ວິທີພັດທະນາຄວາມເຫັນໃຈ

ເຮົາທັງໝົດເກີດມາພ້ອມສັກກະຍະພາບທີ່ຈະເປັນຄົນເຫັນອົກເຫັນໃຈ, ທີ່ເຮົາພາວະນາໃຫ້ຜູ້ອື່ນພົ້ນຈາກຄວາມທຸກທໍລະມານ ແລະ ສາເຫດຂອງມັນ. ເຮົາສາມາດພັດທະນາຄວາມສາມາດນັ້ນໃນການນຳເອົາປະໂຫຍດເຫຼືອເຊື່ອມາສູ່ຕົນເອງ ແລະ ຜູ້ອື່ນໄດ້.

ທາງທີ່ດີທີ່ສຸດໃນການເລີ່ມພັດທະນາຄວາມເຫັນໃຈແມ່ນການຈຳກັດຂອບເຂດຂອງຕົນເອງຕໍ່ຄົນທີ່ເຮົາພົບພໍ້ໃນຊີວິດຈິງ ແລະ ໃນໂລກອອນລາຍ, ແລະ ອາດລວມສັດບາງຈຳນວນ. ເຮົາຄ່ອຍໆ ຝຶກແຜ່ຄວາມເຫັນໃຈຂອງເຮົາໄປຫາທຸກຄົນ: ຄົນທີ່ເຮົາມັກ, ຄົນແປກໜ້າ, ແລະ ແມ່ນແຕ່ຄົນທີ່ເຮົາບໍ່ມັກປານໃດຊ້ຳ. ເຮົາສືບຕໍ່ຈົນຄວາມເຫັນໃຈຂອງເຮົາກວມເອົາ ໝົດ ໂລກ - ແມ່ນແລ້ວ, ແມ່ນແຕ່ ແມງສາບ!

ຄວາມເຫັນໃຈມີທັງອົງປະກອບທາງອາລົມ ແລະ ທາງເຫດຜົນ. ໃນທາງອາລົມ, ເຮົາຕ້ອງເຫັນຄຸນຄ່າຂອງການເພິ່ງພາເຊິ່ງກັນ ແລະ ກັນຂອງທຸກຊີວິດໃນໂລກນີ້. ເສດຖະກິດໂລກ ແລະ ທຸກສິ່ງທີ່ເຮົາມ່ວນຊື່ນນຳ - ອາຫານ, ເຄື່ອງນຸ່ງ, ອຸປະກອນຕ່າງໆ, ເຮືອນ, ພາຫະນະ ແລະ ອື່ນໆ - ໄດ້ມາຈາກກຳລັງແຮງຂອງຜູ້ອື່ນ. ຖ້າປາສະຈາກຜູ້ອື່ນ, ເຮົາຈະບໍ່ມີຫົນທາງ, ໄຟຟ້າ, ພະລັງງານ, ນ້ຳ ຫຼື ອາຫານ. ພຽງແຕ່ສິ່ງນີ້ກໍເຮັດໃຫ້ເຮົາຮູ້ສຶກຮູ້ບຸນຄຸນແລ້ວ, ເຊິ່ງເປັນພາວະຈິດໃຈທີ່ເປັນສຸກທີ່ນຳໄປສູ່ສິ່ງທີ່ເຮົາເອີ້ນວ່າ “ຄວາມຮັກອັນອົບອຸ່ນ.” ຍິ່ງເຮົາລຳລຶກເຖິງຄວາມຮູ້ສຶກຮູ້ບຸນຄຸນນີ້ເທົ່າໃດ, ເຮົາກໍຈະທະນຸຖະໜອມຜູ້ອື່ນຫຼາຍຂຶ້ນເທົ່ານັ້ນ, ດັ່ງແມ່ຜູ້ທີ່ຈະຮູ້ສຶກບໍ່ດີຖ້າມີສິ່ງຮ້າຍແຮງເກີດຂຶ້ນກັບລູກຄົນດຽວຂອງລາວ. ເຮົາຮູ້ສຶກເສົ້າກັບຄວາມໂຊກຮ້າຍຂອງຜູ້ອື່ນ, ແຕ່ເຮົາຈະບໍ່ດູຕົນ ຫຼື ຮູ້ສຶກເສຍໃຈຕໍ່ເຂົາ. ເຮົາເຂົ້າໃຈ, ຄືກັບວ່າບັນຫາຂອງເຂົາເປັນຂອງເຮົາເອງ.

ພື້ນຖານເຫດຜົນສຳລັບການແຜ່ຄວາມເຫັນໃຈຂອງເຮົາຫາທຸກຄົນຢ່າງເທົ່າທຽມກັນແມ່ນເຫັນໄດ້ແຈ້ງ, ແຕ່ມັນເປັນສິ່ງທີ່ຫຼາຍຄົນຮອດບໍ່ພິຈາລະນາ: ທຸກຄົນເທົ່າທຽມກັນໃນການຢາກມີຄວາມສຸກ, ແລະ ທຸກຄົນກໍເທົ່າທຽມກັນໃນການຢາກພົ້ນທຸກ ແລະ ຄວາມທໍລະມານ. ຄວາມຈິງສອງຢ່າງນີ້ ຍັງຄົງເປັນຈິງບໍ່ວ່າຄົນຜູ້ໜຶ່ງຈະໃກ້ຊິດ ຫຼື ຫ່າງໄກຈາກເຮົາ, ແລະ ບໍ່ວ່າເຂົາຈະເຮັດຫຍັງ. ເຖິງແມ່ນວ່າບາງຄົນຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ, ເຂົາກໍເຮັດໄປຍ້ອນຄວາມບໍ່ຮູ້, ຄວາມສັບສົນ ແລະ ຄວາມຫຼົງ, ຄິດຜິດໆ ໄປວ່າມັນຈະເປັນປະໂຫຍດຕໍ່ຕົນເອງ ຫຼື ສັງຄົມ. ມັນບໍ່ແມ່ນຍ້ອນເຂົາຕັ້ງຊົ່ວ; ບໍ່ມີໃຜຕັ້ງ “ຊົ່ວ.” ສະນັ້ນ, ມັນຈິ່ງມີເຫດຜົນ ແລະ ສົມຄວນມີຄວາມເຫັນໃຈຕໍ່ເຂົາ, ຍ້ອນວ່າໃນເມື່ອເຮົາບໍ່ຢາກທໍລະມານ, ເຂົາກໍບໍ່ຢາກຄືກັນ.

ການຝຶກສະມາທິແຜ່ຄວາມເຫັນໃຈ

ການຝຶກເພື່ອພັດທະນາຄວາມເຫັນໃຈ ຈະສ້າງຄວາມເຫັນໃຈເປັນຂັ້ນຂອງຄວາມເຂັ້ມຂຸ້ນ. ກ່ອນອື່ນ ເຮົາສຸມໃສ່ຄວາມທຸກທໍລະມານຂອງຜູ້ທີ່ເຮົາມັກ, ແລ້ວຕໍ່ມາກໍຜູ້ທີ່ເຮົາຮູ້ສຶກທຳມະດາ, ແລະ ຫຼັງຈາກນັ້ນກໍຜູ້ທີ່ເຮົາຊັງ. ໃນທີ່ສຸດ, ເຮົາຈະສຸມໃສ່ຄວາມທຸກທໍລະມານຂອງທຸກຄົນ, ທຸກແຫ່ງຫົນ, ເທົ່າທຽມກັນ

ໃນແຕ່ລະຂັ້ນ ເຮົາຈະສ້າງຄວາມຮູ້ສຶກສາມຢ່າງ:

  • ມັນຈະດີປານໃດຖ້າເຂົາພົ້ນຈາກຄວາມທຸກທໍລະມານ ແລະ ສາເຫດຂອງມັນ.
  • ຂໍໃຫ້ເຂົາເປັນອິດສະຫຼະ; ຂ້ອຍປາຖະໜາໃຫ້ເຂົາເປັນອິດສະຫຼະ.
  • ຂໍໃຫ້ຂ້ອຍສາມາດຊ່ວຍເຂົາໃຫ້ເປັນອິດສະຫຼະ.

ສະນັ້ນ, ຄວາມເຫັນໃຈ ຈະມີຄວາມເຕັມໃຈທີ່ຈະຊ່ວຍຜູ້ອື່ນພົ້ນຈາກບັນຫາຂອງເຂົາ ແລະ ຂ້າມຜ່ານຄວາມທຸກຂອງເຂົາໄດ້. ມັນເປັນຄວາມໝັ້ນໃຈວ່າບັນຫາສາມາດແກ້ໄດ້ໂດຍການປະຕິບັດຕາມວິທີການທີ່ເປັນຈິງ, ໝາຍວ່າບໍ່ມີສະຖານະການໃດທີ່ໝົດຫວັງ. ສະນັ້ນ, ຄວາມເຫັນໃຈໃນພຣະພຸດທະສາສະໜາ ຈິ່ງເປັນພາວະຈິດໃຈທີ່ພ້ອມໃນທຸກເວລາ, ທີ່ຈະລຸກຂຶ້ນມາເຮັດປະໂຫຍດຕໍ່ຜູ້ອື່ນ.

Top