ຈຸດສຸມຫຼັກໃນພຣະພຸດທະສາສະໜາແມ່ນການພະຍາຍາມເອົາຊະນະຂໍ້ບົກພ່ອງຂອງຕົນເອງ ແລະ ບັນລຸສັກກະຍະພາບດ້ານບວກຂອງເຮົາ. ຂໍ້ບົກພ່ອງກວມເອົາການຂາດຄວາມແຈ່ມແຈ້ງ ແລະ ອາລົມທີ່ບໍ່ດຸ່ນດ່ຽງ, ເຊິ່ງພາໃຫ້ເຮົາມີຄວາມສັບສົນກ່ຽວກັບຊີວິດ. ຍ້ອນແນວນັ້ນ, ເຮົາຈິ່ງປະພຶດຕາມໃຈ, ນຳພາໂດຍອາລົມລົບກວນ ເປັນຕົ້ນແມ່ນຄວາມໂມໂຫ, ຄວາມໂລບ ແລະ ຄວາມໂງ່ຈ້າ. ສັກກະຍະພາບດ້ານບວກຂອງເຮົາກວມເອົາຄວາມສາມາດໃນການສື່ສານຢ່າງຈະແຈ້ງ, ໃນການເຂົ້າໃຈຄວາມເປັນຈິງ, ໃນການສ້າງຄວາມເຂົ້າໃຈກັບຜູ້ອື່ນ, ແລະ ໃນການພັດທະນາຕົນເອງ.
ຈຸດເລີ່ມຕົ້ນຂອງການປະຕິບັດທັມແມ່ນການສະຫງົບຈິດໃຈຂອງເຮົາ ແລະ ມີສະຕິ, ເຊິ່ງໝາຍເຖິງການບໍ່ລືມມີສະຕິຢູ່ສະເໝີຕໍ່ວິທີທີ່ເຮົາກະທຳ ແລະ ເວົ້າກັບຜູ້ອື່ນ, ແລະ ວິທີທີ່ເຮົາຄິດເມື່ອເຮົາຢູ່ຜູ້ດຽວ. ມັນບໍ່ພຽງແຕ່ວ່າເຮົາຈະສັງເກດເບິ່ງຕົນເອງ ແລ້ວປ່ອຍໃຫ້ເປັນໄປຕາມນັ້ນ. ເມື່ອເຮົາຮັກສາສະຕິ, ເຮົາຈະສາມາດຈຳແນກລະຫວ່າງສິ່ງທີ່ກໍ່ສ້າງ ແລະ ສິ່ງທີ່ທຳລາຍ. ອັນນີ້ບໍ່ແມ່ນການຄິດຫາແຕ່ຕົນເອງ: ແຕ່ເຮົາຫາກກາຍເປັນຄົນທີ່ຫ່ວງໄຍ ແລະ ເປີດຮັບຜູ້ອື່ນຫຼາຍຂຶ້ນ.
ຈຸດປະສົງຂອງການຕຶກຕອງທາງໃນ ແລະ ການມີຈິດສຳນຶກຕໍ່ຕົນເອງ ແມ່ນການຄົ້ນພົບສາເຫດຂອງບັນຫາຂອງເຮົາ. ປັດໄຈ ແລະ ຄົນພາຍນອກເປັນຕົວພາໃຫ້ບັນຫາຂອງເຮົາເກີດຂຶ້ນຢ່າງແນ່ນອນ - ແຕ່ວິທີການທາງພຣະພຸດທະສາສະໜາແມ່ນການພະຍາຍາມລະບຸສາເຫດທີ່ເລິກແລບກວ່ານັ້ນ, ແລະ ເພື່ອສິ່ງນີ້ ເຮົາຕ້ອງເບິ່ງທີ່ຈິດໃຈຂອງເຮົາ. ນິໄສທາງໃຈຂອງເຮົາ, ເຊັ່ນດຽວກັບອາລົມດ້ານບວກ ແລະ ດ້ານລົບຂອງເຮົາ, ມີຜົນກະທົບຕໍ່ວິທີທີ່ເຮົາປະເຊີນກັບຊີວິດ.
ເມື່ອເຮົາປະເຊີນກັບຄວາມກົດດັນຈາກວຽກ, ຄວາມຊຶມເສົ້າ, ຄວາມກັງວົນ, ຄວາມເຫງົາ ແລະ ຄວາມບໍ່ໝັ້ນຄົງ, ບັນຫາຂອງເຮົາໃນການຈັດການກັບສິ່ງເຫຼົ່ານັ້ນມາຈາກພາວະຈິດໃຈ ແລະ ອາລົມຂອງເຮົາ, ບໍ່ແມ່ນຈາກບັນຫາເອງ. ວິທີທີ່ດີທີ່ສຸດໃນການຈັດການກັບສິ່ງທ້າທາຍບໍ່ຢຸດບໍ່ຢ່ອນຂອງຊີວິດ ແມ່ນການສະຫງົບຈິດໃຈຂອງເຮົາລົງ ແລ້ວຫາສົມດຸນໃຫ້ອາລົມ ແລະ ຄວາມກະຈ່າງໃຫ້ຈິດໃຈ.
ເມື່ອເຮົາມີສະຕິຕໍ່ອາລົມ, ທັດສະນະ ແລະ ພຶດຕິກຳທີ່ກໍ່ໃຫ້ເກີດຄວາມກົດດັນ ແລະ ຄວາມຫຍຸ້ງຍາກແກ່ເຮົາ, ເຮົາສາມາດນຳໃຊ້ຢາແກ້ກັບມັນໄດ້.
ເຮົາຕ້ອງນຳໃຊ້ສຸຂະອາລົມປະເພດໜຶ່ງທີ່ອີງໃສ່ຄວາມເຂົ້າໃຈທີ່ແຈ້ງຂຶ້ນຂອງຄວາມເປັນຈິງ ແລະ ການເຮັດວຽກຂອງຈິດໃຈ. - ອົງພຣະດາໄລ ລາມະ ທີ 14
ເຮົາທັງໝົດຫ່ວງໄຍກ່ຽວກັບສຸຂະຮ່າງກາຍຂອງເຮົາ, ແຕ່ສິ່ງສຳຄັນເທົ່າໆ ກັນແມ່ນການດູແລພາວະຈິດໃຈຂອງເຮົານຳ. ເພື່ອສ້າງສຸຂະອາລົມ, ເຮົາຕ້ອງມີສະຕິຕໍ່ສາມສິ່ງຢູ່ສະເໝີ: ເຮົາຕ້ອງຈື່ຢາແກ້ພາວະຈິດໃຈທີ່ລົບກວນ, ຈື່ການນຳໃຊ້ມັນໃນເວລາຕ້ອງການ, ແລະ ຈື່ທີ່ຈະບຳລຸງຮັກສາມັນ.
ເພື່ອເປັນການຈື່ສູດຢາແກ້ທັງໝົດ, ເຮົາຕ້ອງ:
- ສຶກສາ ວ່າມັນແມ່ນຫຍັງ
- ຄິດຕຶກຕອງ ກັບມັນຈົນເຮົາເຂົ້າໃຈຢ່າງຖືກຕ້ອງ, ຮູ້ວິທີນຳໃຊ້, ແລະ ເຊື່ອວ່າມັນໃຊ້ໄດ້.
- ຝຶກຫັດ ນຳໃຊ້ມັນໃນການທຳສະມາທິເພື່ອທີ່ຈະສ້າງຄວາມລຶ້ງເຄີຍ.
ເຮົາເອງຕ້ອງເປັນຄືໝໍ: ຮຽນຮູ້ທີ່ຈະບົ່ງມະຕິພະຍາດຂອງຕົນເອງ, ເຂົ້າໃຈສາເຫດຂອງມັນ, ເບິ່ງວ່າມີສູດຢາປິ່ນປົວອັນໃດແດ່ ແລະ ຈະໃຊ້ແນວໃດ, ແລ້ວຈິ່ງຝຶກການນຳໃຊ້ຕົວຈິງ.
ເມື່ອເຮົາມີສຸຂະພາບບໍ່ດີແບບຊຳເຮື້ອ, ເຮົາຕ້ອງເຊື່ອເຖິງຜົນປະໂຫຍດຂອງການປັບປຸງວິທີການໃຊ້ຊີວິດກ່ອນເຮົາຈິ່ງຈະລົງມີປ່ຽນແປງຕົວຈິງ. ຄົນສ່ວນຫຼາຍຄືຊິບໍ່ເລີ່ມຈາກການສຶກສາລົງເລິກກ່ຽວກັບໂພສະນາການ ແລະ ການຝຶກຟິດເນສ໌, ແຕ່ກ່ອນອື່ນອາດທົດລອງກິດຈະວັດການກິນ ແລະ ການອອກກຳລັງກາຍກ່ອນ. ແນ່ນອນວ່າເຂົາຈະຕ້ອງການຄຳແນະນຳກ່ອນທີ່ເຂົາຈະເລີ່ມ, ແຕ່ເມື່ອເຂົາໄດ້ປະສົບກັບຜົນໄດ້ຮັບທີ່ມີປະໂຫຍດ, ເຂົາອາດມີແຮງຈູງໃຈທີ່ຈະໄປຕໍ່.
ຂະບວນການດຽວກັນເກີດຂຶ້ນກັບຄວາມພະຍາຍາມທີ່ຈະສ້າງສຸຂະພາບຈິດໃຈຂອງເຮົາ. ເມື່ອເຮົາໄດ້ລອງລົດຊາດຂອງສຸຂະພາບທີ່ດີຈາກການຝຶກສະຕິແລ້ວ, ກໍຈະງ່າຍຂຶ້ນທີ່ຈະສ້າງແຮງຈູງໃຈ ແລະ ຄວາມສົນໃຈທີ່ຈະຮຽນເພີ່ມເຕີມກ່ຽວກັບການຝຶກປະຕິບັດທັມ ເພື່ອຍົກລະດັບຄຸນະພາບຂອງຊີວິດເຮົາ ແລະ ຊ່ວຍຜູ້ອື່ນໄດ້ຫຼາຍກວ່າເກົ່າ.
ພຣະພຸດທະເຈົ້າຄັ້ງໜຶ່ງກໍເຄີຍເປັນຄືເຮົາ - ຄົນທຳມະດາທີ່ຕ້ອງຂ້າມຜ່ານການດີ້ນລົນຂອງຊີວິດ. ແລະກໍຄືເຮົາທຸກຄົນ, ພຣະອົງຢາກຍົກລະດັບຊີວິດຂອງພຣະອົງ ແລະ ຄົນອ້ອມຂ້າງພຣະອົງ. ຈາກການຕຶກຕອງທາງໃນ, ພຣະອົງໄດ້ເຂົ້າໃຈວ່າບໍ່ວ່າຈະມີຫຍັງເກີດຂຶ້ນຢູ່ອ້ອມຂ້າງເຮົາ, ເຮົາມີອຳນາດ ແລະ ຄວາມສາມາດທີ່ຈະຄົງຄວາມສະຫງົບ, ສະຕິ, ແລະ ຄວບຄຸມອາລົມຂອງເຮົາໄດ້.
ສິ່ງນີ້ - ສິ່ງທີ່ອົງພຣະດາໄລ ລາມະ ມັກເອີ້ນວ່າ “ສຸຂະອາລົມ” - ແມ່ນສິ່ງທີ່ຢູ່ເໜືອເຂດແດນຂອງວັດທະນະທຳ ແລະ ສາສະໜາ, ເພາະມັນເຂົ້າເຖິງຫົວໃຈຂອງສິ່ງທີ່ເຮົາທັງໝົດປາຖະໜາ: ຊີວິດທີ່ມີຄວາມສຸກ ແລະ ຄວາມສະຫງົບ, ປາສະຈາກບັນຫາ.