ງທີ່ໄດ້ຮັບຜົນກະທົບຈາກສາເຫດ ແລະ ເງື່ອນໄຂຈະບໍ່ເຄີຍຄົງທີ່, ມັນປ່ຽນໄປໃນແຕ່ລະຂະນະ. ບາງຢ່າງ, ເມື່ອຖືກສ້າງຂຶ້ນແລ້ວ, ຈະຄ່ອຍເຊື່ອມສະພາບ ແລະ ແຕກສະຫຼາຍໄປຈົນກວ່າຈະສິ້ນສຸດລົງ, ເຊັ່ນຄອມພິວເຕີຂອງເຮົາ, ລົດຂອງເຮົາ, ຫຼື ຮ່າງກາຍຂອງເຮົາ. ສິ່ງອື່ນປ່ຽນແປງໄປໃນແຕ່ລະຂະນະ, ແຕ່ຍ້ອນສິ່ງເຫຼົ່ານີ້ໄດ້ຮັບການຕໍ່ອາຍຸຢູ່ສະເໝີ, ຈິ່ງບໍ່ເຊື່ອມສະພາບ, ເຊັ່ນດຽວກັບກິຈະກຳທາງຈິດໃຈຂັ້ນພື້ນຖານຂອງເຮົາ, ບໍ່ວ່າຈະເປັນເດັກແດງ, ຜູ້ໃຫຍ່ທີ່ກະຕືລືລົ້ນ, ຫຼື ຜູ້ປ່ວຍສູງອາຍຸທີ່ເປັນອາລ໌ໄຊເມີສ໌. ບາງຢ່າງຂຶ້ນໆ ລົງໆ, ເຊັ່ນອຸນຫະພູມ ຫຼື ຄຸນະພາບຂອງການທຳສະມາທິຂອງເຮົາ; ໃນຂະນະທີ່ອັນອື່ນ, ເຊັ່ນຄົນເທິງຍົນ, ມາຮວມຕົວກັນ ແລ້ວ ແຍກຈາກກັນໄປ. ບາງສິ່ງຜ່ານວົງຈອນຊ້ຳໆ, ເຊັ່ນລະດູການ ຫຼື ວົງຈອນຂອງກາງເວັນ ແລະ ກາງຄືນ, ໃນຂະນະທີ່ບາງສິ່ງເກີດຂຶ້ນຊ້ຳໆ, ທົນຢູ່ ແລະ ສິ້ນສຸດລົງ, ເຊັ່ນຈັກກະວານຕາມທັດສະນະຂອງພຣະພຸດທະສາສະຫນາ. ຄວາມບໍ່ທ່ຽງມີ ຫຼາຍປະເພດ. 

ເປັນຕາເສຍດາຍ, ເພາະຈິດໃຈຂອງເຮົາບໍ່ໄດ້ຮັບຮູ້ເຖິງຊ່ວງຂອງເວລາທັງໝົດໃນຂະນະດຽວ, ເຮົາຈິ່ງສັບສົນ ແລະ ບາງຄັ້ງຄິດວ່າສິ່ງຕ່າງໆ ຍັງຄົງທີ່ ແລະ ບໍ່ມີວັນປ່ຽນແປງ, ເຊັ່ນຄວາມສຳພັນຂອງເຮົາ, ໄວໜຸ່ມຂອງເຮົາ, ອາລົມຂອງເຮົາ, ແລະ ອື່ນໆ. ເມື່ອເຮົາຄິດແນວນັ້ນ, ເຮົາຈະສ້າງຄວາມທຸກ ແລະ ບັນຫາໃຫ້ຕົນເອງ. ຕົວຢ່າງເຊັ່ນ, ເຮົາກຳລັງມີຄວາມຮັກກັບບາງຄົນ. ມັນເກີດຂຶ້ນຍ້ອນສາເຫດ ແລະ ສະຖານະການບາງຢ່າງ - ເຮົາທັງສອງຢູ່ໃນສະຖານທີ່ດຽວກັນ, ເຮົາທັງສອງມອງຫາຄູ່, ເຮົາທັງສອງມີສິ່ງອື່ນໆ ເກີດຂຶ້ນໃນຊີວິດຂອງເຮົາ. ແຕ່, ເມື່ອເວລາຜ່ານໄປ, ເງື່ອນໄຂເຫຼົ່ານັ້ນກໍປ່ຽນໄປ. ຖ້າເຮົາຍຶດຖືຢູ່ກັບປະເພດຂອງຄວາມສຳພັນທີ່ເຮົາເຄີຍມີໃນຊ່ວງເລີ່ມຕົ້ນ ແລະ ໄລຍະທຳອິດ, ເຮົາຈະບໍ່ສາມາດປັບຄວາມສຳພັນຂອງເຮົາໄດ້ເມື່ອຄູ່ຂອງເຮົາປ່ຽນວຽກ, ຫຼື ຍ້າຍໄປເມືອງອື່ນ, ຫຼື ມີຄົນມາຢາມ, ຫຼື ໄດ້ໝູ່ໃໝ່, ຫຼື ເມື່ອສິ່ງທີ່ຄ້າຍກັນເກີດຂຶ້ນໃນຊີວິດຂອງເຮົາ. ເຮົາຍຶດຕິດກັບຄວາມສຳພັນຂອງເຮົາເມື່ອກ່ອນ ແລະ ຍ້ອນມັນບໍ່ໄດ້ສຳຜັດກັບຄວາມເປັນຈິງ, ເຮົາຈິ່ງທົນທຸກ ແລະ ບໍ່ເປັນສຸກ. 

ສຳລັບການທຳສະມາທິ, ເຮົາມາສຸມໃສ່ສິ່ງຕ່າງໆ ໃນຊີວິດຂອງເຮົາທີ່ບໍ່ທ່ຽງ ແລະ ພະຍາຍາມຈົດຈໍ່ກັບສິ່ງເຫຼົ່ານັ້ນໂດຍຮັບຮູ້ວ່າສິ່ງເຫຼົ່ານັ້ນມີການປ່ຽນແປງ ແລະ ຈະປ່ຽນໄປເລື້ອຍໆ ເມື່ອເວລາຜ່ານໄປ, ແລະ ໃນທີ່ສຸດກໍຈະເຖິງຈຸດຈົບ. 

ການທຳສະມາທິ

  • ສະຫງົບຈິດໃຈລົງໂດຍການສຸມໃສ່ລົມຫັນໃຈ. 
  • ສຸມໃສ່ຄວາມສຳພັນຂອງເຮົາກັບແມ່ຂອງເຈົ້າ. 
  • ສັງເກດເບິ່ງວ່າມັນເລີ່ມຕົ້ນແນວໃດ - ເຈົ້າຍັງເປັນເດັກແດງ ແລະ ນັ້ນສົ່ງຜົນຕໍ່ຄວາມສຳພັນຂອງເຈົ້າໃນທາງໃດໜຶ່ງ.
  • ແລ້ວເຈົ້າ ແລະ ແມ່ຂອງເຈົ້າກໍໃຫຍ່ຂຶ້ນ ແລະ, ໃນຂະນະທີ່ເຈົ້າຍັງເປັນເດັກນ້ອຍ, ໄວລຸ້ນ ແລ້ວເປັນຜູ້ໃຫຍ່, ແລະ ເພິ່ນອາຍຸຫຼາຍຂຶ້ນ, ຄວາມສຳພັນຂອງເຈົ້າກໍໄດ້ປ່ຽນໄປ - ຫຼື ບໍ່? 
  • ເຖິງແມ່ນເມື່ອເພິ່ນເສຍໄປ ຫຼື ວ່າເພິ່ນໄດ້ເສຍໄປແລ້ວ, ເຖິງວ່າຄວາມສຳພັນເຊິ່ງໜ້າຂອງເຈົ້າຈະໄດ້ຈົບໄປແລ້ວ, ສັງເກດເບິ່ງວ່າທັດສະນະຄະຕິ ແລະ ຄວາມຊົງຈຳຂອງເຈົ້າກັບເພິ່ນປ່ຽນໄປ ແລະ ຍັງຄົງປ່ຽນແປງແນວໃດ. 
  • ສຸມໃສ່ຄວາມສຳພັນກັບພໍ່ຂອງເຈົ້າໃນລັກສະນະດຽວກັນ. 
  • ສຸມໃສ່ຄວາມສຳພັນກັບຄູ່ທີ່ເຈົ້າຮັກ ຫຼື ເຄີຍຮັກຫຼາຍ. 
  • ສຸມໃສ່ຊີວິດການເຮັດວຽກຂອງເຈົ້າ. 

ສະຫຼຸບ

ຄວາມບໍ່ທ່ຽງເປັນຄວາມຈິງຂອງຊີວິດ. ບໍ່ວ່າເຮົາຈະມັກ ຫຼື ບໍ່, ທຸກຢ່າງປ່ຽນແປງຕະຫຼອດເວລາ, ແລະ ບໍ່ມີຫຍັງທີ່ຈະຄືເກົ່າຕະຫຼອດໄປ. ເມື່ອເຮົາຍອມຮັບຄວາມຈິງອັນນີ້, ເຮົາຈະເຂົ້າໃຈວ່າມັນບໍ່ມີປະໂຫຍດທີ່ຈະຍຶດຕິດກັບສິ່ງໃດໜຶ່ງຄືກັບວ່າມັນຈະຄົງເດີມຕະຫຼອດໄປ. ເມື່ອເຮົາສາມາດປັບຕົວໃຫ້ເຂົ້າກັບການປ່ຽນແປງທີ່ເກີດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ໃນສະຖານະການຊີວິດ, ຄວາມສຳພັນຂອງເຮົາ, ຮ່າງກາຍຂອງເຮົາ ແລະ ອື່ນໆ, ເຮົາຈະຫຼີກລ່ຽງຄວາມທຸກ ແລະ ບັນຫາຕ່າງໆ ທີ່ເຮົາອາດມີໄດ້.

Top