ການຮູ້ສຶກເຫັນໃຈ

ເມື່ອເຮົາຕັ້ງໃຈທີ່ຈະເປັນອິສະຫຼະຈາກບັນຫາຂອງເຮົາ ແລະ ສາເຫດຂອງມັນແລ້ວ, ເຮົາກໍຖ່າຍທອດຄວາມຫ່ວງໄຍຂອງເຮົາໄປຫາຜູ້ອື່ນ ແລະ, ດ້ວຍຄວາມເຫັນໃຈ, ສ້າງຄວາມປາຖະໜາໃຫ້ເຂົາເປັນອິສະຫຼະເຊັ່ນດຽວກັນ.

ຄຳອະທິບາຍ

ເມື່ອເຮົາສ້າງທັດສະນະຄະຕິທີ່ເອົາໃຈໃສ່, ທີ່ເປັນຈິງແລ້ວ, ບາດກ້າວຕໍ່ໄປແມ່ນການສ້າງຄວາມເຫັນໃຈຕໍ່ຜູ້ອື່ນ. ຄວາມເຫັນໃຈບໍ່ແມ່ນການດູໝິ່ນຜູ້ອື່ນດ້ວຍຄວາມດູຕົນ ແຕ່ແມ່ນບົນພື້ນຖານຄວາມເຫັນອົກເຫັນໃຈ - ການຮູ້ສຶກເຖິງຄວາມຮູ້ສຶກຂອງຜູ້ອື່ນ. ສະນັ້ນ, ຄວາມເຫັນໃຈແມ່ນການປາຖະໜາໃຫ້ຜູ້ອື່ນພົ້ນຈາກຄວາມທຸກ ແລະ ສາເຫດຂອງມັນ, ດັ່ງທີ່ເຮົາເອງກໍຢາກພົ້ນຈາກມັນຄືກັນ. ມັນບໍ່ພຽງແຕ່ເປັນການເພີ້ຝັນທັງທີ່ຮູ້ວ່າມັນບໍ່ມີຫວັງ; ແຕ່, ຫາກແມ່ນບົນພື້ນຖານຄວາມໝັ້ນໃຈທີ່ວ່າມັນເປັນໄປໄດ້ທີ່ຈະພົ້ນຈາກມັນ. ຄວາມເຫັນໃຈຍັງມີອົງປະກອບຂອງຄວາມເຕັມໃຈທີ່ຈະຊ່ວຍ ແລະ ຄວາມຕັ້ງໃຈທີ່ຈະຊ່ວຍທີ່ທາງທີ່ເຮົາສາມາດ. ມັນບໍ່ແມ່ນການຢູ່ເສີຍໆ. ເຮົາຊ່ວຍທັງດ້ານຮ່າງກາຍ ແລະ ວັດຖຸ, ຖ້າຈຳເປັນ, ຫຼື ທາງຈິດໃຈເຮົາສ້າງພາວະຈິດໃຈທີ່ຜູ້ອື່ນຕ້ອງການເພື່ອເອົາຊະນະບັນຫາຂອງເຂົາ ແລະ ເຮົາຈິນຕະນາການວ່າໄດ້ສົ່ງໃຫ້ເຂົາ. 

ການທຳສະມາທິ

  • ສະຫງົບຈິດໃຈໂດຍການສຸມໃສ່ລົມຫັນໃຈ. 
  • ຈິນຕະນາການວ່າຕົນເອງໄດ້ເສຍເຮືອນ ແລະ ສິ່ງຂອງທຸກຢ່າງໃນເຫດການແຜ່ນດິນໄຫວ ແລະ ຕ້ອງໄດ້ນອນກາງແຈ້ງ, ແລະ ຕ້ອງດິ້ນລົນເພື່ອຫາອາຫານ ແລະ ນ້ຳ, ແລະ ບໍ່ມີເງິນທີ່ຈະສ້າງຕົວຄືນໃໝ່. ເຈົ້າຮູ້ສຶກໝົດຫວັງຢ່າງສິ້ນເຊີງ ແລະ ຊຶມເສົ້າ. 
  • ຈິນຕະນາການວ່າເຈົ້າຢາກພົ້ນຈາກສະຖານະການນີ້ ແລະ ສຳນຶກໄດ້ວ່າສາເຫດຂອງຄວາມບໍ່ເປັນສຸກຂອງເຈົ້ານັ້ນແມ່ນຄວາມຊຶມເສົ້າ, ສະນັ້ນ ໃຫ້ຮູ້ສຶກຕັ້ງໃຈທີ່ຈະພົ້ນຈາກຄວາມຊຶມເສົ້ານີ້ ແລະ ຫາທາງສ້າງຕົວໃໝ່. 
  • ແລ້ວຈິນຕະນາການແມ່ຂອງເຈົ້າໃນສະຖານະການດຽວກັນ ແລະ ປ່ຽນການຕັ້ງໃຈທີ່ຈະໃຫ້ຕົນເອງພົ້ນເປັນແມ່ແທນ ແລະ ສ້າງຄວາມເຫັນໃຈ - ການຕັ້ງໃຈທີ່ຈະໃຫ້ລາວພົ້ນຈາກມັນ. 
  • ປາຖະໜາໃຫ້ລາວບໍ່ໝົດຫວັງ ແລະ ມີຄວາມກ້າ ແລະ ກຳລັງທີ່ຈະສ້າງຕົວຄືນໃໝ່. 
  • ແລ້ວຈິນຕະນາການສິ່ງດຽວກັນກັບຄົນເນປານນັບແສນທີ່ປະຈຸບັນຢູ່ໃນສະຖານະການນີ້ ແລະ ສ້າງຄວາມເຫັນໃຈຕໍ່ເຂົາເຈົ້າ. 
  • ເຮັດຂັ້ນຕອນດຽວກັນສຳລັບອາລົມບໍ່ສົມດຸນ. ຄິດເຖິງເວລາທີ່ເຈົ້າອາລົມບໍ່ສົມດຸນ ແລະ, ສຳນຶກໄດ້ວ່າເຈົ້າສາມາດສ້າງຄວາມດຸ່ນດ່ຽງທາງອາລົມໄດ້ໂດຍການສ້າງຈິດໃຈທີ່ສະຫງົບ, ແຈ່ມແຈ້ງ, ໃຫ້ສ້າງຄວາມຕັ້ງໃຈທີ່ຈະພົ້ນຈາກຄວາມບໍ່ສົມດຸນ. 
  • ແລ້ວປ່ຽນໄປທີ່ແມ່ຂອງເຈົ້າ, ແລະ ສິ່ງມີຊີວິດທຸກຕົນ. 

ສະຫຼຸບ

ເຊັ່ນດຽວກັບທີ່ເຈົ້າຢາກເປັນສຸກ ແລະ ບໍ່ເປັນທຸກຈັກເທື່ອ, ຄົນອື່ນທຸກຄົນກໍຄືກັນ. ທຸກຄົນຢາກພົ້ນຈາກຄວາມທຸກ ແລະ ບັນຫາຂອງເຂົາເຈົ້າ, ຄືກັບເຮົາ. ເພື່ອສ້າງຄວາມເຫັນໃຈຕໍ່ເຂົາເຈົ້າ - ຄວາມປາຖະໜາໃຫ້ພົ້ນຈາກຄວາມທຸກ - ເຮົາຕ້ອງຍອມຮັບ ແລະ ປະເຊີນໜ້າກັບບັນຫາຂອງເຮົາເອງກ່ອນ ແລະ ສ້າງຄວາມປາຖະໜາອັນແຮງກ້າທີ່ຈະພົ້ນຈາກມັນ. ຍິ່ງຄວາມຕັ້ງໃຈທີ່ຈະລົບລ້າງຄວາມທຸກຂອງຕົນເອງແຮງກ້າເທົ່າໃດ, ເຮົາກໍຈະຍິ່ງສາມາດເຂົ້າໃຈເຖິງຄວາມທຸກຂອງຜູ້ອື່ນ ແລະ ສ້າງຄວາມຕັ້ງໃຈທີ່ຈະຊ່ວຍເຂົາເຈົ້າເອົາຊະນະຄວາມທຸກນັ້ນເທົ່ານັ້ນ. ຄວາມຕັ້ງໃຈທີ່ແນ່ໃສ່ຜູ້ອື່ນນັ້ນແມ່ນສິ່ງທີ່ເຮົາເອີ້ນວ່າ “ຄວາມເຫັນໃຈ.” 

Top