ການເອົາຊະນະຄວາມຈຳເປັນຕ້ອງຕາມໃຈຕົນເອງ

ໃນຊ່ອງວ່າງລະຫວ່າງຄວາມຮູ້ສຶກຢາກເຮັດ ຫຼື ເວົ້າບາງຢ່າງ ແລະ ການເຮັດໄປຕາມໃຈເລີຍນັ້ນ, ມີພື້ນທີ່ໃຫ້ປະເມີນຜົນທີ່ຈະຕາມມາ ແລະ ເຊົາເປັນທາດຂອງນິໄສທີ່ບໍ່ດີ.
Meditations conquering compulsiveness

ຄຳອະທິບາຍ

ກັມ ແມ່ນກ່ຽວກັບຄວາມຈຳເປັນຕ້ອງຕາມໃຈຕົນເອງ. ມັນໝາຍເຖິງຄວາມຕ້ອງການທີ່ຂັດບໍ່ໄດ້ ຫຼື ແຮງກະຕຸ້ນທາງໃຈທີ່, ໂດຍຖືກຜັກດັນຈາກອາລົມລົບກວນ ຫຼື ທັດສະນະຄະຕິລົບກວນ, ດຶງເຮົາ, ຄືດັ່ງແມ່ເຫຼັກ, ໃຫ້ເຮັດບາງຢ່າງ, ເວົ້າບາງຢ່າງ, ຫຼື ຄິດບາງຢ່າງ. 

ການເຮັດຕາມແຮງກະຕຸ້ນທີ່ຂັດບໍ່ໄດ້ເຫຼົ່ານີ້ຈະສ້າງທ່າອ່ຽງທີ່ຈະປະພຶດທາງກາຍ, ວາຈາ, ຫຼື ໃຈຊ້ຳໆ. ເມື່ອສະຖານະການຕ່າງໆ ເກີດຂຶ້ນ - ຢູ່ພາຍໃນຄືດັ່ງການເກີດຂຶ້ນຂອງອາລົມລົບກວນ ຫຼື ຢູ່ພາຍນອກຄືສະຖານະ ການທີ່ເຮົາເປັນຢູ່ ຫຼື ຄົນທີ່ເຮົາຢູ່ນຳ - ທ່າອ່ຽງເຫຼົ່ານີ້ຈະນຳໄປສູ່ຄວາມຮູ້ສຶກວ່າຢາກກະທຳຄືເກົ່າອີກ. ແລ້ວ, ໂດຍບໍ່ພິຈາລະນາເຖິງຜົນກະທົບຂອງການກະທຳ, ເຮົາມີແຕ່ເຮັດຄືນແບບຕາມໃຈ. ພຶຕິກຳຕາມໃຈນີ້ຍັງສົ່ງຜົນໃຫ້ຮູ້ສຶກບໍ່ເປັນສຸກ ຫຼື ຄວາມສຸກປະເພດທີ່ບໍ່ເຄີຍເຮັດໃຫ້ພໍໃຈ. ກັມ ແມ່ນແຮງກະຕຸ້ນທີ່ຂັດບໍ່ໄດ້ ແລະ ຄວາມຈຳເປັນຕ້ອງຕາມໃຈຕົນເອງທີ່ພາໃຫ້ເກີດພຶຕິກຳນັ້ນ. 

ອັນນີ້ແມ່ນສິ່ງທີ່ນຳໄປສູ່ບັນຫາ, ຍ້ອນວ່າອາລົມລົບກວນເປັນສິ່ງທີ່ຜັກດັນຮູບແບບເຫຼົ່ານີ້: 

  • ຮູບແບບການປະພຶດຕາມໃຈ - ເຊັ່ນການຕິດກັບຄວາມທີ່ບໍ່ຢາກພາດຫຍັງ ຈິ່ງກວດເບິ່ງຂໍ້ຄວາມ ແລະ ເຟສ໌ບຸກເທິງມືຖືຂອງເຮົາຢ່າງຈຳເປັນຕ້ອງຕາມໃຈ; ຫຼື ຄວາມບໍ່ຮູ້ຄວາມ ແລະ ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ອື່ນ ຈິ່ງສົ່ງຂໍ້ຄວາມໃນເວລາຮ່ວມພາເຂົ້າກັບພໍ່ແມ່ຂອງເຮົາ; ຫຼື ຄວາມໂມໂຫທີ່ ໃນເວລາລົດຕິດ ພາໃຫ້ເຮົາບີບແກ ແລະ ພະຍາຍາມຕັດໜ້າຜູ້ອື່ນຕາມໃຈ. 
  • ຮູບແບບການເວົ້າຢ່າງຈຳເປັນຕ້ອງຕາມໃຈ - ເຊັ່ນ ຄວາມບໍ່ພໍໃຈທີ່ພາໃຫ້ຈົ່ມຕາມໃຈ; ຄວາມທີ່ຖືຕົນເອງສຳຄັນ ແລະ ຄວາມເປັນສັດຕູທີ່ພາໃຫ້ວິຈານຕາມໃຈ ແລະ ການເວົ້າຮຸນແຮງຕາມໃຈຄືຄົນພານ; ຄວາມຂີ້ອາຍ ແລະ ຄວາມໝັ້ນໃຈໃນຕົນເອງຕ່ຳທີ່ພາໃຫ້ເວົ້າຄ່ອຍໆ. 
  • ຮູບແບບການຄິດຢ່າງຈຳເປັນຕ້ອງຕາມໃຈ - ເຊັ່ນ ຄວາມບໍ່ໝັ້ນໃຈ ເຊິ່ງນຳໄປສູ່ຄວາມກັງວົນຕາມໃຈ; ຄວາມບໍ່ຮູ້ຫຍັງກ່ຽວກັບຄວາມເປັນຈິງ ຫຼື ຄວາມປາຖະໜາທີ່ຈະຫຼີກຄວາມເປັນຈິງ ເຊິ່ງນຳໄປສູ່ການຝັນກາງເວັນຕາມໃຈ. 

ຕົວຢ່າງຂ້າງເທິງນັ້ນແມ່ນຮູບແບບພຶຕິກຳຕາມໃຈທີ່ທຳລາຍຕົນເອງ ທີ່ນຳໄປສູ່ຄວາມບໍ່ເປັນສຸກ. ແຕ່ກໍມີອັນທີ່ກໍສ້າງທີ່ຍັງເປັນປະສາດຢູ່ - ເຊັ່ນ ຄວາມມັກຄວາມສົມບູນແບບ, ການກວດແກ້ເຫດຜົນຂອງຜູ້ອື່ນຕາມໃຈ, ຄົນທຳດີຕາມໃຈທີ່ບໍ່ສາມາດປະຕິເສດໝູ່ໄດ້, ຄົນບ້າວຽກ, ໆລໆ. ເຫຼົ່ານີ້ອາດມີອົງປະກອບຂອງອາລົມດ້ານບວກຢູ່ເບື່ອງຫລັງ, ເຊັ່ນ ຄວາມປາຖະໜາທີ່ຈະຊ່ວຍຜູ້ອື່ນ, ຫຼື ການເຮັດໄດ້ດີ, ແຕ່ຍ້ອນມັນມີຄວາມໝົກໝຸ້ນ ແລະ ການຂະຫຍາຍຕົວຂອງ “ຕົນເອງ” ຢູ່ເບື່ອງຫລັງ - “ຜູ້ຂ້າ” ຕ້ອງດີ, “ຜູ້ຂ້າ” ຕ້ອງເປັນທີ່ຕ້ອງການ, “ຜູ້ຂ້າ” ຕ້ອງສົມບູນແບບ,” ມັນຈິ່ງອາດເຮັດໃຫ້ເຮົາເປັນສຸກຢູ່ຊົ່ວຄາວ, ເຊັ່ນ ເມື່ອເຮົາເຮັດຫຍັງໄດ້ດີ, ແຕ່ຄວາມສຸກນັ້ນຈະຢູ່ບໍ່ດົນ ແລະ ນັ້ນຄືບັນຫາ. ຕົວຢ່າງເຊັ່ນ, ເຮົາຮູ້ສຶກວ່າເຮົາບໍ່ເຄີຍດີພໍ ຫຼື ເຮົາຍັງຕ້ອງອອກໄປທຳດີເພື່ອພິສູດຄຸນຄ່າຂອງຕົນເອງອີກ. 

ກ່ອນອື່ນໝົດ, ເຮົາຕ້ອງສະຫງົບລົງ ແລະ ຊ້າລົງ. ແລ້ວເມື່ອນັ້ນເຮົາຈະສາມາດສັງເກດເຫັນຄວາມຕ່າງລະຫວ່າງເວລາທີ່ເຮົາຮູ້ສຶກຢາກເຮັດ ຫຼື ເວົ້າບາງຢ່າງ ກັບເວລາທີ່ເຮົາເຮັດໄປຕາມໃຈຕົນເອງ. ມີຊ່ອງວ່າງໃນລະຫວ່າງນີ້ທີ່ເຮົາສາມາດປະເມີນໄດ້, ວ່າມີອາລົມລົບກວນຢູ່ເບື້ອງຫຼັງບໍ່, ເຮົາພຽງແຕ່ຢາກຕາມໃຈຕົນເອງໃຫ້ເປັນໃນສິ່ງທີ່ເປັນໄປບໍ່ໄດ້ບໍ່ (ເຊັ່ນ ເປັນຄົນສົມບູນແບບຢູ່ສະເໝີ), ມີຄວາມຈຳເປັນທາງດ້ານຮ່າງກາຍບໍ່ (ເຊັ່ນ ການເກົາບ່ອນຄັນ), ມັນຈະມີປະໂຫຍດ ຫຼື ໂທດ? ສະນັ້ນ, ຈົ່ງປະເມີນດ້ວຍຈິດສຳນຶກທີ່ມີການຈຳແນກ ແລ້ວປະຕິບັດການຄວບຄຸມຕົນເອງບໍ່ໃຫ້ສະແດງຄວາມຮູ້ສຶກນີ້ອອກມາຖ້າເຮົາຫັນວ່າມັນບໍ່ມີເຫດຜົນທີ່ດີທີ່ຈະເຮັດສິ່ງທີ່ເຮົາຮູ້ສຶກຢາກເຮັດ ຫຼື ເວົ້າ, ມີແຕ່ເຫດຜົນບ້າບໍ. ສິ່ງນີ້ອາໄສສະຕິຕໍ່ວິທີທີ່ເຮົາປະພຶດ, ເວົ້າ, ແລະ ຄິດ, ແລະ ສະນັ້ນ ຈິ່ງເປັນການເບິ່ງພາຍໃນຢູ່ຕະຫຼອດວັນ ແລະ ປະຕິບັດການຄວບຄຸມຕົນເອງ. 

ເປົ້າໝາຍແມ່ນການໃຊ້ຈິດສຳນຶກທີ່ມີການຈຳແນກ ແລະ ປະພຶດແບບບໍ່ຈຳເປັນຕ້ອງຕາມໃຈຕົນເອງໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ກັບອາລົມດ້ານບວກຢູ່ເບື້ອງຫຼັງການປະພຶດຂອງເຮົາ ແລະ ໃຫ້ມີຄວາມສັບສົນໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ກ່ຽວກັບຕົນເອງ ແລະ ສິ່ງທີ່ເປັນຈິງ. 

ການທຳສະມາທິ

  • ສະຫງົບຈິດໃຈລົງໂດຍການສຸມໃສ່ລົມຫັນໃຈ. 
  • ພະຍາຍາມລະບຸຮູບແບບຂອງການກະທຳ, ການເວົ້າ, ແລະ ການຄິດຕາມໃຈ. 
  • ເລືອກເອົາຢ່າງໜຶ່ງມາວິເຄາະວ່າມີອາລົມລົບກວນຢູ່ເບື້ອງຫຼັງບໍ່ ຫຼື ການສວຍເອົາສິ່ງທີ່ເປັນໄປບໍ່ໄດ້ - ເຊັ່ນ ການບໍ່ເຮັດຜິດຈັກເທື່ອ. 
  • ພະຍາຍາມສັງເກດວ່າເມື່ອກະທຳຕາມໃຈ, ມັນພາໃຫ້ເກີດບັນຫາ, ຖ້າບໍ່ກັບຕົນເອງ ເຮົາກໍສ້າງບັນຫາ ແລະ ຄວາມຫຍຸ້ງຍາກໃຫ້ຄົນອື່ນນຳ. ແລະນັ້ນນຳໄປສູ່ຄວາມຮູ້ສຶກບໍ່ເປັນສຸກ ຫຼື ເປັນສຸກໄລຍະສັ້ນ ແບບບໍ່ໜ້າພໍໃຈ. 
  • ຕັ້ງໃຈວ່າຈະພະຍາຍາມປະຕິບັດການຈຳແນກເພື່ອປະເມີນສິ່ງທີ່ຮູ້ສຶກຢາກເວົ້າ ຫຼື ເຮັດ, ແລະ, ດັ່ງທີ່ພຣະສານຕິເທວະໄດ້ສອນໄວ້, ເມື່ອມັນຈະທຳລາຍຕົນເອງ ຫຼື ສົ່ງເສີມຄວາມເຫັນແກ່ຕົວ, ໃຫ້ປະຕິບັດການຄວບຄຸມຕົນເອງໃຫ້ເປັນດັ່ງທ່ອນໄມ້. 
  • ສັງເກດເບິ່ງເວລາທີ່ນັ່ງສະມາທິ, ເມື່ອຮູ້ສຶກຢາກເກົາບ່ອນຄັນ ຫຼື ຍ້າຍຂາກັບຊ່ວງເວລາລະຫວ່າງຈຸດນັ້ນກັບເວລາທີ່ເກົາບ່ອນທີ່ຄັນ, ແລະ ຕັດສິນໃຈແນວໃດວ່າຈະລົງມືເຮັດໃນສິ່ງທີ່ຢາກເຮັດ ຫຼື ບໍ່. ເບິ່ງວ່າເຮົາສາມາດປະຕິບັດການຄວບຄຸມຕົນເອງໃຫ້ເປັນດັ່ງທ່ອນໄມ້ໃນເວລາທີ່ຕັດສິນໃຈວ່າປະໂຫຍດຂອງການບໍ່ເຮັດນັ້ນສູງກວ່າປະໂຫຍດຂອງການເຮັດລົງໄປ. 
  • ຕັ້ງໃຈວ່າໃນແງ່ຂອງພຶຕິກຳຕາມໃຈຕົນເອງໃນຊີວິດປະຈຳວັນ, ເຈົ້າຈະພະຍາຍາມມີສະຕິຫຼາຍຂຶ້ນຕໍ່ຊ່ອງວ່າງໃນລະຫວ່າງຕອນທີ່ຮູ້ສຶກຢາກເຮັດບາງຢ່າງກັບເວລາທີ່ເຮັດ, ແລະ ເມື່ອປະໂຫຍດຂອງການບໍ່ເຮັດນັ້ນສູງກວ່າປະໂຫຍດຂອງການເຮັດລົງໄປ, ເຈົ້າຈະພະຍາຍາມເປັນດັ່ງທ່ອນໄມ້. 

ສະຫຼຸບ

ເຮົາໄດ້ເຫັນແລ້ວວ່າພຶຕິກຳຕາມໃຈທີ່ທຳລາຍຕົນເອງ, ເຊິ່ງມາຈາກອາລົມລົບກວນນັ້ນ ນຳໄປສູ່ຄວາມບໍ່ເປັນສຸກ ແລະ ບັນຫາ. ແລະແມ່ນແຕ່ເມື່ອເຮົາກະທຳຕາມໃຈໃນທາງກໍ່ສ້າງ, ດ້ານບວກ, ເມື່ອມັນຖືກຜັກດັນຈາກຄວາມບໍ່ໝັ້ນໃຈ ແລະ ແນວຄິດບໍ່ເປັນຈິງກ່ຽວກັບຕົນເອງ, ເຮົາອາດມີຄວາມສຸກແຕ່ໄລຍະສັ້ນ, ເຊັ່ນ ຫຼັງຈາກທີ່ສຳເລັດໜ້າວຽກໜຶ່ງໄດ້ດີ ຫຼື ການທີ່ຊ່ວຍໝູ່ໄດ້, ແຕ່ແລ້ວເຮົາພັດຮູ້ສຶກວ່າເຮົາຍັງຈຳເປັນຕ້ອງພິສູດຕົນເອງຄືນອີກ. 

ເຮົາຕ້ອງສະຫງົບລົງ ແລະ ຈັບຊ່ອງວ່າງລະຫວ່າງສິ່ງທີ່ເຮົາຮູ້ສຶກຢາກເຮັດ, ເວົ້າ, ຫຼື ຄິດ, ກັບສິ່ງທີ່ເຮົາເຮັດຕາມໃຈ. ເຮົາຕ້ອງຄິດຄຳນຶງ, ມີສະຕິ, ແລະ ໄຈ້ແຍກ. ດັ່ງທີ່ພຣະອະຕິສະ ໄດ້ຂຽນໄວ້ໃນ ພວງມາໄລອັນຍະມະນີ ພຣະໂພທິສັດ (Bodhisattva Garland of Gems 28): 

ຢູ່ກັບຫຼາຍຄົນໃຫ້ລະວັງວາຈາ, ຢູ່ຜູ້ດຽວໃຫ້ລະວັງຄວາມຄິດ. 

ແຕ່ໃຫ້ພະຍາຍາມເຮັດສິ່ງນີ້ໂດຍທີ່ບໍ່ຕ້ອງເກັງ ແລະ ຄືຫຸ່ນຍົນໂພດຍ້ອນເຮົາຖ້າແຕ່ສັງເກດຕົນເອງຕະຫຼອດເວລາ. ທ່ານອາດປະທ້ວງວ່າ ຊັ້ນເຮົາກໍບໍ່ເປັນທຳມະຊາດຕິຖ້າເຮົາເຮັດແນວນີ້, ແຕ່ຖ້າການເປັນທຳມະຊາດໝາຍເຖິງການເຮັດທຸກຢ່າງທີ່ເຂົ້າມາໃນຫົວ, ໂດຍບໍ່ມີການປະເມີນປະໂຫຍດ ຫຼື ຄວາມເໝາະສົມ, ແລ້ວຖ້າແອນ້ອຍໄຫ້ຍາມກາງຄືນ, ຖ້າເຮົາບໍ່ຢາກລຸກ, ເຮົາກໍບໍ່ຕ້ອງລຸກຊັ້ນນະ. ຫຼືຖ້າເຮົາຢາກຕີແອນ້ອຍນັ້ນເພື່ອໃຫ້ມັນມິດ, ເຮົາກໍຕີໂລດ. ສະນັ້ນ, ເພື່ອຈັດການກັບບັນຫາຂອງພຶຕິກຳຕາມໃຈຂອງເຮົາ - ບັນຫາກັບກັມຂອງເຮົາ - ເຮົາຕ້ອງທຳສະມາທິ, ຄືທີ່ເຮົາໄດ້ເຮັດ, ຊ້ຳແລ້ວຊ້ຳອີກ, ເພື່ອທີ່ເຮົາຈະບໍ່ ເກັງ ແລະ ຫຍາບຄາຍ, ຄືກັບເປັນຕຳຫຼວດໃຫ້ຕົນເອງ, ແຕ່ການມີສະຕິຕໍ່ສິ່ງທີ່ເຮົາຢາກເຮັດຈະກາຍເປັນທຳມະຊາດ ແລະ ອັດຕະໂນມັດ. 

Top