ຄຳອະທິບາຍ
ເຮົາຫຼາຍຄົນຮູ້ສຶກວ່າຊີວິດຂອງເຮົາບໍ່ໄປໃສ. ເຮົາອາດເຫັນວ່າວຽກຂອງເຮົາບໍ່ມີຄວາມໝາຍ, ຫຼື ເຮົາອາດບໍ່ມີວຽກ ແລະ ບໍ່ເຫັນໂອກາດສຳລັບການປັບປຸງ. ເຮົາອາດຍັງຮຽນຢູ່ ແລະ ຕັ້ງຄຳຖາມຕໍ່ຄຸນຄ່າ ແລະ ຄວາມໝາຍຂອງການສຶກສາຂອງເຮົາ. ເຮົາຢ້ານວ່າສິ່ງຕ່າງໆ ຈະຮ້າຍແຮງກວ່າເກົ່າ ແລະ ມີຄວາມສ່ຽງທີ່ຈະຕົກໄປໃສ່ຄວາມຊືມເສົ້າ. ນອກນັ້ນ, ເຮົາກໍຢາກເຮັດບາງຢ່າງທີ່ມີຄວາມໝາຍ ແລະ ສ້າງການປ່ຽນແປງດ້ານບວກຕໍ່ໂລກ, ແລະ ເຮົາກໍຢາກແບ່ງປັນກັບຜູ້ອື່ນ. ເຮົາຫຼາຍຄົນຍັງສຳນຶກໄດ້ວ່າການຫາເງິນ ແລະ ສິ່ງຂອງຫຼາຍໆ ບໍ່ໄດ້ຕອບສະໜອງຄວາມຕ້ອງການທາງດ້ານຄວາມໝາຍຂອງເຮົາ.
ພຣະພຸດທະສາສະໜາແກ້ໄຂບັນຫານີ້ດ້ວຍຫົວຂໍ້ຂອງທິດທາງທີ່ປອດໄພ, ໂດຍທົ່ວໄປແປວ່າທີ່ເພິ່ງ. ເມື່ອເຮົາສຳນຶກໄດ້ວ່າຊີວິດມະນຸດອັນມີຄ່ານີ້ທີ່ເຮົາມີຈະຈົບລົງດ້ວຍຄວາມຕາຍແນ່ນອນ ແລະ ການກັບຊາດມາເກີດທີ່ຮ້າຍກວ່າເກົ່າກໍສາມາດລໍຖ້າເຮົາຢູ່ໃນອະນາຄົດຖ້າເຮົາບໍ່ເຮັດຫຍັງດ້ານບວກກັບຊີວິດຂອງເຮົາໃນປະຈຸບັນ, ເຮົາຈະເບິ່ງວ່າເຮົາຈະສາມາດປ້ອງກັນສິ່ງນັ້ນໄດ້ແນວໃດ. ໃນລັກສະນະດຽວກັນ, ເຖິງວ່າເຮົາຈະບໍ່ຍອມຮັບການກັບຊາດມາເກີດ, ເຮົາກໍສາມາດຮູ້ຮູ້ຄຸນຄ່າຊີວິດອັນມີຄ່າທີ່ເຮົາມີໃນປະຈຸບັນ ແລະ, ໂດຍຮູ້ວ່າມັນຈະເຫຼືອຮ້າຍປານໃດທີ່ຈະຕາຍໄປກັບຄວາມກິນແໜງຕໍ່ຄວາມໄຮ້ຄວາມໝາຍຂອງຊີວິດເຮົາ, ເຮົາຈິ່ງຢ້ານສິ່ງຕ່າງໆ ເຮວຮ້າຍໄປໃນຊາດນີ້.
ທິດທາງທີ່ປອດໄພທີ່ພຣະພຸດທະສາສະໜາໃຫ້ນັ້ນແມ່ນຊີ້ບອກດ້ວຍແກ້ວມີຄຸນຄ່າສາມປະການ. ອັນຫຼັກແມ່ນພຣະທັມ - ການຢຸດອັນແທ້ຈິງ ແລະ ຈິດໃຈເສັ້ນທາງອັນແທ້ຈິງ - ເຊິ່ງແມ່ນການພັດທະນາຕົນເອງເພື່ອເອົາຊະນະຂໍ້ບົກພ່ອງຂອງເຮົາ ແລະ ການບັນລຸເຖິງສັກກະຍະພາບທັງໝົດຂອງເຮົາໂດຍການສ້າງຄຸນສົມບັດທີ່ດີທັງໝົດ. ຂໍ້ບົກພ່ອງລວມມີອາລົມລົບກວນ, ການຂາດສະມາທິ, ການເອົາໃຈຕົນເອງ, ຄວາມຫຍຸ້ງຍາກໃນການສື່ສານຢ່າງມີປະສິທິຜົນ, ໆລໆ. ຄຸນສົມບັດທີ່ດີລວມມີຄ່ານິຍົມພື້ນຖານຄວາມເປັນມະນຸດຂອງຄວາມເມດຕາ, ຄວາມເຫັນໃຈ, ຄວາມອົດທົນ, ຄວາມເຂົ້າໃຈ ການໃຫ້ອະໄພ, ຄວາມຊື່ສັດ, ໆລໆ ລວມເຖິງສຳນຶກຂອງຈັນຍາທັມ, ສະມາທິ, ແລະ ຄວາມຮູ້ແຈ້ງ. ການພະຍາຍາມບັນລຸສິ່ງເຫຼົ່ານີ້, ຄືດັ່ງທີ່ພຣະພຸທະເຈົ້າໄດ້ສຳເລັດເຕັມທີ່ ແລະ ພຣະອາຈານຂັ້ນສູງທ່ານອື່ນໄດ້ສຳເລັດສ່ວນໜຶ່ງ,ຈະໃຫ້ຄວາມໝາຍຕໍ່ຊີວິດຂອງເຮົາຢ່າງຈະແຈ້ງ.
ເຖິງວ່າເຮົາອາດຢາກແບ່ງປັນສິ່ງຕ່າງໆ ກັບຜູ້ອື່ນ, ນີ້ບໍ່ໝາຍເຖິງວ່າຈະໂພສ໌ຜົນສຳເລັດຂອງເຮົາເທິງສື່ສັງຄົມອອນລາຍນ໌, ແຕ່ດ້ວຍຄວາມໝັ້ນໃຈໃນຕົນເອງທີ່ເພີ່ມຂຶ້ນ ເຮົາຈະແບ່ງປັນການພັດທະນາຕົນເອງກັບຜູ້ອື່ນໂດຍການຊ່ວຍເຂົາໃນທາງນ້ອຍ ແລະ ໃຫຍ່ທີ່ເຮົາສາມາດເຮັດໄດ້. ສະນັ້ນ, ການວາງທິດທາງທີ່ປອດໄພໃຫ້ກັບຊີວິດຂອງເຮົາແມ່ນບົນພື້ນຖານຄວາມຢ້ານວ່າສິ່ງຕ່າງໆ ຈະເຮວຮ້າຍລົງ, ຄວາມໝັ້ນໃຈໃນຄວາມຈິງທີ່ວ່າການພັດທະນາຕົນເອງແມ່ນທິດທາງທີ່ປອດໄພທີ່ຈະປ້ອງກັນຊີວິດຂອງເຮົາຈາກຄວາມເຮວຮ້າຍລົງ, ແລະ ຄວາມເປັນຫ່ວງ ແລະ ຄວາມເຫັນໃຈຕໍ່ຜູ້ອື່ນທີ່ເຮົາຢາກຊ່ວຍໂດຍການແບ່ງປັນຜົນສຳເລັດຂອງເຮົາ.
ການທຳສະມາທິ
- ສະຫງົບຈິດໃຈລົງດ້ວຍການສຸມໃສ່ລົມຫັນໃຈ.
- ຄິດກ່ຽວກັບຊີວິດຂອງເຮົາ ແລະ ປະເມີນເບິ່ງວ່າເຮົາເຫັນວ່າມັນມີຄວາມໝາຍບໍ່.
- ຄິດກ່ຽວກັບວ່າເຮົາມັກແບ່ງປັນສິ່ງຕ່າງໆ ກ່ຽວກັບຊີວິດເຮົາກັບຜູ້ອື່ນແນວໃດ.
- ຄິດກ່ຽວກັບວ່າການພະຍາຍາມເອົາຊະນະຂໍ້ບົກພ່ອງຂອງເຮົາ ແລະ ການບັນລຸສັກກະຍະພາບຂອງເຮົາ ຈະໃຫ້ຄວາມໝາຍໃນຊີວິດຂອງເຮົາ ແລະ ຊ່ວຍໃຫ້ເຮົາແບ່ງປັນສິ່ງທີ່ມີຄວາມໝາຍກັບຜູ້ອື່ນ, ບໍ່ພຽງແຕ່ເລື່ອງໄຮ້ສາລະ, ແລະ ມັນຈະວິເສດຂະໜາດໃດຖ້າສິ່ງທີ່ເຮົາແບ່ງປັນ - ບໍ່ພຽງແຕ່ໃນໂລກອອນລາຍນ໌, ແຕ່ໃນການພົວພັນເຊິ່ງໜ້ານຳ - ຈະຊ່ວຍເຂົາໃນບາງຢ່າງໄດ້ແນວໃດ.
- ຈິນນຕະນາການວ່າຕົກເຫວຂອງຄວາມຊຶມເສົ້າຍ້ອນການຂາດທິດທາງທີ່ມີຄວາມໝາຍໃນຊີວິດຂອງເຮົາ.
- ຄິດກ່ຽວກັບວ່າການພັດທະນາຕົວເຮົາເອງຈະປ້ອງກັນເຮົາຈາກຄວາມຊຶມເສົ້ານີ້ ແລະ ຈະເປັນຂອງຂວັນທີ່ວິເສດທີ່ເຮົາສາມາດແບ່ງປັນກັບຜູ້ອື່ນໄດ້ແນວໃດ.
- ຕັ້ງໃຈວາງທິດທາງນັ້ນໃຫ້ຊີວິດເຮົາ.
- ຈິນຕະນາການອັນດຽວກັນ, ແຕ່ບາດນີ້ເຮົາພຽງແຕ່ຢູ່ຂອບເຫວ.
- ຈິນຕະນາການອັນດຽວກັນ, ແຕ່ເຮົາຢູ່ຫ່າງອອກມາຈາກຂອບເຫວ, ແຕ່ຫຍັບເຂົ້າໄປໃກ້ຂອບເລື້ອຍໆ.
ສະຫຼຸບ
ເມື່ອເຮົາເຫັນວ່າຊີວິດຂອງເຮົາເປັນທຳມະດາ, ໜ້າເບື່ອ ແລະ ເບິ່ງຄືໄຮ້ຄວາມໝາຍ, ເຮົາຕ້ອງຖືເອົາວິທີຕັ້ງໜ້າ. ເຮົາຕ້ອງວາງທິດທາງບວກໃຫ້ຊີວິດຂອງເຮົາ, ທາງທີ່ມີຄວາມໝາຍບໍ່ພຽງແຕ່ກັບຕົນເອງ ແຕ່ກັບຜູ້ອື່ນນຳ. ທິດທາງນີ້ແມ່ນການພັດທະນາຕົນເອງເພື່ອເອົາຊະນະຂໍ້ບົກພ່ອງຂອງເຮົາ ແລະ ບັນລຸສັກກະຍະພາບດ້ານບວກຂອງຕົນ. ບໍ່ວ່າເປົ້າໝາຍສຸດທ້າຍຂອງເຮົາແມ່ນຈະເຮັດສິ່ງນີ້ໃຫ້ສຳເລັດສົມບູນ, ດັ່ງທີ່ພຣະພຸທະເຈົ້າໄດ້ເຮັດແລ້ວ ແລະ ພຣະຊັ້ນສູງໄດ້ສຳເລັດສ່ວນໜຶ່ງ - ແຕ່, ການເດີນໄປໃນເສັ້ນທາງນີ້ຈະຍົກລະດັບຄຸນະພາບຊີວິດຂອງເຮົາໄດ້ເປັນຢ່າງຍິ່ງ.