ຄວາມຊື່ສັດ, ຄວາມໄວ້ວາງໃຈ ແລະ ມິດຕະພາບ

Study buddhism dalai lama oa

ຄວາມສຸກແມ່ນຫຍັງ? 

ທຸກຄົນຢາກມີຊີວິດທີ່ມີຄວາມສຸກ, ສະນັ້ນ ຄຳຖາມຄື, ຄວາມສຸກແມ່ນຫຍັງ? ຄວາມສຸກທີ່ເຊື່ອຖືໄດ້, ຍາວນານແທ້ແມ່ນຫຍັງ? ເຮົາຕ້ອງເບິ່ງອັນນີ້ເລິກໆ. ຄວາມສຸກ ຫຼື ຄວາມປີຕິທີ່ສ່ວນຫຼາຍມາຈາກອົງປະກອບທາງຮ່າງກາຍທີ່ຮັບຮູ້ປະສາດສຳຜັດຂອງເຮົາ - ປະສົບການຕ່າງໆ ເຊັ່ນ ການເຫັນສິ່ງທີ່ງາມ, ໄດ້ຍິນສິ່ງທີ່ມ່ວນ, ລົດຊາດ ຫຼື ກິ່ນທີ່ດີ - ກໍໃຫ້ຄວາມເພິງພໍໃຈຊ່ຳໃດຊ່ຳໜຶ່ງ. ແຕ່ຄວາມສຳລານທີ່ຢູ່ບົນພື້ນຖານຂອງປະສົບການທາງອາຍາຕະນະ (ປະສາດສຳຜັດ) ເຫຼົ່ານີ້ເປັນສິ່ງຜິວເຜີນຫຼາຍ. ທັນທີທີ່ມີສິ່ງອຳນວຍຄວາມສະດວກ, ທ່ານກໍຈະມີຄວາມປີຕິ ຫຼື ຄວາມສຸກ ຫຼື ຄວາມສຳລານບາງຢ່າງ, ແຕ່ທັນທີທີ່ມີສຽງລົບກວນດັງໆ ບາງຢ່າງເຂົ້າມາ, ກໍບໍ່ມີຄວາມສຳລານອີກ. ຫຼືບາດແລ້ວກໍມີຄົນຊອກຫາຄວາມສຳລານໃນການເບິ່ງໂທລະພາບ, ແລ້ວເມື່ອບໍ່ມີໂທລະພາບ ຫຼັງຈາກໜຶ່ງຊົ່ວໂມງເຂົາກໍຮູ້ສຶກເບື່ອ. ບາງຄົນມັກມ່ວນຫຼາຍ ແລະ ທ່ອງທ່ຽວໄປຫຼາຍພາກສ່ວນຂອງໂລກ, ແລະ ປະສົບກັບບ່ອນໃໝ່, ວັດທະນະທຳໃໝ່, ດົນຕຣີໃໝ່ ແລະ ລົດຊາດໃໝ່ຢູ່ຕະຫຼອດ. ອາຕະມາຄິດວ່າ ສິ່ງນີ້ມາຈາກການຂາດຄວາມສາມາດໃນການສ້າງຄວາມສະຫງົບພາຍໃນ ເຊິ່ງໄດ້ຈາກການຝຶກຈິດ. 

ແຕ່ສຳລັບຄົນເຫຼົ່ານັ້ນ ທີ່ດຳລົງຊີວິຄືພຣະລືສີຫຼາຍຕໍ່ຫຼາຍປີ, ເຂົາປະສົບກັບຊີວິດທີ່ມີຄວາມສຸກທີ່ສຸດແທ້. ຄັ້ງໜຶ່ງໃນບາເຊໂລນາ ອາຕະມາໄດ້ພົບກັບພຣະຄາທໍລິກອົງໜຶ່ງ ເຊິ່ງເວົ້າພາສາອັງກິດສຳນຽງຄຸ້ນໆ ກັບອາຕະມາ ສະນັ້ນ ອາຕະມາກໍເລີຍກ້າເວົ້ານຳເພິ່ນ! ຜູ້ຈັດບອກອາຕະມາວ່າ ພຣະອົງນັ້ນໄດ້ໃຊ້ເວລາຫ້າປີອາໄສຢູ່ພູເປັນພຣະລືສີ. ອາຕະມາຖາມເພິ່ນວ່າ ເພິ່ນເຮັດຫຍັງຢູ່ພູ, ແລະ ເພິ່ນກໍບອກອາຕະມາວ່າ ເພິ່ນໄດ້ຄິດ ຫຼື ໄດ້ເຮັດສະມາທິກ່ຽວກັບຄວາມຮັກ. ຕອນທີ່ເພິ່ນກ່າວເຖິງອັນນີ້ໄດ້ມີການສະແດງອອກອັນພິເສດທາງສາຍຕາຂອງເພິ່ນ, ເຊິ່ງຊີ້ໃຫ້ເຫັນວ່າເພິ່ນໄດ້ມີຄວາມສຸກຢູ່ກັບຄວາມສະຫງົບທາງໃຈແທ້. ສະນັ້ນ, ນີ້ແມ່ນຕົວຢ່າງອັນໜຶ່ງຂອງຄວາມສະຫງົບທາງໃຈທີ່ບໍ່ຕ້ອງອາໄສປະສົບການທາງອາຍາຕະນະ, ແຕ່ມາຈາກການປູກຝັງຄຸນຄ່າອັນເລິກເຊິ່ງບາງອັນ. ໂດຍການຄິດກ່ຽວກັບຄວາມຮັກຢູ່ສະເໝີ, ກໍເລີຍເກີດຄວາມງຽບສະຫງົບອັນແທ້ຈິງ. 

ສະນັ້ນ, ບາດນີ້ເມື່ອອາຕະມາໂອ້ລົມ, ອາຕະມາຈະເນັ້ນໜັກສະເໝີວ່າ ການພັດທະນາດ້ານວັດຖຸແມ່ນຈຳເປັນສຳລັບຄວາມສະດວກສະບາຍທາງກາຍ, ແຕ່ຄ່ານິຍົມດ້ານວັດຖຸນັ້ນບໍ່ເຄີຍໃຫ້ຄວາມສະບາຍໃຈແທ້. ບາງເທື່ອເມື່ອຄົນຮັ່ງມີຂຶ້ນ, ເຂົາກໍໂລບຂຶ້ນ, ແລະ ກໍກົດດັນ. ຜົນໄດ້ຮັບແມ່ນຄົນທີ່ບໍ່ມີຄວາມສຸກ. ສະນັ້ນ, ເພື່ອໃຫ້ບັນລຸຊີວິດທີ່ມີຄວາມສຸກ, ຈົ່ງຢ່າເຊື່ອໝັ້ນແຕ່ໃນຄ່ານິຍົມດ້ານວັດຖຸເທົ່ານັ້ນ. ຄ່ານິຍົມດ້ານວັດຖຸແມ່ນຈຳເປັນ, ແຕ່ນອກຈາກນັ້ນແລ້ວ ເຮົາຍັງຕ້ອງເບິ່ງຢ່າງຈິງຈັງທີ່ຄຸນຄ່າພາຍໃນຂອງເຮົາອີກ. ບໍ່ວ່າເຮົາຈະຖືສາສະໜາ ຫຼື ບໍ່, ຕາບໃດທີ່ເຮົາຍັງເປັນມະນຸດ, ຄວາມສະຫງົບພາຍໃນແມ່ນຈຳເປັນ.


ຄວາມສະຫງົບທາງຈິດໃຈ ແລະ ສຸຂະພາບທີ່ດີ

ນັກວິທະຍາສາດບາງທ່ານເວົ້າວ່າ ອີງຕາມຜົນຄົ້ນຄວ້າຂອງເພິ່ນ, ຄວາມກົດດັນທີ່ຫຼາຍເກີນໄປຈະພາໃຫ້ເກີດບັນຫາຕໍ່ຄວາມດັນເລືອດ ແລະ ອີກຫຼາຍອັນ. ແລະ ນັກວິທະຍາສາດການແພດເວົ້າວ່າ ຄວາມຢ້ານກົວ, ຄວາມໂມໂຫ ແລະ ຄວາມກຽດຊັງອັນທີ່ຈິງຈະກັດກິນລະບົບພູມຕ້ານທານຂອງເຮົາ. ສະນັ້ນ ປັດໄຈທີ່ສຳຄັນທີ່ສຸດອັນໜຶ່ງໃນການມີສຸຂະພາບດີແມ່ນຄວາມສະຫງົບທາງໃຈ, ເພາະສຸຂະພາບກາຍ ແລະ ສຸຂະພາບໃຈແມ່ນເຊື່ອມໂຍງກັນຢ່າງໃກ້ຊິດ. ຈາກປະສົບການຂອງອາຕະມາເອງ, ສອງປີກ່ອນໃນກອງປະຊຸມສື່ບາງຢ່າງ, ຜູ້ສື່ຂ່າວຄົນໜຶ່ງຖາມອາຕະມາກ່ຽວກັບການກັບມາເກີດຂອງອາຕະມາ. ອາຕະມາເບິ່ງລາວແບບຕາຫຼົກ, ປົດແວ່ນຕາ ແລະ ຖາມລາວວ່າ, “ເບິ່ງຈາກໜ້າຕາຂອງອາຕະມາແລ້ວ, ການກັບມາເກີດຂອງອາຕະມາເປັນສິ່ງຮີບດ່ວນບໍ່?” ນິແລະລາວກໍ່ວ່າ ບໍ່ຟ້າວດອກ! 

ຫວ່າງມໍ່ໆ ມານີ້ ອາຕະມາໄປຢູໂຣບ ແລະ ເພື່ອນສະຫາຍເກົ່າໄດ້ສົມທຽບຮູບຂອງອາຕະມາທີ່ຖ່າຍຊາວ, ສາມສິບ, ແມ່ນແຕ່ສີ່ສິບປີກ່ອນ, ແລະ ທຸກຄົນເວົ້າວ່າ ໜ້າຕາຂອງອາຕະມາຍັງເບິ່ງໜຸ່ມຢູ່. ໃນຊີວິດຂອງອາຕະມາ, ອາຕະມາຄິດວ່າທ່ານສາມາດເຫັນໄດ້ວ່າອາຕະມາໄດ້ຜ່ານຊ່ວງເວລາຫຍຸ້ງຍາກກັບຫຼາຍບັນຫາ, ແລະ ໄດ້ມີປັດໄຈພຽງພໍທີ່ຈະສ້າງຄວາມກັງວົນ, ຄວາມຊຶມເສົ້າ ແລະ ຄວາມໂດດດ່ຽວ. ແຕ່ອາຕະມາຄິດວ່າ ຈິດໃຈຂອງອາຕະມາອ່າວສະຫງົບ. ບາງຄັ້ງອາຕະມາອາດໃຈຮ້າຍ, ແຕ່ໂດຍພື້ນຖານແລ້ວພາວະຈິດໃຈຂອງອາຕະມາແມ່ນສະຫງົບ. 

ອາຕະມາຍັງຢອກຜູ້ສາວທີ່ຈ່າຍເງິນຈຳນວນຫຼາຍໄປກັບເຄື່ອງສຳອາງອີກ. ອັນທີໜຶ່ງ, ສາມີຂອງທ່ານອາດຈົ່ມວ່າມັນແພງໂພດ! ໃນທາງໜຶ່ງ, ຄວາມງາມພາຍນອກແມ່ນສຳຄັນ, ແຕ່ທີ່ສຳຄັນກວ່າແມ່ນຄວາມງາມພາຍໃນ. ທ່ານສາມາດມີໃບໜ້າທີ່ງົດງາມ, ແຕ່ໃບໜ້າທີ່ຂີ້ຮ້າຍກໍງາມໄດ້ເຖິງຈະບໍ່ໃຊ້ເຄື່ອງສຳອາງຖ້າມີຮອຍຍິ້ມ ແລະ ຄວາມຮັກແພງທີ່ຈິງໃຈ. ອັນນີ້ແມ່ນຄວາມງາມທີ່ແທ້ຈິງ; ຄຸນຄ່າອັນແທ້ຈິງແມ່ນຢູ່ພາຍໃນຕົວເຮົາ. ສິ່ງອຳນວຍຄວາມສະດວກພາຍນອກຕ້ອງໃຊ້ເງິນຫຼາຍ - ຮ້ານ ແລະ ຫ້າງສັບພະສິນຄ້າໃຫຍ່ຂຶ້ນໆ ຕະຫຼອດ. ແຕ່ຄວາມສະຫງົບພາຍໃນບໍ່ຕ້ອງມີຄ່າໃຊ້ຈ່າຍ! ຈົ່ງຄິດກ່ຽວກັບຄຸນຄ່າພາຍໃນເຫຼົ່ານີ້ ແລະ ທຳຄວາມ ລຶ້ງເຄີຍກັບມັນ, ແລະ ອາລົມທຳລາຍຈະຄ່ອຍໆ ຫຼຸດລົງ. ອັນນີ້ນຳມາເຊິ່ງຄວາມສະຫງົບພາຍໃນ. 

ທັດສະນະຄະຕິທີ່ເຫັນໃຈ ຫຼື ຄວາມຮູ້ສຶກເປັນຫ່ວງຕໍ່ສະຫວັດດີພາບຂອງຄົນອື່ນຈະສ້າງຄວາມໝັ້ນໃຈໃນຕົນເອງ. ເມື່ອທ່ານມີຄວາມໝັ້ນໃຈໃນຕົນເອງ, ທ່ານສາມາດດຳເນີນການກະທຳຂອງທ່ານໄດ້ຢ່າງໂປ່ງໃສ, ສັດຈິງ ແລະ ຊື່ສັດ. ອັນນີ້ຈະສ້າງຄວາມໄວ້ວາງໃຈຕໍ່ຄົນອື່ນ, ແລະ ຄວາມໄວ້ວາງໃຈກໍເປັນພື້ນຖານຂອງມິດຕະພາບ. ມະນຸດເຮົາເປັນສັດສັງຄົມທີ່ຕ້ອງການເພື່ອນຝູງ. ມິດສະຫາຍບໍ່ຈຳເປັນວ່າຈະໄດ້ມາຈາກອຳນາດ ຫຼື ເງິນຄຳ, ຫຼື ແມ່ນແຕ່ການສຶກສາ ຫຼື ຄວາມຮູ້, ແຕ່ປັດໄຈຫຼັກສຳລັບມິດຕະພາບແມ່ນຄວາມໄວ້ວາງໃຈ. ສະນັ້ນ ຄວາມຮູ້ສຶກເປັນຫ່ວງ ແລະ ເຄົາລົບຕໍ່ຊີວິດ ແລະ ສະຫວັດດີພາບຂອງຄົນອື່ນຈິ່ງເປັນພື້ນຖານຂອງການສົນທະນາ. 

Top