ການພາວະນາໃນພຣະພຸດທະສາສະໜາແມ່ນຫຍັງ?

Study buddhism prayer 02

ວັນນະກຳທີ່ເກົ່າແກ່ທີ່ສຸດທີ່ຍັງຄົງຢູ່ຂອງອາຣິຍະທັມມະນຸດບາງອັນແມ່ນກ່ຽວກັບການພາວະນາ, ນັບແຕ່ບົດເພງສັນລະເສີນວັດຊູເມຣຽນ ໄປຈົນເຖິງຄາຖາອີຢິບບູຮານທີ່ຈົ່ມເຖິງພຣະເຈົ້າ. ແລະທຸກມື້ນີ້, ສາສະໜາໃຫຍ່ໆ ທັງໝົດຂອງໂລກກໍມີອົງປະກອບບາງອັນຂອງການພາວະນາ. ຄົນຄຣິສ໌ຕຽນ, ຄົນມຸສະລິມ, ແລະ ຄົນຢິວ ຕ່າງກໍພາວະນາເຖິງພຣະເຈົ້າ, ໃນຂະນະທີຄົນຮິນດູສາມາດເລືອກວ່າຈະພາວະນາຫາເທບອົງໃດ. ທາງພາຍນອກ, ພຣະພຸດທະສາສະໜາເບິ່ງຄືບໍ່ຕ່າງ. ລອງໄປຢ້ຽມວັດວາອາຮາມໃນປະເທດພຸດເບິ່ງ, ແລ້ວເຮົາຈະເຫັນຝູງຊົນເປັນຂະບວນ, ມືຍໍໃສ່ກັນ, ສູດມົນຕໍ່ໜ້າຮູບປັ້ນພຣະພຸດທະເຈົ້າ. ແລະສຳລັບຄົນທີ່ຄຸ້ນເຄີຍກັບພຣະພຸດທະສາສະໜາທິເບດ, ເຮົາມີສິ່ງທີ່ເອີ້ນວ່າລູກປັດພາວະນາ, ວົງລໍ້ພາວະນາ, ແລະ ທຸງພາວະນາ. 

ການເຮັດພາວະນາມີຢູ່ສາມປັດໄຈ: ຄົນທີ່ເຮັດພາວະນາ, ສິ່ງທີ່ພາວະນາເຖິງ, ແລະ ສິ່ງທີ່ພາວະນາໃຫ້. ສະນັ້ນ, ຫົວຂໍ້ຂອງການພາວະນາໃນພຣະພຸດທະສາສະໜາຈິ່ງອ່າວຊັບຊ້ອນ. ຜົນທີ່ສຸດແລ້ວ, ໃນສາສະໜາທີ່ບໍ່ເປັນເທວະນິຍົມ ທີ່ບໍ່ມີຜູ້ສ້າງ, ຊາວພຸດນັ້ນພາວະນາເຖິງໃຜ, ແລະ ເພື່ອຫຍັງ? ຖ້າບໍ່ມີໃຜທີ່ຈະໃຫ້ພອນກັບເຮົາ, ແລ້ວຈະພາວະນາເຮັດຫຍັງ? ສຳລັບຊາວພຸດ, ຄຳຖາມທີ່ສຳຄັນແມ່ນ: “ມັນເປັນໄປໄດ້ບໍ່ທີ່ຜູ້ອື່ນຈະລົບລ້າງຄວາມທຸກ ແລະ ບັນຫາຂອງເຮົາ?” 

ພຽງແຕ່ພາວະນາໃຫ້ມີການປ່ຽນແປງນັ້ນບໍ່ພໍ. ຕ້ອງມີການລົງມືນຳ. - ອົງພຣະດາໄລລາມະ ທີ 14 

ພຣະພຸດທະເຈົ້າໄດ້ກ່າວວ່າບໍ່ມີໃຜ, ແມ່ນແຕ່ພຣະພຸດທະເຈົ້າເອງທີ່ມີທັງປັນຍາ ແລະ ຄວາມສາມາດ, ທີ່ສາມາດລົບລ້າງບັນຫາຂອງເຮົາທັງໝົດໃຫ້ເຮົາໄດ້. ມັນເປັນໄປບໍ່ໄດ້. ເຮົາຕ້ອງຮັບຜິດຊອບຕົນເອງ. ຖ້າເຮົາບໍ່ຢາກປະສົບບັນຫາ ແລະ ຄວາມທຸກ, ແລ້ວເຮົາຕ້ອງຫຼີກລ່ຽງສາເຫດຂອງມັນ. ຖ້າເຮົາປາຖະໜາທີ່ຈະປະສົບກັບຄວາມສຸກ, ເຮົາເອງຕ້ອງສ້າງສາເຫດຂອງຄວາມສຸກ. ຈາກທັດສະນະພຸດ, ເຮົາສາມາດບັນລຸສິ່ງນີ້ໄດ້ໂດຍການປະຕິບັດຕາມສິນທັມ ແລະ ຈັນຍາທັມອັນບໍລິສຸດ. ມັນຂຶ້ນຢູ່ກັບເຮົາທັງໝົດທີ່ຈະປ່ຽນພຶຕິກຳ ແລະ ທັດສະນະຂອງຕົນເອງເພື່ອສ້າງຊີວິດແບບທີ່ເຮົາຢາກໄດ້. 

ຊາວພຸດພາວະນາເຖິງໃຜ? 

ເມື່ອເຮົາເຫັນຜູ້ຄົນກາບໄຫວ້ຮູບປັ້ນ, ຖວາຍທູບທຽນຢູ່ວັດ, ແລະ ຈົ່ມມົນໃນສິມ, ພວກເຂົາຂໍຫຍັງ ແລະ ພວກເຂົາພາວະນາເຖິງໃຜ? ໃນຂະນະທີ່ອາດມີຄົນທີ່ຄິດວ່າ: “ພຣະພຸດທະເຈົ້າສາກະຍະມຸນີ, ກະລຸນາປະທານລົດເບັນຊ໌ໃຫ້ຜູ້ຂ້າແດ່!” ຫຼື, “ພຣະພຸດທະເຈົ້າຂອງຢາຮັກສາໂຣກ, ຜູ້ຂ້າຂໍຢາປົວພະຍາດແດ່,” ພຣະອາຈານພຸດສ່ວນຫຼາຍຈະບອກວ່າການພາວະນາເຫຼົ່ານີ້ມີທ່າອ່ຽງທີ່ຈະເປັນປະໂຫຍດໜ້ອຍ. 

ແຕ່, ໃນພຣະພຸດທະສາສະໜາ, ເຮົາພາວະນາເຖິງພຣະພຸດທະເຈົ້າ ແລະ ພຣະໂພທິສັດ ເພື່ອຂໍແຮງບັນດານໃຈ ແລະ ພະລັງ ທີ່ຈະປັບປຸງຕົນເອງເພື່ອທີ່ວ່າເຮົາຈະສາມາດສ້າງສາເຫດຂອງຄວາມສຸກຂອງເຮົາເອງໄດ້, ແລະ ທັງເປັນປະໂຫຍດກັບຜູ້ອື່ນເທົ່າທີ່ຈະເປັນໄປໄດ້. ມັນບໍ່ແມ່ນວ່າພຮະອົງຈະເສກມົນ ແລ້ວ, ທັນໃດ, ເຮົາຈະມີພະລັງພິເສດໃນການລົງມືເລີຍ, ແຕ່ໂດຍການຄິດເຖິງຕົວຢ່າງຂອງພຮະອົງ - ເປັນດັ່ງແບບຢ່າງໃຫ້ເຮົາ - ເຮົາຈະໄດ້ຄວາມໝັ້ນໃຈເຕັມປ່ຽມທີ່ວ່າ: “ເຮົາສາມາດເຮັດອັນນີ້ໄດ້!” 

ກິດຈະກຳການພາວະນາຂອງຊາວພຸດ, ເຊັ່ນ ການສູດ, ການຈົ່ມມົນ, ລວມເຖິງການຈິນຕະນາການເຖິງເທວະດາ, ລ້ວນແລ້ວແຕ່ແມ່ນກ່ຽວກັບການເຊື່ອມໂຍງກັບຄວາມສາມາດພາຍໃນຂອງເຮົາໃນການສ້າງອາລົມກໍ່ສ້າງ ເປັນຕົ້ນແມ່ນຄວາມເຫັນໃຈ, ຄວາມກະຕືລືລົ້ນ, ຄວາມອົດທົນ, ແລະ ອື່ນໆ, ແລະ ເພື່ອປະພຶດໃນທາງກໍ່ສ້າງໃນການຊ່ວຍຜູ້ອື່ນ.

ການພາວະນາເຈັດປະການ

ແນວທາງປະຕິບັດທີ່ຮູ້ຈັກກັນດີແມ່ນການພາວະນາເຈັດປະການ, ເຊິ່ງມີສາລະສຳຄັນຂອງເສັ້ນທາງພຸດທະສາສະໜາທັງໝົດ. ໃນນັ້ນມີເຈັດສ່ວນ, ເຊິ່ງແຕ່ລະສ່ວນຈະມີຜົນສະເພາະ: 

(1) ຜູ້ຂ້າຂໍກາບນະມັດສະການພຣະພຸດທະເຈົ້າທຸກອົງທີ່ໄດ້ປະດັບເວລາທັງສາມ, ພຣະທັມ ແລະ ພຣະສົງສູງສຸດ, ກາບດ້ວຍຮ່າງກາຍທີ່ມີຈຳນວນຫຼາຍປານປະລາມະນູທັງໝົດໃນໂລກ. 
(2) ເຊັ່ນດຽວກັບທີ່ພຣະມັນຈູສີ ແລະ ຜູ້ອື່ນໄດ້ຖວາຍເຄື່ອງບູຊາແດ່ຄຸນໄຊຊະນະ, ຜູ້ຂ້າກໍເຊັ່ນກັນ, ຂໍຖວາຍແດ່ຄຸນຜູ້ພິທັກທີ່ຫາຍໄປ, ແລະ ຕໍ່ລູກຫຼານຝ່າຍສາສະໜາຂອງອົງທ່ານດ້ວຍ.  
(3) ຕະຫຼອດການດຳລົງຢູ່ຂອງສັງສາຣະວັດທີ່ໄຮ້ຈຸດເລີ່ມຕົ້ນຂອງຜູ້ຂ້າ, ທັງໃນຊາດນີ້ ແລະ ຊາດອື່ນ, ຜູ້ຂ້າໄດ້ກະທຳການທາງລົບໂດຍບໍ່ເຈຕະນາ ຫຼື ເຮັດໃຫ້ຜູ້ອື່ນກະທຳສິ່ງເຫຼົ່ານັ້ນ, ແລະ ຍິ່ງໄປກວ່ານັ້ນ, ຍ້ອນຖືກກົດຂີ່ຈາກຄວາມສັບສົນໃນຄວາມບໍ່ຮູ້ຫຍັງ, ຜູ້ຂ້າຍັງໄປປິຕິກັບສິ່ງເຫຼົ່ານັ້ນ - ບໍ່ວ່າຜູ້ຂ້າຈະເຮັດຫຍັງລົງໄປ, ຜູ້ຂ້າເຫັນວ່າມັນເປັນຄວາມຜິດພາດ ແລະ ເປີດເຜີຍຕໍ່ຄຸນຜູ້ພິທັກຂອງຜູ້ຂ້າ ຈາກສ່ວນເລິກຂອງຫົວໃຈຜູ້ຂ້າເລີຍ. 
(4) ດ້ວຍຄວາມປິຕິ, ຜູ້ຂ້າຊື່ນຊົມຍິນດີໃນມະຫາສະມຸດແຫ່ງພະລັງບວກຈາກການທີ່ຄຸນພຣະໄດ້ສ້າງພຣະໂພທິຈິດທີ່ມຸ່ງໝາຍເພື່ອນຳຄວາມສຸກມາສູ່ສິ່ງຈຳກັດທີ່ມີຊີວິດ ແລະ ໃນການກະທຳຂອງຄຸນພຣະທີ່ໄດ້ຊ່ວຍເຫຼືອສິ່ງຈຳກັດທີ່ມີຊີວິດ. 
(5) ດ້ວຍສອງຝາມືທີ່ປະນົມເຂົ້າກັນ, ຜູ້ຂ້າຂໍວິງວອນຄຸນພຣະພຸດທະເຈົ້າທຸກທິດທຸກທາງ: ຂໍໃຫ້ສ່ອງຕະກຽງພຣະທັມຕໍ່ສິ່ງຈຳກັດທີ່ມີຊີວິດທີ່ກຳລັງທຸກທໍລະມານ ແລະ ງຸມຢູ່ໃນຄວາມມືດ. 
(6) ດ້ວຍສອງຝາມືທີ່ປະນົມເຂົ້າກັນ, ຜູ້ຂ້າຂໍວິງວອນຄຸນພຣະຜູ້ມີໄຊ ຜູ້ຜ່ານພົ້ນຄວາມເສົ້າໂສກ: ຜູ້ຂ້າຂໍ, ໃຫ້ຄຸນພຣະຢູ່ຊົ່ວກາລະນານເພື່ອທີ່ຈະບໍ່ປ່ອຍໃຫ້ສິ່ງມີຊີວິດຊັດເຊຢູ່ໃນຄວາມມຶດບອດຂອງຕົນ. 
(7) ດ້ວຍພະລັງທາງບວກໃດໆ ທີ່ຜູ້ຂ້າໄດ້ສ້າງຂຶ້ນຈາກສິ່ງເຫຼົ່ານີ້ທັງໝົດທີ່ຜູ້ຂ້າໄດ້ເຮັດຄືແນວນັ້ນ, ຜູ້ຂ້າຂໍກຳຈັດຄວາມທຸກທໍລະມານຂອງສິ່ງຈຳກັດທີ່ມີຊີວິດທັງໝົດ. 
  • ສ່ວນທຳອິດຂອງການພາວະນາແມ່ນການກາບ. ເຮົາກາບພຣະພຸດທະເຈົ້າເພື່ອເປັນເຄື່ອງໝາຍຂອງຄວາມນັບຖືຕໍ່ທຸກສິ່ງທີ່ພຣະອົງແທນໃຫ້: ຄວາມເຫັນໃຈ, ຄວາມເມດຕາ, ແລະ ປັນຍາ. ການກາບ, ທີ່ເຮົາວາງສ່ວນທີ່ສູງສຸດຂອງຮ່າງກາຍເຮົາ - ສ່ວນຫົວ - ລົງພື້ນ, ຍັງຊ່ວຍໃຫ້ເຮົາເອົາຊະນະຄວາມອົ່ງ ແລະ ປູກຟັງຄວາມຖ່ອມຕົວ. 
  • ແລ້ວເຮົາຖວາຍບູຊາ. ຊາວພຸດຫຼາຍຕົນຈະຖວາຍຖ້ວຍນ້ຳ, ແຕ່ວັດຖຸນັ້ນບໍ່ສຳຄັນ. ສິ່ງທີ່ສຳຄັນແມ່ນແຮງຈູງໃຈຂອງການໃຫ້ - ເວລາ, ກຳລັງ, ແຮງງານ, ແລະ ສິ່ງຂອງຂອງເຮົາ - ເຊິ່ງຈະຊ່ວຍໃຫ້ເຮົາເອົາຊະນະການຍຶດຕິດ. 
  • ອັນທີສາມ, ເຮົາຍອມຮັບຂໍ້ບົກພ່ອງ ແລະ ຄວາມຜິດພາດຂອງເຮົາ. ບາງຄັ້ງ ບາງເວລາ ເຮົາກໍຂີ້ຄ້ານ ຫຼື ເຫັນແກ່ຕົວ, ແລະ ບາງເວລາເຮົາກໍປະພຶດໃນທາງທີ່ມ້າງເພຫຼາຍໆ. ເຮົາຍອມຮັບສິ່ງເຫຼົ່ານີ້, ກິນແໜງກັບມັນ, ແລ້ວເດີນຕໍ່ໄປດ້ວຍຄວາມຕັ້ງໃຈອັນແຮງກ້າວ່າຈະພະຍາຍາມບໍ່ເຮັດຄວາມຜິດພາດອັນເກົ່າຄືນອີກ. ອັນນີ້ແມ່ນສ່ວນໜຶ່ງຂອງການເອົາຊະນະການຢູ່ພາຍໃຕ້ອິທິພົນຂອງແຮງກະຕຸ້ນດ້ານລົບຂອງກັມ. 
  • ແລ້ວ, ເຮົາຈະປິຕິ. ເຮົາຄິດເຖິງສິ່ງດີໆ ທັງໝົດທີ່ເຮົາໄດ້ບັນລຸດ້ວຍຕົນເອງ, ແລະ ວຽກທີ່ກໍ່ສ້າງດີໆ ທັງໝົດທີ່ຜູ້ອື່ນໄດ້ເຮັດໄວ້. ເຮົາຍັງເບິ່ງທີ່ສິ່ງຍິ່ງໃຫຍ່ທີ່ພຣະພຸດທະເຈົ້າໄດ້ເຮັດໄວ້. ສິ່ງນີ້ຊ່ວຍປະຕິຮູບຄວາມອິດສາ. 
  • ຕໍ່ໄປ, ເຮົາຮ້ອງຂໍຄຳສອນ, ເຊິ່ງຈະສ້າງພາວະຈິດໃຈເປີດຮັບໃນຕົວເຮົາ. ເຮົາກຳລັງວ່າ: “ເຮົາຢາກຮຽນ, ເຮົາຢາກສ້າງຄວາມສຸກໃຫ້ຕົນເອງ ແລະ ຜູ້ອື່ນ!” 
  • ເຮົາ ວິງວອນພຣະອາຈານບໍ່ໃຫ້ຈາກໄປ. ໃນສ່ວນກ່ອນນີ້, ເຮົາເປີດຮັບຄຳສອນ, ແລະ ບາດນີ້ ເຮົາບໍ່ຢາກໃຫ້ພຣະອາຈານຈາກເຮົາໄປ, ແຕ່ໃຫ້ສອນເຮົາຈົນກວ່າເຮົາຈະຕັດສະຮູ້. 
  • ສຸດທ້າຍ, ເຮົາມີບາດກ້າວທີ່ສຳຄັນທີ່ສຸດ, ເຊິ່ງແມ່ນ ການອຸທິດ. ເຮົາອຸທິດພະລັງທາງບວກໃດໆ ທີ່ເຮົາໄດ້ສ້າງ ເພື່ອທີ່ວ່າມັນຈະເປັນປະໂຫຍດກັບຕົວເຮົາເອງ ແລະ ສິ່ງມີຊີວິດອື່ນໆ ທັງໝົດ. 

ດັ່ງທີ່ເຮົາເຫັນໄດ້ຈາກການພາວະນານີ້, ເປົ້າໝາຍໃນພຣະພຸດທະສາສະໜານັ້ນ ບໍ່ແມ່ນເພື່ອໃຫ້ຕົວຕົນພາຍນອກລົງມາຊ່ວຍເຮົາຈາກບັນຫາຂອງເຮົາທັງໝົດ. ດັ່ງຄຳເວົ້າທີ່ວ່າ: “ເຮົາຈູງມ້າໄປຫານ້ຳໄດ້, ແຕ່ເຮົາບັງຄັບໃຫ້ມ້າດື່ມນ້ຳບໍ່ໄດ້.” ເວົ້າອີກແນວໜຶ່ງ, ພຣະພຸດທະເຈົ້າຊີ້ທາງໃຫ້ເຮົາ, ແຕ່ເຮົາຕ້ອງລົງມືດ້ວຍຕົນເອງໃນການເອົາຊະນະການຍຶດຕິດ ແລະ ຄວາມບໍ່ຮັບຮູ້, ແລະ ສ້າງສັກກະຍະພາບດ້ານກໍ່ສ້າງທີ່ໄຮ້ຂີດຈຳກັດທີ່ເຮົາທັງໝົດມີ. 

ສະຫຼຸບ

ໃນຂະນະທີ່ຢູ່ພາຍນອກ, ພຣະພຸດທະສາສະໜາມີເຄື່ອງສະເພາະ ແລະ ພິທີກຳຂອງການພາວະນາ, ແຕ່ແນວຄວາມຄິດບໍ່ແມ່ນການຮ້ອງທຸກໃຫ້ຕົວຕົນພາຍນອກເຂົ້າມາຊ່ວຍເຮົາໃນຊີວິດປະຈຳວັນ. ພຣະພຸດທະເຈົ້າ ແລະ ພຣະໂພທິສັດ ເປັນຕົວຢ່າງທີ່ສົມບູນແບບ, ທີ່ຊີ້ທາງຈາກຈຸດທີ່ເຮົາຢູ່ໃນປະຈຸບັນ, ເຖິງການຕັດສະຮູ້. ໂດຍການພາວະນາເຖິງພຣະພຸດທະເຈົ້າ ແລະ ພຣະໂພທິສັດ, ເຮົາຈະໄດ້ແຮງບັນດານໃຈຈາກພຣະອົງ ແລະ ປຸກຄວາມສາມາດພາຍໃນຕົວຂອງເຮົາ: ຄວາມເຫັນໃຈ, ຄວາມເມດຕາ, ແລະ ປັນຍາທີ່ໄຮ້ຂີດຈຳກັດ ທີ່ເຮົາທັງໝົດມີສັກກະຍະພາບຢູ່ພາຍໃນຂອງເຮົາ. 

Top