ອະລິຍະສັດສີ່ປະການ ແມ່ນຄວາມຈິງພື້ນຖານທີ່ອະທິບາຍແນວທາງສຳລັບການເອົາຊະນະບັນຫາຂອງເຮົາ. ນີ້ແມ່ນຄຳສອນອັນທຳອິດຂອງພຣະພຸດທະເຈົ້າ, ເຊິ່ງສະໜອງກອບໃຫ້ກັບຄຳສອນພຣະພຸດທະສາສະໜາທັງໝົດ.
ອະລິຍະສັດປະການທີໜຶ່ງ: ຄວາມທຸກທໍລະມານອັນແທ້ຈິງ
ຄວາມຈິງປະການທຳອິດແມ່ນວ່າ, ໂດຍທົ່ວໄປ, ຊີວິດເປັນສິ່ງທີ່ບໍ່ໜ້າພໍໃຈ. ແຕ່ເກີດຈົນຕາຍຈະມີຫຼາຍຊ່ວງເວລາທີ່ມ່ວນຊື່ນ, ແຕ່ມັນຢູ່ບໍ່ດົນ, ແລະ ກໍມີຫຼາຍເວລາທີ່ບໍ່ໜ້າເພິງພໍໃຈອີກ:
- ຄວາມບໍ່ເປັນສຸກ - ຄວາມເຈັບໄຂ້, ຄວາມຜິດຫວັງ, ຄວາມໂດດດ່ຽວ, ຄວາມກັງວົນ ແລະ ຄວາມບໍ່ເພິງພໍໃຈ ຕ່າງກໍງ່າຍທີ່ຈະສັງເກດ ແລະ ເຂົ້າໃຈ. ສ່ວນຫຼາຍມັນຮອດບໍ່ກ່ຽວກັບສະພາບແວດລ້ອມຂອງເຮົາຊ້ຳ - ເຮົາອາດກິນອາຫານສຸດມັກກັບເພື່ອນສະໜິດຂອງເຮົາຢູ່, ແຕ່ກໍຍັງບໍ່ມີຄວາມສຸກ.
- ຄວາມສຸກໃນເວລາສັ້ນໆ - ບໍ່ວ່າເຮົາຈະມ່ວນຊື່ນກັບຫຍັງຢູ່, ມັນບໍ່ເຄີຍຄົງທົນ ຫຼື ເຮັດໃຫ້ເຮົາເພິງພໍໃຈ, ແລະ ບໍ່ດົນມັນກໍກາຍເປັນຄວາມບໍ່ເປັນສຸກ. ເມື່ອເຮົາໜາວຈົນແຂງ, ເຮົາເຂົ້າໄປໃນຫ້ອງທີ່ອົບອຸ່ນ, ພຽງເພື່ອໃຫ້ອາຍຮ້ອນນັ້ນຮ້ອນຈົນທົນບໍ່ໄຫວໃນທີ່ສຸດ, ແລ້ວເຮົາກໍຈະຕ້ອງການອາກາດສົດອີກ. ມັນຄືຊິດີຖ້າຄວາມສຸກນີ້ຈະຄົງຢູ່ຕະຫຼອດໄປ, ແຕ່ບັນຫາແມ່ນມັນບໍ່ເຄີຍຄົງຢູ່.
- ບັນຫາທີ່ເກີດຄືນຊ້ຳຊາກ - ສິ່ງທີ່ບໍ່ດີທີ່ສຸດແມ່ນວິທີທີ່ເຮົາຈັດການກັບການຂຶ້ນໆ ລົງໆ ຂອງຊີວິດພັດສ້າງບັນຫາຫຼາຍຂຶ້ນຊ້ຳ. ຕົວຢ່າງເຊັ່ນ ເຮົາຢູ່ໃນຄວາມສຳພັນທີ່ບໍ່ດີ ແລະ ວິທີທີ່ເຮົາປະຕິບັດຕົວພັດແຮງເຮັດໃຫ້ມັນບໍ່ດີຂຶ້ນຊ້ຳ. ເຮົາເລີກກັນ, ແຕ່ແລ້ວ ຍ້ອນເຮົາສົ່ງເສີມນິໄສທີ່ບໍ່ດີຂອງຕົນ, ເຮົາກໍ່ລຶ້ມຄືນຮູບແບບເກົ່າໃນຄວາມສຳພັນໃໝ່ອີກ. ແລ້ວມັນກໍກາຍເປັນຄວາມສຳພັນທີ່ບໍ່ດີອີກ.
ອະລິຍະສັດປະການທີສອງ: ສາເຫດທີ່ແທ້ຈິງຂອງຄວາມທຸກທໍລະມານ
ຄວາມບໍ່ເປັນສຸກ ແລະ ຄວາມສຸກທີ່ຢູ່ບໍ່ດົນຂອງເຮົາ ບໍ່ໄດ້ເກີດຈາກອາກາດ, ແຕ່ຈາກຫຼາຍສາເຫດ ແລະ ເງື່ອນໄຂ. ປັດໄຈພາຍນອກ, ເຊັ່ນ ສັງຄົມທີ່ເຮົາຢູ່, ກໍເປັນເງື່ອນໄຂຕໍ່ບັນຫາຂອງເຮົາທີ່ເກີດຂຶ້ນ; ແຕ່ສຳລັບສາເຫດອັນແທ້ຈິງ, ພຣະພຸດທະເຈົ້າໄດ້ແນະນຳໃຫ້ເຮົາເບິ່ງທີ່ຈິດໃຈຂອງຕົນເອງ. ອາລົມລົບກວນຂອງເຮົາເອງ - ຄວາມກຽດຊັງ, ຄວາມອິດສາ, ຄວາມໂລບ ແລະ ອື່ນໆ - ຜັກດັນບີບບັງຄັບໃຫ້ເຮົາຄິດ, ເວົ້າ ແລະ ປະພຶດໃນທາງທີ່ສຸດທ້າຍກໍທຳລາຍຕົນເອງ.
ພຣະພຸດທະເຈົ້າໄດ້ເບິ່ງລົງເລິກກວ່າ ແລະ ຄົ້ນພົບສາເຫດຕົວຈິງທີ່ຢູ່ພື້ນຖານພາວະຈິດໃຈເຫຼົ່ານີ້: ວິທີທີ່ເຮົາເຂົ້າໃຈຄວາມເປັນຈິງ, ເຊິ່ງລວມເຖິງຄວາມບໍ່ຮັບຮູ້ ແລະ ຄວາມສັບສົນກ່ຽວກັບຜົນກະທົບໄລຍະຍາວຂອງພຶດຕິກຳຂອງເຮົາ, ແລະ ຄວາມເຂົ້າໃຈຜິດຢ່າງແຮງກ່ຽວກັບວິທີທີ່ເຮົາ, ຄົນອື່ນ, ແລະ ໂລກນີ້ດຳລົງຢູ່. ແທນທີ່ຈະເບິ່ງຄວາມເຊື່ອງໂຍງຂອງທຸກສິ່ງ, ເຮົາມັກຄິດວ່າສິ່ງຕ່າງໆ ດຳລົງຢູ່ດ້ວຍຕົວມັນເອງ, ບໍ່ຂຶ້ນກັບປັດໄຈພາຍນອກ.
ອະລິຍະສັດປະການທີສາມ: ການຢຸດບັນຫາທີ່ແທ້ຈິງ
ພຣະພຸດທະເຈົ້າຊີ້ໃຫ້ເຫັນວ່າເຮົາບໍ່ຕ້ອງທົນກັບສິ່ງນີ້, ຍ້ອນວ່າຖ້າເຮົາສາມາດຮື້ຖອນສາເຫດ, ແລ້ວຜົນໄດ້ຮັບກໍຈະບໍ່ເກີດຂຶ້ນ. ຖ້າເຮົາກຳຈັດຄວາມສັບສົນຂອງເຮົາກ່ຽວກັບຄວາມເປັນຈິງ, ບັນຫາກໍຈະບໍ່ສາມາດກັບຄືນມາໄດ້ອີກ. ພຣະອົງບໍ່ໄດ້ເວົ້າກ່ຽວກັບບັນຫາໜຶ່ງສອງບັນຫາຂອງເຮົາ - ພຣະອົງເວົ້າວ່າເຮົາຈະຢຸດສ້າງບັນຫາໃໝ່ເລີຍ.
ອະລິຍະສັດປະການທີສີ່: ວິຖີທີ່ແທ້ຈິງຂອງຈິດໃຈ
ເພື່ອຕັດຄວາມໂງ່ຈ້າ ແລະ ຄວາມໄຮ້ສຳນຶກຂອງຕົນ, ເຮົາຕ້ອງເບິ່ງທີ່ສິ່ງທີ່ກົງກັນຂ້າມກັບມັນ:
- ວາງແຜນໄລຍະຍາວ, ແທນທີ່ຈະໂດດໃສ່ຄວາມໄດ້ໃຈທັນທີຈາກການເບິ່ງສັ້ນໆ
- ເບິ່ງພາບລວມກວ້າງໆ, ແທນທີ່ຈະສຸມໃສ່ລັກສະນະນ້ອຍໆ ອັນດຽວຂອງຊີວິດ
- ພິຈາລະນາເຖິງຜົນສະທ້ອນຂອງພຶດຕິກຳຂອງເຮົາ ຕໍ່ຊີວິດທີ່ເຫຼືອຂອງເຮົາ ແລະ ຕໍ່ຄົນຮຸ່ນຫຼັງ, ແທນທີ່ຈະພຽງແຕ່ເຮັດສິ່ງທີ່ງ່າຍສຳລັບເຮົາດຽວນີ້.
ບາງຄັ້ງ, ເມື່ອພົບກັບຄວາມຜິດຫວັງຂອງຊີວິດ, ເຮົາຮູ້ສຶກຄືວ່າທາງດຽວທີ່ຈະຮັບມືກັບມັນໄດ້ ແມ່ນການລໍ້ໃຈຕົນເອງອອກຈາກມັນໂດຍການດື່ມເຫຼົ້າເມົາມາຍ ຫຼື ກິນອາຫານບໍ່ດີ, ໂດຍບໍ່ຄິດເຖິງຜົນສະທ້ອນໄລຍະຍາວ. ຖ້າເຮົາເຮັດໃຫ້ເປັນນິໄສ, ຈະມີຄວາມສ່ຽງຮ້າຍແຮງຕໍ່ສຸຂະພາບທີ່ບໍ່ພຽງແຕ່ຈະເປັນອັນຕະລາຍຕໍ່ຊີວິດເຮົາ, ແຕ່ຍັງອາດສາມາດມີຜົນກະທົບວິບັດຕໍ່ຄອບຄົວຂອງເຮົາອີກດ້ວຍ. ພາຍໃຕ້ສິ່ງນີ້ແມ່ນແນວຄວາມຄິດທີ່ວ່າເຮົາແຍກອອກຈາກຜົນສະທ້ອນຂອງການກະທຳຂອງເຮົາໂດຍສິ້ນເຊີງ. ສະນັ້ນ ຄູ່ແຂ່ງທີ່ແຂງແຮງທີ່ສຸດຂອງຄວາມສັບສົນຂອງເຮົາແມ່ນ:
- ການສຳນຶກວ່າໃນທີ່ສຸດແລ້ວເຮົາເຊື່ອມຕໍ່ ກັບມະນຸດຊາດ ແລະ ໂລກທັງໝົດ ແລະ ເຂົ້າໃຈວ່າສິ່ງທີ່ເຮົາຈິນຕະນາການກ່ຽວກັບວິທີທີ່ເຮົາຄົງຢູ່ ບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ.
ຖ້າເຮົາສາມາດສ້າງຄວາມເຄີຍຊິນກັບຄວາມເຂົ້າໃຈອັນນີ້ໂດຍການທຳສະມາທິກັບໄປກັບມາ, ໃນທີ່ສຸດ ເຮົາກໍຈະຂັບໄລ່ຄວາມສັບສົນທັງປວງທີ່ຄ້ຳຊູຈິນຕະນາການອັນເປົ່າວ່າງຂອງເຮົາຢູ່.
ເຮົາທັງໝົດຢາກມີຄວາມສຸກ, ແຕ່ມັນພັດມັກຫຼົບຫຼີກເຮົາວາດໃດວາດໜຶ່ງ. ວິທີການຂອງພຣະພຸດທະເຈົ້າໃນການຄົ້ນພົບຄວາມສຸກ - ທີ່ໄດ້ອະທິບາຍໄປໃນອະລິຍະສັດສີ່ປະການຂ້າງເທິງ - ເປັນສາກົນ ແລະ ຍັງໃຊ້ໄດ້ຢູ່ນັບຈາກທີ່ພຣະພຸດທະອົງໄດ້ສອນໄວ້ແຕ່ 2,500 ປີຜ່ານມາ.
ບໍ່ຈຳເປັນຕ້ອງເປັນຊາວພຸດເພື່ອສະແຫວງປະໂຫຍດຈາກການນຳໃຊ້ອະລິຍະສັດສີ່ປະການນີ້ ເພື່ອຮັບມືກັບບັນຫາໃນແຕ່ລະວັນຂອງເຮົາກໍໄດ້. ມັນເປັນໄປບໍ່ໄດ້ທີ່ສິ່ງຕ່າງໆ ຈະເປັນໄປໃນທາງທີ່ເຮົາຕ້ອງການສະເໝີ, ແຕ່ກໍບໍ່ມີເຫດຜົນທີ່ຈະຊຶມເສົ້າ ແລະ ສິ້ນຫວັງ. ອະລິຍະສັດສີ່ປະການມີທຸກຢ່າງທີ່ເຮົາຕ້ອງການເພື່ອຄົ້ນພົບຄວາມສຸກ ແລະ ເຮັດໃຫ້ຊີວິດຂອງເຮົາມີຄວາມໝາຍຢ່າງແທ້ຈິງ.
ສະຫຼຸບແລ້ວ, ຄວາມທຸກທໍລະມານທີ່ແທ້ຈິງແມ່ນຕ້ອງຮູ້; ສາເຫດທີ່ແທ້ຈິງຂອງຄວາມທຸກທໍລະມານແມ່ນຕ້ອງຕັດໄປ; ການຢຸດຄວາມທຸກທໍລະມານຢ່າງແທ້ຈິງແມ່ນຕ້ອງບັນລຸ; ແລະ ວິຖີທີ່ແທ້ຈິງຂອງຈິດໃຈຕ້ອງສຳນຶກໄດ້.