ຄວາມສຸກແມ່ນຫຍັງ?

ຄວາມສຸກແມ່ນຄວາມຮູ້ສຶກຂອງການເປັນຢູ່ທີ່ດີໄລຍະຍາວ, ຄວາມສະຫງົບໃນຈິດໃຈ ແລະ ຄວາມເພິງພໍໃຈກັບຊີວິດຂອງຕົນ - ເປັນສິ່ງທີ່ເຮົາທຸກຄົນສະແຫວງຫາ, ຕະຫຼອດເວລາ. ເມື່ອເຮົາໄດ້ລິ້ມລອງລົດຊາດຂອງມັນໜ້ອຍໜຶ່ງແລ້ວ, ເຮົາຈະຢາກໄດ້ມັນສະເໝີ ແລະ ຕະຫຼອດໄປ. 

ຄົນມັກຫຼົງຄວາມສຳລານ ກັບຄວາມສຸກ. ໂດຍທົ່ວໄປ ເຮົາຄິດວ່າຖ້າເຮົາກິນອາຫານດີໆ, ນຸ່ງເຄື່ອງລາຄາແພງ ແລະ ມ່ວນຢູ່ຕະຫຼອດ, ເຮົາຈະເປັນສຸກ. ແຕ່ມັນຄືບໍ່ໄດ້ຜົນວາດໃດວາດໜຶ່ງ. ເຮົາຍັງມັກຄິດອີກວ່າ ຖ້າເຮົາສະໜອງທຸກຢ່າງທີ່ເຮົາຕ້ອງການ ແລະ ປາຖະໜາແລ້ວ, ເຮົາກໍຈະເປັນສຸກ. ແຕ່ໃນຄວາມເປັນຈິງ, ການຫ່ວງແຕ່ຕົນເອງຈະນຳໄປສູ່ຄວາມໂດດດ່ຽວ ແລະ ຊຶມເສົ້າ. 

ບາງເທື່ອມັນກໍອຶດອັດທີ່ຈະຢູ່ກັບຄວາມຄິດ ແລະ ອາລົມຂອງຕົນຜູ້ດຽວ, ສະນັ້ນ ເຮົາຈິ່ງຫາສິ່ງລໍ່ໃຈຈາກດົນຕຣີ, ເກມຄອມພິວເຕີ, ອາຫານ, ເພດສຳພັນ ແລະ ວຽກງານ. ແຕ່ສິ່ງນີ້ບໍ່ໄດ້ເຊື່ອມເຮົາເຖິງຄົນອື່ນ, ແລະ ມັນກໍບໍ່ໄດ້ໃຫ້ຄວາມຮູ້ສຶກເປັນສຸກຢ່າງແທ້ຈິງ. 

ການຢາກຮູ້ສຶກເປັນສຸກ ແລະ ເຊື່ອມເຖິງຄົນອື່ນ, ເຮົາມັກຫັນຫາສື່ສັງຄົມອອນລາຍນ໌. ເຮົາອາດໄດ້ແຮງຈາກຄວາມສຳລານສັ້ນໆ ຈາກການ “ໄລກ໌” ຮູບແຊລ໌ຟີຂອງເຮົາ ຫຼື ຈາກຂໍ້ຄວາມຈາກໝູ່, ແຕ່ມັນພຽງແຕ່ນຳເຮົາໄປສູ່ການຢາກໄດ້ອີກ. ເຮົາກວດເບິ່ງໂທລະສັບຂອງເຮົາຢູ່ຕະຫຼອດ, ກະວົນກະວາຍລໍຖ້າ “ຢາເສບຕິດ” ອັນຕໍ່ໄປຂອງຕົນ, ແຕ່ບໍ່ວ່າຈະໄດ້ຮັບ “ໄລກ໌” ແລະ ຂໍ້ຄວາມຫຼາຍປານໃດ, ເຮົາກໍຍັງຮູ້ສຶກເຊື່ອມເຖິງຄົນອື່ນໜ້ອຍລົງວາດໃດວາດໜຶ່ງ. 

ພຣະພຸດທະເຈົ້າໄດ້ເວົ້າວ່າ ແຫຼ່ງຄວາມສຸກອັນແທ້ຈິງທີ່ຍິ່ງໃຫຍ່ແມ່ນການທະນຸຖະໜອມຄົນອື່ນ: ເມື່ອເຮົາດູແລຄວາມເປັນຢູ່ທີ່ດີ ແລະ ຄວາມສຸກຂອງຄົນອື່ນດ້ວຍຄວາມຈິງໃຈ, ໃຈຂອງເຮົາຈະອົບອຸ່ນ, ເປີດກວ້າງ ແລະ ເຊື່ອມເຖິງຄົນອື່ນ, ແລະ ເຮົາເອງຈະຮູ້ສຶກເຖິງຄວາມເປັນຢູ່ທີ່ດີຢ່າງແທ້ຈິງ. ເຮົາຍັງຈະຮູ້ສຶກດີຂຶ້ນທາງຮ່າງກາຍອີກ. ດ້ວຍຄວາມເປັນຫ່ວງຕໍ່ຄວາມສຸກ ຂອງຄົນອື່ນ, ເຮົາຈະພະຍາຍາມຊ່ວຍເຂົາເທົ່າທີ່ເປັນໄປໄດ້ ແລະ ຫຼີກລ່ຽງການເຮັດສິ່ງໃດທີ່ອາດພາໃຫ້ເກີດອັນຕະລາຍ. ສິ່ງນີ້ຈະສ້າງມິດຕະພາບທີ່ມີຄວາມເຊື່ອໃຈ, ເຊິ່ງຈະເຮັດໃຫ້ຊີວິດຂອງເຮົາມີຄວາມໝາຍຍິ່ງຂຶ້ນ. ດ້ວຍການຊ່ວຍເຫຼືອດ້ານຈິດໃຈຈາກຄອບຄົວ ແລະ ໝູ່ເພື່ອນ, ເຮົາຈະມີກຳລັງໃນການຈັດການກັບສິ່ງຕ່າງໆ ທີ່ເກີດຂຶ້ນໃນຊີວິດ. 

ກ່ອນທີ່ເຮົາຈະສາມາດດູແລຄວາມສຸກຂອງຄົນອື່ນໄດ້ຢ່າງແທ້ຈິງ, ເຮົາຕ້ອງເລີ່ມຈາກຕົນເອງກ່ອນ. ຖ້າເຮົາບໍ່ສາມາດປາຖະໜາຄວາມສຸກໃຫ້ຕົນເອງແລ້ວ, ເຮົາຈະສາມາດປາຖະໜາໃຫ້ຄົນອື່ນເປັນສຸກໄດ້ແນວໃດ? ໃນພຣະພຸດທະສາສະໜາ, ການປາຖະໜາຄວາມສຸກແມ່ນໃຫ້ກັບທຸກຄົນ. 

ຄວາມສຸກຂຶ້ນກັບຄວາມສະຫງົບພາຍໃນ, ເຊິ່ງຂຶ້ນກັບຈິດໃຈທີ່ອົບອຸ່ນ. - ອົງພຣະ ດາໄລ ລາມະ ທີ 14 

ມັນງ່າຍທີ່ຈະຮູ້ສຶກວ່າເຮົາບໍ່ມີອຳນາດເລີຍທີ່ຈະສ້າງຜົນກະທົບໃດໆ ໃນໂລກທຸກມື້ນີ້, ສະນັ້ນ ເຮົາອາດຄິດວ່າ, “ຢ່າມັນ. ຊິໄປສົນເຮັດຫຍັງ?” ແຕ່ຄວາມຈິງແມ່ນເຮົາສາມາດສ້າງຜົນກະທົບແມ່ນແຕ່ຕໍ່ຄົນແປກໜ້າ ໂດຍການຄິດເຖິງສະຫວັດດີການຂອງເຂົາ ແລະ ພະຍາຍາມຊ່ວຍເຂົາ. ເຖິງຈະເປັນພຽງແຕ່ຮອຍຍິ້ມນ້ອຍໆ ຫຼື ການໃຫ້ຄົນອື່ນລັດຄິວເຮົາ ກໍຈະເຮັດໃຫ້ເຮົາຮູ້ສຶກວ່າເຮົາໄດ້ສ້າງຄວາມແຕກຕ່າງ. ມັນຈະໃຫ້ເຮົາຮູ້ສຶກເຖິງຄຸນຄ່າຂອງຕົນເອງ - ເຮົາມີບາງຢ່າງມອບໃຫ້ຄົນອື່ນ, ແລະ ນັ້ນຮູ້ສຶກດີ. ເຮົາຈະເປັນສຸກກັບຕົນເອງ ແລະ ກັບຊີວິດຫຼາຍຂຶ້ນ. 

ສິ່ງທີ່ເຊື່ອມເຮົາເຖິງຄົນອື່ນແທ້ໆ ຈິ່ງແມ່ນການຄິດເຖິງຄວາມສຸກຂອງເຂົາ ແລະ ວິທີທີ່ເຮົາສາມາດຊ່ວຍເຂົາໄດ້, ແທນທີ່ຈະຫາເຂົາໃຫ້ຢືນຢັນຄຸນຄ່າຂອງເຮົາ ແລະ ເຮັດໃຫ້ເຮົາດີໃຈ. ສຸດທ້າຍ ມັນກໍພຽງແຕ່ຄວາມແຕກຕ່າງລະຫວ່າງການເປັນຫ່ວງແຕ່ຕົນເອງ ກັບການເປັນຫ່ວງຄວາມເປັນຢູ່ທີ່ດີຂອງຄົນອື່ນຢ່າງຈິງໃຈ. 

ມະນຸດເຮົາເປັນສັດພິເສດ: ເຮົາຈະສາມາດຈະເລີນເຕີບໂຕໄດ້ ກໍຕໍ່ເມື່ອເຮົາເຊື່ອມກັບຄົນອື່ນ. ສະນັ້ນ, ຄວາມເມດຕາ, ຄວາມຫ່ວງໄຍ ແລະ ຄວາມເຫັນໃຈຕໍ່ຄົນອື່ນຈິ່ງເປັນສິ່ງສຳຄັນທີ່ເຮົາຕ້ອງປູກຝັງ ເພື່ອທີ່ຈະໃຊ້ຊີວິດທີ່ມີຄວາມສຸກ.

Top