ວິທີດຳລົງຊີວິດທີ່ມີຈັນຍາທັມ

Uv how to lead an ethical life

ປະໂຫຍດສ່ວນຕົວ ກັບ ປະໂຫຍດຄົນອື່ນ ອັນເປັນພື້ນຖານຕໍ່ຊີວິດທີ່ມີຈັນຍາທັມ

ເນື້ອແທ້ຂອງພຣະພຸດທະສາສະໜາແມ່ນ: ຖ້າເຮົາສາມາດຊ່ວຍຜູ້ອື່ນ, ແລ້ວເຮົາກໍຕ້ອງເຮັດ; ຖ້າເຮົາບໍ່ສາມາດ, ແລ້ວຢ່າງໜ້ອຍກໍຫຼີກເວັ້ນການທຳຮ້າຍຜູ້ອື່ນ. ນັ້ນແມ່ນເນື້ອແທ້ຂອງການດຳລົງຊີວິດທີ່ມີຈັນຍາທັມ. 

ທຸກການກະທຳມາຈາກແຮງຈູງໃຈ. ຖ້າເຮົາທຳຮ້າຍຜູ້ອື່ນ, ນັ້ນແມ່ນຈາກແຮງຈູງໃຈ; ແລະ ຖ້າເຮົາຊ່ວຍຜູ້ອື່ນ, ນັ້ນກໍມາຈາກແຮງຈູງໃຈ. ສະນັ້ນ, ສຳລັບການຊ່ວຍຜູ້ອື່ນ, ສຳລັບການບໍລິການຜູ້ອື່ນ, ເຮົາຕ້ອງມີແຮງຈູງໃຈອັນແນ່ນອນ. ສຳລັບອັນນັ້ນ, ເຮົາຕ້ອງມີແນວຄວາມຄິດທີ່ແນ່ນອນ. ເປັນຫຍັງເຮົາຈິ່ງຊ່ວຍ ແລະ ເປັນຫຍັງເຮົາຈິ່ງບໍ່ທຳຮ້າຍ? 

ຕົວຢ່າງ, ເມື່ອເຮົາກຳລັງຈະທຳຮ້າຍບາງຄົນ, ເຮົາຈະມີສຳນຶກບາງປະເພດທີ່ຈະພາໃຫ້ເຮົາຢຸດ. ນັ້ນໝາຍຄວາມວ່າເຮົາຕ້ອງການຄວາມຕັ້ງໃຈບາງອັນ [ທີ່ຈະບໍ່ສ້າງອັນຕະລາຍ]. ມຸມໜຶ່ງຂອງຈິດໃຈເຮົາຢາກທຳຮ້າຍບາງຄົນ, ແຕ່ຍ້ອນພາວະຈິດໃຈທີ່ແນ່ນອນ, ອີກສ່ວນໜຶ່ງຂອງຈິດໃຈເຮົາບອກວ່າມັນເປັນສິ່ງຜິດ, ມັນບໍ່ຖືກ. ຍ້ອນເຮົາເຫັນວ່າມັນຜິດ, ແລ້ວເຮົາກໍສ້າງຈິດຕານຸພາບເພື່ອຢຸດ. ໃນແງ່ຂອງທາງເລືອກທັງສອງ [ທີ່ຈະສ້າງອັນຕະລາຍ ຫຼື ຫຼີກລ່ຽງຈາກ ການເຮັດແນວນັ້ນ,] ເຮົາຕ້ອງມີສຳນຶກວ່າການກະທຳບາງອັນຈະມີຜົນສະທ້ອນໄລຍະຍາວ. ໃນຖານະມະນຸດເຮົາມີສະຕິປັນຍາທີ່ຈະເບິ່ງເຫັນຜົນສະທ້ອນໄລຍະຍາວ. ສະນັ້ນ, ເມື່ອເຮົາເຫັນແລ້ວ, ເຮົາສາມາດຢຸດຕົນເອງໄດ້ໃນລະດັບທັນທີທັນໃດ. 

ມີສອງວິທີທີ່ເຮົາສາມາດໃຊ້ໄດ້ໃນທີ່ນີ້. ກັບອັນທຳອິດ, ເຮົາຄິດໃນແງ່ຂອງປະໂຫຍດຂອງເຮົາເອງ ແລ້ວຖ້າເຮົາສາມາດຊ່ວຍ, ເຮົາກໍຊ່ວຍ; ແລະ ຖ້າເຮົາຊ່ວຍບໍ່ໄດ້, ແລ້ວເຮົາກໍຫຼີກ [ຈາກ ການສ້າງອັນຕະລາຍໃດໆ]. ອີກວິທີໜຶ່ງແມ່ນການຄິດໃນແງ່ຂອງປະໂຫຍດຂອງຄົນອື່ນ, ແລະ ໃນລັກສະນະດຽວກັນ, ຖ້າເຮົາສາມາດຊ່ວຍ, ເຮົາກໍຊ່ວຍ; ແລະ ຖ້າບໍ່ໄດ້, ແລ້ວເຮົາກໍ ຫຼີກ [ຈາກການສ້າງອັນຕະລາຍ]. ໃນແງ່ຂອງການຫຼີກຈາກການສ້າງອັນຕະລາຍຕໍ່ຜູ້ອື່ນ, ຄວາມຄິດທີ່ວ່າ: “ຖ້າຂ້ອຍເຮັດອັນນີ້, ຂ້ອຍຈະພົບກັບຜົນສະທ້ອນດ້ານລົບ ລວມເຖິງຜົນສະທ້ອນທາງກົດໝາຍ,” ແລະ ສະນັ້ນຈິ່ງຫຼີກເວັ້ນເຮົາໄວ້ເພາະເຫດຜົນຂອງປະໂຫຍດສ່ວນຕົວ. ບາດນີ້, ໃນແງ່ຂອງການຄິດເຖິງຜູ້ອື່ນເພື່ອເປັນເຫດຜົນຂອງເຮົາ, ເຮົາຈະຄິດວ່າ: “ຄົນ ອື່ນກໍຄືເຮົາ. ເຂົາບໍ່ຢາກທໍລະມານ ແລະ ເຈັບປວດ; ສະນັ້ນ, ເຮົາຈະຫຼີກເວັ້ນຕົນເອງຈາກການທຳຮ້າຍເຂົາ.”

ເມື່ອເຮົາຝຶກ [ຈິດໃຈຂອງເຮົາ], ທຳອິດເຮົາຄິດໃນແງ່ຂອງປະໂຫຍດສ່ວນຕົວ ແລ້ວເຮົາຈິ່ງຄິດໜັກເຖິງຜູ້ອື່ນ. ໃນແງ່ຂອງປະສິທິຜົນ, ການຄິດໜັກເຖິງຜູ້ອື່ນຈະມີມະຫານຸພາກກວ່າ. ໃນແງ່ຂອງປາຕິໂມກ - ຄຳປະຕິຍານຂອງການປົດປ່ອຍບຸກຄົນ, ປະເພນີວິໄນຂອງການຝຶກສົງ - ພື້ນຖານເບື້ອງຕົ້ນແມ່ນການຄິດເຖິງປະໂຫຍດຂອງຕົນເອງ ແລະ, ຍ້ອນສິ່ງນັ້ນ, ເຮົາຈະຫຼີກເວັ້ນຈາກການສ້າງອັນຕະລາຍ. ນັ້ນແມ່ນຍ້ອນເຮົາແນໃສ່ການປົດປ່ອຍ. ໃນແງ່ຂອງການປະຕິບັດພຣະໂພທິສັດ, ເຫດຜົນຫຼັກໃນການຫຼີກເວັ້ນຈາກການທຳຮ້າຍຜູ້ອື່ນແມ່ນການຄຳນຶງເຖິງປະໂຫຍດຂອງຜູ້ອື່ນ. ບາງທີອັນທີສອງ, ການຫຼີກເວັ້ນຈາກການສ້າງອັນຕະລາຍ ແລະ ການຊ່ວຍຜູ້ອື່ນບົນພື້ນຖານຂອງຄວາມເອື້ອເຟື້ອເຜື່ອແຜ່, ມີການສຳພັນກັບຄວາມຮັບຜິດຊອບທົ່ວໄປທີ່ອາຕະມາເວົ້າເຖິງເລື້ອຍໆ.


ພື້ນຖານທຳມະຊາດຂອງເຮົາໃນຖານະມະນຸດ

ໂດຍທົ່ວໄປ, ມະນຸດເຮົາເປັນສັດສັງຄົມ. ບໍ່ວ່າແມ່ນໃຜ, ການຢູ່ລອດຂອງລາວຂຶ້ນກັບມະນຸດຊາດທັງໝົດ. ເນື່ອງຈາກວ່າຄວາມຢູ່ລອດ ແລະ ສະຫວັດດີພາບຂອງບຸກຄົນຂຶ້ນກັບສັງຄົມໂດຍລວມ, ຄວາມຈຳເປັນທີ່ຕ້ອງຄິດເຖິງ ແລະ ເປັນຫ່ວງສະຫວັດດີພາບຂອງຜູ້ອື່ນຈິ່ງເກີດຈາກທຳມະຊາດພື້ນຖານຂອງເຮົາເອງ. ຖ້າເຮົາເບິ່ງລີງ, ຕົວຢ່າງ, ຕົວເຖົ້າຈະຮັບຜິດຊອບຕໍ່ທັງຝູງ. ໃນຂະນະທີ່ຕົວອື່ນຫາກິນ, ລີງເຖົ້າຕົວຜູ້ຈະເບິ່ງຢູ່ດ້ານຂ້າງສະເໝີ. ຕົວທີ່ແຂງແຮງກວ່າຈະຊ່ວຍດູແລຕົວອື່ນໃນກຸ່ມເພື່ອປະໂຫຍດຂອງສັງຄົມ. 

ໃນເວລາກ່ອນປະຫວັດສາດ, ມະນຸດເຮົາບໍ່ໄດ້ມີການສຶກສາ ຫຼື ເທັກໂນໂລຈີ. ພື້ນຖານສັງຄົມມະນຸດແມ່ນລຽບງ່າຍ: ທຸກຄົນເຮັດວຽກນຳກັນ ແລະ ແບ່ງປັນກັນ. ນັກຄອມມູນິສ໌ເວົ້າວ່ານີ້ແມ່ນຕົ້ນສະບັບລັດທິຄອມມູນິສ໌: ທຸກຄົນເຮັດວຽກ ແລະ ມ່ວນຊື່ນນຳກັນ. ແລ້ວ, ໃນທີ່ສຸດ, ການສຶກສາໄດ້ຖືກສ້າງຂຶ້ນ ແລະ ເຮົາກໍຈະເລີນຂຶ້ນ. ຈິດໃຈ [ມະນຸດ] ຊັບຊ້ອນຂຶ້ນ ແລະ ສະນັ້ນຄວາມໂລບຈິ່ງເພີ່ມຂຶ້ນ, ເຊິ່ງນັ້ນພາໃຫ້ເກີດຄວາມອິສາ ແລະ ກຽດຊັງ ແລະ, ຕໍ່ມາ, ມັນກໍຮຸນແຮງຂຶ້ນ. 

ທຸກມື້ນີ້, ໃນສັດຕະວັດທີ 21, ມີການປ່ຽນແປງຫຼາຍຢ່າງເກີດຂຶ້ນ [ໃນສັງຄົມມະນຸດ]. ຄວາມແຕກຕ່າງລະຫວ່າງເຮົາໄດ້ເກີດຂຶ້ນ - ຄວາມແຕກຕ່າງໃນການສຶກສາ, ວຽກງານ, ແລະ ພື້ນຖານສັງຄົມ. ແຕ່ ແມ່ນແຕ່ຄວາມແຕກຕ່າງດ້ານອາຍຸ ແລະ ເຊື້ອຊາດ - ທັງໝົດນີ້ເປັນອັນສຳຮອງ. ໃນລະດັບພື້ນຖານ, ເຮົາທັງໝົດຍັງເປັນມະນຸດ ແລະ ເຮົາເປັນຄືກັນ. ນີ້ແມ່ນລະດັບຂອງຫຼາຍພັນປີມາແລ້ວ. 

ທັດສະນະຄະຕິຂອງເດັກກໍຄ້າຍນັ້ນ. ເຂົາບໍ່ສົນໃຈກັບພື້ນຫຼັງສັງຄົມ, ສາສະໜາ, ເຊື້ອຊາດ, ສີຜິວ, ຫຼື ຄວາມຮັ່ງມີຂອງເດັກຄົນອື່ນ. ເຂົາທັງໝົດຫຼິ້ນນຳກັນ; ເຂົາເປັນເພື່ອນຫຼິ້ນດ້ວຍຄວາມຈິງໃຈ, ຕາບໃດທີ່ເຂົາເປັນມິດຕໍ່ກັນ. ບາດນີ້ ເຮົາຜູ້ໃຫຍ່ທີ່ຄວນມີສະຕິປັນຍາຫຼາຍກວ່າ ແລະ ມີການພັດທະນາສູງກວ່າ, ແຕ່ເຮົາພັດຕັດສິນພື້ນຫຼັງສັງຄົມຂອງຜູ້ອື່ນ. ເຮົາຄິດໄລ່, “ຖ້າເຮົາຍິ້ມ, ເຮົາຊິໄດ້ສິ່ງທີ່ເຮົາຕ້ອງການບໍ່; ຖ້າເຮົາໜ້າບູດ, ເຮົາຊິເສຍຫຍັງໄປບໍ່?”

ຄວາມຮັບຜິດຊອບສາກົນ

ຄວາມຮູ້ສຶກຂອງຄວາມຮັບຜິດຊອບທົ່ວໄປ ຫຼື ທົ່ວໂລກໝຸນໄປໃນລະດັບມະນຸດ. ເຮົາຫ່ວງກ່ຽວກັບມະນຸດຄົນອື່ນຍ້ອນ: “ເຮົາເປັນໜຶ່ງໃນນັ້ນ; ສະຫວັດດີການຂອງເຮົາຂຶ້ນກັບເຂົາບໍ່ວ່າເຮົາຈະຕ່າງກັນແນວໃດ.” ຄວາມແຕກຕ່າງຈະມີຢູ່ສະເໝີ; ແຕ່ສິ່ງນີ້ກໍສາມາດເປັນປະໂຫຍດໄດ້. 

ເປັນເວລາຫຼາຍສັດຕະວັດ, ປະຊາກອນໂລກມີພຽງແຕ່ໜຶ່ງຕື້; ດຽວນີ້ມີກວ່າຫົກຕື້. ຍ້ອນພົນລະເມືອງລົ້ນໂລກ, ປະເທດໜຶ່ງບໍ່ສາມາດສະໜອງອາຫານ ແລະ ຊັບພະຍາກອນໃຫ້ປະຊາກອນທັງໝົດຂອງເຂົາໄດ້. ສະນັ້ນ ເຮົາມີເສດຖະກິດສາກົນ. ສະນັ້ນ, ອີງຕາມຄວາມເປັນຈິງຂອງທຸກມື້ນີ້, ໂລກນີ້ນ້ອຍກວ່າເກົ່າຫຼາຍ ແລະ ເພິ່ງພາອາໄສກັນຫຼາຍຂຶ້ນ. ນີ້ແມ່ນຄວາມເປັນຈິງ. ນອກນັ້ນກໍມີບັນຫາທາງນິເວດ: ໂລກຮ້ອນ. ນີ້ແມ່ນບັນຫາສຳລັບທັງຫົກຕື້ຄົນທີ່ອາໄສໃນໂລກນີ້, ບໍ່ພຽງແຕ່ສຳລັບປະເທດໜຶ່ງ ຫຼື ສອງປະເທດເທົ່ານັ້ນ. ຄວາມເປັນຈິງອັນໃໝ່ຕ້ອງການຄວາມຮູ້ສຶກຮັບຜິດຊອບສາກົນ. 

ຕົວຢ່າງ, ແຕ່ກ່ອນ, ຄົນອັງກິດທີ່ນີ້ຄິດຫາແຕ່ຕົນເອງ ແລະ ບາງເທື່ອກໍຂູດຮີດພື້ນທີ່ອື່ນໃນໂລກ. ເຂົາບໍ່ໄດ້ສົນໃຈຄວາມກັງວົນ ຫຼື ຄວາມຮູ້ສຶກຂອງຄົນອື່ນເຫຼົ່ານີ້. ໂອເຄ, ອັນນັ້ນແມ່ນອາດີດ. ແຕ່ດຽວນີ້ສິ່ງຕ່າງໆ ຕ່າງໄປ; ສິ່ງຕ່າງໆ ໄດ້ປ່ຽນໄປ. ດຽວນີ້ເຮົາຕ້ອງດູແລປະເທດອື່ນ. 

ອັນທີ່ຈິງ, ຈັກກະພັດອັງກິດໄດ້ເຮັດສິ່ງທີ່ດີບາງອັນ, ໃນຄວາມເປັນຈິງ. ເຂົາໄດ້ນຳເອົາການສຶກສາທີ່ດີເປັນພາສາອັງກິດໄປສູ່ອິນເດຍ. ອິນເດຍມີຫຼາຍອັນທີ່ຕ້ອງໄດ້ຮັບຮູ້ຈາກອັນນີ້. ອັງກິດຍັງໄດ້ນຳເອົາເທັກໂນໂລຈີ, ລະບົບທາງລົດໄຟມານຳ. ນັ້ນແມ່ນໜຶ່ງໃນຄຸນສົມບັດທີ່ໄຖ່ຖອນໄດ້ຂອງທ່ານ. ເມື່ອອາຕະມາມາສູ່ອິນເດຍ, ນັກຄານທີບາງທ່ານຍັງມີຊີວິດຢູ່ ແລະ ເພິ່ນໄດ້ແນະນຳອາຕະມາກ່ຽວກັບວິທີການແບບບໍ່ຮຸນແຮງຂອງຄານທີ. ໃນເວລານັ້ນ, ອາຕະມາໄດ້ຮູ້ສຶກວ່າຈັກກະພັດອັງກິດບໍ່ດີ. ແຕ່ແລ້ວອາຕະມາກໍເຫັນວ່າອິນເດຍມີລະບົບຕຸລາການເອກະລາດ, ການສື່ຂ່າວເສລີ, ເສລີພາບທາງການປາກເວົ້າ, ແລະ ອື່ນໆ. ສະນັ້ນ, ເມື່ອອາຕະມາທົບທວນຄືນເລິກໆ, ອາຕະມາກໍໄດ້ເຫັນວ່າສິ່ງເຫຼົ່ານີ້ດີຫຼາຍ. 

ທຸກມື້ນີ້, ຊາດຕໍ່ຊາດ ແລະ ທະວີບຕໍ່ທະວີບ, ຕ່າງກໍມີການເພິ່ງພາອາໄສກັນຢ່າງໜັກ. ອີງຕາມຄວາມເປັນຈິງອັນນີ້, ເຮົາຕ້ອງການຄວາມຮັບຜິດຊອບສາກົນແທ້ໆ. ຜົນປະໂຫຍດຂອງທ່ານເອງຂຶ້ນກັບການພັດທະນາ ແລະ ຜົນປະໂຫຍດຂອງຄົນອື່ນ. ສະນັ້ນ ເພື່ອຜົນປະໂຫຍດຂອງທ່ານເອງ, ທ່ານຕ້ອງດູແລຄົນອື່ນ. ໃນຂະແໜງເສດຖະກິດ, ອັນນີ້ແມ່ນມີຢູ່ແລ້ວ. ເຖິງວ່າຈະມີອຸດົມການຕ່າງ ແລະ ເຖິງວ່າເຮົາຈະບໍ່ໄວ້ໃຈກັນ ແລະ ກັນ, ເຮົາກໍຕ້ອງພົວພັນກັນໃນເສດຖະກິດທີ່ເພິ່ງພາອາໄສກັນໃນຂັ້ນສາກົນຂອງເຮົານີ້. ສະນັ້ນ, ຄວາມຮັບຜິດຊອບສາກົນບົນພື້ນຖານຂອງຄວາມເຄົາລົບຕໍ່ຜົນປະໂຫຍດຂອງຜູ້ອື່ນຈິ່ງສຳຄັນຫຼາຍ. 

ເຮົາຕ້ອງຖືຄົນອື່ນເປັນຄືອ້າຍເອື້ອຍນ້ອງ ແລະ ມີຄວາມຮູ້ສຶກໃກ້ຊິດ. ອັນນີ້ບໍ່ກ່ຽວກັບສາສະໜາ. ເຮົາຕ້ອງການສິ່ງນີ້ແທ້. ແນວຄວາມຄິດຂອງ “ເຮົາ ແລະ ເຂົາ” - ໃນລະດັບໜຶ່ງ, ແນ່ນອນວ່າເຮົາສາມາດເວົ້າໄດ້ - ແຕ່ຄົນທັງໂລກຕ້ອງຖືຕົນເອງເປັນສ່ວນໜຶ່ງຂອງ “ເຮົາ.” ຜົນປະໂຫຍດຂອງຄົນຂ້າງບ້ານກໍແມ່ນຜົນປະໂຫຍດຂອງເຮົາເອງ. 

ຄວາມເພິງພໍໃຈ

ສະນັ້ນ, ການດຳລົງຊີວິດສ່ວນບຸກຄົນທີ່ມີຈັນຍາທັມຈິ່ງໝາຍເຖິງການບໍ່ທຳຮ້າຍຜູ້ອື່ນ, ແລະ, ຖ້າເປັນໄປໄດ້, ການຊ່ວຍເຂົາ. [ໃນການເຮັດແນວນີ້,] ຖ້າເຮົາເອົາສະຫວັດດີພາບຂອງຜູ້ອື່ນເປັນພື້ນຖານຂອງຈັນຍາທັມຂອງເຮົາ - ສິ່ງນີ້ຈະກາຍເປັນຂົງເຂດອັນກວ້າງຂວາງຂອງຈັນຍາທັມ. ວິຖີຊີວິດຂອງເຮົາເອງຕ້ອງເອົາປັດໄຈເຫຼົ່ານີ້ມາພິຈາລະນາ. 

ມີຊ່ອງວ່າງອັນກວ້າງໃຫຍ່ລະຫວ່າງຄົນຮັ່ງມີ ແລະ ຄົນທຸກ, ແມ່ນແຕ່ໃນສະຫະລັດ. ຖ້າເຮົາເບິ່ງອາເມຣິກາ, ປະເທດທີ່ຮັ່ງມີທີ່ສຸດ, ກໍຍັງມີຂົງເຂດຂອງຄວາມທຸກຍາກຢູ່ທີ່ນັ້ນຢູ່. ຄັ້ງໜຶ່ງເມື່ອອາຕະມາໄປລັດວໍຊິງຕັນ ດີຊີ, ນະຄອນຫຼວງຂອງປະເທດທີ່ຮັ່ງມີທີ່ສຸດອາຕະມາໄດ້ເຫັນວ່າມີຫຼາຍເຂດທຸກຍາກຢູ່ທີ່ນັ້ນ. ຄວາມຕ້ອງການພື້ນຖານຂອງຄົນເຫຼົ່ານີ້ບໍ່ໄດ້ຮັບການຕອບສະໜອງຢ່າງພຽງພໍ. [ຄ້າຍຄືກັນ,] ໃນລະດັບສາກົນ, ປະເທດອຸດສາຫະກຳທາງເໜືອແມ່ນພັດທະນາ ແລະ ຮັ່ງມີຫຼາຍກວ່າ [ສ່ວນທີ່ເຫຼືອໃນໂລກ]; ໃນຂະນະທີ່ຫຼາຍປະເທດໃນເຄິ່ງໃຕ້ຂອງໂລກກຳລັງພົບກັບຄວາມອຶດຫິວ. ອັນນັ້ນບໍ່ພຽງແຕ່ຜິດທາງສິນທັມ; ມັນຍັງເປັນແຫຼ່ງຂອງບັນຫາໃຫຍ່ໆອີກ. ສະນັ້ນ, ບາງປະເທດທີ່ຮັ່ງມີຕ້ອງເບິ່ງ ແລະ ກວດກາວິຖີຊີວິດຂອງຕົນ; ຕ້ອງຝຶກຄວາມເພິງພໍໃຈ. 

ຄັ້ງໜຶ່ງ, ໃນຍີ່ປຸ່ນ, ສິບຫ້າປີກ່ອນ, ອາຕະມາໄດ້ເອີ່ຍຕໍ່ຄົນທີ່ນັ້ນວ່າ ຂໍ້ສະຫຼຸບຂອງບັນດາທ່ານທີ່ວ່າເສດຖະກິດຕ້ອງຂະຫຍາຍຕົວທຸກປີ ແລະ ທຸກປີຄວນມີຄວາມກ້າວໜ້າທາງວັດຖຸນັ້ນແມ່ນຄວາມຜິດພາດອັນໃຫຍ່ຫຼວງ. ມື້ໜຶ່ງ, ທ່ານອາດເຫັນເສດຖະກິດຂອງທ່ານຖືກຈຳກັດລົງ. ທ່ານຕ້ອງກຽມພ້ອມເພື່ອທີ່ວ່າ, ເມື່ອມັນເກີດ, ມັນຈະບໍ່ເປັນໄພພິບັດໃນຄວາມຄິດຂອງທ່ານ. ສາມ-ສີ່ປີຕໍ່ມາ, ສະຖານະການນັ້ນໄດ້ເກີດຂຶ້ນໃນຍີ່ປຸ່ນແທ້. 

ວິຖີຊີວິດຂອງບາງຄົນມີຄວາມຫຼູຫຼາຫຼາຍໂພດ. ໂດຍບໍ່ໄດ້ລັກ, ໂດຍບໍ່ໄດ້ຂູດຮີດ, ແລະ ໂດຍບໍ່ໄດ້ໂກງ, ເຂົາມີເງິນຈຳນວນຫຼາຍ. ຈາກມຸມມອງຂອງຜົນປະໂຫຍດສ່ວນຕົວຂອງເຂົາ, ບໍ່ມີຫຍັງຜິດຕາບໃດທີ່ວິທີການຫາເງິນຂອງເຂົາບໍ່ຜິດຈັນຍາທັມ. ແຕ່, ຈາກມຸມມອງຂອງຜົນປະໂຫຍດຂອງຜູ້ອື່ນ, ເຖິງວ່າຈະບໍ່ມີຫຍັງຜິດໃນແງ່ຂອງເຂົາ; ແຕ່, ທາງຈັນຍາທັມ, ມັນກໍບໍ່ດີເມື່ອຄົນອື່ນພົບກັບຄວາມອຶດຫິວ. ຖ້າທຸກຄົນມີວິຖີຊີວິດຫຼູຫຼາໃນລະດັບດຽວກັນ, ໂອເຄ; ແຕ່ຈົນກວ່າຈະບັນລຸໄດ້ແນວນັ້ນ, ວິຖີຊີວິດທີ່ດີກວ່າອາດແມ່ນການມີຄວາມເພິງພໍໃຈຫຼາຍຂຶ້ນ. ຄືດັ່ງທີ່ອາຕະມາປະສົບໃນຍີ່ປຸ່ນ, ໃນສະຫະລັດ, ແລະ ໃນສັງຄົມຮັ່ງມີອື່ນໆ, ການດັດປັບວິຖີຊີວິດແມ່ນສິ່ງຈຳເປັນ. 

ໃນຫຼາຍປະເທດ, ມີໜຶ່ງຄອບຄົວແຕ່ມີລົດສອງ, ບາງເທື່ອຮອດສາມຄັນ. ນຶກພາບເບິ່ງອິນເດຍ ແລະ ຈີນ, ສອງປະເທດນີ້ທີ່ມີປະຊາກອນບວກກັນແລ້ວແມ່ນກາຍສອງຕື້. ຖ້າສອງຕື້ຄົນຊື້ລົດສອງຕື້ຄັນ ຫຼື ຫຼາຍກວ່ານັ້ນ, ມັນກໍຈະຫຍຸ້ງຍາກຫຼາຍ. ຄືຊິມີບັນຫາໃຫຍ່ ແລະ ຄວາມຫຍຸ້ງເຫຍີງກ່ຽວກັບນ້ຳມັນເຊື້ອໄຟ, ຊັບພະຍາກອນວັດຖຸ, ຊັບພະຍາກອນທຳມະຊາດ, ແລະ ອື່ນໆ. ມັນຊິຫຍຸ້ງເຫຍີງຫຼາຍ. 


ການຄຳນຶງເຖິງສິ່ງແວດລ້ອມ 

ສະນັ້ນ, ລັກສະນະອີກອັນໜຶ່ງຂອງຊີວິດທີ່ມີຈັນຍາທັມ, ສະນັ້ນ ກໍຄືການຄຳນຶງເຖິງສິ່ງແວດລ້ອມ, ຕົວຢ່າງເຊັ່ນໃນການໃຊ້ນ້ຳຂອງເຮົາ. ການປະກອບສ່ວນຂອງອາຕະມາອາດເປັນສິ່ງບ້າໆ, ແຕ່ຕັ້ງແຕ່ຫຼາຍປີກ່ອນອາຕະມາບໍ່ໄດ້ອາບນ້ຳໃນອ່າງເລີຍ; ອາຕະມາອາບນ້ຳຝັກບົວ. ອ່າງນ້ຳໃຊ້ນ້ຳຫຼາຍໂພດ. ບາງທີອາຕະມາອາດບ້າ, ຍ້ອນວ່າທຸກວັນອາຕະມາອາບນ້ຳສອງເທື່ອ, ສະນັ້ນປະລິມານນ້ຳທີ່ອາຕະມາໃຊ້ກໍເທົ່າກັນ. ແຕ່ຢ່າງໃດກໍ່ຕາມ, ກ່ຽວກັບໄຟຟ້າ, ຕົວຢ່າງ, ເມື່ອອາຕະມາອອກໄປຫ້ອງ, ອາຕະມາມອດໄຟທຸກຄັ້ງ. ສະນັ້ນ, ອາຕະມາປະກອບສ່ວນນ້ອຍໆ ຕໍ່ລະບົບນິເວດ. ສະນັ້ນ, ວິຖີຊີວິດທີ່ມີຈັນຍາທັມອັນແນ່ນອນມາຈາກຄວາມຮູ້ສຶກຮັບຜິດຊອບສາກົນ. 

ວິທີຊ່ວຍຜູ້ອື່ນ

ສຳລັບວິທີຊ່ວຍຜູ້ອື່ນກໍມີຫຼາຍວິທີ; ຫຼາຍຢ່າງຂຶ້ນກັບສະພາບການ. ຕອນອາຕະມາຍັງນ້ອຍ, ເຈັດ ຫຼື ແປດປີນິລະ, ແລະ ກຳລັງຮຽນຢູ່, ພຣະລິ່ງຣິນໂປເຊ ພຣະອາຈານຂອງອາຕະມາ ຈະຖືໄມ້ແສ້ຢູ່ສະເໝີ. ໃນເວລານັ້ນ, ອາຕະມາ ແລະ ອ້າຍຜູ້ຖັດອາຕະມາ ກຳລັງຮຽນນຳກັນ. ຄວາມຈິງມີໄມ້ແສ້ສອງອັນ. ໄມ້ແສ້ອັນໜຶ່ງສີເຫຼືອງ - ໄມ້ແສ້ສັກສິດ, ໄມ້ແສ້ສຳລັບພຣະດາໄລລາມະ. ແຕ່, ຖ້າທ່ານໃຊ້ໄມ້ແສ້ສັກສິດ, ອາຕະມາບໍ່ຄິດວ່າມີຄວາມເຈັບສັກສິດ. ມັນເບິ່ງຄືເປັນວິທີລົງໂທດທີ່ຮຸນແຮງ, ແຕ່ຄວາມຈິງມັນຊ່ວຍໄດ້ຫຼາຍ. 

ໃນທີ່ສຸດ, ບໍ່ວ່າການກະທຳໃດໜຶ່ງຈະມີປະໂຫຍດ ຫຼື ມີໂທດກໍຂຶ້ນກັບແຮງຈູງໃຈ. ຈາກຄວາມຫ່ວງໃຍອັນຈິງໃຈຕໍ່ສະຫວັດດີພາບໄລຍະຍາວຂອງຜູ້ອື່ນ, ວິທີການບາງຄັ້ງອາດຮຸນແຮງ, ບາງຄັ້ງເບົາບາງ. ບາງເທື່ອແມ່ນແຕ່ການຕົວະໜ້ອຍໜຶ່ງກໍສາມາດຊ່ວຍໄດ້. ຕົວຢ່າງ, ສະຫາຍທີ່ຮັກແພງ ຫຼື ພໍ່ແມ່ທີ່ຢູ່ຕ່າງປະເທດອາດກຳລັງປ່ວຍໜັກ ຫຼື ໃກ້ຈະເສຍຊີວິດ ແລະ ທ່ານກໍຮູ້. ແຕ່ທ່ານກໍຍັງຮູ້ອີກວ່າຖ້າທ່ານບອກອີກຜູ້ໜຶ່ງວ່າ ພໍ່ແມ່ຂອງເຂົາກຳລັງຈະເສຍຊີວິດ, ຜູ້ນັ້ນຈະເສຍໃຈ ແລະ ກັງວົນຫຼາຍ, ເຂົາອາດເປັນລົມ. ສະນັ້ນ ທ່ານຈິ່ງວ່າ, “ເຂົາຢູ່ດີ.” ຖ້າທ່ານເປັນຄົນທີ່ຫ່ວງວ່າຈະສ້າງຄວາມເສຍໃຈໃຫ້ຄົນອື່ນ, ແລ້ວໃນກໍລະນີນີ້, ເຖິງວ່າການຕົວະຈາກມຸມມອງຂອງຜົນປະໂຫຍດສ່ວນຕົວຈະຂາດຈັນຍາທັມ, ແຕ່ຈາກມຸມມອງຂອງຜູ້ອື່ນ, ມັນອາດເໝາະສົມທີ່ສຸດ. 

ວິທີການຮຸນແຮງ ກັບ ວິທີການບໍ່ຮຸນແຮງ

ສະນັ້ນ, ຈະຊ່ວຍຜູ້ອື່ນແນວໃດດີທີ່ສຸດ? ເປັນເລື່ອງຍາກ. ເຮົາຕ້ອງມີປັນຍາ; ເຮົາຕ້ອງມີຄວາມເຂົ້າໃຈຈະແຈ້ງຕໍ່ສະພາບການ; ແລະ ເຮົາຕ້ອງປັບປ່ຽນໄດ້ງ່າຍເພື່ອນຳໃຊ້ຫຼາຍວິທີການຂຶ້ນກັບສະພາບການ. ແລະທີ່ສຳຄັນທີ່ສຸດ, ແຮງຈູງໃຈຂອງເຮົາ: ເຮົາຕ້ອງມີຄວາມຮູ້ສຶກຫ່ວງຄົນອື່ນຢ່າງຈິງໃຈ. 

ຕົວຢ່າງ, ວິທີການໜຶ່ງຈະຮຸນແຮງ ຫຼື ບໍ່ຮຸນແຮງຂຶ້ນກັບແຮງຈູງໃຈເປັນສ່ວນຫຼາຍ. ເຖິງວ່າການເວົ້າຕົວະແບບໃສໆ ໃນຕົວມັນເອງຈະເປັນຄວາມຮຸນແຮງ, ແຕ່ເບິ່ງຕາມແຮງຈູງໃຈມັນອາດເປັນວິທີຊ່ວຍຜູ້ອື່ນ. ສະນັ້ນ, ຈາກມຸມມອງນັ້ນ, ມັນແມ່ນວິທີທີ່ບໍ່ຮຸນແຮງ. ອີກດ້ານໜຶ່ງ, ຖ້າເຮົາຢາກຂູດຮີດຄົນອື່ນ ແລະ ເຮົາເອົາຂອງຂວັນໃຫ້ເຂົາ, ພາຍນອກເບິ່ງຄືບໍ່ຮຸນແຮງ; ແຕ່ໃນທີ່ສຸດ, ເນື່ອງຈາກວ່າເຮົາຢາກໂກງ ແລະ ຂູດຮີດຄົນອື່ນ, ມັນເປັນວິທີການທີ່ຮຸນແຮງ. ສະນັ້ນ, ຄວາມຮຸນແຮງ ຫຼື ຄວາມບໍ່ຮຸນແຮງກໍຍັງຂຶ້ນກັບແຮງຈູງໃຈ. ການກະທຳຂອງມະນຸດທັງໝົດຂຶ້ນກັບແຮງຈູງໃຈ. ແລະຂ້ອນຂ້າງຂຶ້ນກັບເປົ້າໝາຍອີກ; ແຕ່ຖ້າຈຸດປະສົງຂອງເຮົາແມ່ນພຽງແຕ່ເປົ້າໝາຍ ແລະ ແຮງຈູງໃຈຂອງເຮົາແມ່ນຄວາມໂມໂຫ, ແລ້ວມັນກໍຍາກ. ສະນັ້ນ, ໃນທີ່ສຸດ, ແຮງຈູງໃຈຈິ່ງສຳຄັນທີ່ສຸດ. 

ຄວາມສາມັກຄີລະຫວ່າງສາສະໜາ

ສຳລັບສິ່ງທີ່ທ່ານຈະນຳກັບບ້ານຈາກການສົນທະນາຂອງເຮົາໃນທີ່ນີ້, ສິ່ງສຳຄັນແມ່ນພະຍາຍາມສ້າງຄວາມສະຫງົບພາຍໃນ. ອັນນີ້ເຮົາຕ້ອງຄິດ ແລະ ສ້າງພາຍໃນຕົວເຮົາເອງ. ນອກນັ້ນ, ຖ້າມີຜູ້ຟັງບາງທ່ານທີ່ຖືສາສະໜາ, ຈຸດໜຶ່ງທີ່ອາຕະມາເນັ້ນໜັກຢູ່ສະເໝີແມ່ນຄວາມສາມັກຄີລະຫວ່າງສາສະໜາ. ອາຕະມາຄິດວ່າສາສະໜາໃຫຍ່ໆ ທັງໝົດ, ບາງເທື່ອສາສະໜານ້ອຍໆ ທີ່ບູຊາຕາເວັນ ຫຼື ເດືອນອາດບໍ່ກ່ຽວ - ເຂົາບໍ່ຄ່ອຍມີປັດຊະຍາຫຼາຍປານໃດ - ແຕ່ສາສະໜາໃຫຍ່ໆ ສ່ວນຫຼາຍມີປັດຊະຍາ ຫຼື ເທວະວິທະຍາ. ແລະຍ້ອນສາສະໜາຂອງເຂົາຢູ່ບົນພື້ນຖານຂອງປັດຊະຍາທີ່ແນ່ນອນ, ມັນຈິ່ງຖືກບຳລຸງຮັກສາເປັນເວລາຫຼາຍພັນປີ. ແຕ່ເຖິງຈະມີປັດຊະຍາທີ່ແຕກຕ່າງ, ສາສະໜາທັງໝົດຕ່າງກໍຖືການຮັກ ແລະ ເຫັນໃຈເປັນການປະຕິບັດທີ່ສູງສຸດ. 

ດ້ວຍຄວາມເຫັນໃຈ, ຄວາມຮູ້ສຶກອະໄພຈະມາໂດຍອັດຕະໂນມັດ, ແລ້ວຕໍ່ມາກໍຄວາມອົດທົນ ແລະ ຄວາມເພິງພໍໃຈ. ດ້ວຍສາມປັດໄຈເຫຼົ່ານີ້ກໍຈະມີຄວາມພໍໃຈ. ສິ່ງນີ້ທຸກສາສະໜາມີຄືກັນ. ສິ່ງເຫຼົ່ານີ້ຍັງສຳຄັນສຳລັບການມອບຄຸນຄ່າພື້ນຖານຂອງຄວາມເປັນມະນຸດທີ່ເຮົາໄດ້ເວົ້າກັນ. ສະນັ້ນ ໃນເລື່ອງນີ້, ສາສະໜາຂອງເຮົາທັງໝົດເປັນປະໂຫຍດໃນລັກສະນະທີ່ວ່າມັນສົ່ງເສີມອັນທີ່ເປັນພື້ນຖານຂອງຄວາມສຸກຂອງເຮົາ, ເປັນຕົ້ນແມ່ນການດຳລົງຊີວິດທີ່ມີຈັນຍາທັມ. ສະນັ້ນ, ເນື່ອງຈາກວ່າທຸກສາສະໜາມີຄຳສອນອັນດຽວກັນ, ທັງໝົດກໍມີຄວາມສາມາດທີ່ຈະຊ່ວຍມະນຸດຊາດໄດ້ເທົ່າກັນ. 

ໃນຫຼາຍເວລາ, ໃນຫຼາຍບ່ອນ, ການສອນຫຼາຍຢ່າງໄດ້ເກີດຂຶ້ນ. ນັ້ນເປັນສິ່ງຈຳເປັນ. ຫຼາຍເວລາ ແລະ ສະຖານທີ່ ແລະ ວິຖີຊີວິດເຫຼົ່ານີ້ ໄດ້ວິວັດຂຶ້ນຍ້ອນຄວາມແຕກຕ່າງທາງສະພາບແວດລ້ອມ, ແລະ ຍ້ອນສິ່ງນັ້ນ, ຄວາມຕ່າງທາງສາສະໜາຈິ່ງເກີດຂຶ້ນ. ສຳລັບແຕ່ລະໄລຍະເວລາເຫຼົ່ານັ້ນ, ແນວຄວາມຄິດສາສະໜາບາງອັນເໝາະສົມ ແລະ [ຈິ່ງໄດ້ຮັບການຍອມຮັບ]. ຍ້ອນແນວນັ້ນ, ສາສະໜາເກົ່າແກ່ພັນປີຈິ່ງມີປະເພນີຂອງຕົນເອງ. ເຮົາຕ້ອງການປະເພນີທີ່ຫຼາກຫຼາຍນີ້: ມັນສະໜອງໃຫ້ຄົນຫຼາຍປະເພດ. ສາສະໜາໃດໜຶ່ງບໍ່ສາມາດແທດເໝາະ ແລະ ສະໜອງໃຫ້ທຸກຄົນໄດ້. 

ໃນເວລາຂອງພຣະພຸດທະເຈົ້າ, ກໍມີນິກາຍທີ່ບໍ່ແມ່ນພຸດຫຼາຍອັນແລ້ວໃນອິນເດຍ. ພຣະພຸດທະເຈົ້າບໍ່ໄດ້ພະຍາຍາມປ່ຽນໃຫ້ຄົນອິນເດຍທຸກຄົນມາເປັນພຸດ. ສາສະໜາອື່ນກໍດີ. ບາງຄັ້ງ, ເຂົາກໍມີການໂຕ້ກັນ. ໂດຍສະເພາະພາຍຫຼັງພຣະພຸດທະເຈົ້າ, ພຣະອາຈານໂຕ້ກັນເປັນເວລາຫຼາຍສັດຕະວັດ. ການໂຕ້ກັນນີ້ມີປະໂຫຍດຫຼາຍ, ໂດຍສະເພາະໃນຂະແໜງຍານວິທະຍາ. ນັກປາດທ່ານໜຶ່ງຈາກນິກາຍໜຶ່ງກວດສອບວິຈານປັດຊະຍາ ແລະ ທັດສະນະຂອງອີກສາສະໜາໜຶ່ງ ແລະ ນີ້ພາໃຫ້ທຸກຄົນຄິດກ່ຽວກັບສາສະໜາ ແລະ ນິກາຍຂອງຕົນເອງ ແລະ ໂຕ້ກັນ. ສະນັ້ນ, ໂດຍທຳມະຊາດແລ້ວມັນຈະນຳມາເຊິ່ງຄວາມກ້າວໜ້າ. ໃນບາງກໍລະນີ, ບາງເທື່ອກໍມີຄວາມຮຸນແຮງໜ້ອຍໜຶ່ງໃນການໂຕ້ກັນ ແລະ ນັ້ນກໍໂຊກຮ້າຍ; ແຕ່, ໂດຍທົ່ວໄປ, ມັນເປັນການພັດທະນາທີ່ດີ. 

ສະນັ້ນ, ອິນເດຍຈິ່ງເປັນຕົວຢ່າງທີ່ດີຂອງຄວາມໃຈກວ້າງທາງສາສະໜາທີ່ແກ່ຍາວຜ່ານຫຼາຍສັດຕະວັດ ຈົນເປັນປະເພນີໃນຕົວ; ແລະ ກໍ່ຍັງສືີບຕໍ່ໃນອິນເດຍ. ນີ້ເປັນຮູບແບບທີ່ດີສຳລັບບ່ອນອື່ນໃນໂລກ. 

ໃນເວລາເກົ່າແກ່, ຄົນຖືກໂດຍດ່ຽວ, ເຊິ່ງກໍໂອເຄ. ແຕ່ດຽວນີ້ເຮົາຢູ່ໃນສະພາບການທີ່ແຕກຕ່າງ. ຕົວຢ່າງເຊັ່ນກຸງລອນດອນ - ມັນເກືອບເປັນສັງຄົມຫຼາຍສາສະໜາແລ້ວ. ສະນັ້ນ, ຄວາມໃຈກວ້າງທາງສາສະໜາຈິ່ງສຳຄັນຫຼາຍ. ສະນັ້ນ ບັນດາທ່ານທີ່ຖືສາສະໜາ: ຄວາມສາມັກຄີ ແລະ ຄວາມໃຈກວ້າງເປັນສິ່ງສຳຄັນຫຼາຍ. ເມື່ອທ່ານມີໂອກາດ, ຈົ່ງປະກອບສ່ວນໃນເລື່ອງນີ້. 

Top