ການຕັດຄວາມສັບສົນກ່ຽວກັບເປົ້າໝາຍຂອງການປະຕິບັດທັມໃນຊີວິດຂອງເຮົາ
ຂ້າພະເຈົ້າເຄີຍຖືກຂໍໃຫ້ເວົ້າກ່ຽວກັບຄວາມກ່ຽວຂ້ອງຂອງທີ່ເພິ່ງໃນຊີວິດປະຈຳວັນ. ອັນນີ້ພາໃຫ້ຄິດເຖິງຕົວຢ່າງຂອງພຣະອະຕິຊະ (Atisha), ພຣະອາຈານຜູ້ຍິ່ງໃຫຍ່ຄົນອິນເດຍທີ່ໄດ້ເດີນທາງໄປທິເບດໃນຕອນທ້າຍຂອງສັດຕະວັດທີສິບ. ເພິ່ນເປັນພຣະອາຈານຍິ່ງໃຫຍ່ຜູ້ໜຶ່ງທີ່ໄດ້ຊ່ວຍຟື້ນຟູພຣະພຸດທະສາສະໜາໃນທິເບດ ພາຍຫຼັງທີ່ໄດ້ຖືກເຊື່ອມໂຊມຫຼັງຈາກຖືກນຳມາເຜີຍແຜ່ຈາກອິນເດຍ. ສະຖານະການໃນທິເບດໃນເວລານັ້ນແມ່ນວ່າ ໄດ້ມີຄວາມເຂົ້າໃຈຜິດຢ່າງຫຼວງຫຼາຍ, ໂດຍສະເພາະກ່ຽວກັບຕັນຕຣະ ແລະ ຄຳສອນລົງເລິກບາງອັນ. ຕອນນັ້ນບໍ່ມີພຣະອາຈານທີ່ຊົງຄຸນວຸດທິປານໃດ. ອັນທີ່ຈິງ, ບໍ່ໄດ້ມີພຣະອາຈານທີ່ສາມາດອະທິບາຍສິ່ງຕ່າງໆ ໄດ້ຢ່າງຈະແຈ້ງ. ເຖິງວ່າຈະມີພຣະຄຳພີທີ່ໄດ້ຖືກແປ, ແຕ່ບໍ່ມີຫຼາຍຄົນທີ່ສາມາດອ່ານອອກ ແລະ ກໍບໍ່ໄດ້ມີຫຼາຍສະບັບ. ເຖິງວ່າເພິ່ນຈະອ່ານໄດ້, ກໍຍັງເປັນການຍາກທີ່ຈະຫາຄຳອະທິບາຍຕໍ່ສິ່ງທີ່ເພິ່ນກຳລັງອ່ານຢູ່.
ເພື່ອຊ່ວຍແກ້ໄຂສະຖານະການນີ້, ເຈົ້າຊີວິດທາງພາກຕາເວັນຕົກຂອງທິເບດພຣະອົງໜຶ່ງໄດ້ສົ່ງລູກສິດທີ່ກ້າຫານຈຳນວນໜຶ່ງໄປອິນເດຍ ເພື່ອເຊີນພຣະອາຈານຍິ່ງໃຫຍ່ໃຫ້ກັບຄືນໄປທິເບດນຳເພິ່ນ. ເພິ່ນຕ້ອງໄດ້ເດີນທາງດ້ວຍການຍ່າງ, ຮຽນພາສາ, ແລະ ຮັບມືກັບສະພາບອາກາດ. ຫຼາຍອົງໄດ້ເສຍຊີວິດໄປ, ທັງໃນລະຫວ່າງທາງ ຫຼື ເມື່ອເພິ່ນຮອດອິນເດຍແລ້ວ. ແຕ່, ເຖິງຢ່າງໃດກໍຕາມ, ເພິ່ນກໍສາມາດເຊີນພຣະອະຕິຊະ, ພຣະອາຈານຜູ້ຍິ່ງໃຫຍ່ຈາກອິນເດຍ, ກັບໄປທິເບດໄດ້. ສິ່ງທີ່ທ່ານໄດ້ສອນໃນຊ່ວງເວລາຫຼາຍປີທີ່ທ່ານຊົງຢູ່ທີ່ນັ້ນແມ່ນທີ່ເພິ່ງ ແລະ ກັມ ເປັນຫຼັກ. ອັນທີ່ຈິງ, ທ່ານໄດ້ກາຍເປັນທີ່ຮູ້ຈັກກັນໃນນາມ “ອົງລາມະທີ່ເພິ່ງ ແລະ ກັມ.” ນັ້ນແມ່ນຊື່ທີ່ຊາວທິເບດມອບໃຫ້ກັບທ່ານ.
ຕົວຢ່າງຂອງພຣະອະຕິຊະແມ່ນແທດເໝາະກັບປະຈຸບັນຫຼາຍ. ປະຈຸບັນນີ້ກໍເຊັ່ນກັນ, ມີຄວາມສັບສົນຫຼວງຫຼາຍກ່ຽວກັບຄວາມໝາຍຂອງພຣະພຸດທະສາສະໜາ ແລະ ການປະຕິບັດທັມໃນລະດັບຊີວິດປະຈຳວັນ. ອີກເທື່ອໜຶ່ງ, ມີຄວາມເຂົ້າໃຈຜິດຫຼາຍກ່ຽວກັບຕັນຕຣະ ແລະ ຄຳສອນລົງເລິກອັນອື່ນ. ຫຼາຍຄົນລົງມືປະຕິບັດໂດຍບໍ່ມີພື້ນຖານໃນຄຳສອນເບື້ອງຕົ້ນຂອງພຣະພຸດທະສາສະໜາເລີຍ, ຫຼື ມີແຕ່ໜ້ອຍດຽວ. ເຂົາຈິນຕະນາການວ່າການປະຕິບັດພິທີກັມເວດມົນແມ່ນຄວາມໝາຍຂອງການປະຕິບັດທັມ. ໂດຍການຫຼຸດຄຸນຄ່າຄວາມສອດຄ່ອງ ແລະ ຄວາມສຳຄັນຂອງທີ່ເພິ່ງ, ແລະ ຄວາມໝາຍຕໍ່ຊີວິດປະຈຳວັນຂອງເຮົາ, ເຂົາພາດຈຸດສຳຄັນໄປ.
ບໍ່ວ່າສະຖານະພາບໃນຊີວິດຂອງເຮົາຈະເປັນແນວໃດ, ການປະຕິບັດທັມແມ່ນຕັ້ງໄວ້ເພື່ອໃຫ້ເຮົາພັດທະນາຕົນເອງ, ພະຍາຍາມຍົກລະດັບຕົນເອງໃຫ້ເປັນຄົນທີ່ດີກວ່າເກົ່າ. ມັນບໍ່ແມ່ນສິ່ງທີ່ເຮົາເຮັດແຕ່ຍາມມີເວລາ, ຄືງານອະດິເລກ ຫຼື ກິລາ, ເປັນເວລາເຄິ່ງຊົ່ວໂມງຕໍ່ວັນ ຫຼື ອາທິດລະຄັ້ງຫຼັງເລີກວຽກ ເປັນເວລາສັ້ນໆ ເມື່ອເຮົາເມື່ອຍ. ຄວາມຈິງ, ມັນແມ່ນທາງປະຕິບັດທີ່ເຮົາພະຍາຍາມເຮັດຕະຫຼອດເວລາ - ພັດທະນາຕົນເອງຢູ່ສະເໝີ. ສິ່ງນີ້ໝາຍເຖິງການສຳນຶກເຖິງທັງຂໍ້ບົກພ່ອງ ແລະ ຂໍ້ດີຂອງເຮົາ, ແລ້ວຮຽນເອົາວິທີທີ່ຈະຫຼຸດຜ່ອນອັນແຣກ ແລະ ເສີມອັນຫຼັງ. ຈຸດປະສົງແມ່ນເພື່ອຕັດຂໍ້ບົກພ່ອງອອກຈາກຕົວເຮົາ ແລະ ບັນລຸຄຸນສົມບັດທີ່ດີທັງປວງຢ່າງເຕັມສ່ວນໃນທີ່ສຸດ. ອັນນີ້ບໍ່ແມ່ນພຽງແຕ່ເພື່ອປະໂຫຍດຂອງຕົນເອງ, ເຖິງວ່າແນ່ນອນເຮົາຈະໄດ້ປະໂຫຍດຈາກແງ່ຂອງການມີຊີວິດທີ່ເປັນສຸກຂຶ້ນ. ສິ່ງນີ້ແມ່ນເພື່ອປະສິດທິພາບໃນການຊ່ວຍເຫຼືອຜູ້ອື່ນນຳອີກ, ແລະ ຍ້ອນແນວນັ້ນ ຈິ່ງເປັນປະໂຫຍດຕໍ່ຜູ້ອື່ນເຊັ່ນກັນ. ອັນນີ້ແມ່ນຄວາມໝາຍຂອງການປະຕິບັດທັມ. ສິ່ງທີ່ເຮັດໃຫ້ມັນເປັນວິທີທາງພຸດ ແມ່ນວິທີການທີ່ກ່ຽວຂ້ອງເພື່ອທີ່ຈະສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້, ແລະ ທີ່ເພິ່ງກໍໝາຍວ່າ ເຮົາຫັນຫາວິທີການເຫຼົ່ານີ້ ແລະ ຮັບເອົາມາໃຊ້ໃນຊີວິດປະຈຳວັນຂອງເຮົາ.
ທີ່ເພິ່ງບໍ່ແມ່ນການຢູ່ເສີຍໆ
ທີ່ເພິ່ງໃນແກ້ວປະເສີດສາມປະການ - ພຣະພຸດ, ພຣະທັມ ແລະ ພຣະສົງ - ເປັນສູນກາງຂອງຄຳສອນພຣະພຸດທະສາສະໜາທັງໝົດ. ອັນທີ່ຈິງ, ການຫາທີ່ເພິ່ງ ແມ່ນຖືກຍົກໃຫ້ເປັນເສັ້ນແບ່ງວ່າເປັນພຸດ ຫຼື ບໍ່. ເວົ້າຫຍໍ້ໆແມ່ນ, ພຣະທັມ ໝາຍເຖິງວິທີການເພື່ອພັດທະນາຕົນເອງ ແລະ ເປົ້າໝາຍທີ່ເຮົາທັງໝົດສາມາດບັນລຸໄດ້; ພຣະພຸດ ແມ່ນຜູ້ທີ່ໄດ້ສອນວິທີການເຫຼົ່ານີ້ ແລະ ໄດ້ບັນລຸເປົ້າໝາຍນັ້ນຢ່າງສົມບູນ; ແລະ ພຣະສົງ ແມ່ນຜູ້ທີ່ບັນລຸໄດ້ສ່ວນໜຶ່ງ. ຄຳວ່າ “ທັມ”, ອັນທີ່ຈິງແລ້ວ, ໝາຍເຖິງ “ມາດຕະການປ້ອງກັນ” - ເປັນບາດທີ່ເຮົາໃຊ້ເພື່ອປ້ອງກັນການສ້າງບັນຫາຕໍ່ຕົນເອງ ແລະ ຖ້າເປັນໄປໄດ້ແມ່ນຕໍ່ຜູ້ອື່ນນຳ. ມັນເປັນບາດກ້າວທີ່ເຮົາໃຊ້ເພື່ອປົກປ້ອງຕົນເອງ.
ເຖິງວ່າຄໍາສັບສັນສະກຣິດດັ້ງເດີມຈະມັກແປເປັນ “ທີ່ເພິ່ງ,” ຊະຣະນະ, ໝາຍເຖິງ “ການປົກປ້ອງ” ແລະ ສາມາດໃຊ້ໃນຄວາມໝາຍຂອງ “ທີ່ພັກອາໄສ” ກໍໄດ້, ເຮົາຕ້ອງເຂົ້າໃຈມັນຢ່າງຖືກຕ້ອງ. ຄວາມໝາຍນີ້ສອດຄ່ອງກັບຄວາມໝາຍຂອງພຣະທັມ. ມັນບໍ່ແມ່ນວ່າເຮົາຕ້ອງຍອມຈຳນົນເສີຍໆ ຕໍ່ພະລັງພາຍນອກທີ່ຈະປົກປ້ອງເຮົາ. ໃນພຣະພຸດທະສາສະໜາ, “ການຫາທີ່ເພິ່ງ” ມີການເຄື່ອນໄຫວຫຼາຍ; ເຮົາຕ້ອງເຮັດບາງຢ່າງເພື່ອປົກປ້ອງຕົນເອງ.
ລອງພິຈາລະນາຕົວຢ່າງຕໍ່ໄປນີ້ທີ່ພຣະອາຈານຂອງຂ້າພະເຈົ້າມັກໃຊ້. ສົມມຸດຝົນຕົກ ແລະ ມີຖ້ຳຢູ່ໃກ້ໆ. ຖ້າເຮົາເວົ້າວ່າ “ເຮົາຈະເຂົ້າໄປເພິ່ງຖ້ຳ; ເຮົາຈະເຂົ້າໄປອາໄສຖ້ຳລີ້ຝົນ,” ແລ້ວພັດຢືນຕາກຝົນຢູ່ ແລະ ມີແຕ່ເວົ້າຊ້ຳໆ ຄືແນວນັ້ນ, ມັນກໍຈະບໍ່ຊ່ວຍຫຍັງ. ເຮົາຕ້ອງເຂົ້າໄປໃນຖ້ຳເພື່ອລີ້ຝົນ. ເຊັ່ນດຽວກັນ, ຖ້າເຮົາເວົ້າວ່າ “ເຮົາຫາທີ່ເພິ່ງໃນພຣະພຸດ, ພຣະທັມ, ແລະ ພຣະສົງ ແລະ ອາໄສທີ່ເພິ່ງເຫຼົ່ານີ້,” ແຕ່ບໍ່ເຂົ້າຫາທິດທາງຂອງທີ່ເພິ່ງເຫຼົ່ານີ້ ແລະ ນຳມາປະຕິບັດໃນຊີວິດປະຈຳວັນ, ມັນກໍຈະບໍ່ຊ່ວຍຫຍັງເຊັ່ນກັນ. ເຮົາຕ້ອງລົງມືປະຕິບັດສິ່ງທີ່ທີ່ເພິ່ງເຫຼົ່ານີ້ສະເໜີ, ເພື່ອທີ່ວ່າຈະໄດ້ພັກພິງຕົນເອງຈາກບັນຫາທັງປວງ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າໃຊ້ຄຳສັບ “ທິດທາງທີ່ປອດໄພ” ແລະ “ການວາງທິດທາງທີ່ປອດໄພໃຫ້ຊີວິດຂອງເຮົາ.”
ຖ້າເຮົາເບິ່ງຕໍ່ກໍລະນີຖ້ຳ, ມັນບໍ່ພໍທີ່ເຮົາຈະເຂົ້າໄປໃນຖ້ຳ ແລ້ວຢືນຢູ່ຊື່ໆ ຫວັງວ່າການເຂົ້າໄປຢູ່ໃນນັ້ນຈະຊ່ວຍປົກປ້ອງເຮົາຈາກບັນຫາທັງໝົດໃນຊີວິດ, ບໍ່ພຽງແຕ່ຊ່ວຍກັນປຽກເທົ່ານັ້ນ. ຄວາມໝາຍແມ່ນວ່າເຮົາຕ້ອງສືບຕໍ່ພັດທະນາຕົນເອງເພື່ອພະຍາຍາມຫຍັບເຂົ້າໃກ້ກັບອຸດົມຄະຕິທີ່ພຣະພຸດ, ພຣະທັມ, ແລະ ພຣະສົງໝາຍເຖີງ. ເມື່ອເຮົາຄິດວ່າເຂົ້າໄປພັກພິງພຣະພຸດ, ພຣະທັມ, ແລະ ພຣະສົງ, ກໍພໍແລ້ວ, ມັນກໍງ່າຍທີ່ຈະສັບສົນກັບແນວຄວາມຄິດແບບສາສະໜາຄຣິສຕ໌ ກ່ຽວກັບຜູ້ໄຖ່ໂທດ ແລະ ຄິດວ່າພຣະພຸດທະເຈົ້າຈະຊ່ວຍປົກປ້ອງເຮົາ. ໃນກໍລະນີນັ້ນ, ພຣະພຸດທະເຈົ້າຈະເປັນຄືພຣະເຈົ້າ ແລະ ພຣະສົງ ຈະເປັນຄືນັກບຸນ. ຜົນທີ່ສຸດແລ້ວ, ສັງຄົມຕາເວັນຕົກສ່ວນຫຼາຍແມ່ນມີພື້ນຖານຂອງອິດທິພົນຈາກສາສະໜາຄຣິສຕ໌. ດ້ວຍການຄິດແນວນັ້ນ, ເຮົາຈະພາວະນາວ່າຈະມີພະລັງເໜືອທຳມະຊາດທີ່ຈະມາຊ່ວຍເຮົາຢ່າງປະຕິຫານ. ຖ້າໃຊ້ສຳນວນພຸດ, ມັນກໍອາດເປັນການປົດປ່ອຍເຮົາຢ່າງປະຕິຫານຈາກບັນຫາ ແລະ ຄວາມທຸກທໍລະມານທັງປວງຂອງເຮົາ.
ຖ້າເປັນແນວນີ້ແທ້, ທັງໝົດທີ່ເຮົາຕ້ອງເຮັດກໍຄືປ່ຽນເປັນຊື່ພຸດໃນພາສາທິເບດ, ໃສ່ຄ້ອງຄໍສີແດງ, ທ່ອງມົນຄາຖາ, ພາວະນາຢ່າງໜັກ, ແລະ ເຮົາກໍຈະໄດ້ຮັບການປົກປ້ອງເອງ. ໂດຍສະເພາະຖ້າເຮົາທ່ອງມົນ ແລະ ຝຶກທັມໃນພາສາທິເບດ, ເຊິ່ງເຮົາບໍ່ເຂົ້າໃຈຈັກຄຳເລີຍ, ແລ້ວເຮົາອາດຄິດວ່າມັນຍິ່ງຈະມີພະລັງວິເສດຫຼາຍກວ່າ. ອົງພຣະຊົງຊາ ຄີເຢັນເຊ ຣິນໂປເຊ (Dzongsar Khyentse Rinpoche), ເຊິ່ງເປັນພຣະລາມະທີ່ຍິ່ງໃຫຍ່ອົງໜຶ່ງ, ໄດ້ມາທີ່ກຸງເບີລິນຫວ່າງມໍ່ໆ ມານີ້, ບ່ອນທີ່ຂ້າພະເຈົ້າອາໄສຢູ່. ສິ່ງທີ່ທ່ານໄດ້ກ່າວນັ້ນເລິກເຊິ່ງຫຼາຍ. ທ່ານເວົ້າວ່າ ຖ້າຄົນທິເບດຕ້ອງທ່ອງບົດທັມທັງໝົດເປັນພາສາເຢຍລະມັນ, ເຊິ່ງຂຽນເປັນພາສາທິເບດ, ແລະ ເຂົາບໍ່ເຂົ້າໃຈສິ່ງທີ່ເຂົາກຳລັງທ່ອງເລີຍ, ທ່ານກໍສົ່ງໄສວ່າຈະມີຄົນທິເບດ ຈັກຄົນທີ່ຍັງຈະປະຕິບັດທັມ. ແນ່ນອນວ່າທຸກຄົນຫົວ. ແຕ່ຖ້າເຮົາຄິດເບິ່ງ, ມັນກໍເລິກເຊິ່ງແທ້ໆ, ບໍ່ແມ່ນບໍ? ສິ່ງທີ່ສຳຄັນຫຼາຍແມ່ນການເອົາຊະນະທ່າອ່ຽງທີ່ເຮົາອາດຕ້ອງເບິ່ງທີ່ເພິ່ງໃນແງ່ຂອງການໃຫ້ທາງອອກບັນຫາທັງປວງຂອງເຮົາແບບເວດມົນ, ປະຕິຫານ, ແລະ ທັງໝົດທີ່ເຮົາຕ້ອງເຮັດແມ່ນ, ໃນແງ່ໜຶ່ງ, ຍອມຈຳນົນໃຫ້ພະລັງທີ່ເໜືອກວ່າ.
ບັນຫາທີ່ແທ້ຈິງໃນທີ່ນີ້ແມ່ນ: “ເຮົາກຳລັງເຮັດຫຍັງກັບຊີວິດເຮົາ?” “ຊີວິດຂອງເຮົາກຳລັງກ້າວໜ້າບໍ່?” ເຮົາຫຼາຍຄົນອາດສຳນຶກໄດ້ວ່າຊີວິດຂອງເຮົາບໍ່ກ້າວໜ້າ; ມັນເບິ່ງຄືວົນວຽນຢູ່ບ່ອນເກົ່າ. ເຮົາບໍ່ຕ້ອງເວົ້າກ່ຽວກັບກົງກວຽນເລິກເຊິ່ງໃນແງ່ຂອງການກັບຊາດມາເກີດ ພວກນັ້ນດອກ, ແຕ່ຊີວິດປະຈຳວັນຂອງເຮົານີ້ທີ່ເບິ່ງຄືບໍ່ໄປຮອດໃສ, ແລະ ເບິ່ງຄືບໍ່ມີຈຸດໝາຍຫຍັງ. ເປັນຫຍັງເຮົາຈິ່ງມີຊີວິດຢູ່ກັນແທ້? ຄວາມຮູ້ສຶກຄືແນວນັ້ນເປັນພາວະໂສກເສົ້າ, ບໍ່ແມ່ນບໍ? ມັນບໍ່ແມ່ນພາວະທີ່ເປັນສຸກປານໃດ. ສະນັ້ນ, ເຮົາຈິ່ງຕ້ອງມີທິດທາງທີ່ມີຄວາມໝາຍບາງອັນໃນຊີວິດຂອງເຮົາ, ເປັນຈຸດປະສົງ ຫຼື ເປົ້າໝາຍບາງອັນ. ແລະນັ້ນແມ່ນສິ່ງທີ່ເຮົາຕ້ອງວາງໃຫ້ກັບຊີວິດຂອງເຮົາດ້ວຍຕົວເອງ. ມັນເປັນຂະບວນການທີ່ຫ້າວຫັນ. ຖ້າມີຈຸດປະສົງ ຫຼື ເປົ້າໝາຍທີ່ມີຄວາມໝາຍໃນຊີວິດຂອງເຮົາ, ແລ້ວເຮົາກໍຈະຮູ້ວ່າເຮົາກຳລັງເຮັດຫຍັງ. ມັນເຮັດໃຫ້ເຮົາຮູ້ສຶກຮັບປະກັນຂຶ້ນ, ປອດໄພຂຶ້ນ, ບໍ່ແມ່ນບໍ?
ການມີເປົ້າໝາຍທີ່ມີຄວາມໝາຍໃນຊີວິດ
ເຮົາສາມາດວາງເປົ້າໝາຍຫຍັງໃນຊີວິດເຮົາ? ຕາມປົກກະຕິແລ້ວ ເຮົາກຳນົດເປົ້າໝາຍນັ້ນໃນແງ່ຂອງສະພາບທີ່ບໍ່ໜ້າເພິງພໍໃຈທີ່ເຮົາກຳລັງເປັນຢູ່ ແລະ ຢາກໜີໃຫ້ພົ້ນໂດຍການວາງເປົ້າໝາຍອັນນີ້ໃນຊີວິດ. ໃນລະດັບພື້ນຖານທີ່ສຸດ, ເຮົາສາມາດເວົ້າໄດ້ວ່າທຸກຄົນຢາກເປັນສຸກ ແລະ ບໍ່ມີໃຜຢາກເປັນທຸກ. ນັ້ນເປັນຄືກົດຄວາມຈິງໃນພຣະພຸດທະສາສະໜາ, ແລະ ມັນມີຄວາມຈິງດ້ານຊີວະພາບໃນນັ້ນນຳ. ເຮົາຢາກຫຼີກຄວາມທຸກທໍລະມານ. ເຮົາຢາກຫຼີກຄວາມຫຍຸ້ງຍາກ. ແມ່ນແຕ່ແມງໄມ້ ແລະ ໂຕໜອນກໍຢາກໄດ້ສິ່ງນັ້ນ, ບໍ່ແມ່ນບໍ? ນັ້ນແມ່ນເປົ້າໝາຍຂອງເຮົາ.
ຄຳຖາມຄື ເຮົາແນໃສ່ຄວາມທຸກທໍລະມານ ຫຼື ຄວາມບໍ່ເພິງພໍໃຈໃນປະລິມານເທົ່າໃດ? ເປົ້າໝາຍທີ່ເຮົາວາງໄວ້ຈະຈັດການກັບບັນຫານັ້ນ, ພ້ອມທັງບັນຫາອື່ນທີ່ເຮົາມີນຳບໍ? ຕົວຢ່າງ, ບັນຫາຂອງເຮົາອາດແມ່ນວ່າເຮົາທຸກຍາກ, ມີຄວາມຂັດສົນທາງດ້ານເສດຖະກິດ, ແລະ ເປົ້າໝາຍຂອງເຮົາແມ່ນເພື່ອຫາວຽກທີ່ດີ ແລະ ໄດ້ເງິນຫຼາຍໆ. ຖ້າບໍ່ແມ່ນວຽກທີ່ດີ, ກໍອາດເປັນການເປັນຜູ້ຮ້າຍທີ່ເກັ່ງ ໃຫ້ລວຍໄດ້ໄວ. ບໍ່ວ່າຫຍັງ, ຈັ່ງໃດກໍຂໍແຕ່ໃຫ້ໄດ້ເງິນຫຼາຍໆ. ແຕ່ຖ້າເຮົາສືບຄົ້ນເບິ່ງຄົນທີ່ມີເງິນຫຼາຍ ແລ້ວລົມນຳເຂົາດ້ວຍຄວາມຈິງໃຈ ແລະ ເຂົາກໍເລົ່າໃຫ້ຟັງດ້ວຍຄວາມຈິງໃຈກ່ຽວກັບຊີວິດຂອງເຂົາ, ເຮົາຈະພົບວ່າຄົນເລົ່ານີ້ບໍ່ໄດ້ມີຄວາມສຸກສະເໝີໄປ. ເຂົາບໍ່ເຄີຍພໍໃນເລື່ອງເງິນ. ມັນບໍ່ສຳຄັນເລີຍວ່າເຂົາຈະມີຈັກລ້ານ, ເຂົາກໍຍັງຢາກໄດ້ອີກ. ເຂົາບໍ່ເຄີຍພໍໃຈ.
ຂ້າພະເຈົ້າເຫັນວ່າມັນໜ້າສົນໃຈຫຼາຍ. ມີຄົນທີ່, ສົມມຸດ, ມີເງິນພັນລ້ານໂດລາ, ແຕ່ຍ້ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດໂລກໃນປະຈຸບັນ, ດຽວນີ້ເລີຍມີແຕ່ເຄິ່ງພັນລ້ານ. ເຂົາຈະຢຸດບໍລິຈາກ ຫຼື ມີສ່ວນຮ່ວມໃນວຽກການກຸສົນໃດໆ, ເພາະຕອນນີ້ ເຂົາມີແຕ່ເຄິ່ງພັນລ້ານ ແລະ ເຂົາຮູ້ສຶກບໍ່ປອດໄພ. ເຂົາຮູ້ສຶກວ່າເຂົາຕ້ອງປະຢັດ, ແລະ ຫາວິທີກັບໄປຫາພັນລ້ານກ່ອນທີ່ເຂົາຈະຢາກແບ່ງປັນຄວາມຮັ່ງມີກັບຜູ້ອື່ນ. ແລ້ວເຂົາກໍຈະເບິ່ງລາຍງານຕະຫຼາດຫຸ້ນຢູ່ຕະຫຼອດ ແລະ ກັງວົນຢູ່ຕະຫຼອດທຸກວັນວ່າບາງທີເຂົາອາດເສຍສ່ວນໜ້ອຍໜຶ່ງຂອງເງິນທີ່ເຂົາມີ. ເຂົາອາດຍັງຕ້ອງຈ້າງອາຣັກຂາສ່ວນຕົວ ແລະ ວິທີການຄວາມປອດໄພອື່ນໆ, ເພາະເຂົາຢ້ານວ່າຄົນຈະໄປລັກເຄື່ອງຈາກເຮືອນເຂົາ ຫຼື ລັກພາຕົວລູກຂອງເຂົາ. ສິ່ງນີ້ພົບເລື້ອຍໃນກຸ່ມຄົນຮັ່ງມີໃນອາເມຣິກາໃຕ້. ນອກນັ້ນ, ເຂົາກໍບໍ່ຮູ້ສຶກວ່າຄົນອື່ນເປັນມິດກັບເຂົາຢ່າງແທ້ຈິງ ມີແຕ່ຢາກໄດ້ເງິນຂອງເຂົາ. ເຂົາມີແຕ່ສົງໄສວ່າຄົນເຮັດດີນຳເຂົາພຽງເພາະເງິນຂອງເຂົາ. ເຫັນໄດ້ແຈ້ງວ່າ ເຖິງວ່າເຂົາອາດບໍ່ມີບັນຫາເລື່ອງຄວາມທຸກຍາກ, ການມີເງິນຫຼາຍກໍນຳມາເຊິ່ງບັນຫາອື່ນເຊັ່ນດຽວກັນ.
ເປົ້າໝາຍທາງໂລກມີພື້ນຖານທີ່ບໍ່ໝັ້ນຄົງ
ນອກຈາກເງິນແລ້ວ ຍັງມີຄຳກ່າວໃນພຣະພຸດທະສາສະໜາກ່ຽວກັບ “ເປົ້າໝາຍທາງໂລກ” ອັນອື່ນອີກຫຼາຍ. ແຕ່, ຄຳວ່າ “ທາງໂລກ” ມີຄວາມໝາຍທາງລົບ ແລະ ເບິ່ງຄືເກືອບເປັນການຕີລາຄາ. ນັ້ນບໍ່ແມ່ນເປົ້າໝາຍ. ພຣະອາຈານຂອງຂ້າພະເຈົ້າ, ພຣະເຊີກອງ ຣິນໂປເຊ, ໄດ້ອະທິບາຍວ່າສອງຄຳສັບຈາກພາສາທິເບດ ທີ່ແປມາເປັນ “ທາງໂລກ” - ຈິກ-ເຕນ - ສະແດງໃຫ້ເຫັນເຖິງຄວາມໝາຍອັນແທ້ຈິງ. ມັນໝາຍເຖິງສິ່ງທີ່ເປັນພື້ນຖານ (ເທນ) ທີ່ຈະແຕກສະຫຼາຍ (ຈິກ). ຖ້າເຮົາມຸ່ງໃສ່ເປົ້າໝາຍທີ່ຈະແຕກສະຫຼາຍ, ແລ້ວແນ່ນອນ ມັນຈະບໍ່ນຳຄວາມສຸກຖາວອນມາໃຫ້ເຮົາ. ມັນມີແຕ່ຈະນຳເອົາບັນຫາມາຫຼາຍຂຶ້ນ, ເພາະມັນບໍ່ມີພື້ນຖານທີ່ແໜ້ນແກ່ນ.
ຕົວຢ່າງ; ສົມມຸດວ່າເປົ້າໝາຍໃນຊີວິດຂອງເຮົາແມ່ນການມີຄອບຄົວທີ່ອົບອຸ່ນ, ການລ້ຽງລູກຫຼາຍຄົນ, ໂດຍຫວັງວ່າເຂົາຈະດູແລເຮົາຍາມເຖົ້າແກ່, ແລະ ເຮົາກໍຈະເປັນສຸກ ແລະ ປອດໄພ. ເອີ, ອັນນັ້ນມັນບໍ່ໄດ້ເປັນໄປຄືແນວນັ້ນສະເໝີ, ແມ່ນບໍ? ອີກຕົວຢ່າງໜຶ່ງແມ່ນການພະຍາຍາມມີຊື່ສຽງ. ຍິ່ງເຮົາມີຊື່ສຽງຫຼາຍຂຶ້ນ, ຄົນກໍຈະຍິ່ງລົບກວນເຮົາ ແລະ ພະຍາຍາມຍາດເອົາເວລາຂອງເຮົາເທົ່ານັ້ນ. ເຮົາສາມາດເບິ່ງດາຣາໜັງທີ່ບໍ່ສາມາດແມ່ນແຕ່ຈະອອກໄປນອກໂດຍທີ່ບໍ່ແປງໂສມ ເພາະຄົນຈະຫຸ້ມເຂົາ ແລະ ຢາກຍາດດຶງເອົາເຄື່ອງນຸ່ງຂອງຖືເຂົາ, ປະມານນັ້ນ. ອັນທີ່ຈິງ ການເປັນດາຣາ ມັນຄ້າຍຕົກນະລົກນິລະ.
ຖ້າເຮົາເບິ່ງຊີວິດເຮົາຢ່າງຈິງຈັງ, ແລ້ວການມີວັດຖຸເພື່ອຄວາມສະດວກສະບາຍ ຫຼື ການຈັດການທາງອາລົມຂອງເຮົາໃຫ້ມີຄວາມສະດວກສະບາຍກັບຄົນອ້ອມຂ້າງ ຈະບໍ່ເຮັດໃຫ້ເຮົາລົງເລິກໃນແງ່ຂອງການຊ່ວຍເຮົາແກ້ບັນຫາໃນຊີວິດຂອງເຮົາໄດ້ແທ້. ອັນນີ້ແມ່ນຍ້ອນວ່າເມື່ອເຮົາຍັງມີຄວາມໂມໂຫ, ຄວາມຍຶດຕິດ, ຄວາມໂລບ, ຄວາມອິດສາ, ຄວາມຈອງຫອງ, ຄວາມໄຮ້ດຽງສາ ແລະ ອັນຄືແນວນີ້, ແລ້ວເຮົາກໍຈະຍັງມີບັນຫາ, ບໍ່ວ່າເຮົາຈະປະສົບຜົນສຳເລັດໃນ “ທາງໂລກ” ຫຼາຍປານໃດ.
ອາລົມລົບກວນ
ພຣະພຸດທະສາສະໜາກ່າວໃນແງ່ຂອງຊາດໜ້າ ແລະ ເວົ້າກ່ຽວກັບຄວາມທຸກທໍລະມານ ແລະ ສິ່ງທີ່ເປັນຕາຢ້ານທີ່ສາມາດເກີດຂຶ້ນກັບເຮົາໃນຊາດໜ້າເມື່ອເຮົາມີສິ່ງທີ່ເອີ້ນວ່າ “ອາລົມລົບກວນ” ແລະ ເຮົາປະພຶດຕາມໃຈບົນພື້ນຖານຂອງສິ່ງເຫຼົ່ນີ້ ແລະ ສ້າງສັກກະຍະພາບດ້ານລົບ. ການນຳສະເໜີຂອງພຣະພຸດທະສາສະໜາບອກແຈ້ງວ່າອັນນີ້ບໍ່ດີ ແລະ ຕ້ອງຫຼີກລ່ຽງຖ້າເຮົາຮູ້ວ່າສິ່ງໃດດີຕໍ່ເຮົາ, ເພາະສັກກະຍະພາບດ້ານລົບຈະນຳມາເຊິ່ງບັນຫາ ແລະ ຄວາມບໍ່ເປັນສຸກ.
ແຕ່, ຍ້ອນຄົນຕາເວັນຕົກສ່ວນຫຼາຍບໍ່ເຊື່ອໃນຊາດໜ້າ ຫຼື ບໍ່ແນ່ໃຈວ່າມີຈິງ, ເຮົາສາມາດສົນທະນາບັນຫານີ້ແຕ່ໃນແງ່ຂອງຊາດນີ້ກໍໄດ້. ເມື່ອເບິ່ງຊີວິດເຮົາໃນປະຈຸບັນ, ຖ້າເຮົາສືບຄົ້ນລົງເລິກ, ເຮົາຈະພົບວ່າແຫຼ່ງຂອງບັນຫາອາລົມທີ່ແທ້ຈິງແມ່ນຢູ່ພາຍໃນ. ປັດໄຈພາຍນອກເປັນພຽງແຕ່ສິ່ງກະຕຸ້ນເທົ່ານັ້ນ. ອັນທີ່ຈິງ, ມັນແມ່ນອາລົມລົບກວນຂອງເຮົາ - ຄວາມໂມໂຫ, ຄວາມຍຶດຕິດ, ຄວາມໂລບ ແລະ ອື່ນໆ ຂອງເຮົາ - ທີ່ລັກເອົາຄວາມສະຫງົບ ແລະ ຄວາມສຸກໄປຈາກເຮົາ. ມັນແມ່ນສິ່ງທີ່ດຶງເຮົາໄວ້ຈາກການນຳໃຊ້ຄຸນສົມບັດດີໆ ທີ່ເຮົາມີ. ເຮົາອາດພະຍາຍາມຊ່ວຍບາງຄົນ, ແລະ ນັ້ນແມ່ນຄຸນສົມບັດທີ່ດີ, ແຕ່ແລ້ວເຮົາພັດໂມໂຫເຂົາ. ເຮົາພະຍາຍາມໃຫ້ຄຳແນະນຳດີໆ ນຳເຂົາ, ແຕ່ເຂົາບໍ່ຮັບເອົາ ຫຼື ເຂົາຖຽງເຮົາຊ້ຳ ແລ້ວເຮົາກໍເສຍຄວາມອົດທົນ. ອາລົມລົບກວນເຫຼົ່ານີ້ດຶງເຮົາໄວ້ຈາກການຊ່ວຍຜູ້ອື່ນຢ່າງແທ້ຈິງ.
ສິ່ງນີ້ຍິ່ງຍາກເມື່ອມັນເກີດຂຶ້ນກັບລູກຂອງເຮົາ, ເມື່ອເຮົາເສຍຄວາມອົດທົນ ແລະ ເລີ່ມໂມໂຫນຳເຂົາເມື່ອເຮົາຄິດວ່າເຮົາຮູ້ວ່າສິ່ງທີ່ດີທີ່ສຸດສຳລັບເຂົາແມ່ນຫຍັງ ແລະ ເຂົາບໍ່ເຮັດຕາມທີ່ເຮົາບອກ. ອັນນີ້ສ້າງຄວາມສຳພັນທີ່ຫຍຸ້ງຍາກຫຼາຍກັບລູກ, ບໍ່ແມ່ນບໍ? ຈຸດສຳຄັນແມ່ນການສຳນຶກວ່າຖ້າເຮົາບໍ່ເຮັດຫຍັງກັບມັນ, ມັນມີແຕ່ຈະເຮວຮ້າຍລົງຊັກໄຊ້. ບາງເທື່ອເຮົາອາດຈະສຸຂຸມຂຶ້ນເມື່ອເຮົາອາຍຸຫຼາຍຂຶ້ນເພາະເຮົາຈະບໍ່ມີແຮງຫຼາຍຄືເກົ່າ, ແຕ່ນັ້ນບໍ່ໄດ້ໝາຍວ່າຄວາມໂມໂຫຂອງເຮົາ ແລະ ສິ່ງເຫຼົ່ານີ້ຈະຫາຍໄປເອງ. ມັນບໍ່ເຊົາໄປຊື່ໆ.
ຄຳສັບທີ່ໃຊ້ໃນພຣະພຸດທະສາສະໜາສຳລັບສິ່ງທີ່ເຮົາຕ້ອງພັດທະນາໃນດ້ານເຫຼົ່ານີ້ແມ່ນ “ຄວາມຢ້ານ.” ແຕ່ “ຄວາມຢ້ານ” ເປັນຄຳທີ່ຢາກໃນເກືອບທຸກພາສາ. ມັນບໍ່ມີຊື່ສຽງໃນທາງທີ່ດີປານໃດ. ບາງຄັ້ງ ຂ້າພະເຈົ້າມັກໃຊ້ຄຳວ່າ “ຫວັ່ນ” ຫຼາຍກວ່າ, ແຕ່ມັນກໍບໍ່ງ່າຍທີ່ຈະແປເປັນພາສາອື່ນຄືກັນ. “ຫວັ່ນ” ມີຄວາມໝາຍຄ້າຍກັບວ່າ “ຂ້ອຍບໍ່ຢາກໃຫ້ສິ່ງນີ້ເກີດຂຶ້ນ.” ຕົວຢ່າງ, ເຮົາຕ້ອງໄປປະຊຸມທີ່ແສນໜ້າເບື່ອ. ມັນບໍ່ແມ່ນວ່າເຮົາຢ້ານການປະຊຸມນັ້ນ, ແຕ່ເຮົາຫວັ່ນທີ່ຈະໄປ. ເຮົາບໍ່ໄດ້ຢາກໄປປານໃດ.
ແຕ່, ເພື່ອຄວາມຊັດເຈນຍິ່ງຂຶ້ນ, ເຮົາຕ້ອງແຍກແຍະຄວາມຢ້ານສອງປະເພດ, ວ່າເຮົາກຳລັງເວົ້າກ່ຽວກັບຄວາມຢ້ານຕໍ່ອານາຄົດຊາດໜ້າທີ່ເຮວຮ້າຍ, ຫຼື ຄວາມຢ້ານຕໍ່ຄວາມເຖົ້າແກ່, ຫຼື ຄວາມຢ້ານຫຍັງ. ມັນມີຄວາມຢ້ານຈາກການທີ່ເຮົາຫາທາງອອກບໍ່ເຫັນ, ແລະ ເຮົາຮູ້ສຶກສິ້ນຫວັງ ແລະ ໝົດຫວັງ. ມັນເຮັດໃຫ້ເຮົາອຳມະພາດ, ແມ່ນບໍ? ຂ້ອຍຄິດວ່າມັນເປັນຄວາມຢ້ານທີ່ເສຍສຸຂະພາບ, ເຖິງວ່າເຮົາຈະເປັນເລື້ອຍໆ. ແຕ່ຄວາມຢ້ານປະເພດທີ່ຍົກຂຶ້ນມາເວົ້າໃນສະພາບຂອງທີ່ເພິ່ງຈະເປັນຄວາມຢ້ານທີ່ຕ່າງອອກໄປ, ຍ້ອນເຮົາເຫັນວ່າມີທາງທີ່ຈະຫຼີກບັນຫາ. ສະນັ້ນ, ມັນບໍ່ສິ້ນຫວັງດອກ. ແຕ່, ດັ່ງທີ່ຂ້າພະເຈົ້າກ່າວໄປແລ້ວ, ມັນບໍ່ແມ່ນວ່າຈະມີພະລັງເໜືອທຳມະຊາດທີ່ຈະເອົາເຮົາອອກຈາກສະຖານະການທີ່ເປັນຕາຢ້ານ, ແລະ ທັງໝົດທີ່ເຮົາຕ້ອງເຮັດແມ່ນການພາວະນາໃຫ້ໜັກພໍ ແລະ ເຮົາກໍຈະຖືກປົດປ່ອຍ ແລະ ປົກປ້ອງຈາກຄວາມຢ້ານຂອງເຮົາ.
ສິ່ງສຳຄັນແມ່ນວ່າເຮົາສາມາດ, ໃນລັກສະນະໜຶ່ງ, ປົກປ້ອງຕົນເອງ. ແມ່ນຫຍັງທີ່ຈະຊ່ວຍເຮົາຫຼີກລ່ຽງບັນຫາທີ່ເຮົາພົບໃນຊີວິດ? ແມ່ນຫຍັງທີ່ເຮັດໃຫ້ມັນເປັນໄປໄດ້? ໃນສະພາບທີ່ກວ້າງທີ່ສຸດ, ມັນແມ່ນຄວາມຈິງທີ່ວ່າອາລົມລົບກວນທັງໝົດນີ້ທີ່ພາໃຫ້ເກີດບັນຫາ - ຄວາມໂມໂຫ, ຄວາມໂລບ, ຄວາມຍຶດຕິດ, ແລະ ອື່ນໆ ຂອງເຮົາ - ທັງໝົດເກີດຈາກຄວາມສັບສົນກ່ຽວກັບຄວາມເປັນຈິງ. ອາລົມລົບກວນທັງໝົດນີ້ຄວາມຈິງບໍ່ແມ່ນສິ່ງທີ່ເກີດຈາກທຳມະຊາດຂອງຈິດໃຈ. ມັນສາມາດຖອນອອກໄດ້ຕະຫຼອດໄປ, ເພື່ອທີ່ວ່າມັນຈະບໍ່ເກີດຂຶ້ນອີກ. ພຣະແກ້ວພຣະທັມ ຊີ້ໃຫ້ເຫັນວ່າມັນສາມາດ “ຢຸດໄດ້ຢ່າງແທ້ຈິງ.”
ກິດຈະກຳທາງໃຈ
ເມື່ອເຮົາເວົ້າກ່ຽວກັບພຣະພຸດທະສາສະໜາ, ໂດຍບໍ່ລົງເລິກລາຍລະອຽດ, ເຮົາກຳລັງເວົ້າເຖິງກິດຈະກຳທາງໃຈ. ມັນເປັນກິດຈະກຳທາງໃຈທີ່ເກີດຂຶ້ນໃນແຕ່ລະຂະນະແມ່ນແຕ່ໃນເວລາທີ່ເຮົາຫຼັບ. ໃຈໝາຍເຖິງລັກສະນະປະສົບການສ່ວນຕົວຂອງກິດຈະກຳທາງໃຈນັ້ນ, ໃນຂະນະທີ່ວິທະຍາສາດສະໝອງຈະອະທິບາຍເຖິງພື້ນຖານທາງດ້ານຊີວະວິທະຍາຂອງມັນ. ໃນທັງສອງກໍລະນີ, ທຳມະຊາດພື້ນຖານຂອງກິດຈະກຳທາງໃຈນັ້ນບໍ່ແມ່ນສິ່ງທີ່ຕ້ອງມີຄວາມສັບສົນປົນຢູ່ນຳ, ຫຼື ຄວາມໂມໂຫ, ຫຼື ສິ່ງຕ່າງໆ ເຫຼົ່ານີ້. ໂດຍພື້ນຖານແລ້ວ ສິ່ງທີ່ເກີດຂຶ້ນໃນແຕ່ລະຊ່ວງຂະນະແມ່ນວ່າມັນມີບາງສິ່ງເກີດຂຶ້ນໃນສິ່ງທີ່ເຮົາສາມາດເອີ້ນໄດ້ວ່າເປັນພາບສາມມິຕິຂອງຈິດໃຈ. ຕົວຢ່າງ, ຈາກມຸມມອງຂອງຮ່າງກາຍ, ໂຟຕອນຜ່ານເຂົ້າມາໃນຕາ ແລ້ວປ່ຽນເປັນແຮງກະຕຸ້ນໄຟຟ້າບາງຢ່າງທີ່ເຂົ້າໄປສູ່ສະໝອງໂດຍຜ່ານຕົວສົ່ງເຊວສະໝອງ, ແລ້ວສະໝອງຈະສ້າງພາບສາມມິຕິພາຍໃນຈາກສິ່ງນີ້. ອັນນັ້ນເອີ້ນວ່າ “ການມອງເຫັນ”, ບໍ່ແມ່ນບໍ? ແນ່ນອນ, ສິ່ງທີ່ເກີດຂຶ້ນໃນເຊວຕາຂອງຄົນ ຈະຕ່າງຈາກສິ່ງທີ່ເກີດຂຶ້ນໃນເຊວຕາຂອງແມງມຸມ ຫຼື ຂອງແມງວັນ. ໃນລັກສະນະດຽວກັນ, ຈາກຂະບວນການຄ້າຍຄືກັນທີ່ກ່ຽວພັນກັບການສັ່ນທີ່ເຮົາວ່າ “ຄື້ນສຽງ,” ເຮົາຈະໄດ້ຍິນ. ພາບສາມມິຕິໃນຈິດໃຈສາມາດເປັນສຳພັດໃດກໍ່ໄດ້ ຫຼື ອາດເປັນຄວາມຄິດກໍໄດ້.
ໃນແງ່ຂອງການມອງເຫັນ, ຂະບວນການນັ້ນຈະບໍ່ແມ່ນອັນດຽວກັບການທີ່ໂຟຕອນຜ່ານເຂົ້າໄປໃນກ້ອງ ແລ້ວປ່ຽນເປັນແຮງກະຕຸ້ນໄຟຟ້າ ແລ້ວສ້າງເປັນຮູບພາບ. ມັນບໍ່ແມ່ນອັນດຽວກັນກັບອັນນັ້ນເພາະການເກີດຂຶ້ນຂອງພາບສາມມິຕິທາງຈິດໃຈຂອງສິ່ງໃດສິ່ງໜຶ່ງ ຍັງເປັນ “ການມີສ່ວນຮ່ວມຂອງສະໝອງ” ນຳອີກ. ບໍ່ວ່າເຮົາຈະມີສະຕິຢູ່ ຫຼື ບໍ່, ສຳນຶກກ່ຽວກັບສິ່ງໃດໜຶ່ງຢູ່ ຫຼື ບໍ່, ແຕ່ມັນກໍຍັງເປັນຄຸນສົມບັດຂອງສະໝອງຢູ່ດີ.
ກິດຈະກຳທາງໃຈຍັງບໍ່ແມ່ນອັນດຽວກັນກັບຄອມພິວເຕີ. ເຮົາກົດປຸ່ມນ້ອຍໆ ເຫຼົ່ານີ້ ແລ້ວພະລັງງານໄຟຟ້າຈະແລ່ນເຂົ້າໃນເຄື່ອງຈັກ, ແລ້ວເຄື່ອງຈັກນັ້ນກໍຈະແປຄຳສັ່ງນີ້ເປັນຮູບພາບຂຶ້ນມາໃນຈໍ ຫຼື ສຽງອອກມາໃນລຳໂພງ. ເຮົາອາດເວົ້າໄດ້ວ່າຄອມພິວເຕີ, ໃນແງ່ໜຶ່ງ, ມີສຳນຶກທາງສະໝອງ, ເພາະດ້ວຍປັນຍາປະດິດມັນສາມາດປຸງແຕ່ງຂໍ້ມູນ. ແຕ່ຄອມພິວເຕີກໍບໍ່ຄ່ອຍຄືສິ່ງມີຊີວິດ. ພ້ອມກັນນັ້ນ, ສິ່ງທີ່ເຮັດໃຫ້ເຮົາຕ່າງຈາກຄອມພິວເຕີແມ່ນວ່າ, ເຮົາຍັງປະສົບກັບຄວາມສຸກ ຫຼື ຄວາມທຸກທີ່ກ່ຽວພັນກັບກິດຈະກຳທາງໃຈຂອງເຮົາໃນລະດັບໜຶ່ງ. ຄອມພິວເຕີບໍ່ຮູ້ສຶກສຸກ ຫຼື ທຸກກັບຫຍັງເລີຍ. ມັນບໍ່ໄດ້ຄິດວ່າ “ໂອ ຕາຍ, ຂ້ອຍມີຂໍ້ບົກພ່ອງພາຍໃນ, ແລະ ເມື່ອຂ້ອຍຣີບູດ, ຂ້ອຍລຶບໄຟລ໌ທີ່ຂ້ອຍກຳລັງເຮັດວຽກຢູ່,” ແລ້ວຮູ້ສຶກບໍ່ເປັນສຸກກັບສິ່ງນັ້ນ. ມັນບໍ່ໄດ້ເປັນແນວນັ້ນ, ແມ່ນຕີ້? ອີກດ້ານໜຶ່ງ, ເຮົາອາດບໍ່ເປັນສຸກຫຼາຍເມື່ອສິ່ງນັ້ນເກີດຂຶ້ນ.
ກິດຈະກຳທາງໃຈຊົ່ວຂະນະນີ້ ແມ່ນສິ່ງທີ່ເກີດຂຶ້ນໃນທຸກຂະນະຂອງຊີວິດເຮົາ. ມັນມີການເກີດຂຶ້ນຂອງພາບສາມມິຕິທາງບາງປະເພດ, ມີສ່ວນກ່ຽວພັນທາງໃຈບາງຢ່າງກັບມັນ, ແລະ ຄວາມຮູ້ສຶກຂອງຄວາມສຸກ ແລະ ຄວາມທຸກໃນລະດັບໜຶ່ງ. ແມ່ນແຕ່ເວລາເຮົາຫຼັບ, ພາບສາມມິຕິນີ້ກໍສາມາດເປັນຄວາມມືດ ແລະ ສິ່ງທີ່ກ່ຽວພັນແມ່ນການທີ່ເຮົາຮັບຮູ້ບໍ່ໄດ້. ແຕ່ກໍຍັງມີຄວາມຮັບຮູ້ຢູ່ໜ້ອຍໜຶ່ງ, ບໍ່ດັ່ງນັ້ນເຮົາອາດບໍ່ໄດ້ຍິນສຽງໂມງປຸກຈັກເທື່ອ. ມັນບໍ່ໄດ້ຖືກປິດໄປໂດຍສິ້ນເຊີງ. ຍັງມີຄວາມຮູ້ສຶກບາງຢ່າງ, ເຖິງຈະເປັນຄວາມຮູ້ສຶກທຳມະດາ, ບໍ່ສຸກ ແລະ ບໍ່ທຸກ, ເມື່ອເຮົາບໍ່ໄດ້ຝັນຢູ່. ຖ້າເຮົາກຳລັງຝັນ, ແລ້ວກໍແນ່ນອນວ່າຄວາມຮູ້ສຶກສຸກ ຫຼື ທຸກບາງຢ່າງອາດມີຢູ່, ຄຽງຄູ່ກັບຄວາມໂມໂຫ, ຄວາມໂລບ, ແລະ ສິ່ງເຫຼົ່ານີ້. ແຕ່ອາລົມລົບກວນເຫຼົ່ານີ້ບໍ່ຈຳເປັນວ່າຕ້ອງເປັນສ່ວນໜຶ່ງຂອງຂະບວນການທັງໝົດທີ່ຈະເກີດຂຶ້ນໃນແຕ່ລະຂະນະ.
ແນ່ນອນ, ຍັງມີແນວຄວາມຄິດທີ່ຊັບຊ້ອນຫຼາຍທີ່ເຮົາສາມາດສຶກສາເພື່ອຈະໄດ້ເຊື່ອໝັ້ນໃນພື້ນຖານຄວາມບໍລິສຸດຂອງກິດຈະກຳທາງໃຈຂອງເຮົາ. ຄັ້ງນີ້ບໍ່ແມ່ນໂອກາດເທື່ອ. ແຕ່ຍິ່ງເຮົາຄິດກັບມັນ, ເຮົາຈະຍິ່ງເຊື່ອໝັ້ນວ່າມັນເປັນໄປໄດ້ທີ່ຈະຕັດເນື້ອຫາທີ່ລົບກວນທັງໝົດຂອງກິດຈະກຳທາງໃຈຂອງເຮົາ.
ຜົນທີ່ສຸດແລ້ວ, ນິຍາມຂອງອາລົມລົບກວນແມ່ນສິ່ງທີ່, ເມື່ອມັນເກີດຂຶ້ນ, ພາໃຫ້ເຮົາເສຍຄວາມສະຫງົບຂອງຈິດໃຈ ແລະ ເສຍການຄວບຄຸມຕົນເອງ. ດັ່ງນັ້ນ, ເຮົາຈະປະພຶດຕາມໃຈໃນທາງທີ່ລົບກວນທຸກຢ່າງບົນພື້ນຖານຂອງຄວາມໂມໂຫ, ຄວາມໂລບ, ແລະ ອື່ນໆ, ແລະ ນັ້ນຈະພາໃຫ້ເກີດຫຼາຍບັນຫາ. ຕົວຢ່າງ, ເຮົາເສຍການຄວບຄຸມຕົນເອງ ແລະ ຮ້າຍຜູ້ອື່ນໂດຍເວົ້າບໍ່ຄິດ ແລ້ວຕໍ່ມາກໍກິນແໜງໃນສິ່ງທີ່ເຮົາໄດ້ເວົ້າໄປ. ເຖິງຢ່າງໃດກໍ່ຕາມ, ມັນຈະສ້າງສິ່ງທີ່ເອີ້ນວ່າ “ສັກກະຍະພາບດ້ານລົບ” ເພື່ອຈະຮູ້ສຶກບໍ່ເປັນສຸກໃນພາຍຫຼັງ.
ຖ້າເຮົາຢາກຫຼີກບັນຫາໃນອະນາຄົດໃນລະດັບເລິກແທ້ໆ ເຮົາຕ້ອງຕັດອາລົມລົບກວນ ແລະ ຄວາມສັບສົນທັງໝົດນີ້ອອກໄປ. ຄວາມຈິງມັນເປັນໄປໄດ້ທີ່ຈະຕັດມັນອອກເພາະມັນບໍ່ແມ່ນທຳມະຊາດໂດຍກຳເນີດຂອງຈິດໃຈ, ກິດຈະກຳທາງໃຈນີ້. ນອກນັ້ນ, ຖ້າເຮົາຄິດກ່ຽວກັບກິດຈະກຳທາງໃຈປະເພດນີ້ທີ່ເຮົາມີຢູ່ທຸກຂະນະຕື່ມອີກ, ໜຶ່ງໃນຄຸນລັກສະນະທີ່ດີເລີດແມ່ນວ່າມັນເປັນໄປໄດ້ທີ່ກິດຈະກຳທາງໃຈນັ້ນຈະເຂົ້າໃຈສິ່ງຕ່າງໆ. ເຮົາສາມາດເຂົ້າໃຈບາງຢ່າງ. ເຮົາຍັງສາມາດມີຄຸນສົມບັດທີ່ດີອັນອື່ນ, ເຊັ່ນຄວາມເມດຕາ ແລະ ຄວາມເຫັນໃຈ, ແລະ ອື່ນໆ. ຄຸນສົມບັນດ້ານບວກເຫຼົ່ານີ້ເປັນສິ່ງທີ່ສາມາດພັດທະນາຍິ່ງໆ ຂຶ້ນໄດ້.
ບາດນີ້, ແມ່ນຫຍັງທີ່ຕ່າງ? ລັກສະນະທີ່ລົບກວນແມ່ນຢູ່ບົນພື້ນຖານຂອງຄວາມສັບສົນ. ລັກສະນະທາງບວກ ເປັນຕົ້ນແມ່ນຄວາມເຂົ້າໃຈ ແມ່ນຢູ່ບົນພື້ນຖານຂອງຄວາມເປັນຈິງ. ຍົກຕົວຢ່າງງ່າຍໆ: ຄວາມສັບສົນອາດຄິດວ່າ “ຂ້ອຍເປັນສູນກາງຂອງຈັກກະວານ. ຂ້ອຍເປັນຄົນສຳຄັນທີ່ສຸດ, ຂ້ອຍຄວນໄດ້ຕາມໃຈສະເໝີ. ຂ້ອຍຄວນເປັນຈຸດສົນໃຈສະເໝີ,” ແລະ ອື່ນໆ. ສະນັ້ນ, ເມື່ອເຮົາບໍ່ໄດ້ເປັນຈຸດສົນໃຈ ແລະ ຖ້າເຮົາບໍ່ໄດ້ຕາມໃຈ, ເຮົາຈະໂມໂຫ. ດັ່ງເຊັ່ນໝາ, ເຮົາອາດເຫົ່າ ຫຼື ຄາງໃສ່ບາງຄົນ. “ເຈົ້າບໍ່ໄດ້ເຮັດໃນແບບທີ່ຂ້ອຍຕ້ອງການ.” ທັງໝົດນັ້ນຢູ່ບົນພື້ນຖານຄວາມສັບສົນ. ຄວາມເປັນຈິງແມ່ນວ່າເຮົາທັງໝົດຢູ່ທີ່ນີ້ ແລະ ເຮົາທັງໝົດເທົ່າທຽມກັນ. ທຸກຄົນຢາກໄດ້ຕາມໃຈ, ແຕ່ນັ້ນເປັນໄປບໍ່ໄດ້. ຄວາມເປັນຈິງແມ່ນວ່າເຮົາຕ້ອງຮຽນທີ່ຈະໃຊ້ຊີວິດຮ່ວມກັບຜູ້ອື່ນວາດໃດວາດໜຶ່ງ.
ການຢຸດເຊົາອັນແທ້ຈິງ
ຍິ່ງເຮົາສືບຄົ້ນເທົ່າໃດ, ເຮົາກໍຍິ່ງຈະເຫັນວ່າຄວາມສັບສົນຂອງເຮົານັ້ນບໍ່ໝັ້ນຄົງປານໃດ. ມັນເປັນສິ່ງໂມຄະ. ອີກດ້ານໜຶ່ງ, ຄວາມເຂົ້າໃຈທີ່ຖືກຕ້ອງແມ່ນສິ່ງທີ່ຢັ້ງຢືນໄດ້. ມັນເປັນຄວາມຈິງ. ຍ້ອນແນວນັ້ນ, ຄວາມເຂົ້າໃຈຈິ່ງເຂັ້ມແຂງກວ່າ ແລະ ມີນ້ຳໜັກຫຼາຍກວ່າຄວາມສັບສົນ. ຖ້າ, ດ້ວຍສະມາທິ ແລະ ວິໄນ, ເຮົາສາມາດມີຄວາມເຂົ້າໃຈທີ່ຖືກຕໍ່ຄວາມເປັນຈິງຕະຫຼອດເວລາ, ແລ້ວຄວາມສັບສົນກໍຈະບໍ່ມີໂອກາດເກີດຂຶ້ນອີກ. ມັນຈະຈົບໄປເລີຍ.
ສິ່ງນີ້ແມ່ນຈຸດຫຼັກຂອງທີ່ເພິ່ງ. ເຮົາວາງທິດທາງແນວໃດໃນຊີວິດເຮົາ? ຄວາມໝາຍປະເພດໃດ? ເຮົາຈະມີເປົ້າໝາຍປະເພດໃດ? ເປົ້າໝາຍນັ້ນແມ່ນເພື່ອບັນລຸ “ການຢຸດເຊົາຢ່າງແທ້ຈິງ” ຕໍ່ຄວາມສັບສົນທັງໝົດນີ້, ເພື່ອຕັດມັນອອກໄປຢ່າງສິ້ນເຊີງ ເພື່ອທີ່ວ່າມັນຈະບໍ່ເກີດຂຶ້ນອີກ. ຄວາມສັບສົນອັນນີ້ແມ່ນສາເຫດທີ່ແທ້ຈິງຂອງບັນຫາຂອງເຮົາ, ບໍ່ວ່າເຮົາຈະເວົ້າກ່ຽວກັບມັນໃນຊາດນີ້ ຫຼື ຊາດໜ້າ. ມັນເປັນໄປໄດ້ທີ່ຈະຕັດມັນອອກໄປໂດຍສິ້ນເຊີງ, ຕະຫຼອດໄປ, ເພາະມັນບໍ່ແມ່ນທຳມະຊາດໂດຍກຳເນີດຂອງກິດຈະກຳທາງໃຈຂອງເຮົາ. ມັນສາມາດຖືກຕັດອອກໄປໄດ້ໂດຍການແທນທີ່ດ້ວຍຄວາມເຂົ້າໃຈ. ພົ້ນຈາກຄວາມສັບສົນ, ເຮົາຈະບໍ່ມີອາລົມລົບກວນອີກ ແລະ ບໍ່ສ້າງບັນຫາ ແລະ ຄວາມທຸກທໍລະມານໃຫ້ຕົນເອງອີກ.
ມີສອງລັກສະນະທີ່ກ່ຽວຂ້ອງກັນ. ອັນໜຶ່ງແມ່ນວ່າເຮົາສາມາດຕັດດ້ານລົບກວນທັງໝົດນີ້ອອກໄປໄດ້ຢ່າງຖາວອນ, ແລະ ອີກລັກສະນະໜຶ່ງແມ່ນວ່າເຮົາສາມາດຍົກລະດັບ ແລະ ພັດທະນາດ້ານບວກໄດ້. ດ້ານບວກແມ່ນຄວາມເຂົ້າໃຈທີ່ຖືກຕ້ອງ. ເຮົາສາມາດວາງໃສ່ໃນບໍລິບົດຂອງສິ່ງທີ່ມັກຖືກແປວ່າ “ອະລິຍະສັດສີ່ປະການ,” ຫຼື ຫົວຂໍ້ ຫຼື ໂຄງຮ່າງທີ່ພຣະພຸດທະເຈົ້າໄດ້ສອນໄວ້. ຄວາມຈິງປະການທີໜຶ່ງແມ່ນວ່າເຮົາມີຄວາມທຸກທໍລະມານອັນແທ້ຈິງ, ໝາຍເຖິງປັນຫາຕ່າງໆ ທັງຫຼາຍທີ່ເຮົາມີ. ຕໍ່ໄປກໍມີສາເຫດອັນແທ້ຈິງ, ແລະ ອັນນີ້ແມ່ນຄວາມສັບສົນຂອງເຮົາ. ອັນທີສາມແມ່ນວ່າມັນເປັນໄປໄດ້ທີ່ຈະບັນລຸການຢຸດເຊົາອັນແທ້ຈິງຕໍ່ສິ່ງເຫຼົ່ານີ້ເພື່ອທີ່ວ່າມັນຈະບໍ່ເກີດຂຶ້ນອີກ. ສຸດທ້າຍ, ເຮົາບັນລຸການຢຸດເຊົາອັນແທ້ຈິງໂດຍຜ່ານອັນທີ່ເອີ້ນວ່າ “ທາງທີ່ແທ້ຈິງ.” ແຕ່, ການຈະໃຊ້ຄຳວ່າ “ທາງ” ເຮົາຕ້ອງເຂົ້າໃຈມັນວ່າເປັນ “ວິທີການການເຂົ້າໃຈທີ່ກໍ່ໃຫ້ເກີດທາງ.” ມັນແມ່ນຄວາມເຂົ້າໃຈທີ່ຈະນຳມາສູ່ການຢຸດເຊົາຢ່າງແທ້ຈິງ, ແລະ ການເຂົ້າໃຈທີ່ຈະນຳມາເຊິ່ງການຕັດອົງປະກອບທີ່ລົບກວນທັງໝົດ.
ເຫັນໄດ້ແຈ້ງວ່າ ອັນນີ້ແມ່ນທິດທາງທີ່ເຮົາຢາກວາງໃຫ້ຊີວິດຕົນເອງ - ທິດທາງຂອງການບັນລຸການຢຸດເຊົາຢ່າງແທ້ຈິງ ແລະ ເສັ້ນທາງຂອງຈິດໃຈອັນແທ້ຈິງ. ອັນນີ້ແມ່ນທີ່ເພິ່ງທາງທັມ. ເມື່ອເຮົາເວົ້າວ່າເຮົາກຳລັງພັດທະນາຕົນເອງ, ເມື່ອເຮົາໃຊ້ຄຳນັ້ນ ມັນໝາຍເຖິງສິ່ງນີ້.
ເຮົາພະຍາຍາມຢ່າງຍິ່ງທີ່ຈະຕັດດ້ານລົບກວນນີ້ອອກ, ແລະ ຍິ່ງຮັບຮູ້ໄດ້ເຖິງສັກກະຍະພາບຕໍ່ດ້ານບວກນີ້. ເຮົາເຮັດໄດ້ຄືແນວນີ້ຍ້ອນເຮົາຢ້ານ, ໃນແງ່ດີ, ວ່າຖ້າເຮົາສືບຕໍ່ໃນທາງທີ່ເຮົາເປັນໃນປະຈຸບັນ, ແລະ ເຖິງວ່າເຮົາຈະໄດ້ເງິນຈຳນວນຫຼາຍ, ມີໝູ່ຫຼາຍຄົນ ແລະ ມີຊື່ສຽງຫຼາຍ, ແຕ່ເຮົາກໍຍັງຈະມີບັນຫາ. ອັນນີ້ແມ່ນຍ້ອນເຮົາຍັງສືບຕໍ່ໂລບມາກ ແລະ ບໍ່ໝັ້ນຄົງ. ເຮົາຍັງຈະໂມໂຫ, ແລະ ອື່ນໆ. ເຮົາຢ້ານສິ່ງນັ້ນ, ແຕ່ເຫັນວ່າມີທາງທີ່ຈະຫຼີກລ່ຽງໄດ້. ມັນຄ້າຍກັບວ່າເຮົາອາດຢ້ານຖືກໄຟໄໝ້, ແຕ່ເຮົາເຫັນວ່າຖ້າເຮົາລະວັງ, ເຮົາຈະສາມາດຫຼີກການຖືກເຈັບໄດ້. ມັນມີຄວາມຢ້ານ, ແຕ່ມັນເປັນຄວາມຢ້ານໃນແງ່ດີ. ເຮົາບໍ່ໄດ້ກຳລັງເວົ້າເຖິງໂຣກຈິດ.
ເຮົາເຫັນວ່າຖ້າເຮົາສືບຕໍ່ໂມໂຫ ແລະ ຮ້າຍ, ໂດຍສະເພາະໃສ່ພີ່ນ້ອງ ແລະ ໝູ່ເພື່ອນ, ແມ່ນຫຍັງຈະເກີດຂຶ້ນເມື່ອເຮົາເຖົ້າແກ່ໄປ? ເຮົາຈະກາຍເປັນແມ່ຕູ້ ຫຼື ພໍ່ຕູ້ໂດດດ່ຽວທີ່ບໍ່ມີໃຜຢາກມາຢາມ, ບໍ່ມີໃຜຢາກດູແລ, ເພາະຢູ່ນຳເຮົາຍາກ. ເຮົາມີແຕ່ຈົ່ມ ແລະ ຮ້າຍຜູ້ອື່ນ, ສະນັ້ນແລ້ວໃຜຈະຢາກຢູ່ນຳເຮົາ? ບໍ່ມີໃຜ. ທາງອອກບໍ່ແມ່ນການມີລູກຫຼາຍຄົນທີ່ຈະຮູ້ສຶກຮັບຜິດຊອບດູແລເຮົາ, ຫຼື ການມີເງິນໃນທະນາຄານຫຼາຍໆ ເພື່ອທີ່ວ່າເຮົາຈະສາມາດພັກໃນເຮືອນພັກຄົນຊະລາດີໆ ໄດ້, ເພາະເຮົາຍັງຈະທຸກໃຈຢູ່. ສິ່ງທີ່ເຮົາຕ້ອງເຮັດແທ້ໆ ແມ່ນການພັດທະນາບຸກຄະລິກຂອງເຮົາ, ຖ້າຈະເວົ້າແຈ້ງໆ.
ທຸກຄົນສາມາດປ່ຽນໄດ້
ເຮົາຄິດເລື້ອຍປານໃດວ່າບຸກຄະລິກຂອງເຮົາຄົງທີ່ແລ້ວ ແລະ ມັນເປັນຕົວຂອງເຮົາແບບນີ້. “ຂ້ອຍມີອາລົມຮ້າຍ ແລະ ເຈົ້າຕ້ອງຮຽນທີ່ຈະຢູ່ກັບມັນ.” ແນວນັ້ນບໍ່ໄດ້, ແມ່ນບໍ? ມັນເປັນໄປໄດ້ທີ່ຈະຕັດດ້ານລົບກວນນີ້ອອກໃຫ້ໝົດ ແລະ ຮັບຮູ້ເຖິງຄຸນສົມບັດທີ່ດີທັງໝົດຂອງເຮົາ. ຈາກຄວາມຮູ້ສຶກຢ້ານໃນແງ່ດີຕໍ່ສິ່ງທີ່ອາດເກີດຂຶ້ນຖ້າເຮົາບໍ່ພັດທະນາຕົນເອງ, ບວກກັບຄວາມໝັ້ນໃຈທີ່ວ່າມັນເປັນໄປໄດ້ທີ່ຈະຕັດດ້ານລົບກວນເຫຼົ່ານີ້ອອກໄປ ແລະ ເປັນໄປໄດ້ທີ່ຈະຍົກລະດັບ ແລະ ເສີມສ້າງດ້ານບວກ, ແລ້ວເຮົາຈະວາງທິດທາງທີ່ປອດໄພນີ້ໃນຊີວິດຂອງເຮົາ.
ຖ້າເຮົາຢາກເຮັດສິ່ງນີ້ໃນທາງທີ່ເອີ້ນວ່າ ພາຫະນະ “ມະຫາຍານ” ອັນກວ້າງໃຫຍ່, ເຮົາອາດເພີ່ມຄວາມເຫັນໃຈເຂົ້າໄປໃນນີ້. ໂດຍພື້ນຖານແລ້ວ, ທັດສະນະມະຫາຍານແມ່ນວ່າ ເຮົາຈະຊ່ວຍຜູ້ອື່ນໄດ້ແນວໃດຖ້າເຮົາຍັງໂມໂຫນຳເຂົາຢູ່? ເຮົາຢາກສາມາດຊ່ວຍຜູ້ອື່ນແທ້ໆ ແລະ ເຮົາກໍຢ້ານແທ້ໆ ວ່າເຮົາຈະເຮັດໃຫ້ມັນພັງໝົດໂດຍການໂມໂຫກັບເຂົາ, ຫຼື ຍຶດຕິດ, ຫຼື ອິດສາ, ແລະ ສິ່ງອື່ນໆ ເຫຼົ່ານີ້. ເຮົາຕ້ອງຕັດອາລົມລົບກວນ ແລະ ຄວາມສັບສົນເຫຼົ່ານີ້ອອກເພື່ອທີ່ວ່າເຮົາຈະສາມາດເປັນຄວາມຊ່ວຍເຫຼືອທີ່ດີທີ່ສຸດຕໍ່ຜູ້ອື່ນໄດ້. ມັນແມ່ນຄວາມຮູ້ສຶກອັນນີ້ທີ່ເຮົາຢາກສາມາດຊ່ວຍຜູ້ອື່ນແທ້ໆ, ແຕ່ເຮົາຢ້ານວ່າເຮົາຈະບໍ່ສາມາດເຮັດຫຍັງໄດ້ຫຼາຍ. ເຮົາບໍ່ມີຄວາມອົດທົນພໍ, ຫຼື ເຮົາບໍ່ມີຄວາມເຂົ້າໃຈພຽງພໍ. ເຮົາຢ້ານວ່າເຮົາຈະພາໃຫ້ເປັນໂທດ ຫຼາຍກວ່າເປັນປະໂຫຍດ. ບາງທີເຮົາກໍອາດຢ້ານແມ່ນແຕ່ວ່າເຮົາຈະລົ້ມເຫຼວໃນແງ່ຂອງການລ້ຽງລູກຕົນເອງ. ມັນກໍເປັນຕາຢ້ານແທ້, ບໍ່ແມ່ນບໍ? ຄວາມຢ້ານນັ້ນແມ່ນສິ່ງທີ່ຂັບເຄື່ອນເຮົາໃຫ້ວາງທິດທາງທີ່ປອດໄພ ແລະ ໜັກແໜ້ນໃນຊີວິດຂອງເຮົາໂດຍການພັດທະນາຕົນເອງ.
ອັນທີ່ຈິງ, ວຽກງານພຣະທັມນີ້ເປັນສິ່ງທີ່ແທດເໝາະກັບຊີວິດປະຈຳວັນຂອງເຮົາຫຼາຍ. ໃນແງ່ຂອງທີ່ເພິ່ງ, ມັນແມ່ນການຈິງໃຈກ່ຽວກັບສະຖານະການ ແລະ ບັນຫາຂອງເຮົາ. ເຮົາທຸກຄົນມີ. ເຮົາທັງມົດມີອາລົມລົບກວນເຫຼົ່ານີ້. ນັ້ນບໍ່ແມ່ນສິ່ງພິເສດ. ບາງທີ ບາງອັນຈະຮຸນແຮງກວ່າອັນອື່ນ ແຕກຕ່າງກັນໄປໄດ້ທຸກຮູບແບບ, ແຕ່ເຮົາທັງໝົດມີຄວາມຫຍຸ້ງຍາກທາງອາລົມເຫຼົ່ານີ້. ເຮົາບໍ່ໄດ້ກຳລັງເວົ້າເຖິງຄົນທີ່ຈິດຝັ້ນເຟືອນ. ເຮົາກຳລັງເວົ້າເຖິງຄົນສ່ວນຫຼາຍທີ່ຖືວ່າທຳມະດາ. ແຕ່ຄວາມອັນຕະລາຍແມ່ນວ່າເຮົາຖືວ່າມັນທຳມະດາທີ່ບາງຄັ້ງເຮົາຈະໂມໂຫ, ບາງຄັ້ງເຮົາຈະໂລບ ແລະ ເຫັນແກ່ຕົວ ແລະ ອິດສາ, ແລະ ອື່ນໆ. ເຮົາຄິດວ່າອັນນີ້ທຳມະດາ ແລະ ມັນບໍ່ເປັນຫຍັງ. ແຕ່, ມັນເປັນ, ເພາະມັນສ້າງບັນຫາ, ທັງຕໍ່ຕົວເຮົາເອງ ແລະ ຕໍ່ຜູ້ອື່ນທີ່ເຮົາອາດກຳລັງພະຍາຍາມຊ່ວຍ.
ເປົ້າໝາຍຂອງເຮົາບໍ່ແມ່ນແຕ່ການຮຽນຮູ້ທີ່ຈະຢູ່ກັບຄວາມໂມໂຫຂອງເຮົາ ຫຼື ການຄວບຄຸມມັນໃນຂະນະທີ່ຕົນເອງຍັງຮ້ອນເປັນໄຟຢູ່. ເປົ້າໝາຍຂອງເຮົາບໍ່ແມ່ນແຕ່ການເຮັດໃຫ້ມັນອ່ອນລົງ, ແຕ່ແມ່ນການຕັດສິ່ງລົບກວນທັງໝົດເຫຼົ່ານີ້ອອກໄປໂດຍສິ້ນເຊີງ. ເຮົາບໍ່ໄດ້ຢາກແຕ່ຈະສ້າງຄວາມເຂົ້າໃຈໜ້ອຍໜຶ່ງ ໃນບາງເວລາ, ແຕ່ຢາກສ້າງຄວາມເຂົ້າໃຈຕໍ່ຄວາມເປັນຈິງທັງໝົດ, ເພື່ອຮູ້ວ່າເຮົາມີຕົວຕົນຢູ່ແນວໃດ, ທຸກຄົນມີຕົວຕົນຢູ່ແນວໃດ, ໂລກນີ້ມີຕົວຕົນຢູ່ແນວໃດ, ແລະ ເພື່ອມີສິ່ງນັ້ນຢູ່ຕະຫຼອດເວລາ. ມັນເປັນໄປໄດ້ທັງໝົດ, ເພາະທຳມະຊາດຂອງກິດຈະກຳທາງໃຈໂດຍພື້ນຖານແລ້ວແມ່ນບໍລິສຸດ ແລະ ມີສັກກະຍະພາບທັງໝົດຂອງຄຸນສົມບັດທີ່ດີ.
ຄຸນສົມບັດທີ່ດີຂອງລະດັບປະຈັກຂອງພຣະພຸດທະເຈົ້າ
ເມື່ອເຮົາເວົາກ່ຽວກັບສິ່ງຂອງທີ່ສະແດງເຖິງທິດທາງທີ່ປອດໄພ, ຫຼື ທີ່ເພິ່ງ, ເຮົາເວົ້າກ່ຽວກັບພຣະພຸດ, ພຣະທັມ, ແລະ ພຣະສົງ. ມັນມີຫຼາຍລະດັບຂອງຄວາມເຂົ້າໃຈສາມສິ່ງນີ້: ແຕ່ລະອັນມີລະດັບປະຈັກ, ລະດັບທີ່ເລິກເຊິ່ງທີ່ສຸດ, ແລະ ບາງສິ່ງທີ່ເປັນຕົວແທນໃຫ້ທີ່ເພິ່ງເຫຼົ່ານີ້. ກ່ອນອື່ນມາເບິ່ງທີ່ຄຸນສົມບັດທີ່ດີຂອງລະດັບປະຈັກຂອງແຕ່ລະອັນ.
ຮ່າງກາຍຂອງພຣະພຸດທະເຈົ້າມີຄຸນສົມບັດທາງຮ່າງກາຍທີ່ໜ້າອັດສະຈັນ ແລະ ມີຄຸນລັກສະນະທີ່ພິເສດຫຼາຍ. ຕົວຢ່າງ, ພຣະພຸດທະເຈົ້າສາມາດໄປຫົນໃດກໍໄດ້ໃນທັນທີ, ແຍກຮ່າງເປັນຮູບໃດກໍໄດ້ບໍ່ຈຳກັດ, ຢູ່ທຸກທີ່ໄດ້ໃນເວລາດຽວກັນ, ແລະ ອື່ນໆ. ມັນລ້ວນແລ້ວແຕ່ມະຫັດສະຈັນ ແລະ ບໍ່ໜ້າເຊື່ອໄດ້ງ່າຍໆ. ນອກນັ້ນ, ເມື່ອພຣະພຸດທະເຈົ້າເອີ່ຍ, ທຸກຄົນເຂົ້າໃຈໄດ້ໃນພາສາຂອງຕົນເອງ, ແລະ ບໍ່ວ່າເຂົາຈະຢູ່ໄກປານໃດ ເຂົາກໍສາມາດໄດ້ຍິນພຣະພຸດທະເຈົ້າໄດ້ຢ່າງຈະແຈ້ງ. ຍິ່ງໄປກວ່ານັ້ນ, ພຣະພຸດທະເຈົ້າເປັນຜູ້ຮອບຮູ້, ທີ່ມີເມດຕາຕໍ່ທຸກຄົນເທົ່າກັນ ແລະ ເຂົ້າໃຈ ແລະ ຮູ້ທຸກສິ່ງໃນເວລາດຽວກັນ.
ອີກເທື່ອໜຶ່ງ ທັງໝົດນີ້ຟັງເບິ່ງຄືໜ້າອັດສະຈັນ, ແລະ ຍາກທີ່ຈະເຊື່ອໄດ້. ສະນັ້ນ ຖ້າເຮົາຈະຄົງຢູ່ແຕ່ໃນລະດັບຄວາມຄິດອັນນີ້ຕໍ່ກັບພຣະພຸດທະເຈົ້າ, ມັນຈະມີຄວາມສ່ຽງທີ່ຈະມີຄວາມຄິດຜິດໆ. ມັນຟັງເບິ່ງຄືມັນກຳລັງໄປໃນທິດທາງຂອງຜູ້ເໜີອທຳມະຊາດທີ່ໜ້າອັດສະຈັນ, ເກືອບຄືພຣະເຈົ້າ, ບໍ່ແມ່ນບໍ? ແຕ່ຄວາມໝາຍຂອງການຮອບຮູ້, ຕົວຢ່າງ, ບໍ່ແມ່ນວ່າພຣະພຸດທະເຈົ້າຮູ້ເລກໂທລະສັບຂອງທຸກຄົນໃນໂລກ, ແຕ່ວ່າພຣະພຸດທະເຈົ້າຮູ້ວ່າແມ່ນຫຍັງເປັນສາເຫດຂອງສະຖານະພາບຂອງທຸກຄົນໃນອາດີດ, ແລະ ປັດໄຈທັງໝົດທີ່ມີອິດທິພົນຕໍ່ເຂົາ. ເມື່ອພຣະພຸດທະເຈົ້າສອນອັນນີ້ ອັນນັ້ນໃຫ້ຄົນຜູ້ໜຶ່ງ, ພຣະອົງເຮັດດ້ວຍສຳນຶກຕໍ່ຜົນທີ່ຈະຕາມມາ, ບໍ່ພຽງແຕ່ຕໍ່ຄົນຜູ້ນີ້, ແຕ່ຕໍ່ຄົນອື່ນທຸກຄົນທີ່ຄົນຜູ້ນີ້ຈະພົວພັນນຳ. ຍ້ອນແນວນັ້ນ, ພຣະພຸດທະເຈົ້າຈິ່ງຮູ້ແຈ້ງວິທີທີ່ດີທີ່ສຸດທີ່ຈະສອນທຸກຄົນ. ນັ້ນມັນດີ, ແມ່ນບໍ່? ມັນຄົງຈະດີຖ້າສາມາດເຮັດໄດ້.
ເຮົາມີຄວາມໝັ້ນໃຈວ່າພຣະພຸດທະເຈົ້າເຂົ້າໃຈ ແລະ ສາມາດຮູ້ໄດ້ວ່າອັນໃດເປັນສິ່ງທີ່ດີທີ່ສຸດທີ່ຈະຊ່ວຍເຮົາ. ພຣະພຸດທະເຈົ້າເວົ້າພາສາຂອງຂ້າພະເຈົ້າ ແລະ ສາມາດມາຫາຂ້າພະເຈົ້າໄດ້ໃນທັນທີເມື່ອໃດທີ່ຂ້າພະເຈົ້າຕ້ອງການ. ຖ້າເຮົາຈະໄປໃນທິດທາງຂອງການຄິດວ່າພຣະພຸດທະເຈົ້າເປັນຄືພຣະເຈົ້າ, ບາດນີ້ມັນຈະເປັນສ່ວນຕົວໜ້ອຍໜຶ່ງ. “ພຣະອົງສາມາດຊ່ວຍເຮົາດ້ວຍຕົວເອງ. ພຣະອົງຈະເຂົ້າໃຈເຮົາ. ບໍ່ມີໃຜເຂົ້າໃຈເຮົາ, ແຕ່ພຣະພຸດທະເຈົ້າຈະເຂົ້າໃຈ.” ແຕ່ເຮົາຮູ້ວ່າພຣະພຸດທະເຈົ້າມີຄວາມເມດຕາຕໍ່ທຸກຄົນ. “ຍິ່ງດີ. ເຖິງວ່າເຮົາຈະຢາກໃຫ້ພຣະອົງມີຄວາມເມດຕາຕໍ່ເຮົາຫຼາຍກວ່າຜູ້ອື່ນ. ແຕ່, ກໍບໍ່ເປັນຫຍັງ.” ພຣະພຸດທະເຈົ້າມີຄວາມເມດຕາຕໍ່ທຸກຄົນ ແລະ ເພີ່ມເຕີມອາດແມ່ນວ່າມັນບໍ່ສຳຄັນເລີຍວ່າເຮົາຈະເຮັດຫຍັງ. ເຮົາບໍ່ຕ້ອງພາວະນາ ຫຼື ຂຶ້ນໄຫວ້ພຣະພຸດທະເຈົ້າ. ແນວໃດພຣະພຸດທະເຈົ້າກໍຈະຊ່ວຍເຮົາຢູ່ດີ. ສະນັ້ນມັນກໍສະບາຍ. ເຮົາບໍ່ຕ້ອງຈ່າຍຫຍັງ. ກຳໄລ! ນອກນັ້ນ, ເພາະພຣະພຸດທະເຈົ້າມີຄວາມອົດທົນຢ່າງຫຼວງຫຼາຍ, ພຣະອົງຈະບໍ່ມີວັນອິດສາຖ້າເຮົາໄປຫາອາຈານອົງອື່ນ ໃນສາຍອື່ນ, ແລະ ຈະບໍ່ມີວັນໂກດແຄ້ນ ແລະ ລົງໂທດເຮົາດ້ວຍສາຍຟ້າຜ່າ ຫຼື ອີ່ຫຍັງປະມານນັ້ນ. ມັນອ່າວປອດໄພ.
ອັນນີ້ແມ່ນຄວາມຜິດພາດທີ່ພົບເລື້ອຍ, ບໍ່ວ່າຈະໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈ ເຮົາເບິ່ງພຣະພຸດທະເຈົ້າ ເປັນຄືຕົວແທນຂອງພຣະເຈົ້າ ທີ່ເປັນກຳໄລ ແລະ ປອດໄພ. ໃນຄຳສອນ ເວົ້າວ່າພຣະພຸດທະເຈົ້າຈະບໍ່ເຮັດໃຫ້ເຮົາຜິດຫວັງ, ແລະ ສິ່ງຕ່າງໆ ປະເພດນີ້. ມັນຟັງເບິ່ງຄືດີ. ແຕ່ແລ້ວເຮົາອາດອ່ານພົບວ່າພຣະພຸດທະເຈົ້າບໍ່ສາມາດດຶງຄວາມທຸກອອກຈາກເຮົາຄືດຶງໜາມອອກຈາກຕີນເຮົາ. ພຣະພຸດທະເຈົ້າບໍ່ໄດ້ມີອຳນາດທຸກຢ່າງ. ແຕ່ເຮົາກໍບໍ່ໄດ້ຈິງຈັງກັບເລື່ອງນີ້ຫຼາຍ. ນັ້ນແມ່ນລະດັບປະຈັກຂອງພຣະພຸດທະເຈົ້າ, ແນວຄິດສາມັນຕໍ່ພຣະພຸດທະເຈົ້າ. ແຕ່ຖ້າຈະປະໄວ້ແຕ່ໃນລະດັບນັ້ນໂດຍບໍ່ເຂົ້າໃຈເລິກເຊິ່ງ ຈະພາໃຫ້ມີຄວາມສ່ຽງທີ່ຈະຖືວ່າພຣະພຸດທະເຈົ້າເປັນແທນໃຫ້ພຣະເຈົ້າສ່ວນຕົວທີ່ຈະປົກປ້ອງເຮົາ.
ພຣະພຸດທະເຈົ້າແມ່ນສະແດງອອກໃນຮູບປັ້ນ ແລະ ພາບວາດ. ແມ່ນ, ມັນງາມ, ແຕ່ເຮົາຈະສັບສົນກັບຮູບສັນຍາລັກຂອງຄຣິສຕຽນ ອໍໂທດອກສ໌ ບໍ? ມັນແມ່ນຫຍັງ? ເຮົາມັກການບູຊາຮູບປັ້ນບູຊາ, ຄືດັ່ງທີ່ຊາວມຸສລິມກ່າວຫາບໍ? ມັນເກີດຫຍັງຂຶ້ນແທ້? ເຮົາຕ້ອງກົ້ມຫົວຕໍ່ໜ້າຮູບປັ້ນແທ້ບໍ? ຂ້າພະເຈົ້າຄິດວ່າມັນຈະມີບັນຫາ ຖ້າເຮົາປ່ອຍຄວາມເຂົ້າໃຈກ່ຽວກັບພຣະພຸດທະເຈົ້າໄວ້ແຕ່ໃນລະດັບນີ້. ມັນມີໂອກາດທີ່ຈະເຂົ້າໃຈຜິດ. ແຕ່ສຳລັບບາງຄົນ, ແນ່ນອນວ່າມັນສາມາດຊ່ວຍໄດ້ຫຼາຍໃນການທີ່ຈະຄິດເຖິງພຣະພຸດທະເຈົ້າໃນແງ່ນັ້ນ, ແຕ່ນັ້ນບໍ່ແມ່ນການເຂົ້າໃຈທີ່ເລິກເຊິ່ງທີ່ສຸດ. ໃນລະດັບນີ້, ມັນຄືວ່າມີຮູບດັ່ງພຣະເຈົ້າ, ແທນໃຫ້ດ້ວຍຮູບປັ້ນ ແລະ ພາບວາດ, ແລ້ວເຮົາກໍບູຊາເອົາ.
ຄຸນສົມບັດທີ່ດີຂອງລະດັບປະຈັກຂອງພຣະທັມ
ລະດັບປະຈັກຂອງພຣະທັມ ແມ່ນເປັນຄຳສອນທັງໝົດ. ອັນນີ້ແມ່ນສິ່ງທີ່ພຣະພຸດທະເຈົ້າຕະໜັກຮູ້ໃນຕົວຂອງພຣະອົງເອງ ແລະ ເປັນສິ່ງທີ່ພຣະອົງສອນ. ວິທີການທົ່ວໄປໃນການເຂົ້າໃຈສິ່ງນີ້ອາດແມ່ນວ່າເຮົາມີພຣະເຈົ້າ, ພຣະພຸດທະເຈົ້າປະຈຳຕົວ, ແລະ ເຮົາມີພຣະຄຳພີ. ແທນທີ່ຈະເປັນພຣະຄຳພີໄບເບິນ ຫຼື ພຣະຄຳພີໂຄຣານ, ຕອນນີ້ຂ້າພະເຈົ້າມີຄຳສອນຂອງພຣະພຸດທະເຈົ້າ. ມັນຄືກັບພຣະຄຳພີໄບເບີນພຣະພຸດທະສາສະໜາ ແລະ ທຸກຄຳໃນນັ້ນ ເຮົາຖືວ່າສັກສິດ. ແມ່ນ, ເຮົາຕ້ອງມີຄວາມເຄົາລົບຕໍ່ມັນ, ແຕ່ພຣະພຸດທະເຈົ້າໄດ້ກ່າວດ້ວຍພຣະອົງເອງວ່າ: “ຢ່າເຊື່ອສິ່ງທີ່ອາຕະມາເວົ້າ ພຽງເພາະແມ່ນອາຕະມາເວົ້າ, ຍ້ອນຄວາມເຄົາລົບ, ແຕ່ຈົ່ງທົດລອງດ້ວຍຕົວເອງ ຄືດັ່ງການຊື້ຄຳ.” ພຣະພຸດທະເຈົ້າຊຸກຍູ້ລູກສິດຂອງພຣະອົງໃຫ້ວິເຄາະສິ່ງທີ່ພຣະອົງສອນສະເໝີ. ແຕ່ເມື່ອເຮົາຄ້ານ, ແລ້ວເຮົາກໍຈະບໍ່ຢາກວິເຄາະ ແລະ ກວດກາທຸກຢ່າງ. ໃນແງ່ຂອງຊີວິດປະຈຳວັນ, ສິ່ງທີ່ແທດເໝາະແມ່ນວ່າ, ໃນລະດັບນີ້, ພຣະພຸດທະເຈົ້າເມດຕາເຮົາ, ພຣະພຸດທະເຈົ້າເຂົ້າໃຈເຮົາ, ແລະ ນີ້ແມ່ນລະບຽບທັງໝົດໃນພຣະຄຳພີ ແລະ ເຮົາກໍພຽງແຕ່ປະຕິບັດຕາມນັ້ນ. ແນ່ນອນ, ຖ້າມີແນວນັ້ນໃນຊີວິດປະຈຳວັນຄືຊິດີ, ແຕ່ນີ້ບໍ່ແມ່ນພຣະພຸດທະສາສະໜາແທ້. ບາດນີ້, ແນ່ນອນ, ມັນອາດໃຊ້ໄດ້ກັບບາງຄົນ, ແຕ່ຈຸດປະສົງຈະບໍ່ແມ່ນການເຮັດໃຫ້ພຣະພຸດທະສາສະໜາເປັນຄືຊະນິດໜຶ່ງຂອງຄຣິສ໌ຕະສາສະໜາ.
ຄຸນສົມບັດທີ່ດີຂອງລະດັບປະຈັກຂອງພຣະສົງ
ແລ້ວ, ກ່ຽວກັບພຣະສົງເດ? ໜ້າເສຍດາຍທີ່, ໃນພາກຕາເວັນຕົກ, ເຮົາໄດ້ສ້າງນິໄສຂອງການກ່າວເຖິງສະມາຊິກທັງໝົດໃນສູນພຣະທັມວ່າເປັນ “ພຣະສົງ” ຂອງເຮົາໝົດ. ນັ້ນບໍ່ແມ່ນຄວາມຕັ້ງໃຈຂອງຄຳນີ້ໃນພາສາສັນສະກຣິດ ຫຼື ທິເບດ. ແຕ່, ສຳລັບຫຼາຍຄົນ, “ພຣະສົງ” ພຽງແຕ່ໝາຍເຖິງສະມາຊິກຂອງກຸ່ມຄົນຟັງທັມມະເທດສະໜາ, ໂບດພຣະພຸດທະສາສະໜາ. ເມື່ອຈຳນວນໜຶ່ງຂອງສະມາຊິກເຫຼົ່ານີ້ເປັນຄົນທີ່ຈິດໃຈຖືກລົບກວນ, ແລ້ວເຮົາຍັງຈະເອົາເພິ່ນເປັນທີ່ເພິ່ງຢູ່ບໍ? ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າຈະຫຼຸດຜ່ອນຄວາມສຳຄັນຂອງການມີຊຸມຊົນສາສະໜາຂອງຜູ້ຄົນທີ່ຄິດຄືກັນ ຫວັງຄືກັນ ທີ່ຈະສາມາດຊຸກຍູ້ເຮົາໄດ້, ໃຫ້ຄຳເຫັນກັບເຮົາໄດ້, ແລະ ອື່ນໆ. ອັນນີ້ແມ່ນສຳຄັນຫຼາຍ, ແຕ່ມັນບໍ່ແມ່ນເປົ້າໝາຍຂອງທີ່ເພິ່ງ.
ໃນອີກລະດັບໜຶ່ງຂອງພຣະສົງ, ເຮົາສາມາດເຂົ້າໃຈໃນແງ່ຂອງຊຸມຊົນໃນວັດ, ເຊິ່ງແມ່ນພຣະສົງ ແລະ ແມ່ຊີ. ແຕ່, ອີກເທື່ອໜຶ່ງ, ເຮົາຈະບໍ່ສາມາດຫາຕົວຢ່າງທີ່ສົມບູນແບບຂອງພຣະສົງ ແລະ ແມ່ຊີໄດ້ຢູ່ສະເໝີ, ແມ່ນບໍ? ມີບາງອົງທີ່ເປັນຄົນມີຈິດໃຈທີ່ຖືກລົບກວນທີ່ຍັງນຸ່ງຜ້າເຫຼືອງ. ແຕ່ປານນັ້ນ, ມັນກໍຍັງສຳຄັນຫຼາຍທີ່ຈະນັບຖື ແລະ ຊຸກຍູ້ຖ້າເພິ່ນຈິງໃຈພະຍາຍາມພັດທະນາຕົນເອງໂດຍການເຂົ້າວັດ. ແຕ່ພຣະສົງ ແລະ ແມ່ຊີບາງອົງ ໄດ້ຖືເອົາຜ້າເຫຼືອງເປັນບ່ອນຫຼົບລີ້ຄວາມຫຍຸ້ງຍາກໃນຊີວິດ ແລະ, ດັ່ງທີ່ເພື່ອນຜູ້ໜຶ່ງຂອງຂ້າພະເຈົ້າໄດ້ກ່າວໄວ້, ເພື່ອກິນເຂົ້າຟຣີ!
ຍັງມີພຣະສົງອີກລະດັບໜຶ່ງ. ເຮົາອາດໄດ້ຍິນຈາກພຣະອາຈານຕັນຕຣະເຫຼົ່ານີ້ວ່າອັນທີ່ຈິງພຣະສົງແມ່ນຜູ້ທີ່ຖືກເອີ້ນວ່າ “ເທວະດາຕັນຕຣະ” ທີ່ເຮົາມີ, ເປັນຕົ້ນແມ່ນພຣະເຊັນເຣຊິກ, ພຣະນາງຕາຣາ, ພຣະມັນຊູສຣິ, ແລະ ອື່ນໆ. ບາດນີ້ເຮົາອາດເລີ່ມພາວະນານຳພຣະແມ່ສັກສິດ ຫຼື ນັກບຸນທາຣາ, ແລະ ພຣະອົງຈະປົກປ້ອງເຮົາ. ແນ່ນອນວ່າອົງພຣະເຫຼົ່ານີ້, ຂ້າພະເຈົ້າເອີ້ນ, ອັນທີ່ເອີ້ນວ່າເທວະດາຕັນຕຣະເຫຼົ່ານີ້, ບໍ່ແມ່ນນັກບຸນທີ່ຈະເປັນຕົວກາງ ແລະ ຊ່ວຍໃຫ້ເຮົາເຂົ້າໃກ້ກັບພຣະພຸດທະເຈົ້າພຣະເຈົ້າຍິ່ງຂຶ້ນ.
ຄວາມໝາຍອັນເລິກເຊິ່ງທີ່ສຸດຂອງພຣະພຸດ, ພຣະທັມ ແລະ ພຣະສົງ
ຖ້າເຮົາເບິ່ງທີ່ຄວາມໝາຍອັນເລິກແລບທີ່ສຸດຂອງພຣະພຸດ, ພຣະທັມ, ແລະ ພຣະສົງ, ເຮົາຈະຄົ້ນພົບວ່າຄວາມໝາຍທີ່ເລິກເຊິ່ງທີ່ສຸດຂອງພຣະທັມ ແມ່ນການຢຸດເຊົາຢ່າງແທ້ຈິງຂອງຄວາມສັບສົນທັງໝົດນີ້, ແລະ ການຮັບຮູ້ຢ່າງແທ້ຈິງ ຫຼື ອັນທີ່ເອີ້ນວ່າເສັ້ນທາງ ຫຼື ເສັ້ນທາງທີ່ແທ້ຈິງຂອງຈິດໃຈບົນຄວາມຕໍ່ເນື່ອງຂອງຈິດໃຈ. ນັ້ນແມ່ນພຣະທັມອັນແທ້ຈິງ. ນັ້ນແມ່ນສິ່ງທີ່ຈະປົກປ້ອງເຮົາຈາກຄວາມທຸກທໍລະມານຖ້າເຮົາຈະບັນລຸໄດ້ໃນຄວາມຕໍ່ເນື່ອງຂອງຈິດໃຈເຮົາເອງ. ເຮົາສາມາດບັນລຸພາວະນີ້ໄດ້ ໂດຍທີ່ຄວາມສັບສົນ, ອາລົມລົບກວນ, ທັດສະນະ, ແລະ ບັນຫາທັງໝົດຫາຍໄປ, ແລະ ການຮັບຮູ້ທັງໝົດມີຢູ່ຄົບ. ພຣະພຸດທະເຈົ້າແມ່ນຜູ້ທີ່ບັນລຸສິ່ງນີ້ໄດ້ຢ່າງສົມບູນ ແລະ ສອນເຮົາເຖິງວິທີບັນລຸໄດ້ດ້ວຍຕົນເອງ. ພຣະສົງ ອັນທີ່ຈິງແມ່ນໝາຍເຖິງຜູ້ທີ່ເປັນທີ່ຮູ້ກັນໃນນາມ “ອາຣິຍະ ສົງ,” ນັກປະຕິບັດຂັ້ນສູງທີ່ຮັບຮູ້ເລິກເຊິ່ງຜູ້ທີ່ໄດ້ບັນລຸບາງອັນ, ແຕ່ບໍ່ທັງໝົດຂອງການຢຸດຢ່າງແທ້ຈິງ ແລະ ການຮັບຮູ້ຢ່າງແທ້ຈິງເຫຼົ່ານີ້. ເຫັນບໍ່, ອັນທີ່ຈິງມີຫຼາຍລະດັບ ແລະ ອັນດັບຂອງຄວາມສັບສົນທີ່ເຮົາຕ້ອງຕັດອອກໄປຈາກຕົນເອງ ແລະ ຫຼາຍລະດັບຂອງການຮັບຮູ້ທີ່ເຂັ້ມແຂງຂຶ້ນຊັກໄຊ້ທີ່ຈະແກ້ກັບມັນ. ຂະບວນການຂອງການຕັດສິ່ງເຫຼົ່ານີ້ອອກເກີດຂຶ້ນເປັນຂັ້ນ. ອາຣິຍະສົງ ຍັງບໍ່ບັນລຸການຕັດທຸກສິ່ງອອກເທື່ອ, ມີແຕ່ບາງອັນ, ແລະ ເພິ່ນກໍຢູ່ບົນເສັ້ນທາງທີ່ຈະນຳໄປສູ່ການບັນລຸຍິ່ງຂຶ້ນອີກ.
ໃນຊີວິດປະຈຳວັນຂອງເຮົາ, ພຣະພຸດທະເຈົ້າ ແລະ ພຣະອະຣິຍະສົງ, ພຣະອາຈານອິນເດຍ ແລະ ທິເບດທີ່ຍິ່ງໃຫຍ່ເຫຼົ່ານີ້ໃນອາດີດ ແລະ ບາງອົງໃນປະຈຸບັນ ເປັນແຮງບັນດານໃຈຢ່າງຍິ່ງ. ສິ່ງນີ້ມອບຄວາມຫວັງອັນຫຼວງຫຼາຍໃຫ້ແກ່ເຮົາ. ເຮົາເຫັນບາງຄົນ ຫຼື ພົບບາງຄົນທີ່ເປັນແຮງບັນດານໃຈຄືດັ່ງອົງພຣະດາໄລ ລາມະ. ທ່ານກາຍເປັນອົງພຣະດັ່ງທີ່ພຣະອົງເປັນໄດ້ແນວໃດ? ໂດຍພຣະທັມ. ບໍ່ວ່າທ່ານຈະເປັນພຣະພຸດທະເຈົ້າແລ້ວ ຫຼື ຍັງ ແມ່ນບໍ່ສຳຄັນ. ຖ້າເຮົາຈະກາຍເປັນພຣະຄືທ່ານ, ມັນຄືຊິດີ. ຂ້າພະເຈົ້າບໍ່ໄດ້ກຳລັງເວົ້າພຽງແຕ່ກ່ຽວກັບຄວາມສາມາດຂອງທ່ານໃນການສອນທຸກສິ່ງໃນສາຍພຣະທັມ, ຫຼື ທີ່ທ່ານເປັນຊ່ຽວຊານ, ຜູ້ຮູ້ທີ່ສຸດ, ແລະ ຜູ້ຍິ່ງໃຫຍ່ທີ່ສຸດຂອງພຣະອາຈານທັງໝົດ. ບໍ່ພຽງແຕ່ຕາຕະລາງເວລາທີ່ທ່ານຕ້ອງໄດ້ປະຕິບັດ, ແລະ ການເດີນທາງຮອບໂລກທີ່ມີຢູ່ສະເໝີ, ການພະຍາຍາມສອນ ແລະ ຊ່ວຍຜູ້ອື່ນ, ແລະ ອື່ນໆ ທັງໝົດ. ແຕ່ເພີ່ມເຕີມແມ່ນທີ່ທ່ານເປັນສັດຕູໝາຍເລກໜຶ່ງຂອງຈີນ. ຈິນຕະນາການອອກບໍ່ວ່າມັນເປັນຄືແນວໃດທີ່ມີກວ່າພັນລ້ານຄົນທີ່ຖືວ່າເປັນມານ, ແລະ ເຮັດສິ່ງຂີ້ຮ້າຍທຸກຢ່າງໃສ່ຄົນຂອງເຈົ້າ, ແລະ ຍັງມີຄວາມເມດຕາ ແລະ ເຫັນໃຈຕໍ່ເຂົາ? ທ່ານບໍ່ໄດ້ໂກດເຄືອງ, ແລະ ທ່ານກໍສາມາດເຮັດທຸກສິ່ງທ່ານເຮັດດ້ວຍຄວາມສຸກ, ດ້ວຍຈິດໃຈທີ່ສະຫງົບ. ມັນເປັນສິ່ງເຫຼືອເຊື່ອ, ບໍ່ແມ່ນບໍ? ເຮົາຈະບັນລຸແນວນັ້ນໄດ້ແນວໃດ ຖ້າເຮົາບໍ່ຕັດອາລົມລົບກວນເຫຼົ່ານີ້ອອກ ແລະ ສ້າງຄວາມຮັບຮູ້? ມັນຈະເປັນໄປບໍ່ໄດ້. ມັນບໍ່ສຳຄັນວ່າທ່ານໄດ້ເປັນພຣະພຸດທະເຈົ້າແລ້ວ ຫຼື ຍັງ.
ເຮົາອາດບໍ່ສາມາດເຂົ້າໃຈໄດ້ເຖິງຄຸນສົມບັດທັງໝົດຂອງພຣະພຸດທະເຈົ້າ, ແຕ່ຢ່າງໜ້ອຍເຮົາກໍສາມາດເຫັນຄຸນສົມບັດນັ້ນຂອງຜູ້ອື່ນເຊັ່ນອົງພຣະດາໄລ ລາມະ. ມັນເປັນແຮງບັນດານໃຈ. ຖ້າມັນເປັນໄປໄດ້ທີ່ຄົນຄືທ່ານສາມາດບັນລຸພຣະທັມລະດັບນີ້ໄດ້, ແລ້ວ, ຖ້າພິຈາລະນາເຖິງທຳມະຊາດຂອງຈິດໃຈທີ່ບໍລິສຸດ ແລະ ມີສັກກະຍະພາບເຫຼົ່ານີ້ທັງໝົດ, ມັນກໍບໍ່ມີເຫດຜົນວ່າເປັນຫຍັງເຮົາຈະເຮັດບໍ່ໄດ້ຄືກັນ. ມັນບໍ່ມີເຫດຜົນວ່າເປັນຫຍັງທຸກຄົນຈະເຮັດບໍ່ໄດ້. ແນ່ນອນ, ມັນຈະຕ້ອງອາໄສຄວາມພະຍາຍາມຢ່າງຫຼວງຫຼາຍ, ແຕ່ມັນເປັນໄປໄດ້ ແລະ ມັນກໍຄຸ້ມຄ່າຢ່າງຍິ່ງທີ່ຈະໄປໃນທິດທາງນັ້ນ. ຖ້າອົງພຣະດາໄລ ລາມະ ຈະປຽບໄດ້ດັ່ງພຣະພຸດທະເຈົ້າ, ສະນັ້ນແລ້ວ ອົງພຣະລາມະທີ່ຍິ່ງໃຫຍ່ໃນປະຈຸບັນທີ່ກຳລັງສັ່ງສອນ, ບາງເທື່ອທ່ານອາດບໍ່ມີຄຸນສົມບັດທັງໝົດຂອງອົງພຣະດາໄລ ລາມະ, ແຕ່, ປຽບໄດ້ດັ່ງພຣະສົງ, ທ່ານກໍມີຄຸນສົມບັດເຫຼົ່ານີ້ບາງອັນ. ນັ້ນກໍເປັນສິ່ງທີ່ບັນດານໃຈຢ່າງຍິ່ງເຊັ່ນກັນ.
ມີຫຍັງທີ່ຄ້າຍກັນແດ່ ລະຫວ່າງອົງພຣະດາໄລ ລາມະ ແລະ ພຣະອາຈານຜູ້ຍິ່ງໃຫຍ່ເຫຼົ່ານີ້? ທ່ານໄດ້ຕັດ, ຫຼາຍ-ໜ້ອຍຕ່າງກັນ, ຄວາມໂມໂຫ, ຄວາມໂລບ, ຄວາມຄຽດຊັງ, ຄວາມອິດສາ, ແລະ ສິ່ງຕ່າງໆ ເຫຼົ່ານີ້. ທ່ານໄດ້ບັນລຸຄຸນລັກສະນະອັນດີງາມຢ່າງຍິ່ງ ເປັນຕົ້ນແມ່ນຄວາມເຂົ້າໃຈ, ຄວາມເຫັນໃຈ, ຄວາມອົດທົນ, ແລະ ອື່ນໆ. ເຮົາເຫັນຫຼາຍລະດັບຂອງສິ່ງທີ່ສາມາດບັນລຸໄດ້ໃນແງ່ຂອງອົງພຣະລາມະເຫຼົ່ານີ້. ອັນນີ້, ຄືດັ່ງທີ່ຂ້າພະເຈົ້າໄດ້ເວົ້າ, ເປັນຕົວຢ່າງຜູ້ມີຊີວິດ (ຖ້າເຮົາມີໂອກາດພົບທ່ານ) ແທນທີ່ຈະຄິດເຖິງພຣະພຸດທະເຈົ້າ, ຫຼື ມີລາເຣປາ, ແລະ ແບບຢ່າງໃນປະຫວັດສາດອົງອື່ນ, ຜູ້ທີ່ເຮົາອາດຄິດຫາຍາກແດ່. ເຮົາອາດຮູ້ສຶກວ່າມັນເປັນເລື່ອງລາວທີ່ດີ, ແຕ່ເຮົາເຊື່ອແທ້ໆ ບໍວ່າເຄີຍມີຄົນຄືແນວນັ້ນແທ້? ເຮົາໄດ້ອ່ານວ່າພຣະຄຸຣຸຣິນໂປເຊ ໄດ້ເກີດຈາກດອກບົວ ແລະ ເຮົາສາມາດເຊື່ອແນວນັ້ນໄດ້ແທ້ບໍ? ນັ້ນອາດຍາກທີ່ຈະເຂົ້າໃຈ. ແຕ່, ເຮົາສາມາດສຸມໃສ່ການປາສະຈາກຄຸນສົມບັດດ້ານລົບເຫຼົ່ານີ້ ແລະ ການມີຄຸນສົມບັດດ້ານບວກເຫຼົ່ານີ້, ດັ່ງຕົວຢ່າງຂອງອົງພຣະດາໄລ ລາມະ ແລະ ພຣະອາຈານຜູ້ຍິ່ງໃຫຍ່ເຫຼົ່ານີ້, ທີ່ເປັນດັ່ງພຣະພຸດທະເຈົ້າ ແລະ ພຣະສົງ ໄດ້ທີ່ນີ້ ດຽວນີ້. ເຮົາຮັບຮູ້ວ່າເຮົາມີຄວາມສາມາດເຮັດໄດ້ແນວນັ້ນຄືກັນ, ອັນນີ້ແມ່ນພຣະທັມ, ແລະ ການຢຸດຢ່າງແທ້ຈິງ ແລະ ເສັ້ນທາງແຫ່ງຈິດໃຈທີ່ແທ້ຈິງເຫຼົ່ານີ້ ເປັນເປົ້າໝາຍທີ່ບັນລຸໄດ້. ມັນເປັນໄປໄດ້ທີ່ເຮົາຈະສາມາດເຮັດສິ່ງນີ້ ແລະ ສິ່ງນີ້ຈະໃຫ້ທິດທາງທີ່ປອດໄພ, ໝັ້ນຄົງ ແລະ ມີຄວາມໝາຍທີ່ເຮົາສາມາດວາງໃສ່ຊີວິດຂອງເຮົາໄດ້.
ທີ່ເພິ່ງ ຫຼື ທິດທາງທີ່ປອດໄພໃນຊີວິດປະຈຳວັນຂອງເຮົາ
ການວາງທິດທາງພຣະພຸດ, ພຣະທັມ ແລະ ພຣະສົງໃນຊີວິດຂອງເຮົາໃນພາກປະຕິບັດແມ່ນແນວໃດ? ມັນໝາຍວ່າເຮົາພັດທະນາຕົນເອງຢູ່ສະເໝີ. ໃນການເຮັດແນວນັ້ນ, ຕົວຢ່າງ, ເມື່ອເຮົາໂກດເຄືອງ, ເມື່ອເຮົາໂມໂຫ, ຫຼື ເມື່ອເຮົາປະພຶດເຫັນແກ່ຕົວ, ເຮົາຈະສຳນຶກໄດ້ຫຼາຍຂຶ້ນ. ເຮົາຈະສັງເກດໄດ້. ມັນບໍ່ແມ່ນວ່າເຮົາຈະໂທດຕົນເອງຢ່າງໜັກ ແລະ ໃສ່ໂທດຕົນເອງແລ້ວຄິດວ່າ “ເຮົາຄືບໍ່ດີແທ້ ຫຼື ເຮົາຂີ້ຮ້າຍແທ້ເພາະເຮົາຍັງໂມໂຫຢູ່.” ແນ່ນອນວ່າບໍ່ແມ່ນແນວນັ້ນ, ແລະ ແນ່ນອນວ່າບໍ່ແມ່ນການຄິດດ້ານກົງກັນຂ້າມທີ່ວ່າມັນເປັນເລື່ອງປົກກະຕິ. ໃນກໍລະນີ້ນັ້ນເຮົາມີແຕ່ຈະສັງເກດເຫັນມັນ, ແລ້ວຄິດວ່າ “ລະເປັນຫຍັງ? ເຮົາຈະສືບຕໍ່ເຮັດແນວນັ້ນກໍຊິເປັນຫຍັງ.” ມັນກໍບໍ່ແມ່ນແນວນັ້ນອີກ. ແຕ່ແມ່ນການສຳນຶກໄດ້ເຖິງອາລົມລົບກວນຂອງເຮົາ ແລະ ຖືມັນເປັນສິ່ງທີ່ເຮົາຢາກຕັດອອກ, ເຮັດໃຫ້ມັນອ່ອນກຳລັງລົງ.
ແຕ່ຈຸດສຳຄັນແມ່ນ, ໃນລະຫວ່າງຊີວິດປະຈຳວັນຂອງເຮົາເມື່ອອາລົມລົບກວນເຫຼົ່ານີ້ເກີດຂຶ້ນ ແລະ ເຮົາສັງເກດໄດ້, ສິ່ງທີ່ດີທີ່ສຸດທີ່ຄວນເຮັດແມ່ນຮຽນບາງວິທີທີ່ຈະພະຍາຍາມເອົາຊະນະມັນ. ເຮົາຕ້ອງຮັບຮູ້ວ່າເຮົາກຳລັງໂມໂຫ, ເຮົາຕ້ອງສ້າງຄວາມອົດທົນ. ເມື່ອມີຄົນປະພຶດໃນທາງທີ່ບໍ່ດີຕໍ່ເຮົາ, ນັ້ນຊີ້ບອກວ່າເຂົາກຳລັງເປັນທຸກຫຼາຍ. ມັນມີສິ່ງລົບກວນເຂົາ. ແທນທີ່ຈະໂມໂຫ, ໃຫ້ຮູ້ສຶກເຫັນໃຈເຂົາໜ້ອຍໜຶ່ງ.
ເພື່ອຄວາມຈະແຈ້ງ, ເຮົາບໍ່ໄດ້ຢູ່ດ້ານໜຶ່ງ, ທີ່ໂມໂຫກັບຕົນເອງທີ່ໂມໂຫ. ອີກດ້ານໜຶ່ງ, ເຮົາບໍ່ໄດ້ປະຕິບັດຕໍ່ຕົນເອງຄືເດັກນ້ອຍ ວ່າມັນບໍ່ເປັນຫຍັງ. ແຕ່ເຮົາຈະພະຍາຍາມສຸດຄວາມສາມາດເພື່ອເອົາຊະນະຄວາມໂມໂຫຂອງເຮົາ, ເພາະເຮົາຮັບຮູ້ວ່າມັນເປັນໄປໄດ້ທີ່ຈະເຮັດແນວນັ້ນ. ບາງທີເຮົາຈະບໍ່ສາມາດຕັດມັນອອກໄປໄດ້ຢ່າງໄວວາ, ແລະ ແນ່ນອນ, ເຮົາຈະບໍ່ສາມາດຕັດມັນອອກໄປໄດ້ໄວວາປານນັ້ນ, ແຕ່ອັນນີ້ແມ່ນທິດທາງທີ່ເຮົາຢາກພັດທະນາຕົນເອງຕະຫຼອດຊີວິດ. ເຮົາຈະເຮັດແນວນີ້ເພາະເຮົາຮູ້ວ່າມັນເປັນໄປໄດ້ທີ່ຈະຕັດສິ່ງນີ້ອອກໄປ. ມັນບໍ່ແມ່ນຄວາມພະຍາຍາມທີ່ໄຮ້ຜົນຂອງການຄິດແບບອຸດົມການທີ່ຈະເດີນໄປໃນທິດທາງນີ້.
ເມື່ອເຮົາພົບກັບສະຖານະການຫຍຸ້ງຍາກ ແລະ ເຮົາມີຄວາມອົດທົນໜ້ອຍ, ຫຼື ຄວາມເຂົ້າໃຈໜ້ອຍ, ຫຼື ຄວາມຮູ້ສຶກເມດຕາໜ້ອຍ, ເຮົາຕ້ອງຮັບຮູ້ວ່າອັນນີ້ແມ່ນສິ່ງທີ່ສາມາດເພີ່ມເຕີມໄດ້. ເຮົາສາມາດເຮັດໃຫ້ສິ່ງນີ້ເຂັ້ມແຂງຍິ່ງໆ ຂຶ້ນ. ມັນເປັນໄປໄດ້ທີ່ຈະເຮັດແນວນັ້ນ. ຜູ້ອື່ນເຄີຍເຮັດແລ້ວ ແລະ ເຮົາກໍສາມາດເຮັດໄດ້ເຊັ່ນກັນ. ມັນບໍ່ມີຫຍັງພິເສດກ່ຽວກັບຜູ້ອື່ນ ແລະ ບໍ່ມີຫຍັງພິເສດກ່ຽວກັບເຮົາ. ອັນນີ້ແມ່ນທີ່ເພິ່ງຂອງເຮົາ, ອັນນີ້ແມ່ນທິດທາງທີ່ປອດໄພໃນຊີວິດ, ເພາະຍິ່ງເຮົາໄປໃນທິດທາງນີ້ເທົ່າໃດ, ເຮົາກໍຈະປົກປ້ອງຕົນເອງຈາກບັນຫາເທົ່ານັ້ນ.
ສະຫຼຸບ
ເຮົາຕ້ອງເຂົ້າໃຈວ່າຄວາມໝາຍຂອງທີ່ເພິ່ງ, ທິດທາງທີ່ປອດໄພອັນນີ້ແມ່ນຫຍັງ, ແລະ ເຫດຜົນທີ່ເຮົາຕ້ອງວາງທິດທາງນີ້ໃນຊີວິດຂອງເຮົາແມ່ນຫຍັງ. ມັນຖືເປັນສິ່ງທີ່ສຳຄັນ, ສິ່ງທີ່ພື້ນຖານທີ່ສຸດໃນການປະຕິບັດທັມ. ຫຼາຍຄົນມັກຖືເບົາຕໍ່ສິ່ງນີ້, ເຊິ່ງເປັນສິ່ງທີ່ໜ້າເສຍດາຍ. ການທີ່ເຮົາມີທິດທາງນີ້ໃນຊີວິດເຮົາ ຖືເປັນການປ່ຽນແປງທີ່ສຳຄັນທີ່ສຸດ ແລະ ສ້າງຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດເຮົາ. ທີ່ເພິ່ງບໍ່ຄວນໝາຍເຖິງວ່າເຮົາໄດ້ໄປຮ່ວມພິທີ, ແລະ ໄດ້ແຖຫົວ, ແລະ ໄດ້ຊື່ທິເບດ, ແລະ ບາດນີ້ເຮົາໃສ່ສາຍສີແດງຫ້ອຍຄໍ, ແລະ ເຮົາໄດ້ເຂົ້າຮ່ວມສະມາຄົມ. ອັນນີ້ແມ່ນການຖືເບົາຕໍ່ບັນຫາທັງໝົດ ແລະ ເຮັດໃຫ້ມັນກາຍເປັນສິ່ງທີ່ບໍ່ຄ່ອຍມີຄວາມໝາຍ.
ຄຳຖາມທີ່ເຮົາທັງໝົດຕ້ອງຖາມຕົນເອງແມ່ນ: “ໃນຖານະທີ່ເຮົາເປັນຄົນມີທີ່ເພິ່ງ ແລະ ເປັນຊາວພຸດຜູ້ໜຶ່ງ, ເຮົາໄດ້ວາງທິດທາງນີ້ໃນຊີວິດຂອງເຮົາແທ້ບໍ? ມັນມີຄວາມສຳຄັນໃນຊີວິດຂອງເຮົານອກເໜືອຈາກການເຂົ້າຮ່ວມສະມາຄົມບໍ?” ຖ້າການຫາທີ່ເພິ່ງຍັງບໍ່ໄດ້ສ້າງຄວາມແຕກຕ່າງທີ່ສຳຄັນໆ ໃນຊີວິດເຮົາ, ແລ້ວອັນນີ້ກໍແມ່ນສິ່ງທີ່ເຮົາຕ້ອງໄດ້ພະຍາຍາມອີກ. ຖ້າຈະພະຍາຍາມປະຕິບັດທັມຂັ້ນສູງໂດຍທີ່ບໍ່ມີພື້ນຖານອັນນີ້ ມັນຈະບໍ່ຄ່ອຍນຳມາເຊິ່ງຜົນສຳເລັດປານໃດ.