ເມື່ອເຮົາປ່ຽນຈຸດສຸມຈາກຄວາມຜິດ ຫຼື ຂໍ້ຜິດພາດຂອງບາງຄົນໄປທີ່ຕົວຄົນເອງ ແລະ ຮັບຮູ້ວ່າເຂົາບໍ່ສະບາຍໃຈ ຫຼື ສັບສົນ, ເຮົາຈະຫຼີກລ່ຽງການໂມໂຫ ແລະ, ດ້ວຍຄວາມເຫັນໃຈ, ໃຫ້ອະໄພເຂົາ.
Meditation forgiving others 1

ຄຳອະທິບາຍ

ອີງຕາມວັດຈະນານຸກົມອ໋ອກສ໌ຝອດ, ການໃຫ້ອະໄພ ໝາຍເຖິງການເຊົາຮູ້ສຶກໂມໂຫ ຫຼື ຄຽດແຄ້ນຕໍ່ຄົນທີ່ມີຄວາມຜິດ ຂໍ້ບົກພ່ອງ ຫຼື ຄວາມຜິດພາດ. ສຳລັບບາງຄົນ, ມັນມີຄວາມໝາຍແຝງຂອງການທີ່ຄົນທີ່ຖືກກະທຳຜິດ ຫຼື ຜູ້ມີອຳນາດສູງກວ່າ ໄດ້ໃຫ້ອະໄພຍະໂທດ, ເຊິ່ງຈະປ່ອຍຜູ້ກະທຳຜິດຈາກໂທດຕໍ່ການກະທຳຂອງເພີ່ນ. 

ການວິເຄາະທາງພຣະພຸດທະສາສະຫນາຂອງປັດໄຈທາງຈິດໃຈບໍ່ໄດ້ແຍກຄຳວ່າ ການໃຫ້ອະໄພ ອອກມາຢ່າງຈະແຈ້ງ, ແຕ່ມັນຫາກກວມເອົາຄວາມໂມໂຫ, ຄວາມຄຽດແຄ້ນ (ເຊິ່ງລວມເອົາການເກັບຄວາມບໍ່ພໍໃຈໄວ້) ແລະ ອັນກົງກັນຂ້າມ, ເຊິ່ງມີການບໍ່ໂມໂຫ ແລະ ບໍ່ໂຫດຮ້າຍ.

  • ການບໍ່ໂມໂຫ ແມ່ນການບໍ່ປາຖະໜາທີ່ຈະແກ້ແຄ້ນ ແລະ ສ້າງພິດໄພເປັນການຕອບແທນຜູ້ອື່ນ ຫຼື ຕົນເອງຜູ້ທີ່, ຍ້ອນການກະທຳຂອງເຮົາ, ກຳລັງ ຫຼື ຈະທຸກທໍລະມານ. 
  • ການບໍ່ໂຫດຮ້າຍ ຈະເສີມໃສ່ຄວາມເຫັນໃຈອັນນີ້, ຄວາມປາຖະໜາໃຫ້ເພີ່ນພົ້ນຈາກຄວາມທຸກ ແລະ ສາເຫດຂອງມັນ. 

ສະນັ້ນ, ຈາກມຸມມອງພຣະພຸດທະສາສະຫນາ, ເຮົາປາຖະໜາໃຫ້ຜູ້ອື່ນ ຫຼື ຕົນເອງພົ້ນຈາກຄວາມທຸກທັງປວງທີ່ເປັນຜົນມາຈາກການກະທຳທີ່ເປັນໄພຂອງເຮົາ. ແຕ່ບໍ່ມີໃຜມີອຳນາດທີ່ຈະອະໄພຍະໂທດຄົນອື່ນຈາກຜົນກັມຂອງການກະທຳຜິດຂອງເຂົາ, ສະນັ້ນຈິ່ງບໍ່ມີອັນຕະລາຍຂອງຄວາມຮູ້ສຶກຫຼົງຕົນເອງວ່າເໜືອກວ່າໝູ່, ຄືດັ່ງບາດຫຼວງ ຫຼື ຜູ້ພິພາກສາ, ທີ່ສາມາດອະໄພຍະໂທດອາຊະຍາກອນໄດ້. 

ກຸນແຈຂອງວິທີການທາງພຣະພຸດທະສາສະຫນາຕໍ່ການໃຫ້ອະໄພແມ່ນການແຍກຕົວຄົນ - ບໍ່ວ່າຈະເປັນຜູ້ອື່ນ ຫຼື ຕົນເອງ - ຈາກການກະທຳທີ່ເປັນໄພ ຫຼື ເປັນທຳລາຍຂອງເຂົາ ຫຼື ຈາກຄວາມຜິດພາດຂອງເພີ່ນ. ຢ່າລືມວ່າ, ເຮົາປະພຶດທຳລາຍ ແລະ ເຮັດຜິດພາດບໍ່ແມ່ນຍ້ອນເຮົາບໍ່ດີ, ແຕ່ຍ້ອນເຮົາສັບສົນກັບສາເຫດ ແລະ ຜົນທາງພຶຕິກຳ ແລະ ກ່ຽວກັບຄວາມເປັນຈິງ, ແລະ ຍ້ອນຄວາມເຂົ້າໃຈຂອງເຮົາທີ່ມີຈຳກັດ ແລະ ສະນັ້ນ ເຮົາຈິ່ງເຮັດຜິດພາດ. ເຮົາເປັນສັດສັງສາຣະວັດ ທີ່ມີຂີດຈຳກັດ, ກັບຄວາມສັບສົນ ແລະ ບັນຫາທີ່ຊ້ຳໄປຊ້ຳມາຢ່າງຄວບຄຸມບໍ່ໄດ້, ແລະ ສະນັ້ນ ຈິ່ງເປັນຄົນເໝາະສົມທີ່ຈະຮັບຄວາມເຫັນໃຈ. ເຮົາສ້າງໄພ ແລະ ຄວາມທຸກໃຫ້ຕົນເອງພໍແລ້ວ, ເຮົາບໍ່ຈຳເປັນຕ້ອງເຮັດອີກ. 

ສະນັ້ນ, ການໃຫ້ອະໄພໃນບໍລິບົດພຣະພຸດທະສາສະຫນາໝາຍເຖິງ: 

  • ການແຍກຕົວຄົນຈາກການກະທຳ - ບໍ່ວ່າຈະເປັນຜູ້ອື່ນ ຫຼື ຕົນເອງ
  • ການບໍ່ໂມໂຫ ຫຼື ໂຫດຮ້າຍຕໍ່ເພີ່ນ ຫຼື ຕົນເອງ, ແຕ່ຫາກ, 
  • ການຮູ້ສຶກເຫັນໃຈກັບຄວາມປາຖະໜາໃຫ້ເຮົາ ຫຼື ເພີ່ນພົ້ນຈາກສິ່ງທີ່ເຮັດໃຫ້ເຮົາກະທຳແບບທຳລາຍ ຫຼື ເຮັດຄວາມຜິດພາດ. 

ແຕ່ໃນແງ່ຂອງພຶຕິກຳເປັນໄພ ຫຼື ຄວາມຜິດພາດ, ເຮົາບໍ່ພຽງແຕ່ຈະນັ່ງຢູ່ ແລະ ບໍ່ເຮັດຫຍັງ. ເຮົາຈະລົງມືທຸກບາດກ້າວທີ່ເຮົາສາມາດເຮັດໄດ້ເພື່ອຢຸດພຶຕິກຳທຳລາຍນັ້ນ ແລະ ແກ້ໄຂຄວາມຜິດພາດ - ແຕ່ປາສະຈາກຄວາມໂມໂຫ ຫຼື ການເກັບຄວາມເສຍໃຈໄວ້, ຫຼື ຄວາມຮູ້ສຶກຫຍິ່ງຜະຫຍອງທີ່ເຮົາອະໄພຍະໂທດໃຫ້ເພີ່ນ. 

ການທຳສະມາທິ

ເຖິງວ່າເຮົາຕ້ອງສ້າງການໃຫ້ອະໄພກັບທັງຜູ້ອື່ນ ແລະ ຕົນເອງ, ມື້ນີ້ເຮົາຈະສຸມໃສ່ຜູ້ອື່ນກ່ອນ. ເທື່ອໜ້າ, ເຮົາຈະ ສຸມໃສ່ຕົນເອງ. 

  • ສະຫງົບຈິດໃຈໂດຍການສຸມໃສ່ລົມຫັນໃຈ. 
  • ຄິດເຖິງຄົນທີ່ເຮັດບາງຢ່າງທີ່ທຳຮ້າຍເຈົ້າ ຫຼື ສ້າງຄວາມລຳຄານໃຫ້ເຈົ້າໂມໂຫ ຫຼື ຄຽດແຄ້ນນຳ ແລະ ບາງເທື່ອອາດຍັງເກັບຄວາມບໍ່ພໍໃຈໄວ້ຢູ່, ຈົນວ່າຫຼັງຈາກນັ້ນເຈົ້າຍັງຄິດກ່ຽວກັບສິ່ງທີ່ເພີ່ນໄດ້ເຮັດ ແລະ ຍັງໂມໂຫ ແລະ ອາລົມເສຍຢູ່. 
  • ພະຍາຍາມຄິດເຖິງຄວາມຮູ້ສຶກຂອງເຈົ້າໃນຕອນນັ້ນ ແລະ ສັງເກດເບິ່ງວ່າຄວາມຮູ້ສຶກແນວນີ້ບໍ່ແມ່ນພາວະຈິດໃຈທີ່ເປັນສຸກ ຫຼື ສະບາຍເລີຍ. 
  • ບາດນີ້, ຢູ່ໃນໃຈພະຍາຍາມແຍກຄົນຜູ້ນັ້ນອອກຈາກການກະທຳຂອງເພີ່ນ. ອັນນີ້ເປັນພຽງເຫດການໜຶ່ງ, ເຖິງວ່າມັນຈະເກີດຂຶ້ນຫຼາຍຄັ້ງແລ້ວກໍຕາມ, ໃນບໍລິບົດຂອງຊີວິດທັງໝົດຂອງເພີ່ນ. 
  • ຄົນຜູ້ນີ້, ຄືດັ່ງຄົນອື່ນທຸກຄົນ, ລວມເຖິງຕົວເຈົ້າເອງນຳ, ຢາກເປັນສຸກ ແລະ ບໍ່ເປັນທຸກ, ແຕ່ສັບສົນວ່າແມ່ນຫຍັງທີ່ຈະນຳຄວາມສຸກມາໃຫ້ເພີ່ນ ແລະ ສະນັ້ນຍ້ອນເປັນທຸກ, ແລ້ວຈາກຄວາມບໍ່ຮັບຮູ້ ແລະ ຄວາມບໍ່ຮູ້ ເພີ່ນຈິ່ງກະທຳແບບທຳລາຍໂດຍການທຳຮ້າຍເຈົ້າ ຫຼື ເຮັດບາງສິ່ງທີ່ສ້າງຄວາມລຳຄານໃຫ້ເຈົ້າ. 
  • ສັງເກດເບິ່ງວ່າຍິ່ງເຈົ້າສຸມໃສ່ຄວາມເຂົ້າໃຈອັນນີ້ຫຼາຍເທົ່າໃດ ຄວາມໂມໂຫ ແລະ ຄວາມຄຽດແຄ້ນຂອງເຈົ້າກໍຍິ່ງບັນເທົາລົງເທົ່ານັ້ນ. 
  • ສ້າງຄວາມເຫັນໃຈຕໍ່ເພີ່ນ, ຄວາມປາຖະໜາໃຫ້ພົ້ນຈາກຄວາມສັບສົນ ແລະ ຄວາມເປັນທຸກທີ່ພາໃຫ້ເພີ່ນທຳຮ້າຍ ຫຼື ເຮັດສິ່ງທີ່ສ້າງຄວາມລຳຄານໃຫ້ເຈົ້າ. 
  • ຕັ້ງໃຈວ່າໃນເວລາທີ່ເໝາະສົມ, ເມື່ອເຈົ້າສະຫງົບລົງ ແລະ ເພີ່ນເປີດຮັບ, ເຈົ້າຈະຊີ້ສິ່ງທີ່ເພີ່ນໄດ້ເຮັດທີ່ທຳຮ້າຍເຈົ້າ ແລະ ພະຍາຍາມແກ້ບັນຫານັ້ນ. 

ເຮັດຊ້ຳກັບຄົນທີ່ໄດ້ເຮັດຜິດພາດ: 

  • ຄິດຖິງຄວາມຜິດພາດທີ່ເພີ່ນໄດ້ເຮັດ ແລະ ການທີ່ເຈົ້າໄດ້ໂມໂຫກັບເພີ່ນ. 
  • ພະຍາຍາມຄິດເຖິງສິ່ງທີ່ເຈົ້າໄດ້ຮູ້ສຶກ ແລະ ສັງເກດວ່າຄວາມຮູ້ສຶກຄືແນວນີ້ບໍ່ແມ່ນພາວະຈິດໃຈທີ່ເປັນສຸກ ຫຼື ສະບາຍ. 
  • ບາດນີ້, ຢູ່ໃນໃຈ ພະຍາຍາມແຍກຄົນຜູ້ນັ້ນອອກຈາກການກະທຳຜິດພາດຂອງເພີ່ນ. 
  • ຄົນຜູ້ນັ້ນ, ຄືດັ່ງຄົນອື່ນທຸກຄົນ, ລວມເຖິງຕົວເຈົ້າເອງນຳ, ຢາກເປັນປະໂຫຍດ ແລະ ບໍ່ຢາກເຮັດຜິດພາດ, ແຕ່ສັບສົນວ່າແມ່ນຫຍັງເປັນວິທີທີ່ດີທີ່ສຸດໃນການເຮັດບາງຢ່າງ ຫຼື ວິທີທີ່ດີທີ່ສຸດໃນການກະທຳ, ຫຼື ອາດບໍ່ໄດ້ໃສ່ໃຈ, ຫຼື ຂີ້ຄ້ານ, ຫຼື ແມ່ນຫຍັງກໍຕາມ, ແລະ ສະນັ້ນ ຍ້ອນຄວາມບໍ່ຮູ້ ແລະ ອາລົມລົບກວນ, ເພີ່ນຈິ່ງເຮັດຜິດພາດ. ເເພີ່ນເປັນສັດສັງສາຣະວັດທີ່ມີຂີດຈຳກັດ, ສະນັ້ນ ມັນຈິ່ງບໍ່ມີເຫດຜົນທີ່ຈະຄາດຫວັງວ່າເພີ່ນຈະສົມບູນແບບຢູ່ຕະຫຼອດ ແລະ ບໍ່ເຮັດຜິດພາດເລີຍ.  
  • ສັງເກດວ່າຍິ່ງສຸມໃສ່ຄວາມເຂົ້າໃຈອັນນີ້ຫຼາຍເທົ່າໃດ, ຄວາມໂມໂຫຂອງເຈົ້າຍິ່ງບັນເທົາລົງເທົ່ານັ້ນ. 
  • ສ້າງຄວາມເຫັນໃຈຕໍ່ເພີ່ນ, ຄວາມປາຖະໜາໃຫ້ພົ້ນຈາກຄວາມສັບສົນ, ຄວາມບໍ່ຮູ້ ແລະ ອາລົມລົບກວນທີ່ພາໃຫ້ເພີ່ນເຮັດຜິດພາດ. 
  • ຕັ້ງໃຈວ່າໃນເວລາທີ່ເໝາະສົມ, ເມື່ອເຈົ້າສະຫງົບລົງ ແລະ ເພີ່ນເປີດຮັບ, ເຈົ້າຈະຊີ້ໃຫ້ເພີ່ນເຫັນຄວາມຜິດພາດຂອງເພີ່ນ ແລະ ຊ່ວຍເຂົາແກ້ໄຂມັນ. 

ສະຫຼຸບ

ການໃຫ້ອະໄພບໍ່ແມ່ນການອະໄພຍະໂທດຄົນໜຶ່ງຕໍ່ພຶຕິກຳທຳລາຍ ຫຼື ຄວາມຜິດພາດຂອງເພີ່ນ, ຄືວ່າເຮົາເໜືອກວ່າ ແລະ ສົມບູນແບບກວ່າເພີ່ນ, ເພີ່ນເຫັ່ງກວ່າເຮົາ, ແລະ ສະນັ້ນ ດ້ວຍຄວາມມີອຳນາດໂອຫັງຂອງເຮົາ, ເຮົາຈະອະໄພຍະໂທດ ແລະ ໃຫ້ອະໄພເພີ່ນ, ເຖິງວ່າເພີ່ນຈະບໍ່ໄດ້ສຳນຶກຜິດ. ການໃຫ້ອະໄພໝາຍເຖິງການບໍ່ໂມໂຫ, ບໍ່ຮູ້ສຶກຄຽດແຄ້ນ ແລະ ບໍ່ເກັບຄວາມບໍ່ພໍໃຈໄວ້ ແລະ ຢາກແກ້ແຄ້ນ. ເຮົາແຍກຄົນຜູ້ນັ້ນຈາກການກະທຳ ຫຼື ຄວາມຜິດພາດຂອງເພີ່ນ, ສ້າງຄວາມເຫັນໃຈຕໍ່ເພີ່ນ ແລະ ລົງມືແກ້ໄຂການກະທຳຂອງເພີ່ນ ຫຼື ຊ່ວຍບໍ່ໃຫ້ເຮັດຜິດພາດຊ້ຳອີກ. ໃນທາງນີ້, ເຮົາຈະຫຼີກລ່ຽງຫຼຸມພາງ ແລະ ຄວາມທຸກທີ່ມີສາເຫດມາຈາກຄວາມໂມໂຫ, ໂດຍສະເພາະເມື່ອຄວາມໂມໂຫນັ້ນນຳໄປສູ່ຄວາມຄິດໂມໂຫ, ຄຳເວົ້າທີ່ຮຸກຮານ, ກຽດຊັງ ແລະ ພຶຕິກຳທີ່ໂກດແຄ້ນ, ບ້າບິ່ນ. 

Top