ພຣະພຸດທະເຈົ້າໃນປະຫວັດສາດ
ອີງຕາມຊີວະປະຫວັດສ່ວນໃຫຍ່, ຊາຍທີ່ຈະໄດ້ກາຍເປັນພຣະພຸດທະເຈົ້ານັ້ນ ໄດ້ເກີດຢູ່ໃນຕະກູນສາກະຍະຊັ້ນສູງໃນພາກເໜືອຂອງອິນເດຍໃນສັດຕະວັດທີ 5 ກ່ອນຍຸກປະຈຸບັນ. ພຣະອົງໄດ້ມີຊື່ວ່າສິດທັດຖະ ໂຄຕະມະ, ແລະ ໃນການສະເຫຼີມສະຫຼອງການປະສູດຂອງພຣະອົງ, ມີພຣະລືສີຜູ້ຊານສະຫຼາດຕົນໜຶ່ງເອີ້ນວ່າອະສິຕະໄດ້ປະກາດວ່າ ເດັກຜູ້ນີ້ຈະກາຍເປັນມະຫາກະສັດຜູ້ຍິ່ງໃຫຍ່ ຫຼື ເປັນພຣະອາຈານສອນສາສະໜາຜູ້ຍິ່ງໃຫຍ່. ພຣະບິດາຂອງພຣະສິດທັດຖະ, ເຈົ້າສຸດໂທທະນະ, ຜູ້ເປັນຫົວໜ້າຂອງຕະກູນສັກກະ ແລະ, ໂດຍປາຖະໜາຢ່າງແຮງທີ່ລູກຊາຍຂອງເພິ່ນຈະເດີນຕາມຮອຍຂອງພໍ່, ໄດ້ຕັດສິນໃຈທີ່ຈະປົກປ້ອງລູກຊາຍຈາກສິ່ງຕ່າງໆ ທີ່ອາດຈະເຮັດໃຫ້ເພິ່ນຫຼົບຫຼີກຈາກເສັ້ນທາງຂອງການເປັນກະສັດທີ່ຍິ່ງໃຫຍ່.
ພຣະສິດທັດຖະໜຸ່ມໄດ້ຖືກໃຫ້ຢູ່ໃນພຣະຣາຊະວັງຂອງຕະກູນເທົ່ານັ້ນ ແລະ ໄດ້ຮັບຄວາມຫຼູຫຼາທຸກຢ່າງທີ່ເປັນໄປໄດ້: ເພັດພອຍລ້ຳຄ່າ ແລະ ຍິງທີ່ງົດງາມ, ໜອງບົວ ແລະ ສັດປ່າທີ່ໜ້າຕື່ນຕາ. ພຣະອົງໄດ້ຮັບການປົກປ້ອງຈາກຄວາມທຸກລຳບາກ ຫຼື ຄວາມໂຊກຮ້າຍທັງປວງ, ເພາະຄົນປ່ວຍ ແລະ ຄົນເຖົ້າແກ່ໄດ້ຖືກຫ້າມບໍ່ໃຫ້ເຂົ້າໄປໃນວັງ. ເມື່ອເວລາຜ່ານໄປ, ພຣະສິດທັດຖະໄດ້ເກັ່ງໃນການສຶກສາ ແລະ ກິລາ, ແລະ ໄດ້ສົມຣົດກັບພຣະນາງຍະໂສທະຣາ, ແລະໄດ້ໂອຣົດອົງໜຶ່ງ, ຊື່ພຣະຣາຫຸນ.
ເປັນເວລາເກືອບ 30 ປີ, ພຣະສິດທັດຖະໄດ້ມີຊີວິດຢູ່ດ້ວຍຄວາມຟຸ່ມເຟືອຍ, ແຕ່ດ້ວຍຄວາມຢາກຮູ້ຢາກເຫັນທີ່ເພີ່ມຂຶ້ນວ່າມີຫຍັງທີ່ອາດຢູ່ນອກກໍາແພງພຣະຣາຊະວັງ. ພຣະອົງຄິດວ່າ, “ຖ້າແຜ່ນດິນນີ້ຈະຕົກເປັນຂອງເຮົາ, ແລ້ວເຮົາກໍຄວນເຫັນມັນ ແລະ ປະຊາຊົນຂອງເຮົາ ບໍ່ແມ່ນບໍ?” ໃນທີ່ສຸດ, ພຣະສຸດໂທທະນະກໍໄດ້ຈັດໃຫ້ໂອຣົດຂອງຕົນເດີນທາງອອກຈາກວັງເພື່ອໄປທ່ຽວຊົມ. ຖະໜົນຫົນທາງຖືກອະນາໄມ, ຄົນປ່ວຍ ແລະ ຄົນເຖົ້າຖືກເອົາໄປເຊື່ອງ, ແລະ ພຣະສິດທັດຖະພຽງແຕ່ນັ່ງຜ່ານຖະໜົນຫົນທາງໂດຍມີນາຍສັນນະເປັນຄົນຂັບລົດມ້າ, ໃນຂະນະທີ່ຜູ້ຄົນໂບກມື ແລະ ຍິ້ມໃຫ້ພຣະອົງ. ແຕ່, ຜ່ານຝູງຊົນ, ພຣະສິດທັດຖະໄດ້ສັງເກດເຫັນຄົນຜູ້ໜຶ່ງໂຕກົ່ງ ແລະ ມີຮິ້ວຮອຍຢູ່ຂ້າງຖະໜົນ. ທັງປະຫຼາດໃຈ ແລະ ຕົກໃຈ, ພຣະອົງໄດ້ຖາມນາຍສັນນະວ່າເກີດຫຍັງຂຶ້ນກັບຄົນທີ່ໂຊກຮ້າຍຜູ້ນີ້. "ສິ່ງທີ່ພຣະອົງເຫັນຢູ່ເບື້ອງໜ້ານີ້ແມ່ນຄົນເຖົ້າ, ຂ້ານ້ອຍ, ເປັນຊະຕາກຳທີ່ລໍຖ້າເຮົາໝົດທຸກຄົນ," ນາຍສັນນະຕອບ. ຕໍ່ໄປອີກ, ພຣະສິດທັດຖະໄດ້ມາເຫັນຄົນປ່ວຍ ແລະ ຊາກສົບ, ເຊິ່ງທັງສອງໄດ້ເປີດຕາຂອງພຣະອົງໄປສູ່ສິ່ງທີ່ຫຼີກລ່ຽງບໍ່ໄດ້ - ແຕ່ເປັນສິ່ງປົກກະຕິ - ສ່ວນໜຶ່ງຂອງຊີວິດທີ່ຈະມາເຖິງພຣະອົງເຊັ່ນກັນ.
ໃນທີ່ສຸດ, ພຣະອົງໄດ້ມາພົບກັບນັກບວດ, ຜູ້ທີ່ຊອກຫາການພົ້ນຈາກຄວາມທຸກ. ພາບທັງສາມອັນທໍາອິດໄດ້ເຮັດໃຫ້ພຣະສິດທັດຖະຮູ້ວ່າພຣະອົງໄດ້ຖືກຫຼອກລວງໂດຍຊີວິດໃນວັງຂອງພຣະອົງ, ຖືກປົກປ້ອງຈາກຄວາມທຸກທໍລະມານທັງປວງ. ການໄດ້ເຫັນນັກບວດໄດ້ປຸກພຣະອົງສູ່ຄວາມເປັນໄປໄດ້ຂອງການຊອກຫາທາງອອກຈາກຄວາມທຸກ.
ມັນຄົງຈະເປັນໄປບໍ່ໄດ້ທີ່ພຣະສິດທັດຖະຈະບໍ່ເຄີຍເຫັນຜູ້ເຖົ້າ ຫຼື ຄົນປ່ວຍເລີຍກ່ອນໜ້ານີ້, ແຕ່ມັນສະແດງໃຫ້ເຫັນເປັນສັນຍາລັກວ່າພຣະອົງ - ແລະ ແທ້ຈິງແລ້ວກໍເຮົາທຸກຄົນ - ໂດຍປົກກະຕິແລ້ວດໍາລົງຊີວິດຂອງເຮົາໂດຍລະເລີຍຄວາມທຸກ. ກັບໄປທີ່ພຣະຣາຊະວັງ, ພຣະສິດທັດຖະຮູ້ສຶກບໍ່ສະບາຍໃຈຫຼາຍ. ພຣະອົງມີຊີວິດທີ່ສະດວກສະບາຍທີ່ອ້ອມຮອບດ້ວຍຄົນທີ່ພຣະອົງຮັກ, ແຕ່ຕອນນີ້ພຣະອົງຈະມີຄວາມສຸກ ຫຼື ຜ່ອນຄາຍໄດ້ແນວໃດເມື່ອຮູ້ວ່າມື້ໜຶ່ງ, ພຣະອົງ ແລະ ທຸກຄົນຈະແກ່ເຖົ້າ, ເຈັບປ່ວຍ, ແລະ ເສຍຊີວິດ? ດ້ວຍຄວາມປາຖະໜາຢ່າງແຮງກ້າທີ່ຈະຊອກຫາທາງອອກໃຫ້ທຸກຄົນ, ພຣະອົງໄດ້ໜີອອກຈາກວັງໃນຄືນໜຶ່ງເພື່ອໃຊ້ຊີວິດນັກບຳເພັນຕະບະພະເນຈອນ.
ພຣະສິດທັດຖະໄດ້ພົບກັບພຣະອາຈານທີ່ຍິ່ງໃຫຍ່ຫຼາຍອົງ, ແລະ ເຖິງວ່າພາຍໃຕ້ການຊີ້ນໍາຂອງພວກເພິ່ນ, ພຣະອົງໄດ້ບັນລຸລະດັບສະມາທິຂັ້ນສູງ, ພຣະອົງກໍຍັງບໍ່ພໍໃຈຍ້ອນວ່າພາວະສະມາທິເຫຼົ່ານີ້ບໍ່ໄດ້ນໍາໄປສູ່ການສິ້ນສຸດຄວາມທຸກ. ພຣະອົງໄດ້ຫັນໄປສູ່ການບຳເພັນຕະບະ, ອົດອາຫານ ແລະ ຄວາມສະດວກສະບາຍທາງຮ່າງກາຍທັງປວງ, ແລະ ໃຊ້ເວລາສ່ວນໃຫຍ່ໃນການຝຶກສະມາທິ. ໂດຍການຝຶກປະຕິບັດເຫຼົ່ານີ້ເປັນເວລາຫົກປີ, ຮ່າງກາຍຂອງພຣະອົງຈ່ອຍບາງຈົນພຣະອົງເບິ່ງຄືໜັງຫຸ້ມກະດູກ.
ມື້ໜຶ່ງ, ເວລານັ່ງຢູ່ແຄມນ້ຳ, ພຣະອົງໄດ້ຍິນຄູຄົນໜຶ່ງສອນເດັກນ້ອຍກ່ຽວກັບວິທີການຫຼິ້ນເຄື່ອງດົນຕີ: "ສາຍມັນບໍ່ຄວນຫຼົມເກີນໄປ, ບໍ່ດັ່ງນັ້ນເຈົ້າຈະບໍ່ສາມາດຫຼິ້ນເຄື່ອງດົນຕີໄດ້. ເຊັ່ນດຽວກັນ, ເຄັ່ງເກີນໄປກໍບໍ່ໄດ້, ບໍ່ດັ່ງນັ້ນມັນຈະ ຂາດ.” ດ້ວຍເຫດນີ້, ພຣະສິດທັດຖະຈິ່ງສຳນຶກໄດ້ວ່າການບຳເພັນຕະບະຫຼາຍປີຂອງພຣະອົງນັ້ນບໍ່ໄດ້ມີປະໂຫຍດ. ເຊັ່ນດຽວກັບຊີວິດທີ່ຫຼູຫຼາຂອງພຣະອົງໃນພຣະຣາຊະວັງ, ການບຳເພັນຕະບະເປັນສຸດໂຕ່ງທີ່ບໍ່ໄດ້ເອົາຊະນະຄວາມທຸກ. ພຣະອົງຄິດວ່າເສັ້ນທາງສາຍກາງລະຫວ່າງຄວາມສຸດໂຕ່ງເຫຼົ່ານີ້ຕ້ອງເປັນຄໍາຕອບ.
ໃນຂະນະນັ້ນ, ເດັກສາວຄົນໜຶ່ງຊື່ວ່າສຸຊາຕາໄດ້ຜ່ານມາ ແລະ ຖວາຍເຂົ້ານົມແກ່ພຣະສິດທັດຖະ, ເຊິ່ງເປັນອາຫານຈິງຈັງອັນທຳອິດຂອງພຣະອົງໃນຮອບຫົກປີ. ພຣະອົງລົງມືກິນ, ເຊິ່ງເຮັດໃຫ້ເພື່ອນຮ່ວມບຳເພັນຕະບະຕົກໃຈ, ແລ້ວຊົງໄປນັ່ງກ້ອງຕົ້ນໝາກເດື່ອ. ພຣະອົງໄດ້ຕັດສິນໃຈຢູ່ທີ່ນັ້ນເລີຍວ່າ: “ເຮົາຈະບໍ່ລຸກຂຶ້ນຈາກບ່ອນນີ້ຈົນກວ່າເຮົາຈະຕັດສະຮູ້ຢ່າງເຕັມທີ່.” ພາຍໃຕ້ຕົ້ນໄມ້ນີ້, ປະຈຸບັນເອີ້ນວ່າຕົ້ນໂພ, ພຣະສິດທັດຖະໄດ້ຕັດສະຮູ້ ແລະ ກາຍເປັນທີ່ຮູ້ຈັກກັນວ່າເປັນພຣະພຸດທະເຈົ້າ, ຜູ້ຕື່ນ.
ຫຼັງຈາກທີ່ພຣະອົງໄດ້ຕັດສະຮູ້ແລ້ວ, ພຣະພຸດທະອົງໄດ້ສອນກ່ຽວກັບອະຣິຍະສັດສີ່ ແລະ ເສັ້ນທາງປະຕິບັດແປດປະການ. 40 ປີຫຼັງຈາກນັ້ນ, ພຣະອົງໄດ້ເດີນທາງໄປທົ່ວທົ່ງພຽງອິນເດຍທາງເໜືອເພື່ອສອນສິ່ງທີ່ພຣະອົງໄດ້ບັນລຸໃຫ້ຜູ້ອື່ນ. ພຣະອົງໄດ້ສ້າງຄະນະສົງຂຶ້ນ, ຜູ້ທີ່ຈະໄປເຜີຍແຜ່ຄໍາສອນຂອງພຣະອົງໃນທົ່ວປະເທດອິນເດຍ ແລະ ຕໍ່ມາ, ໃນທົ່ວເອເຊຍ ແລະ ທົ່ວໂລກ.
ພຣະພຸດທະເຈົ້າໄດ້ປະຣິນິບພານເມື່ອອາຍຸປະມານ 80 ປີ ທີ່ເມືອງກຸສີນະຄອນ. ກ່ອນຈະປະຣິນິບພານ, ພຣະອົງໄດ້ຖາມພຣະສົງວ່າພວກທ່ານມີຂໍ້ສົງໄສ ຫຼື ມີສິ່ງໃດໃນຄໍາສອນທີ່ຕ້ອງການຄວາມກະຈ່າງແຈ້ງບໍ່. ໂດຍເປັນການໃຫ້ຄຳປຶກສາແກ່ສານຸສິດຂອງພຣະອົງໃຫ້ເພີ່ງພາອາໄສພຣະທັມ ແລະ ວິໄນຈັນຍາໃນຕົນເອງ, ພຣະອົງຊົງກ່າວຖ້ອຍຄຳສຸດທ້າຍວ່າ: “ເບິ່ງກ່ອນ, ພຣະພິກຂຸທັງຫຼາຍ, ນີ້ແມ່ນຄຳແນະນຳສຸດທ້າຍຂອງອາຕະມາ. ອົງປະກອບທັງໝົດໃນໂລກແມ່ນປ່ຽນແປງໄດ້. ມັນບໍ່ຍືນຍົງ. ໃຫ້ພະຍາຍາມຢ່າງໜັກເພື່ອໄດ້ເອົາຕົນເອງພົ້ນທຸກ." ຫຼັງຈາກນັ້ນ, ພຣະອົງກໍໄດ້ນອນຊະແຄງຂວາ ແລະ ນິບພານໄປ.
ພຣະພຸດທະເຈົ້າແມ່ນຫຍັງ?
ເຮົາໄດ້ເຫັນແລ້ວວ່າພຣະພຸດທະເຈົ້າໃນປະຫວັດສາດແມ່ນໃຜ, ແຕ່ການເປັນພຣະພຸດທະເຈົ້ານັ້ນໝາຍຄວາມວ່າແນວໃດແທ້?
ເວົ້າງ່າຍໆ, ພຣະພຸດທະເຈົ້າແມ່ນຜູ້ທີ່ໄດ້ຕື່ນແລ້ວ. ພຣະພຸດທະເຈົ້າໄດ້ຕື່ນຈາກການນອນຫຼັບແຈບ. ນີ້ບໍ່ແມ່ນການນອນຫຼັບແຈບແບບທີ່ເຮົາອາດເຮັດຫຼັງຈາກການໄປທ່ຽວໝົດຄືນ, ແຕ່ມັນເປັນການຫຼັບແຈບຂອງຄວາມສັບສົນທີ່ປົກຄຸມທຸກຂະນະຂອງຊີວິດເຮົາ; ຄວາມສັບສົນກ່ຽວກັບວ່າເຮົາມີຕົວຕົນຢູ່ແທ້ແນວໃດ, ແລະ ໃນຄວາມເປັນຈິງທຸກສິ່ງຢ່າງມີຕົວຕົນຢູ່ແທ້ແນວໃດ.
ພຣະພຸດທະເຈົ້າບໍ່ແມ່ນພຣະເຈົ້າ, ແລະ ພຣະອົງບໍ່ແມ່ນຜູ້ຊົງສ້າງ. ພຣະພຸດທະເຈົ້າທຸກອົງເລີ່ມຕົ້ນດ້ວຍການເປັນຄືກັບເຮົາ, ເຕັມໄປດ້ວຍຄວາມສັບສົນ, ອາລົມທີ່ລົບກວນ ແລະ ບັນຫາຫຼາຍຢ່າງ. ແຕ່, ໂດຍການຄ່ອຍໆ ໄປຕາມເສັ້ນທາງແຫ່ງຄວາມເຫັນອົກເຫັນໃຈ ແລະ ປັນຍາ, ແລະ ໂດຍການພະຍາຍາມສ້າງຄຸນລັກສະນະທາງບວກສອງຢ່າງນີ້, ມັນກໍເປັນໄປໄດ້ທີ່ຈະບັນລຸການຕັດສະຮູ້ສຳລັບຕົນເອງ.
ພຣະພຸດທະເຈົ້າມີຢູ່ສາມຄຸນລັກສະນະຫຼັກ:
- ປັນຍາ - ພຣະພຸດທະເຈົ້າບໍ່ມີອຸປະສັກທາງຈິດ, ສະນັ້ນ ພຣະອົງຈິ່ງເຂົ້າໃຈທຸກສິ່ງຢ່າງຖືກຕ້ອງ ແລະ ສົມບູນ, ໂດຍສະເພາະວິທີການຊ່ວຍເຫຼືອຜູ້ອື່ນ.
- ຄວາມເຫັນອົກເຫັນໃຈ - ຍ້ອນປັນຍາຂ້າງເທິງ, ໂດຍການເຫັນວ່າເຮົາທັງໝົດຕ່າງເຊື່ອມຕໍ່ກັນ, ພຣະພຸດທະເຈົ້າຈິ່ງມີຄວາມເຫັນອົກເຫັນໃຈຫຼາຍ ແລະ ຮູ້ວ່າພຣະອົງສາມາດຊ່ວຍເຫຼືອທຸກຄົນ. ປັນຍາທີ່ປາສະຈາກຄວາມເຫັນອົກເຫັນໃຈອາດເຮັດໃຫ້ຄົນມີການສຶກສາຫຼາຍ, ແຕ່ມັນບໍ່ມີປະໂຫຍດຫຼາຍຕໍ່ສັງຄົມ. ຄວາມເຫັນອົກເຫັນໃຈເປັນສິ່ງທີ່ຂັບເຄື່ອນໃຫ້ເຮັດວຽກເພື່ອຜົນປະໂຫຍດຂອງທຸກຄົນ. ນັ້ນແມ່ນເຫດຜົນທີ່ພຣະພຸດທະເຈົ້າສ້າງຄຸນລັກສະນະທີສອງນີ້ຂຶ້ນ, ເພື່ອສ້າງຄວາມເຊື່ອມຕໍ່ກັບເຮົາທຸກຄົນ.
- ຄວາມສາມາດ - ດ້ວຍຄຸນສົມບັດສອງຢ່າງຂອງການຮູ້ວິທີຕັດຄວາມທຸກ, ແລະ ມີຄວາມປາຖະໜາອັນແຮງກ້າທີ່ຈະຊ່ວຍຜູ້ອື່ນ, ພຣະພຸດທະເຈົ້າມີພະລັງ ແລະ ຄວາມສາມາດອັນແທ້ຈິງທີ່ຈະເປັນປະໂຫຍດແກ່ຜູ້ອື່ນ, ໂດຍການສອນເສັ້ນທາງສູ່ການຕັດສະຮູ້ ດ້ວຍຫຼາຍວິທີ.
ພຣະພຸດທະເຈົ້າເຂົ້າໃຈວ່າ ເຊັ່ນດຽວກັບທີ່ພຣະອົງບໍ່ຢາກທຸກ, ຜູ້ອື່ນກໍບໍ່ມີໃຜຕ້ອງການບັນຫາຄືກັນ. ທຸກຄົນຢາກເປັນສຸກ. ສະນັ້ນ, ພຣະພຸດທະເຈົ້າຈິ່ງບໍ່ພຽງແຕ່ພະຍາຍາມສໍາລັບຕົນເອງ, ແຕ່ສໍາລັບທຸກຕົນທີ່ຢູ່ໃນຈັກກະວານ. ພຣະອົງເອົາໃຈໃສ່ຄົນອື່ນຄືກັບທີ່ພຣະອົງເອົາໃຈໃສ່ຕົນເອງ.
ດ້ວຍການຂັບເຄື່ອນຂອງຄວາມເຫັນອົກເຫັນໃຈອັນແຮງກ້າ, ພຣະອົງຈິ່ງສອນວິທີຕັດຄວາມທຸກທັງປວງ, ເຊິ່ງເອີ້ນວ່າ ປັນຍາ - ຄວາມກະຈ່າງແຈ້ງຂອງຈິດໃຈທີ່ຈະຈໍາແນກຢ່າງຖືກຕ້ອງລະຫວ່າງຄວາມເປັນຈິງ ແລະ ນິຍາຍ. ດ້ວຍປັນຍານີ້, ໃນທີ່ສຸດ ເຮົາຈະສາມາດຕັດສິ່ງລົບທັງໝົດໄປ ເຊັ່ນ: ຄວາມສັບສົນ, ຄວາມເຫັນແກ່ຕົວ, ແລະ ອາລົມດ້ານລົບທັງປວງ. ເຮົາກໍສາມາດກາຍເປັນພຣະພຸດທະເຈົ້າທີ່ສົມບູນແບບ, ແລະ ພົບກັບຄວາມສະຫງົບພາຍໃນຢ່າງສົມບູນໄດ້ເຊັ່ນກັນ.
ສະຫຼຸບ
ພຣະພຸດທະເຈົ້າເປັນພຣະອາຈານທີ່ສົມບູນແບບທີ່ຮູ້ແທ້ໆ ວ່າຈະຊ່ວຍເຮົາດ້ວຍວິທີການທີ່ຊໍານານແນວໃດ. ພຣະອົງມີຄວາມເຫັນອົກເຫັນໃຈ ແລະ ພ້ອມ ແລະ ເຕັມໃຈສະເໝີທີ່ຈະຊ່ວຍເຮົາ, ໂດຍການຕັ້ງເຮົາໃຫ້ຢູ່ໃນທາງທີ່ຖືກຕ້ອງ.
ເຊັ່ນດຽວກັບພຣະສິດທັດຖະ, ເຮົາກໍມັກຈະຕາບອດກັບຄວາມທຸກທໍລະມານຂອງໂລກເຊັ່ນກັນ. ແຕ່ບໍ່ວ່າເຮົາຈະພະຍາຍາມຫຼີກລ່ຽງ ຫຼື ລະເລີຍຫຼາຍປານໃດ, ຄວາມເຖົ້າແກ່, ຄວາມເຈັບປ່ວຍ, ແລະ ຄວາມຕາຍກໍຈະມາເຖິງເຮົາທຸກຄົນ. ເລື່ອງລາວຊີວິດຂອງພຣະພຸດທະເຈົ້າ ໄດ້ດົນໃຈໃຫ້ເຮົາເຫັນວ່າ ໂດຍການປະເຊີນໜ້າ ແລະ ເຂົ້າໃຈຄວາມເປັນຈິງຂອງຄວາມທຸກຄືກັນກັບພຣະອົງ, ເຮົາຈະສາມາດປົດປ່ອຍຕົວເຮົາເອງຈາກຄວາມອຸກອັ່ງທັງໝົດທີ່ເຮົາປະສົບໃນຊີວິດ. ຊີວິດ ແລະ ຄໍາສອນຂອງພຣະອົງເຕືອນເຮົາວ່າ ເຮົາຕ້ອງພະຍາຍາມສຸດຄວາມສາມາດເພື່ອເອົາຊະນະອາລົມທຳລາຍ ແລະ ຄວາມສັບສົນຂອງເຮົາ ເພື່ອວ່າ, ຄືກັນກັບພຣະອົງ, ເຮົາເອງຈະສາມາດພະຍາຍາມເປັນປະໂຫຍດຕໍ່ທຸກຄົນ.