ຈາກອະຣິຍະສັດສີ່, ພຣະຣັດຕະນະໄຕຣ

ທວນຄືນ

ເຮົາຈະສືບຕໍ່ການສົນທະນາຂອງເຮົາກ່ຽວກັບໂຄງອັນນີ້ທີ່ຂຽນໂດຍອົງພຣະດາໄລລາມະ, ເຊິ່ງອະທິບາຍວ່າເຮົາຈະກ້າວຈາກການເຂົ້າໃຈຄວາມຈິງສອງປະການໄປເຂົ້າໃຈອະຣິຍະສັດສີ່ແນວໃດ, ສູ່ການມີຄວາມໝັ້ນໃຈໃນພຣະຣັດຕະນະໄຕຣ. ເຮົາໄດ້ເຫັນແລ້ວວ່າຄວາມຈິງສອງປະການນັ້ນເວົ້າກ່ຽວກັບການດຳລົງຢູ່ຂອງສິ່ງຕ່າງໆ: 

  • ຄວາມຈິງສຳພັນ ຫຼື ຄວາມຈິງໂດຍສົມມຸດ; ສິ່ງທີ່ປາກົດຕໍ່ເຮົາຢ່າງແທ້ຈິງນັ້ນເກີດຂຶ້ນໂດຍອີງໃສ່ເຫດ ແລະ ເງື່ອນໄຂ. ຖ້າເຮົາໄດ້ເຫັນວ່າສິ່ງຕ່າງໆ ຄວາມຈິງແລ້ວມີກົນໄກແນວໃດໃນໂລກນີ້, ອັນນີ້ແມ່ນສິ່ງທີ່ເຮົາຈະເຫັນ. ແຕ່ເສຍດາຍ, ປົກກະຕິແລ້ວເຮົາຈະບໍ່ເຫັນສິ່ງຕ່າງໆ ໃນແບບນີ້. 
  • ໃນລະດັບທີ່ເລິກເຊິ່ງທີ່ສຸດຂອງຄວາມຈິງ, ສິ່ງຕ່າງໆ ຈະບໍ່ດຳລົງຢູ່ໃນທາງທີ່ເປັນໄປບໍ່ໄດ້ທີ່ຄວາມສັບສົນຂອງເຮົາສາຍພາບຂຶ້ນມາໃຫ້ພວກມັນ. ຕົວຢ່າງເຊັ່ນ, ເຮົາຄິດວ່າສິ່ງຕ່າງໆ ເກີດຂຶ້ນດ້ວຍພະລັງຂອງມັນເອງ ຄືກັບເວລາທີ່ເຮົາເຫັນມັນ, ໂດຍເປັນອິດສະລະຈາກສາເຫດ, ເງື່ອນໄຂ, ຊິ້ນສ່ວນໃດໆ ຫຼື ສິ່ງອື່ນໆ; ແຕ່ອັນນີ້ແມ່ນຜິດ. 

ສະນັ້ນ ອັນນີ້ແມ່ນພື້ນຖານ. 

ອະຣິຍະສັດສີ່ເວົ້າກ່ຽວກັບຄວາມສັບສົນຂອງເຮົາໃນເບື້ອງການເບິ່ງຄວາມເປັນຈິງຢ່າງຖືກຕ້ອງ. ເມື່ອເຮົາສັບສົນກ່ຽວກັບຄວາມເປັນຈິງ, ອັນນີ້ຈະເປັນເຫດໃຫ້ເກີດທຸກ: ສາເຫດແມ່ນອະຣິຍະສັດປະການທີສອງ ແລະ ຄວາມທຸກນັ້ນເອງເປັນອັນທີໜຶ່ງ. ອີກດ້ານໜຶ່ງ, ຖ້າເຮົາເຫັນຄວາມເປັນຈິງຢ່າງຖືກຕ້ອງ ແລະ ສາມາດຮັກສາຄວາມສຸມໃສ່ໄວ້ກັບມັນໄດ້ຕະຫຼອດເວລາ, ເຮົາຈະໄດ້ອະຣິຍະສັດປະການທີສາມ, ການຢຸດອັນແທ້ຈິງຂອງຄວາມທຸກ. ຄວາມເຂົ້າໃຈແມ່ນເສັ້ນທາງອັນແທ້ຈິງ, ອະຣິຍະສັດປະການທີສີ່, ເຊິ່ງຈະນຳມາເຊິ່ງການຢຸດອັນແທ້ຈິງ. 

ເມື່ອເຮົາບໍ່ແຈ້ງກ່ຽວກັບຄວາມເປັນຈິງ, ເຮົາຈະປະພຶດບົນພື້ນຖານຂອງຄວາມບໍ່ສຳນຶກ ແລະ ຄວາມສັບສົນ, ແລະ ເຮົາຈະເຮັດໃຫ້ເກີດການເກີດໃໝ່ຊ້ຳໆ ທີ່ຄວບຄຸມບໍ່ໄດ້. ຖ້າເຮົາຕັດຄວາມບໍ່ສຳນຶກນີ້ອອກ, ແລ້ວເຮົາຈະສາມາດຫວນກັບ - ຫຼື ອອກຈາກ - ການເກີດໃໝ່ໃນສັງສາຣະວັດໄດ້. 

ພຣະຣັດຕະນະໄຕຣ

ບາດນີ້ເຮົາຈະມາເບິ່ງແຖວທີສາມຂອງໂຄງ: 

ດ້ວຍຄວາມຮັບຮູ້ທີ່ຖືກຕ້ອງ, ແລ້ວຄວາມເຊື່ອໝັ້ນຂອງເຮົາທີ່ວ່າທີ່ເພິ່ງອາໄສສາມປະການເປັນຄວາມຈິງນັ້ນກໍຈະໜັກແໜ້ນ. 

ດັ່ງທີ່ເຮົາໄດ້ເຫັນແລ້ວ, ທີ່ເພິ່ງອາໄສສາມປະການໝາຍເຖິງພຣະພຸດ, ພຣະທັມ, ແລະ ພຣະສົງ. ເຫຼົ່ານີ້ເປັນຄຳພາສາສັນສກຣິດ. ພຣະສາກະຍະມຸນີພຸດທະເຈົ້າ ແລະ ພຣະພຸດທະເຈົ້າອົງອື່ນທັງໝົດແມ່ນຜູ້ທີ່ໄດ້ບັນລຸການຕັດສະຮູ້, ແລະ ສອນເຮົາເຖິງວິທີທີ່ຈະເຮັດໃຫ້ໄດ້ເຊັ່ນກັນ. ພຣະທັມແມ່ນຄຳສອນຂອງພຣະອົງເຫຼົ່ານີ້. ພຣະສົງແມ່ນຊຸມຊົນຜູ້ມີຄວາມບັນລຸສູງ. ອັນນີ້ແມ່ນລະດັບໜຶ່ງຂອງການເຂົ້າໃຈ, ແຕ່ຍັງມີຄວາມໝາຍເລິກໆ ຂອງມັນອີກ. 

ໃນແງ່ຂອງຄວາມໝາຍທີ່ເລິກເຊິ່ງກວ່າ, ພຣະທັມໝາຍເຖິງການບັນລຸທີ່ແທ້ຈິງ - ເປັນຕົ້ນແມ່ນການບັນລຸອະຣິຍະສັດປະການທີສາມ ແລະ ທີສີ່. ດັ່ງທີ່ເຮົາອາດຈື່ໄດ້, ປະການທີສາມແມ່ນການຢຸດອັນແທ້ຈິງຂອງຄວາມທຸກ ແລະ ສາເຫດຂອງມັນ, ແລະ ນັ້ນຈະເກີດຂຶ້ນເປັນຂັ້ນໆ. ເມື່ອເຮົາບັນລຸສິ່ງນັ້ນຢ່າງສົມບູນ, ເຮົາຈະບັນລຸການປົດປ່ອຍຈາກການເກີດໃໝ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້ (ສັງສາຣະວັດ). ເມື່ອເຮົາກ້າວໄປຕັດສາເຫດທີ່ປ້ອງກັນເຮົາຈາກການຮູ້ລາຍລະອຽດທັງໝົດຂອງເຫດ ແລະ ຜົນ ອອກແລ້ວ, ເພື່ອທີ່ວ່າເຮົາຈະຮູ້ດີທີ່ສຸດກ່ຽວກັບການນຳພາທຸກຄົນສູ່ການປົດປ່ອຍ, ເຮົາຈະກາຍເປັນພຣະພຸດທະເຈົ້າຜູ້ຕັດສະຮູ້. ຄວາມຈິງອັນທີສີ່ແມ່ນຄວາມເຂົ້າໃຈທີ່ນຳມາເຊິ່ງການຢຸດອັນແທ້ຈິງເຫຼົ່ານີ້ ແລະ ເຊິ່ງເປັນຜົນມາຈາກການຢຸດອັນແທ້ຈິງເຫຼົ່ານັ້ນ. 

ສອງອັນນີ້ປະກອບເປັນທີ່ເພິ່ງ. ທີ່ເພິ່ງ ແມ່ນສິ່ງທີ່ປົກປ້ອງເຮົາ, ໃນກໍລະນີນີ້, ຈາກຄວາມທຸກ ແລະ ຄວາມບໍ່ສົມບູນຂອງເຮົາໃນການຊ່ວຍຜູ້ອື່ນ. ຖ້າເຮົາບັນລຸການຢຸດອັນແທ້ຈິງ ແລະ ຈິດໃຈເສັ້ນທາງອັນແທ້ຈິງ, ແລ້ວເຮົາກໍຈະປ້ອງກັນຕົນເອງຈາກການປະສົບກັບຄວາມທຸກ ແລະ ຄວາມບໍ່ສາມາດທີ່ຈະຮູ້ວ່າຈະຊ່ວຍຜູ້ອື່ນໄດ້ດີທີ່ສຸດແນວໃດ. ມັນບໍ່ແມ່ນວ່າຜູ້ອື່ນບັນລຸແລ້ວເຮົາກໍພຽງແຕ່ມອບຄວາມໄວ້ວາງໃຈໃຫ້ລາວ, ແລະ ເຮົາກໍຈະໄດ້ຮັບການປົກປ້ອງຢ່າງມະຫັດສະຈັນ. 

ອັນທີ່ເອີ້ນວ່າ “ສາສະໜາອັບຣາຮຳ” - ສາສະໜາຍິວ, ຄຣິສ໌ຕະສາສະໜາ, ແລະ ອິດສະລາມ - ເປັນສິ່ງທີ່ເອີ້ນວ່າສາສະໜາທີ່ເນັ້ນປະຫວັດສາດ. ແຕ່ລະສາສະໜາມີບຸກຄົນທາງປະຫວັດສາດທີ່, ໃນເຫດການທາງປະຫວັດສາດໜຶ່ງ, ໄດ້ຮັບການເປີດເຜີຍບາງຢ່າງຈາກພຣະເຈົ້າ. ແລ້ວລາວກໍເປີດເຜີຍຄວາມຈິງອັນນີ້ ແລ້ວກໍຈົບ. ເຮົາບໍ່ສາມາດເຮັດສິ່ງທີ່ໂມເສສ໌, ຫຼື ພຣະເຢຊູ, ຫຼື ໂມຮຳເມັດ ໄດ້ເຮັດ, ເຮົາພຽງແຕ່ຕ້ອງມີສັດທາໃນຕົວພວກເພິ່ນ, ເພື່ອທີ່ເຮົາຈະພົ້ນຈາກຄວາມທຸກຂອງເຮົາ. ຄວາມສັດທາໃນທີ່ນີ້ໝາຍເຖິງທັງຄວາມສັດທາໃນຕົວບຸກຄົນເອງ, ຫຼື ຄວາມສັດທາໃນສິ່ງທີ່ເພິ່ນໄດ້ສອນ ຫຼື ເປີດເຜີຍ, ເຊັ່ນເຫດການທາງປະຫວັດສາດທີ່ພຣະເຈົ້າໄດ້ປະທານບັນຍັດສິບປະການໃຫ້ໂມເສສ໌, ຫຼື ການທີ່ພຣະເຍຊູເປີດເຜີຍພັນທະສັນຍາໃໝ່, ຫຼື ການທີ່ໂມຮຳເມັດເປີດເຜີຍອັນລ໌ກຸຣະອານ. ເຫດການທາງປະຫວັດສາດທີ່ສຳຄັນເຫຼົ່ານີ້ເປັນສູນກາງຂອງສາສະໜາເຫຼົ່ານີ້. 

ສະສະໜາອິນເດຍ, ເຊັ່ນສາສະໜາຮິນດູ, ພຣະພຸດທະສາສະໜາ, ແລະ ສາສະໜາເຊນ, ສາມາດເອີ້ນໄດ້ວ່າເປັນ “ສາສະໜາພຣະທັມ,” ເຊິ່ງແຕກຕ່າງຢ່າງສິ້ນເຊີງ. ຂໍ້ເທັດຈິງທາງປະຫວັດສາດຂອງພຣະພຸດທະເຈົ້າ, ຫຼື ພຣະກຣິສນະ, ຫຼື ພຣະມະຫາວີຣະ (ຜູ້ກໍ່ຕັ້ງສາສະໜາເຊນ) ບໍ່ແມ່ນເຫດການສຳຄັນ. ແຕ່, ເຮົາເອງ, ແລະ ທຸກຄົນ, ກໍສາມາດບັນລຸພາວະດຽວກັນກັບອົງຕ່າງໆ ເຫຼົ່ານີ້ໄດ້. ໃນບໍລິບົດຂອງພຣະພຸດທະສາສະໜາ, ເຮົາທັງໝົດສາມາດບັນລຸການຫຼຸດພົ້ນ ແລະ ການຕັດສະຮູ້ໄດ້, ແລະ ສາສະໜາພຣະທັມອື່ນໆ ກໍນຳສະເໜີການຕີຄວາມໝາຍຂອງການປົດປ່ອຍຂອງຕົນເອງ. ອັນນີ້ເປັນໜຶ່ງໃນຄວາມແຕກຕ່າງພື້ນຖານລະຫວ່າງ, ສາສະໜາອັບຣາຮັມຂອງເຮົາ, ແບບຕາເວັນຕົກ, ແລະ ສາສະໜາອິນເດຍ. 

ເມື່ອເຮົາເບິ່ງທີ່ເພິ່ງອາໄສສາມປະການ, ສິ່ງສຳຄັນແມ່ນບໍ່ເບິ່ງຈາກການສາຍພາບຂອງສາສະໜາອັບຣາຮັມ, ທີ່ເຮົາອາດໃຫຍ່ມານຳ. ບໍ່ແມ່ນວ່າພຣະພຸດທະເຈົ້າເປັນຜູ້ດຽວທີ່ໄດ້ບັນລຸການຕັດສະຮູ້, ແລະ ຖ້າເຮົາເຊື່ອໃນພຣະອົງ, ເຮົາຈະຖືກປົກປ້ອງ. ສະນັ້ນ ປົກກະຕິຜູ້ຂ້າຈະຫຼີກລ່ຽງຄຳວ່າ “ທີ່ເພິ່ງ” ເພາະມັນໃຫ້ລົດຊາດທີ່ເສີຍໆ, ຄືກັບວ່າສິ່ງທີ່ເຮົາຕ້ອງເຮັດແມ່ນການເວົ້າວ່າ: “ພຣະພຸດທະເຈົ້າ, ປົກປ້ອງຜູ້ຂ້າແດ່!” ແລ້ວເຮົາຈະຖືກປົກປ້ອງ. ນັ້ນບໍ່ແມ່ນພຣະພຸດທະສາສະໜາ. ຜູ້ຂ້າມັກໃຊ້ຄຳວ່າ “ທິດທາງທີ່ປອດໄພ,” ທີ່ພຣະພຸດ, ພຣະທັມ, ແລະ ພຣະສົງ ຈະຊີ້ທາງທີ່ປອດໄພໃຫ້ເຮົາເດີນຕາມ, ທີ່ເຮົາຍັງສາມາດບັນລຸສິ່ງທີ່ພຣະພຸດທະເຈົ້າໄດ້ບັນລຸດ້ວຍຕົວເຮົາເອງໄດ້. ເຖິງວ່າພຣະພຸດທະເຈົ້າໄດ້ສອນວິທີປົກປ້ອງຕົນເອງໃຫ້ເຮົາ, ເຮົາກໍຕ້ອງເປັນຜູ້ລົງມືນຳໄປປະຕິບັດ. ມັນແມ່ນຄວາມພະຍາຍາມຂອງເຮົາເອງສຳລັບການບັນລຸຂອງເຮົາເອງ, ທີ່ຈະຊ່ວຍປົກປ້ອງເຮົາຈາກຄວາມທຸກ. 

ພຣະຣັດຕະນະພຣະທັມ

ເມື່ອເຮົາເວົ້າເຖິງພຣະແກ້ວ ຫຼື ພຣະຣັດຕະນະພຣະທັມທີ່ເລິກເຊິ່ງທີ່ສຸດ, ຫຼື ບໍ່ວ່າເຈົ້າຈະເອີ້ນວ່າແນວໃດກໍຕາມ, ມັນເປັນສິ່ງທີ່ ຫາຍາກ ແລະ ມີຄ່າ, ເຊິ່ງແມ່ນຄວາມໝາຍທາງກົງຂອງສອງພະຍາງທີ່ໃນພາສາທິເບດມີຄວາມໝາຍເປັນ ຣັດຕະນະ ໃນທີ່ນີ້. ເຮົາກຳລັງເວົ້າກ່ຽວກັບພາວະອັນແທ້ຈິງຂອງການຢຸດຢ່າງແທ້ຈິງ, ແລະ ການບັນລຸຈິດໃຈເສັ້ນທາງອັນແທ້ຈິງທີ່ນຳມາເຊິ່ງສິ່ງນັ້ນ ແລະ ເປັນຜົນມາຈາກສິ່ງນັ້ນ. ເຫຼົ່ານີ້ແມ່ນສິ່ງທີ່ເຮົາຕ້ອງບັນລຸດ້ວຍຕົນເອງ, ສະນັ້ນ ເຮົາຕ້ອງເຊື່ອໝັ້ນວ່າມັນບັນລຸໄດ້. ການສົນທະນາຂອງເຮົາກ່ຽກັບຄວາມຈິງສອງປະການ ແລະ ອະຣິຍະສັດສີ່ຈະຊ່ວຍໃຫ້ເຮົາເຂົ້າໃຈວ່າມີການຫຼຸດພົ້ນ ແລະ ການຕັດສະຮູ້ຢູ່ແທ້, ແລະ ເຮົາສາມາດບັນລຸໄດ້ດ້ວຍຕົນເອງ. 

ພຣະຣັດຕະນະພຣະພຸດ

ພຣະພຸດທະເຈົ້າແມ່ນຜູ້ທີ່ໄດ້ບັນລຸການປົດປ່ອຍ ແລະ ການຕັດສະຮູ້ສົມບູນ. ໃນນັ້ນບໍ່ແມ່ນແຕ່ພຣະສາກະຍະມຸນີພຸດທະເຈົ້າ, ແຕ່ຍັງມີພຣະພຸດທະເຈົ້າອີກຫຼາຍອົງ. ພວກພຣະອົງໄດ້ສອນ ແລະ ຊີ້ທາງທີ່ເຮົາສາມາດບັນລຸພາວະນັ້ນດ້ວຍຕົນເອງ. ມີສອງວິທີທີ່ພຣະອົງໄດ້ສອນເຮົາ: ດ້ວຍຄຳສອນຂອງພຣະອົງ, ແລະ ໂດຍຕົວຢ່າງຂອງພຣະອົງ, ບົນພື້ນຖານຂອງຄວາມເຂົ້າໃຈ ແລະ ຄວາມບັນລຸຂອງພຣະອົງ. ອັນນີ້ແມ່ນຈຸດສຳຄັນ, ເພາະມັນສະແດງໃຫ້ເຫັນວ່າເຮົາສາມາດຊ່ວຍຜູ້ອື່ນຮຽນຮູ້ບໍ່ພຽງແຕ່ດ້ວຍການສອນທາງວາຈາເທົ່ານັ້ນ, ແຕ່ຍັງເປັນຕົວຢ່າງທີ່ມີຊີວິດຂອງສິ່ງທີ່ເຮົາກຳລັງສອນອີກດ້ວຍ. ພຣະທັມບໍ່ແມ່ນຄຳສອນທີ່ເປັນນາມະທຳ, ແຕ່ເປັນສິ່ງທີ່ຄົນ, ແລະ ເຮົາເອງ, ສາມາດປາກົດເປັນຮູບຮ່າງໄດ້.

ພຣະຣັດຕະນະພຣະສົງ

ບາງຄົນອາດຄິດວ່າ, ເປັນຫຍັງເຮົາຈິ່ງຈຳເປັນຕ້ອງມີພຣະຣັດຕະນະອົງທີສາມ, ພຣະອະຣິຍະສົງນີ້? ພຣະພຸດ ແລະ ພຣະທັມ ກໍພຽງພໍແລ້ວບໍ່ແມ່ນບໍ? ເຖິງວ່າພຣະພິກຂຸ ແລະ ພຣະພິກຂຸນີຈະເປັນຕົວແທນຂອງຄະນະສົງ, ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະຣັດຕະນະພຣະສົງເປັນຢ່າງແທ້ຈິງ. ເຊັ່ນດຽວກັບຮູບປັ້ນ ແລະ ຮູບແຕ້ມທີ່ເປັນຕົວແທນຂອງພຣະພຸດທະເຈົ້າ ແລະ ໜັງສືທີ່ເປັນຕົວແທນຂອງພຣະທັມ, ສິ່ງເຫຼົ່ານີ້ກໍເປັນພຽງຕົວແທນ. ໃນຖານະສິ່ງທີ່ເປັນຕົວແທນຂອງພຣະພຸດ, ພຣະທັມ, ແລະ ພຣະສົງ, ຮູບປັ້ນ, ໜັງສື, ແລະ ພຣະພິກຂຸ ແລະ ພຣະພິກຂຸນີເຫຼົ່ານີ້ໃຫ້ຈຸດສຸມກັບເຮົາເພື່ອສະແດງຄວາມເຄົາຣົບ, ເພາະມັນບໍ່ງ່າຍທີ່ຈະສະແດງຄວາມເຄົາຣົບຕໍ່ສິ່ງທີ່ເປັນນາມະທຳຫຼາຍກວ່າ. ແນ່ນອນວ່າມັນມີຄວາມໝາຍທີ່ເລິກເຊິ່ງກວ່ານັ້ນທັງປວງ.

ພຣະຣັດຕະນະພຣະສົງມີຄວາມສຳຄັນຫຼາຍ. ພຣະສົງໝາຍເຖິງພຣະອະຣິຍະ, ຫຼື ຜູ້ທີ່ໄດ້ເຫັນ, ບໍ່ແມ່ນແນວຄວາມຄິດ, ອະຣິຍະສັດສີ່ບົນພື້ນຖານຂອງຄວາມຈິງສອງປະການ. ເພາະພວກເພິ່ນຮັບຮູ້ສິ່ງເຫຼົ່ານີ້ໂດຍບໍ່ແມ່ນແນວຄວາມຄິດ, ພວກເພິ່ນຈິ່ງໄດ້ບັນລຸການຢຸດທີ່ແທ້ຈິງໃນລະດັບໜຶ່ງ, ແລະ ຈິດໃຈເສັ້ນທາງອັນແທ້ຈິງໃນລະດັບໜຶ່ງ, ແຕ່ບໍ່ສົມບູນ. ພຣະອະຣິຍະທີ່ກ້າວໜ້າກວ່າຈະບັນລຸທັງສອງຫຼາຍຂຶ້ນ, ຈົນພວກເພິ່ນກໍໄດ້ຮັບການປົດປ່ອຍ ແລະ ຕັດສະຮູ້ໃນທີ່ສຸດ. ອະຣິຍະສັດສີ່ຖືກກຳນົດໃຫ້ເປັນຄວາມຈິງຂອງພຣະອະຣິຍະ - ເປັນສິ່ງທີ່ພຣະອະຣິຍະ - ຜູ້ທີ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງທີ່ບໍ່ແມ່ນແນວຄວາມຄິດ - ເຫັນວ່າເປັນຄວາມຈິງ. ສິ່ງນີ້ບອກເຮົາວ່າ: 

  • ບໍ່ພຽງແຕ່ພຣະພຸດທະເຈົ້າເທົ່ານັ້ນທີ່ຮັບຮູ້ທັງໝົດນີ້ ແລະ ບັນລຸການຢຸດທີ່ແທ້ຈິງ ແລະ ຈິດໃຈເສັ້ນທາງທີ່ແທ້ຈິງ. ແຕ່, ມັນເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ.  
  • ແມ່ນແຕ່ກ່ອນຈະບັນລຸການຫຼຸດພົ້ນ ຫຼື ການຕັດສະຮູ້, ເຮົາກໍເລີ່ມທີ່ຈະກຳຈັດຄວາມທຸກທີ່ແທ້ຈິງໃນແງ່ມຸມຕ່າງໆ ອອກໄປ, ເພາະເຮົາກຳລັງກຳຈັດສາເຫດທີ່ແທ້ຈິງໃນລະດັບຕ່າງໆ ອອກໄປ.

ການຫຼຸດພົ້ນ ແລະ ການຕັດສະຮູ້ເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ, ເຊິ່ງເລີ່ມດົນນານກ່ອນທີ່ເຮົາຈະກາຍເປັນພຣະພຸດທະເຈົ້າ ຫຼື ເປັນຜູ້ພົ້ນທຸກ. ພຣະອຣິຍະຈະເຂົ້າໃຈໄດ້ງ່າຍກວ່າພຣະພຸດທະເຈົ້າ, ເພາະພວກເພິ່ນຍັງຄົງມີບັນຫາຢູ່ແດ່ ແລະ ອື່ນໆ, ແລະ ບາງອົງກໍຍັງບໍ່ປາສະຈາກການເກີດໃໝ່ຊ້ຳໆ ແບບຄວບຄຸມບໍ່ໄດ້, ແຕ່ກໍປາສະຈາກມັນເປັນບາງສ່ວນແລ້ວ. ດ້ວຍເຫດນີ້, ຈິ່ງເຂົ້າໃຈພຣະອົງເຫຼົ່ານີ້ໄດ້ງ່າຍກວ່າ. 

ພຣະອະຣິຍະສົງໃຫ້ກຳລັງໃຈ ແລະ ເປັນແຮງບັນດານໃຈວ່າ, ເທື່ອລະກ້າວ, ຖ້າເຮົາໄປໃນທິດທາງທີ່ປອດໄພທີ່ພຣະອົງເຫຼົ່ານີ້ໄປ, ເຮົາຈະສາມາດບັນລຸເປົ້າໝາຍສູງສຸດແຫ່ງການຫຼຸດພົ້ນ ແລະ ການຕັດສະຮູ້ເຫຼົ່ານັ້ນໄດ້. ເຖິງວ່າເຮົາຈະໄປບໍ່ໄດ້ຈົນສຸດທາງ, ແຕ່ເຮົາຈະສາມາດ, ໃນເວລານີ້, ປົດປ່ອຍຕົນເອງຈາກຄວາມທຸກໃນລະດັບໜຶ່ງ, ເພາະເຮົາຈະປົດປ່ອຍຕົນເອງຈາກຄວາມບໍ່ສຳນຶກທີ່ກໍ່ໃຫ້ເກີດຄວາມທຸກ. ມັນຢູ່ທີ່ວ່າເຮົາຈະສຸມໃສ່ຢູ່ກັບຄວາມເປັນຈິງໄດ້ຫຼາຍປານໃດ. ຖ້າເຮົາຍັງເປັນອະຣິຍະຢູ່, ເຮົາຈະບໍ່ສາມາດສຸມໃສ່ຢູ່ຕະຫຼອດເວລາ, ແຕ່ເຮົາເຮັດໄດ້ຖ້າເຮົາເປັນພຣະພຸດທະເຈົ້າ. 

ການປົດປ່ອຍ ແລະ ການຕັດສະຮູ້ນັ້ນບໍ່ຄືກັນ. ການປົດປ່ອຍແມ່ນເມື່ອເຮົາປາສະຈາກການເກີດໃໝ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້, ເຊິ່ງກໍແມ່ນເມື່ອເຮົາເປັນພຣະອະຣະຫັນ, ຜູ້ທີ່ຫຼຸດພົ້ນແລ້ວ. ການຕັດສະຮູ້ແມ່ນເມື່ອເຮົາບໍ່ພຽງແຕ່ປາສະຈາກການບົດບັງທາງອາລົມເທົ່ານັ້ນ - ເຊັ່ນອາລົມລົບກວນ ແລະ ຄວາມບໍ່ສຳນຶກວ່າເຮົາດຳລົງຢູ່ແນວໃດ - ແຕ່ລວມເຖິງການປາສະຈາກການບົດບັງທາງການຮັບຮູ້ນຳອີກ - ເຊິ່ງເປັນນິໄສຕະຫຼອດທີ່ບໍ່ສຳນຶກຢູ່. ເວົ້າອີກແນວໜຶ່ງ, ຍ້ອນນິໄສຂອງເຮົາໃນການເຊື່ອການສາຍພາບຂອງສິ່ງທີ່ເປັນໄປບໍ່ໄດ້ - ກິດຈະກຳທາງຈິດຂອງເຮົາຍັງຄົງສ້າງການສາຍພາບ, ແລະ ເຮົາກໍສືບຕໍ່ເຊື່ອວ່າມັນສອດຄ່ອງກັບຄວາມເປັນຈິງ. ຈາກຈຸດນີ້ເຮົາໄດ້ຮັບອາລົມລົບກວນຂອງເຮົາ. ເຮົາບັນລຸການປົດປ່ອຍເມື່ອເຮົາຢຸດເຊື່ອວ່າຮູບລັກທີ່ຫຼອກລວງເຫຼົ່ານີ້ສອດຄ່ອງກັບຄວາມເປັນຈິງ. ເຮົາເຂົ້າໃຈວ່າມັນເປັນຂີ້ເຫຍື້ອທັງໝົດ, ແລະ ເຖິງວ່າສິ່ງຕ່າງໆ ຈະປາກົດເຊັ່ນນີ້, ແຕ່ກໍບໍ່ແມ່ນຄືທີ່ມັນເປັນແທ້ໆ. ການຮັບຮູ້ຂອງເຮົາຈະຍັງຄົງຈຳກັດ ແລະ ເຮົາມັກຈະເບິ່ງວ່າສິ່ງຕ່າງໆ ມີຢູ່ໃນກ່ອງ, ດ້ວຍຕົວຂອງມັນເອງ, ແຕ່ເຮົາຈະຮູ້ວ່ານັ້ນບໍ່ແມ່ນວິຖີທີ່ເປັນຈິງ. 

ແມ່ນແຕ່ໃນລະດັບງ່າຍໆ ຂອງຟີສິກປະຣະມານູ, ເຮົາກໍມີອະຕອມ ແລະ ສະໜາມແຮງ ແລະ ອື່ນໆ, ແຕ່ບໍ່ມີເສັ້ນທຶບຮອບວັດຖຸໃດໆ ທີ່ບອກວ່າ “ດ້ານນີ້ຂອງເສັ້ນຊື່, ມີວັດຖຸຢູ່. ດ້ານນັ້ນ, ບໍ່ມີ.” ສິ່ງຕ່າງໆ ບໍ່ໄດ້ເປັນຮູບປະທຳຢ່າງທີ່ປາກົດຢູ່. ຖ້າເຮົາກຳຈັດຄວາມບົດບັງທາງການຮັບຮູ້ທີ່ເຮັດໃຫ້ເຮົາສ້າງຮູບລັກທີ່ຫຼອກລວງເຫຼົ່ານີ້ອອກໄປ, ແລ້ວຈິດກໍຈະຢຸດສາຍພາບເຫຼົ່ານັ້ນ ແລະ ເຮົາຈະບັນລຸການຕັດສະຮູ້. ເມື່ອເຮົາບັນລຸການຕັດສະຮູ້, ເຮົາກໍຈະເຫັນຄວາມເຊື່ອມໂຍງຂອງທຸກສິ່ງຢ່າງພ້ອມກັນ. ສິ່ງນີ້ຈະຊ່ວຍໃຫ້ເຮົາເຫັນວິທີທີ່ມີທັກສະທີ່ສຸດໃນການນຳຜູ້ອື່ນໄປສູ່ການປົດປ່ອຍ ແລະ ການຕັດສະຮູ້ຂອງຕົນເອງ. 

ເມື່ອເຮົາເວົ້າເຖິງພຣະອະຣິຍະ, ເຮົາບໍ່ໄດ້ກຳລັງເວົ້າເຖິງພຣະໂພທິສັດອະຣິຍະເທົ່ານັ້ນ, ຄືຜູ້ທີ່ມຸ່ງໝາຍການຕັດສະຮູ້. ເຮົາກຳລັງເວົ້າເຖິງພຣະອະຣິຍະທີ່ມຸ່ງໝາຍແຕ່ສູ່ການປົດປ່ອຍນຳ. ເມື່ອເຮົາເວົ້າເຖິງພຣະຣັດຕະນະໄຕຣໃນບໍລິບົດຂອງທິດທາງທີ່ປອດໄພ, ເຮົາກຳລັງເວົ້າເຖິງຄົນທີ່ມຸ່ງໝາຍຄວາມຫຼຸດພົ້ນເທົ່ານັ້ນ, ຫຼື ທັງການຫຼຸດພົ້ນ ແລະ ການຕັດສະຮູ້, ບໍ່ແມ່ນແຕ່ພຣະໂພທິສັດທີ່ມີຈຸດມຸ່ງໝາຍການຕັດສະຮູ້ເທົ່ານັ້ນ. 

ການສ້າງຄວາມໝັ້ນໃຈໜັກແໜ້ນໃນພຣະຣັດຕະນະໄຕຣ

ຖ້າເຮົາເຂົ້າໃຈຄວາມຈິງສອງປະການ ແລະ ອະຣິຍະສັດສີ່ວ່າເຮົາຕິດຢູ່ກັບສັງສາຣະວັດໄດ້ແນວໃດ, ແລະ ເຮົາຈະຫຼຸດພົ້ນຈາກສັງສາຣະວັດໄດ້ແນວໃດ, ແລ້ວເຮົາກໍຈະເຊື່ອໝັ້ນຢ່າງໜັກແໜ້ນວ່າພຣະຣັດຕະນະພຣະທັມທີ່ເລິກເຊິ່ງທີ່ສຸດນັ້ນມີຢູ່ແທ້, ແລະ ແມ່ນຂໍ້ເທັດຈິງ. ເຮົາເຂົ້າໃຈຢ່າງຊັດເຈນວ່າຄວາມສັບສົນທີ່ນຳມາເຊິ່ງຮູບລັກທີ່ຫຼອກລວງຂອງເຮົາໃນສິ່ງທີ່ເປັນໄປບໍ່ໄດ້ນັ້ນບໍ່ແມ່ນລັກສະນະໂດຍກຳເນີດຂອງກິດຈະກຳທາງຈິດໃຈຂອງເຮົາ. ຍ້ອນຫຍັງ? ຍ້ອນເຮົາສາມາດກຳຈັດມັນໄດ້ເມື່ອເຮົາສຸມໃສ່ໄປທາງກົງກັນຂ້າມກັບຄວາມບໍ່ສຳນຶກ. 

ເວົ້າອີກແນວໜຶ່ງ, ເມື່ອເຮົາສຸມໃສ່ຄວາມສຳນຶກເຖິງຄວາມຈິງສອງປະການທີ່ວ່າສິ່ງຕ່າງໆ ດຳລົງຢູ່ແນວໃດ, ແລ້ວເຮົາຈະບໍ່ມີລັກສະນະທີ່ຫຼອກລວງ, ແລະ ເຮົາຈະບໍ່ເຊື່ອໃນສິ່ງເຫຼົ່ານັ້ນຢ່າງແນ່ນອນ. ຖ້າເຮົາສາມາດສຸມໃສ່ຢູ່ກັບຄວາມສຳນຶກນີ້, ເສັ້ນທາງທີ່ແທ້ຈິງ, ແລ້ວເຮົາກໍຈະບັນລຸການຢຸດຢ່າງແທ້ຈິງ, ແລະ ສິ່ງນີ້ແມ່ນໄດ້ຮັບການຮອງຮັບໂດຍຕັກກະສາດ. ເຮົາສາມາດຢືນຢັນໄດ້ວ່າສິ່ງນີ້ສອດຄ່ອງກັບຄວາມເປັນຈິງ, ແລະ ເຮັດໃຫ້ເກີດຜົນກະທົບນີ້. ເຮົາຈະບໍ່ຈຳເປັນຕ້ອງມີຄວາມທຸກຂຶ້ນໆ ລົງໆ ຂອງຄວາມບໍ່ເປັນສຸກ ແລະ ຄວາມສຸກແບບທຳມະດາອີກຕໍ່ໄປ, ແລະ ເຮົາຈະບໍ່ມີການດຳລົງຢູ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້ອີກຕໍ່ໄປ. 

ເຈົ້າອາດຄັດຄ້ານ ແລະ ເວົ້າວ່າ: “ເຖ້າເຮົາມົວແຕ່ສຸມໃສ່ຢູ່ກັບຄວາມບໍ່ສຳນຶກຢູ່ຕະຫຼອດເວລາ, ແລ້ວເຮົາກໍຈະບໍ່ມີຄວາມເຂົ້າໃຈ ຫຼື ຄວາມສຳນຶກ,” ສະນັ້ນ ອັນໃດທີ່ແຂງກວ່າ - ການສຸມໃສ່ຢູ່ດ້ວຍຄວາມບໍ່ສຳນຶກທີ່ບໍ່ສອດຄ່ອງກັບຄວາມເປັນຈິງ, ຫຼື ການສຸມໃສ່ຢູ່ກັບການສຳນຶກເຊິ່ງສອດຄ່ອງກັບຄວາມເປັນຈິງ?

ຖ້າເຮົາວິເຄາະສິ່ງນີ້, ເຮົາຈະເຫັນວ່າບໍ່ມີຫຍັງເປັນຕົວຕົນທີ່ສຳຮອງຄວາມບໍ່ສຳນຶກ, ໃນຂະນະທີ່ຕັກກະສາດຈະສະໜັບສະໜູນຄວາມເຂົ້າໃຈທີ່ຖືກຕ້ອງ. ສິ່ງຕ່າງໆ ເກີດຂຶ້ນຈາກເຫດ ແລະ ເງື່ອນໄຂ, ແລະ ບໍ່ໄດ້ເກີດຂຶ້ນໄດ້ດ້ວຍພະລັງຂອງມັນເອງ. ນອກຈາກນີ້, ຖ້າເຮົາສຸມໃສ່ຢູ່ກັບຄວາມເຂົ້າໃຈທີ່ຖືກຕ້ອງຕະຫຼອດເວລາ, ມັນກໍຈະເກີດຜົນຄື: ເຮົາຈະບໍ່ປະສົບຄວາມທຸກທໍລະມານ ຫຼື ການເກີດໃໝ່ໃນສັງສາຣະວັດອີກຕໍ່ໄປ. 

ສິ່ງນີ້ນຳເຮົາກັບໄປສູ່ອະຣິຍະສັດສີ່ອີກຄັ້ງ. ເຮົາຕັ້ງເປົ້າໝາຍໄວ້ເພື່ອຫຍັງ? ເຮົາຢາກທົນທຸກຕະຫຼອດເວລາ, ຕະຫຼອດໄປບໍ? ຖ້າເຮົາຢາກເຮັດແນວນັ້ນ, ແລ້ວເຮົາກໍສາມາດສຸມໃສ່ຢູ່ກັບຄວາມບໍ່ສຳນຶກ, ແລະ ເຮົາກໍຈະທຸກ; ງ່າຍໆ ແນວນັ້ນລະ. ເຊີນຕາມສະບາຍໂລດ! ແຕ່ຖ້າເຮົາຢາກເປັນອິດສະລະຈາກທັງໝົດນີ້ ເຊິ່ງເປັນເປົ້າໝາຍຂອງເສັ້ນທາງພຣະພຸດທະສາສະໜາ, ແລ້ວມັນກໍຊັດເຈນວ່າເຮົາຈຳເປັນຕ້ອງສຸມໃສ່ຢູ່ດ້ວງການສຳນຶກຕາມຄວາມເປັນຈິງ. 

ວິທີການເຂົ້າຫາຫົວຂໍ້ຂອງທີ່ເພິ່ງນີ້ເກີດຂຶ້ນຈາກຄວາມຮັບຮູ້ທີ່ຖືກຕ້ອງ ແລະ ຈາກນັ້ນຄວາມເຊື່ອໝັ້ນຂອງເຮົາວ່າທີ່ເພິ່ງສາມປະການນັ້ນເປັນຄວາມຈິງກໍຈະໜັກແໜ້ນ. ເຮົາຈະບໍ່ສັນນິຖານ ຫຼື ຫວັງອີກຕໍ່ໄປວ່າຖ້າເຮົາໄປໃນທິດທາງນີ້, ເຮົາຈະປາສະຈາກຄວາມທຸກ, ເພາະເຮົາມີສັດທາວ່າ “ພຣະອາຈານຂອງເຮົາບອກວ່າເປັນເຊັ່ນນັ້ນ!” ມັນຈະຢູ່ບົນຄວາມຮັບຮູ້ທີ່ຖືກຕ້ອງ, ຕາມຄວາມເຂົ້າໃຈອະນຸມານ ແລະ ດັກກະສາດ. 

ມີສອງວິທີໃນການມີຄວາມຮັບຮູ້ທີ່ຖືກຕ້ອງ - ບໍ່ວ່າຈະຜ່ານການອະນຸມານໂດຍໃຊ້ຕັກກະສາດ ຫຼື ການຮັບຮູ້ເປົ່າໆ, ເຊິ່ງກໍຄືກັບການເຫັນ, ການໄດ້ຍິນ, ຫຼື ການປະສົບກັບມັນດ້ວຍຕົນເອງໂດຍບໍ່ແມ່ນແນວຄວາມຄິດ. ກັບຂໍ້ທີສອງນີ້, ບັນຫາຄືເຮົາຕ້ອງມີຄວາມກ້າວໜ້າຫຼາຍເພື່ອທີ່ຈະໄດ້ປະສົບກັບມັນດ້ວຍຕົວເອງ, ແລະ ສະນັ້ນ ເຮົາຕ້ອງເລີ່ມດ້ວຍການອະນຸມານເປັນພື້ນຖານສຳລັບຄວາມຮັບຮູ້ທີ່ຖືກຕ້ອງຂອງເຮົາ. 

ການກ້າວໜ້າໃນທາງສາສະໜາ

ບາດນີ້, ເຮົາມີແຖວທີສີ່: 

ບັນດານໃຈໃຫ້ຜູ້ຂ້າປູກຝັງຮາກເຫງົ້າຂອງຈິດໃຈເສັ້ນທາງທີ່ນຳໄປສູ່ການຫຼຸດພົ້ນ. 

ເມື່ອເຮົາເວົ້າເຖິງເສັ້ນທາງຈິດໃຈສູ່ການປົດປ່ອຍ, ມັນສາມາດນຳສະເໜີໄດ້ຫຼາຍວິທີ, ໜຶ່ງໃນນັ້ນແມ່ນສາມຂອບເຂດຂອງແຮງຈູງໃຈ, ເຊິ່ງເປັນທີ່ຮູ້ກັນໃນສຳນວນທິເບດ ວ່າ “ລຳ-ຣິມ” (ລຳດັບຂັ້ນ). ລຳດັບຂັ້ນເຫຼົ່ານີ້ເປັນເປົ້າໝາຍທີ່ກ້າວໜ້າສາມປະການ: 

  • ຂອບເຂດທຳອິດແມ່ນການຫຼີກລ່ຽງການເກີດໃໝ່ທີ່ຮ້າຍກວ່າເກົ່າ, ແລະ ເພື່ອໃຫ້ໄດ້ມາເຊິ່ງການເກີດໃໝ່ທີ່ດີຂຶ້ນ. ເຮົາຢາກໄດ້ການເກີດໃໝ່ທີ່ດີຂຶ້ນໂດຍມີຄວາມທຸກໜ້ອຍລົງຫຼາຍ, ເພາະເຮົາຈະມີເງື່ອນໄຂທີ່ເໝາະສົມທີ່ສຸດທີ່ຈະສາມາດດຳເນີນຕໍ່ໄປໃນເສັ້ນທາງສາສະໜາ. ຖ້າເຮົາເກີດໃໝ່ເປັນແມງສາບ, ເຮົາກໍຈະບໍ່ສາມາດເຮັດຫຍັງໄດ້ຫຼາຍໃນແງ່ຂອງການພັດທະນາທາງສາສະໜາ. ເພື່ອຫຼີກລ່ຽງການເກີດໃໝ່ທີ່ຮ້າຍກວ່ານັ້ນ, ເຮົາຕ້ອງກຳຈັດຄວາມສັບສົນຂອງເຮົາກ່ຽວກັບຄວາມຈິງສຳພັນ, ເຊິ່ງເປັນເຫດ ແລະ ຜົນ. ສາເຫດຫຼັກຂອງການເກີດໃໝ່ທີ່ບໍ່ດີແມ່ນພຶຕິກຳສຳລາຍ, ແລະ ເຮົາກະທຳແບບສຳລາຍເພາະເຮົາບໍ່ສຳນຶກເຖິງຜົນທີ່ຕາມມາຈາກການກະທຳຂອງເຮົາ, ຫຼື ເຮົາຄິດວ່າສິ່ງເຫຼົ່ານີ້ຈະເຮັດໃຫ້ເຮົາເປັນສຸກ. 
  • ຂອບເຂດຂັ້ນກາງແມ່ນການມຸ່ງສູ່ການຫຼຸດພົ້ນຈາກຄວາມທຸກທັງສາມປະເພດ - ຄວາມບໍ່ສຸກ, ຄວາມສຸກທຳມະດາຂອງເຮົາ, ແລະ ພື້ນຖານຂອງສອງສິ່ງນີ້, ເຊິ່ງແມ່ນການເກີດໃໝ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້ຂອງເຮົາ. ເພື່ອເຮັດໄດ້ແນວນີ້ ເຮົາຕ້ອງກຳຈັດຄວາມສັບສົນກ່ຽວກັບຄວາມເປັນຈິງທີ່ເລິກທີ່ສຸດ, ໂດຍການທຳຄວາມເຂົ້າໃຈສູນຍະຕາ. ອັນທີ່ຈິງ, ເຮົາຈຳເປັນຕ້ອງໄດ້ຮັບຄວາມເຂົ້າໃຈໃນອະຣິຍະສັດສີ່ຕະຫຼອດເວລາ. ມັນຍາກຫຼາຍທີ່ຈະສຸມໃສ່ກັບສິ່ງເຫຼົ່ານັ້ນພ້ອມກັນຕະຫຼອດເວລາ, ສະນັ້ນ ເຮົາຕ້ອງໄປຕໍ່. 
  • ຂອບເຂດຂັ້ນສູງແມ່ນການບັນລຸພາວະຕັດສະຮູ້ຂອງພຣະພຸດທະເຈົ້າ ເພື່ອທີ່ວ່າເຮົາຈະສາມາດຊ່ວຍເຫຼືອຜູ້ອື່ນໄດ້ດີທີ່ສຸດ. ໃນຂະນະທີ່ສຸມໃສ່ຢູ່ກັບຄວາມຈິງທີ່ເລິກເຊິ່ງທີ່ສຸດ, ເຮົາເຂົ້າໃຈຄວາມຈິງສຳພັນຢ່າງຖ່ອງແທ້. ມີພຽງພຣະພຸດທະເຈົ້າເທົ່ານັ້ນທີ່ສາມາດສຸມໃສ່ຢູ່ກັບຄວາມຈິງທັງສອງໄດ້ພ້ອມກັນຕະຫຼອດເວລາ. 

ຖ້າເຮົາເບິ່ງເລິກລົງໄປທີ່ແຖວນີ້ວ່າ: “ຈາກຄວາມຈິງສອງປະການ, ອະຣິຍະສັດສີ່; ຈາກອະຣິຍະສັດສີ່, ທີ່ເພິ່ງອາໄສສາມປະການ,” ມັນເປັນຮາກເຫງົ້າຂອງສາມຂອບເຂດຂ້າງຕົ້ນ, ແລະ ແນວປະຕິບັດທີ່ນຳໄປສູ່ເປົ້າໝາຍເຫຼົ່ານີ້. ມັນບອກວ່າເປັນຮາກ, ແລະ ຮາກກໍບໍ່ແມ່ນເມັດ. ຮາກແມ່ນສິ່ງທີ່ໃຫ້ຄວາມໝັ້ນຄົງ ແລະ ຄວາມແຂງແຮງແກ່ພືດ. ຖ້າເຮົາເຊື່ອໝັ້ນບົນພື້ນຖານຂອງຕັກກະສາດວ່າເປົ້າໝາຍທັງສາມນັ້ນສາມາດບັນລຸໄດ້, ມີຢູ່ແທ້, ແລະ ເຮົາສາມາດບັນລຸຕາມຄວາມເປັນຈິງໄດ້ດ້ວຍຕົນເອງ, ແລ້ວແນ່ນອນວ່າມັນຈະເຮັດໃຫ້ເຮົາມີຄວາມໝັ້ນຄົງທີ່ຈະສະໜັບສະໜຸນເສັ້ນທາງສາສະໜາທັງໝົດໄປສູ່ເປົ້າໝາຍນັ້ນ. 

ການນຳສະເໜີອື່ນກ່າວວ່າຮາກເຫງົ້າຂອງຂອບເຂດທັງສາມເປັນຄວາມສຳພັນທີ່ດີກັບອາຈານສອນສາສະໜາ, ແລະ ເຮົາຈະພົບສິ່ງນີ້ໃນຕຳຣາລຳ-ຣິມທັງໝົດ. ຄວາມສຳພັນທີ່ດີນີ້ເປັນຮາກເຫງົ້າຂອງເສັ້ນທາງສາສະໜາທັງໝົດໃນແງ່ທີ່ເຮົາໄດ້ຮັບແຮງບັນດານໃຈຈາກອາຈານ ແລະ ເປັນແຮງບັນດານໃຈທີ່ເຮັດໃຫ້ເຮົາມີຄວາມແຂງແກ່ນ ແລະ ພະລັງງານເພື່ອສືບຕໍ່ສູ່ເປົ້າໝາຍຕໍ່ໄປ. 

ອີກເທື່ອໜຶ່ງ, ເຮົາພົບຄວາມແຕກຕ່າງສອງປະການກ່ຽວກັບວິທີທີ່ເຮົາສາມາດດຳເນີນໄປບົນເສັ້ນທາງສາສະໜາຢ່າງໝັ້ນຄົງ: 

  • ວິທີໜຶ່ງແມ່ນການໃຊ້ຄວາມເຂັ້ມແຂງ ແລະ ແຮງບັນດານໃຈຈາກຄວາມສຳພັນຂອງເຮົາກັບອາຈານທາງສາສະໜາຂອງເຮົາ. ບົນພື້ນຖານອັນນັ້ນ, ເຮົາຈະໃຊ້ແນວເຫດຜົນແນວນີ້: “ອາຈານຂອງເຮົາເປັນແຫຼ່ງຂໍ້ມູນທີ່ຖືກຕ້ອງ. ດັ່ງນັ້ນ, ສິ່ງທີ່ອາຈານຂອງເຮົາບອກວ່າເປັນໄປໄດ້ທີ່ຈະບັນລຸການຕັດສະຮູ້, ແມ່ນຖືກຕ້ອງ. ບໍ່ມີເຫດຜົນທີ່ອາຈານຂອງເຮົາຈະສ້າງຂຶ້ນ.” ສະນັ້ນ ຈິ່ງມີຕັກກະສາດບາງປະເພດທີ່ກ່ຽວຂ້ອງໃນນີ້. ແຕ່ຄົນສ່ວນຫຼາຍປະສົບກັບສິ່ງນີ້ໃນລະດັບອາລົມຫຼາຍກວ່າ, ທີ່ອາຈານຈະສ້າງແຮງບັນດານໃຈໃຫ້ເຮົາຫຼາຍທາງອາລົມ, ເຊິ່ງເຮັດໃຫ້ເຮົາມີຄວາມແຂງແກ່ນຢ່າງບໍ່ເປັນຕາເຊື່ອທີ່ຈະເດີນໄປບົນເສັ້ນທາງນັ້ນ. ມັນຄ້າຍກັບວິທີທຳອິດໃນວິທີສ້າງໂພທິຈິດສອງວິທີ. ດ້ວຍສິ່ງນີ້, ເຮົາຈະເລີ່ມດ້ວຍການພັດທະນາໂພທິຈິດສຳພັນ ທີ່ເຮົາຖືກດຶງດູດໃຫ້ຊ່ວຍເຫຼືອຜູ້ອື່ນ ແລະ ຈາກນັ້ນເຮົາຈະຖືກດຶງດູດໄປສູ່ການຕັດສະຮູ້ບົນພື້ນຖານຄວາມສັດທາວ່າມັນເປັນໄປໄດ້. ແລ້ວຕໍ່ມາເຮົາຈິ່ງໝັ້ນໃຈດ້ວຍຕັກກະສາດວ່າມັນບັນລຸໄດ້. 
  • ໃນທາງກົງກັນຂ້າມ, ເມື່ອເຮົາຕຶກຕອງເຖິງວິທີປະຕິບັດເຊິ່ງເຮົາສ້າງໂພທິຈິດທີ່ເລິກເຊິ່ງທີ່ສຸດໃນຕອນທຳອິດ, ເຮົາພັດທະນາຄວາມເຊື່ອໝັ້ນໃນສູນຍະຕາຕາມທີ່ອະທິບາຍໄວ້ໃນໂຄງ. ກ່ອນອື່ນເຮົາເຊື່ອໝັ້ນວ່າມັນເປັນໄປໄດ້ທີ່ຈະບັນລຸຜົນ, ແລະ ຈາກນັ້ນເຮົາກໍພະຍາຍາມດ້ານອາລົມຂອງການປະຕິບັດໄປສູ່ການຕັດສະຮູ້, ການເປີດໃຈຂອງເຮົາ, ແລະ ອື່ນໆ. 

ທັງສອງວິທີເປັນແນວທາງທີ່ຖືກຕ້ອງໃນການເຂົ້າສູ່ເສັ້ນທາງສາສະໜາ, ແລະ ທັງໝົດນີ້ຂຶ້ນຢູ່ກັບຂອບເຂດ ຫຼື ຄວາມສາມາດຂອງເຮົາເອງ. ມີການອະທິບາຍໄວ້ໃນບົດຄວາມວ່າຜູ້ທີ່ມີປັດໄຈ ແລະ ສະຕິປັນຍາແຫຼມຄົມຈະພົບວ່າເໝາະກັບບຸຄະລິກະພາບຂອງຕົນທີ່ຈະເພິ່ງພາການນຳສະເໜີຢ່າງມີຕັກກະສາດຫຼາຍກວ່າ, ໃນຂະນະທີ່ຜູ້ທີ່ບໍ່ແຫຼມຄົມຈະເຮັດວຽກໃນລະດັບອາລົມຫຼາຍກວ່າ. ສຳລັບກຸ່ມທີສອງນີ້, ສິ່ງທີ່ດີທີ່ສຸດແມ່ນການອາໄສແຮງບັນດານໃຈຈາກອາຈານ ແລະ ອາລົມທີ່ພັດທະນາໃນແງ່ຂອງຄວາມຮັກ ແລະ ຄວາມເຫັນໃຈເປັນພື້ນຖານ. 

ໃນຫຼາຍດ້ານ, ຜູ້ຂ້າຄິດວ່າການປັບສົມດຸນທັງສອງວິທີເປັນເລື່ອງທີ່ດີ. ແລະເຮົາອາດສາມາດເພີ່ມແງ່ມຸມທີສາມ, ກ່ຽວກັບການບູຊາ, ເຂົ້າໄປທັງໝົດໄດ້. ບາງຄົນໄດ້ຮັບແຮງບັນດານໃຈໃຫ້ເດີນຕາມເສັ້ນທາງສູ່ການຕັດສະຮູ້ໂດຍເຂົ້າຮ່ວມ ແລະ ປະກອບພິທີກຳທີ່ຜູ້ປະຕິບັດເຮັດມາເປັນເວລານັບພັນປີ. ເຮົາບໍ່ຄວນລະເລີຍວິທີອື່ນໃນການເຂົ້າໃກ້ເສັ້ນທາງພຣະພຸດທະສາສະໜາພຽງເພາະວ່າມັນສະດວກກວ່າທີ່ເຮົາຈະເຂົ້າໃກ້ໃນລັກສະນະສະເພາະແບບໃດໜຶ່ງ. ຖ້າເຮົາຈະພັດທະນາຕົນເອງ ແລະ ສັກກະຍະພາບຂອງເຮົາຢ່າງເຕັມທີ່, ເຮົາຕ້ອງສ້າງສົມດຸນໃຫ້ທັງສາມແນວທາງ. 

ນີ້ແມ່ນການນຳສະເໜີພື້ນຖານຂອງໂຄງນີ້ໂດຍສະເພາະໃນຄຳພາວະນາຂອງອົງພຣະດາໄລລາມະ. ດັ່ງທີ່ພຣະອາຈານຂອງຜູ້ຂ້າໄດ້ເວົ້າສະເໝີວ່າ, ເຊັ່ນດຽວກັບທີ່ເຮົາຮີດນົມງົວ, ເຮົາກໍສາມາດຮີດນົມຄວາມໝາຍຫຼາກຫຼາຍຈາກໂຄງສັ້ນໆ ເຫຼົ່ານີ້. 

ຖາມ ແລະ ຕອບ

ການນຳໃຊ້ຕົວຈິງຂອງອະຣິຍະສັດສີ່

ຖ້າໝູ່ຂອງຜູ້ຂ້າວິຕົກກັງວົນຢູ່ຕະຫຼອດເວລາ, ຜູ້ຂ້າສາມາດບອກໃຫ້ລາວທຳຕົວສະບາຍໆ ແລະ ບໍ່ຕ້ອງຈິງຈັງກັບເລື່ອງຕ່າງໆ ຫຼາຍ. ມັນເປັນເຄື່ອງເຕືອນໃຈທີ່ເຮົາສາມາດໃຫ້ທັງຕົວເຮົາເອງ ແລະ ຜູ້ອື່ນ. ແຕ່ເວລາທີ່ຜູ້ຂ້າເຫັນແກ່ຕົວ ແລະ ຜູ້ຂ້າຕ້ອງຈັດການກັບຜູ້ອື່ນເດ, ມີມົນ ຫຼື ຂໍ້ເຕືອນໃຈບາງອັນທີ່ຜູ້ຂ້າສາມາດໃຊ້ເພື່ອຈະບໍ່ລືມສຳຫຼວດວ່າການສາຍພາບທີ່ເອົາແຕ່ໃຈຕົນເອງຢູ່ບ່ອນໃດ ແລະ ຄວາມເປັນຈິງຢູ່ບ່ອນໃດບໍ? 

ຕາມຄຳກ່າວຂອງປະຣະມາຈານຄົນທິເບດຜູ້ຍິ່ງໃຫຍ່, ພຣະສົງຂະປະ, ເວັ້ນແຕ່ວ່າເມື່ອເຮົາສຸມໃສ່ຢູ່ກັບສູນຍະຕາຢ່າງບໍ່ມີແນວຄິດ, ກິດຈະກຳທາງຈິດໃຈຂອງເຮົາສາຍພາບວິທີດຳລົງຢູ່ທີ່ເປັນໄປບໍ່ໄດ້. ມັນເກີດຂຶ້ນຢູ່ຕະຫຼອດເວລາ. ເປົ້າໝາຍຂອງການຫັກລ້າງແມ່ນທຸກຊ່ວງຂະນະຂອງປະສົບການຂອງເຮົາ ນອກເໜືອຈາກການເຂົ້າສະມາທິອັນເລິກເຊິ່ງນັ້ນ. 

ມີສິ່ງເລັກນ້ອຍຫຼາຍອັນທີ່ສາມາດຊ່ວຍເຮົາແຍກໂຄງສ້າງຮູບລັກທີ່ຫຼອກລວງທີ່ເຮົາໄດ້ຮັບຮູ້. ພາບໜຶ່ງທີ່ເປັນປະໂຫຍດແມ່ນການ “ເປົ່າໝາກປູມເປົ້າ” ຂອງການໄຝ່ຝັນ, ແຕ່ຕ້ອງເຮັດໃນຮູບແບບທີ່ບໍ່ແມ່ນສອງທາງ, ເຊັ່ນ, ບໍ່ມີ “ຕົວເຮົາ” ທີ່ມີເຂັມຢູ່ບ່ອນນີ້ ແລະ ມີໝາກປູມເປົ້າໃຫຍ່ຢູ່ບ່ອນນັ້ນ, ແລະ “ຕົວເຮົາ” ທີ່ໄປເຮັດໃຫ້ໝາກປູມເປົ້າແຕກ. ມັນເປັນພຽງວ່າໝາກປູມເປົ້າ - ຄວາມເກີນຈິງຂອງການດຳລົງຢູ່ຂອງສິ່ງຕ່າງໆ - ນັ້ນຖືກແຕກສະຫຼາຍ. ຮູບລັກທີ່ຫຼອກລວງອາດເປັນ “ເຈົ້າບໍ່ດີຫຼາຍ” ຫຼື “ສະຖານະການທີ່ເຮົາຢູ່ນີ້ຮ້າຍຫຼາຍ” ແລະ ເຮົາບໍ່ເຫັນສິ່ງນີ້ໃນບໍລິບົດຂອງສາເຫດ ແລະ ເງື່ອນໄຂທັງໝົດ ແລະ ຄົນອື່ນທີ່ມີປະສົບການຄ້າຍຄືກັນ. ແລ້ວເຮົາຈະຄິດວ່າ: “ຕາດູຕົນໂຕເອງ!” ເຮົາພຽງແຕ່ຈິນຕະນາການວ່າທັງໝົດນີ້ແຕກສະຫຼາຍໄປ. 

ອີກພາບໜຶ່ງແມ່ນປຶ້ມທີ່ເປີດຢູ່, ໂດຍໜ້າໜຶ່ງຂຽນວ່າ “ຕາດູຕົນໂຕເອງທີ່ເປັນທຸກຍ້ອນສິ່ງນີ້,” ແລະ ອີກໜ້າໜຶ່ງແມ່ນສະຖານະການຮ້າຍທີ່ເຮົາບໍ່ສາມາດຮັບມືໄດ້ນັ້ນ. ມັນຄືກັບເທບນິຍາຍທີ່ເປັນຕາຢ້ານ. ເຮົາມີພາບໃນຫົວຂອງການອັດປຶ້ມ, ແລະ ນັ້ນແມ່ນຈຸດຈົບຂອງເທບນິຍາຍນັ້ນ. ເຮົາເຫັນວ່າມັນເປັນການອັດປຶ້ມຂອງຄວາມເປັນສອງດ້ານ, ຖ້າຈະໃຊ້ຄຳສັບວິຊາການອີກ! 

ຖ້າເຮົາຢາກໄດ້ມົນ, ເຮົາສາມາດເວົ້າວ່າ “ຂີ້ເຫຍື້ອຍ” ເພື່ອຈື່ວ່າສິ່ງທີ່ປາກົດແກ່ເຮົານັ້ນພຽງແຕ່ເປັນຂີ້ເຫຍື້ອ. ບັນຫາຫຼັກແມ່ນເຮົາຕ້ອງຈື່. ເວລາທີ່ເຮົາຕ້ອງການມັນທີ່ສຸດແມ່ນຕອນທີ່ເຮົາກຳລັງປະສົບກັບອາລົມທີ່ລົບກວນຢ່າງຮຸນແຮງ. ຕົວຢ່າງທີ່ຄົນທິເບດໃຊ້ແມ່ນຄວາມຮູ້ສຶກນັ້ນເວລາເຮົາຖືກກ່າວຫາຢ່າງຜິດໆ ວ່າໄດ້ເຮັດບາງຢ່າງ, ແລະ ຄວາມຮູ້ສຶກທີ່ໜັກແໜ້ນວ່າ “ເຮົາບໍ່ໄດ້ເຮັດແນວນັ້ນ! ໝາຍຄວາມວ່າແນວໃດວ່າເຮົາເປັນຄົນຂີ້ຕົວະ ແລະ ເປັນຂີ້ລັກ?!” ຄວາມຮູ້ສຶກຂອງຕົວເຮົາທີ່ໜັກແໜ້ນຜຸດຂຶ້ນມາ.

ຄວາມແຕກຕ່າງລະຫວ່າງພຣະພຸດທະສາສະໜາ ແລະ ສາສະໜາພຣະທັມອື່ນໆ

ທ່ານໄດ້ບອກວ່າມີສາສະໜາພຣະທັມອື່ນໆ, ແລະ ແຕ່ລະສາສະໜາບອກວ່າມີບັນຫາແຕ່ກໍມີການຫຼຸດພົ້ນຈາກບັນຫານຳ. ແນ່ນອນ, ແຕ່ລະສາສະໜາຈະເວົ້າວ່າວິທີການຂອງຕົນດີທີ່ສຸດ, ສະນັ້ນ ທ່ານຊ່ວຍອະທິບາຍໄດ້ບໍວ່າແມ່ນຫຍັງທີ່ເປັນອັນສະເພາະຂອງພຣະພຸດທະສາສະໜາຈາກມຸມມອງນີ້? 

ເຈົ້າເວົ້າຖືກ. ສາສະໜາຮິນດູ, ພຣະພຸດທະສາສະໜາ, ແລະ ສາສະໜາເຊນ ຕ່າງກໍເວົ້າເຖິງການຫຼຸດພົ້ນຈາກການເກີດໃໝ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້, ແລະ ອະທິບາຍວ່າພາວະຂອງການຫຼຸດພົ້ນນັ້ນເປັນແນວໃດ. ແຕ່ລະສາສະໜາກ່າວວ່າວິທີການບັນລຸການຫຼຸດພົ້ນແມ່ນດ້ວຍການເຂົ້າໃຈຄວາມເປັນຈິງ, ໃນວິທີທີ່ພວກເຂົາອະທິບາຍຄວາມເປັນຈິງ. ໃນວິທີນີ້, ພຣະພຸດທະສາສະໜາຈິ່ງເຂົ້າກັບບໍລິບົດຂອງສາສະໜາອິນເດຍໄດ້ຢ່າງສົມບູນ. ສິ່ງທີ່ໂດດເດັ່ນຢ່າງແທ້ຈິງກ່ຽວກັບພຣະພຸດທະສາສະໜາແມ່ນອະຣິຍະສັດສີ່. ພຣະພຸດທະສາສະໜາສອນວ່າ: 

  • ຜູ້ອື່ນອາດພັນລະນາເຖິງຄວາມທຸກ, ແຕ່ພຣະພຸດທະເຈົ້າກ່າວເຖິງຄວາມທຸກທີ່ແທ້ຈິງ;
  • ຜູ້ອື່ນອາດກ່າວວ່າຄວາມບໍ່ສຳນຶກບາງປະເພດເປັນເຫດແຫ່ງທຸກ, ແຕ່ພຣະພຸດທະເຈົ້າກ່າວເຖິງຄວາມບໍ່ສຳນຶກທີ່ເລິກເຊິ່ງທີ່ສຸດ, ສາເຫດທີ່ແທ້ຈິງ.  
  • ສິ່ງທີ່ສາສະໜາພຣະທັມອື່ນອາດເບິ່ງວ່າເປັນການຢຸດທີ່ແທ້ຈິງ, ບໍ່ຄົງຢູ່ຕະຫຼອດໄປ, ຫຼື ບໍ່ເປັນອິດສະລະໂດຍສິ້ນເຊີງ.
  • ຄວາມເຂົ້າໃຈທີ່ສາສະໜາອື່ນເວົ້າເຖິງສາມາດນຳເຮົາໄປສູ່ພາວະໃດໜຶ່ງໄດ້, ແຕ່ບໍ່ແມ່ນຈິດໃຈເສັ້ນທາງທີ່ແທ້ຈິງທີ່ຈະນຳເຮົາໄປສູ່ການຫຼຸດພົ້ນໄດ້.

ໂດຍທຳມະຊາດແລ້ວ, ສາສະໜາອື່ນທັງໝົດຈະເວົ້າໃນສິ່ງດຽວກັນກ່ຽວກັບພຣະພຸດທະສາສະໜາ, ແລະ ສະນັ້ນ ເຮົາຕ້ອງກວດສອບສິ່ງທີ່ເປັນຄວາມຈິງຢ່າງແທ້ຈິງ. ດັ່ງທີ່ເຮົາໄດ້ເຫັນໃນໂຄງ, ຮາກຖານທັງໝົດສຳລັບເສັ້ນທາງສາສະໜາ - ແລະ ນີ້ເປັນຄວາມຈິງສຳລັບສາສະໜາຮິນດູ ແລະ ສາສະໜາເຊນ, ບໍ່ພຽງແຕ່ໃນພຣະພຸດທະສາສະໜາເທົ່ານັ້ນ - ແມ່ນທັດສະນະຂອງຄວາມເປັນຈິງ. ສິ່ງນີ້ຕ້ອງໄດ້ຮັບການທົດສອບດ້ວຍຕັກກະສາດ, ປະສົບການ ແລະ ຄວາມເຂົ້າໃຈ. 

ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງການດຳເນີນຕາມເສັ້ນທາງສາສະໜາເພື່ອກາຍເປັນຄົນໃຈດີ, ມີຄວາມເຫັນໃຈຫຼາຍຂຶ້ນໃນຊີວິດນີ້, ແລະ ຢາກບັນລຸການຫຼຸດພົ້ນ. ຖ້າເຮົາເວົ້າເຖິງການຕັດສະຮູ້, ເຮົາສາມາດກວດສອບໂດຍໃຊ້ຕັກກະສາດ ແລະ ການອະພິປາຍເພື່ອເບິ່ງວ່າຄຳອະທິບາຍໃດຖືກຕ້ອງທີ່ສຸດ. ແຕ່, ຄົນສ່ວນໃຫຍ່ທີ່ປະຕິບັດເສັ້ນທາງສາສະໜາບໍ່ໄດ້ມຸ່ງໝາຍເພື່ອການຫຼຸດພົ້ນຢ່າງແທ້ຈິງ. ເຂົາເຈົ້າອາດເວົ້າວ່າເປັນ, ແຕ່ເຂົາເຈົ້າບໍ່ຮູ້ວ່າມັນໝາຍເຖິງຫຍັງ ແລະ ພຽງແຕ່ພະຍາຍາມປັບປຸງຊີວິດຂອງຕົນໃນຊ່ວງຊີວິດນີ້. ແລະນັ້ນກໍດີຄືກັນ, ບໍ່ມີຫຍັງຜິດ.

ດັ່ງນັ້ນ, ເມື່ອອົງພຣະດາໄລລາມະຖືກຖາມວ່າສາສະໜາໃດດີທີ່ສຸດ, ພຣະອົງກໍໄດ້ກ່າວວ່າສາສະໜາທີ່ດີທີ່ສຸດແມ່ນສາສະໜາທີ່ຊ່ວຍໃຫ້ເຮົາແຕ່ລະຄົນໃຈດີ ແລະ ມີຄວາມເຫັນໃຈຫຼາຍຂຶ້ນ. ແຕ່ລະຄົນມີຄວາມແຕກຕ່າງກັນ ແລະ ສະນັ້ນເຮົາຈິ່ງບໍ່ສາມາດເວົ້າໄດ້ວ່າມີເສັ້ນທາງທີ່ຖືກຕ້ອງກວ່າສຳລັບການພັດທະນາຄວາມເຫັນໃຈ, ຄວາມໃຈດີ, ຄວາມອົດທົນ, ການໃຫ້ອະໄພ, ແລະ ອື່ນໆ. ສາມາດພັດທະນາໄດ້ຢ່າງເທົ່າທຽມກັນຕາມແຕ່ລະສາສະໜາ. ສິ່ງນີ້ເປັນພື້ນຖານຂອງຄວາມສາມັກຄີທາງສາສະໜາ. 

ວິທີກ້າວໜ້າໃນເສັ້ນທາງສາສະໜາ

ຜູ້ຂ້າຢາກຖາມກ່ຽວກັບການກ້າວໜ້າໃນເສັ້ນທາງສາສະໜາ. ໃນສະຫະພາບໂຊວຽດ, ເຮົາມີແຜນ 5 ປີ ສຳລັບການພັດທະນາເສຖະກິດ. ບາງເທື່ອທ່ານອາດໃຫ້ຄຳແນະນຳແກ່ຜູ້ທີ່ກຳລັງປະຕິບັດ ທັມກ່ຽວກັບສິ່ງທີ່ເຮົາສາມາດເຮັດໄດ້ເປັນເວລາໜຶ່ງ ຫຼື ສາມ ຫຼື ຫ້າປີ, ເພື່ອບໍ່ໃຫ້ຫຼົງທາງ. 

ວິທີທີ່ໃຊ້ກັນທົ່ວໄປ ແລະ ໜ້າເຊື່ອຖືໄດ້ທີ່ສຸດ, ຢ່າງໜ້ອຍກໍໃນນິກາຍທີ່ຜູ້ຂ້າໄດ້ຮັບການຝຶກຝົນມາ, ແມ່ນການປະຕິບັດຜ່ານລຳ-ຣິມ, ການປະຕິບັດທັມຢ່າງເປັນລຳດັບຂັ້ນ. ມັນສະແດງໃຫ້ເຫັນເທື່ອລະຂັ້ນສິ່ງທີ່ເຮົາຕ້ອງເຂົ້າໃຈ, ຍ່ອຍ, ແລະ ພັດທະນາເພື່ອຄວາມກ້າວໜ້າບົນເສັ້ນທາງສາສະໜາ. 

ວິທີດັ້ງເດີມໃນການຕິດຕາມລຳ-ຣິມ ແມ່ນເຮົາໄດ້ໜຶ່ງປະເດັນ, ແລະ ເຮົາປະຕິບັດຕາມມັນໂດຍບໍ່ຮູ້ວ່າຈະມີຫຍັງຂຶ້ນຕໍ່ໄປ. ເມື່ອເຮົາເຂົ້າໃຈສ່ວນໜຶ່ງແລ້ວ, ເຮົາກໍໄປສ່ວນຕໍ່ໄປ. ທຸກມື້ນີ້ ເສັ້ນທາງທັງໝົດຖືກຈັດວາງໃນໜັງສືເພື່ອໃຫ້ເຮົາອ່ານທັງໝົດໄດ້ໃນຄາວດຽວ, ແຕ່ເຮົາຍັງຕ້ອງໃຊ້ເວລາຢ່າງຫຼວງຫຼາຍໃນແຕ່ລະປະເດັນ. ແມ່ນແຕ່ຫຼັງຈາກທີ່ເຮົາອ່ານເລື່ອງລາວທັງໝົດແລ້ວ, ເຮົາຈະຕ້ອງກັບຄືນໄປເບິ່ງວ່າແຕ່ລະຈຸດເຊື່ອມໂຍງກັນກັບຈຸດອື່ນທັງໝົດແນວໃດ.

ເຮົາຕ້ອງຈື່ໄວ້ວ່າຄວາມກ້າວໜ້າບໍ່ໄດ້ເປັນເສັ້ນຊື່, ແຕ່ມີຂຶ້ນ ແລະ ລົງສະເໝີ. ສະນັ້ນ ຖ້າມື້ໜຶ່ງມັນໄປໄດ້ດີ ແລະ ມື້ຕໍ່ມາບໍ່ເປັນເຊັ່ນນັ້ນ - ກໍບໍ່ມີຫຍັງພິເສດກ່ຽວກັບມັນ. ເຮົາພຽງແຕ່ຕ້ອງສືບຕໍ່. ອັນນີ້ເປັນວະລີສຸດມັກຂອງພຣະອາຈານຂອງຜູ້ຂ້າທີ່ກັບມາເກີດເປັນພຣະອາຈານໜຸ່ມ: “ມັນບໍ່ມີຫຍັງພິເສດ.” ບໍ່ມີຫຍັງພິເສດກ່ຽວກັບສິ່ງທີ່ເຮົາປະສົບ. ມັນໄປໄດ້ດີ, ມັນໄປບໍ່ໄດ້ດີ. ແລ້ວເປັນຫຍັງ?

ສະນັ້ນ, ການກຳນົດແຜນ 5 ປີ ຈິ່ງບໍ່ສົມຈິງເພາະແຕ່ລະຄົນມີຄວາມກ້າວໜ້າຕ່າງກັນ. ແຕ່, ອົງພຣະດາໄລລາມະກ່າວວ່າວິທີທີ່ຈະຮູ້ວ່າເຮົາກ້າວໜ້າ ຫຼື ບໍ່ນັ້ນບໍ່ແມ່ນການເບິ່ງວັນຕໍ່ວັນ ຫຼື ເດືອນຕໍ່ເດືອນ, ແຕ່ໃຫ້ເບິ່ງໃນແງ່ໄລຍະເວລາ 5 ປີ. ເຮົາສາມາດສົມທຽບວິທີທີ່ເຮົາຈັດການກັບບັນຫາກ່ອນໜ້ານີ້, ແລະ ວິທີທີ່ເຮົາຈັດການກັບບັນຫາໃນຕອນນີ້. ເຮົາໃຈເຢັນຂຶ້ນບໍ່? ແລ້ວເຮົາຈະເຫັນຄວາມກ້າວໜ້າຂອງເຮົາ.

ມີຮູບແບບອື່ນອີກເຊັ່ນກັນ, ເຊັ່ນການເຮັດງົນໂດຣ (ngondro), ການປະຕິບັດເບື້ອງຕົ້ນ, ທີ່ເຮົາກາບ 100,000 ຄັ້ງ, ບົດສູດສຳລັບທີ່ເພິ່ງ, ແລະ ອື່ນໆ. ຜູ້ຄົນມັກຈະເລີ່ມຕົ້ນເຊັ່ນນີ້. ຜູ້ຂ້າຄິດວ່າແນວທາງທັງ ສອງນີ້ສະທ້ອນເຖິງແນວທາງສອງແນວທາງໃນການເຂົ້າເຖິງພຣະທັມຄຳສອນ. ເມື່ອເຮົາເລີ່ມຕົ້ນງົນໂດຣ, ມັນມັກຈະຢູ່ບົນພື້ນຖານຂອງແຮງບັນດານໃຈຈາກອາຈານ. ເຮົາອາດບໍ່ຮູ້ຫຍັງຫຼາຍ, ແຕ່ເຮົາໄດ້ຮັບແຮງບັນດານໃຈຈາກອາຈານຢ່າງເຫຼືອເຊື່ອ, ແລະ ເຮົາໝັ້ນໃຈວ່າສິ່ງທີ່ເພິ່ນອະທິບາຍຈະເປັນປະໂຫຍດ, ແລະ ສະນັ້ນ ເຮົາຈິ່ງຝຶກປະຕິບັດ 100,000 ຮອບຂອງງົນໂດຣຊຸດໜຶ່ງ. 

ແນວທາງທີ່ຜູ້ຂ້າໄດ້ຮັບການອົບຮົມແມ່ນແນວທາງທີ່ຜູ້ຂ້າອະທິບາຍຈາກໂຄງນີ້, ແນວທາງທີ່ອົງພຣະດາໄລລາມະເອງກໍສອນຕາມປົກກະຕິ. ທຳອິດເຮົາຈະບັນລຸຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈໃນເສັ້ນທາງ - ວ່າມັນເປັນໄປໄດ້, ເປົ້າໝາຍແມ່ນຫຍັງ, ແລະ ອື່ນໆ - ແລະ ຈາກນັ້ນເຮົາຈະເຮັດງົນໂດຣບຸດໜຶ່ງ.

ເຫັນໄດ້ແຈ້ງວ່າເຮົາສາມາດເດີນສາຍກາງໄດ້. ໃນຂະນະທີ່ເລີ່ມເຮັດງົນໂດຣກ່ອນ, ເຮົາກໍເລີ່ມປະຕິບັດເພື່ອບັນລຸຄວາມເຊື່ອໝັ້ນໃນຄວາມເປັນໄປໄດ້ທີ່ເປົ້າໝາຍນັ້ນບັນລຸໄດ້. ຫຼືໃນຂະນະທີ່ເຮົາກຳລັງສຶກສາ ແລະ ປະຕິບັດຢູ່ນີ້, ເຮົາສາມາດເລີ່ມເຮັດງົນໂດຣໄດ້ເລີຍ. ສະນັ້ນຈິ່ງມີຫຼາຍວິທີໃນການຮວມເຂົ້າກັນ. ຜູ້ຂ້າຄິດວ່າສິ່ງນີ້ເໝາະ, ຖ້າເຮົາເລີ່ມຄິດກ່ຽວກັບວິທີທີ່ພຣະອາຈານຄົນທິເບດຫຼາຍອົງສອນທັມ, ພາຍໃນໂຄງສ້າງທີ່ຜູ້ຂ້າອະທິບາຍ. ສິ່ງນີ້ກັບຄືນໄປທີ່ພຣະນາຄາຣ໌ຊຸນ ແລະ ສອງວິທີໃນການພັດທະນາໂພທິຈິດ - ກ່ອນອື່ນສຳພັນ ແລ້ວຈິ່ງເລິກທີ່ສຸດ, ຫຼື ກ່ອນອື່ນລົງເລິກທີ່ສຸດ ແລ້ວຈິ່ງສຳພັນ. ເຮົາຕ້ອງຕັດສິນໃຈດ້ວຍຕົນເອງວ່າອັນໃດເໝາະກັບຕົນເອງຫຼາຍທີ່ສຸດ. 

ສະຫຼຸບ

ວິທີທີ່ອະຣິຍະສັດສີ່ກ່ຽວຂ້ອງກັບຄຳສອນຂອງພຣະພຸດທະສາສະໜາກ່ຽວກັບຄວາມເປັນຈິງໃນຄວາມຈິງສອງປະການ, ແລະ ໃນທາງກັບກັນກັບພຣະຣັດຕະນະໄຕຣ, ແມ່ນການວິເຄາະຂັ້ນສູງ. ມັນໃຫ້ຄວາມກະຈ່າງບໍ່ພຽງແຕ່ກ່ຽວກັບຄວາມຈິງ ແລະ ຣັດຕະນະທັງໝົດເທົ່ານັ້ນແມ່ນຫຍັງ, ແຕ່ຍັງໃຫ້ໂຄງສ້າງທີ່ຊັດເຈນໃນປັດຊະຍາ ແລະ ການປະຕິບັດທາງພຣະພຸດທະສາສະໜາອີກດ້ວຍ. ເຮົາໄດ້ໃຊ້ໂຄງທີ່ສັ້ນແຕ່ເຈາະເລິກອັນໜຶ່ງຂອງອົງພຣະດາໄລລາມະ ເພື່ອເປັນພື້ນຖານໃນການຄົ້ນຄວ້າເພີ່ມເຕີມກ່ຽວກັບຄວາມບັນລຸເຫຼົ່ານີ້. ຜົນລັບທີ່ໂດດເດັ່ນນີ້ສະແດງໃຫ້ເຫັນບໍ່ພຽງແຕ່ລຳດັບຕາມຕັກກະສາດໃນການເພີ່ມຄວາມເຂົ້າໃຈຂອງເຮົາເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນວ່າການບັນລຸໃນພຣະພຸດທະສາສະໜາທີ່ສຳຄັນແຕ່ລະຂໍ້ສະໜັບສະໜຸນກັນ ແລະ ກັນແນວໃດ. ດັ່ງນັ້ນ, ຈິ່ງມີການເປີດເຜີຍເສັ້ນທາງສາສະໜາ ທີ່ ສະຫຼັບຊັບຊ້ອນ ແລະ ຄົບຖ້ວນ. 

Top