ການສອນພຣະທັມຄັ້ງແຣກຂອງພຣະພຸດທະເຈົ້າ
ເມື່ອພຣະພຸດທະເຈົ້າໄດ້ຕັດສະຮູ້ທີ່ພຸດທະຄະຍາເມື່ອ 2,500 ກວ່າປີກ່ອນ, ໃນຕອນທໍາອິດ ພຣະອົງກໍລັງເລທີ່ຈະສອນພຣະທັມ, ຢ້ານວ່າມັນອາດຈະເລິກເຊິ່ງເກີນໄປ ແລະ ເຂົ້າໃຈຍາກ, ຫຼືວ່າຄົນມັກຄວາມມ່ວນຊື່ນທາງໂລກ, ແລະ ຈະບໍ່ສົນໃຈ. ໃນພຣະຄຳພີໃນຕອນຕົ້ນ ໄດ້ກ່າວເຖິງວ່າພຣະພົມຜູ້ສ້າງຈັກກະວານ ໄດ້ປາກົດຕົວຕໍ່ພຣະພຸດທະເຈົ້າ ແລະ ຂໍໃຫ້ພຣະອົງສອນພຣະທັມ ເພື່ອໃຫ້ເກີດປະໂຫຍດແກ່ສິ່ງມີຊີວິດ ເພາະມີບາງຄົນທີ່ຈະຕັດສະຮູ້ໄດ້ແທ້. ດ້ວຍເຫດນີ້, ພຣະພຸດທະເຈົ້າຈຶ່ງໄດ້ສອນພຣະທັມເປັນຄັ້ງແຣກຢູ່ທີ່ສວນກວາງກ່ຽວກັບອະຣິຍະສັດສີ່, ເຊິ່ງເປັນກອບຂອງເສັ້ນທາງພຣະພຸດທະສາສະໜາທັງໝົດ, ແລະ ຍັງເປັນພື້ນຖານຂອງສາຍພຣະພຸດທະສາສະໜາທັງໝົດໃນໂລກທຸກມື້ນີ້.
ຄວາມຈິງອັນແຣກທີ່ພຣະພຸດທະເຈົ້າສອນກໍຄືວ່າ ຊີວິດມີຄວາມບໍ່ພໍໃຈສະເໝີ. ບໍ່ວ່າເຮົາຈະມີຄວາມສຸກໃນເວລາໃດກໍຕາມ, ຄວາມສຸກນີ້ກໍບໍ່ຄົງຕົວ ແລະ ເປັນຊົ່ວຄາວ. ເປັນແນວນີ້ທົ່ວໂລກ - ເຮົາທັງໝົດປະສົບສິ່ງນີ້ໃນຊີວິດຂອງເຮົາ. ຄວາມສຸກອັນໃດກໍຕາມທີ່ເຮົາມີກໍບໍ່ຄົງຢູ່ຕະຫຼອດໄປ ແລະ ສາມາດປ່ຽນໄປເປັນຄວາມທຸກໄດ້ຕະຫຼອດເວລາ. ຄວາມຈິງອັນທີສອງແມ່ນວ່າ ຄວາມທຸກຂອງເຮົາບໍ່ໄດ້ມາຈາກພາຍນອກ, ແຕ່ມາຈາກຄວາມຍຶດຕິດຂອງຕົນເອງທີ່ຈະຕ້ອງໄດ້ໃນສິ່ງທີ່ເຮົາຕ້ອງການ, ແລະ ເໜືອສິ່ງອື່ນການທີ່ເຮົາບໍ່ຮູ້ວ່າທຸກສິ່ງທຸກຢ່າງມີຕົວຕົນຢູ່ແນວໃດແທ້. ຄວາມຈິງຂໍ້ທີສາມກ່າວວ່າສາມາດພົ້ນຈາກຄວາມທຸກທໍລະມານ ແລະ ບັນຫາຕ່າງໆ ໄດ້, ແລະ ຂໍ້ທີສີ່ບົ່ງບອກເຖິງເສັ້ນທາງ, ຖ້າເຮົາເດີນຕາມ, ຈະຊ່ວຍໃຫ້ເຮົາພົ້ນຈາກທຸກບັນຫາຕະຫຼອດໄປ.
ຄຳສອນຂອງພຣະພຸດທະເຈົ້າມຸ່ງໝາຍທີ່ຈະຕັດຄວາມທຸກ
ໃນຊ່ວງເວລາທີ່ພຣະພຸດທະເຈົ້າມີຊີວິດຢູ່ນັ້ນ, ຄໍາສອນພຣະທັມທັງໝົດໄດ້ສອນແບບປາກເປົ່າ ແລະ ບັນທຶກໃສ່ໃນຄວາມຊົງຈໍາ. ຄໍາສອນເຫຼົ່ານີ້ໄດ້ຖືກຖ່າຍທອດມາດ້ວຍວິທີນີ້ຜ່ານຫຼາຍຮຸ້ນຄົນກ່ອນທີ່ ຈະຖືກຮວບຮວມເປັນໜັງສືຂຽນ. ທຸກມື້ນີ້, ພວກເຮົາຍັງມີພຣະສູດຫຼາຍຮ້ອຍບົດ, ຕຳຣາກ່ຽວກັບລະບຽບວິໄນສໍາລັບນັກບວດຜູ້ຕິດຕາມພຣະພຸດທະເຈົ້າ ແລະ ຄໍາປາໄສປັດຊະຍາ, ເຊິ່ງລວ ກັນເປັນສິ່ງທີ່ເອີ້ນວ່າພຣະໄຕປິຕົກ, ຫຼື ສາມກະຕ່າ. ຕາມປະເພນີ, ບາງຄັ້ງກໍເວົ້າໄດ້ວ່າ, ໂດຍລວມແລ້ວ, ພຣະພຸດທະເຈົ້າໄດ້ສອນພຣະທັມເຖິງ 84,000 ບົດ, ເຊິ່ງໄດ້ຊ່ວຍເອົາຊະນະອາລົມລົບກວນຂອງເຮົາ 84,000 ອັນ. ເຖິງວ່າຕົວເລກອາດເປັນສິ່ງທີ່ຕັ້ງຂຶ້ນເອງ, ແຕ່ມັນກໍເປັນວິທີທີ່ຈະສະແດງໃຫ້ເຫັນເຖິງບັນຫາ, ຄວາມອຸກອັ່ງ, ແລະ ປະເພດຂອງຄວາມທຸກທີ່ເຮົາຕ້ອງອົດທົນ, ແລະ ຄຳສອນອັນຫຼວງຫຼາຍທີ່ພຣະພຸດທະເຈົ້າໄດ້ສັ່ງສອນໄວ້ເພື່ອຕ້ານທານມັນທັງໝົດ.
ໃນຄວາມເປັນຈິງ, ຄໍາສອນທັງໝົດຂອງພຣະພຸດທະເຈົ້າ ແມ່ນກ່ຽວກັບການເອົາຊະນະຄວາມທຸກ. ພຣະພຸດທະເຈົ້າບໍ່ໄດ້ສົນໃຈການຄາດເດົາທາງອະພິປັດຊະຍາ, ແລະ ຮອດວ່າປະຕິເສດທີ່ຈະຕອບບາງຄໍາຖາມກ່ຽວກັບຕົວຕົນ ແລະ ຈັກກະວານ ເພາະວ່າການໄຕ່ຕອງບັນຫາເຫຼົ່ານີ້ບໍ່ໄດ້ເຮັດໃຫ້ເຮົາເຂົ້າໃກ້ການຫຼຸດພົ້ນ. ພຣະພຸດທະເຈົ້າໄດ້ເບິ່ງສະພາບການຂອງມະນຸດ, ໄດ້ເຫັນວ່າເຮົາທັງໝົດເປັນທຸກ, ແລະ ຊອກຫາວິທີແກ້ໄຂໃຫ້. ດ້ວຍເຫດນີ້ ພຣະພຸດທະອົງຈຶ່ງຖືກປຽບເປັນໝໍ, ແລະ ພຣະທັມຄຳສອນກໍຖືກປຽບເປັນຢາ. ຢາຂອງພຣະທັມນີ້ຈະຊ່ວຍແກ້ໄຂບັນຫາຂອງເຮົາທັງໝົດ, ຄັ້ງດຽວຈົບ.
ໃນຂະນະທີ່ມີພຣະຣັດຕະນະໄຕຣ - ພຣະພຸດ, ພຣະທັມ, ແລະ ພຣະສົງ - ພຣະທັມຈະເປັນທີ່ເພິ່ງອັນແທ້ຈິງ. ໃນຂະນະທີ່ພຣະພຸດທະເຈົ້າສອນພຣະທັມ, ພຣະອົງບໍ່ສາມາດກຳຈັດຄວາມທຸກຂອງເຮົາຢ່າງອັດສະຈັນໄດ້ໃນພິບຕາ. ແລະ ໃນຂະນະທີ່ພຣະສົງສາມາດໃຫ້ການຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ເຮົາ, ເພິ່ນກໍບໍ່ສາມາດບັງຄັບເຮົາໃຫ້ປະຕິບັດທັມໄດ້. ແທ້ຈິງແລ້ວ, ເຮົາຕ້ອງສຶກສາ ແລະ ປະຕິບັດພຣະທັມເອງ: ນັ້ນແມ່ນທາງດຽວທີ່ຈະພົ້ນຈາກທຸກ. ແທ້ຈິງແລ້ວ, ເຮົາເອງເປັນຜູ້ທີ່ຈະຊ່ວຍຕົນເອງໃຫ້ລອດ.
ຄຸນສົມບົດຂອງພຣະທັມ
ພຣະທັມມີຄຸນສົມບັດນັບບໍ່ຖ້ວນ, ແຕ່ເຮົາສາມາດເວົ້າໄດ້ວ່າຄຸນສົມບັດຕົ້ນຕໍແມ່ນ:
- ພຣະທັມແມ່ນເໝາະສົມກັບນິໄສທີ່ແຕກຕ່າງ ແລະ ຫຼາກຫຼາຍ. ເຖິງແມ່ນວ່າພຣະພຸດທະສາສະໜາໄດ້ປະຕິຮູບເປັນຫຼາຍແບບທີ່ແຕກຕ່າງກັນຢ່າງເດັ່ນຊັດໃນສະຖານທີ່ຕ່າງໆ ເຊັ່ນ ປະເທດໄທ, ທິເບດ, ສີລັງກາ, ຍີປຸ່ນ ແລະ ອື່ນໆ, ປະເພນີທັງໝົດກໍປະກອບດ້ວຍຄໍາສອນຫຼັກຂອງພຣະພຸດທະສາສະໜາ ແລະ ມີຈຸດປະສົງເພື່ອພົ້ນທຸກ.
- ພຣະທັມແມ່ນບົນຕັກກະສາດ, ເຊິ່ງຮຽກຮ້ອງໃຫ້ເຮົາເບິ່ງຈິດໃຈຂອງເຮົາ ແລະ ທຸກສິ່ງທີ່ເຮົາປະສົບ ໃນມຸມມອງຂອງຄວາມເປັນຈິງ. ມັນບໍ່ແມ່ນກົດເກນ ທີ່ຮຽກຮ້ອງໃຫ້ມີຄວາມເຊື່ອໃນພຣະເຈົ້າອົງໜຶ່ງ ຫຼື ຫຼາຍອົງ, ແຕ່ຈະຮຽກຮ້ອງໃຫ້ເຮົາຕັ້ງຄໍາຖາມກັບທຸກສິ່ງດ້ວຍຕັກກະສາດ. ອົງພຣະດາໄລ ລາມະ ໄດ້ເຮັດວຽກກັບນັກວິທະຍາສາດເປັນເວລາຫຼາຍປີເພື່ອເບິ່ງແນວຄວາມຄິດທາງພຣະພຸດທະສາສະໜາທີ່ສໍາຄັນເຊັ່ນ ສະຕິ ແລະ ຈິດໃຈ, ແລະ ຊາວພຸດ ແລະ ນັກວິທະຍາສາດກໍຮຽນຮູ້ຈາກກັນ ແລະ ກັນ.
- ພຣະທັມບໍ່ໄດ້ມຸ່ງໄປຫາພຽງແຕ່ບັນຫາດຽວ, ແຕ່ແນໃສ່ເຖິງຮາກຂອງບັນຫາທັງໝົດ. ຖ້າເຮົາຫາກເຈັບຫົວແຮງທຸກມື້ບໍ່ມີເວັ້ນ, ເຮົາກໍອາດກິນຢາແອສໄພຣິນ. ແນ່ນອນ, ມັນຈະຊ່ວຍໄດ້ແຕ່ໃນເວລາສັ້ນໆ, ແຕ່ອາການເຈັບຫົວຈະ ກັບຄືນມາ. ຖ້າມີຢາເມັດທີ່ຈະບັນເທົາທຸກຈາກອາການເຈັບຫົວຂອງເຮົາຢ່າງຖາວອນ, ແນ່ນອນວ່າເຮົາຈະກິນ. ພຣະທັມກໍເປັນຄືແນວນີ້, ເປັນການບັນເທົາທຸກຢ່າງຖາວອນ ບໍ່ພຽງແຕ່ແກ່ອາການເຈັບຫົວ, ແຕ່ທຸກບັນຫາ ແລະ ຄວາມທຸກ.
ສະຫຼຸບ
ພຣະພຸດທະເຈົ້າເປັນຄືໝໍຜູ້ຊຳນານຫຼາຍທີ່ກວດພະຍາດຄວາມທຸກຂອງເຮົາ ແລະ ໃຫ້ຢາທີ່ດີທີ່ສຸດແກ່ເຮົາ, ກໍຄືພຣະທັມ. ແຕ່ມັນກໍຂຶ້ນກັບການກິນຢາ – ຫຼື ປະຕິບັດທັມ – ຄືຕົວເຮົາເອງ. ບໍ່ມີໃຜສາມາດບັງຄັບເຮົາໃຫ້ເຮັດໄດ້, ແຕ່ເມື່ອເຮົາເຫັນຜົນປະໂຫຍດ ແລະ ຄວາມສະຫງົບຂອງຈິດໃຈຢ່າງແທ້ຈິງທີ່ພຣະທັມຍື່ນມາໃຫ້ ແລະ ຈະຊ່ວຍຕັດທຸກບັນຫາ, ຄວາມອຸກອັ່ງ, ຄວາມທຸກຂອງເຮົາໄດ້ຢ່າງແທ້ຈິງ, ເຮົາຈະປະຕິບັດພຣະທັມຢ່າງເບີກບານມ່ວນຊື່ນໃຫ້ເກີດປະໂຫຍດຕໍ່ທັງຕົວເຮົາເອງ ແລະ ຜູ້ອື່ນທັງຫມົດ.