ທິດສະດີວິວັດທະນາການຂອງດາວິນ ເບິ່ງທີ່ຂະບວນການຄັດເລືອກໂດຍທຳມະຊາດ ແລະ ການປ່ຽນແປງທາງຊີວະວິທະຍາຂອງຮ່າງກາຍແຕ່ລະສາຍພັນເມື່ອເວລາຜ່ານໄປ. ທີ່ລະບຸໄວ້ໃນຜົນງານຂອງເພິ່ນ, ຊື່ວ່າ ຕົ້ນກຳເນີດຂອງສາຍພັນ, ເນື້ອໃນໄດ້ຖືກເບິ່ງວ່າ ເປັນເລື່ອງນອກຮີດໃນເວລານັ້ນ, ເນື່ອງຈາກທິດສະດີນີ້ຂັດແຍ່ງກັບແນວຄິດທີ່ວ່າພຣະເຈົ້າຜູ້ຊົງອຳນາດໄດ້ສ້າງໂລກທີ່ຄົງທີ່ ແລະ ສິ່ງມີຊີວິດທີ່ບໍ່ປ່ຽນຮູບທັງໝົດໃນໂລກໄວ້. ແມ່ນແຕ່ໃນທຸກມື້ນີ້ ທິດສະດີວິວັດທະນາການກໍຍັງຢູ່ລຳບາກກັບບາງ ສາສະໜາ, ບໍ່ມີສິ່ງໃດໃນຄຳສອນພຣະພຸດທະສາສະໜາທີ່ຂັດແຍ່ງກັບແນວຄິດນີ້ໂດຍລວມ. ໃນຄວາມເປັນຈິງ, ສຳລັບຊາວພຸດ, ທິດສະດີນີ້ສອດຄ່ອງໂດຍສິ້ນເຊີງກັບຄຳສອນຂອງພຣະພຸດທະເຈົ້າກ່ຽວກັບການເກີດຂຶ້ນໂດຍເພິ່ງພາອາໄສກັນ, ບໍ່ແມ່ນການສ້າງໂລກນິຍົມ, ແລະ ອັນທຳອິດຂອງສີ່ຈຸດເດັ່ນຂອງພຣະທັມ ກໍແມ່ນ: ຄວາມບໍ່ທ່ຽງ. ປາກົດການນັ້ນເກີດຂຶ້ນ ແລະ ພັດທະນາຢ່າງຕໍ່ເນື່ອງໂດຍອາໄສເຫດ ແລະ ເງື່ອນໄຂຫຼາກຫຼາຍ, ແລະ ມັນຈະແປກຖ້າທັງມະນຸດ ແລະ ສັດ ບໍ່ໄດ້ເປັນສ່ວນໜຶ່ງຂອງກະແສຄວາມບໍ່ຢຸດນິ້ງທີ່ຍິ່ງໃຫຍ່ນີ້.
ອັນນີ້ບໍ່ໄດ້ໝາຍຄວາມວ່າແນວຄິດທາງພຣະພຸດທະສາສະໜາເລື່ອງເວລາ ແລະ ວິວັດທະນາການສອດຄ່ອງກັບດາວິນທຸກປະການ. ທິດສະດີຂອງດາວິນເນັ້ນໜັກໄປທີ່ຖານຂອງຊີວະວິທະຍາ ແລະ ກາຍະພາບວິທະຍາ ທີ່ຄວາມຮູ້ສຶກນຶກຄິດສາມາດເກີດຂຶ້ນໄດ້, ແລະ ເຖິງວ່າຈະມີແນວຄິດຂອງຄວາມຮັບຮູ້ທີ່ເພີ່ມຂຶ້ນເມື່ອໂຄງສ້າງສິ່ງມີຊີວິດເລີ່ມຊັບຊ້ອນຂຶ້ນ, ມັນກໍບໍ່ໄດ້ລົງເລິກເທົ່າທີ່ພຣະພຸດທະເຈົ້າໄດ້ອະທິບາຍເຖິງວິວັດທະນາການຂອງການຮັບຮູ້ ນັບແຕ່ສິ່ງມີຊີວິດທີ່ຕ່ຳທີ່ສຸດ ໄປຈົນເຖິງການຕັດສະຮູ້ຢ່າງສົມບູນຂອງພຣະພຸດທະເຈົ້າ. ນອກນັ້ນ, ດາວິນຍັງກ່າວເຖິງວິວັດທະນາການຂອງຄວາມຮັບຮູ້ຂອງສາຍພັນຕ່າງໆ ໂດຍລວມ, ໃນຂະນະທີ່ພຣະພຸດທະສາສະໜາຍັງກ່າວເຖິງວິວັດທະນາການຂອງຄວາມຮັບຮູ້ໃນສິ່ງມີຊີວິດທາງສ່ວນຕົວດ້ວຍ.
ນອກຈາກນີ້, ວິວັດທະນາການຂອງດາວິນຍັງມີ “ການປັບປຸງ” ຢ່າງຄ່ອຍເປັນຄ່ອຍໄປ ແລະ ຕໍ່ເນື່ອງ - ນັ້ນຄື, ສິ່ງມີຊີວິດມີກ້າວໜ້າ ແລະ ພັດທະນາໄປໃນລວງບວກເປັນຮູບແບບທີ່ດີກວ່າເພື່ອຄວາມຢູ່ລອດ ແລະ ຄວາມສາມາດໃນການອອກແມ່ແຜ່ລູກ. ພຣະພຸດທະສາສະໜາສອນວ່າສິ່ງມີຊີວິດຕ່າງໆ ສາມາດເກີດໃໝ່ໄດ້ໃນຫຼາຍຮູບແບບ ແລະ ຂະບວນການນີ້ບໍ່ແມ່ນການປັບປຸງແບບເສັ້ນຊື່. ສິ່ງມີຊີວິດແຕ່ລະອັນ ແລະ ສາຍພັນໂດຍລວມ ສາມາດຖົດຖອຍໄດ້ ຂຶ້ນຢູ່ກັບກັມ, ເຫດ, ແລະ ເງື່ອນໄຂ. ດັ່ງນັ້ນ, ເຖິງວ່າລາຍລະອຽດຈະຕ່າງກັນ, ແຕ່ຫຼັກການຂອງວິວັດທະນາການກໍພົບໄດ້ໃນທັງສອງລະບົບ.
ວິວັດທະນາການ ແລະ ການສະຫຼາຍຕົວຂອງຈັກກະວານ
ອີງຕາມນັກວິທະຍາສາດ, ບິກແບງ (Big Bang) - ຫຼື ການຂະຫຍາຍຕົວຂະໜາດໃຫຍ່ ແລະ ໄວຂອງເອກະພົບທີ່ໄດ້ເກີດຂຶ້ນເມື່ອ 14 ພັນລ້ານປີກ່ອນ - ເປັນຈຸດເລີ່ມຕົ້ນຂອງເວລາ ແລະ ສ້າງພື້ນຖານໃຫ້ໂລກຂອງເຮົາກໍ່ຕົວຂຶ້ນເມື່ອ 4 ພັນລ້ານປີກ່ອນ. ເມື່ອເວລາຜ່ານໄປ, ແກສ໌ໄຮໂດຣເຈັນໄດ້ພັດທະນາເປັນດວງດາວ ແລະ ດາວເຄາະ, ແລະ ເທິງດາວເຄາະດວງນີ້ທີ່ເຮົາເອີ້ນໃນປະຈຸບັນວ່າໜ່ວຍໂລກ, ໄດ້ມີສິ່ງມີຊີວິດເຊລ໌ດຽວເກີດຂຶ້ນ. ຈາກນັ້ນ ສິ່ງເຫຼົ່ານີ້ກໍເພີ່ມຄວາມຊັບຊ້ອນໄປສູ່ຮູບແບບສິ່ງມີຊີວິດຊັ້ນສູງຕ່າງໆ ທີ່ເຮົາເຫັນອ້ອມຕົວເຮົາໃນທຸກມື້ນີ້. ນັກວິທະຍາສາດຍັງກ່າວອີກວ່າ, ຫຼັງຈາກຫຼາຍພັນລ້ານປີ ໃນລະຫວ່າງທີ່ຈັກກະວານຂະຫຍາຍຕົວ ແລະ ວິວັດ, ຈັກກະວານຈະເຖິງຈຸດຈົບ, ແລະ ພວກເພິ່ນຕັ້ງສົມມຸດຖານຫຼາຍ ທິດສະດີວ່າມັນຈະເກີດຂຶ້ນແນວໃດ.
ພຣະພຸດທະເຈົ້າໄດ້ກ່າວເຖິງວິວັດທະນການ ແລະ ການສະຫຼາຍຕົວຂອງຈັກກະວານໃນທີ່ສຸດ ໄວ້ໃນພຣະສູດ ຄວາມຮູ້ຂອງການເລີ່ມຕົ້ນ (ປາລີ: ອະກັນຍະສູດ). ໃນນັ້ນ, ເພິ່ນຍັງເບິ່ງທີ່ການກໍ່ຕົວ ແລະ ຄວາມເຊື່ອມໂຊມໃນທີ່ສຸດຂອງສະພາບແວດລ້ອມຂອງໂລກເຮົາ, ລວມເຖິງການເກີດຂຶ້ນຂອງສິ່ງມີຊີວິດຫຼາຍຮູບແບບ ແລະ ການສູນພັນໄປໃນທີ່ສຸດຂອງມັນ ແລະ ການພັດທະນາຂອງສັງຄົມຫຼາຍອັນ ແລະ ການຕາຍໄປໃນທີ່ສຸດອີກດ້ວຍ. ແຕ່, ຄວາມແຕກຕ່າງອັນໜຶ່ງລະຫວ່າງ ວິທະຍາສາດສະໄໝໃໝ່ ກັບ ພຣະພຸດທະສາສະໜາ ແມ່ນວ່າພຣະພຸດທະເຈົ້າໄດ້ກ່າວວ່າການເກີດຂຶ້ນ, ການດຳລົງຢູ່, ແລະ ການພິນາດຂອງຈັກກະວານ ເປັນພຽງສ່ວນໜຶ່ງຂອງວັດຕະຈັກຂອງຫຼາຍໆ ຮອບ, ແລະ ເວລາບໍ່ມີຈຸດເລີ່ມຕົ້ນ ຫຼື ຈຸດຈົບ. ພຣະສູດກ່າວວ່າ:
ບໍ່ຊ້າກໍໄວ, ຫຼັງຈາກເວລາຜ່ານໄປດົນນານ, ວາເສດຖະ, ໂລກນີ້ຈະສູນສະຫຼາຍ… ແຕ່, ບໍ່ຊ້າກໍໄວ, ຫຼັງຈາກເວລາຜ່ານໄປ ດົນນານ, ໂລກນີ້ຈະວິວັດ… ໃນຊ່ວງນັ້ນ, ເວເສດຖະ, ຈະມີນ້ຳພຽງກ້ອນດຽວ, ແລະ ທັງໝົດຄືຄວາມມືດ, ຄວາມມືດບອດ. ດວງຈັນ ແລະ ດວງອາທິດຈະບໍ່ປາກົດ, ກຸ່ມດາວ ແລະ ດວງດາວຈະບໍ່ປາກົດ, ກາງຄືນ ແລະ ກາງເວັນຈະບໍ່ປາກົດ, ຂຶ້ນ ແລະ ແຮມຈະບໍ່ປາກົດ, ລະດູ ແລະ ປີຈະບໍ່ປາກົດ, ຜູ້ ແລະ ແມ່ຈະບໍ່ປາກົດ. ສິ່ງມີຊິວິດຈະ (ພຽງແຕ່) ຈັດເປັນສິ່ງມີຊີວິດ.
ໃນນີ້, ເຮົາສາມາດເຫັນວ່າພຣະພຸດທະເຈົ້າກ່າວເຖິງວັດຕະຈັກຂອງລະບົບໂລກຢ່າງຊັດເຈນ, ພ້ອມກັບການກ່າວເຖິງສິ່ງມີຊີວິດ. ພຣະສູດດຳເນີນຕໍ່ດ້ວຍວິທີການເກີດຂຶ້ນຂອງເພດ ແລະ ວິທີທີ່ສັງຄົມພັດທະນາຂຶ້ນກັບຊົນຊັ້ນຕ່າງໆ ຂອງຄົນ. ຈາກນັ້ນໄດ້ອະທິບາຍວ່າສິ່ງແວດລ້ອມ ແລະ ສິ່ງມີຊີວິດທີ່ນອນໃນນັ້ນຍ່ອຍສະຫຼາຍ ແລະ ຫາຍໄປແນວໃດ.
ຈາກພຣະສູດນີ້, ແລະ ຈາກຄຳສອນພຣະພຸດທະສາສະໜາກ່ຽວກັບການເກີດທີ່ເພິ່ງພາ ແລະ ຄວາມບໍ່ທ່ຽງ, ເຮົາສາມາດເຫັນວ່າບໍ່ມີຄວາມຂັດແຍ່ງໃນການຍອມຮັບທິດສະດີວິທະຍາສາດຂອງບິກແບງ ຫຼື ທິດສະດີທີ່ກ່ຽວຂ້ອງອື່ນໆ ຂອງຈຸດຈົບຂອງຈັກກະວານ.
ວິວັດທະນາການຂອງຮ່າງກາຍ
ບາດນີ້, ມາເບິ່ງທີ່ວິວັດທະນາການຂອງຮ່າງກາຍທາງຊີວະວິທະຍາຢ່າງລະອຽດຂຶ້ນອີກ. ທິດສະດີຂອງວິວັດທະນາການແມ່ນຈະແຈ້ງກ່ຽວກັບສິ່ງນີ້ - ເຮົາທັງໝົດໄດ້ວິວັດຈາກສິ່ງມີຊີວິດເຊລ໌ດຽວ. ທິດສະດີຂອງດາວິນສະເໜີວິວັດທະນາການໄປໃນທິດທາງທີ່ສູງຂຶ້ນ, ເຊິ່ງໃນນັ້ນ ສິ່ງມີຊີວິດຈະວິວັດໄປໃນທິດທາງທີ່ດີຂຶ້ນ - ເວົ້າອີກຢ່າງໜຶ່ງແມ່ນມີທ່າອ່ຽງໂດຍ ທຳມະຊາດທີ່ຈະວິວັດໄປໃນທາງທີ່ດີຂຶ້ນເທົ່ານັ້ນ. ໃນທີ່ນີ້, ເຮົາກຳລັງເວົ້າເຖິງພື້ນຖານທາງຮ່າງກາຍເທົ່ານັ້ນ, ເພາະພຣະພຸດທະສາສະໜາກ່າວວ່າມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງຮູບແບບຊີວິດທາງກາຍະພາບໃນໂລກ ກັບການສືບຕໍ່ຂອງຄວາມຕໍ່ເນື່ອງທາງຈິດຂອງສິ່ງມີຊີວິດທີ່ເກີດໃໝ່.
ເຄີຍມີໄດໂນເສົາແລ່ນຫຼິ້ນເທິງໂລກໜ່ວຍນີ້, ແຕ່ຕອນນີ້ພວກມັນໄດ້ສູນພັນໄປແລ້ວ. ເປັນຫຍັງເຮົາຈິ່ງບໍ່ສາມາດເກີດໃໝ່ເປັນໄດໂນເສົາໄດ້ຕອນນີ້? ຕາມທິສະດີທາງວິທະຍາສາດ, ເມື່ອປະມານ 66 ລ້ານປີກ່ອນ, ເຫດການຫາຍະນະໄດ້ເຮັດໃຫ້ໄດໂນເສົາສູນພັນໄປ, ແຕ່ສັດລ້ຽງລູກດ້ວຍນົມ (ເຊັ່ນມະນຸດ) ບໍ່ໄດ້ສູນພັນ, ເຊິ່ງຕໍ່ມາໄດ້ແຜ່ຂະຫຍາຍ. ທິດສະດີຂອງດາວິນກ່າວວ່າໄດໂນເສົາບໍ່ລອດຈາກການຕໍ່ສູ້ “ເພື່ອຄວາມຢູ່ລອດ,” ແລະ ສະນັ້ນ ພວກມັນຈິ່ງຖືກສູນພັນໄປ.
ຈາກມຸມມອງຂອງຊາວພຸດ, ຕ້ອງມີສະຖານະການທີ່ເໝາະສົມສຳລັບແຮງດັນ ແລະ ສັກກະຍະພາບຂອງກັມທີ່ຈະສຸກງອມ. ສະຖານະການທີ່ຈະເກີດໃໝ່ເປັນໄດໂນເສົານັ້ນບໍ່ມີຢູ່ໃນຊ່ວງເວລານີ້ ໃນໂລກນີ້. ແຕ່, ເຮົາມີຖານທາງກາຍະພາບອື່ນສຳລັບການເກີດໃໝ່. ສິ່ງເຫຼົ່ານີ້ກໍອາດປ່ຽນແປງໄປໄດ້ຕາມການເວລາເຊັ່ນກັນ. ແນ່ນອນ, ຖ້າຫາກມີໄດໂນເສົາຢູ່ໃນດາວດວງອື່ນຢູ່ສ່ວນອື່ນຂອງຈັກກະວານ, ພຣະພຸດທະສາສະໜາກໍຈະຍອມຮັບວ່າເຮົາສາມາດເກີດເປັນໄດໂນເສົາຢູ່ທີ່ນັ້ນໄດ້!
ໃນລະຫວ່າງການສົນທະນາທີ່ອົງພຣະດາໄລລາມະ ໄດ້ໂອ້ລົມກັບນັກວິທະຍາສາດ, ພຣະອົງໄດ້ຖືກຖາມວ່າ ຄອມພິວເຕີສາມາດກາຍເປັນສິ່ງມີຊີວິດໄດ້ບໍ່: ມື້ໜຶ່ງ ຄອມພິວເຕີຈະມີຈິດໃຈໄດ້ບໍ່? ພຣະອົງໄດ້ຕອບຢ່າງໜ້າສົນໃຈ, ໂດຍກ່າວວ່າຖ້າຄອມພິວເຕີ ຫຼື ຫຸ່ນຍົນກ້າວໄປເຖິງຈຸດທີ່ມີຄວາມຊັບຊ້ອນພຽງພໍທີ່ຈະເປັນພື້ນຖານສຳລັບຄວາມຕໍ່ເນື່ອງທາງຈິດ, ກໍບໍ່ມີເຫດຜົນໃດທີ່ຄວາມຕໍ່ເນື່ອງທາງຈິດຈະບໍ່ສາມາດເຊື່ອມຕໍ່ກັບເຄື່ອງຈັກອະນິນຊີລ້ວນໆ ເພື່ອເປັນພື້ນຖານທາງກາຍະພາບສຳລັບໜຶ່ງໃນຊີວິດຂອງມັນ.
ອັນນີ້ບໍ່ໄດ້ບອກວ່າຄອມພິວເຕີເປັນຈິດໃຈອັນໜຶ່ງ. ບໍ່ໄດ້ບອກວ່າເຮົາສາມາດສ້າງຈິດໃຈທຽມໃນຄອມພິວເຕີໄດ້. ແຕ່, ຖ້າຄອມພິວເຕີມີຄວາມຊັບຊ້ອນພຽງພໍ, ຄວາມຕໍ່ເນື່ອງທາງຈິດກໍສາມາດເຊື່ອມຕໍ່ກັບມັນ ແລະ ເອົາມັນເປັນພື້ນຖານທາງກາຍະພາບໄດ້. ອັນນີ້ຍິ່ງໄປໄກກວ່າດາວິນອີກ!
ເປັນຫຍັງພຣະພຸດທະເຈົ້າຈິ່ງບໍ່ອະທິບາຍເພີ່ມເຕີມກ່ຽວກັບວິວັດທະນາການ?
ການທີ່ຊາວພຸດມອງວ່າພຣະພຸດທະເຈົ້າເປັນຜູ້ຮອບຮູ້ - ຫຼັງຈາກບັນລຸການຕັດສະຮູ້ເຕັມອົງແລ້ວ, ພຣະອົງຊົງຮູ້ທຸກສິ່ງ - ເຮົາອາດສົງໄສວ່າ, ເຫດໃດພຣະອົງຈິ່ງບໍ່ກ່າວ ຫຼື ເປີດເຜີຍລາຍລະອຽດເພີ່ມເຕີມກ່ຽວກັບການເຮັດວຽກຂອງຈັກກະວານ ແລະ ວິວັດທະນາການຂອງສິ່ງມີຊີວິດ?
ໂດຍທົ່ວໄປ, ທຸກສິ່ງທີ່ພຣະພຸດທະເຈົ້າໄດ້ສອນ ມີຈຸດມຸ່ງໝາຍທີ່ຈະສົ່ງເສີມເຮົາໃຫ້ກ້າວໄປສູ່ການຫຼຸດພົ້ນ ແລະ ການ ຕັດສະຮູ້. ດັ່ງນັ້ນ, ຈຸດປະສົງຂອງພຣະອົງໃນການອະທິບາຍວັດຕະຈັກອັນກວ້າງໃຫຍ່ທີ່ຈັກກະວານ ແລະ ສິ່ງມີຊີວິດຢູ່ໃນນັ້ນຕ້ອງຜ່ານ ແມ່ນເພື່ອຊ່ວຍໃຫ້ຄົນສຳນຶກໄດ້ເຖິງຄວາມປະເສີດຂອງການເກີດໃໝ່ອັນມີຄ່າຂອງມະນຸດທີ່ເຂົາມີໃນຕອນນີ້. ໂດຍການຊື່ນຊົມຄວາມຫາຍາກ ແລະ ຄວາມຍາກລຳບາກໃນການທີ່ຈະໄດ້ເກີດໃໝ່ອີກ, ຄົນຈະຖືກດົນບັນດານໃຈໃຫ້ສວຍໂອກາດຕໍ່ສະຖານະການປະຈຸບັນຂອງຕົນໃຫ້ດີທີ່ສຸດເພື່ອມຸ້ງສູ່ເປົ້າໝາຍທາງສາສະໜາເຫຼົ່ານີ້. ພຣະພຸດທະເຈົ້າບໍ່ໄດ້ມາໃນໂລກນີ້ເພື່ອສອນຈັກກະວານວິທະຍາ ຫຼື ຟີສິກດາຣາສາດໃຫ້ເຮົາ.
ການໄຕ່ຕອງປະເດັນທີ່ບໍ່ກ່ຽວຂ້ອງກັບຈຸດມຸ່ງໝາຍນັ້ນຖືກເບິ່ງວ່າເປັນການເສຍເວລາ ແລະ ພະລັງງານ. ໂດຍສະເພາະຢ່າງຍິ່ງເມື່ອຈິດໃຈຂອງເຮົາເຕັມໄປດ້ວຍຄວາມສັບສົນ ແລະ ເຮົາຖືກຂັບເຄື່ອນດ້ວຍອາລົມລົບກວນ, ການໄຕ່ຕອງກ່ຽວກັບຈັກກະວານ ແລະ ຈຳນວນສິ່ງມີຊີວິດທີ່ຢູ່ພາຍໃນນັ້ນ - ໂດຍສະເພາະເມື່ອຢູ່ບົນພື້ນຖານຄວາມເຊື່ອໃນຂໍ້ມູນທີ່ຜິດກ່ຽວກັບສິ່ງເຫຼົ່ານີ້ - ມີແຕ່ຈະເຮັດໃຫ້ເຮົາອອກນອກເສັ້ນທາງສູ່ຈຸດມຸ່ງໝາຍຂອງເຮົາຕໍ່ການຫຼຸດພົ້ນ ແລະ ຄວາມສາມາດທີ່ຈະຊ່ວຍຜູ້ອື່ນ. ເຮົາອາດຈົບລົງກັບຄວາມສັບສົນຫຼາຍຂຶ້ນ.
ມີຫຼາຍເລື່ອງລາວຈາກຊີວິດຂອງພຣະພຸດທະເຈົ້າທີ່ສະແດງໃຫ້ເຫັນປະເດັນນີ້. ຕົວຢ່າງເຊັ່ນ, ພຣະພຸດທະເຈົ້າຖືກຖາມກ່ຽວກັບຈັກກະວານວ່າເປັນນິລັນດອນ ຫຼື ບໍ່, ແລະ ຫຼັງຈາກຕາຍແລ້ວ, ຕົນຍັງຄົງຢູ່ ຫຼື ບໍ່. ໃນກໍລະນີເຫຼົ່ານີ້, ພຣະ ພຸດທະເຈົ້າເລືອກທີ່ຈະງຽບ, ແລະ ບໍ່ຕອບ. ໃນທີ່ສຸດ, ພຣະພຸດທະເຈົ້າໄດ້ກ່າວວ່າ ເມື່ອຄົນຫາກສັບສົນ ແລະ ເຊື່ອໃນສິ່ງຕ່າງໆ ເຊັ່ນການຖືກສ້າງ ແລະ ຈິດວິນຍານທີ່ຖືກສ້າງຂຶ້ນ, ບໍ່ປ່ຽນແປງ, ຄຳຕອບໃດໆ ທີ່ພຣະອົງຈະໃຫ້ກໍມີແຕ່ຈະເຮັດໃຫ້ເຂົາຍິ່ງສັບສົນ. ຖ້າບໍ່ມີສິ່ງທີ່ເອີ້ນວ່າວິນຍານທີ່ຖືກສ້າງຂຶ້ນ, ບໍ່ປ່ຽນແປງ, ເຫດຜົນຫຍັງທີ່ຈະຖາມວ່າຈຳນວນຂອງວິນຍານດັ່ງກ່າວນັ້ນຈຳກັດ ຫຼື ນິລັນດອນ?
ອັນນີ້ເປັນຄຳສອນທີ່ຍິ່ງໃຫຍ່ໃນຕົວມັນເອງ. ທ້າຍທີ່ສຸດແລ້ວ, ການຮູ້ຂະໜາດຂອງຈັກກະວານ ຫຼື ຈຳນວນຂອງສິ່ງມີຊີວິດທີ່ຢູ່ໃນນັ້ນ - ເຖິງວ່າເຮົາຈະມີຂໍ້ມູນທີ່ຖືກຕ້ອງກ່ຽວກັບການມີຕົວຕົນຢູ່ຂອງມັນ - ຈະຊ່ວຍໃຫ້ເຮົາເອົາຊະນະຄວາມທຸກ ແລະ ບັນຫາຂອງເຮົາບໍ? ມັນຈະຊ່ວຍໃນການສ້າງປະໂຫຍດໃຫ້ກັບສິ່ງມີຊີວິດອື່ນໆ ບໍ? ພຣະພຸດທະເຈົ້າໄດ້ກ່າວວ່າ ເຮົາອາດຕາຍກ່ອນທີ່ເຮົາຈະສາມາດແກ້ຄຳຖາມເຫຼົ່ານີ້ໄດ້, ເສຍເວລາອັນມີຄ່າຂອງຊີວິດຂອງເຮົາລ້າໆ. ການຄາດເດົາແບບນີ້, ເຖິງບາງຄັ້ງອາດມ່ວນ, ບໍ່ຊ່ວຍຫຍັງເຮົາປານໃດ. ສິ່ງສຳຄັນແມ່ນການສຳນຶກໄດ້ວ່າຄວາມເປັນຈິງຂອງສະຖານະການປະຈຸບັນຂອງເຮົາ ແລະ ສວຍໂອກາດຕໍ່ໂອກາດທີ່ຫາຍາກທີ່ເຮົາມີ. ການເຂົ້າໃຈວ່າແທ້ຈິງແລ້ວເຮົາຢູ່ໃນສັງສາຣະວັດ, ແຕ່ຕອນນີ້ມີຮ່າງກາຍ ແລະ ຈິດໃຈທີ່ມີຄ່າຂອງມະນຸດ, ເຮົາສາມາດໃຊ້ມັນເພື່ອເອົາຊະນະຄວາມທຸກ ແລະ ຊ່ວຍຕົນອື່ນທັງໝົດ. ເຮົາສາມາດປະຕິບັດວິທີການທີ່ນຳເຮົາໄປສູ່ການຕັດສະຮູ້ຢ່າງເຕັມຮູບແບບ. ແລະ, ເມື່ອເຮົາໄປເຖິງຈຸດນັ້ນ, ບາງເທື່ອເຮົາຈະມີຄຳຕອບຂອງເຮົາເອງຕໍ່ຄຳຖາມທີ່ຕອບບໍ່ໄດ້ທັງໝົດເຫຼົ່ານີ້!