ການຍອມຮັບຄວາມຕາຍ

ໂດຍການຍອມຮັບຄວາມຈິງທີ່ວ່າຊີວິດນັ້ນສັ້ນ ແລະ ສາມາດຈົບລົງໄດ້ທຸກເວລາ, ເຮົາຈະຢຸດເສຍໂອກາດອັນມີຄ່າທີ່ເຮົາມີເພື່ອເຮັດສິ່ງທີ່ມີຄວາມໝາຍ, ໃນຂະນະທີ່ເຮົາຍັງມີໂອກາດ.
Meditation being realistic about death 1

ຄຳອະທິບາຍ

ຄວາມຕາຍເປັນຫົວຂໍ້ທີ່ຫຼາຍຄົນບໍ່ມັກຄິດນຳ. ແຕ່ຄວາມຕາຍເປັນຄວາມຈິງຂອງຊີວິດ ແລະ ເປັນສິ່ງທີ່ທຸກຄົນຈະຕ້ອງປະເຊີນ. ຖ້າເຮົາບໍ່ກຽມຕົວຕໍ່ສິ່ງທີ່ຫຼີກລ່ຽງບໍ່ໄດ້, ເຮົາອາດຕ້ອງຕາຍພ້ອມກັບຄວາມຢ້ານ ແລະ ຄວາມກິນແໜງ. ສະນັ້ນ, ການທຳສະມາທິກ່ຽວກັບຄວາມຕາຍຈິ່ງມີປະໂຫຍດ ແລະ ສຳຄັນຫຼາຍ. 

ມີການທຳສະມາທິຫຼາຍອັນທີ່ເຮົາສາມາດເຮັດໄດ້ກ່ຽວກັບຄວາມຕາຍ, ເປັນຕົ້ນແມ່ນການຈິນຕະນາການວ່າເຮົາຈະຮັບມືກັບການຖືກບອກວ່າເຮົາມີພະຍາດທີ່ປົວບໍ່ໄດ້ແນວໃດ. ການທຳສະມາທິຕໍ່ໄປນີ້ແມ່ນອັນມາດຖານທີ່ເຮັດເພື່ອກະຕຸ້ນໃຫ້ເຮົາພະຍາຍາມປັບປຸງທັດສະນະຄະຕິ ແລະ ພຶຕິກຳຂອງເຮົາດຽວນີ້ໃນເວລາທີ່ເຮົາຍັງມີໂອກາດຢູ່. ໃນການທຳສະມາທິອັນນີ້, ຫຼັງຈາກທີ່ສະຫງົບລົງໂດຍການສຸມໃສ່ລົມຫັນໃຈແລ້ວ, ເຮົາຈະຄິດກ່ຽວກັບຈຸດຕໍ່ໄປນີ້: 

ການທຳສະມາທິ

ຄວາມຕາຍຫຼີກລ່ຽງບໍ່ໄດ້, ຍ້ອນ:

  • ມັນເປັນເລື່ອງແນ່ນອນທີ່ຄວາມຕາຍຈະມາ, ແລະ ບໍ່ມີສະຖານະການໃດທີ່ຈະປ້ອງກັນມັນບໍ່ໃຫ້ເກີດກັບເຮົາໄດ້ - ຕະຫຼອດປະຫວັດການຜ່ານມາ ບໍ່ມີໃຜທີ່ເກີດແລ້ວໜີຄວາມຕາຍໄດ້, ສະນັ້ນ ແມ່ນຫຍັງທີ່ຈະເຮັດໃຫ້ເຮົາພິເສດພໍທີ່ຈະບໍ່ຕາຍໄດ້? 
  • ອາຍຸໄຂຂອງເຮົາບໍ່ສາມາດຂະຫຍາຍຕໍ່ໄດ້ເມື່ອມັນເຖິງເວລາທີ່ເຮົາຕ້ອງຕາຍ ແລະ ຊ່ວງເວລາທີ່ເຫຼືອຂອງການມີຊີວິດຢູ່ຂອງເຮົານັ້ນກໍຫຼຸດລົງເລື້ອຍໆ - ທຸກຂະນະຂອງຊີວິດ ເຮົາຈະເຖົ້າລົງ ແລະ ຫຍັບໃກ້ຄວາມຕາຍຂຶ້ນເລື້ອຍໆ, ບໍ່ແມ່ນໜຸ່ມຂຶ້ນ ແລະ ຫ່າງອອກຈາກຄວາມຕາຍ. ມັນຄືກັບການຂຶ້ນສາຍພານທີ່ກຳລັງເຄື່ອນ, ຢ່າງບໍ່ມີຢຸດ, ໄປສູ່ຄວາມຕາຍທີ່ຫຼີກລ່ຽງບໍ່ໄດ້ຂອງເຮົາ. 
  • ເຮົາຈະຕາຍເຖິງແມ່ນວ່າເຮົາຈະຍັງບໍ່ມີເວລາໃນຊ່ວງທີ່ຍັງມີຊີວິດທີ່ຈະໃຊ້ມາຕະການທີ່ຈະຊ່ວຍໃຫ້ເຮົາຕາຍຢ່າງສະຫງົບ ແລະ ປາສະຈາກຄວາມກິນແໜງ - ຄວາມຕາຍສາມາດເກີດຂຶ້ນໄດ້, ເຊັ່ນ ຈາກອາການຫົວໃຈວາຍກະທັນຫັນ ຫຼື ອຸບັດຕິເຫດທາງລົດ, ໃນທັນໃດເມື່ອເຮົາບໍ່ຄາດຄິດ. 

ບໍ່ມີຄວາມແນ່ນອນວ່າເຮົາຈະຕາຍເມື່ອໃດ, ເພາະ:

  • ໂດຍທົ່ວໄປ, ບໍ່ມີຄວາມແນ່ນອນໃນອາຍຸໄຂຂອງເຮົາ - ເຮົາບໍ່ຕ້ອງເຖົ້າກ່ອນຕາຍ. 
  • ມີໂອກາດທີ່ຈະຕາຍຫຼາຍກວ່າໂອກາດທີ່ຈະຄົງມີຊີວິດຢູ່ - ກັບພາວະໂລກຮ້ອນ, ມີໄພພິບັດທາງທຳມະຊາດ ແລະ ພະຍາດລະບາດໃຫຍ່ຫຼາຍຂຶ້ນ; ກັບຊັບພະຍາກອນທຳມະຊາດທີ່ຫຼຸດລົງເລື້ອຍໆ ແລະ ຄວາມບໍ່ສະເໝີພາບທາງເສຖະກິດ, ກໍມີຄວາມຮຸນແຮງຫຼາຍຂຶ້ນເລື້ອຍໆ; ກັບຄວາມຮູ້ສຶກໝົດຫວັງທີ່ເພີ່ມຂຶ້ນ, ກໍມີການຫຼິ້ນຢາເກີນຂະໜາດຫຼາຍຂຶ້ນ, ແລະ ອື່ນໆ. 
  • ຮ່າງກາຍເຮົາບອບບາງຫຼາຍ - ຄວາມປ່ວຍໄຂ້ ຫຼື ອຸບັດຕິເຫດໜ້ອຍໜຶ່ງ ສາມາດນຳຄວາມຕາຍມາສູ່ເຮົາໄດ້. 

ນອກຈາກການໃຊ້ມາຕະການປ້ອງກັນໂດຍການພະຍາຍາມປັບປຸງທັດສະນະຄະຕິ ແລະ ພຶຕິກຳຂອງເຮົາແລ້ວ, ບໍ່ມີຫຍັງແນວອື່ນທີ່ຈະສາມາດຊ່ວຍເຮົາຕາຍດ້ວຍຈິດໃຈອັນສະຫງົບ ແລະ ປາສະຈາກຄວາມກິນແໜງໄດ້. ຖ້າເຮົາຕ້ອງປະເຊີນໜ້າກັບຄວາມຕາຍຂອງເຮົາດຽວນີ້:

  • ຄວາມຮັ່ງມີຂອງເຮົາຈະບໍ່ຊ່ວຍ - ເງິນຂອງເຮົາຈະເປັນພຽງຕົວເລກໃນໜ້າຈໍຄອມພິວເຕີເທົ່ານັ້ນ. 
  • ໝູ່ເພື່ອນ ແລະ ພີ່ນ້ອງຈະຊ່ວຍຫຍັງບໍ່ໄດ້ - ເຮົາຈະຕ້ອງປະເຂົາໄວ້ເບື້ອງຫຼັງ ແລະ ຖ້າເຂົາຮ້ອງໄຫ້ຢູ່ອ້ອມຂ້າງເຮົາ, ເຂົາກໍຈະເຮັດໃຫ້ເຮົາທຸກໃຈ. 
  • ແມ່ນແຕ່ຮ່າງກາຍເຮົາກໍຈະຊ່ວຍຫຍັງບໍ່ໄດ້ - ເຮົາຈະຮູ້ສຶກດີປານໃດຈາກການຫຼຸດນ້ຳໜັກໄປໄດ້ອີກຫຼາຍກິໂລ? 

ສະນັ້ນ, ເຮົາຈິ່ງຕັດສິນໃຈວ່າສິ່ງດຽວທີ່ເຂົ້າທ່າໃນຊີວິດແມ່ນການໃຊ້ມາຕະການເພື່ອປ້ອງກັນການຕາຍພ້ອມຄວາມຢ້ານ ແລະ ຄວາມກິນແໜງ. 

ສະຫຼຸບ

ການສຳນຶກເຖິງຄວາມຫຼີກລ່ຽງບໍ່ໄດ້ຂອງຄວາມຕາຍນັ້ນ ບໍ່ແມ່ນເພື່ອເຮັດໃຫ້ເຮົາເສົ້າ ຫຼື ຢ້ານ. ເມື່ອເຮົາຮັບຮູ້ວ່າເວລາທີ່ເຮົາຍັງມີເຫຼືອໃນຊີວິດນີ້ແມ່ນມີຈຳກັດ ແລະ ບໍ່ມີໃຜທີ່ຈະຮັບຮອງໃຫ້ໄດ້ວ່າມັນຈະຈົບລົງເມື່ອໃດ, ເຮົາຈະມີແຮງຈູງໃຈທີ່ຈະສວຍໂອກາດຢ່າງເຕັມທີ່ກັບເວລາທີ່ເຮົາຍັງມີ. ການມີສະຕິຕໍ່ຄວາມຕາຍຈະຊ່ວຍໃຫ້ເຮົາເອົາຊະນະຄວາມຂີ້ຄ້ານ ແລະ ການເລື່ອນມື້ເລື່ອນວັນທີ່ປ້ອງກັນເຮົາຈາກການກ້າວໄປໃນທາງທີ່ຈະຫຼີກລ່ຽງສິ່ງຕ່າງໆ ທີ່ຈະ ເຮວຮ້າຍລົງໃນອະນາຄົດ. 

Top