ການດຳລົງຊີວິດຢ່າງມີຄວາມໝາຍ

ສິ່ງມີຊີວິດທັງໝົດ ແຕ່, ໂດຍສະເພາະ, ມະນຸດມີອານຸພາບໃນການໄຈ້ແຍກລະຫວ່າງຄວາມສຸກ ແລະ ຄວາມທຸກທໍລະມານ, ດີ ແລະ ຊົ່ວ, ແມ່ນຫຍັງທີ່ສົ່ງຜົນຮ້າຍ ແລະ ແມ່ນຫຍັງທີ່ເປັນປະໂຫຍດ. ຍ້ອນຄວາມສາມາດໃນການຮັບຮູ້ ແລະ ໄຈ້ແຍກຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກປະເພດຕ່າງໆ ທີ່ແຕກຕ່າງກັນໄປເຫຼົ່ານີ້, ເຮົາທຸກຄົນຈຶ່ງມີຄວາມຄ້າຍຄືກັນໃນການຢາກມີຄວາມສຸກ ແລະ ບໍ່ຢາກມີຄວາມທຸກທໍລະມານ.

ເຖິງແມ່ນວ່າຢູ່ນີ້ ອາຕະມາບໍ່ສາມາດລົງເລິກເຖິງຄວາມສະຫຼັບສັບຊ້ອນໃນການນຳຫາຕົ້ນກຳເນີດ ແລະ ການຈະເລີນເຕີບໂຕຂອງຄວາມຮູ້ສຶກປະເພດຕ່າງໆເຫຼົ່ານີ້, ແຕ່ສິ່ງທີ່ເຮົາທຸກຄົນເຫັນໄດ້ແຈ້ງ ແລະ ຊັດເຈນແມ່ນວ່າເຮົາມີການເຫັນໄດ້ເຖິງຄຸນຄ່າຂອງຄວາມສຸກ ແລະ ບໍ່ມັກປະສົບການທີ່ມີຄວາມເຈັບປວດ ແລະ ຄວາມທຸກທໍລະມານ. ດັ່ງນັ້ນ, ມັນຈຶ່ງສຳຄັນທີ່ສຸດໃນການດຳລົງຊີວິດອັນນຳມາເຊິ່ງຄວາມສາມັກຄີປອງດອງ ແລະ ສັນຕິ ແລະ ບໍ່ນຳມາເຊິ່ງຄວາມເດືອດຮ້ອນ ແລະ ຄວາມວົນວາຍ. 

ເມື່ອມາຮອດຄຳຖາມກ່ຽວກັບການບັນລຸ ສັນຕິ ແລະ ຄວາມສຸກ, ມັນຜິດທີ່ຈະຄິດວ່າສັນຕິພາບ ແລະ ຄວາມສຸກທັງໝົດຂອງເຮົາມາຈາກຄວາມອຸດົມຮັ່ງມີທາງວັດຖຸພາຍນອກ ແຕ່ພຽງຢ່າງດຽວ. ຜ່ານການເອື່ອຍອີງໃສ່ສິ່ງອຳນວຍຄວາມສະດວກທີ່ເປັນວັດຖຸ, ມັນກໍເປັນໄປໄດ້ວ່າ ເຮົາສາມາດເສີມສ້າງຄວາມສຸກ ແລະ ຄວາມສຳລານທາງກາຍ ແລະ ຕັດຄວາມ ຫຍຸ້ງຍາກທາງກາຍຂອງເຮົາໄດ້ຈຳນວນໜຶ່ງ. ແຕ່ສິ່ງທີ່ເຮົາໄດ້ມາຈາກສິ່ງອຳນວຍຄວາມສະດວກທີ່ເປັນວັດຖຸ ແມ່ນຈຳກັດຢູ່ພຽງແຕ່ປະສົບການຂອງຮ່າງກາຍ.

ຕ່າງຈາກສັດພັນອື່ນໆ, ມະນຸດເຮົາມີຄວາມອາດສາມາດອັນໃຫຍ່ຫຼວງໃນການຄິດ, ຄິດໄລ່, ຕັດສິນ ແລະ ວາງແຜນໄລຍະຍາວ. ດັ່ງນັ້ນ, ຄວາມເຈັບປວດ ແລະ ຄວາມສຳລານທີ່ມະນຸດເຮົາປະສົບຈຶ່ງມີຄວາມແຮງກ້າຫຼາຍກວ່າ ແລະ ມີອານຸພາບຫຼາຍກວ່າເຊັ່ນດຽວກັນ. ຍ້ອນແນວນັ້ນ, ມັນຈຶ່ງເປັນໄປໄດ້ວ່າມະນຸດປະສົບກັບຄວາມທຸກທໍລະມານເພີ່ມຂຶ້ນຕື່ມອີກ ເຊິ່ງມັນຕິດພັນກັນຫຼາຍກັບຄວາມອາດສາມາດຂອງມະນຸດໃນການຄິດ.

ຍົກຕົວຢ່າງ, ໃນກໍລະນີຂອງມະນຸດ, ເຊິ່ງຕ່າງຈາກສັດ, ເຮົາບໍ່ມີຄວາມເພິ່ງພໍໃຈຕໍ່ການບັນລຸຄວາມສຸກຊົ່ວຄາວບາງປະເພດ ແລະ ຕໍ່ຄວາມສາມາດໃນການຕັດຄວາມທຸກທໍລະມານຊົ່ວຄາວບາງປະເພດ. ນັ້ນກໍຍ້ອນວ່າ, ມະນຸດເຮົາມີຄວາມອາດສາມາດໃນການວາງແຜນ ແລະ ຄິດໄລ່ໄລຍະຍາວ, ແລະ ຍ້ອນແນວນັ້ນ ເຮົາຈຶ່ງມີການແບ່ງແຍກລະຫວ່າງຕົວເຮົາເອງ ແລະ ຜູ້ອື່ນ. ອີງຕາມການແບ່ງແຍກເຫຼົ່ານີ້, ເຮົາກ່າວເຖິງປະເທດຊາດທີ່ແຕກຕ່າງກັນ, ເຊື້ອຊາດທີ່ແຕກຕ່າງກັນ ແລະ ສາສະໜາທີ່ແຕກຕ່າງກັນ. ເຮົາມີການແບ່ງແຍກຢ່າງນັບເທື່ອບໍ່ໄດ້ ແລະ, ອີງຕາມສິ່ງເຫຼົ່ານີ້, ເຮົາໄດ້ສ້າງຄວາມຄິດອັນສັບສົນ ແລະ ຄວາມເຂົ້າໃຈຜິດຫຼາຍປະເພດຂຶ້ນມາ. ຍ້ອນສິ່ງເຫຼົ່ານັ້ນ, ບາງຄັ້ງເຮົາຈຶ່ງມີຄວາມໄຝ່ຝັນທີ່ຫຼາຍຈົນເກີນໄປ ແລະ ບາງຄັ້ງກໍ່ມີຄວາມສົງໄສຫຼາຍເກີນໄປ.

ດັ່ງນັ້ນ, ໂດຍອີງໃສ່ສະເພາະແຕ່ສະຕິປັນຍາ ແລະ ມະໂນຄະຕິຂອງມະນຸດແຕ່ພຽງຢ່າງດຽວ, ເຮົາຈຶ່ງປະສົບກັບຄວາມທຸກໃຈຫຼາຍປະເພດ. ສິ່ງນີ້ໄດ້ຂຽນອອກໄວ້ຢ່າງຊັດເຈນໃນບົດອັນມີຊື່ສຽງທີ່ມີຊື່ວ່າ ຕຳລາສີ່ຮ້ອຍຂໍ້ ໂດຍພຣະອາຍະເທວາ, ເຊິ່ງໄດ້ກ່າວວ່າ (II.8): “ສຳລັບຜູ້ຢູ່ໃນຕຳແໜ່ງທີ່ໄດ້ຮັບເອກະສິດແມ່ນນຳມາເຊິ່ງຄວາມທຸກທໍລະມານທາງຈິດໃຈ, ໃນຂະນະທີ່ສາມັນຊົນທົ່ວໄປເກີດມີຄວາມທຸກທໍລະມານທາງກາຍ.” ນີ້ໝາຍຄວາມວ່າ, ກຸ່ມຄົນທີ່ມີອຳນາດຫຼາຍກວ່າ, ມີຄວາມຮັ່ງມີຫຼາຍກວ່າ, ອາດຈະບໍ່ມີຄວາມທຸກທໍລະມານທາງກາຍຫຼາຍ, ແຕ່ເຂົາກໍປະສົບກັບຄວາມທຸກທໍລະມານທາງຈິດໃຈຫຼາຍຍິ່ງກວ່າ. ບາດນີ້ ໃນກໍລະນີຂອງສາມັນຊົນທົ່ວໄປ, ເຂົາປະສົບກັບຄວາມທຸກທາງກາຍຫຼາຍກວ່າ ເພາະວ່າເຂົາບໍ່ມີຄວາມສາມາດໃນການຊອກຫາເຄື່ອງນຸ່ງຫົ່ມທີ່ພຽງພໍ, ອາຫານທີ່ພຽງພໍ ແລະ ອື່ນໆ. ດັ່ງນັ້ນ ມັນຈຶ່ງເຫັນໄດ້ແຈ້ງວ່າມະນຸດປະສົບກັບຄວາມທຸກທໍລະມານເພີ່ມຂຶ້ນຕື່ມອີກຫຼາຍຍ້ອນວິທີທີ່ເຮົານຶກຄິດ.

ດັ່ງທີ່ອາຕະມາໄດ້ກ່າວໄປກ່ອນໜ້ານີ້, ຄວາມທຸກທໍລະມານທາງກາຍສາມາດຫຼຸດຜ່ອນລົງໄດ້ໂດຍການຊອກເຂົ້າເຖິງຄວາມກ້າວໜ້າທາງວັດຖຸ. ເຖິງຢ່າງໃດກໍ່ຕາມ, ຄວາມທຸກທໍລະມານທີ່ປະເຊີນສືບເນື່ອງມາຈາກທັດສະນະຄະຕິທາງຈິດໃຈແມ່ນບໍ່ສາມາດຫຼຸດຜ່ອນລົງໄດ້ໂດຍການເພີ່ມຄວາມສະດວກສະບາຍທາງວັດຖຸຂອງທ່ານ. ຕົວຢ່າງທີ່ເຫັນໄດ້ແຈ້ງແມ່ນວ່າ ເຮົາເຫັນໄດ້ວ່າຄົນທີ່ຮັ່ງມີຈຳນວນຫຼາຍທີ່ມີສິ່ງອຳນວຍຄວາມສະດວກທາງວັດຖຸຄົບໄດ້ໃນທຸກເວລາທີ່ພວກເຂົາຕ້ອງການ, ແຕ່ເຖິງຢ່າງໃດກໍ່ຕາມ ເຂົາກໍຍັງສືບຕໍ່ປະສົບກັບຄວາມທຸກທໍລະມານທາງຈິດໃຈຫຼາຍຮູບແບບ. ນີ້ແມ່ນບາງສິ່ງບາງຢ່າງທີ່ເຮົາທຸກຄົນສາມາດສັງເກດເຫັນໄດ້. ດັ່ງນັ້ນ, ມັນຈຶ່ງເຫັນໄດ້ແຈ້ງວ່າຄວາມບໍ່ສະບາຍ, ບັນຫາ ແລະ ຄວາມທຸກທໍລະມານອັນເປັນຜົນມາຈາກທັດສະນະຄະຕິທາງຈິດໃຈຂອງທ່ານແຕ່ພຽງຢ່າງດຽວນັ້ນ ແມ່ນສາມາດຫຼຸດຜ່ອນລົງໄດ້ ແລະ ຕັດອອກໄປໄດ້ໂດຍການປ່ຽນແປງທັດສະນະທາງຈິດໃຈ ແລະ ບໍ່ແມ່ນຜ່ານສິ່ງອຳນວຍຄວາມສະດວກທາງວັດຖຸພາຍນອກ.

ເພື່ອເປັນການສະຫຼຸບຈຸດນີ້, ເວລາທີ່ເຮົາເວົ້າກ່ຽວກັບການປະສົບກັບຄວາມສຸກ ແລະ ຄວາມທຸກທໍລະມານ, ມັນມີສອງວິທີທາງທີ່ເຮົາປະສົບ. ວິທີທາງໜຶ່ງແມ່ນຕິດພັນກັບປະສົບການທາງອາຍະຕະນະ (ປະສາດສຳຜັດ) ເປັນສ່ວນໃຫຍ່ - ນັ້ນໝາຍເຖິງຄວາມສຳລານ ແລະ ຄວາມເຈັບປວດທີ່ເຮົາປະສົບຜ່ານອິນຊີທັງຫ້າ - ແລະ ຈາກນັ້ນມັນກໍ່ມີອີກລະດັບໜຶ່ງຂອງການປະສົບກັບຄວາມສຸກ ແລະ ຄວາມທຸກທໍລະມານ, ອີງຕາມຈິດໃຈ ຫຼື ທັດສະນະຄະຕິທາງໃຈຂອງເຮົາ. ໃນສອງສິ່ງເຫຼົ່ານີ້, ຄວາມສຸກ ແລະ ຄວາມທຸກທໍລະມານທີ່ທ່ານປະສົບຜ່ານຈິດໃຈ ແມ່ນມີຄວາມແຮງກ້າຫຼາຍກວ່າ ແລະ ມີອານຸພາບຫຼາຍກວ່າສິ່ງທີ່ທ່ານປະສົບຜ່ານປະສາດສຳຜັດ.

ຕົວຢ່າງທີ່ເຫັນໄດ້ແຈ້ງແມ່ນ ເຖິງແມ່ນວ່າທ່ານມີສິ່ງອຳນວຍຄວາມສະດວກທາງວັດຖຸຢ່າງຄົບຖ້ວນ ໄດ້ໃນທຸກເວລາທີ່ທ່ານຕ້ອງການ ແລະ ເຖິງແມ່ນວ່າທ່ານອາດຈະບໍ່ມີບັນຫາ ແລະ ຄວາມທຸກທໍລະມານທາງກາຍປະເພດໃດເລີຍກໍຕາມ, ແຕ່ວ່າ ເວລາທີ່ດວງຈິດຂອງທ່ານບໍ່ມີຄວາມສະບາຍໃຈ, ເວລາທີ່ທ່ານມີຄວາມທຸກທໍລະມານທາງຈິດໃຈ, ຄວາມສະດວກສະບາຍທາງກາຍເຫຼົ່ານີ້ກໍບໍ່ສາມາດມາທົດແທນຄວາມທຸກທໍລະມານທີ່ທ່ານພວມປະເຊີນຢູ່ໃນລະດັບຈິດໃຈຂອງທ່ານໄດ້. ໃນທາງກົງກັນຂ້າມ, ເຖິງແມ່ນວ່າທ່ານກຳລັງປະເຊີນກັບຄວາມບໍ່ສະບາຍ ແລະ ຄວາມທຸກທໍລະມານທາງກາຍ, ແຕ່ຖ້າຫາກວ່າຈິດໃຈຂອງທ່ານຍອມຮັບກັບສະຖານະການນັ້ນແລ້ວ, ທ່ານກໍ່ຈະສາມາດອົດທົນຜ່ານຜ່າຄວາມທຸກທໍລະມານທາງກາຍນັ້ນໄດ້.

ຍົກຕົວຢ່າງ ບຸກຄົນຜູ້ໜຶ່ງທີ່ຍຶດໝັ້ນເອົາໃຈໃສ່ໃນການປະຕິບັດທາງສາສະໜາໃດໜຶ່ງ. ເຖິງແມ່ນວ່າ, ໃນຂະນະທີ່ດຳເນີນການປະຕິບັດທາງສາສະໜານັ້ນ, ລາວອາດຈະປະເຊີນໜ້າກັບອຸປະສັກຫຍຸ້ງຍາກທາງກາຍ; ເຖິງຢ່າງໃດກໍ່ຕາມ, ຍ້ອນການຮັບຮູ້ໄດ້ເຖິງສັນໂດດ ແລະ ຄວາມເພິງພໍໃຈ, ແລະ ຍ້ອນວ່າມີວິໄສທັດອັນຈະແຈ້ງຕໍ່ກັບເປົ້າໝາຍທີ່ລາວພວມປະຕິບັດຕາມ, ບຸກຄົນຜູ້ນັ້ນຈຶ່ງແນມເຫັນອຸປະສັກຫຍຸ້ງຍາກເຫຼົ່ານັ້ນວ່າເປັນມັນທະນາ (ເຄື່ອງເອ້) ປະເພດໜຶ່ງ ແທນທີ່ຈະເຫັນເປັນຄວາມຫຍຸ້ງຍາກ. ດັ່ງນັ້ນ, ລາວຈຶ່ງສາມາດເອົາຊະນະຄວາມທຸກທໍລະມານທາງກາຍຜ່ານການກະກຽມຄວາມພ້ອມທາງຈິດໃຈເພື່ອຍອມຮັບກັບສະຖານະການໂດຍການແນມເຫັນເຖິງຈຸດປະສົງອັນຍິ່ງໃຫຍ່ກວ່າ. ມັນມີຫຼາຍຕົວຢ່າງກ່ຽວກັບວິທີການທີ່ເຮົາສາມາດເອົາຊະນະຄວາມທຸກທໍລະມານທາງກາຍໄດ້ໃນຍາມທີ່ເຮົາພວມເຮັດວຽກເພື່ອຈຸດປະສົງ ແລະ ເປົ້າໝາຍທີ່ສຳຄັນກວ່າຫຼາຍ. ໃນກໍລະນີດັ່ງກ່າວ, ເຖິງແມ່ນວ່າເຮົາຈະປະເຊີນໜ້າກັບບັນຫາທາງກາຍຫຼາຍຢ່າງ, ເຮົາກໍປະຕິບັດຕົນຕໍ່ກັບບັນຫາທາງກາຍເຫຼົ່ານັ້ນດ້ວຍຄວາມຍິ້ມແຍ້ມແຈ່ມໃຈເປັນຢ່າງຍິ່ງ, ດ້ວຍຄວາມປິຕິເປັນຢ່າງຍິ່ງ, ແລະ ຖືເປັນມັນທະນາ.

ເພື່ອສະຫຼຸບສັງລວມຈຸດນີ້, ໃນສອງປະສົບການທີ່ທ່ານປະເຊີນ ຜ່ານປະສາດສຳຜັດຂອງທ່ານ ແລະ ຜ່ານຈິດໃຈຂອງທ່ານ, ສິ່ງທີ່ທ່ານປະເຊີນ ແລະ ປະສົບຜ່ານຈິດໃຈຂອງທ່ານເປັນສິ່ງທີ່ສຳຄັນກວ່າຫຼາຍ.

ເມື່ອມາເຖິງການຮັບມືກັບບັນຫາທາງຈິດໃຈ, ດັ່ງທີ່ອາຕະມາໄດ້ກ່າວໄວ້, ກັບບັນຫາທີ່ເປັນຜົນມາຈາກທັດສະນະຄະຕິທາງຈິດໃຈ ແລະ ມຸມມອງທາງຈິດໃຈລ້ວນໆ, ສິ່ງເຫຼົ່ານີ້ສາມາດຫຼຸດຜ່ອນລົງໄດ້ ແລະ ຕັດອອກໄປໄດ້ໂດຍການປ່ຽນແປງທັດສະນະຄະຕິຂອງທ່ານ. ດັ່ງນັ້ນ, ມີວິທີທາງ, ມີຊ່ອງທາງ, ແລະ ມີວິທີການໃນການຕັດບັນຫາທາງຈິດໃຈ. ຍ້ອນສິ່ງນັ້ນ, ສິ່ງສຳຄັນແມ່ນຕ້ອງຮູ້ກ່ຽວກັບວິທີການ ແລະ ຊ່ອງທາງທີ່ເຮົາສາມາດນຳໃຊ້ໄດ້ເພື່ອຫຼຸດຜ່ອນ ແລະ ຕັດບັນຫາທາງຈິດໃຈເຫຼົ່ານີ້. ນອກຈາກນັ້ນແລ້ວ, ເວລາທີ່ເຮົາເວົ້າກ່ຽວກັບຊ່ອງທາງ ແລະ ວິທີການໃນການກຳຈັດບັນຫາທາງຈິດໃຈເຫຼົ່ານີ້, ສິ່ງສຳຄັນແມ່ນຕ້ອງຮູ້ ແລະ ຮັບຮູ້ກ່ຽວກັບຄຸນສົມບັດໂດຍກຳເນີດຂອງມະນຸດເຮົາ.

ຍົກຕົວຢ່າງ, ອາຕະມາແນມເຫັນມັນໃນທາງນີ້: ຖ້າທ່ານສັງເກດເບິ່ງສັງຄົມມະນຸດນີ້ຢ່າງລະອຽດ, ທ່ານຈະພົບວ່າເຮົາເປັນສັດສັງຄົມ. ນີ້ໝາຍຄວາມວ່າເຮົາດຳລົງຊີວິດຢູ່ໃນສັງຄົມ ແລະ ເຮົາເພິ່ງພາອາໄສເຊິ່ງກັນ ແລະ ກັນຢ່າງແນ່ນອນ. ນັບຕັ້ງແຕ່ເວລາທີ່ເຮົາເກີດມາຈົນໄປເຖິງເວລາທີ່ເຮົາເຕີບໂຕເປັນຜູ້ໃຫຍ່ ແລະ ສາມາດເບິ່ງແຍງຕົວເຮົາເອງໄດ້, ເຮົາຈຳເປັນຕ້ອງໄດ້ເພິ່ງພາອາໄສຄວາມເມດຕາຈາກຜູ້ອື່ນ, ແມ່ນແຕ່ສຳລັບສະຫວັດດີພາບທາງກາຍຂອງເຮົາເອງກໍຕາມ. ມັນເປັນດັ່ງນີ້ກໍເນື່ອງມາຈາກໂຄງສ້າງດ້ານຊີວະພາບຂອງເຮົາ, ກໍຄືໂຄງສ້າງຂອງຮ່າງກາຍເຮົານັ້ນເອງ. ຍິ່ງເຮົາສະແດງໃຫ້ເຫັນເຖິງຄວາມໃກ້ຊິດ ແລະ ຍິ່ງເຮົາພັດທະນາຄວາມເຫັນໃຈ ແລະ ເອົາໃຈໃສ່ເບິ່ງແຍງເຊິ່ງກັນ ແລະ ກັນໄດ້ຫຼາຍຊ່ຳໃດ, ເຮົາກໍຈະສາມາດບັນລຸສັນຕິ ແລະ ຄວາມສຸກໄດ້ຫຼາຍຊ່ຳນັ້ນ. ຍ້ອນຜົນປະໂຫຍດຂອງຄຸນສົມບັດພື້ນຖານມະນຸດເຫຼົ່ານີ້, ເຮົາຈຶ່ງສາມາດເວົ້າໄດ້ວ່າຄຸນສົມບັດພື້ນຖານມະນຸດເຫຼົ່ານີ້ແມ່ນມີຄວາມສຳຄັນ, ມັນເປັນສິ່ງຈຳເປັນ, ແລະ ຍ້ອນແນວນັ້ນມັນຈຶ່ງເປັນຄຸນສົມບັດທີ່ຕ້ອງໄດ້ມີ.

ໃນກໍລະນີຂອງຕົວຢ່າງອື່ນ, ເຊັ່ນລູກຂອງແມງກະເບື້ອ, ຫຼື ລູກຂອງເຕົ່າ, ມັນເບິ່ງຄືວ່າບໍ່ໄດ້ມີການເພິ່ງພາອາໄສກັນຫຼາຍລະຫວ່າງແມ່ ແລະ ລູກຂອງເຕົ່າ ແລະ ແມງກະເບື້ອງ. ຍົກຕົວຢ່າງ, ພາຍຫຼັງທີ່ໄດ້ວາງໄຂ່ແລ້ວ, ໃນກໍລະນີຂອງແມງກະເບື້ອ, ລູກຈະບໍ່ສາມາດພົບກັບພໍ່ແມ່ໄດ້, ແລະ ໃນກໍລະນີຂອງເຕົ່າ, ມັນພຽງແຕ່ວາງໄຂ່ ແລະ ຈາກນັ້ນມັນກໍ່ຫາຍຕົວໄປ. ເຖິງແມ່ນວ່າທ່ານຈະນຳຕົວແມ່ໄປວາງໃກ້ລູກ, ອາຕະມາກໍບໍ່ຄິດວ່າລູກຈະສາມາດຕອບໂຕ້ຄືນ ຫຼື ສະແດງຄວາມຮັກ ແລະ ຄວາມຜູກພັນຕໍ່ກັບພໍ່ແມ່ຂອງມັນໄດ້, ເພາະມັນດຳລົງຊີວິດຢ່າງເອກະລາດມາແຕ່ເກີດ. ນີ້ອາດແມ່ນຍ້ອນນິໄສໃນອາດີດຕະຊາດຂອງມັນ ຫຼື ຍ້ອນໂຄງສ້າງທາງກາຍຂອງມັນ. ໃນກໍລະນີຂອງລູກເຕົ່າ, ຍ້ອນນິໄສໃນອາດີດຕະຊາດຂອງມັນ ຫຼື ຍ້ອນໂຄງສ້າງທາງກາຍຂອງມັນ, ມັນຈຶ່ງສາມາດເບິ່ງແຍງຕົນເອງໄດ້. ເວລາທີ່ມັນໄດ້ຍິນສຽງຄື້ນຂອງມະຫາສະໝຸດ, ມັນຈະຄ່ອຍຫຍັບເຂົ້າໄປຫາມະຫາສະໝຸດ ແລະ ສາມາດເບິ່ງແຍງຕົວມັນເອງໄດ້. ແນ່ນອນແມ່ມັນບໍ່ໄດ້ເຂົ້າມາຫາລູກ ແລະ ສອນມັນລອຍນ້ຳ ແລະ ອື່ນໆ; ມັນບໍ່ໄດ້ມີສິ່ງເຫຼົ່ານີ້ຢູ່ນັ້ນ. ສະນັ້ນ, ມັນຈຶ່ງດຳລົງຊີວິດຢ່າງເອກະລາດ, ແລະ ຢູ່ນັ້ນເຮົາກໍບໍ່ເຫັນຄວາມຜູກພັນຫຼາຍລະຫວ່າງລູກ ແລະ ພໍ່ແມ່.

ບາດນີ້ ໃນກໍລະນີຂອງມະນຸດ, ຍ້ອນໂຄງສ້າງທາງກາຍຂອງເຮົາ, ນັບແຕ່ຕອນທີ່ເຮົາເກີດມາເຮົາສາມາດສະແດງຄວາມຮັກ ແລະ ຄວາມຜູກພັນອັນແຮງກ້າຕໍ່ກັບພໍ່ແມ່ຂອງເຮົາ, ໂດຍສະເພາະຕໍ່ກັບແມ່. ອາຕະມາເນັ້ນໜັກຈຸດເຫຼົ່ານີ້ບໍ່ແມ່ນຈາກທັດສະນະຂອງການ ຍອມຮັບອາດີດຕະຊາດ ແລະ ຊາດໜ້າ ຫຼື ຈາກປະເດັນທາງສາສະໜາ, ແຕ່ຖ້າທ່ານສັງເກດເບິ່ງຢ່າງລະອຽດກ່ຽວກັບວິທີການທີ່ມະນຸດເອົາຕົວລອດ ແລະ ພັດທະນາການຂອງມະນຸດ, ທ່ານຈະພົບວ່າການທີ່ເຮົາເພິ່ງພາອາໄສຄຸນສົມບັດມະນຸດ, ຄວາມຮັກ ແລະ ຄວາມຜູກພັນຂອງມະນຸດທັງໝົດກໍແມ່ນເພື່ອຈຸດປະສົງການຢູ່ລອດ. ແລະໃນກໍລະນີຂອງມະນຸດທີ່ເປັນເດັກ, ນັບແຕ່ເກີດມາເຂົາເພິ່ງພາອາໄສນົມຂອງແມ່, ແລະ ຈາກນັ້ນ, ຈົນກວ່າເຂົາຄ່ອຍໆ ເລີ່ມສາມາດເບິ່ງແຍງຕົນເອງໄດ້, ເຂົາກໍຍັງຕ້ອງໄດ້ເພິ່ງພາອາໄສຄວາມເມດຕາຈາກພໍ່ແມ່ຂອງເຂົາອີກຢູ່. ແລະເຖິງແມ່ນວ່າພາຍຫຼັງທີ່ເຂົາເຕີບໃຫຍ່ແລ້ວ, ເຂົາກໍຍັງຄົງເພິ່ງພາອາໄສຄວາມເມດຕາຈາກເພື່ອນມະນຸດຜູ້ອື່ນຢູ່.

ຕາບໃດທີ່ທ່ານມີມິດສະຫາຍທີ່ເປັນມະນຸດ, ຕາບໃດທີ່ທ່ານມີໃຜຄົນໜຶ່ງດູແລເບິ່ງແຍງທ່ານ, ທ່ານກໍຈະຮູ້ສຶກສະຫງົບຫຼາຍຂຶ້ນ, ຮູ້ສຶກຜ່ອນຄາຍຫຼາຍຂຶ້ນ, ຮູ້ສຶກຄືຢູ່ບ້ານຫຼາຍຂຶ້ນ. ດັ່ງນັ້ນ, ສິ່ງສຳຄັນແມ່ນການດຳລົງຊີວິດໂດຍທີ່ທ່ານບໍ່ບຽດບຽນທຳຮ້າຍໃຜ ແລະ ໂດຍທີ່ທ່ານພະຍາຍາມຊ່ວຍເຫຼືອທຸກຄົນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. ຖ້າທ່ານມີການສຳຜັດໄດ້ເຖິງຄວາມຮັກ, ສຳຜັດໄດ້ເຖິງຄວາມຜູກພັນຕໍ່ກັບສິ່ງມີຊີວິດອື່ນນີ້, ທ່ານກໍ່ຈະໄດ້ຮັບຄວາມມັກ ແລະ ຄວາມຮັກຈາກທຸກຄົນຕອບກັບມາຄືນ, ແລະ ເມື່ອເຖິງເວລາທີ່ເສຍຊີວິດເຊັ່ນກັນ ທ່ານກໍຈະບໍ່ມີຄວາມວິຕົກກັງວົນ, ບໍ່ມີຄວາມຢ້ານກົວ, ບໍ່ມີຄວາມວົນວາຍທາງຈິດໃຈ. 

ເຖິງຢ່າງໃດກໍຕາມ, ເວລາທີ່ເຮົາເຕີບໃຫຍ່ຂຶ້ນມາ, ບາງຄັ້ງກໍມີສະຕິປັນຍາມະນຸດບາງປະເພດເຂົ້າມາມີບົດບາດຫຼາຍ ແລະ ບາງຄັ້ງສະຕິປັນຍານີ້ໄດ້ກໍ່ໃຫ້ເກີດຄວາມໄຝ່ຝັນອັນຫວ່າງເປົ່າ. ເຮົາຮຽນຮູ້ປະເດັນໃໝ່, ຖອດຖອນຄວາມຮູ້ໃໝ່ຜ່ານສະຕິປັນຍາຂອງເຮົາ. ຕໍ່ກັບຄວາມຮູ້ປະເພດນີ້, ບາງຄັ້ງເຮົາຄິດວ່າ, ໂດຍສະເພາະໃນກໍລະນີທີ່ທ່ານປະສົບຜົນສຳເລັດຫຼາຍທ່ານອາດຄິດວ່າ: “ຂ້ອຍສາມາດຂົ່ມເຫັງຄົນອື່ນໄດ້, ຂ້ອຍສາມາດກົດຂີ່ຂູດຮີດຄົນອື່ນໄດ້, ເພາະຂ້ອຍມີສະຕິປັນຍາ ແລະ ຄວາມຮູ້ອັນລ້ຳເລີດນີ້, ສະນັ້ນ ໃນກໍລະນີຂອງຂ້ອຍຄຸນສົມບັດພື້ນຖານມະນຸດຈຶ່ງບໍ່ມີຄວາມສຳຄັນ.” ທ່ານມີຄວາມຮູ້ສຶກສຳຜັດໄດ້ເຖິງຄວາມໄຝ່ຝັນອັນຫວ່າງເປົ່າ ແລະ, ໃນວິຖີທາງນີ້, ທ່ານຈະເລີ່ມສ້າງທັດສະນະຄະຕິ ແລະ ມຸມມອງທາງຈິດໃຈໃນຮູບແບບທີ່ແຕກຕ່າງ, ແລະ ທ່ານກໍບໍ່ລັງເລໃຈໃນການກົດຂີ່ຂູດຮີດ ແລະ ຂົ່ມເຫັງຜູ້ອື່ນ, ພໍປານກັບວ່າທ່ານຈະສາມາດບັນລຸຜົນປະໂຫຍດບາງຢ່າງໄດ້ຜ່ານວິຖີທາງນັ້ນ.

ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງ, ຖ້າຫາກທ່ານດຳລົງຊີວິດໃນແບບທີ່ທ່ານບໍ່ໃສ່ໃຈກ່ຽວກັບຄວາມສຸກຂອງຜູ້ອື່ນ, ທ່ານກໍຈະຄ່ອຍຄົ້ນພົບວ່າທຸກຄົນໄດ້ກາຍເປັນສັດຕູຂອງທ່ານ. ບໍ່ວ່າທ່ານຈະແນມໄປທາງຂວາ, ທາງຊ້າຍ, ແນມໄປທາງຫຼັງ ຫຼື ທາງໜ້າ, ທ່ານຈະຄົ້ນພົບວ່າມັນຍາກຫຼາຍທີ່ຈະຊອກຫາຜູ້ໃດທີ່ຈະມາມັກທ່ານ. ແລະຍ້ອນວ່າທ່ານດຳລົງຊີວິດໃນທາງລົບ, ເມື່ອມາຮອດເວລາທີ່ທ່ານເສຍຊີວິດ ທຸກຄົນອາດຈະມີຄວາມປີຕິຍິນດີຕໍ່ກັບຄວາມເປັນຈິງທີ່ຕອນນີ້ທ່ານກຳລັງຈະເສຍຊີວິດ. ຕົວທ່ານເອງອາດຈະເລີ່ມສຳນຶກຜິດເຊັ່ນກັນໂດຍການຫວນກັບໄປເບິ່ງຄືນ ແລະ ສະທ້ອນຄືນເຖິງຮູບແບບຊີວິດທີ່ທ່ານໄດ້ໃຊ້ຜ່ານມາ. ອີກຢ່າງໜຶ່ງທ່ານເອງອາດຈະຮູ້ສຶກຜິດຫວັງຫຼາຍວ່າເປັນຍ້ອນວິຖີຊີວິດຂອງທ່ານ, ຈຶ່ງບໍ່ມີຜູ້ໃດມາດູແລເບິ່ງແຍງທ່ານໃນຕອນນີ້ອີກແລ້ວ. ດັ່ງນັ້ນ, ເຫັນໄດ້ແຈ້ງວ່າຖ້າທ່ານປະຕິເສດຄຸນສົມບັດພື້ນຖານມະນຸດເຫຼົ່ານີ້, ມັນກໍບໍ່ມີປະໂຫຍດຫຍັງທີ່ຈະໄປຄາດຫວັງຫາຄວາມສຸກອັນແທ້ຈິງ ຫຼື ຄວາມສະຫງົບອັນຍາວນານ. ແລະ ຍ້ອນແນວນັ້ນ, ເວລາທີ່ທ່ານເສຍຊີວິດໃນທີ່ສຸດ, ທ່ານຈະບໍ່ມີຜູ້ໃດມາດູແລເບິ່ງແຍງທ່ານ, ບໍ່ມີຜູ້ໃດມາຮັກທ່ານ, ແລະ ທ່ານຈະຈາກໂລກນີ້ໄປດ້ວຍມືເປົ່າ, ພ້ອມກັບການສຳຜັດໄດ້ຢ່າງຫຼວງຫຼາຍເຖິງຄວາມຫວ່າງເປົ່າ, ສຳຜັດໄດ້ຢ່າງຫຼວງຫຼາຍເຖິງຄວາມຜິດຫວັງ. ດັ່ງນັ້ນ, ວິຖີຊີວິດດັ່ງກ່າວ, ການບໍ່ໃສ່ໃຈຕໍ່ກັບສິ່ງມີຊີວິດອື່ນ, ຈຶ່ງເປັນວິຖີການດຳລົງຊີວິດອັນໂງ່ຈ້າຫຼາຍ.

ໃນທາງກົງກັນຂ້າມ, ຖ້າທ່ານສາມາດຫຼໍ່ລ້ຽງ ແລະ ຖະໜຸຖະໜອມຄຸນສົມບັດພື້ນຖານມະນຸດເຫຼົ່ານີ້, ຜ່ານການຄ້ຳຊູໂດຍສະຕິປັນຍາ ແລະ ຄວາມສະຫຼາດຫຼັກແຫຼມອັນຫຼວງຫຼາຍຂອງມະນຸດ, ທ່ານກໍຈະສາມາດພັດທະນາຄວາມເຫັນໃຈຕໍ່ມະນຸດນີ້ໄດ້ຢ່າງບໍ່ຈຳກັດ. ການດຳລົງຊີວິດຂອງທ່ານໃນວິທີທາງດັ່ງກ່າວນີ້ຈຶ່ງເປັນວິຖີຊີວິດຂອງຜູ້ສະຫຼາດສ່ອງໃສ; ເປັນວິທີທາງທີ່ຈະເຮັດໃຫ້ຊີວິດຂອງທ່ານມີຄວາມໝາຍ. 

Top