ການຄົ້ນພົບຄວາມສະຫງົບ ແລະ ຄວາມສົມຫວັງ ພາຍໃນ

Study buddhism universal values 02

ຄວາມສຳຄັນຂອງການກວດສອບຄວາມເປັນຈິງຂອງສະຖານະການ

ຄວາມສະຫງົບພາຍໃນແມ່ນກ່ຽວກັບຄວາມສະມະທະ (ຈິດໃຈທີ່ສະຫງົບ). ປະສົບການທາງກາຍບໍ່ຈຳເປັນຕ້ອງກຳນົດຄວາມສະຫງົບໃນຈິດໃຈຂອງເຮົາ. ຖ້າເຮົາມີໃຈທີ່ສະຫງົບ, ແລ້ວ ລະດັບຮ່າງກາຍກໍບໍ່ສຳຄັນປານໃດ. 

ບາດນີ້, ເຮົາສ້າງຄວາມສະຫງົບພາຍໃນຈາກການພາວະນາບໍ? ບໍ່, ບໍ່ທັງໝົດ. ຈາກການຝຶກຮ່າງກາຍບໍ? ບໍ່. ພຽງແຕ່ຈາກການຫາຄວາມຮູ້? ບໍ່. ຈາກການລະງັບຄວາມຮູ້ສຶກ? ບໍ່. ແຕ່ເມື່ອພົບກັບສະຖານະການຫຍຸ້ງຍາກ, ຖ້າບົນພື້ນຖານຂອງຄວາມເຂົ້າໃຈເຕັມປ່ຽມຕໍ່ປະໂຫຍດ ແລະ ໂທດຂອງການກະທຳໃດໜຶ່ງ ແລະ ຜົນຂອງການກະທຳນັ້ນແລ້ວ, ເຮົາພົບກັບສະຖານະການນັ້ນ, ແລ້ວຈິດໃຈຂອງເຮົາກໍຈະບໍ່ຖືກລົບກວນ ແລະ ນັ້ນແມ່ນຄວາມສະຫງົບທີ່ແທ້ຈິງ. 

ສະນັ້ນ, ຄວາມເຫັນໃຈ ແລະ ການມີວິທີການທີ່ເປັນຈິງ ຈິ່ງສຳຄັນຫຼາຍ. ເມື່ອຜົນສະທ້ອນທີ່ບໍ່ຄາດຄິດເກີດຂຶ້ນ ແລະ ນຳມາເຊິ່ງຄວາມຢ້ານກົວອັນໃຫຍ່ຫຼວງ, ນັ້ນກໍເນື່ອງດ້ວຍການທີ່ເຮົາຂາດຄວາມເປັນຈິງ. ເຮົາບໍ່ໄດ້ເບິ່ງທີ່ຜົນສະທ້ອນທຸກອັນຢ່າງແທ້ຈິງ ແລະ ສະນັ້ນຈິ່ງຂາດຄວາມຮູ້ ແລະ ຄວາມເຂົ້າໃຈ. ຄວາມຢ້ານຂອງເຮົາມາຈາກການຂາດການສືບສວນທີ່ເໝາະສົມ, ສະນັ້ນ ເຮົາຕ້ອງເບິ່ງຈາກທັງສີ່ດ້ານ ແລະ ເທິງ ແລະ ລຸ່ມເພື່ອໃຫ້ໄດ້ພາບທີ່ສົມບູນ. ມັນມີຊ່ອງວ່າງລະຫວ່າງຄວາມເປັນຈິງ ແລະ ສິ່ງທີ່ເບິ່ງເຫັນສະເໝີ, ສະນັ້ນເຮົາຕ້ອງສືບສວນ ຈາກທຸກດ້ານ. 

ພຽງແຕ່ການເບິ່ງຈະເປັນໄປບໍ່ໄດ້ທີ່ຈະເຫັນວ່າສິ່ງໜຶ່ງເປັນບວກ ຫຼື ລົບ. ແຕ່, ເມື່ອເຮົາ [ສືບ ສວນມັນຢ່າງລະອຽດ ແລະ] ເຂົ້າໃຈຄວາມຈິງກ່ຽວກັບບາງສິ່ງແລ້ວ, ເມື່ອນັ້ນເຮົາຈະສາມາດປະເມີນວ່າມັນເປັນບວກ ຫຼື ລົບ. ສະນັ້ນ, ເຮົາຕ້ອງມີການປະເມີນທີ່ສົມເຫດສົມຜົນຕໍ່ສະຖານະການຂອງເຮົາ. ຖ້າເຮົາເລີ່ມສືບສວນດ້ວຍຄວາມປາຖະໜາ, “ຂ້ອຍຢາກໄດ້ຜົນໄດ້ຮັບແນວນີ້, ແນວນັ້ນ,” ແລ້ວການສືບສວນຂອງເຮົາກໍຈະລຳອຽງ. ຮີດຄອງນາລັນດາ ຈາກອິນເດຍ ເວົ້າວ່າ ເຮົາຕ້ອງລະແວງຢູ່ສະເໝີ ແລະ ສືບສວນຢ່າງມີພາວະວິໄສໃນທຸກຂະແໜງ, ລວມເຖິງສາສະໜາ. 

ຄວາມສຳຄັນຂອງການເປີດໃຈຂອງເຮົາຕໍ່ຄົນອື່ນ

ບາດນີ້ ສຳລັບການຂາດຄວາມສະຫງົບໃນຈິດໃຈ ແລະ ຄວາມບໍ່ເພິ່ງພໍໃຈ, ມັນມາຈາກການມີແຮງຈູງໃຈທີ່ເຫັນແກ່ຕົວຫຼາຍ. ຄົນຜູ່ໜຶ່ງມີສິດທີ່ຈະຂ້າມຜ່ານຄວາມທໍລະມານ ແລະ ບັນລຸຄວາມສຸກ. ແຕ່ຖ້າເຮົາຄິດເຖິງແຕ່ຕົນເອງ, ຈິດໃຈກໍຈະກາຍເປັນລົບ. ແລ້ວບັນຫານ້ອຍກໍເບິ່ງຄືໃຫຍ່ ແລະ ເຮົາກໍຂາດຄວາມດຸ່ນດ່ຽງ. ເມື່ອເຮົາຄິດວ່າຄົນອື່ນກໍມີຄວາມຮັກແພງຄືກັບເຮົາ, ຈິດໃຈຂອງເຮົາກໍຈະເປີດກວ້າງອອກ. ແລ້ວ, ຜົນທີ່ຕາມມາ, ບັນຫາໜັກກໍຈະເບິ່ງຄືບໍ່ສຳຄັນປານໃດ. ສະນັ້ນ, ຄວາມຮູ້ສຶກຈິ່ງແຕກຕ່າງຂຶ້ນກັບຂອບເຂດທີ່ເຮົາເບິ່ງສິ່ງຕ່າງໆ: ຈາກມຸມມອງຂອງເຮົາເອງ ຫຼື ຈາກມຸມມອງຂອງທຸກຄົນ. 

ສະນັ້ນ, ມີສອງອົງປະກອບທີ່ສຳຄັນສຳລັບຈິດໃຈທີ່ສະຫງົບ. ອັນທີໜຶ່ງແມ່ນຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງ. ຖ້າເຮົາເຂົ້າຫາສິ່ງຕ່າງໆ ດ້ວຍຄວາມເປັນຈິງ, ກໍຈະບໍ່ມີຜົນສະທ້ອນທີ່ບໍ່ຄາດຄິດ. ອັນທີສອງແມ່ນຄວາມເຫັນໃຈ, ເຊິ່ງຈະເປີດ “ປະຕູທາງໃນ” ຂອງເຮົາ. ຄວາມຢ້ານ ແລະ ຄວາມລະແວງຈະຕັດເຮົາອອກຈາກຄົນອື່ນ.


ການບໍ່ກັງວົນກັບຮູບລັກພາຍນອກຂອງຕົນເອງ 

[ອີກສິ່ງໜຶ່ງທີ່ເຮັດໃຫ້ເຮົາເສຍຄວາມສະຫງົບທາງຈິດໃຈແມ່ນການກັງວົນນຳຮູບລັກພາຍນອກຂອງຕົນ.] ເມື່ອອາຕະມາໄປຢາມນະຄອນປັກກິ່ງຄັ້ງແຣກ, ຕົວຢ່າງ, ອາຕະມາບໍ່ມີປະສົບການ. ອາຕະມາຂວັນອ່ອນໜ້ອຍໜຶ່ງ ແລະ ກັງວົນໃຈນຳ. ແຕ່ແລ້ວອາຕະມາໄດ້ເຫັນວ່າບາງຄົນ, ຖ້າເຂົາກັງວົນກ່ຽວກັບຮູບລັກພາຍນອກຂອງເຂົາຫຼາຍ, ເມື່ອມີສິ່ງຜິດພາດໜ້າຕາຂອງເຂົາຈະແດງຫຼາຍ. ແຕ່ຖ້າເຂົາເປີດໃຈ ແລະ ບໍ່ສົນຖ້າມີສິ່ງຜິດພາດເກີດຂຶ້ນ, ແລ້ວກໍບໍມີບັນຫາ. 

ຍົກຕົວຢ່າງ, ໃນປີ 1954, ຕອນອາຕະມາໄປປັກກິ່ງ, ທ່ານທູດອິນເດຍມາພົບອາຕະມາຢູ່ຫ້ອງ. ຝ່າຍຈີນໄດ້ກະກຽມຍົກໃຫຍ່ພ້ອມດອກໄມ້, ໝາກໄມ້ ແລະ ອື່ນໆ, ແລະ ເຂົາຢືນຢັນວ່າເຮົາຕ້ອງມີນາຍແປພາສາຈີນ. ສະນັ້ນ ຈິ່ງດຳເນີນຈາກພາສາທິເບດເປັນຈີນເປັນອັງກິດ, ເຖິງວ່າວິຊາການຂອງອາຕະມາຈະຮູ້ພາສາອັງກິດກໍຕາມ. ຮອດຈຸດໜຶ່ງ, ພາໝາກໄມ້ຫຼົ່ນລົງ ແລ້ວທາງການຈີນທີ່ມີລັກສະນະທາງການ ແລະ ແຂງກະດ້າງກ່ອນໜ້ານັ້ນ, ໄດ້ກົ້ມລົງທັງມືທັງຕີນຄານຢູ່ພື້ນ. ຖ້າເຂົາບໍ່ຫ່ວງພາບລັກຂອງເຂົາກ່ອນໜ້ານັ້ນກໍຄືຊິບໍ່ເປັນຫຍັງ. ແຕ່ມັນໜ້າອາຍສຳລັບເຂົາຫຼາຍ. 

ຄັ້ງໜຶ່ງໃນເມືອງເມັກຊີໂກ, ໃນກອງປະຊຸມນານາສາສະໜາ, ມີນັກບວດຄົນຍີ່ປຸ່ນອົງໜຶ່ງ. ເພິ່ນມີຮ່ວງລູກປັດພາວະນາໃນມືຂອງເພິ່ນ ແລ້ວເສັ້ນເຊືອກຂາດ. ເພິ່ນສືບຕໍ່ນັບນິ້ວໂປ້ຂອງເພິ່ນຜ່ານຮ່ວງນັ້ນເຖິງວ່າລູກປັດຈະຫຼົ່ນລົງທົ່ວພື້ນແລ້ວກໍຕາມ. ເພິ່ນອາຍເກີນກວ່າທີ່ຈະເກັບມັນຂຶ້ນມາ. ເພິ່ນອະຫຼັກອະເຫຼືອຍ້ອນການຫ່ວງຮູບລັກຂອງເພິ່ນເອງ. 

ຢ່າງໃດກໍດີ, ຄວາມເຫັນໃຈ, ຄວາມເອື້ອເຟື້ອເຜື່ອແຜ່, ຄວາມຈິງ, ຄວາມຊື່ສັດ - ສິ່ງເຫຼົ່ານີ້ສຳຄັນຫຼາຍຕໍ່ການນຳມາເຊິ່ງຄວາມສະຫງົບພາຍໃນ, ບໍ່ແມ່ນການຫ່ວງກ່ຽວກັບຮູບລັກພາຍນອກຂອງຕົນ. ອາຕະມາບໍ່ເຄີຍເວົ້າວ່າອາຕະມາເປັນສິ່ງພິເສດ, ແຕ່ຈາກປະສົບການຂອງອາຕະມາເອງ ອາຕະມາບໍ່ຮູ້ສຶກກັງວົນກ່ຽວກັບວ່າຈະປະຕິບັດແນວໃດຕໍ່ໜ້າຫຼາຍພັນຄົນ. ອາຕະມາເວົ້າກັບຫຼາຍພັນຄົນໃນເວລາບັນຍາຍຄືແນວນີ້ ແລະ ສຳລັບອາຕະມາມັນກໍຄືກັບການເວົ້ານຳຄົນສາມ-ສີ່ຄົນ. ຖ້າເກີດການຜິດພາດ, ອາຕະມາກໍຈະລືມມັນ, ບໍ່ມີບັນຫາ. ຖ້າຄົນອື່ນເຮັດຜິດພາດຄືກັນ, ອາຕະມາກໍມີແຕ່ຫົວ. 

ການປະຕິຮູບພາຍໃນ

ບາດນີ້ ສຳລັບການປະຕິຮູບພາຍໃນ, ການປະຕິຮູບພາຍໃນແມ່ນການເວົ້າກ່ຽວກັບລະດັບຄວາມຮູ້ສຶກ. ມີການປະຕິຮູບພາຍໃນປະເພດໜຶ່ງທີ່ມາຈາກທຳມະຊາດຍ້ອນອາຍຸ ແລະ ອີກປະເພດໜຶ່ງທີ່ມາຈາກສະພາບການພາຍນອກ. ການປະຕິຮູບປະເພດເຫຼົ່ານີ້ເກີດຂຶ້ນໂດຍອັດຕະໂນມັດ. ປະເພດອື່ນເກີດຂຶ້ນຍ້ອນຄວາມພະຍາຍາມ ແລະ ອັນນີ້ແມ່ນອັນຫຼັກທີ່ເຮົາຢາກໄດ້: ການປະຕິຮູບພາຍໃນຕາມຄວາມປາຖະໜາຂອງເຮົາເອງ. ອັນນີ້ແມ່ນຄວາມໝາຍຫຼັກ. 

ບາດນີ້ຢູ່ທີ່ນີ້, ເຮົາບໍ່ໄດ້ເວົ້າກ່ຽວກັບຊາດໜ້າ, ການຊ່ວຍໃຫ້ພົ້ນບາບ, ຫຼື ສະຫວັນ, ແຕ່ເວົ້າກ່ຽວກັບວິທີຮັກສາຊີວິດນີ້ໄປໃນທາງທີ່ມີຄວາມສຸກ ແລະ ສະຫງົບຫຼາຍກວ່າ ເຖິງຈະມີຄວາມຫຍຸ້ງຍາກ ຫຼື ບັນຫາ. ສຳລັບສິ່ງນີ້, ປັດໄຈຫຼັກທີ່ເຮົາຕ້ອງຈັດການລວມມີຄວາມໂມໂຫ, ຄວາມກຽດຊັງ, ຄວາມຢ້ານ, ຄວາມອິສາ, ຄວາມລະແວງ, ຄວາມໂດດດ່ຽວ, ຄວາມກົດດັນ, ແລະ ອື່ນໆ. ທັງໝົດນີ້ແມ່ນກ່ຽວກັບທັດສະນະຄະຕິພື້ນຖານທາງໃຈຂອງເຮົາ. ມັນມາຈາກການເອົາຕົນເອງເປັນຫຼັກເກີນໄປ. ສຳລັບພວກເຮົາ, ເມື່ອເຮົາປະສົບກັບສິ່ງເຫຼົ່ານີ້, ຕົວເອງແມ່ນສິ່ງສຳຄັນທີ່ສຸດ ແລະ ພາໃຫ້ເກີດຄວາມອິສາ. ຈາກການເຊີດຊູຕົນເອງ, ແລ້ວຄວາມຂັດຂ້ອງໜ້ອຍໜຶ່ງກໍຈະພາໃຫ້ເກີດຄວາມໂມໂຫ, ແລະ ຄວາມໂມໂຫກໍຈະພາໃຫ້ເກີດຄວາມຢ້ານ. ເຮົາບໍ່ສົນຄົນອື່ນ; ເຮົາສົນແຕ່ຕົນເອງ. ແລະເຮົາຄິດວ່າຄົນອື່ນກໍສົນແຕ່ຕົວເຂົາເອງ ແລະ ວ່າເຂົາບໍ່ສົນກັບເຮົາແນ່ນອນ. ຍ້ອນແນວນັ້ນ, ເຮົາຈະຮູ້ສຶກໂດດດ່ຽວ. ເຮົາຄິດວ່າ, “ເຮົາເພິ່ງຄົນອື່ນບໍ່ໄດ້,” ແລະ ສະນັ້ນເຮົາຈະລະແວງຄົນທີ່ຢູ່ຕໍ່ໜ້າເຮົາ, ຄົນທີ່ຢູ່ທາງຂ້າງ, ແລະ, ຍິ່ງກວ່ານັ້ນ, ຄົນທີ່ຢູ່ທາງຫຼັງເຮົາ. 

ໂດຍພື້ນຖານແລ້ວ, ເມື່ອເຮົາຄິດເບິ່ງ, ທຳມະຊາດຂອງຄົນແມ່ນວ່າທຸກຄົນນິຍົມຄວາມເປັນມິດ. ຖ້າເຮົາຍື່ນມິຕະພາບໄປ, ຄົນສ່ວນຫຼາຍກໍຈະຕອບກັບໃນແງ່ບວກ. ສຳລັບຄວາມຮູ້ສຶກແງ່ລົບເຫຼົ່ານີ້ທີ່ນຳມາເຊິ່ງຄວາມກັງວົນ ແລະ ອື່ນໆ, ເຮົາຕ້ອງມີມາຕະການຕອບໂຕ້ເພື່ອຮັບມື ກັບມັນ. ຕົວຢ່າງເຊັ່ນ, ຖ້າເຮົາຮ້ອນໂພດ, ເຮົາກໍຜ່ອນອຸນຫະພູມ, ຫຼື ຖ້າເຮົາຢາກທຳລາຍຄວາມມືດ, ກໍບໍ່ມີທາງອື່ນນອກຈາກການນຳເອົາແສງສະຫວ່າງເຂົ້າມາ. ສິ່ງນີ້ເປັນຄວາມຈິງໃນລະດັບວັດຖຸ. ຄວາມປ່ຽນແປງສາມາດເກີດຂຶ້ນໄດ້ຍ້ອນການນຳໃຊ້ກຳລັງກົງກັນຂ້າມ - ນັ້ນແມ່ນຍ້ອນທຳມະຊາດ. ແຕ່ມັນເປັນຄວາມຈິງບໍ່ພຽງແຕ່ໃນລະດັບວັດຖຸເທົ່ານັ້ນ, ແຕ່ໃນລະດັບຈິດໃຈກໍເຊັ່ນກັນ. ສະນັ້ນ ເຮົາຕ້ອງຕອບໂຕ້ກັບມຸມມອງ ຫຼື ທັດສະນະຂອງເຮົາດ້ວຍທັດສະນະກົງກັນຂ້າມ [ເປັນຕົ້ນແມ່ນການຕອບໂຕ້ການເອົາຕົນເອງເປັນໃຈກາງ ແລະ ຄວາມລະແວງດ້ວຍຄວາມຫ່ວງໄຍຄົນອື່ນ ແລະ ຄວາມເປັນມິດ.]

ຍົກຕົວຢ່າງຂອງດອກໄມ້ສີເຫຼືອງ. ຖ້າອາຕະມາວ່າ, “ມັນສີຂາວ,” ຍ້ອນສາເຫດບາງຢ່າງ ແລ້ວຈາກນັ້ນຄິດວ່າມັນເປັນສີເຫຼືອງ, ເຫຼົ່ານີ້ແມ່ນສອງມຸມມອງທີ່ໂຕນກັນ. ມັນບໍ່ສາມາດຄົງຢູ່ໄດ້ໃນເວລາດຽວກັນ. ທັນທີທີ່ມີທັດສະນະຂອງສີເຫຼືອງ, ທັດສະນະຂອງສີຂາວກໍຈະຫາຍໄປ ທັນທີ. ມັນກົງກັນຂ້າມກັນໂດຍກົງ. ສະນັ້ນ, ວິທີໜຶ່ງທີ່ຈະນຳມາເຊິ່ງການປ່ຽນແປງພາຍໃນແມ່ນການສ້າງພາວະຈິດໃຈກົງກັນຂ້າມ. 

ອີກສາເຫດໜຶ່ງຂອງຄວາມຫຍຸ້ງຍາກ ອາດແມ່ນຍ້ອນຄວາມອະວິຊາ (ຄວາມບໍ່ຮູ້) ຊື່ໆ. ແຮງຕ້ານສຳລັບສິ່ງນັ້ນແມ່ນການຮຽນ, ການວິເຄາະ, ແລະ ການສືບສວນ, ຍ້ອນຄວາມອະວິຊາແມ່ນຢູ່ບົນພື້ນຖານຂອງການບໍ່ເບິ່ງຄວາມເປັນຈິງ. ສະນັ້ນ, ແຮງຕ້ານສຳລັບຄວາມອະວິຊາຈິ່ງແມ່ນການວິເຄາະ. ເຊັ່ນດຽວກັນ, ແຮງຕ້ານຂອງການເຊີດຊູຕົນເອງແມ່ນການຫ່ວງໄຍຄົນອື່ນ ແລະ ສິ່ງນີ້ປະກອບເປັນການຝຶກຈິດໃຈ [ຫຼື ການລ້າງຊ່ວຍທັດສະນະຄະຕິຂອງເຮົາ.]

ຈັນຍາທັມທາງໂລກ 

ສຳລັບວິທີການຝຶກຈິດໃຈຂອງເຮົາ [ຫຼື ການລ້າງຊ່ວຍທັດສະນະຄະຕິຂອງເຮົາ,] ຄຳຖາມແມ່ນວ່າສິ່ງນີ້ຕ້ອງກ່ຽວກັບສາສະໜາ ຫຼື ທີ່ເພິ່ງທາງໃຈບໍ່, ແລະ ອາຕະມາຄິດວ່າໂດຍພື້ນຖານແລ້ວມັນບໍ່ກ່ຽວກັບສາສະໜາເລີຍ. 

ສຳລັບທີ່ເພິ່ງທາງໃຈກໍມີສອງປະເພດ: ອັນໜຶ່ງມາກັບສາສະໜາ ແລະ ຄວາມເຊື່ອ ແລະ ອີກອັນໜຶ່ງປາສະຈາກທັງສອງຢ່າງ. ອັນທີ່ປາສະຈາກແມ່ນອັນທີ່ອາຕະມາເອີ້ນວ່າ “ຈັນຍາທັມ ທາງໂລກ.” “ທາງໂລກ” ບໍ່ໄດ້ໝາຍເຖິງການປະຕິເສດສາສະໜາ, ຫາກແຕ່ເປັນທັດສະນະຄະຕິເທົ່າທຽມຕໍ່ທຸກສາສະໜາ ແລະ ເຄົາລົບທັງໝົດ. ຕົວຢ່າງ, ລັດຖະທຳມະນູນອິນເດຍມີຄວາມເຄົາລົບທຸກສາສະໜາ; ມັນເປັນລັດຖະທຳມະນູນທາງໂລກ. ສະນັ້ນ, ເຖິງແມ່ນວ່າຊຸມຊົນປາຊີ ຫຼື ໂຊໂຣອາສ໌ຕຣຽນຈະນ້ອຍຫຼາຍໃນອິນເດຍ - ມີສະມາຊິກພຽງແຕ່ແສນຄົນທຽບກັບຄົນອິນເດຍເປັນຕື້ - ແຕ່ເຂົາກໍມີຕຳແໜ່ງທີ່ເທົ່າທຽມໃນວົງການທະຫານ ແລະ ການເມືອງ. 

ເມື່ອເຮົາເວົ້າກ່ຽວກັບຈັນຍາທັມທາງໂລກ, ອັນນີ້ຍັງໝາຍເຖິງຈັນຍາທັມສຳລັບຄົນທີ່ບໍ່ຖືສາສະໜາ. ເຮົາສາມາດມີຈັນຍາທັມ ແລະ ຄວາມເຄົາລົບແມ່ນແຕ່ຕໍ່ສັດບົນພື້ນຖານຂອງຈັນຍາທັມທາງໂລກ. ແລະ, ນອກນັ້ນ, ສ່ວນໜຶ່ງຂອງທີ່ເພິ່ງທາງໃຈທາງໂລກ ຫຼື ຈັນຍາທັມ ແມ່ນການດູແລສິ່ງແວດລ້ອມ. ສະນັ້ນ, ໃນທາງໂລກ, ເຮົາຕ້ອງປູກຝັງຈິດໃຈຂອງເຮົາ; ເຮົາຕ້ອງປູກຝັງຈັນຍາທັມທາງໂລກ. ຄົນຫົກຕື້ໃນໂລກນີ້ຕ້ອງເຮັດແນວນັ້ນ. ລະບົບສາສະໜາສາມາດຊ່ວຍເຮັດໃຫ້ການປູກຝັງຈັນຍາທັມທາງໂລກທົ່ວໄປເຕີບໃຫຍ່ເຂັ້ມແຂງຂຶ້ນ - ມັນເປັນວິທີການອີກອັນໜຶ່ງທີ່ຊ່ວຍການເຕີບໃຫຍ່ນັ້ນ. ແນ່ນອນວ່າມັນບໍ່ໄດ້ຖືກຕັ້ງໃຫ້ຫຼຸດຜ່ອນມັນລົງ. 

ແລະສະນັ້ນ, ເມື່ອເຮົາເວົ້າກ່ຽວກັບຈັນຍາທັມທາງໂລກ, ເຮົາມີທັດສະນະຄະຕິແບບບໍ່ເປັນນິກາຍ. ຖ້າຄົນຖືສາສະໜາຜູ້ໃດທີ່ປະຕິບັດຕາມວຽກສາສະໜາປະເພດໃດໜຶ່ງເຮັດວຽກເພື່ອເສີມຂະຫຍາຍຈັນຍາທັມທາງໂລກ, ເຂົາກໍແມ່ນນັກປະຕິບັດທາງສາສະໜາໂດຍແທ້ຈິງ. ຖ້າເຂົາບໍ່ເຮັດແນວນັ້ນ ແລ້ວເຖິງແມ່ນວ່າເຂົາຈະໄປໂບດຄຣິສ໌ ຫຼື ມັດສະຢິດ ຫຼື ໂບດຢິວ, ອາຕະມາກໍບໍ່ເຊື່ອວ່າເຂົາເປັນນັກປະຕິບັດທາງສາສະໜາທີ່ຈິງໃຈແທ້. 

Top