ຕົ້ນກຳເນີດຂອງພຣະສົງ
ພາຍຫຼັງທີ່ພຣະພຸດທະເຈົ້າໄດ້ຕັດສະຮູ້ແລ້ວ, ພຣະສູດແຫ່ງກົງກວຽນພຣະທັມ ຫຼື ທັມມະຈັກກະປະວັດຕະນະສູດ ໄດ້ບອກເຮົາວ່າພຣະອົງໄດ້ໃຫ້ຄຳສອນແຣກຂອງພຣະອົງ, ກ່ຽວກັບພຣະອະລິຍະສັດສີ່ ໃຫ້ແກ່ເພື່ອນເກົ່າ 5 ຕົນ ທີ່ພຣະອົງໄດ້ປະຕິບັດການບຳເພັນຕະບະນຳເປັນເວລາຫຼາຍປີ. ໃນລະຫວ່າງການສອນນີ້, ນັກບຳເພັນຕະບະທັງ 5 ໄດ້ກາຍເປັນສານຸສິດຂອງພຣະອົງ, ແລະ ໃນບັນດາພວກທ່ານ, ພຣະໂກນດັນຍະໄດ້ບັນລຸສະພາວະພຣະອະຣະຫັດໄດ້, ເປັນຜູ້ພົ້ນທຸກ. ສາມ-ສີ່ວັນຕໍ່ມາ, ໃນຂະນະທີ່ສອນກ່ຽວກັບຄວາມວ່າງເປົ່າໃນຕົວຕົນ, ຫຼື ການທີ່ຕົນບໍ່ສາມາດເປັນຢູ່ໃນວິທີທີ່ເປັນໄປບໍ່ໄດ້, ນັກບຳເພັນຕະບະຕົນອື່ນກໍບັນລຸພຣະອະຣະຫັດ. ສາວົກທັງ 5 ນີ້ຈຶ່ງໄດ້ກາຍເປັນສະມາຊິກອົງທຳອິດຂອງພຣະສົງ ຫຼື ພຣະພິກຂຸອົງທຳອິດ.
ຫຼັງຈາກນັ້ນ, ພຣະພຸດທະເຈົ້າໄດ້ໃຊ້ເວລາສ່ວນທີ່ເຫຼືອຂອງພຣະອົງ - ປະມານ 45 ປີ - ເຜີຍແຜ່ພຣະທັມທີ່ພຣະອົງໄດ້ຄົ້ນພົບ, ໃນຂະນະທີ່ສາວົກຂອງພຣະອົງຍັງໄດ້ເດີນທາງໄປບ້ານ ແລະ ເມືອງຕ່າງໆ ໃນທົ່ວທົ່ງພຽງພາກເໜືອຂອງອິນເດຍເພື່ອເຜີຍແຜ່ຄຳສອນຂອງພຣະພຸດທະເຈົ້າ. ຕໍ່ມາບໍ່ດົນ, ພຣະພຸດທະເຈົ້າໄດ້ດຶງດູດຜູ້ຕິດຕາມຫຼາຍຄົນ, ເຊິ່ງມາຈາກທົ່ວສັງຄົມ: ອາຈານທາງສາສະໜາອື່ນໆ, ກະສັດ ແລະ ລາຊິນີ, ຊາວນາ ແລະ ຄົນຂາຍຊີ້ນ, ແລະ ອື່ນໆ. ໃນຂະນະທີ່ລູກສິດສ່ວນໃຫຍ່ບໍ່ຢາກສະລະຊີວິດທາງໂລກ, ຜູ້ທີ່ປາຖະໜາທີ່ຈະອອກຈາກຊີວິດສາມັນຊົນ ແລະ ເຂົ້າຮ່ວມໃນສົງ ແມ່ນຍິນດີຕ້ອນຮັບ. ບັນດາອຸບາສົກອຸບາສິກາ, ຜູ້ທີ່ສືບຕໍ່ເຮັດວຽກ ແລະ ສ້າງຄອບຄົວ, ໄດ້ສະໜັບສະໜູນພຣະສົງດ້ວຍອາຫານ ແລະ ເຄື່ອງນຸ່ງຫົ່ມ.
ເມື່ອເວລາຜ່ານໄປ, ເມື່ອມີຄົນເຂົ້າຮ່ວມນຳພຣະພຸດທະເຈົ້າຢ່າງເປັນທາງການນັບມື້ນັບຫຼາຍຂຶ້ນ, ຈຶ່ງມີຄວາມຈຳເປັນຕ້ອງສ້າງກົດລະບຽບໃຫ້ສາວົກປະຕິບັດຕາມເພື່ອສ້າງຊຸມຊົນທາງສາສະໜາທີ່ກົມກຽວກັນ. ລະບຽບການໄດ້ຖືກສ້າງຂຶ້ນຕາມຄວາມຕ້ອງການ ແລະ ໂດຍຜ່ານການລອງຜິດລອງຖືກ, ເພື່ອຕອບໂຕ້ກັບເຫດການຫຍໍ້ທໍ້ທີ່ໄດ້ເກີດຂຶ້ນຢູ່ພາຍໃນຄະນະສົງ. ໃນຕອນທ້າຍຊີວິດຂອງພຣະພຸດທະເຈົ້າ, ໄດ້ມີກົດລະບຽບຫຼາຍຮ້ອຍຂໍ້ທີ່ໄດ້ຕັ້ງຂຶ້ນສໍາລັບພຣະ ແລະ ແມ່ຊີ.
ການບວດແມ່ຍິງ
ໃນຕອນຕົ້ນ, ພຣະພຸດທະເຈົ້າພຽງແຕ່ຮັບຜູ້ຊາຍເຂົ້າໄປໃນຄະນະສົງ. ຫ້າປີຫຼັງຈາກການສ້າງຕັ້ງພຣະສົງ, ປ້າຂອງພຣະອົງ ພຣະນາງມະຫາປະຊາບະດີໂຄຕະມີ ໄດ້ຮ້ອງຂໍພຣະພຸດທະເຈົ້າໃຫ້ບວດເປັນພຣະພິກຊຸນີ, ແຕ່ພຣະອົງໄດ້ປະຕິເສດ. ແຕ່ ພຣະນາງມະຫາປະຊາບະດີ ກໍບໍ່ຍອມແພ້ ແລະ ໄດ້ຕັດສິນໃຈ ພ້ອມກັບແມ່ຍິງອີກ 500 ຄົນ, ໂກນຫົວ ແລະ ນຸ່ງຜ້າເຫຼືອງ, ແລະ ຕິດຕາມພຣະພຸດທະເຈົ້າ.
ພຣະນາງມະຫາປະຊາບະດີ ໄດ້ຮ້ອງຂໍອີກສອງຄັ້ງຕໍ່ພຣະພຸດທະເຈົ້າ, ແລະ ແຕ່ລະຄັ້ງພຣະອົງກໍໄດ້ປະຕິເສດການບວດໃຫ້ພວກທ່ານ. ໃນຄັ້ງທີສີ່, ພີ່ນ້ອງຂອງພຣະພຸດທະອົງ ພຣະອານົນ ໄດ້ຂໍຮ້ອງແທນນາງ, ໂດຍຖາມວ່າແມ່ຍິງມີຄວາມສາມາດເທົ່າກັບຜູ້ຊາຍທີ່ຈະເດີນຕາມເສັ້ນທາງແຫ່ງສາສະໜາ ແລະ ບັນລຸການຕັດສະຮູ້ບໍ່, ເຊິ່ງພຣະອົງກໍໄດ້ຕອບຢ່າງຢືນຢັນ. ພຣະອານົນຈິ່ງໄດ້ແນະນຳວ່າຈະເປັນການດີສຳລັບແມ່ຍິງທີ່ຈະອອກບວດ, ແລະ ພຣະພຸດທະອົງກໍໄດ້ດຳເນີນການອະນຸຍາດໃຫ້ມີການບວດສາວົກຍິງໄດ້.
ພຣະສົງແບບທົ່ວໄປ ແລະ ພຣະອາຣິຍະສົງ
ໂດຍທົ່ວໄປ, ຄໍາວ່າ ພຣະສົງ ແມ່ນໃຊ້ເພື່ອກ່າວເຖິງສອງກຸ່ມນີ້ ຄື ພຣະພິກຂຸ ແລະ ພຣະພິກຂຸນີ, ຫຼື ນັກບວດຜູ້ຍິງ ແລະ ຜູ້ຊາຍ ຜູ້ປະຕິບັດຕາມຄໍາສອນຂອງພຣະພຸດທະເຈົ້າ. ຄໍາວ່າ ພິກຂຸ ໝາຍເຖິງ "ຄົນຂໍທານ," ແລະ ຖືກນໍາໃຊ້ເພາະວ່າຊຸມຊົນນັກບວດຄວນປະຖິ້ມວັດຖຸທາງໂລກສ່ວນໃຫຍ່ ແລະ ເດີນທາງທ່ອງໄປ, ໂດຍອາໄສອາຫານຈາກຜູ້ອື່ນ. ຢ່າງໜ້ອຍຕ້ອງມີຈົວ, ພຣະ ຫຼື ແມ່ຊີ 4 ອົງທີ່ບວດໂດຍສົມບູນແລ້ວ, ບໍ່ວ່າຄວາມຮູ້ຈະຢູ່ໃນລະດັບໃດກໍຕາມ, ຈິ່ງຈະເປັນຄະນະສົງໜຶ່ງໄດ້. ເຮົາເອີ້ນສິ່ງນີ້ວ່າ ພຣະສົງແບບທົ່ວໄປ. ຍັງມີ ພຣະອາຣິຍະສົງ, ເຊິ່ງໝາຍເຖິງບຸກຄົນທີ່ໄດ້ບວດ ຫຼື ບໍ່ໄດ້ບວດ, ຜູ້ທີ່ໄດ້ບັນລຸຄວາມເຂົ້າໃຈໃນເສັ້ນທາງພຣະທັມໃນຂັ້ນໃດໜຶ່ງ.
ສິ່ງສໍາຄັນແມ່ນຕ້ອງໃຈ້ແຍກຄວາມແຕກຕ່າງລະຫວ່າງພຣະສົງທົ່ວໄປ ແລະ ພຣະອະຣິຍະສົງ. ໃນຂະນະທີ່ມີພຣະ ແລະ ແມ່ຊີ ສາມັນທີ່ປະເສີດຫຼາຍອົງ, ແຕ່ກໍຍັງອາດມີຜູ້ທີ່ຈິດໃຈຖືກລົບກວນຄືກັບໄທເຮົາເຈົ້າຂ້ອຍນຳ - ແລະ ນັ້ນອາດເຮັດໃຫ້ເຮົາຕັ້ງຄໍາຖາມວ່າເປັນຫຍັງເຮົາຈິ່ງເອົາເພິ່ນເປັນທີ່ເພິ່ງ. ສະນັ້ນ, ໃນຖານະທີ່ເປັນໜຶ່ງໃນພຣະຣັດຕະນະໄຕຣ, ແມ່ນພຣະອາຣິຍາສົງທີ່ເປັນພຣະຣັດຕະນະຈິງທີ່ເຮົາສາມາດເອົາເປັນທີ່ເພິ່ງໄດ້. ເພິ່ນເປັນຜູ້ທີ່ສາມາດຊ່ວຍເຮົາໄປສູ່ທາງທີ່ຖືກຕ້ອງໄດ້.
ຄຸນສົມບັດຂອງພຣະສົງ
ສະນັ້ນແລ້ວ, ມີຄຸນສົມບັດປະເພດໃດແດ່ທີ່ພຣະສົງມີທີ່ເຮົາຢາກສ້າງໃຫ້ຕົນເອງ?
- ເມື່ອເພິ່ນສອນ, ເພິ່ນບໍ່ພຽງແຕ່ເວົ້າຄືນສິ່ງທີ່ເພິ່ນໄດ້ຮຽນຈາກປຶ້ມ. ເພິ່ນເວົ້າຈາກປະສົບການທີ່ແທ້ຈິງຂອງເພິ່ນເອງ – ແລະ ນີ້ແມ່ນເປັນສິ່ງທີ່ດົນບັນດານໃຈແທ້ໆ.
- ຄວາມປາຖະໜາອັນດຽວຂອງເພິ່ນກໍຄືການຊ່ວຍເຫຼືອຜູ້ອື່ນ, ແລະ ເພິ່ນກໍປະຕິບັດຕາມສິ່ງທີ່ເພິ່ນສອນ. ຄິດເບິ່ງວ່າ ຖ້າຄົນສູບຢາມາຮ້າຍເຮົາກ່ຽວກັບອັນຕະລາຍຂອງການສູບຢາ, ເຮົາຈະຄິດວ່າເປັນຫຍັງເຮົາຕ້ອງຟັງຄໍາແນະນໍາຂອງເຂົາ, ແມ່ນບໍ? ດ້ວຍເຫດນັ້ນ, ພຣະສົງຈຶ່ງມີຄວາມຈິງໃຈສະເໝີໃນສິ່ງທີ່ເພິ່ນເຮັດ, ສະນັ້ນ ເຮົາຈິ່ງສາມາດວາງໃຈເພິ່ນໄດ້ແທ້ໆ.
- ເມື່ອເຮົາໃຊ້ເວລາກັບໝູ່ທີ່ບໍ່ດີ, ສ່ວນຫຼາຍເຮົາບໍ່ຮູ້ວ່າເຮົາເອງຮັບເອົາຄຸນລັກສະນະທີ່ບໍ່ດີຂອງເຂົາມາຫຼາຍປານໃດ. ໃນທາງດຽວກັນ, ຖ້າເຮົາຢູ່ກັບໝູ່ທີ່ດີ, ໂດຍບໍ່ຕ້ອງພະຍາຍາມຫຼາຍ, ເຮົາກໍຈະໄດ້ຮັບຄຸນລັກສະນະທີ່ດີມາຢ່າງວ່ອງໄວ. ດັ່ງນັ້ນ, ພຣະສົງຈຶ່ງມີອິທິພົນອັນດີຕໍ່ເຮົາໃນການປັບປຸງການປະຕິບັດທັມຂອງເຮົາ.
ຄວາມສຳຄັນຂອງພຣະສົງ
ພຣະພຸດທະເຈົ້າໄດ້ປະຣິນິບພານໄປແລ້ວປະມານ 2500 ປີກ່ອນ, ໂດຍໄດ້ມອບຄຳສອນຂອງພະອົງ - ຄື ພຣະທັມ - ໄວ້ໃຫ້ເຮົາປະຕິບັດ. ແລະນີ້ແມ່ນຄວາມໝາຍຂອງພຣະພຸດທະສາສະໜາ. ແຕ່ເພື່ອໃຫ້ເຮົາປະຕິບັດໄດ້ດີ, ເຮົາຕ້ອງການຕົວຢ່າງທີ່ເຊື່ອຖືໄດ້, ຜູ້ທີ່ໄດ້ຮຽນຮູ້ ແລະ ສຶກສາ ແລະ ປະຕິບັດຄໍາສອນຂອງພຣະພຸດທະເຈົ້າ ແລະ ບັນລຸເປົ້າໝາຍບາງອັນ, ເພື່ອຊ່ວຍ ແລະ ນໍາພາເຮົາ. ຊຸມຊົນຂອງບຸກຄົນດັ່ງກ່າວແມ່ນພຣະສົງ.
ທຸກມື້ນີ້, ເຮົາມັກຫັນໄປຫາຄົນມີຊື່ສຽງເພື່ອເປັນແບບຢ່າງໃຫ້ເຮົາ ເຊັ່ນ: ນັກສະແດງ, ນາງ/ນາຍແບບ, ນັກຮ້ອງ, ແລະ ນັກກິລາ. ແຕ່ຄົນເຫຼົ່ານີ້ກໍມີບັນຫາຂອງຕົນເອງ, ແມ່ນບໍ? ເຮົາຮູ້ວ່າ, ໃນຊີວິດສ່ວນຕົວຂອງເຂົາ, ເຂົາມັກຈະສັບສົນ! ບໍ່ພຽງແຕ່ເທົ່ານັ້ນ, ແຕ່ເມື່ອເຮົາຫຼົງໄຫຼໄປກັບຄົນມີຊື່ສຽງ ແລະ ຊີວິດຂອງເຂົາ, ມັນກໍມັກພາໃຫ້ເຮົາໄປນິນທາກັບໝູ່ຂອງເຮົາ ແລະ ຍຶດຖືກັບວັດຖຸສິ່ງຂອງຫຼາຍກວ່າເກົ່າ; ກິດຈະກໍາເຫຼົ່ານີ້ບໍ່ໄດ້ນຳມາເຊິ່ງປະໂຫຍດ ຫຼື ຄວາມສຸກໃຫ້ຕົວເຮົາເອງ ຫຼື ຜູ້ອື່ນໄດ້ຢ່າງແທ້ຈິງ. ໃນທາງກົງກັນຂ້າມ, ພຣະສົງແມ່ນຜູ້ທີ່ໄດ້ຕັດບັນຫາຂອງເພິ່ນໄດ້ໃນລະດັບໜຶ່ງແລ້ວ - ບໍ່ດີບໍ! – ແລະ ກໍາລັງພະຍາຍາມຕັດສ່ວນທີ່ເຫຼືອ. ການເຮັດຕາມແບບຢ່າງຂອງເພິ່ນຈະບໍ່ສົມເຫດສົມຜົນກວ່າບໍ ຖ້າເຮົາຢາກຕັດບັນຫາຂອງເຮົາເອງ?
ທັງໝົດແມ່ນຍ້ອນພຣະສົງທີ່ທຸກມື້ນີ້, ໃນຍຸກສະໄໝຂອງເຮົາ, ເຮົາມີຄຳສອນອັນມະຫັດສະຈັນຂອງພຣະພຸດທະເຈົ້າທີ່ສືບທອດກັນມາຈາກຮຸ່ນສູ່ຮຸ່ນ. ພຣະສົງໄດ້ດົນໃຈໃຫ້ເຮົາເບິ່ງນອກເຫນືອໄປຈາກບັນຫາໃກ້ຕົວຂອງເຮົາ ແລະ ເຫັນວ່າມີເສັ້ນທາງທີ່ຈະນໍາເຮົາອອກຈາກຄວາມທຸກທັງປວງ. ແລະເພິ່ນບໍ່ພຽງແຕ່ດົນບັນດານໃຈເຮົາ, ເພິ່ນຊີ້ນໍາ, ຊຸກຍູ້, ແລະ ສະໜັບສະໜູນເຮົາທຸກບາດກ້າວຂອງວິທີທາງ. ດ້ວຍເຫດນີ້ບາງຄັ້ງຈຶ່ງເວົ້າກັນວ່າ ຖ້າບໍ່ມີພຣະສົງ ກໍບໍ່ມີພຣະພຸດທະສາສະໜາ.
ສະຫຼຸບ
ເຮົາຈະເລືອກແບບຢ່າງທີ່ດີໃນຊີວິດໄດ້ແນວໃດ? ເຖິງວ່າເຮົາອາດບໍ່ໄດ້ພົບກັບຄະນະສົງທີ່ແທ້ຈິງ - ພຣະຜູ້ໄດ້ບັນລຸພຣະທັມຢ່າງແທ້ຈິງ, ພຣະອາຣິຍະສົງ - ແຕ່, ເຮົາກໍສາມາດພົບກັບຜູ້ທີ່ມີປະສົບການກັບພຣະທັມ ແລະ ໄດ້ຮັບແຮງດົນບັນດານໃຈຈາກຄົນນັ້ນ. ເມື່ອເຫັນຕົວຢ່າງຂອງເພິ່ນແລ້ວ, ເຮົາກໍໄດ້ແຮງຜັກດັນໃຫ້ເດີນຕາມແລວທາງຂອງເພິ່ນ.
ຍ້ອນການອຸທິດຕົນຂອງພຣະ ແລະ ແມ່ຊີ, ພຣະສົງສາມັນ, ພຣະທັມຈິ່ງໄດ້ເຜີຍແຜ່ໄປທົ່ວໂລກ. ເໝືອນດັ່ງທີ່ພຣະພຸດທະເຈົ້າປຽບສະເໝືອນໝໍ ແລະ ພຣະທັມເປັນຢາ, ພຣະສົງກໍເປັນເໝືອນພະຍາບານທີ່ໃຫ້ກຳລັງໃຈ ແລະ ນຳພາເຮົາເດີນໄປ, ໃນຂະນະທີ່ເຮົາພະຍາຍາມເປັນອິສະລະຈາກທຸກບັນຫາຂອງເຮົາຕະຫຼອດໄປ.