ທີ່ເພິ່ງແມ່ນຫຍັງ?

What ias refuge%20article

ເຮົາທຸກຄົນຊອກຫາຄວາມໝາຍຂອງຊີວິດຕົນເອງ. ບາງຄົນຊອກໃນວຽກງານ, ບາງຄົນຊອກໂດຍການຕິດຕາມແຟຊັນລຸ້ນໃໝ່, ແລະ ຄົນອື່ນຊອກໂດຍການທ່ອງທ່ຽວໄປໃນຈຸດໝາຍປາຍທາງແສນໄກ. ແຕ່ໃນທີ່ສຸດແລ້ວ, ອາຊີບຈະຈົບລົງທີ່ການເອົາບຳນານ, ແຟຊັນປ່ຽນໄປຢູ່ສະເໝີ, ແລະ ມື້ພັກທ່ອງທ່ຽວກໍໝົດລົງພາຍໃນພິບຕາ. ສິ່ງເຫຼົ່ານີ້ບໍ່ມີອັນໃດໃຫ້ຄວາມເພິງພໍໃຈ ຫຼື ຄວາມສຸກຢ່າງຖາວອນແກ່ເຮົາໄດ້. ດ້ວຍທາງເລືອກເປັນລ້ານ - ທັງວັດຖຸ ແລະ ຈິດໃຈ - ທີ່ມີຢູ່ໃນໂລກສະໄໝໃໝ່ຂອງເຮົາກໍມີຄວາມສັບສົນອັນຫຼວງຫຼາຍວ່າຈະເຮັດແນວໃດກັບ ຊີວິດເຮົາດີ. 

ໃນພຣະພຸດທະສາສະໜາ, ທີ່ເພິ່ງແມ່ນການວາງທິດທາງທີ່ມີຄວາມໝາຍໃຫ້ຊີວິດເຮົາ. ທິດທາງນັ້ນແມ່ນການປັບປຸງຕົນເອງເພື່ອເອົາຊະນະຂໍ້ບົກພ່ອງຂອງເຮົາ ແລະ ເຂົ້າໃຈສັກກະຍະພາບທັງໝົດຂອງເຮົາທີ່ຈະຊ່ວຍເຮົາ ແລະ ຄົນອື່ນໄດ້ດີທີ່ສຸດ. ທີ່ເພິ່ງຂອງພຣະພຸດທະສາສະໜາເປັນຫຼາຍກວ່າບ່ອນຫຼົບໜີຈາກຄວາມເບື່ອໜ່າຍ, ຄວາມຫິວ ຫຼື ຄວາມກົດດັນຊົ່ວຄັ້ງຊົ່ວຄາວ. ມັນບໍ່ກ່ຽວກັບການປ່ຽນແປງພາຍນອກອັນໃດໜຶ່ງ: ເຮົາບໍ່ຈຳເປັນຕ້ອງນຸ່ງເຄື່ອງພິເສດ ຫຼື ປ່ຽນຊົງຜົມ. ທີ່ເພິ່ງໃນພຣະພຸດທະສາສະໜາແມ່ນກ່ຽວກັບການປ່ຽນແປງພາວະຈິດໃຈຂອງເຮົາ. ນີ້ໝາຍເຖິງການສ້າງຄວາມເຂົ້າໃຈຂອງເຮົາໃຫ້ເລິກເຊິ່ງກ່ຽວກັບສິ່ງທີ່ໃຫ້ເປົ້າໝາຍກັບຊີວິດ, ແລະ ສິ່ງທີ່ນຳຄວາມສຸກມາໃຫ້ເຮົາດຽວນີ້ ແລະ ໃນອະນາຄົດ. ເວົ້າສັ້ນໆ ແມ່ນທີ່ເພິ່ງທາງພຣະພຸດທະສາສະໜາປົກປ້ອງເຮົາຈາກຄວາມທຸກທໍລະມານ.

ຊາວພຸດໂດຍທົ່ວໄປຈະໃຊ້ສຳນວນ “ການຫາທີ່ເພິ່ງ” ເພາະການຫຼົບໄພເປັນຂະບວນການກະທຳແບບຕັ້ງໃຈ. ມັນເປັນບາດກ້າວພື້ນຖານທີ່ເຮົາຈະຜູກມັດຕົນເອງຢູ່ກັບເສັ້ນທາງພຸດ. ແຕ່ເປັນຫຍັງເຮົາຈິ່ງເຮັດແນວນີ້? ເມື່ອເຮົາເຂົ້າໃຈທຳມະຊາດຂອງມະນຸດ - ວ່າເຮົາທຸກຄົນຕ່າງກໍຊອກຫາຄວາມສຸກ ແລະ ຄວາມເພິງພໍໃຈ, ແລະ ບໍ່ມີໃຜຢາກໄດ້ຄວາມທຸກທໍລະມານ - ເຮົາຄວນຊອກຫາບາງຢ່າງທີ່ຈະຊ່ວຍເຮົາ. ສະນັ້ນ ໃນພຣະພຸດທະສາສະໜາ, ເຮົາຈິ່ງຫັນຫາທີ່ເພິ່ງຄືແກ້ວສາມປະການ. 

ແກ້ວສາມປະການນີ້ແມ່ນພຣະພຸດ, ພຣະທັມ, ແລະ ພຣະສົງ.

ເຮົາເອົາພຣະພຸດທະເຈົ້າເປັນທີ່ເພິ່ງເພາະວ່າໃນຖານະພຣະອາຈານຜູ້ຕັດສະຮູ້, ພຣະອົງບໍ່ພຽງແຕ່ຊີ້ໃຫ້ເຮົາເຫັນທາງອອກຈາກການມີຕົວຕົນທີ່ໄຮ້ຄວາມໝາຍ, ແຕ່ຍັງອອກຈາກຄວາມທຸກທໍລະມານໂດຍສິ້ນເຊີງນຳອີກ. ພຣະອົງສອນວ່າໂດຍພື້ນຖານແລ້ວຈິດໃຈເປັນສິ່ງບໍລິສຸດ ແລະ, ດ້ວຍຄວາມເຫັນໃຈ ແລະ ປັນຍາ, ບໍ່ວ່າຄວາມສັບສົນ ແລະ ອາລົມດ້ານລົບໃດທີ່ເຮົາມີແມ່ນສາມາດຕັດອອກໄດ້ຕະຫຼອດໄປເພື່ອທີ່ມັນຈະບໍ່ກັບມາອີກ. ພຣະທັມແມ່ນຄຳສອນຂອງພຣະພຸດທະເຈົ້າກ່ຽວກັບວິທີບັນລຸສິ່ງນີ້, ສະນັ້ນ ເມື່ອເຮົາເອົາເປັນທີ່ເພິ່ງ, ເຮົາຈະຫັນຫາ ແລະ ຮັບເອົາວິທີການທາງພຸດຫຼາຍຢ່າງເພື່ອຈັດການກັບບັນຫາທັງໝົດໃນຊີວິດເຮົາ. ພຣະສົງແມ່ນພຣະສົງ, ແມ່ຊີ, ແລະ ເພື່ອນມິດຊາວພຸດຂອງເຮົາ. ຜູ້ທີ່ປະຕິບັດຄຳສອນພຣະພຸດທະສາສະໜາຢ່າງແທ້ຈິງຈະເປັນຕົວແບບ ແລະ ແຮງບັນດານໃຈໃຫ້ເຮົາສືບຕໍ່ປະຕິບັດຕາມເສັ້ນທາງພຣະພຸດທະສາສະໜາ. 

ການຜູກມັນຕົນເອງບໍ່ໄດ້ໝາຍຄວາມວ່າເຮົາຕ້ອງແຍກປ່ຽວຕົນເອງອອກຈາກໝູ່ເພື່ອນ ແລະ ສັງຄົມ. ອັນທີ່ຈິງ, ເມື່ອເຮົາຫາທີ່ເພິ່ງອາໄສໃນແກ້ວສາມດວງ, ເຮົາບໍ່ພຽງແຕ່ສ້າງຊີວິດທີ່ມີຄວາມໝາຍສຳລັບຕົນເອງ, ແຕ່ເຮົາຍັງເປີດຕົວເອງສູ່ຜູ້ອື່ນ ແລະ ເລີ່ມເຫັນວ່າເຮົາສາມາດປະກອບສ່ວນຕໍ່ຄົນອ້ອມຂ້າງເຮົາ ແລະ ໂລກໂດຍລວມໄດ້ແນວໃດ.

ເມື່ອເຮົາເອົາພຣະພຸດ, ພຣະທັມ, ແລະ ພຣະສົງເປັນທີ່ເພິ່ງ, ເຮົາຈະບໍ່ຈຳເປັນຕ້ອງຮູ້ສຶກສັບສົນອີກຕໍ່ໄປ. ເຮົາບໍ່ຈຳເປັນຕ້ອງເລືອກຫາທີ່ເພິ່ງທາງໃຈອີກຕໍ່ໄປ, ແລະ ແນ່ນອນເຖິງວ່າເຮົາຈະຍັງຕ້ອງການຄວາມສະດວກສະບາຍທາງວັດຖຸ ແລະ ເຄື່ອງຂອງຕ່າງໆ ໃນບາງລະດັບ, ເຮົາຈະບໍ່ເອື່ອຍອີງໃສ່ສິ່ງນັ້ນ, ບໍ່ຈິນຕະນາການວ່າມັນຈະເຮັດໃຫ້ເຮົາມີຄວາມສຸກຕະຫຼອດໄປ. ການຜູກມັດຕົນເອງຂອງເຮົາຕໍ່ຫຼັກການພຣະພຸດທະສາສະໜາຈະໃຫ້ອິສະຫຼະແກ່ເຮົາໃຫ້ພົ້ນຈາກຄວາມກົດດັນ ແລະ ໃຫ້ເຮົາມີເວລາສ້າງສິ່ງທີ່ສຳຄັນ: ການເຮັດໃຫ້ຕົນເອງມີຄວາມສຸກ ແລະ ສຸຂະພາບທາງໃຈດີຂຶ້ນ. 

ນີ້ແມ່ນເຫດຜົນວ່າເປັນຫຍັງທີ່ເພິ່ງອາໄສຈິ່ງແມ່ນຂະບວນການຫ້າວຫັນ, ສືບເນື່ອງ. ມັນແມ່ນສິ່ງທີ່ເຮົາຕ້ອງສືບຕໍ່ປັບປຸງ. ມັນບໍ່ແມ່ນສິ່ງທີ່ເຮົາພຽງແຕ່ເຊື່ອ ແລະ ພາວະນາເຖິງພຣະພຸດທະເຈົ້າຄືວ່າພຣະອົງເປັນເທວະດາຟ້າແຖນ. ແລະບໍ່ແມ່ນວ່າເພື່ອນມິດຊາວພຸດຂອງເຮົາຈະເຮັດແທນເຮົາໄດ້. ນີ້ແມ່ນເຫດຜົນວ່າເປັນຫຍັງເພິ່ນຈິ່ງເວົ້າວ່າທີ່ເພິ່ງອາໄສທີ່ສູງທີ່ສຸດແມ່ນຄຳສອນຂອງພຣະພຸດທະເຈົ້າ, ຄືພຣະທັມ. ເຖິງວ່າເຮົາຈະມີຄວາມເຊື່ອອັນແຮງກ້າໃນພຣະພຸດທະເຈົ້າ ແລະ ມີເພື່ອນມິດຊາວພຸດທີ່ສະຫຼາດ ແລະ ເຫັນອົກເຫັນໃຈຫຼາຍຄົນ, ເຮົາກໍຈະບໍ່ໄດ້ປະໂຫຍດຈາກທີ່ເພິ່ງອາໄສຖ້າເຮົາບໍ່ປະຕິບັດຕາມ ແລະ ນຳໃຊ້ຄຳສອນພຣະທັມດ້ວຍຕົນເອງ. ເມື່ອເຮົາປະຕິບັດຕາມຄຳແນະນຳຫຼັກ, ເຊິ່ງແມ່ນການບໍ່ທຳອັນຕະລາຍຕໍ່ຜູ້ອື່ນ, ການເຮັດກິດຈະກຳທີ່ມີປະໂຫຍດ, ແລະ ການຄວບຄຸມຈິດໃຈຂອງເຮົາ, ຊີວິດເຮົາກໍຈະມີຄວາມໝາຍຂຶ້ນຢ່າງແນ່ນອນ.

ເຖິງວ່າຈະມີພິທີກຳຕ່າງໆ ທີ່ເຮົາສາມາດເລີ່ມເສັ້ນທາງພຸດຂອງເຮົາໄດ້ຢ່າງເປັນທາງການ, ແຕ່ການຜູກມັດຕົນເອງອັນແທ້ຈິງຕ້ອງມາຈາກຫົວໃຈ. ເມື່ອເຮົາເລີ່ມປັບປຸງຕົນເອງຢ່າງແທ້ຈິງ, ນີ້ຈະແມ່ນເວລາທີ່ເຮົາຫາທີ່ເພິ່ງໄດ້ໂດຍແທ້ຈິງ. 

Top