ວັນນີ້ອາຕະມາຈະເວົ້າກ່ຽວກັບວິທີບັນລຸຈິດທີ່ມີສຸກໃນບໍລິບົດຂອງການນຳໃຊ້ວິທີທາງໂລກ. ອາຕະມາດີໃຈທີ່ມີໂອກາດໂອ້ລົມກັບບັນດາທ່ານທັງຫຼາຍໃນທີ່ນີ້. ສະຫາຍທີ່ຮັກແພງຂອງອາຕະມາທ່ານໜຶ່ງ, ເຊິ່ງເປັນນັກວິທະຍາສາດຄົນອາເມຣິກັນຊື່ ເດວິດ ລິວິງສະໂຕນ, ເຊິ່ງໄດ້ເສຍຊີວິດໄປແລ້ວ, ໄດ້ກ່າວໄວ້ວ່າເມື່ອຄົນທີ່ມີຈິດໃຈອົບອຸ່ນພົບພໍ້ກັນ ດວງຕາຂອງເຂົາຈະເບີກກວ້າງ ແລະ ແກ້ວຕາກໍ່ຂະຫຍາຍອອກ. ເພິ່ນໄດ້ເວົ້າວ່າຕອນທີ່ເພິ່ນໄດ້ພົບກັບອາຕະມາ, ດວງຕາຂອງເພິ່ນກໍ່ເບີກກວ້າງ ແລະ ແກ້ວຕາກໍ່ຂະຫຍາຍອອກຄືກັນ ແລະ ມັນເຄີຍເກີດຂຶ້ນພຽງແຕ່ກັບສອງຄົນເທົ່ານັ້ນ, ເມື່ອເພິ່ນໄດ້ພົບອາຕະມາ ແລະ ເມື່ອເພິ່ນແນມເບິ່ງພັນລະຍາຂອງເພິ່ນ. ແຕ່ດຽວນີ້, ທຸກແຫ່ງຫົນທີ່ອາຕະມາໄປ, ທຸກຄົນໃນທີ່ນັ້ນກໍເປັນຄືກັນ, ເຂົາສະແດງເຖິງຄວາມຮູ້ສຶກອົບອຸ່ນອັນແທ້ຈິງຕໍ່ອາຕະມາ ແລະ ອາຕະມາກໍຊາບຊຶ້ງເປັນຢ່າງຍິ່ງ, ສະນັ້ນຈິ່ງຂໍຂອບໃຈ.
“ທາງໂລກ” ໝາຍຄວາມວ່າແນວໃດ? ອາຕະມາໃຊ້ຄຳນີ້ຕາມທີ່ໃຊ້ໃນປະເພນີອິນເດຍ. ແຕ່ເພື່ອນຄົນມຸສ໌ລິມ ແລະ ຄຣິສ໌ຕຽນ ຂອງອາຕະມາບາງທ່ານຮູ້ສຶກວ່າຄຳນີ້ມີຄວາມໝາຍຕໍ່ຕ້ານກັບສາສະໜາໜ້ອຍໜຶ່ງ, ສະນັ້ນພວກເພິ່ນເລີຍບໍ່ມັກໃຫ້ອາຕະມາໃຊ້ຄຳນີ້. ແລະກໍມີບາງຄົນທີ່ຄິດວ່າ “ຈັນຍາທຳ” ຕ້ອງຢູ່ບົນພື້ນຖານສາສະໜາ, ແຕ່ລັດຖະທຳມະນູນອິນເດຍແມ່ນຢູ່ບົນພື້ນຖານ “ທາງໂລກ”, ບໍ່ໄດ້ຕໍ່ຕ້ານສາສະໜາ. ໃນອິນເດຍ, ປວງຊົນແມ່ນເຄົາຣົບສາສະໜາ. ທ່ານຄານທີ ແລະ ບັນດາທ່ານທີ່ຮ່າງລັດຖະທຳມະນູນອິນເດຍຕ່າງກໍເປັນຄົນທີ່ນັບຖືສາສະໜາ. “ທາງໂລກ” ໃນບໍລິບົດນີ້ໝາຍເຖິງການນັບຖືທຸກສາສະໜາ ໂດຍທີ່ບໍ່ຄິດວ່າສາສະໜາໜຶ່ງດີກວ່າສາສະໜາອື່ນ; ແລະ ໃນຫຼາຍພັນປີທີ່ຜ່ານມາ ຄວາມເຊື່ອນີ້ກໍຍັງໃຫ້ຄວາມນັບຖືຕໍ່ຄົນທີ່ບໍ່ນັບຖືສາສະໜາໃດເລີຍເຊັ່ນກັນ. ສະນັ້ນ ອາຕະມາຈິ່ງໃຊ້ຄຳວ່າ “ທາງໂລກ” ໃນຄວາມໝາຍນີ້. (ເບິ່ງເພີ່ມຕື່ມອີກທີ່ ຈັນຍາທຳແມ່ນຫຍັງ?)
ໃນຖານະມະນຸດຕົນໜຶ່ງ, ແລະແມ່ນແຕ່ສັດ ແລະ ແມງໄມ້, ເຮົາທັງໝົດປາຖະໜາສັນຕິ ແລະ ຄວາມສະຫງົບຕື່ມອີກ. ບໍ່ມີໃຜຢາກໄດ້ການລົບກວນ; ແລະ ທຸກຄົນມີສິດທີ່ຈະໄດ້ຮັບສຸກ ແລະ ພົ້ນຈາກການລົບກວນ, ບັນຫາ, ແລະ ຄວາມທຸກ. ບໍ່ຈຳເປັນຕ້ອງອ້າງເຫດຜົນ ຫຼື ທົດສອບກໍ່ໄດ້. ອັນນີ້ແມ່ນທາງທຳມະຊາດໂດຍແທ້; ແລະສິ່ງມີຊີວິດທັງໝົດ, ບໍ່ວ່າຈະເປັນນົກ, ສັດ, ມະນຸດ, ເຮົາທັງໝົດພະຍາຍາມຈະໄປເຖິງເປົ້າໝາຍນັ້ນ. ສິ່ງທີ່ສຳຄັນແມ່ນວິທີການທີ່ຈະບັນລຸເປົ້າໝາຍນັ້ນ, ຕ້ອງຢູ່ບົນຄວາມເປັນຈິງ, ເພາະການນຳໃຊ້ທາງທີ່ບໍ່ເປັນຈິງຈະພາໃຫ້ເຮົາລົ້ມເຫຼວຕໍ່ເປົ້າໝາຍນັ້ນ. ຕົວຢ່າງເຊັ່ນ ບາງຄັ້ງເຮົາເຫັນສັດຕື່ນຕົກໃຈແລ່ນໄປໃນທາງທີ່ຜິດ; ມັນແລ່ນໄປໃນທາງທີ່ເປັນອັນຕະລາຍແທນທີ່ຈະແລ່ນໜີອັນຕະລາຍ. ແຕ່ເຮົາເປັນມະນຸດ ແລະ ເຮົາກໍມີສະຕິປັນຍາອັນມະຫັດສະຈັນ, ສະນັ້ນ ເຮົາກໍມີຄວາມສາມາດທີ່ຈະໄປຕາມວິທີທີ່ເປັນຈິງໂດຍໃຊ້ເຫດຜົນ ແລະ ສະຕິປັນຍາ, ເພື່ອທີ່ວ່າເຮົາຈະປະສົບຜົນສຳເລັດຫຼາຍກວ່າ. ເຮົາມີຄວາມເຂົ້າໃຈໄລຍະຍາວ, ສະນັ້ນ ບາງຄັ້ງເຮົາກໍຍອມເສຍສະຫຼະຜົນປະໂຫຍດໄລຍະສັ້ນ ເພື່ອຄວາມສຳເລັດໄລຍະຍາວ. ສິ່ງນີ້ເປັນຕົວຊີ້ບອກສະຕິປັນຍາຂອງເຮົາທີ່ເໜືອກວ່າສັດອື່ນໆ. ແລະ ຍ້ອນສະຕິປັນຍາອັນນີ້, ມະນຸດເຮົາຈິ່ງພະຍາຍາມບັນລຸຜົນປະໂຫຍດໄລຍະຍາວ.
ດັ່ງນັ້ນ, ຄຳຖາມຈິ່ງແມ່ນປະສົບການລະດັບໃດຈິ່ງຈະນຳເອົາຜົນປະໂຫຍດສູງສຸດມາໃຫ້ເຮົາ. ປະສົບການໃນລະດັບຄວາມຮູ້ສຶກປະສາດສຳຜັດ, ຫຼື ອິນຊີທັງຫ້າ, ຫຼື ທີ່ເອີ້ນວ່າກາມະໂລກ, ນັ້ນຈະຄົງຢູ່ບໍ່ດົນ. ຕົວຢ່າງເຊັ່ນເມື່ອທ່ານເບິ່ງພາບ ຫຼື ການແຂ່ງຂັນກິລາ, ຫຼື ເມື່ອນັກທ່ອງທ່ຽວໄປເບິ່ງສະຖານທີ່ ແລະ ທິວທັດ, ວັດທະນະທຳ ແລະ ຊົນເຜົ່າຕ່າງໆ ກໍດີ, ຈາກສິ່ງນີ້ທ່ານຈະຮູ້ສຶກຍິນດີ, ຄື ໂດຍຜ່ານດວງຕາຂອງທ່ານ. ຄົນຂັບລົດຂອງອາຕະມາໃນເມືອງເດັນລີ, ຕົວຢ່າງ, ເປັນຊາຍຄົນອິນເດຍ, ແລະ ມັກກິລາຄຣິກເກັດ. ເມື່ອອາຕະມາຖາມລາວວ່າ ມື້ຄືນນີ້ໄດ້ນອນຈັກຊົ່ວໂມງຫຼັງຈາກທີ່ເບິ່ງການແຂ່ງກິລາຄຣິກເກັດ, ລາວວ່າ 4 ຊົ່ວໂມງ. ອາຕະມາຈິ່ງຕິຕຽນລາວວ່າການນອນໃຫ້ພໍຈະດີກວ່າການເບິ່ງກິລາ. ມັນດີຕໍ່ຈິດໃຈ. ແລ້ວຍັງມີດົນຕີ ແລະ ກິ່ນຫອມ ແລະ ອາຫານ ແລະ ຄວາມຮູ້ສຶກຊື່ນຊົມທາງກາຍອື່ນໆ ອີກ. ຄວາມຊື່ນຊົມໃນລະດັບກາມະໂລກເຫຼົ່ານີ້ຄົງຢູ່ບໍ່ດົນ. ເມື່ອມັນໝົດໄປ, ສິ່ງທີ່ເຫຼືອຢູ່ກໍມີແຕ່ຄວາມຊົງຈຳຂອງເຮົາເທົ່ານັ້ນ.
ອີກດ້ານໜຶ່ງ, ປະສົບການບາງອັນແມ່ນຢູ່ໃນລະດັບທາງໃຈ ແລະ ກໍບໍ່ຂຶ້ນກັບປະສົບການທາງກາມະໂລກ ແລະ ຄວາມສຸກທີ່ໄດ້ຈາກສິ່ງເຫຼົ່ານັ້ນກໍຈະຄົງຢູ່ດົນກວ່າ. ສະນັ້ນ ສິ່ງສຳຄັນແມ່ນການເຂົ້າໃຈວ່າມີ 2 ລະດັບຂອງປະສົບການຄວາມສຸກ ແລະ ຄວາມທຸກ. ອັນໜຶ່ງ, ໃນລະດັບກາມະໂລກ, ຈະຄົງຢູ່ບໍ່ດົນ ແລະ ອີກອັນໜຶ່ງ, ໃນລະດັບທາງໃຈ, ຈະຄົງຢູ່ດົນກວ່າ.
ໃນຍຸກສະໄໝໃໝ່, ຄົນເຮົາພົວພັນກັບສິ່ງທີ່ຢູ່ໃນລະດັບກາມະໂລກຫຼາຍໂພດ ເພາະເຂົາຖືວ່າເປັນສິ່ງທີ່ສຳຄັນທີ່ສຸດ, ສະນັ້ນ ເຂົາຈິ່ງຊອກແຫຼ່ງວັດຖຸພາຍນອກເພື່ອຫາຄວາມສຸກ ແລະ ລະເລີຍລະດັບພາຍໃນເລິກໆ. ເທື່ອໜຶ່ງ, ຫຼາຍປີມາແລ້ວ, ອາຕະມາໄປນະຄອນຫຼວງເບີລິນ ປະເທດເຢຍລະມັນ, ແລະໂຮງແຮມທີ່ອາຕະມາພັກແມ່ນຢູ່ກົງກັນຂ້າມກັບບ່ອນທ່ຽວກາງຄືນ. ປະມານ 7:30 ຫຼື 8 ໂມງກາງຄືນ, ອາຕະມາກໍເຂົ້ານອນແລ້ວ, ແຕ່ອາຕະມາເຫັນໄຟແສງສີຢູ່ທາງນອກຮຸ່ງຢູ່, ສີແດງ, ສີຟ້າ, ກະພິບກະພາບ ແລະ ສຽງດັງຄຶກຄື້ນ. ອາຕະມາເຂົ້ານອນ ແລະ ອາຕະມາຕື່ນຂຶ້ນຕອນທ່ຽງຄືນ ແລະ ແສງສີສຽງກໍຍັງຢູ່ ແລະ ເມື່ອອາຕະມາລຸກຂຶ້ນຕອນປະມານ 4 ໂມງເຊົ້າ ກໍຍັງບໍ່ເຊົາ. ພະລັງງານທັງໝົດຂອງຄົນທີ່ມາບ່ອນນັ້ນຄືຊິຖືກດູດຊັບເຂົ້າໄປໃນລະດັບກາມະໂລກນັ້ນ. ອາຕະມາຄິດວ່າມື້ຕໍ່ມາທຸກຄົນຄືຊິໝົດແຮງແທ້ໆ.
ຫວ່າງມໍ່ໆ ມານີ້ ອາຕະມາໄດ້ພົບຄອບຄົວອິນເດຍທີ່ມີລູກ ແລະ ພໍ່ແມ່ກໍມານຳກັນ, ແລະ ເຮົາກໍໂອ້ລົມກັນທົ່ວໄປ. ອາຕະມາໄດ້ເວົ້າວ່າໃນຊ່ວງສອງ-ສາມປີມານີ້ ອາຕະມາບໍ່ໄດ້ເບິ່ງໂທລະທັດແລ້ວ; ອາຕະມາມີແຕ່ຟັງຂ່າວຈາກວິທະຍຸກະຈາຍສຽງບີບີຊີ. ສະມາຊິກໜຸ່ມຂອງຄອບຄົວອິນເດຍນັ້ນໄດ້ເວົ້າກັບອາຕະມາວ່າ, “ສາທຸຄືຊິເບື່ອເນາະທີ່ບໍ່ໄດ້ເບິ່ງ ໂທລະທັດ!” ນັ້ນໝາຍຄວາມວ່າເຂົາຄືຊິເບິ່ງຫຼາຍ. ໂດຍສະເພາະໃນອາເມຣິກາ ແລະ ຢູໂຣບ, ເດັກນ້ອຍເບິ່ງໂທລະທັດຫຼາຍໂພດ. ອັນນີ້ບໍ່ຊ່ວຍຫຍັງປານໃດເພາະມັນປ່ຽນຄວາມສາມາດໃນການວິເຄາະດ້ວຍສະຕິປັນຍາອັນແຫຼມຄົມຂອງເຂົາ. ສະນັ້ນ ມັນຈິ່ງເປັນການສົມຄວນກວ່າທີ່ຈະເບິ່ງແຍງລະດັບຈິດໃຈ, ບໍ່ພຽງແຕ່ລະດັບກາມະໂລກເພື່ອເປັນຫົນທາງສູ່ການພົບສຸກ.
ອີກຈຸດໜຶ່ງແມ່ນສິ່ງລົບກວນອາລົມອັນແທ້ຈິງນັ້ນ ສ່ວນໃຫຍ່ມາຈາກລະດັບຈິດໃຈ; ສະນັ້ນ, ສຳລັບຊີວິດທີ່ມີສຸກ ເຮົາຕ້ອງມີໃຈທີ່ສະຫງົບ. ເນື່ອງຈາກວ່າ ແຫຼ່ງຂອງສິ່ງລົບກວນຈະມາຈາກລະດັບທາງໃຈ, ເຮົາຕ້ອງຈັດການກັບລະດັບທາງໃຈຈິ່ງຈະບັນລຸໄດ້. ສະນັ້ນ, ກ່ອນອື່ນໝົດ, ເຮົາຕ້ອງເອົາໃຈໃສ່ກັບໂລກພາຍໃນ, ຄ່ານິຍົມພາຍໃນຂອງເຮົາ. ໃນພື້ນທີ່ນ້ອຍໆ ຂອງສະໝອງ, ເຮົາສາມາດຄົ້ນພົບພື້ນທີ່ກວ້າງໆ ພາຍໃນໃຈ, ແຕ່ເຮົາກໍ່ຮູ້ກ່ຽວກັບພື້ນທີ່ພາຍໃນນີ້ໜ້ອຍຫຼາຍ. ສະນັ້ນ, ເຮົາຕ້ອງສຳຫຼວດເບິ່ງອາລົມ. ເມື່ອອາລົມຮຸນແຮງເກີດຂຶ້ນ, ເຮົາຕ້ອງສຳຫຼວດເບິ່ງອາລົມນັ້ນດ້ວຍໃຈ, ແລ້ວເຮົາຈະຄ່ອຍພົບວ່າອາລົມຈະອ່ອນລົງ. ເຮົາມີຄວາມສາມາດທີ່ຈະຈັບຕາເບິ່ງເວລາທີ່ໃຈຖືກຄອບງຳດ້ວຍຄວາມໂມໂຫເມື່ອເຮົາສຳຫຼວດເບິ່ງ, ຄວາມແຮງຈະຫຼຸດລົງ. ເປັນສິ່ງໜ້າສົນໃຈທີ່ຈະເບິ່ງເລິກໆ ລົງໄປໃນໃຈ.
ປະຈຸບັນເຮົາຢູ່ໃນສັດຕະວັດທີ 21. ສັດຕະວັດທີ 20 ເບິ່ງຄືເປັນສັດຕະວັດທີ່ສຳຄັນທີ່ສຸດສຳລັບປະຫວັດສາດມວນມະນຸດ, ຍ້ອນມີການພັດທະນາຫຼາຍອັນໃນຂະແໜງວິທະຍາສາດ ແລະ ເຕັກນິກ. ສະນັ້ນ ຄວາມຮູ້ຂອງເຮົາກໍ່ເພີ່ມຂຶ້ນ, ມາດຖານຊີວິດດີຂຶ້ນ. ແຕ່, ໃນເວລາດຽວກັນກໍເປັນສັດຕະວັດທີ່ນອງເລືອດ. ພໍ່ແມ່ ແລະ ປູ່ຍ່າຕາຍາຍຂອງທ່ານໄດ້ປະສົບກັບສິ່ງລົບກວນ ແລະ ຄວາມທຸກອັນໃຫຍ່ຫຼວງ. ກວ່າສອງຮ້ອຍລ້ານຄົນຖືກຂ້າ, ລວມເຖິງຈຳນວນທີ່ຖືກຕາຍຍ້ອນອາວຸດນິວເຄຼຍ. ຖ້າຄວາມຮຸນແຮງອັນໜັກໜ່ວງນັ້ນນຳມາເຊິ່ງລະບອບໃໝ່, ບາງເທື່ອເຮົາອາດຫາຂໍ້ອ້າງໃຫ້ໄດ້, ແຕ່ມັນພັດບໍ່ເປັນແນວນັ້ນ. ແມ່ນແຕ່ປະຈຸບັນໃນຕົ້ນສັດຕະວັດທີ 21 ກໍຍັງມີຫຼາຍບັນຫາໃນອີຣັກ ແລະ ອາຟ໌ການິສ໌ຖານ, ມີຫຼາຍການກໍ່ການຮ້າຍ; ນີ້ແມ່ນສິ່ງທີ່ສະແດງເຖິງຄວາມຜິດພາດ ແລະ ຄວາມປະມາດໃນອາດີດ. ມີການເນັ້ນໜັກໃສ່ແຕ່ສິ່ງພາຍນອກຫຼາຍໂພດ. ຕອນນີ້, ເຮົາຕ້ອງຄິດກ່ຽວກັບຄ່ານິຍົມພາຍໃນໃຫ້ຫຼາຍ, ບໍ່ພຽງແຕ່ສະພາບການພາຍນອກ.
ຊ່ອງຫວ່າງລະຫວ່າງຄົນຮັ່ງ ແລະ ຄົນທຸກກໍ່ຍັງເປັນບັນຫາໃຫຍ່, ເຖິງວ່າຄວາມກ້າວໜ້າທາງວັດຖຸໂດຍທົ່ວໄປຈະດີຢູ່. ໃນປະເທດອໍສ໌ເຕຣຍນີ້, ລະດັບຄວາມສະເໝີພາບແມ່ນອ່າວດີ, ແຕ່ປີກາຍນີ້ທີ່ອາຕະມາໄປຢາມປະເທດເມັກຊີໂກ, ອາເຈັນຕີນາ, ແລະ ບຣາຊີລ໌, ແລະ ອາຕະມາໄດ້ຖາມກ່ຽວກັບຊ່ອງຫວ່າງລະຫວ່າງຄົນຮັ່ງ ແລະ ຄົນທຸກ, ມັນໃຫຍ່-ນ້ອຍປານໃດ, ແລະ ເພິ່ນກໍວ່າມັນໃຫຍ່. ໃນປະເທດອໍສ໌ເຕຣຍນີ້ບາງເທື່ອອາດນ້ອຍ.
ແລະ ອາຕະມາກໍໄດ້ຖາມວ່າ “ລະດັບການສໍ້ລາດບັງຫຼວງເດ ໃຫຍ່ ຫຼື ນ້ອຍ?” ໃນປະເທດປະຊາທິປະໄຕທີ່ມີອິສະຫຼະດ້ານການປາກເວົ້າ ແລະ ສື່ສານ, ກໍຍັງອາດມີການສໍ້ລາດບັງຫຼວງຫຼາຍ, ຍ້ອນການຂາດວິໄນ, ຂາດຫຼັກສິນທັມ. ປະເທດອິນເດຍ, ຕົວຢ່າງ, ເປັນປະເທດທີ່ຖືສາສະໜາຫຼາຍ, ແຕ່ກໍຍັງມີການສໍ້ລາດບັງຫຼວງຫຼາຍເຊັ່ນກັນ. ຢູ່ໃນເຮືອນ, ຄົນອິນເດຍຫຼາຍຄົນມີຮູບປັ້ນເທວະດາ ແລະ ນາງເທວາຫຼາຍອົງ, ເຂົາໄຕ້ທູບ ແລະ ບູຊາດ້ວຍດອກໄມ້ ແລະ ພາວະນາ, ແຕ່ບາງເທື່ອອາຕະມາກໍເວົ້າຢອກວ່າເພິ່ນຄືຊິພາວະນາວ່າ “ຂໍໃຫ້ການສໍ້ລາດບັງຫຼວງຂອງເຮົາສຳເລັດຜົນດ້ວຍເທີ້ນ” ເນາະ. ສະນັ້ນ, ສິ່ງນີ້ຈິ່ງເປັນເລື່ອງເສົ້າຫຼາຍ. ເຂົາຖືສາສະໜາແຕ່ຫຼາຍຄົນກໍຍັງເຮັດບໍ່ສຸຈະລິດ. ເຂົາເບິ່ງຄືເປັນຄົນນັບຖື ຄຳສອນ, ແຕ່ບໍ່ໄດ້ນັບຖືຈົນເຖິງຂັ້ນນຳເອົາຫຼັກການທາງສາສະໜາໄປໃຊ້ ຫຼື ເກງກົວເທວະດາພຣະເຈົ້າ.
ຫຼາຍປີກ່ອນ, ອາຕະມາໄດ້ສົນທະນາກັບນັກປາດຜູ້ໜຶ່ງກ່ຽວກັບບໍລິສັດນານາຊາດ ແລະ ກ່ຽວກັບວ່າກຳໄລຂອງເຂົາເຈົ້າບໍ່ໂປ່ງໃສ. ເຮົາແລກປ່ຽນກ່ຽວກັບສິ່ງເຫຼົ່ານີ້ ແລະ ອາຕະມາເວົ້າວ່າ “ຄົນເຫຼົ່ານີ້ທີ່ບໍລິຫານບໍລິສັດເຫຼົ່ານີ້ ເບິ່ງຄືເກງກົວເທວະດາພຣະເຈົ້າ, ສະນັ້ນ ເຂົາກໍຄວນມີວິໄນແດ່” ແລະ ລາວກໍວ່າ “ນັ້ນເປັນແນວຄິດຂອງສັດຕະວັດທີ 18.” ສະນັ້ນ, ເຖິງວ່າຄົນເຫຼົ່ານີ້ອາດພາວະນາຕໍ່ເທວະດາພຣະເຈົ້າ, ເຂົາເຈົ້າກໍບໍ່ໄດ້ຈິງຈັງປານໃດ. ຖ້າເຂົາຈິງຈັງ, ເຂົາຄວນປະຕິບັດຕາມຄຳແນະນຳຂອງພຣະເຈົ້າ ຄືເປັນຄົນສື່ສັດ, ເປັນຫ່ວງເປັນໄຍ, ແລະ ມີຈັນຍາທັມ. ສະນັ້ນ ເຮົາຕ້ອງເປັນຫ່ວງເປັນໄຍຄົນອື່ນ ແລະ ເປັນຫ່ວງເປັນໄຍສິ່ງແວດລ້ອມ. ດັ່ງນັ້ນ, ເຮົາຕ້ອງເນັ້ນໃສ່ຈັນຍາທັມສີນທັມຕື່ມອີກ, ແລະ ນັ້ນໝາຍເຖິງການເນັ້ນໃສ່ວິໄນ, ບໍ່ແມ່ນຈາກຄວາມຮູ້ສຶກຕໍ່ໜ້າທີ່ ຫຼື ຄວາມຢ້ານກົວ, ແຕ່ມາຈາກຕົນເອງ, ບົນພື້ນຖານຄວາມເຂົ້າໃຈທີ່ວ່າ “ຖ້າເຮົາເຮັດແນວນີ້, ມັນຈະຂັດກັບຫຼັກຈັນຍາທັມ.”
ເຮົາຕ້ອງພະຍາຍາມເຊີດຊູຈັນຍາທັມສີນທຳໃຫ້ຫຼາຍ, ບໍ່ຊັ້ນດ້ວຍປະຊາກອນທີ່ເພີ່ມຂຶ້ນ ແລະ ຊັບພະຍາກອນທີ່ຫຼຸດໜ້ອຍລົງ, ກໍຈະມີແຕ່ບັນຫາຫຼາຍຂຶ້ນຊັກໄຊ້. ສະນັ້ນ ເຮົາຕ້ອງເຮັດໃຫ້ສັດຕະວັດທີ 21 ນີ້ ເປັນສັດຕະວັດທີ່ເຮົາພະຍາຍາມເຮັດໃຫ້ເປັນສັດຕະວັດແຫ່ງຄວາມເຫັນໃຈ. ນັ້ນແມ່ນຫຼັກການພື້ນຖານຂອງຈັນຍາທັມສີນທັມ, ຈັນຍາທັມທາງໂລກ.
ຈັນຍາທັມສີນທັມຈະກ່ຽວພັນກັບຈິດໃຈອັນອົບອຸ່ນ, ໝາຍຄວາມວ່າມີຄວາມຫ່ວງໄຍຕໍ່ເພື່ອນມະນຸດຄົນອື່ນ. ເຂົາກໍຢາກມີຄວາມສຸກ; ເຂົາບໍ່ຢາກມີຄວາມທຸກ ແລະ ເຮົາຕ່າງກໍ ກ່ຽວພັນກັນ. ຄວາມສຸກຂອງເຂົາກໍເປັນແຫຼ່ງຄວາມສຸກຂອງເຮົາ. ເມື່ອເຮົາເຂົ້າໃຈແນວນີ້ ແລະ ເຄົາລົບເຂົາກໍຈະບໍ່ມີພື້ນທີ່ສຳລັບການຕົວະ, ການຫຼອກລວງ, ການຂົ່ມເຫງ, ຫຼື ການເອົາປຽບ. ຍ້ອນແນວນີ້ຈິດໃຈທີ່ອົບອຸ່ນຈິ່ງເປັນແຫຼ່ງຂອງຄວາມສຸກ; ແລະ ມາຈາກປັດໄຈທາງຊີວະຕັ້ງແຕ່ຈາກແມ່: ເຮົາມີຊີວິດມາໄດ້ຍ້ອນຄວາມຮັກຂອງແມ່, ຍ້ອນນ້ຳນົມຂອງເພິ່ນ. ປະສົບການອັນນີ້ຖືກຊຶມຊັບເຂົ້າໃນເລືອດເນື້ອເຊື້ອໄຂຂອງເຮົາ. ຄຳຖາມຄື: ເດັກຈະຫ່ວງກ່ຽວກັບຄວາມຮັກຈາກຄົນອື່ນຫຼາຍກວ່າເງິນຄຳ ແລະ ສິ່ງຂອງທາງວັດທະນະທຳຈາກຄົນອື່ນ, ແຕ່ເມື່ອໃຫຍ່ຂຶ້ນ, ຖ້າເຂົາບໍ່ສະຫຼາດຂຶ້ນ, ຄຸນນະທຳຂອງເຂົາຈະຫຼຸດລົງ. ຍ້ອນຫຍັງ, ຍ້ອນເຂົາກາຍເປັນຄົນທີ່ເອົາຕົນເອງເປັນສູນກາງ. ຖ້າເຂົາຊ່ວຍຄົນອື່ນແມ່ນແຕ່ໜ້ອຍດຽວ, ມັນກໍພຽງແຕ່ຍ້ອນເຂົາສົນໃຈວ່າ “ເຮົາຈະໄດ້ຫຍັງກັບຄືນ?” ສະນັ້ນ ການເອົາຕົນເອງເປັນສູນກາງຈະສົ່ງເສີມການຄິດແບບເອົາ “ເຮົາ” ເປັນໃຫຍ່, ນັ້ນແມ່ນແຫຼ່ງຂອງບັນຫາໃຫຍ່ໆ. ເຮົາຕ້ອງຄິດວ່າຊຸມຊົນມວນມະນຸດທັງໝົດເປັນ “ເຮົາ” ໂດຍການຄິດເຖິງຕົວເຮົາເອງວ່າເປັນສ່ວນໜຶ່ງຂອງສະຫະພາບຢູໂຣບ, ຫຼື ສ່ວນໜຶ່ງຂອງທັງໂລກ. ເຮົາຕ້ອງຄິດໃນແງ່ວ່າຄົນເຈັດຕື້ຄົນໃນໂລກນີ້ເປັນ “ເຮົາ” ແລະ ຕົນເອງກໍເປັນສ່ວນໜຶ່ງຂອງ “ເຮົາ”; ບໍ່ແມ່ນຄິດແຕ່ໃນແງ່ “ເຮົາ” ໂຕນ້ອຍໆ ນີ້ຜູ້ດຽວ. ສະນັ້ນ, ເຮົາຕ້ອງເຄົາລົບທຸກຄົນ, ທັງຄົນຮັ່ງ ແລະ ຄົນທຸກ. ທຸກຄົນຄວນມີສິດສະເໝີພາບ, ທັງໃນດ້ານເສຖະກິດ ແລະ ດ້ານອື່ນທັງໝົດ. ຄວາມນັບຖືນີ້ຈະເກີດໄດ້ເມື່ອເຮົາພັດທະນາຄວາມຫ່ວງໄຍຕໍ່ສະຫວັດດີພາບຂອງຄົນອື່ນ.
ອັນນີ້ບໍ່ຈຳເປັນວ່າຈະແມ່ນສ່ວນໜຶ່ງຂອງສາສະໜາ; ສາສະໜາເປັນເລື່ອງສ່ວນຕົວ; ສິ່ງເຫຼົ່ານີ້ກ່ຽວພັນກັບມະນຸດຊາດທັງໝົດ. ຖ້າເຮົາເຄົາລົບຄົນອື່ນທຸກຄົນ ກໍຈະບໍ່ມີການເອົາປຽບ. ນອກນັ້ນ, ຈິດໃຈທີ່ອົບອຸ່ນກໍຍັງເປັນຕົວຊ່ວຍທີ່ດີຕໍ່ສຸຂະພາບຮ່າງກາຍ. ນັກວິທະຍາສາດບາງທ່ານກ່າວວ່າອັນຕະລາຍ ແລະ ຄວາມຢ້ານກົວທີ່ມີມາຢູ່ສະເໝີຈະພາໃຫ້ລະບົບພູມຕ້ານທານຂອງເຮົາອ່ອນເພຍ, ສະນັ້ນ ເມື່ອເຮົາເອົາຕົນເອງເປັນສູນກາງເຮົາຈະປະສົບກັບຄວາມຢ້ານກົວໃນຕົວ ແລະ ຕໍ່ກັບຄົນອື່ນເຮົາກໍຈະລະແວງຫຼາຍ. ສິ່ງນີ້ຈະນຳໄປສູ່ຄວາມຮູ້ສຶກໂດດດ່ຽວ ແລະ ຢ້ານກົວ, ເຊິ່ງຈະນຳໄປສູ່ຄວາມອຸກອັ່ງ, ແລະ ສຸດທ້າຍກໍຈະນຳໄປສູ່ຄວາມໂມໂຫ. ແຕ່ເມື່ອເຮົາເປີດໃຈ ແລະ ເຮົາມີຄວາມຮູ້ສຶກຫ່ວງໄຍຕໍ່ຄົນອື່ນ, ເຮົາກໍຈະພັດທະນາຄວາມໝັ້ນໃຈໃນຕົນເອງ, ແລ້ວເຮົາຈະສາມາດທຳຕົວເປີດເຜີຍ ແລະ ໂປ່ງໃສ. ບໍ່ວ່າເຮົາຈະພົບໃຜ, ເຫັນໃຜ, ທຸກຄົນທີ່ຢູ່ອ້ອມຂ້າງເຮົາ ເຮົາຈະນັບຖືທຸກຄົນຄືອ້າຍ ແລະ ເອື້ອຍຂອງເຮົາ; ແລະ ຖ້າເຮົາມີໃຈອົບອຸ່ນ ແລະ ມີຄວາມຮູ້ສຶກເປັນຫ່ວງຕໍ່ຄົນອື່ນ, ຄົນສ່ວນຫຼາຍກໍຈະຕອບສະໜອງໃນທາງບວກ. ແຕ່ກໍບໍ່ສະເໝີໄປ. ທຸກຄັ້ງທີ່ອາຕະມານັ່ງລົດໄປອາຕະມາຈະມັກເບິ່ງຄົນຕາມທາງສະເໝີ ແລະ ຍິ້ມໃຫ້ເຂົາ. ຄັ້ງໜຶ່ງໃນປະເທດເຢຍລະມັນ ເມື່ອອາຕະມາຍິ້ມໃຫ້ຍິງຄົນໜຶ່ງຢູ່ທາງຍ່າງ ນາງເກີດມີຄວາມສົງໄສ, ສະນັ້ນ ແທນທີ່ວ່າການຍິ້ມຂອງອາຕະມາຈະພາໃຫ້ນາງຮູ້ສຶກດີໃຈ, ມັນພັດເຮັດໃຫ້ນາງຮູ້ສຶກຢ້ານຊ້ຳ, ອາຕະມາກໍເລີຍອວ່າຍໜ້າໜີ. ແຕ່ປົກກະຕິບໍ່ເປັນແນວນີ້.
ຈິດໃຈທີ່ອົບອຸ່ນເປັນສິ່ງທີ່ເຮົາຮຽນຈາກແມ່ຂອງເຮົາ, ສະນັ້ນ ຈິ່ງເປັນສິ່ງທີ່ເຮົາຕ້ອງຖືໄປນຳຕະຫຼອດຊີວິດ. ທີ່ກອງປະຊຸມວິທະຍາສາດເຮົາມີຄຳຂວັນໜຶ່ງວ່າ: “ຈິດໃຈເຂັ້ມແຂງ, ຮ່າງກາຍແຂງແຮງ.” ເພື່ອໃຫ້ໄດ້ແນວນັ້ນເຮົາຕ້ອງຮູ້ຄວາມເປັນຈິງ, ເຮົາຕ້ອງມີຈິດທີ່ສະຫງົບ; ຖ້າເຮົາຖືກລົບກວນ, ເຮົາຈະມີອະຄະຕິ ແລະ ບໍ່ສາມາດເຫັນຄວາມເປັນຈິງ ແລະ ກໍຈະນຳມາເຊິ່ງຫຼາຍບັນຫາ. ສະນັ້ນ ຈິດໃຈທີ່ອົບອຸ່ນຈິ່ງຊ່ວຍໃນການສ້າງຈິດທີ່ສະຫງົບ.
ຖ້າເຮົາບໍ່ມີຈິດທີ່ສະຫງົບ, ກໍ່ຈະພາໃຫ້ເກີດບັນຫາໃນການສຶກສາຂອງເຮົາ. ຖ້າຈິດບໍ່ສະຫງົບສຸກ, ກໍຈະເປັນການຍາກທີ່ຈະຮຽນ; ສະນັ້ນ ຈິດທີ່ສະຫງົບຈະຊ່ວຍໃນການເຮັດວຽກທຸກອັນ ແລະ ທຸກວິຊາຊີບ, ລວມເຖິງການເມືອງ. ເວົ້າສັ້ນໆ ແມ່ນຄວາມສະຫງົບຂອງຈິດຈະນຳໄປສູ່ຄວາມໝັ້ນໃຈໃນຕົນເອງ ແລະ ດ້ວຍຄວາມໝັ້ນໃຈໃນຕົນເອງ ເຮົາຈະສາມາດເຫັນຄວາມເປັນຈິງຈະແຈ້ງຂຶ້ນ ແລະ ບົນພື້ນຖານອັນນັ້ນເຮົາກໍ່ຈະສ້າງຈິດໃຈໃຫ້ອົບອຸ່ນຍິ່ງໆ ຂຶ້ນໄປອີກ.
ເຫຼົ່ານີ້ແມ່ນຫຼັກພື້ນຖານຂອງຈັນຍາທັມທາງໂລກ ແລະ ກຸນແຈສູ່ສີລະປະຂອງຄວາມສຸກ. ສຳລັບອາຕະມາ, ອາຕະມາເຫັນວ່າສິ່ງນີ້ມີປະໂຫຍດຫຼາຍ. ຖ້າທ່ານຮູ້ສຶກວ່າເຂົ້າໃຈໄດ້ສ່ວນໜຶ່ງ, ກໍຂໍໃຫ້ນຳໄປໃຊ້ເບິ່ງ. ຖ້າຟັງບໍ່ຂຶ້ນປານໃດ, ກໍລືມມັນໄປສາ. ຂໍຂອບໃຈ.