ການຕັດສະຮູ້ ໝາຍເຖິງການກາຍເປັນພຣະພຸດທະເຈົ້າ, ເຊິ່ງເປັນຈຸດສູງສຸດຂອງການພັດທະນາ ແລະ ສັກກະຍະພາບຂອງມະນຸດ, ແລະ ມັນແມ່ນຈຸດໝາຍປາຍທາງໃນພຣະພຸດທະສາສະໜາ. ມັນເປັນເລື່ອງທີ່ສິ່ງມີຊີວິດທຸກຕົນໃນໂລກມີສັກກະຍະພາບທີ່ຈະບັນລຸໄດ້.
ນະຕອນນີ້ ເຮົາບໍ່ແມ່ນພຣະພຸດທະເຈົ້າ, ແຕ່ ເຮົາປະສົບກັບຊີວິດທີ່ເຕັມໄປດ້ວຍບັນຫາ ແລະ ຂຶ້ນໆ ລົງໆ ຢູ່ຕະຫຼອດ. ເຮົາຢຸດຄ້າງຢູ່ແນວນີ້ເພາະຈິດໃຈຂອງເຮົາມະໂນພາບທີ່ໄຮ້ສາລະໃສ່ກັບທຸກສິ່ງໂດຍອັດຕະໂນມັດ ແລະ ເຮົາກໍເຊື່ອວ່າສິ່ງນັ້ນເປັນຄວາມຈິງແທ້ໆ. ເຮົາປະພຶດໃນທາງທີ່ເຮົາຄິດວ່າຈະນຳເອົາຄວາມສຸກອັນແທ້ຈິງມາສູ່ເຮົາ, ແຕ່ໃນທີ່ສຸດພັດນຳມາພຽງຄວາມທຸກໂສກ.
ຕາມປົກກະຕິ, ເຮົາຈະເຮັດສິ່ງທີ່ເຮົາຢາກເຮັດໂດຍບໍ່ຄິດວ່າມັນຈະມີຜົນກະທົບຕໍ່ຄົນອື່ນຫຼາຍປານໃດ, ຍ້ອນເຮົາຮູ້ສຶກວ່າເຮົາເປັນສູນກາງຂອງຈັກກະວານ, ເປັນພຽງຄົນດຽວທີ່ສຳຄັນ. ການຄິດແນວນີ້ບໍ່ສອດຄ່ອງກັບຄວາມເປັນຈິງ: ມັນເຫັນແກ່ຕົວ ແລະ ນຳຄວາມທຸກມາສູ່ຕົນເອງ ແລະ ຜູ້ອື່ນ. ການຈະຕັດສະຮູ້ໄດ້, ກ່ອນອື່ນເຮົາຕ້ອງເລີ່ມ:
- ເຂົ້າໃຈເຖິງຜົນກະທົບຂອງພຶດຕິກຳຂອງເຮົາຕໍ່ຕົນເອງ ແລະ ຜູ້ອື່ນ, ແລະ ຫຼີກລ່ຽງຈາກການກະທຳທີ່ມ້າງເພ
- ຮັບຮູ້ວ່າທຸກຢ່າງມີຕົວຕົນຢູ່ໃນຄວາມເປັນຈິງຄືແນວໃດ, ແລະ ບໍ່ໃຫ້ມະໂນພາບຂອງເຮົາບັງຕາຕົນເອງອີກ.
ເມື່ອເຮົາຢຸດເຊື່ອມະໂນພາບໃນໃຈຂອງເຮົາ, ເຮົາກໍຈະຢຸດອາລົມລົບກວນ ເຊັ່ນ ຄວາມໂມໂຫ, ຄວາມກຽດຊັງ, ຄວາມໂລບ ແລະ ຄວາມອິດສາ ທີ່ເກີດຈາກຄວາມສັບສົນນັ້ນ. ເຮົາຈະບໍ່ປະພຶດຕາມໃຈໄປຕາມອາລົມທາງລົບຂອງຕົນເອງອີກ. ທັງໝົດນີ້ຕ້ອງການ:
- ວິໄນຈັນຍາທັມ, ພ້ອມກັບຄວາມເຂັ້ມແຂງທີ່ຈະຫຼີກເວັ້ນຈາກການປະພຶດທີ່ບໍ່ສະຫຼາດ
- ສະມາທິ, ເພື່ອຫຼີກລ່ຽງຄວາມໃຈລອຍ ແລະ ຄວາມເບື່ອໜ່າຍ
- ປັນຍາ, ເພື່ອແຍກແຍະລະຫວ່າງສິ່ງທີ່ເປັນປະໂຫຍດ ແລະ ເປັນໂທດ, ແລະ ສິ່ງທີ່ເປັນຄວາມຈິງ ແລະ ບໍ່ເປັນຄວາມຈິງ.
- ຄວາມດຸ່ນດ່ຽງທາງອາລົມ, ຈາກການປູກຝັງຄຸນສົມບັດດ້ານບວກ ເຊັ່ນ ຄວາມເມດຕາ ແລະ ຄວາມເຫັນໃຈ.
ເຖິງວ່າເຮົາຈະໄດ້ຄວາມສະຫງົບຈິດໃຈຈາກສິ່ງນີ້, ມັນກໍຍັງບໍ່ພໍ: ເຮົາຍັງຈະບໍ່ສາມາດເຫັນການເພິ່ງພາອາໄສ ແລະ ການເຊື່ອມຕໍ່ກັນຂອງທຸກຢ່າງ ແລະ ທຸກຄົນທັງໝົດ. ສະນັ້ນ, ເຮົາຈະບໍ່ມີວັນແນ່ໃຈກ່ຽວກັບວິທີທີ່ດີທີ່ສຸດທີ່ຈະຊ່ວຍຜູ້ອື່ນ.
ສຳລັບສິ່ງນີ້, ເຮົາຕ້ອງຕັດສະຮູ້ໃຫ້ໄດ້ຢ່າງສົມບູນຄືພຣະສັມມາສັມພຸດທະເຈົ້າ, ທີ່ຈິດໃຈຂອງເຮົາຈະບໍ່ມະໂນສິ່ງໃດໆ ໝົດ. ເຮົາເຫັນແຈ້ງກ່ຽວກັບການເພິ່ງພາອາໄສກັນຂອງສິ່ງທີ່ມີຕົວຕົນທັງໝົດ ແລະ ຈິ່ງຮູ້ວ່າຈະຊ່ວຍຜູ້ອື່ນໄດ້ແນວໃດແທ້. ຕົນຕົວຂອງເຮົາມີພະລັງບໍ່ຈຳກັດ, ເຮົາສາມາດສື່ສານກັບທຸກຄົນໄດ້ຢ່າງສົມບູນແບບ, ແລະ ຈິດໃຈຂອງເຮົາກໍເຂົ້າໃຈທຸກຢ່າງໄດ້ໝົດ. ຄວາມເມດຕາ, ຄວາມເຫັນໃຈ ແລະ ຄວາມຫ່ວງໄຍທຸກສິ່ງມີຊີວິດຢ່າງເທົ່າທຽມກັນ ເປັນສິ່ງທີ່ແຮງກ້າ, ຄືວ່າແຕ່ລະຕົນເປັນລູກແສນຮັກຂອງເຮົາຜູ້ດຽວ. ເຮົາເຮັດວຽກເພື່ອປະໂຫຍດຂອງຜູ້ອື່ນໂດຍບໍ່ຫວັງຫຍັງຕອບແທນ. ເມື່ອເຮົາຕັດສະຮູ້, ມັນເປັນໄປບໍ່ໄດ້ທີ່ຈະເສຍຄວາມອົດທົນ ຫຼື ມີຄວາມໂມໂຫ, ທີ່ຈະຍຶດຕິດກັບຄົນ ຫຼື ເພີກເສີຍຕໍ່ເຂົາ ຍ້ອນເຮົາຮູ້ສຶກຫຍຸ້ງ ຫຼື ເມື່ອຍໂພດ.
ໃນຖານະພຣະພຸດທະເຈົ້າ, ເຮົາຍັງຮອບຮູ້, ແຕ່ບໍ່ແມ່ນວ່າເຮົາມີຄວາມສາມາດທຸກຢ່າງ. ເຮົາບໍ່ສາມາດຕັດຄວາມທຸກທໍລະມານອອກຈາກຜູ້ອື່ນໄດ້, ແຕ່ເຮົາສາມາດຊີ້ທາງໂດຍການສອນເຂົາ ແລະ ໂດຍການເປັນຕົວຢ່າງໃນຊີວິດຈິງ. ເພື່ອເດີນໄປໃນທາງນີ້ຈົນເຖິງການຕັດສະຮູ້, ເຮົາຕ້ອງ:
- ສ້າງຖານຂອງພະລັງດ້ານບວກຢ່າງຫຼວງຫຼາຍ: ຄວາມເສຍສະຫຼະຕໍ່ປະໂຫຍດຂອງຜູ້ອື່ນໃນທາງທີ່ເຮົາສາມາດເຮັດໄດ້
- ພະຍາຍາມເຂົ້າໃຈຄວາມເປັນຈິງ: ຢຸດມະໂນໄຮ້ສາລະຕໍ່ກັບໂລກນີ້.
ເຮົາທັງໝົດມີຊັບພະຍາກອນທີ່ຈະຊ່ວຍໄດ້ - ຮ່າງກາຍ ແລະ ປັນຍາມະນຸດຂອງເຮົາ - ເພື່ອສ້າງເຫດຜົນຕໍ່ການຕັດສະຮູ້. ດັ່ງທ້ອງຟ້າ, ຈິດ ແລະ ໃຈຂອງເຮົາ ໂດຍທຳມະຊາດແລ້ວ ປາສະຈາກມົນລະພິດຈາກຄວາມວຸ້ນວາຍທາງອາລົມ ແລະ ຄວາມຄິດລົບກວນ. ສິ່ງທີ່ເຮົາທັງໝົດຕ້ອງເຮັດແມ່ນພັດທະນາສິ່ງເຫຼົ່ານີ້ເພື່ອທີ່ວ່າມັນຈະບັນລຸສັກກະຍະພາບສູງສຸດຂອງມັນ.
ການຕັດສະຮູ້ອາດເບິ່ງຄືເປົ້າໝາຍທີ່ເກືອບໄປບໍ່ເຖິງ, ແລະ ມັນກໍບັນລຸຍາກແທ້ - ບໍ່ມີໃຜເຄີຍອ້າງວ່າມັນງ່າຍ! ແຕ່, ການວາງເປົ້າໝາຍໄປທາງນັ້ນຈະມອບຄວາມໝາຍໃຫ້ຊີວິດເຮົາຢ່າງຍິ່ງ. ການເຂົ້າໃຈຄວາມເຊື່ອມໂຍງຂອງເຮົາກັບທຸກຄົນ, ເຮົາຈະປົກປ້ອງຕົນເອງຈາກຄວາມຊຶມເສົ້າ ແລະ ຄວາມກັງວົນ. ຊີວິດຂອງເຮົາຈະເຕີມເຕັມໃນເວລາທີ່ເຮົາກ້າວໄປໃນການຜະຈົນໄພອັນຍິ່ງໃຫຍ່: ການບັນລຸການຕັດສະຮູ້ເພື່ອປະໂຫຍດຂອງທຸກຕົນ.