ອາຕະມາຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຝາກຂ່າວຄາວຫາອ້າຍເອື້ອຍນ້ອງຊາວພຸດທົ່ວໂລກທີ່ສົມໂພດວັນວິສາຂະບູຊາ ໃນມື້ນີ້.
ພຣະພຸດທະເຈົ້າສາກະຍະມຸນີ ໄດ້ປະຖືສູດທີ່ລຸມພີນີ, ໄດ້ຕຣັດສະຮູ້ ທີ່ພຸດທະຄະຍາ ແລະ ໄດ້ປະຮິນິພານທີ່ກຸສິນາຣາ ເມື່ອ 2,600 ປີກ່ອນ, ແຕ່ອາຕະມາເຊື່ອວ່າຄຳສອນຂອງພຣະອົງຍັງເປັນສາກົນ ແລະ ສືບຕໍ່ມີຄວາມແທດເໝາະກັບທຸກມື້ນີ້. ຄວາມຫ່ວງໄຍທີ່ຈະຊ່ວຍຜູ້ອື່ນພາຍຫຼັງການຕຣັດສະຮູ້ ໄດ້ດົນໃຈໃຫ້ພຣະອົງໃຊ້ເວລາທີ່ເຫຼືອໃນຊີວິດພຣະສົງ ແບ່ງປັນປະສົບການຂອງພຣະອົງກັບທຸກຄົນທີ່ປາຖະໜາຈະຟັງ. ທັງທັດສະນະຂອງພຣະອົງຕໍ່ການເພີ່ມຂຶ້ນຂອງຄວາມເອື່ອຍອີງ ແລະ ຄຳແນະນຳຂອງພຣະອົງທີ່ບໍ່ໃຫ້ທຳຮ້າຍຜູ້ໃດ, ແຕ່ຄວນຊ່ວຍທຸກຄົນທີ່ເຮົາເຮັດໄດ້, ໄດ້ເນັ້ນໜັກເຖິງການປະຕິບັດການອະຄວາມຮຸນແຮງ. ສິ່ງນີ້ຍັງຄົງເປັນແຮງດັນທີ່ມີກຳລັງແຮງຫຼາຍທີ່ສຸດສຳລັບຄວາມດີໃນໂລກທຸກວັນນີ້, ສຳລັບການອະຄວາມຮຸນແຮງ, ທີ່ໄດ້ຮັບແຮງຈູງໃຈຈາກຄວາມເຫັນໃຈ, ຈະເປັນການໃຫ້ຕໍ່ເພື່ອນມະນຸດຂອງເຮົາ.
ໃນໂລກທີ່ເພິ່ງພາເຊິ່ງກັນ ແລະ ກັນຫຼາຍຂຶ້ນທຸກມື້ນີ້, ສະຫວັດດີການ ແລະ ຄວາມສຸກຂອງເຮົາ ຂຶ້ນກັບຜູ້ອື່ນຫຼາຍຄົນ. ທຸກມື້ນີ້, ສິ່ງທ້າທາຍທີ່ເຮົາປະເຊີນ ຮຽກຮ້ອງໃຫ້ເຮົາຍອມຮັບຄວາມເປັນອັນໜຶ່ງອັນດຽວຂອງມວນມະນຸດ. ເຖິງວ່າຈະມີຄວາມແຕກຕ່າງຜິວເຜີນລະຫວ່າງພວກເຮົາ, ຄົນເຮົາແມ່ນເທົ່າທຽມກັນໃນຄວາມປາຖະໜາພື້ນຖານຕໍ່ສັນຕິພາບ ແລະ ຄວາມສຸກ. ສ່ວນໜຶ່ງຂອງການປະຕິບັດທັມ ຈະມີການຝຶກຈິດໃຈຂອງເຮົາດ້ວຍການທຳສະມາທິນຳ. ສຳລັບການຝຶກຈິດໃຈຂອງເຮົາໃຫ້ສະຫງົບແລ້ວ, ການສ້າງຄຸນສົມບັດຕ່າງໆ ເຊັ່ນ ຄວາມຮັກ, ຄວາມເຫັນໃຈ, ຄວາມເອື້ອເຟື້ອເຜື່ອແຜ່ ແລະ ຄວາມອົດທົນ, ເພື່ອໃຫ້ມີປະສິດທິຜົນ, ເຮົາຕ້ອງຝຶກໃຊ້ໃນຊີວິດປະຈຳວັນ.
ຈົນເຖິງຫວ່າງມໍ່ໆ ມານີ້, ຊຸມຊົນຊາວພຸດທີ່ຫຼາກຫຼາຍໃນທົ່ວໂລກ ໄດ້ມີພຽງຄວາມເຂົ້າໃຈໜ້ອຍນຶ່ງຕໍ່ກັນ ແລະ ກັນ ແລະ ບໍ່ມີໂອກາດໄດ້ຊື່ນຊົມຫຼາຍໆ ສິ່ງທີ່ເຮົາມີຄືກັນ. ທຸກມື້ນີ້, ເກືອບທຸກສາຍຂອງພຣະພຸດທະສາສະໜາທີ່ໄດ້ປາກົດຂຶ້ນໃນຫຼາຍດິນແດນ ແມ່ນສາມາດເຂົ້າເຖິງໄດ້ສຳລັບໃຜທີ່ສົນໃຈ. ນອກຈາກນັ້ນ, ຜູ້ທີ່ຝຶກ ແລະ ສອນພຣະພຸດທະສາສະໜາສາຍຕ່າງໆ ເຫຼົ່ານີ້ ໃນປະຈຸບັນ ກໍສາມາດພົບ ແລະ ຮຽນຮູ້ຈາກກັນ ແລະ ກັນໄດ້.
ໃນຖານະພຣະ ໃນພຣະພຸດທະສາສະໜາທິເບດ, ອາຕະມາຖືວ່າຕົນເອງເປັນຜູ້ສືບທອນຂອງສາຍນາລັນດາ. ວິທີການສອນ ແລະ ຮ່ຳຮຽນພຣະພຸດທະສາສະໜາ ທີ່ມະຫາວິທະຍາໄລນາລັນດາ, ມີຮາກເຫງົ້າທີ່ເຫດ ແລະ ຜົນ, ເປັນຕົວແທນໃຫ້ສຸດຍອດການພັດທະນາໃນອິນເດຍ. ຖ້າເຮົາຈະເປັນຊາວພຸດໃນສັດຕະວັດທີ 21, ສິ່ງສຳຄັນແມ່ນເຮົາມີສ່ວນຮ່ວມໃນການສຶກສາ ແລະ ວິເຄາະຄຳສອນຂອງພຣະພຸດທະເຈົ້າ, ດັ່ງທີ່ຫຼາຍທ່ານໄດ້ເຮັດໃນທີ່ນັ້ນ, ແທນທີ່ຈະອີງໃສ່ແຕ່ຄວາມສັດທາ.
ໂລກນີ້ໄດ້ປ່ຽນໄປຢ່າງຫຼວງຫຼາຍນັບແຕ່ສະໄໝຂອງພຣະພຸດທະເຈົ້າ. ວິທະຍາສາດສະໄໝໃໝ່ໄດ້ພັດທະນາຄວາມເຂົ້າໃຈອັນເລິກແລບທາງດ້ານຟີສິກ. ອີກດ້ານໜຶ່ງ, ວິທະຍາສາດພຣະພຸດທະສາສະໜາ ກໍໄດ້ບັນລຸຄວາມເຂົ້າໃຈໂດຍກົງອັນລະອຽດຕໍ່ກັບການເຄື່ອນໄຫວຂອງຈິດໃຈ ແລະ ອາລົມ, ພື້ນທີ່ທີ່ຍັງຖືວ່າໃໝ່ສຳລັບວິທະຍາສາດສະໄໝໃໝ່. ສະນັ້ນ ແຕ່ລະອັນຈິ່ງມີຄວາມຮູ້ທີ່ສຳຄັນທີ່ປະກອບໃຫ້ກັນ ແລະ ກັນ. ອາຕະມາເຊື່ອວ່າ ການປະສົມປະສານວິທີການທັງສອງແບບນີ້ ຈະມີປະໂຫຍດຢ່າງຍິ່ງຕໍ່ການນຳໄປສູ່ການຄົ້ນພົບທີ່ຈະຊ່ວຍເສີມສ້າງສະຫວັດດີການທາງຮ່າງກາຍ, ຈິດໃຈ ແລະ ສັງຄົມ.
ໃນຂະນະທີ່ໃນຖານະຊາວພຸດ ເຮົາເປັນຜູ້ຖືຄຳສອນຂອງພຣະພຸດທະເຈົ້າ, ແຕ່ຂໍ້ຄວາມຂອງພຣະອົງນັ້ນ ແທດເໝາະກັບການຕິດຕໍ່ພົວພັນກັບມວນມະນຸດໃນວົງກວ້າງ. ເຮົາຕ້ອງສົ່ງເສີມຄວາມເຂົ້າໃຈລະຫວ່າງສາສະໜາ ໂດຍການຮອງຮັບຄວາມຈິງທີ່ວ່າທຸກສາສະໜາສົ່ງເສີມຄວາມສຸກຂອງຄົນທັງໝົດ. ນອກນັ້ນ, ໃນເວລາຂອງວິກິດຮຸນແຮງທີ່ປະເຊີນໜ້າກັບໂລກນີ້, ເມື່ອເຮົາປະເຊີນກັບໄພຂົ່ມຂູ່ຕໍ່ສຸຂະພາບຂອງເຮົາ ແລະ ເຮົາຮູ້ສຶກໂສກເສົ້າຕໍ່ຄອບຄົວ ແລະ ໝູ່ເພື່ອນທີ່ເຮົາສູນເສຍໄປ, ເຮົາຕ້ອງສຸມໃສ່ສິ່ງທີ່ຈະທ້ອນໂຮມເຮົາດັ່ງສະມາຊິກຂອງຄອບຄົວມວນມະນຸດອັນໜຶ່ງອັນດຽວ. ໃນທາງດຽວກັນນີ້, ເຮົາຕ້ອງຍື່ນມືຫາກັນ ແລະ ກັນດ້ວຍຄວາມເຫັນໃຈ, ຍ້ອນວ່າມີພຽງແຕ່ການຮ່ວມກັນໃນຄວາມພະຍາຍາມສາກົນ ທີ່ມີການປະສານສົມທົບເທົ່ານັ້ນ ທີ່ເຮົາຈະຮັບມືກັບຄວາມທ້າທາຍທີ່ບໍ່ເຄີຍມີມາກ່ອນ ທີ່ເຮົາກຳລັງປະເຊີນໜ້າຢູ່ນີ້ໄດ້.
ອົງພຣະດາໄລ ລາມະ, 7 ພຶດສະພາ 2020