ພຣະພຸດທະສາສະໜາແມ່ນຫຍັງ?

Study buddhism what is buddhism

ພຣະພຸດທະສາສະໜາແມ່ນວິທີການຊຸດໜຶ່ງທີ່ຊ່ວຍເຮົາພັດທະນາສັກກະຍະພາບຄວາມເປັນມະນຸດອັນເຕັມປ່ຽມຂອງເຮົາ ໂດຍການທຳຄວາມເຂົ້າໃຈທຳມະຊາດອັນແທ້ຈິງຂອງຄວາມເປັນຈິງ. 

ກໍ່ຕັ້ງຂຶ້ນເມື່ອ 2,500 ປີກ່ອນໃນປະເທດອິນເດຍ ໂດຍພຣະສິດທັດທະໂຄຕະມະ - ຫຼື ທີ່ຮູ້ກັນດີໃນນາມພຣະພຸດທະເຈົ້າ - ພຣະພຸດທະສາສະໜາໄດ້ຂະຫຍາຍອອກທົ່ວອາຊີ ແລະ ປະຈຸບັນເປັນສາສະໜາທີ່ໃຫຍ່ທີ່ສຸດເປັນອັນດັບສີ່ຂອງໂລກ. ພຣະພຸດທະເຈົ້າໄດ້ໃຊ້ເວລາເກືອບທັງຊີວິດຂອງພຣະອົງໄປໃນການສອນວິທີການຕື່ນທີ່ພຣະອົງໄດ້ຕະໜັກ, ເພື່ອທີ່ວ່າຜູ້ອື່ນຈະສາມາດຕັດສະຮູ້ໄດ້ຄືພຣະພຸດທະອົງ. ພຣະອົງໄດ້ເຫັນວ່າໃນຂະນະທີ່ທຸກຄົນເທົ່າທຽມກັນໃນດ້ານຄວາມສາມາດໃນການເປັນພຣະພຸດທະເຈົ້າ, ຄົນກໍຕ່າງກັນຢ່າງຫຼວງຫຼາຍໃນຄວາມມັກ, ຄວາມສົນໃຈ ແລະ ພອນສະຫວັນ. ໂດຍການເຊື່ອແນວນີ້, ພຣະອົງຈິ່ງໄດ້ສອນຫຼາຍວິທີທາງໃນການຂ້າມຜ່ານຂໍ້ຈຳກັດຂອງຕົນເອງ ແລ້ວຕະໜັກເຖິງສັກກະຍະພາບອັນເຕັມປ່ຽມຂອງຕົນ. 

ຫຼາຍລັກສະນະຕ່າງກັນໄດ້ຖືກເນັ້ນໜັກໃນແຕ່ລະນິກາຍທີ່ໄດ້ຮັບເອົາພຣະພຸດທະສາສະໜາ ແລະ ເຖິງວ່າຈະມີພຣະພຸດທະສາສະໜາຫຼາຍຮູບແບບ, ແຕ່ທຸກນິກາຍຕ່າງກໍໃຊ້ຄຳສອນພື້ນຖານອັນດຽວກັນ.


ຄຳສອນພື້ນຖານຂອງພຣະພຸດທະສາສະໜາ - ອະລິຍະສັດສີ່ປະການ 

ຄຳສອນອັນເປັນພື້ນຖານທີ່ສຸດຂອງພຣະພຸດທະເຈົ້າ ແມ່ນເປັນທີ່ຮູ້ກັນດີໃນນາມອະລິຍະສັດສີ່ປະການ, ເຊິ່ງເປັນຂໍ້ເທັດຈິງສີ່ຢ່າງທີ່ຖືວ່າເປັນຄວາມຈິງໃນສາຍຕາຂອງຜູ້ທີ່ມີຄວາມເຂົ້າໃຈສູງ: 

ອະລິຍະສັດປະການທີໜຶ່ງ: ບັນຫາອັນແທ້ຈິງ

ເຖິງຈະມີຄວາມປີຕິຫຼາຍຢ່າງທີ່ສາມາດເກີດຂຶ້ນໄດ້ໃນຊີວິດ, ທຸກສິ່ງມີຊີວິດ - ຕັ້ງແຕ່ແມງໄມ້ທີ່ນ້ອຍທີ່ສຸດ, ຈົນເຖິງຄົນໄຮ້ບ້ານ, ໄປເຖິງເສດຖີ - ຕ່າງກໍພົບບັນຫາ. ໃນລະຫວ່າງການເກີດ ແລະ ການຕາຍ, ເຮົາແກ່ຕົວ ແລະ ເຈັບປ່ວຍ, ແລະ ຄົນທີ່ເຮົາຮັກກໍຕາຍຈາກ. ເຮົາພົບຄວາມອຸກອັ່ງ ແລະ ຄວາມຜິດຫວັງ, ບໍ່ໄດ້ດັ່ງທີ່ເຮົາຢາກ ຫຼື ພົບກັບສິ່ງທີ່ເຮົາບໍ່ປະສົງ. 

ອະລິຍະສັດປະການທີສອງ: ສາເຫດທີ່ແທ້ຈິງຂອງບັນຫາ 

ບັນຫາຂອງເຮົາເກີດຈາກສາເຫດ ແລະ ສະພາບທີ່ສະຫຼັບຊັບຊ້ອນ, ແຕ່ພຣະພຸດທະເຈົ້າໄດ້ເວົ້າວ່າ ສາເຫດຕົ້ນຕໍແມ່ນຄວາມບໍ່ຮູ້ຄວາມຈິງ: ວິທີທີ່ຈິດໃຈຂອງເຮົາວາດພາບວິທີທີ່ເປັນໄປບໍ່ໄດ້ຂອງການດຳລົງຊີວິດໃສ່ໃນຕົວຂອງເຮົາເອງ ແລະ ທຸກຄົນ ແລະ ທຸກສິ່ງ. 

ອະລິຍະສັດປະການທີສາມ: ການຢຸດບັນຫາອັນແທ້ຈິງ 

ພຣະພຸດທະເຈົ້າໄດ້ເຫັນວ່າ ມັນເປັນໄປໄດ້ທີ່ຈະກຳຈັດບັນຫາທັງໝົດຂອງເຮົາ ເພື່ອທີ່ວ່າເຮົາຈະບໍ່ຕ້ອງປະສົບກັບມັນອີກເລີຍ, ໂດຍການທຳລາຍສາເຫດຂອງມັນ: ຄວາມບໍ່ຮູ້ຂອງເຮົາເອງ. 

ອະລິຍະສັດປະການທີສີ່: ວິຖີທີ່ແທ້ຈິງຂອງຈິດໃຈ

ບັນຫາຢຸດລົງເມື່ອເຮົາຕັດຄວາມບໍ່ຮູ້ອອກ, ໂດຍການເຂົ້າໃຈຄວາມເປັນຈິງຢ່າງຖືກຕ້ອງ. ເຮົາເຮັດໄດ້ແນວນີ້ໂດຍການເຂົ້າໃຈວ່າທຸກຄົນແມ່ນເຊື່ອມໂຍງກັນ ແລະ ເພິ່ງພາອາໄສກັນ. ບົນພື້ນຖານນີ້ເຮົາຈະສ້າງຄວາມຮັກ ແລະ ຄວາມເຫັນໃຈຕໍ່ສິ່ງມີຊີວິດທັງໝົດຢ່າງເທົ່າທຽມກັນ. ເມື່ອເຮົາຕັດຄວາມສັບສົນຂອງເຮົາກ່ຽວກັບວ່າເຮົາ ແລະ ຄົນອື່ນມີຕົວຕົນຢູ່ໄດ້ແນວໃດແລ້ວ, ເຮົາຈະສາມາດປະຕິບັດຕົນຢ່າງມີປະໂຫຍດຕໍ່ຕົນເອງ ແລະ ຄົນອື່ນ. 

ໝວດຄຳສອນຂອງພຣະພຸດທະເຈົ້າ

ອົງພຣະດາໄລລາມະໄດ້ລະບຸສາມລັກສະນະພິເສດຂອງພຣະພຸດທະສາສະໜາ: 

  • ວິທະຍາສາດພຣະພຸດທະສາສະໜາຂອງຈິດໃຈ - ວິທີການເຮັດວຽກຂອງຄວາມຮັບຮູ້, ຄວາມຄິດ ແລະ ອາລົມຈາກມຸມມອງຂອງປະສົບການອັດຕະວິໄສ 
  • ປັດຊະຍາພຣະພຸດທະສາສະໜາ - ຈັນຍາທັມ ແລະ ຕັກກະວິທະຍາ, ແລະ ຄວາມເຂົ້າໃຈຂອງພຣະພຸດທະສາສະໜາຕໍ່ຄວາມເປັນຈິງ 
  • ພຣະພຸດທະສາສະໜາ - ຄວາມເຊື່ອໃນຊາດກ່ອນ ແລະ ໜ້າ, ກັມ, ພິທິກັມ ແລະ ການພາວະນາ. 

ວິທະຍາສາດພຣະພຸດທະສາສະໜາເສີມໃຫ້ກັບວິທະຍາສາດສະໝອງສະໄໝໃໝ່ ໂດຍການສະໜອງແຜນທີ່ຂະໜາດກວ້າງຂອງໜ້າທີ່ມັນສະໝອງຂອງຈິດໃຈ, ລວມເຖິງການຮັບຮູ້ຄວາມຮູ້ສຶກ, ສະມາທິ, ການເອົາໃຈໃສ່, ສະຕິ ແລະ ຄວາມຊົງຈຳ, ແລະ ທັງອາລົມດ້ານບວກ ແລະ ດ້ານລົບຂອງເຮົາ. ໂດຍການຫຼອມທາງເດີນປະສາດດ້ານບວກ, ເຮົາສາມາດເສີມຂະຫຍາຍຄວາມສາມາດທີ່ເປັນປະໂຫຍດຂອງຈິດໃຈເຮົາ. 

ຄວາມຄິດພຣະພຸດທະສາສະໜາອີງໃສ່ການຄົ້ນຄວ້າຫຼາຍກວ່າຄວາມເຊື່ອ (ສັດທາ), ສະນັ້ນ ຜົນຄົ້ນຄວ້າທາງວິທະຍາສາດຈິ່ງມີປະໂຫຍດຫຼາຍຕໍ່ຄວາມຄິດພຣະພຸດທະສາສະໜາ. - ອົງພຣະດາໄລ ລາມະ ທີ 14 

ໃນລະດັບຮ່າງກາຍ, ວິທະຍາສາດພຣະພຸດທະສາສະໜາຍັງກວມເອົາລະບົບການແພດທີ່ຊັບຊ້ອນ ທີ່ລວມເຖິງການປິ່ນປົວພະຍາດຫຼາຍອັນ. ທາງພາຍນອກ, ແມ່ນການສະເໜີການວິເຄາະທີ່ລະອຽດກ່ຽວກັບວັດຖຸ ແລະ ພະລັງງານ, ໂດຍມີຄວາມຄ້າຍຄືກັນຫຼາຍຢ່າງກັບຟີສິກຄວານຕຳ. ແລະຍັງເປັນການເວົ້າເຖິງຕົ້ນກຳເນີດ, ຊີວິດ ແລະ ການຈົບຂອງຈັກກະວານ, ໂດຍຢືນຢັນເຖິງກະແສຂອງຈັກກະວານທີ່ເກີດກ່ອນອັນປະຈຸບັນໂດຍບໍ່ມີຈຸດເລີ່ມຕົ້ນ. 

ປັດຊະຍາພຣະພຸດທະສາສະໜາ ເວົ້າເຖິງບັນຫາຕ່າງໆ ເຊັ່ນ ການເພິ່ງພາອາໄສກັນ, ຄວາມສຳພັນ ແລະ ເຫດຜົນ. ເປັນການສະເໜີລະບົບຕັກກະວິທະຍາທີ່ລະອຽດ, ບົນພື້ນຖານຊຸດທິດສະດີ ແລະ ການອະພິປາຍ, ທີ່ຊ່ວຍໃຫ້ເຮົາເຂົ້າໃຈຈິນຕະນາການຜິດໆ ຂອງຈິດເຮົາ. 

ຈັນຍາທັມພຣະພຸດທະສາສະໜາ ແມ່ນອີງໃສ່ການແຈກແຍກລະຫວ່າງສິ່ງທີ່ເປັນປະໂຫຍດ ກັບ ສິ່ງທີ່ເປັນໂທດ, ທັງຕໍ່ຕົນເອງ ແລະ ຜູ້ອື່ນ.

ບໍ່ວ່າເຮົາຈະນັບຖືສາສະໜາ ຫຼື ຍັງບໍ່ແນ່ໃຈ, ບໍ່ວ່າເຮົາຈະເຊື່ອພຣະເຈົ້າ ຫຼື ກັມ, ທຸກຄົນສາມາດສະແຫວງຫາຈັນຍາທັມສິນທຳໄດ້. - ອົງພຣະດາໄລ ລາມະ ທີ 14 

ມັນນຳມາເຊິ່ງການຮູ້ຄຸນຄ່າ ແລະ ການສ້າງຄຸນຄ່າພື້ນຖານຂອງມະນຸດ ເຊັ່ນ ຄວາມເມດຕາ, ຄວາມຊື່ສັດ, ຄວາມເອື້ອເຟື້ອເຜື່ອແຜ່ ແລະ ຄວາມອົດທົນ, ໃນຂະນະທີ່ພະຍາຍາມຢ່າງໜັກທີ່ສຸດເທົ່າທີ່ຈະເປັນໄປໄດ້ທີ່ຈະບໍ່ທຳຮ້າຍຜູ້ອື່ນ. 

ພຣະພຸດທະສາສະໜາເວົ້າເຖິງຫົວຂໍ້ຕ່າງໆ ເຊັ່ນ ກັມ, ຊາດກ່ອນ ແລະ ຊາດໜ້າ, ກົນໄກຂອງການກັບມາເກີດ, ການພົ້ນຈາກການກັບມາເກີດ, ແລະ ການຕັດສະຮູ້. ເປັນການລວມເອົາການປະຕິບັດຕ່າງໆ ເຊັ່ນ ການສວດມົນ, ການທຳສະມາທິ ແລະ ການພາວະນາ. ໃນພຣະພຸດທະສາສະໜາບໍ່ມີຄຳພີສັກສິດເຫຼັ້ມໜຶ່ງເຫຼັ້ມດຽວ ທີ່ຈະເປັນ “ພຣະຄຳພີພຣະພຸດທະສາສະໜາ” ເພາະແຕ່ລະນິກາຍມີຄຳສອນຂອງຕົນເອງບົນພື້ນຖານຄຳສອນດັ້ງເດີມ. 

ຄົນເຮົາສາມາດພາວະນາເວລາໃດ ຫຼື ຢູ່ທີ່ໃດກໍໄດ້, ເຖິງວ່າຫຼາຍຄົນຈະເລືອກພາວະນາຢູ່ວັດ ຫຼື ຕໍ່ໜ້າສານພຣະພູມຢູ່ເຮືອນ. ເປົ້າໝາຍຂອງການພາວະນາບໍ່ແມ່ນການສະໜອງຄວາມປາຖະໜາ, ແຕ່ເພື່ອສ້າງຄວາມເຂັ້ມແຂງ, ປັນຍາ ແລະ ຄວາມເຫັນໃຈພາຍໃນຕົວເຮົາເອງ.

ບໍ່ມີກົດກ່ຽວກັບການກິນ, ແຕ່ພຣະອາຈານສ່ວນຫຼາຍສົ່ງເສີມໃຫ້ລູກສິດກິນເຈເທົ່າທີ່ຈະເປັນໄປໄດ້, ແລະ ພຣະພຸດທະເຈົ້າກໍຍັງໄດ້ສອນໃຫ້ລູກສິດຂອງເພິ່ນລະເວັ້ນສຸຣາ ຫຼື ຢາເສບຕິດ. ການຝຶກພຣະພຸດທະສາສະໜາມີເປົ້າໝາຍໃນການສ້າງສະຕິ ແລະ ວິໄນໃນຕົນເອງ, ເຊິ່ງເຮົາມັກເສຍໄປໃນເວລາເມົາ ຫຼື ເສບຢາ. 

ພຣະພຸດທະສາສະໜາມີປະເພນີໃນວັດໂດຍມີພຣະສົງ ແລະ ແມ່ຊີທີ່ຖືສິນເປັນຮ້ອຍ ເຊິ່ງລວມເຖິງການລະເວັ້ນທາງເພດ. ພວກເພິ່ນແຖຫົວ, ນຸ່ງຜ້າເຫຼືອງ, ແລະ ໃຊ້ຊີວິດຢູ່ໃນຊຸມຊົນວັດ ບ່ອນທີ່ເພິ່ນອຸທິດຕົນເພື່ອການສຶກສາ, ການຝຶກສະມາທິ, ການພາວະນາ ແລະ ການທຳພິທີເພື່ອຊຸມຊົນຄະຣາວາດ (ພໍ່ອອກ-ແມ່ອອກ). ທຸກມື້ນີ້, ຄະຣາວາດຫຼາຍຄົນສຶກສາພຣະພຸດທະສາສະໜາ ແລະ ຝຶກສະມາທິໃນສູນພຣະທັມ. 

ພຣະພຸດທະສາສະໜາເປີດຮັບທຸກຄົນ 

ພຣະພຸດທະເຈົ້າກໍເປັນມະນຸດຄືເຮົາ, ເພິ່ນໄດ້ເຫັນຄວາມຈິງວ່າເຮົາມີຊີວິດຢູ່ແນວໃດ, ເອົາຊະນະຂໍ້ບົກພ່ອງຂອງພຣະອົງເອງທັງໝົດ ແລະ ເຂົ້າໃຈເຖິງສັກກະຍະພາບອັນເຕັມປ່ຽມຂອງພຣະອົງເອງ; ໃນທາງພຣະພຸດທະສາສະໜາເຮົາເອີ້ນສິ່ງນີ້ວ່າ “ການຕັດສະຮູ້.” ພຣະພຸດທະເຈົ້າບໍ່ສາມາດໃຊ້ມືປັດເປົ່າບັນຫາທັງໝົດຂອງເຮົາໃຫ້ໝົດໄປໄດ້. ແຕ່ພຣະອົງໄດ້ຊີ້ທາງໃຫ້ເຮົາເດີນຕາມເພື່ອທີ່ຈະປົດປ່ອຍຕົນເອງຈາກບັນຫາຂອງຊີວິດ ແລະ ສ້າງຄຸນສົມບັດທີ່ດີຂອງຈິດໃຈເຮົາ - ຄວາມຮັກ, ຄວາມເຫັນໃຈ, ຄວາມເອື້ອເຟື້ອເຜື່ອແຜ່, ປັນຍາ ແລະ ອີກຫຼາຍອັນ. 

ຄຳສອນກ່ຽວກັບການສ້າງຄຸນສົມບັດເຫຼົ່ານີ້ແມ່ນເປີດໃຫ້ທຸກຄົນ - ໂດຍບໍ່ຈຳແນກພື້ນຖານວັດທະນະທຳ ຫຼື ສາສະໜາ. ພຣະພຸດທະສາສະໜາບໍ່ກ່ຽວກັບຄວາມເຊື່ອໃນພຣະເຈົ້າ ຫຼື ເທວະດາຟ້າແຖນ, ພຽງແຕ່ຂໍໃຫ້ເຮົາສຶກສາຄຳສອນຄືກັບເວລາທີ່ເຮົາຈະຊື້ເຄື່ອງລາຄາແພງອັນໜຶ່ງ. ໃນລັກສະນະນີ້, ເຮົາຈະຊາບຊຶ້ງເຖິງເນື້ອໃນຂອງຄຳສອນຂອງພຣະພຸດທະເຈົ້າ - ຈັນຍາທັມ, ຄວາມເຫັນໃຈ ແລະ ປັນຍາ - ທີ່ເຮົາຍ່ອມລະງັບການກະທຳທີ່ເປັນອັນຕະລາຍ ແລະ ມີສ່ວນຮ່ວມໃນການກະທຳທາງບວກຢ່າງກະຕືລືລົ້ນ, ທີ່ເປັນປະໂຫຍດຕໍ່ຕົນເອງ ແລະ ຜູ້ອື່ນ. ສິ່ງນີ້ມີແຕ່ຈະນຳໄປສູ່ສິ່ງທີ່ເຮົາແຕ່ລະຄົນພຶງປະສົງຄືກັນ: ຄວາມສຸກ ແລະ ສະຫວັດດີພາບ. 

Top