ການບັນລຸສັນຕິດ້ວຍຄວາມສະຫງົບພາຍໃນ

Study buddhism universal values 06

ຄວາມບໍ່ສະບາຍທາງຮ່າງກາຍ ແລະ ຈິດໃຈ

ຄວາມສະຫງົບເປັນເລື່ອງຂອງທຸກຄົນ, ບໍ່ວ່າຈະຢູ່ທາງຕາເວັນອອກ, ຕາເວັນຕົກ, ເໜືອ, ຫຼື ໃຕ້. ບໍ່ວ່າຈະເປັນຄົນຮັ່ງມີ ຫຼື ຍາກຈົນ, ທຸກຄົນຕ້ອງຫ່ວງຄວາມສະຫງົບຢ່າງແທ້ຈິງ. ເຮົາທັງໝົດເປັນມະນຸດ ແລະ ສະນັ້ນ ໂດຍລວມແລ້ວເຮົາທັງໝົດກໍ່ຫ່ວງໃນເລື່ອງດຽວກັນ: ການເປັນສຸກ, ການມີຊີວິດທີ່ມີຄວາມສຸກ. ແລະ ເຮົາທັງໝົດກໍ່ສົມຄວນມີຊີວິດທີ່ມີຄວາມສຸກ. ໃນທີ່ນີ້ ເຮົາຈະໂອ້ລົມກັນໃນລະດັບນີ້. ທຸກຄົນມີຄວາມຮູ້ສຶກກ່ຽວກັບ “ເຮົາ” ຫຼື “ຕົນເອງ”, ແຕ່ເຮົາບໍ່ເຂົ້າໃຈ ແຈ້ງວ່າອັນ “ເຮົາ” ຫຼື “ຕົນເອງ” ນັ້ນແມ່ນຫຍັງ. ເຖິງແນວນັ້ນ, ເຮົາກໍ່ຍັງມີຄວາມຮູ້ສຶກອັນແຮງກ້າຕໍ່ກັບຕົວ “ເຮົາ”. ຍ້ອນຄວາມຮູ້ສຶກອັນນີ້ ເຮົາຈິ່ງປາຖະໜາທີ່ຈະມີຄວາມສຸກ ແລະ ບໍ່ມີຄວາມທຸກ. ມັນປາກົດຂຶ້ນ ຫຼື ເກີດຂຶ້ນແບບອັດຕະໂນມັດ. ບົນພື້ນຖານອັນນີ້, ເຮົາທັງໝົດມີສິດທີ່ຈະເປັນສຸກ. 

ໃນຂະນະດຽວກັນ, ໃນຊີວິດຂອງເຮົາ ສິ່ງທີ່ບໍ່ປາຖະໜາ ແລະ ສິ່ງກີດຂວາງຫຼາຍຢ່າງຈະເກີດຂຶ້ນ. ສິ່ງເຫຼົ່ານີ້ຈັດເປັນສອງປະເພດ. ປະເພດໜຶ່ງຂອງຄວາມເຈັບປວດແມ່ນຍ້ອນສາເຫດທາງຮ່າງກາຍ, ເຊັ່ນ ຄວາມເຈັບປ່ວຍ ແລະ ການມີອາຍຸແກ່ຂຶ້ນ. ຄືດັ່ງອາຕະມາເອງ, ອາຕະມາມີປະສົບການກັບສິ່ງນີ້ແລ້ວ - ຫູກໍບໍ່ຄ່ອຍດີ, ຕາກໍບໍ່ຄ່ອຍເຫັນ, ຍ່າງກໍຍາກ. ສິ່ງເຫຼົ່ານີ້ຈະເກີດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້. ອີກປະເພດໜຶ່ງ ສ່ວນໃຫຍ່ແມ່ນເປັນລະດັບທາງຈິດໃຈ. ຖ້າໃນລະດັບທາງກາຍ, ທຸກຢ່າງສະດວກສະບາຍ ແລະ ຫຼູຫຼາ ແລະ ທຸກຢ່າງມີຄົບ, ແຕ່ເຮົາຍັງມີຄວາມກັງວົນ ແລະ ບໍ່ໝັ້ນໃຈໃນຕົນເອງ, ເຮົາກໍຈະຮູ້ສຶກໂດດດ່ຽວ. ເຮົາມີຄວາມອິສາ, ຄວາມຢ້ານກົວ, ຄວາມກຽດຊັງ, ແລະ ເຮົາກໍຈະບໍ່ມີຄວາມສຸກ. ສະນັ້ນ, ບໍ່ວ່າລະດັບຮ່າງກາຍຈະເປັນແນວໃດ, ໃນລະດັບທາງຈິດໃຈເຮົາກໍອາດມີຄວາມທຸກໄດ້ຫຼາຍ. 

ສຳລັບຄວາມສະບາຍກາຍ, ດ້ວຍເງິນແມ່ນແທ້ເຮົາສາມາດຫຼຸດຜ່ອນຄວາມເຈັບປວດ ແລະ ນຳເອົາຄວາມພໍໃຈທາງກາຍມາສູ່ຕົນ. ແຕ່ໃນລະດັບທາງກາຍນັ້ນ, ນັບທັງອຳນາດ ແລະ ຊື່ສຽງ, ກໍບໍ່ສາມາດນຳເອົາຄວາມສະຫງົບພາຍໃນມາໃຫ້ເຮົາໄດ້. ອັນທີ່ຈິງ, ບາງຄັ້ງ, ການມີເງິນ ແລະ ຄວາມຮັ່ງມີຫຼາຍຍິ່ງພາໃຫ້ເຮົາກັງວົນຊ້ຳ. ເຮົາຫ່ວງຊື່ສຽງຫຼາຍເກີນໄປ, ແລະ ກໍພາໃຫ້ໜ້າຊື່ໃຈຄົດ, ມີຄວາມອຸກອັ່ງ, ຄວາມກົດດັນ. ສະນັ້ນ, ຄວາມສຸກທາງໃຈແມ່ນບໍ່ຂຶ້ນກັບສິ່ງພາຍນອກປານໃດ, ແຕ່ຂຶ້ນກັບວິທີຄິດຂອງເຮົາທາງໃນ. 

ເຮົາສາມາດເຫັນໄດ້ວ່າມີຄົນທຸກບາງຄົນທີ່, ໃນລະດັບພາຍໃນແລ້ວ, ຍັງເຂັ້ມແຂງ ແລະ ເປັນສຸກ. ອັນທີ່ຈິງ, ຖ້າເຮົາມີຄວາມພໍໃຈພາຍໃນ, ເຮົາຈະສາມາດແບກຮັບຄວາມທຸກທາງກາຍໄດ້ທຸກປະເພດ ແລະ ສາມາດປ່ຽນຄວາມທຸກນັ້ນໄດ້. ສະນັ້ນ, ລະຫວ່າງຄວາມເຈັບປວດທາງກາຍ ແລະ ທາງໃຈ, ອາຕະມາຄິດວ່າຄວາມເຈັບປວດທາງໃຈແມ່ນຮຸນແຮງກວ່າ, ຍ້ອນຄວາມບໍ່ສະບາຍທາງກາຍສາມາດຫຼຸດຜ່ອນໄດ້ດ້ວຍຄວາມສະບາຍໃຈ, ແຕ່ຄວາມບໍ່ສະບາຍໃຈຈະບໍ່ສາມາດຕັດອອກໄດ້ດ້ວຍຄວາມສະບາຍກາຍ. 

ຄວາມເດືອດຮ້ອນ ແລະ ບັນຫາທາງໃຈຂອງຄົນແມ່ນໜັກໜ່ວງ ແລະ ຮ້າຍແຮງກວ່າຂອງສັດ. ໃນລະດັບຮ່າງກາຍ, ບາງເທື່ອຄວາມທຸກຂອງທັງສອງອາດເທົ່າກັນ, ແຕ່ສະເພາະມະນຸດ, ຍ້ອນສະຕິປັນຍາຂອງເຮົາ ເຮົາຈິ່ງມີຄວາມສົງໄສ, ຄວາມບໍ່ໝັ້ນໃຈ, ແລະ ຄວາມກົດດັນ, ເຊິ່ງພາໃຫ້ເກີດອາການຊຶມເສົ້າ; ແລະ ທັງໝົດນັ້ນກໍເປັນຍ້ອນຄວາມມີສະຕິປັນຍາຂອງເຮົາທີ່ເໜືອກວ່າຂອງເຮົາ. ເພື່ອຕ້ານກັບສິ່ງນີ້, ເຮົາກໍຕ້ອງໃຊ້ສະຕິປັນຍາຂອງມະນຸດ. ໃນລະດັບທາງອາລົມ, ບາງອາລົມເມື່ອກໍ່ຕົວຂຶ້ນຈະພາໃຫ້ເຮົາເສຍຄວາມສະຫງົບທາງໃຈ. ອີກດ້ານໜຶ່ງ, ອາລົມບາງອັນພັດສາມາດເອົາພະລັງມາເພີ່ມໃຫ້ເຮົາ, ເຊິ່ງເປັນພື້ນຖານຂອງກຳລັງ ແລະ ຄວາມໝັ້ນໃຈ ແລະ ພາໃຫ້ເຮົາມີໃຈທີ່ງຽບ ແລະ ສະຫງົບຂຶ້ນ. 

ອາລົມສອງປະເພດ

ດັ່ງນັ້ນ, ຈິ່ງມີອາລົມຢູ່ສອງປະເພດ. ອັນໜຶ່ງແມ່ນເປັນອັນຕະລາຍຫຼາຍສຳລັບຄວາມສະຫງົບຂອງຈິດໃຈ ແລະ ແມ່ນອາລົມທຳລາຍລ້າງເປັນຕົ້ນແມ່ນຄວາມໂມໂຫ ແລະ ຄວາມກຽດຊັງ, ເຊິ່ງບໍ່ພຽງແຕ່ທຳລາຍຄວາມສະຫງົບທາງໃຈຂອງເຮົາໃນເວລານີ້ເທົ່ານັ້ນ, ແຕ່ຍັງທຳລາຍການປາກເວົ້າ ແລະ ຮ່າງກາຍຂອງເຮົານຳອີກ. ເວົ້າອີກແງ່ໜຶ່ງແມ່ນ ມັນມີຜົນກະທົບຕໍ່ການກະທຳຂອງເຮົາ, ພາໃຫ້ເຮົາກະທຳສິ່ງທີ່ເປັນອັນຕະລາຍ ແລະ ດັ່ງນັ້ນມັນຈິ່ງເປັນສິ່ງທຳລາຍລ້າງ. ແຕ່ອາລົມອື່ນຈະໃຫ້ພະລັງ ແລະ ຄວາມສະຫງົບແກ່ເຮົາເປັນຕົ້ນແມ່ນຄວາມເຫັນໃຈ, ເຊິ່ງຈະນຳມາເຊິ່ງພະລັງຂອງການໃຫ້ອະໄພເປັນຕົ້ນ. ເຖິງວ່າເຮົາຈະມີບັນຫາໃນບາງເວລາກັບບາງຄົນ, ການໃຫ້ອະໄພຈະເປັນສິ່ງທີ່ພາໃຫ້ເຮົາສະຫງົບ, ໃຫ້ມີຄວາມສະຫງົບທາງໃຈ. ຄົນທີ່ເຮົາໂມໂຫນຳອາດກາຍມາເປັນເພື່ອນຂອງເຮົາໄດ້. 

ຄວາມສະຫງົບພາຍນອກ

ເມື່ອເຮົາເວົ້າເຖິງຄວາມສະຫງົບ, ເຮົາຕ້ອງເວົ້າເຖິງອາລົມເຫຼົ່ານີ້ ແລະ ຄວາມສະຫງົບພາຍໃນ. ສະນັ້ນ, ເຮົາຕ້ອງຄົ້ນໃຫ້ພົບວ່າອາລົມໃດທີ່ນຳໄປສູ່ຄວາມສະຫງົບພາຍໃນ. ແຕ່ກ່ອນອື່ນໝົດ ອາຕະມາຢາກເວົ້າບາງອັນກ່ຽວກັບຄວາມສະຫງົບພາຍນອກ. 

ຄວາມສະຫງົບພາຍນອກບໍ່ແມ່ນພຽງແຕ່ການປາສະຈາກຄວາມຮຸນແຮງ. ບາງເທື່ອໃນລະຫວ່າງສົງຄາມເຢັນເຮົາກໍ່ອາດມີຄວາມສະຫງົບໄດ້; ແຕ່ຄວາມສະຫງົບນັ້ນແມ່ນບົນພື້ນຖານຄວາມຢ້ານກົວ, ຢ້ານກົວຕໍ່ການທຳລາຍລ້າງຈາກນິວເຄຼຍ. ທັງສອງຝ່າຍຕ່າງກໍ່ຢ້ານອີກຝ່າຍໜຶ່ງຖິ້ມລະເບີດໃສ່ຕົນ, ສະນັ້ນ ນີ້ຈິ່ງບໍ່ແມ່ນຄວາມສະຫງົບອັນແທ້ຈິງ. ຄວາມສະຫງົບອັນແທ້ຈິງຕ້ອງມາຈາກຄວາມສະຫງົບພາຍໃນ. ເມື່ອໃດທີ່ມີຂໍ້ຂັດແຍ່ງ, ອາຕະມາຮູ້ສຶກວ່າເຮົາຕ້ອງຄົ້ນຫາທາງອອກຢ່າງສັນຕິ ແລະ ນັ້ນໝາຍເຖິງການໂອ້ລົມກັນ. ສະນັ້ນ ຄວາມສະຫງົບຈິ່ງກ່ຽວພັນກັບຈິດໃຈທີ່ອົບອຸ່ນ ແລະ ຄວາມເຄົາລົບຕໍ່ຊີວິດຂອງຄົນອື່ນ, ຕ້ານທານການສ້າງອັນຕະລາຍຕໍ່ຄົນອື່ນ, ແລະ ການມີທັດສະນະທີ່ວ່າຊີວິດຄົນອື່ນກໍ່ສັກສິດຄືຊີວິດຂອງຕົນເອງ. ເຮົາຕ້ອງເຄົາລົບສິ່ງນັ້ນ ແລະ ບົນພື້ນຖານອັນນັ້ນ ຖ້າເຮົາສາມາດຊ່ວຍຄົນອື່ນໄດ້ອີກ, ເຮົາກໍຄວນພະຍາຍາມເຮັດໃຫ້ໄດ້. 

ເມື່ອເຮົາພົບຄວາມຫຍຸ້ງຍາກ ແລະ ມີຄົນມາຊ່ວຍເຮົາ, ແນ່ນອນວ່າເຮົາຈະຮູ້ບຸນຄຸນເຂົາ. ຖ້າຄົນອື່ນເປັນທຸກ, ສະນັ້ນ ຖ້າເຮົາພຽງແຕ່ຍື່ນຄວາມເຂົ້າໃຈ, ຄົນຜູ້ນັ້ນຈະຮູ້ບຸນຄຸນຕໍ່ສິ່ງນີ້ ແລະ ຈະຮູ້ສຶກດີໃຈຫຼາຍ. ສະນັ້ນ, ຈາກຄວາມເຫັນອົກເຫັນໃຈພາຍໃນ ແລະ ຄວາມສະຫງົບຂອງຈິດໃຈ, ການກະທຳທຸກຢ່າງຈະຢູ່ໃນຄວາມສະຫງົບ. ຖ້າເຮົາສາມາດສ້າງຄວາມສະຫງົບພາຍໃນ, ເຮົາກໍຈະສາມາດມີຄວາມສະຫງົບພາຍນອກໄດ້ເຊັ່ນກັນ. 

ໃນຄວາມເປັນມະນຸດ, ເຮົາຈະມີມຸມມອງທີ່ແຕກຕ່າງໃນເວລາແລກປ່ຽນກັບຄົນອື່ນຢູ່ສະເໝີ. ແຕ່ບົນພື້ນຖານແນວຄວາມຄິດຂອງ “ເຮົາ” ແລະ “ເຂົາ”, ແລ້ວພ້ອມກັນນັ້ນເຮົາກໍ່ຈະຄິດແບບ “ຜົນປະໂຫຍດຂອງເຮົາ” ແລະ “ຜົນປະໂຫຍດຂອງເຈົ້າ”. ບົນພື້ນຖານອັນນັ້ນ, ເຮົາສາມາດເຮັດສົງຄາມກັນໄດ້. ເຮົາຄິດວ່າການທຳລາຍສັດຕູຂອງເຮົາຈະນຳເອົາໄຊຊະນະມາສູ່ເຮົາ. ແຕ່ດຽວນີ້ມີຄວາມເປັນຈິງອັນໃໝ່. ເຮົາເອື່ອຍອີງເຊິ່ງກັນ ແລະ ກັນຫຼາຍຂຶ້ນຈາກມຸມມອງຂອງເສຖະກິດ ແລະ ຈາກມຸມມອງຂອງນິເວດວິທະຍາ. ສະນັ້ນ ແນວຄວາມຄິດຂອງ “ເຮົາ” ແລະ “ເຂົາ” ຈິ່ງບໍ່ແທດເໝາະອີກຕໍ່ໄປ. ຄົນທີ່ເຮົາຖືວ່າເປັນ “ເຂົາ” ດຽວນີ້ກາຍມາເປັນສ່ວນໜຶ່ງຂອງ “ເຮົາ”. ສະນັ້ນ ປັດໄຈຫຼັກໃນການສ້າງຄວາມສະຫງົບຂອງຈິດໃຈຈິ່ງແມ່ນຄວາມເຫັນໃຈ, ບົນພື້ນຖານຄວາມເຂົ້າໃຈທີ່ວ່າເຮົາມີຢູ່ຫົກຕື້ຄົນໃນໂລກນີ້ ແລະ ເຮົາໝົດທຸກຄົນມີສິດທີ່ຈະມີຄວາມສຸກຄືກັນ. ບົນພື້ນຖານອັນນັ້ນ, ເຮົາຈະຖືທຸກຄົນສຳຄັນ ແລະ ບົນຈຸດນັ້ນ, ເຮົາຄວນສາມາດສ້າງຄວາມສະຫງົບພາຍນອກໄດ້. 

ເລີ່ມຈາກລະດັບນ້ອຍໆ

ສະນັ້ນ ສຳລັບຄວາມສະຫງົບ, ເຮົາຕ້ອງເລີ່ມຈາກການສ້າງຄວາມສະຫງົບພາຍໃນຕົນເອງ, ແລ້ວຈິ່ງແມ່ນໃນຄອບຄົວຂອງເຮົາ, ແລ້ວໃນຊຸມຊົນຂອງເຮົາ. ໃນປະເທດແມັກຊີໂກ, ຕົວຢ່າງ, ເພື່ອນຜູ້ໜຶ່ງໄດ້ສ້າງ “ໂຊນແຫ່ງສັນຕິ” ຂຶ້ນໃນຊຸມຊົນຂອງລາວ. ລາວກໍ່ຕັ້ງໂຊນນີ້ໂດຍການທີ່ທຸກຄົນໃນຊຸມຊົນເຮັດຂໍ້ຕົກລົງນຳກັນ. ທຸກຄົນໃນຊຸມຊົນເຫັນດີພະຍາຍາມຕັ້ງໃຈຫຼີກລ່ຽງຄວາມຮຸນແຮງພາຍໃນໂຊນແຫ່ງສັນຕິນີ້. ຖ້າເຂົາຕ້ອງຕໍ່ສູ້ ຫຼື ຜິດຖຽງກັນ, ເຂົາທັງໝົດເຫັນດີວ່າຈະອອກໄປນອກຂອບເຂດຂອງໂຊນ. ນີ້ເປັນສິ່ງທີ່ດີຫຼາຍ. 

ເປັນການຍາກທີ່ຈະຂໍສັນຕິພາບໂລກ, ເຖິງແມ່ນວ່າໃນທ້າຍທີ່ສຸດແລ້ວມັນເປັນສິ່ງທີ່ດີທີ່ສຸດໃນລະດັບໂລກ. ແຕ່ສິ່ງທີ່ຈະເປັນໄປໄດ້ກວ່າ ແມ່ນການເລີ່ມແຕ່ດຽວນີ້ຈາກລະດັບນ້ອຍໆ ກັບຕົນເອງ, ຄອບຄົວ, ຊຸມຊົນ, ເມືອງ, ແລະອື່ນໆ, ໂດຍການກໍ່ຕັ້ງສິ່ງທີ່ຄ້າຍກັບໂຊນແຫ່ງສັນຕິ. ສະນັ້ນແລ້ວ, ຄວາມສະຫງົບພາຍໃນຈິ່ງກ່ຽວພັນກັບຄວາມເຫັນໃຈເປັນຢ່າງຍິ່ງ.

ສິ່ງຕ່າງໆ ດຽວນີ້ກຳລັງປ່ຽນແປງຢ່າງຫຼວງຫຼາຍໃນໂລກເຮົາ. ອາຕະມາຈື່ໄດ້ວ່າຫຼາຍປີກ່ອນເພື່ອນຄົນເຢຍລະມັນ, ທ່ານ ຟຣີດຣິກ ວອນ ໄວຊ໌ແສກເກີ ທີ່ໄດ້ເສຍຊີວິດໄປແລ້ວ, ເພື່ອນທີ່ອາຕະມາຖືວ່າເປັນອາຈານ, ໄດ້ບອກອາຕະມາວ່າ ເມື່ອລາວຍັງນ້ອຍ, ຈາກມຸມມອງຂອງສາຍຕາຂອງຄົນເຢຍລະມັນທຸກຄົນ, ຄົນຝຣັ່ງແມ່ນສັດຕູ. ແຕ່ດຽວນີ້ສິ່ງຕ່າງໆ ປ່ຽນໄປ. ດຽວນີ້ເຮົາມີກຳລັງຮວມກັນ, ເຊິ່ງແມ່ນສະຫະພາບຢູໂຣບ. ສິ່ງນີ້ດີຫຼາຍ. ກ່ອນນີ້, ທຸກປະເທດ, ຈາກມຸມມອງຂອງເຂົາ, ຖືອະທິປະໄຕຂອງຕົນເອງເປັນສິ່ງສຳຄັນ. ແຕ່ດຽວນີ້ມີຄວາມເປັນຈິງອັນໃໝ່ໃນຢູໂຣບ; ມີຜົນປະໂຫຍດຮ່ວມກັນທີ່ສຳຄັນກວ່າຜົນປະໂຫຍດຂອງບຸກຄົນ. ຖ້າເສຖະກິດດີຂຶ້ນ, ສະມາຊິກພາຍໃນແຕ່ລະປະເທດຈະໄດ້ຜົນປະໂຫຍດ. ສະນັ້ນ ດຽວນີ້ສິ່ງສຳຄັນແມ່ນການຂະຫຍາຍແນວຄວາມຄິດນີ້ໄປສູ່ຄົນທັງຫົກຕື້ຄົນໃນໂລກ. ເຮົາຕ້ອງຄິດກັບທຸກຄົນຄືເປັນດັ່ງສະມາຊິກຄອບຄົວໃຫຍ່ຂອງມະນຸດຊາດ. 

ຄວາມເຫັນອົກເຫັນໃຈຄືປັດໄຈທາງຊີວະ

ບາດນີ້ ສຳລັບຄວາມເຫັນໃຈ, ສຳລັບສັດລ້ຽງລູກດ້ວຍນົມທີ່ເກີດຈາກແມ່ - ເຊັ່ນ ຄົນ, ສັດ, ນົກ, ແລະ ອື່ນໆ - ພັດທະນາການຂອງເຂົາແມ່ນຂຶ້ນກັບການໄດ້ຮັບຄວາມຮັກ ແລະ ການດູແລ; ເປັນເຊັ່ນນີ້ທຸກຕົນຍົກເວັ້ນແຕ່ບາງປະເພດ, ເຊັ່ນ ເຕົ່າທະເລ, ແມງກະເບື້ອ, ປາແຊລ໌ມອນທີ່ວາງໄຂ່ແລ້ວຕາຍ - ພັດທະນາການຂອງມັນເປັນກໍລະນີຍົກເວັ້ນ. ຕົວຢ່າງເຊັ່ນເຕົ່າທະເລ. ແມ່ເຕົ່າຈະວາງໄຂ່ຢູ່ແຄມຫາດຊາຍ ແລ້ວກໍ່ໄປ; ສະນັ້ນ ການຢູ່ລອດຂອງເຕົ່ານ້ອຍຈະຂຶ້ນກັບຄວາມພະຍາຍາມຂອງມັນເອງທັງໝົດ. ມັນບໍ່ຕ້ອງການຄວາມຮັກຂອງແມ່ແຕ່ມັນກໍຢູ່ລອດໄດ້. ສະນັ້ນ ອາຕະມາບອກຜູ້ຟັງບາງທ່ານວ່າ ມັນຄືຊິເປັນການທົດລອງທາງວິທະຍາສາດທີ່ໜ້າສົນໃຈຫຼາຍຖ້າເອົາໄຂ່ເຕົ່າທີ່ຟັກແລ້ວ ແລ້ວເອົາເຕົ່ານ້ອຍກັບແມ່ຂອງມັນມາໄວ້ນຳກັນ ແລ້ວເບິ່ງວ່າມັນຈະມີຄວາມຮັກແພງຕໍ່ກັນບໍ່. ອາຕະມາວ່າຄືຊິບໍ່. ທຳມະຊາດສ້າງມັນໃຫ້ເປັນແນວນັ້ນ, ສະນັ້ນ ຈິ່ງບໍ່ຈຳເປັນຕ້ອງມີຄວາມຮັກ. ແຕ່ສຳລັບສັດລ້ຽງລູກດ້ວຍນົມ ແລະໂດຍສະເພາະມະນຸດ, ຖ້າປາສະຈາກການດູແລຂອງແມ່ ແມ່ນເຮົາຄືຊິຕາຍໝົດ. 

ການດູແລເດັກນ້ອຍຈຳເປັນຕ້ອງມີຄວາມຮູ້ສຶກ, ເຊິ່ງອາດເປັນຄວາມເຫັນໃຈ, ຄວາມຮັກ, ແລະ ຄວາມຮູ້ສຶກຫ່ວງໄຍ ແລະ ເອົາໃຈໃສ່. ນັກວິທະຍາສາດເວົ້າວ່າ ໃນລະຫວ່າງສາມ-ສີ່ອາທິດຫຼັງເກີດ, ສຳຜັດຂອງແມ່ເປັນສິ່ງສຳຄັນສຳລັບການພັດທະນາຂອງສະໝອງເດັກ. ເຮົາສັງເກດເຫັນວ່າເດັກທີ່ມາຈາກຄອບຄົວທີ່ອົບອຸ່ນ ແລະ ຮັກກັນຈະເປັນຄົນທີ່ມີຄວາມສຸກກວ່າ. ໃນລະດັບຮ່າງກາຍເຂົາຍັງມີສຸຂະພາບທີ່ດີກວ່າອີກ. ແຕ່ເດັກທີ່ຂາດຄວາມຮັກ, ໂດຍສະເພາະໃນເວລາຍັງນ້ອຍ, ມັກຈະມີຫຼາຍບັນຫາ. 

ນັກວິທະຍາສາດບາງທ່ານໄດ້ເຮັດການທົດລອງໂດຍແຍກລີງນ້ອຍຈາກແມ່ຂອງມັນ ແລະ ເພິ່ນກໍສັງເກດໄດ້ວ່າລີງນ້ອຍເຫຼົ່ານັ້ນອາລົມບໍ່ດີ ແລະ ຕີກັນຢູ່ຕະຫຼອດ. ມັນບໍ່ຫຼິ້ນນຳກັນດີໆ. ແຕ່ໂຕທີ່ຢູ່ກັບແມ່ຈະມີຄວາມສຸກ ແລະ ຫຼິ້ນນຳກັນດີ. ແລະໂດຍສະເພາະມະນຸດໃນໄວເດັກທີ່ຂາດຄວາມຮັກແຕ່ຍັງນ້ອຍ - ເຂົາມັກຈະກາຍເປັນຄົນເຢັນຊາ. ເຂົາມີບັນຫາໃນການສະແດງຄວາມຮັກຕໍ່ຄົນອື່ນ ແລະ, ໃນບາງກໍລະນີ, ເຂົາກໍກາຍເປັນຄົນທີ່ຮຸນແຮງຕໍ່ຄົນອື່ນ. ສະນັ້ນ ຄວາມຮັກຈິ່ງເປັນປັດໄຈທາງຊີວະ, ປັດໄຈທີ່ຢູ່ບົນພື້ນຖານຊີວະວິທະຍາ. 

ແລະ, ອາຕະມາຄິດວ່າຍ້ອນຄວາມເຫັນໃຈ ແລະ ຄວາມຮູ້ສຶກກ່ຽວພັນກັບລະດັບຊີວະຮ່າງກາຍນີ້, ແລ້ວອີງຕາມນັກວິທະຍາສາດບາງທ່ານ ຖ້າເຮົາໂມໂຫ ແລະ ມີຄວາມກຽດຊັງ ແລະ ຄວາມຢ້ານກົວຢູ່ສະເໝີ, ມັນຈະກັດກິນລະບົບພູມຕ້ານທານຂອງເຮົາ ແລະ ມັນກໍຈະອ່ອນເພຍລົງ. ແຕ່ຈິດໃຈທີ່ມີຄວາມເຫັນອົກເຫັນໃຈຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບລະບົບພູມຕ້ານທານ. 

ອີກຕົວຢ່າງໜຶ່ງ. ຖ້າເຮົາເບິ່ງໃນຂະແໜງການແພດ, ຖ້າມີຄວາມໄວ້ວາງໃຈກັນລະຫວ່າງພະຍາບານ ແລະ ໝໍໃນດ້ານໜຶ່ງ, ແລະ ກັບຄົນເຈັບໃນອີກດ້ານໜຶ່ງ, ສິ່ງນີ້ສຳຄັນສຳລັບການຮັກສາຕົວຂອງຄົນເຈັບ. ສະນັ້ນແລ້ວ ພື້ນຖານຂອງການໄວ້ວາງໃຈກັນແມ່ນຫຍັງ? ຖ້າໃນເບື້ອງຂອງໝໍ ແລະ ເບື້ອງຂອງພະຍາບານ ເຂົາຫາສະແດງເຖິງຄວາມຫ່ວງໄຍ ແລະ ເອົາໃຈໃສ່ຢ່າງແທ້ຈິງຕໍ່ການຟື້ນຟູຄົນເຈັບ, ຄວາມໄວ້ວາງໃຈກໍຈະຕາມມາ. ແຕ່ອີກດ້ານໜຶ່ງ, ເຖິງແມ່ນວ່າໝໍຈະເປັນຊ່ຽວຊານ, ແຕ່ຖ້າເພິ່ນປະຕິບັດຕໍ່ຄົນເຈັບຄືເປັນເຄື່ອງຈັກ, ແລ້ວກໍຈະມີຄວາມໄວ້ວາງໃຈທີ່ໜ້ອຍ. ເອີ, ບາງທີຖ້າໝໍມີປະສົບການຫຼາຍ, ກໍຈະມີຄວາມໄວ້ວາງໃຈຢູ່, ແຕ່ຖ້າໝໍມີຄວາມເຫັນໃຈເພີ່ມຂຶ້ນ, ກໍຈະມີຄວາມໄວ້ວາງໃຈເພີ່ມຂຶ້ນ. ຄົນເຈັບຈະຫຼັບດີຂຶ້ນ ແລະ ຖືກລົບກວນໜ້ອຍລົງ. ຖ້າເຂົາຖືກລົບກວນໃນລະດັບເລິກໆ, ແລ້ວເຂົາກໍຈະມີບັນຫາຫຼາຍ, ແລະ ສິ່ງນີ້ກໍຈະກະທົບຕໍ່ການຟື້ນຕົວຂອງເຂົາ. 

ແຕ່ບັນຫານັ້ນ, ແນ່ນອນວ່າປາສະຈາກບໍ່ໄດ້ໃນຊີວິດ. ພຣະສານຕິເທວະ, ເຊິ່ງເປັນພຣະອາຈານພຸດທະສາສະໜາຄົນອິນເດຍຜູ້ຍິ່ງໃຫຍ່, ໄດ້ແນະນຳວ່າ ເມື່ອເຮົາພົບບັນຫາ, ເຮົາຕ້ອງວິເຄາະມັນກ່ອນ. ຖ້າສາມາດແກ້ໄຂໄດ້ດ້ວຍວິທີການໃດໜຶ່ງ, ສະນັ້ນກໍບໍ່ຕ້ອງກັງວົນ, ພຽງແຕ່ໃຊ້ວິທີການນັ້ນໂລດ. ແຕ່ຖ້າຊ່ວຍບໍ່ໄດ້, ກໍບໍ່ຕ້ອງກັງວົນ, ມັນຈະບໍ່ມີປະໂຫຍດສຳລັບເຮົາເລີຍ. ການຄິດແນວນີ້ຈະຊ່ວຍໄດ້ຫຼາຍ. ເຖິງວ່າເຮົາຈະມີບັນຫາໃຫຍ່, ເຮົາກໍສາມາດຫຼຸດຜ່ອນມັນໄດ້ຖ້າເຮົາຄິດແນວນີ້. 

ຕາບໃດທີ່ເຮົາຍັງຕ້ອງການການເອົາໃຈໃສ່ຈາກຄົນອື່ນ, ເຊັ່ນ ເມື່ອເຮົາຍັງເປັນເດັກ, ເຮົາຈະມີຄວາມຮັກ ແລະ ຄວາມເຫັນໃຈ. ແຕ່ດ້ວຍຄວາມເປັນເອກະລາດທີ່ເພີ່ມຂຶ້ນເມື່ອເຮົາໃຫຍ່ຂຶ້ນ, ເຮົາມັກຈະຮູ້ສຶກວ່າການຮຸກຮານເປັນສິ່ງສຳຄັນກວ່າຄວາມເຫັນໃຈເພື່ອທີ່ເຮົາຈະໄດ້ດັ່ງທີ່ຕ້ອງການ. ແຕ່ຄົນທັງຫົກຕື້ຕ່າງກໍມາຈາກແມ່. ທຸກຄົນປະສົບກັບຄວາມສຸກ ແລະ ຄວາມເພິ່ງພໍໃຈພາຍໃຕ້ການດູແລຈາກຄວາມຮັກຂອງແມ່, ຫຼື, ຖ້າບໍ່ແມ່ນແມ່ກໍແມ່ນຄວາມຮັກຈາກຄົນອື່ນເມື່ອເຮົາຍັງນ້ອຍ. ແຕ່, ຄຸນສົມບັດເຫຼົ່ານີ້ຈະຄ່ອຍໆ ຈາງໄປເມື່ອເຮົາໃຫຍ່ຂຶ້ນ ແລະ ເຮົາກໍມັກກາຍເປັນຄົນຮຸກຮານ, ມັກຂົ່ມເຫັງ, ແລະ ເຮົາກໍສ້າງບັນຫາຫຼາຍຂຶ້ນ. 

ຄວາມຈຳເປັນໃນການເບິ່ງຄວາມເປັນຈິງ

ເມື່ອຈິດໃຈໂມໂຫ ແລະ ສະໝອງຖືກຄອບງຳດ້ວຍຄວາມໂມໂຫນັ້ນ, ນັກວິທະຍາສາດຄົນສະວີເດັນທ່ານໜຶ່ງໄດ້ບອກກັບອາຕະມາວ່າ 90% ຂອງຮູບລັກສະນະຂອງຄົນບໍ່ດີທີ່ເຮົາກຳລັງໂມໂຫນຳຜູ້ນີ້ ແມ່ນການຄິດເອົາເອງໃນໃຈ. ເວົ້າອີກແນວໜຶ່ງ, 90% ຂອງແນວຄິດທາງລົບແມ່ນການຄິດເອົາເອງໃນໃຈ. ສິ່ງນີ້ຍັງຄ້າຍກັນກັບເວລາທີ່ເຮົາຍຶດຕິດ ແລະ ມີຄວາມປາຖະໜາອັນຮຸນແຮງຕໍ່ຄົນບາງຄົນ: ເຮົາເຫັນຄົນນັ້ນງາມ ແລະ ດີ 100%. ແຕ່ສ່ວນໃຫຍ່ນັ້ນ ກໍແມ່ນການຄິດເອົາເອງໃນໃຈເຊັ່ນກັນ; ເຮົາບໍ່ເຫັນຄວາມເປັນຈິງ. ສະນັ້ນ ຈິ່ງສຳຄັນຫຼາຍທີ່ຈະເບິ່ງຄວາມເປັນຈິງ. 

ມີອີກຈຸດໜຶ່ງທີ່ສຳຄັນ: ບໍ່ມີໃຜຢາກມີບັນຫາ, ແຕ່ເປັນຫຍັງບັນຫາຈິ່ງເກີດ? ມັນເປັນຍ້ອນຄວາມໄຮ້ດຽງສາຂອງເຮົາ, ຄວາມອະວິຊາຂອງເຮົາ, ວິທີການຂອງເຮົາ: ເຮົາບໍ່ເຫັນຄວາມເປັນຈິງ. ຈາກມຸມມອງທີ່ຈຳກັດຂອງເຮົາ, ເຮົາບໍ່ສາມາດເຫັນພາບລວມຂອງຄວາມເປັນຈິງ. ເຮົາເຫັນແຕ່ສອງມິຕິ, ແຕ່ເທົ່ານີ້ບໍ່ພໍ. ເຮົາຕ້ອງສາມາດເບິ່ງສິ່ງຕ່າງໆ ໃນສາມ, ສີ່, ຫົກມິຕິ. ເຮົາຕ້ອງສະຫງົບໃຈຂອງເຮົາກ່ອນ ເພື່ອທີ່ຈະຄົ້ນຄວ້າໄດ້ຢ່າງມີພາວະວິໄສ. 

ໃນນີ້ກໍເຊັ່ນກັນ, ຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກແນວກໍ່ສ້າງ ແລະ ຄວາມຮູ້ສຶກແນວທຳລາຍ ເປັນສິ່ງສຳຄັນທີ່ຕ້ອງເຂົ້າໃຈສຳລັບທຸກຈຸດເຫຼົ່ານີ້. ເມື່ອເຮົາໃຫຍ່ຂຶ້ນ, ປັດໄຈທາງຊີວະຂອງຄວາມເຫັນໃຈຈະຄ່ອຍຫາຍໄປ, ສະນັ້ນ ເຮົາຈິ່ງຕ້ອງການການສຶກສາ ແລະ ການຝຶກຝົນກ່ຽວກັບຄວາມເຫັນໃຈເພື່ອຈະຜະດຸງມັນຄືນ. ແຕ່ຄວາມເຫັນໃຈປະເພດຊີວະແມ່ນເປັນອະຄະຕິ: ມັນຢູ່ບົນພື້ນຖານການໄດ້ຮັບຄວາມຮັກຈາກຄົນອື່ນ. ແຕ່ການໃຊ້ມັນເປັນພື້ນຖານ, ແລ້ວເພີ່ມເຫດຜົນ ແລະ ປັດໄຈວິທະຍາສາດຈາກການຄົ້ນຄວ້າຂອງເຮົາ, ເຮົາຈະບໍ່ພຽງແຕ່ສາມາດຮັກສາຄວາມເຫັນໃຈໃນລະດັບຊີວະນີ້ໄວ້ໄດ້, ແຕ່ເຮົາຍັງຈະສາມາດເພີ່ມຂະຫຍາຍມັນໄດ້ອີກ. ສະນັ້ນ, ດ້ວຍການຝຶກຝົນ ແລະ ຮ່ຳຮຽນ, ຄວາມເຫັນໃຈທີ່ມີອະຄະຕິຈຳກັດຈະສາມາດກາຍເປັນຄວາມເຫັນໃຈທີ່ບໍ່ລຳອຽງທີ່ບໍ່ມີຂີດຈຳກັດທີ່ມອບໃຫ້ຄົນທັງຫົກຕື້ ແລະ ຫຼາຍກວ່ານັ້ນ. 

ຄວາມສຳຄັນຂອງການສຶກສາ 

ກຸນແຈສຳຄັນຂອງທັງໝົດນີ້ແມ່ນການສຶກສາ. ການສຶກສາສະໄໝໃໝ່ເອົາໃຈໃສ່ຕໍ່ການພັດທະນາສະໝອງ ແລະ ປັນຍາ, ແຕ່ນີ້ບໍ່ພຽງພໍ. ເຮົາຍັງຕ້ອງສາມາດພັດທະນາຈິດໃຈທີ່ອົບອຸ່ນໃນລະບົບການສຶກສາຂອງເຮົານຳ, ເຊິ່ງຕ້ອງເລີ່ມຈາກອານຸບານໄປຈົນເຖິງມະຫາວິທະຍາໄລ. 

ໃນອາເມຣິກາ, ນັກວິທະຍາສາດບາງທ່ານໄດ້ພັດທະນາຫຼັກສູດການສຶກສາເພື່ອຝຶກເດັກໃຫ້ພັດທະນາຄວາມເຫັນໃຈ ແລະ ສະຕິເພີ່ມຂຶ້ນ. ແລະນີ້ກໍບໍ່ໄດ້ເຮັດດ້ວຍຈຸດປະສົງເພື່ອຊ່ວຍໃຫ້ເດັກເຫຼົ່ານີ້ຍົກລະດັບຊີວິດໃນອະນາຄົດຂອງເຂົາເພື່ອບັນລຸນິພານ, ແຕ່ເຮັດເພື່ອປະໂຫຍດໃນຊີວິດຊາດນີ້. ແມ່ນແຕ່ໃນບາງມະຫາວິທະຍາໄລກໍມີຫຼັກສູດການສຶກສາບາງອັນສຳລັບການພັດທະນາຈິດໃຈທີ່ອົບອຸ່ນ ແລະ ຄວາມເຫັນໃຈ. ຄວາມເຫັນໃຈທີ່ບໍ່ລຳອຽງປະເພດນັ້ນແມ່ນບໍ່ໄດ້ສຸມໃສ່ທັດສະນະຄະຕິຂອງຄົນອື່ນ, ແຕ່ພຽງແຕ່ສຸມໃສ່ການເປັນມະນຸດຂອງເຂົາ. ເຮົາທັງໝົດຕ່າງກໍເປັນສ່ວນໜຶ່ງຂອງປະຊາກອນຫົກຕື້ຄົນໃນໂລກນີ້, ສະນັ້ນ ທຸກຄົນຈິ່ງສົມຄວນໄດ້ຮັບຄວາມເຫັນໃຈຈາກເຮົາບົນພື້ນຖານຂອງປັດໄຈຄວາມສະເໝີພາບນັ້ນ. 

ການວາງອາວຸດພາຍໃນ ແລະ ພາຍນອກ

ສະນັ້ນ ສຳລັບສັນຕິສຸກພາຍໃນ ແລະ ສັນຕິສຸກຂອງໂລກ, ເຮົາຕ້ອງການການວາງອາວຸດທັງພາຍໃນ ແລະ ພາຍນອກ, ໝາຍຄວາມວ່າໃນລະດັບພາຍໃນ, ເຮົາຈະສ້າງຄວາມເຫັນໃຈ ແລ້ວຕໍ່ມາ, ບົນພື້ນຖານອັນນັ້ນ, ເຮົາຈະສາມາດປົດທຸກຢ່າງ, ທຸກປະເທດ, ໃນລະດັບພາຍນອກ. ມັນຄ້າຍກັບການມີກຳລັງຮ່ວມຂອງກອງພົນທະຫານຢູໂຣບຝຣັ່ງ-ເຢຍລະມັນ; ມັນເປັນສິ່ງທີ່ດີ. ຖ້າຈະມີກຳລັງຮ່ວມຂອງທົ່ວສະຫະພາບຢູໂຣບ, ກໍຄົງຈະບໍ່ມີຄວາມຂັດແຍ່ງທາງກອງກຳລັງລະຫວ່າງປະເທດສະມາຊິກ. 

ຄັ້ງໜຶ່ງໃນນະຄອນຫຼວງບຣັດໂຊ ມີກອງປະຊຸມລັດຖະມົນຕີຕ່າງປະເທດ ແລະ ອາຕະມາໄດ້ເວົ້າວ່າ ໃນອະນາຄົດຈະເປັນການດີຖ້າສຳນັກງານໃຫຍ່ຂອງສະຫະພາບຢູໂຣບ ຈະຍ້າຍໄປຢູ່ທາງຕາເວັນອອກ, ໄປຢູ່ໜຶ່ງໃນປະເທດຂອງຢູໂຣບຕາເວັນອອກ, ເປັນຕົ້ນແມ່ນໂປແລນ. ບາດນັ້ນ ຈະເປັນການດີທີ່ຈະຄ່ອຍຂະຫຍາຍໄປກວມເອົາລັດເຊຍນຳ, ແລ້ວໃນທີ່ສຸດກໍຍ້າຍສຳນັກງານໃຫຍ່ຂອງອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ (ຫຼື ນາໂຕ) ໄປມໍສ໌ໂຄເລີຍ. ຖ້າເປັນໄດ້ແນວນີ້ ກໍຈະມີສັນຕິ ແລະ ບໍ່ມີອັນຕະລາຍຂອງການເກີດສົງຄາມໃນຢູໂຣບນີ້ອີກແນ່ນອນ. ດຽວນີ້, ໃນປະຈຸບັນ, ຍັງມີຄວາມຫຍຸ້ງຍາກບາງອັນລະຫວ່າງລັດເຊຍ ແລະ ຈໍເຈຍ, ແຕ່ເຮົາຕ້ອງຮັກສາຄວາມຫວັງຂອງເຮົາໄວ້. 

ບົນພື້ນຖານຂອງການຂະຫຍາຍສັນຕິພາບອອກໄປອີກ, ສະນັ້ນ ອຸສາຫະກຳອາວຸດໃນປະເທດຝຣັ່ງນີ້, ຕົວຢ່າງ, ກໍຄວນປິດໃນທີ່ສຸດ ແລະ ເຮົາຄວນຫັນເສດຖະກິດໄປສູ່ລັກສະນະທີ່ມີປະສິທິຜົນກວ່າ. ແທນທີ່ຈະຜະລິດລົດຖັງ, ໂຮງງານອາດຫັນມາຜະລິດລົດປັບດິນແທນ, ເປັນຕົ້ນ! 

ປະເທດໃນທະວີບອາຟຣິກາ ກໍຕ້ອງການຄວາມຊ່ວຍເຫຼືອຈາກເຮົາຄືກັນ. ຊ່ອງຫວ່າງລະຫວ່າງຄົນຮັ່ງມີ ແລະ ຄົນຍາກຈົນນັ້ນເປັນບັນຫາໃຫຍ່, ບໍ່ພຽງແຕ່ໃນລະດັບໂລກ; ແຕ່ໃນລະດັບຊາດນຳ, ຊ່ອງຫວ່າງລະຫວ່າງຄົນຮັ່ງມີ ແລະ ຄົນຍາກຈົນນີ້ອ່າວວ່າໂພດເຫຼືອ. ໃນປະເທດຝຣັ່ງ, ຕົວຢ່າງ, ຍັງມີຄວາມແຕກໂຕນກັນລະຫວ່າງຄົນຮັ່ງມີ ແລະ ຄົນຍາກຈົນຢູ່. ບາງຄົນຮອດອົດຢາກ. ແຕ່ເຮົາທັງໝົດເປັນມະນຸດ ແລະ ເຮົາທັງໝົດກໍມີຄວາມຫວັງ, ຄວາມຕ້ອງການ, ແລະ ບັນຫາອັນດຽວກັນ. ເຮົາຕ້ອງຄຳນຶງເຖິງທຸກຂໍ້ທີ່ກ່າວມານັ້ນ ເພື່ອການສ້າງສັນຕິພາບຈາກຄວາມສະຫງົບພາຍໃນ. 

Top